Skip to content
The Believer's Library

Biblica® Open Lao Contemporary Version

Mark 4 OLCV

Show OLCV only
Verse × ×
1 Jesus again taught by the sea. So large a crowd gathered around him that he got into a boat on the water and sat, while the whole crowd was on land by the sea. ແລ້ວ​ພຣະເຢຊູເຈົ້າ​ໄດ້​ສັ່ງສອນ​ທີ່​ແຄມ​ທະເລສາບ​ອີກ. ປະຊາຊົນ​ໄດ້​ມາ​ເຕົ້າໂຮມກັນ​ອ້ອມ​ພຣະອົງ​ຢ່າງ​ແໜ້ນໜາ​ຫລາຍ ຈົນ​ພຣະອົງ​ຕ້ອງ​ລົງ​ໄປ​ນັ່ງ​ໃນ​ເຮືອ​ຢູ່​ແຄມ​ຝັ່ງ​ທະເລສາບ, ສ່ວນ​ປະຊາຊົນ​ນັ້ນ​ຢູ່​ເທິງ​ບົກ​ຕາມ​ແຄມ​ຝັ່ງ.
2 He taught them many things in parables, and in his teaching he said to them: ພຣະອົງ​ໄດ້​ໃຊ້​ຄຳອຸປະມາ​ຫລາຍ​ເລື່ອງ​ເພື່ອ​ສອນ​ພວກເຂົາ ແລະ ພຣະອົງ​ໄດ້​ສອນ​ວ່າ:
3 "Listen! A sower went out to sow. “ຈົ່ງ​ຟັງ​ໃຫ້​ດີ! ມີ​ຊາວນາ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດພືດ.
4 And as he sowed, some seed fell along the path, and the birds came and devoured it. ໃນຂະນະ​ທີ່​ລາວ​ກຳລັງ​ຫວ່ານ​ເມັດພືດ​ຢູ່​ນັ້ນ ບາງເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ຝູງ​ນົກ​ກໍ​ສັບກິນ​ເມັດພືດ​ນັ້ນ​ຈົນ​ໝົດ.
5 Other seed fell on rocky ground, lacking much soil, and sprang up at once since the soil had no depth. ບາງເມັດ​ຕົກ​ໃສ່​ບ່ອນ​ທີ່​ມີ​ຫີນ ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ດິນ​ໜ້ອຍ ເມັດ​ເຫລົ່ານີ້​ຈຶ່ງ​ງອກ​ຂຶ້ນ​ໄດ້​ໄວ​ເພາະ​ພື້ນດິນ​ບໍ່​ເລິກ.
6 When the sun rose, the plants were scorched, and since they had no root, they withered. ແຕ່​ເມື່ອ​ຕາເວັນ​ຂຶ້ນ​ມາ​ພືດ​ນັ້ນ​ກໍ​ຖືກ​ແດດເຜົາ ແລະ ຫ່ຽວແຫ້ງ​ໄປ​ເພາະ​ບໍ່​ມີ​ຮາກ.
7 Other seed fell among thorns, and the thorns grew up and choked it, yielding no grain. ບາງເມັດ​ກໍ​ຕົກ​ໃສ່​ທ່າມກາງ​ຟຸ່ມໜາມ, ເຊິ່ງ​ຕົ້ນໜາມ​ເຫລົ່ານີ້​ກໍ​ໃຫຍ່​ຂຶ້ນ ແລະ ຫຸ້ມຮັດ​ພືດ​ເຫລົ່ານັ້ນ ຈຶ່ງ​ເກີດຜົນ​ບໍ່​ໄດ້.
8 Other seed fell into good soil, producing grain that sprouted, grew, and yielded thirty, sixty, one hundred times what was sown." ຍັງ​ມີ​ບາງເມັດ​ອີກ​ທີ່​ຕົກໃສ່​ດິນ​ດີ ພືດ​ກໍ​ງອກ​ຂຶ້ນ​ມາ, ເຕີບໃຫຍ່​ຂຶ້ນ ແລະ ເກີດຜົນ​ສາມສິບ​ເທົ່າ, ຫົກສິບ​ເທົ່າ, ແລະ ຮ້ອຍ​ເທົ່າ”.
9 And he said, "Whoever has ears to hear, let him hear." ແລ້ວ​ພຣະເຢຊູເຈົ້າ​ກ່າວ​ວ່າ, “ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.
10 When he was alone, those around him, together with the Twelve, asked him about the parables. ເມື່ອ​ພຣະອົງ​ຢູ່​ຕາມ​ລຳພັງ​ແລ້ວ, ພວກສາວົກ​ທັງ​ສິບສອງ​ຄົນ​ກັບ​ຄົນ​ອື່ນໆ​ທີ່​ຕິດຕາມ​ພຣະອົງ​ບາງຄົນ​ຈຶ່ງ​ຖາມ​ພຣະອົງ​ກ່ຽວ​ກັບ​ຄຳອຸປະມາ​ດັ່ງ​ກ່າວ.
11 He said to them, "To you is given the secret of the kingdom of our Father, but to those outside, everything comes in parables, ພຣະອົງ​ບອກ​ພວກເຂົາ​ວ່າ, “ຄວາມເລິກລັບ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ​ໃຫ້​ພວກເຈົ້າ​ຮູ້​ໄດ້. ແຕ່​ສ່ວນ​ຄົນນອກ​ນັ້ນ ທຸກຢ່າງ​ຈະ​ໃຊ້​ຄຳອຸປະມາ
12 so that 'they may look but not perceive, and hear but not understand, and not turn and be forgiven.'" ເພື່ອ​ວ່າ, “ ‘ພວກເຂົາ​ເບິ່ງ​ແລ້ວ​ເບິ່ງ​ອີກ​ແຕ່​ກໍ​ຈະ​ບໍ່​ເຫັນ ແລະ ຈະ​ຟັງ​ແລ້ວ​ຟັງ​ອີກ​ແຕ່​ຈະ​ບໍ່​ເຂົ້າໃຈ ບໍ່​ດັ່ງນັ້ນ​ແລ້ວ ພວກເຂົາ​ຈະ​ຫັນ​ກັບ​ຄືນ​ມາ ແລະ ໄດ້​ຮັບ​ການ​ອະໄພ!’”
13 He said to them, "You don't understand this parable? Then how will you understand all the parables? ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ບໍ່​ເຂົ້າໃຈ​ຄຳອຸປະມາ​ນີ້​ບໍ? ຖ້າ​ເປັນ​ຢ່າງນັ້ນ ພວກເຈົ້າ​ຈະ​ເຂົ້າໃຈ​ຄຳອຸປະມາ​ເລື່ອງ​ອື່ນ​ໄດ້​ຢ່າງໃດ?
14 The sower sows the word. ຊາວນາ​ນັ້ນ​ໄດ້​ຫວ່ານ​ພຣະທຳ.
15 These are the ones on the path where the word is sown: once they hear, Satan comes immediately and takes away the word sown in them. ບາງຄົນ​ກໍ​ເປັນ​ເໝືອນ​ເມັດພືດ​ທີ່​ຕົກ​ຕາມ​ທາງ. ຄື​ຄົນ​ທີ່​ໄດ້​ຍິນ​ພຣະຄຳ, ທັນໃດນັ້ນ ມານຊາຕານ​ກໍ​ມາ​ຍາດຊີງ​ເອົາ​ພຣະຄຳ​ທີ່​ໄດ້​ຫວ່ານ​ລົງ​ໃນ​ພວກເຂົາ​ໄປ.
16 These are the ones sown on rocky ground, who hear the word and immediately receive it with joy. ບາງຄົນ​ກໍ​ເປັນ​ເໝືອນ​ເມັດພືດ​ທີ່​ຫວ່ານ​ລົງ​ເທິງ​ບ່ອນ​ມີ​ຫີນ​ຫລາຍ, ເມື່ອ​ໄດ້​ຍິນ​ພຣະຄຳ​ແລ້ວ​ກໍ​ຮັບ​ເອົາ​ໄວ້​ທັນທີ​ດ້ວຍ​ຄວາມຍິນດີ.
17 But they have no root in themselves, lasting only briefly; when trouble or persecution comes because of the word, they fall away at once. ແຕ່​ຍ້ອນ​ພວກເຂົາ​ບໍ່​ມີ​ຮາກ​ຈຶ່ງ​ທົນ​ຢູ່​ບໍ່​ໄດ້​ດົນ. ເມື່ອ​ມີ​ຄວາມຍາກລຳບາກ ຫລື ຖືກ​ຂົ່ມເຫັງ​ເພາະ​ພຣະຄຳ ພວກເຂົາ​ກໍ​ລົ້ມເລີກ​ໄປ​ທັນທີ.
18 And others are the ones sown among thorns. These are those who hear the word, ຍັງ​ມີ​ບາງຄົນ​ເປັນ​ເໝືອນ​ເມັດພືດ​ທີ່​ຫວ່ານ​ລົງ​ກາງ​ຟຸ່ມໜາມ, ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ,
19 but worries of this age, the deceit of wealth, and desires for other things enter and choke the word, and it produces no fruit. ແຕ່​ມີ​ຄວາມກັງວົນ​ໃນ​ຊີວິດ​ນີ້, ຄວາມຫລອກລວງ​ຂອງ​ຄວາມຮັ່ງມີ ແລະ ຕະຫລອດ​ທັງ​ຄວາມປາຖະໜາ​ໃນ​ສິ່ງ​ຕ່າງໆ​ໄດ້​ເຂົ້າ​ມາ​ຫຸ້ມຮັດ​ພຣະຄຳ​ໄວ້ ຈຶ່ງ​ເຮັດ​ໃຫ້​ພຣະຄຳ​ບໍ່​ເກີດຜົນ.
20 And these are the ones sown on good soil: they hear the word, accept it, and produce fruit—thirty, sixty, one hundred times over." ບາງຄົນ​ເປັນ​ເໝືອນ​ເມັດພືດ​ທີ່​ຫວ່ານ​ລົງ​ດິນ​ດີ, ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ, ຕ້ອນຮັບ​ເອົາ​ພຣະຄຳ​ໄວ້ ແລະ ເກີດຜົນ​ສາມສິບ​ເທົ່າ, ຫົກສິບ​ເທົ່າ ແລະ ຮ້ອຍ​ເທົ່າ​ຂອງ​ທີ່​ໄດ້​ຫວ່ານ​ລົງ​ໄປ”.
21 He told them, "Does anyone bring in a lamp to put it under a basket or bed—not on a stand? ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ເອົາ​ຕະກຽງ​ວາງ​ໄວ້​ໃນ​ກະບຸງ ຫລື ເອົາ​ວາງ​ໄວ້​ຢູ່​ກ້ອງ​ຕຽງນອນ​ແທນທີ່​ພວກເຈົ້າ​ຈະ​ຕັ້ງ​ໄວ້​ເທິງ​ຫລັກຕະກຽງ​ບໍ?
22 Nothing is hidden except to be revealed; nothing is secret except to surface. ເພາະ​ສິ່ງໃດ​ທີ່​ຖືກ​ເຊື່ອງຊ້ອນ​ໄວ້​ຈະ​ຖືກ​ນຳ​ອອກມາ​ປາກົດ​ໃຫ້​ເຫັນ ແລະ ສິ່ງໃດ​ທີ່​ຖືກ​ປິດບັງ​ໄວ້​ກໍ​ຈະ​ຖືກ​ນຳ​ມາ​ເປີດເຜີຍ​ໃຫ້​ຮູ້.
23 If anyone has ears to hear, let him hear." ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.
24 He told them, "Watch what you hear. The measure you use will be measured to you—and more added. ພຣະອົງ​ກ່າວ​ຕໍ່​ໄປ​ອີກ​ວ່າ, “ຈົ່ງ​ພິຈາລະນາ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ໃຫ້​ດີ. ພວກເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງຜອງ​ຢ່າງໃດ, ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ດ້ວຍ​ເຄື່ອງຜອງ​ຢ່າງນັ້ນ ແລະ ຈະ​ໄດ້​ຮັບ​ຫລາຍກວ່າ​ນັ້ນ​ອີກ.
25 For whoever has will be given more; whoever doesn't, even what he has will be taken from him." ຜູ້ໃດ​ກໍ​ຕາມ​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ຮັບ​ເພີ່ມເຕີມ​ຂຶ້ນ​ອີກ, ສ່ວນ​ຜູ້​ທີ່​ບໍ່​ມີ ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ຈາກ​ພວກເຂົາ”.
26 He said, "This is what the kingdom of our Father is like: a man scatters seed on the ground. ພຣະອົງ​ກ່າວ​ອີກ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ກໍ​ເປັນ​ເໝືອນ ຄົນ​ໜຶ່ງ​ຫວ່ານ​ເມັດພືດ​ລົງ​ໃນ​ດິນ.
27 Night and day, asleep or awake, the seed sprouts and grows, though he doesn't know how. ໃນ​ເວລາ​ກາງເວັນ ແລະ ເວລາ​ກາງຄືນ ບໍ່​ວ່າ​ລາວ​ຈະ​ນອນຫລັບ ຫລື ຕື່ນ​ຂຶ້ນ, ເມັດພືດ​ນັ້ນ​ກໍ​ງອກ ແລະ ເຕີບໃຫຍ່​ຂຶ້ນ ເຖິງ​ວ່າ​ລາວ​ບໍ່​ຮູ້​ວ່າ​ມັນ​ງອກ​ຂຶ້ນ​ໄດ້​ຢ່າງໃດ.
28 The soil yields grain on its own—first blade, then head, then full kernel in the head. ແມ່ນ​ດິນ​ເອງ​ທີ່​ເຮັດ​ໃຫ້​ເມັດພືດ​ງອກ​ຂຶ້ນ, ທຳອິດ​ເປັນ​ຕົ້ນອ່ອນ ຕໍ່ມາ​ກໍ​ມີ​ເມັດເຂົ້າ​ເຕັມ​ຮວງ.
29 But when the grain ripens, he immediately sends the sickle, since harvest has come." ທັນທີ​ທີ່​ເຂົ້າ​ສຸກ​ແລ້ວ ລາວ​ກໍ​ໃຊ້​ກ່ຽວ​ເພື່ອ​ກ່ຽວ​ເຂົ້າ​ນັ້ນ ເພາະ​ເວລາ​ເກັບກ່ຽວ​ໄດ້​ມາ​ເຖິງ​ແລ້ວ”.
30 He said, "What can we compare the kingdom of our Father to, or what parable can we use for it? ພຣະອົງ​ກ່າວ​ອີກ​ວ່າ, “ພວກເຮົາ​ຈະ​ປຽບ​ອານາຈັກ​ຂອງ​ພຣະເຈົ້າ​ກັບ​ສິ່ງ​ໃດ​ດີ, ຫລື ຈະ​ໃຊ້​ຄຳອຸປະມາ​ຢ່າງໃດ​ເພື່ອ​ມາ​ອະທິບາຍ​ເຖິງ​ອານາຈັກ​ນີ້?
31 It's like a mustard seed, the smallest of all seeds when sown on the ground. ອານາຈັກ​ຂອງ​ພຣະເຈົ້າ​ນັ້ນ​ກໍ​ປຽບເໝືອນ​ແກ່ນ​ຜັກກາດ​ເມັດ​ໜຶ່ງ, ເຊິ່ງ​ເປັນ​ເມັດ​ທີ່​ນ້ອຍ​ທີ່ສຸດ​ກວ່າ​ເມັດ​ໃດໆ​ທັງໝົດ​ໃນ​ໂລກ.
32 Yet once sown, it grows up and becomes the largest of all garden plants, producing branches so big that birds of the air can nest in its shade." ແຕ່​ເມື່ອ​ຫວ່ານ​ລົງ​ໄປ​ແລ້ວ ມັນ​ກໍ​ງອກ​ຂຶ້ນ ແລະ ກາຍ​ເປັນ​ຕົ້ນ​ທີ່​ໃຫຍ່​ທີ່ສຸດ​ກວ່າ​ຜັກ​ຊະນິດ​ອື່ນໆ​ໃນ​ສວນ ແລະ ແຕກ​ກິ່ງ​ໃຫຍ່​ອອກ​ຈົນ​ຝູງ​ນົກ​ສາມາດ​ມາ​ເຮັດຮັງ​ຢູ່​ໄດ້”.
33 With many such parables he spoke the word to them, as they were able to hear. ພຣະເຢຊູເຈົ້າ​ໄດ້​ກ່າວ​ຖ້ອຍຄຳ​ເປັນ​ຄຳອຸປະມາ​ຫລາຍ​ເລື່ອງ​ຢ່າງ​ດຽວ​ກັນ​ນີ້​ໃຫ້​ພວກເຂົາ​ຟັງ, ຕາມ​ທີ່​ພວກເຂົາ​ສາມາດ​ເຂົ້າໃຈ​ໄດ້.
34 He spoke to them only in parables, but privately explained everything to his own disciples. ພຣະອົງ​ກ່າວ​ກັບ​ພວກເຂົາ​ທຸກຄົນ​ເປັນ​ຄຳອຸປະມາ. ແຕ່​ເມື່ອ​ພຣະອົງ​ຢູ່​ຕາມ​ລຳພັງ​ກັບ​ພວກສາວົກ​ຂອງ​ພຣະອົງ​ແລ້ວ ພຣະອົງ​ກໍ​ອະທິບາຍ​ທຸກໆ​ສິ່ງ.
35 That day, when evening came, he said to them, "Let us cross over to the other side." ໃນ​ຕອນຄ່ຳ​ຂອງ​ວັນ​ດຽວ​ກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ​ເທາະ”.
36 They left the crowd and took him along, just as he was, in the boat, other boats accompanying him. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ພາ​ພຣະອົງ​ລົງ​ໄປ​ໃນ​ເຮືອ​ທີ່​ພຣະອົງ​ເຄີຍ​ຢູ່​ໂດຍ​ປະ​ປະຊາຊົນ​ໄວ້ ແລະ ມີ​ເຮືອ​ລຳ​ອື່ນໆ​ໄປ​ນຳ​ດ້ວຍ.
37 A fierce windstorm came up. Waves broke over the boat, so that it was already being swamped. ແລ້ວ​ເກີດ​ມີ​ລົມພະຍຸ​ຮຸນແຮງ ແລະ ຄື້ນນ້ຳ​ໄດ້​ຊັດ​ຖ້ວມ​ເຮືອ​ຈົນ​ເຮືອ​ເກືອບ​ຈະ​ຈົມ.
38 But Jesus was asleep in the stern on the cushion. They woke him and said, "Teacher, don't you care that we're dying?" ພຣະເຢຊູເຈົ້າ​ນອນ​ໝູນ​ໝອນ​ຫລັບ​ຢູ່​ທ້າຍເຮືອ. ພວກສາວົກ​ຈຶ່ງ​ໄປ​ປຸກ​ພຣະອົງ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ກຳລັງ​ຈະ​ຈົມນໍ້າ​ແລ້ວ ພຣະອົງ​ບໍ່​ເປັນຫ່ວງ​ພວກຂ້ານ້ອຍ​ບໍ?”
39 He got up, rebuked the wind, and told the sea, "Peace! Be still!" The wind stopped, and it grew totally calm. ພຣະອົງ​ຈຶ່ງ​ຕື່ນ​ຂຶ້ນ​ມາ, ສັ່ງຫ້າມ​ລົມພະຍຸ ແລະ ຄື້ນທະເລ​ວ່າ, “ຈົ່ງ​ມິດ! ງຽບສະຫງົບ​ແມ!” ແລ້ວ​ລົມພະຍຸ​ກໍ​ຢຸດ​ພັດ ແລະ ຄື້ນທະເລ​ກໍ​ສະຫງົບ​ລົງ.
40 He said to them, "Why are you so afraid? Do you still have no faith?" ພຣະອົງ​ກ່າວ​ກັບ​ພວກສາວົກ​ວ່າ, “ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຢ້ານ​ຫລາຍ​ແທ້? ພວກເຈົ້າ​ຍັງ​ບໍ່​ມີ​ຄວາມເຊື່ອ​ຢູ່​ບໍ?”
41 They were terrified and asked one another, "Who then is this, that even the wind and the sea obey him?" ພວກສາວົກ​ໄດ້​ພາກັນ​ຕົກໃຈ​ຢ້ານ​ຫລາຍ ແລະ ຕ່າງ​ກໍ​ຖາມ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ນໍ? ແມ່ນແຕ່​ລົມພະຍຸ ແລະ ຄື້ນທະເລ​ກໍ​ຍັງ​ເຊື່ອຟັງ​ເພິ່ນ!”
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]