Skip to content
The Believer's Library

Biblica® Open Lao Contemporary Version

Mark 3 OLCV

Show OLCV only
Verse × ×
1 Once again Jesus entered the synagogue, and a man with a withered hand was there. ອີກ​ຄັ້ງ​ໜຶ່ງ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ຢູ່​ທີ່​ນັ້ນ​ມີ​ຊາຍ​ມືລີບ​ຄົນ​ໜຶ່ງ.
2 They watched closely to see if he'd heal the man on the Sabbath, to accuse Jesus. ມີ​ບາງຄົນ​ໃນ​ພວກເຂົາ​ກຳລັງ​ຊອກຫາ​ສາເຫດ​ທີ່​ຈະ​ກ່າວໂທດ​ພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕິດຕາມ​ເບິ່ງ​ພຣະອົງ​ຢ່າງ​ໃກ້ຊິດ​ວ່າ​ພຣະອົງ​ຈະ​ຮັກສາ​ຊາຍ​ຄົນ​ນີ້​ໃນ​ວັນຊະບາໂຕ ຫລື ບໍ່.
3 Jesus said to the man with the withered hand, "Stand up and come forward." ພຣະເຢຊູເຈົ້າ​ກ່າວ​ແກ່​ຊາຍ​ມືລີບ​ວ່າ, “ຈົ່ງ​ຢືນຂຶ້ນ​ຕໍ່ໜ້າ​ທຸກ​ຄົນ”.
4 Then he asked them, "Is it lawful on the Sabbath to do good or to do harm, to save life or to kill?" But they stayed silent. ແລ້ວ​ພຣະເຢຊູເຈົ້າ​ຖາມ​ພວກເຂົາ​ວ່າ, “ອັນ​ໃດ​ທີ່​ຖືກຕ້ອງ​ຕາມ​ກົດບັນຍັດ​ໃນ​ວັນຊະບາໂຕ ຈະ​ເຮັດ​ດີ ຫລື ເຮັດ​ຊົ່ວ, ຈະ​ຊ່ວຍ​ຊີວິດ ຫລື ທຳລາຍ​ຊີວິດ?” ແຕ່​ພວກເຂົາ​ໄດ້​ມິດ​ຢູ່.
5 He looked around at them in anger, grieved by their hardness of heart, and told the man, "Stretch out your hand." He stretched it out, and his hand was restored. ພຣະອົງ​ແນມ​ໄປ​ເບິ່ງ​ພວກເຂົາ​ດ້ວຍ​ຄວາມເຄືອງໃຈ ແລະ ເປັນທຸກໃຈ​ທີ່ສຸດ​ທີ່​ພວກເຂົາ​ໃຈ​ແຂງກະດ້າງ. ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ”. ລາວ​ກໍ​ເຮັດ​ຕາມ ແລະ ມື​ຂອງ​ລາວ​ກໍ​ດີ​ເປັນ​ປົກກະຕິ​ທຸກ​ຢ່າງ.
6 Then the Pharisees went out and immediately began plotting with the Herodians how they might destroy him. ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ອອກ​ໄປ ແລະ ເລີ່ມ​ວາງແຜນ​ກັບ​ກຸ່ມ​ສະໜັບສະໜູນ​ເຮໂຣດ​ວ່າ​ຈະ​ຂ້າ​ພຣະເຢຊູເຈົ້າ.
7 Jesus withdrew with his disciples to the sea; a large crowd from Galilee followed, and from Judea, ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ໄດ້​ແຍກໂຕ​ຈາກ​ທີ່​ນັ້ນ​ໄປ​ຍັງ​ທະເລສາບ, ມີ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ມາ​ຈາກ​ແຂວງ​ຄາລີເລ​ໄດ້​ຕິດຕາມ​ພຣະອົງ​ໄປ.
8 from Jerusalem, Idumea, beyond the Jordan, and the region around Tyre and Sidon—hearing all he was doing, a great crowd came to him. ເມື່ອ​ພວກເຂົາ​ໄດ້​ຍິນ​ເຖິງ​ສິ່ງ​ຕ່າງໆ​ທີ່​ພຣະອົງ​ໄດ້​ກະທຳ​ແລ້ວ, ມີ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ທີ່​ມາ​ຈາກ​ແຂວງ​ຢູດາຍ, ຈາກ​ເຢຣູຊາເລັມ, ຈາກ​ເຂດແດນ​ອີດູມາຍ ແລະ ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳຈໍແດນ ແລະ ຂົງເຂດ​ອ້ອມແອ້ມ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ໄດ້​ພາກັນ​ມາ​ຫາ​ພຣະອົງ.
9 He told his disciples to keep a small boat ready, because of the crowd, so they wouldn't crush him. ເພາະ​ຍ້ອນ​ປະຊາຊົນ​ເຫລົ່ານີ້ ພຣະອົງ​ຈຶ່ງ​ສັ່ງ​ພວກສາວົກ​ຂອງ​ພຣະອົງ​ໃຫ້​ຕຽມ​ເຮືອ​ນ້ອຍ​ໄວ້​ໃຫ້​ພຣະອົງ​ລຳ​ໜຶ່ງ, ເພື່ອ​ບໍ່​ໃຫ້​ປະຊາຊົນ​ມາ​ບຽດ​ພຣະອົງ.
10 For he had healed so many that all who had diseases were pressing forward to touch him. ເນື່ອງ​ຈາກ​ວ່າ ພຣະເຢຊູເຈົ້າ​ໄດ້​ຮັກສາ​ຫລາຍຄົນ​ໃຫ້​ຫາຍດີ, ດັ່ງນັ້ນ ບັນດາ​ຜູ້​ທີ່​ເຈັບ​ເປັນ​ດ້ວຍ​ພະຍາດ​ຕ່າງໆ​ຈຶ່ງ​ບຽດ​ກັນ​ເຂົ້າ​ມາ​ເພື່ອ​ທີ່​ຈະ​ໄດ້​ຈັບບາຍ​ພຣະອົງ.
11 Whenever the unclean spirits saw him, they fell before him, shouting, "You are the Son of God!" ເມື່ອ​ໃດ​ທີ່​ພວກ​ວິນຍານສົກກະປົກ​ໄດ້​ເຫັນ​ພຣະອົງ ພວກມັນ​ກໍ​ຂາບ​ລົງ​ຕໍ່ໜ້າ​ພຣະອົງ ແລະ ຮ້ອງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ”.
12 But he firmly warned them not to reveal him. ແຕ່​ພຣະອົງ​ຫ້າມ​ພວກມັນ​ຢ່າງ​ເດັດຂາດ​ບໍ່​ໃຫ້​ບອກ​ຄົນ​ອື່ນ​ກ່ຽວກັບ​ເລື່ອງ​ຂອງ​ພຣະອົງ.
13 Jesus went up the mountain and called those he wanted; they came to him. ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູເຂົາ​ແຫ່ງ​ໜຶ່ງ ແລະ ເອີ້ນ​ເອົາ​ບັນດາ​ຜູ້​ທີ່​ພຣະອົງ​ຕ້ອງການ​ມາ​ຫາ​ພຣະອົງ, ແລະ ພວກເພິ່ນ​ໄດ້​ມາ​ຫາ​ພຣະອົງ.
14 He appointed twelve, named apostles, so they could be with him and he could send them out to preach, ພຣະອົງ​ໄດ້​ແຕ່ງຕັ້ງ​ສິບສອງ​ຄົນ​ໃຫ້​ເປັນ​ອັກຄະສາວົກ​ໃຫ້​ຢູ່​ກັບ​ພຣະອົງ ແລະ ພຣະອົງ​ຈະ​ໃຊ້​ພວກເພິ່ນ​ອອກ​ໄປ​ປະກາດ,
15 and to have authority to drive out demons. ແລະ ໃຫ້​ພວກເພິ່ນ​ມີ​ສິດອຳນາດ​ທີ່​ຈະ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້.
16 These are the twelve he appointed: Simon, to whom he gave the name Peter; ບັນດາ​ສິບສອງ​ຄົນ​ທີ່​ພຣະອົງ​ໄດ້​ແຕ່ງຕັ້ງ​ມີ​ດັ່ງນີ້: ຊີໂມນ (ພຣະອົງ​ໄດ້​ຕັ້ງ​ຊື່​ໃຫ້​ວ່າ​ເປໂຕ),
17 James son of Zebedee, and John his brother, whom he named Boanerges, meaning Sons of Thunder; ຢາໂກໂບ​ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ຜູ້​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ (ພຣະອົງ​ໄດ້​ຕັ້ງ​ຊື່​ໃຫ້​ທັງ​ສອງ​ຄົນ​ວ່າ​ໂບອະເນເຄ ເຊິ່ງ​ມີ​ຄວາມໝາຍ​ວ່າ​ລູກຟ້າຮ້ອງ),
18 Andrew, Philip, Bartholomew, Matthew, Thomas, James son of Alphaeus, Thaddaeus, Simon the Zealot, ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ທາດາຍ, ຊີໂມນ​ຜູ້ຮັກຊາດ
19 and Judas Iscariot, who betrayed him. ແລະ ຢູດາ​ອິດສະກາຣີອົດ, ຜູ້​ທີ່​ທໍລະຍົດ​ຕໍ່​ພຣະອົງ.
20 He went home; the crowd gathered again, so he and his disciples couldn't even eat. ແລ້ວ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ ແລະ ປະຊາຊົນ​ກໍ​ໄດ້​ມາ​ເຕົ້າໂຮມກັນ​ອີກ​ຈົນ​ພຣະອົງ ແລະ ພວກສາວົກ​ຂອງ​ພຣະອົງ​ບໍ່​ມີ​ເວລາ​ແມ່ນແຕ່​ຈະ​ຮັບປະທານ​ອາຫານ.
21 When his family heard, they went out to restrain him, for they said, "He's out of his mind." ເມື່ອ​ຄົນ​ໃນ​ຄອບຄົວ​ຂອງ​ພຣະອົງ​ໄດ້​ຍິນ​ເລື່ອງ​ນີ້ ພວກເຂົາ​ກໍ​ມາ​ເພື່ອ​ຈະ​ຫ້າມ​ພຣະອົງ​ໄວ້, ເພາະ​ພວກເຂົາ​ເວົ້າ​ວ່າ, “ພຣະອົງ​ເສຍສະຕິ​ໄປ​ແລ້ວ”.
22 The scribes who came down from Jerusalem said, "He has Beelzebul," and, "By the prince of demons he drives out demons." ແລະ ພວກ​ຄູສອນກົດບັນຍັດ​ທີ່​ລົງ​ມາ​ຈາກ​ນະຄອນ​ເຢຣູຊາເລັມ​ໄດ້​ເວົ້າ​ວ່າ, “ຜູ້​ນີ້​ຖືກ​ເບເອນເຊບູນ​ເຂົ້າ​ສິງ​ຢູ່! ໂດຍ​ອຳນາດ​ຂອງ​ນາຍ​ຜີມານຮ້າຍ ລາວ​ຈຶ່ງ​ຂັບໄລ່​ພວກຜີມານຮ້າຍ​ອອກ​ໄດ້”.
23 So Jesus called them to him and spoke in parables: "How can Satan drive out Satan? ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກເຂົາ​ມາ ແລະ ກ່າວ​ກັບ​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ, “ມານຊາຕານ​ຈະ​ຂັບໄລ່​ມານຊາຕານ​ອອກ​ໄດ້​ຢ່າງ​ໃດ?
24 If a kingdom is divided against itself, that kingdom cannot stand. ຖ້າ​ອານາຈັກ​ໃດ​ເກີດ​ແຕກແຍກກັນ​ແລ້ວ ອານາຈັກ​ນັ້ນ​ກໍ​ຕັ້ງ​ຢູ່​ຕໍ່ໄປ​ບໍ່​ໄດ້.
25 And if a house is divided against itself, that house will not be able to stand. ຖ້າ​ເຮືອນ​ຫລັງ​ໃດ​ເກີດ​ແຕກແຍກກັນ ເຮືອນ​ຫລັງນັ້ນ​ກໍ​ຈະ​ຕັ້ງ​ຢູ່​ບໍ່​ໄດ້.
26 And if Satan opposes himself and is divided, he cannot stand; his end has come. ແລະ ຖ້າ​ມານຊາຕານ​ຕໍ່ຕ້ານ​ກັນ​ເອງ ແລະ ແຕກແຍກກັນ, ມັນ​ກໍ​ຕັ້ງ​ຢູ່​ບໍ່​ໄດ້ ຈຸດຈົບ​ຂອງ​ມັນ​ກໍ​ມາ​ເຖິງ​ແລ້ວ.
27 No one can enter a strong man's house and take his goods without first tying up the strong man—then he can plunder the house. ຕາມຄວາມຈິງ​ແລ້ວ ບໍ່​ມີ​ຜູ້ໃດ​ສາມາດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນແຂງແຮງ​ໄດ້ ເວັ້ນໄວ້​ແຕ່​ໄດ້​ມັດ​ຄົນແຂງແຮງ​ນັ້ນ​ໄວ້​ກ່ອນ ແລ້ວ​ຈຶ່ງ​ປຸ້ນ​ເຮືອນ​ຂອງ​ລາວ​ໄດ້.
28 Truly I tell you, all sins and insults against God will be forgiven children of mankind, whatever they say, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ການ​ບາບ ແລະ ຄຳ​ໝິ່ນປະໝາດ​ທຸກຢ່າງ​ທີ່​ມະນຸດ​ກ່າວ​ສາມາດ​ໃຫ້​ອະໄພ​ໄດ້.
29 but whoever blasphemes against the Holy Spirit never has forgiveness; they are guilty of an eternal sin," ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານບໍລິສຸດເຈົ້າ​ຈະ​ບໍ່​ໄດ້​ຮັບ​ການ​ອະໄພ​ຈັກເທື່ອ, ພວກເຂົາ​ໄດ້​ເຮັດ​ຄວາມຜິດ​ອັນ​ເປັນ​ບາບ​ຕິດ​ໂຕ​ຕະຫລອດໄປ”.
30 for they were saying, "He has an unclean spirit." ພຣະອົງ​ກ່າວ​ຢ່າງ​ນີ້​ກໍ​ເພາະ​ພວກເຂົາ​ໄດ້​ເວົ້າ​ວ່າ, “ເພິ່ນ​ມີ​ວິນຍານສົກກະປົກ​ເຂົ້າ​ສິງ​ຢູ່”.
31 His mother and brothers arrived and, standing outside, sent to him, calling him. ແລ້ວ​ມານດາ ແລະ ພວກ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ກໍ​ມາ​ເຖິງ. ພວກເຂົາ​ໄດ້​ຢືນ​ຢູ່​ຂ້າງນອກ ແລະ ໃຊ້​ຄົນ​ເຂົ້າ​ໄປ​ເອີ້ນ​ພຣະອົງ.
32 A crowd sat around him and said to him, "Look, your mother and your brothers are outside, asking for you." ປະຊາຊົນ​ນັ່ງ​ອ້ອມ​ພຣະອົງ​ຢູ່ ແລະ ພວກເຂົາ​ໄດ້​ບອກ​ພຣະອົງ​ວ່າ, “ມານດາ ແລະ ບັນດາ​ນ້ອງຊາຍ​ຂອງ​ທ່ານ​ກຳລັງ​ຊອກຫາ​ທ່ານຢູ່​ທາງນອກ”.
33 He answered them, "Who are my mother and my brothers?" ພຣະອົງ​ຖາມ​ວ່າ, “ຜູ້ໃດ​ເປັນ​ມານດາ ແລະ ຜູ້ໃດ​ເປັນ​ພວກ​ນ້ອງຊາຍ​ຂອງ​ເຮົາ?”
34 Looking around at those sitting in a circle around him, he said, "Here are my mother and my brothers! ແລ້ວ​ພຣະອົງ​ກໍ​ຫລຽວ​ເບິ່ງ​ບັນດາ​ປະຊາຊົນ​ທີ່​ນັ່ງ​ອ້ອມ​ພຣະອົງ​ຢູ່​ນັ້ນ ແລະ ໄດ້​ກ່າວ​ວ່າ, “ນີ້​ຄື​ແມ່ ແລະ ນ້ອງຊາຍ​ຂອງ​ເຮົາ!
35 Whoever does the will of our Father is my brother and sister and mother." ຜູ້ໃດ​ທີ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ຜູ້​ນັ້ນ​ກໍ​ເປັນ​ນ້ອງຊາຍ ແລະ ເປັນ​ນ້ອງສາວ ແລະ ເປັນ​ແມ່​ຂອງ​ເຮົາ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]