Skip to content
The Believer's Library

Biblica® Open Lao Contemporary Version

Mark 2 OLCV

Show OLCV only
Verse × ×
1 A few days later, when Jesus came back to Capernaum, word spread that he was home. ສອງສາມ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ກາເປນາອູມ​ອີກ, ປະຊາຊົນ​ທັງຫລາຍ​ຕ່າງ​ກໍ​ໄດ້​ຍິນ​ຂ່າວ​ວ່າ​ພຣະອົງ​ໄດ້​ມາ​ເຮືອນ.
2 So many gathered that there was no room left, not even at the door, and he was speaking the word to them. ດັ່ງນັ້ນ ປະຊາຊົນ​ຢ່າງ​ຫລວງຫລາຍ​ຈຶ່ງ​ມາ​ເຕົ້າໂຮມກັນ​ຢູ່​ທີ່​ນັ້ນ​ຈົນ​ບໍ່​ມີ​ບ່ອນ​ຫວ່າງ​ແມ່ນແຕ່​ທີ່​ນອກ​ປະຕູ​ທາງເຂົ້າ ແລະ ພຣະອົງ​ໄດ້​ສັ່ງສອນ​ພຣະທຳ​ສູ່​ພວກເຂົາ​ຟັງ.
3 Then some men came, bringing to him a paralyzed man carried by four of them. ມີ​ຊາຍ​ສີ່​ຄົນ​ຫາມ​ຄົນເປ້ຍ​ຜູ້​ໜຶ່ງ​ມາ​ຫາ​ພຣະອົງ.
4 Unable to bring him to Jesus because of the crowd, they removed the roof over him, dug through it, and lowered the mat the paralyzed man lay on. ແຕ່​ພວກເຂົາ​ບໍ່​ສາມາດ​ເຂົ້າ​ໄປ​ຫາ​ພຣະເຢຊູເຈົ້າ​ໄດ້​ເພາະ​ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ, ພວກເຂົາ​ຈຶ່ງ​ຮື້​ຫລັງຄາ​ຊື່​ບ່ອນ​ທີ່​ພຣະອົງ​ກຳລັງ​ສັ່ງສອນ​ຢູ່​ນັ້ນ ແລ້ວ​ຢ່ອນ​ບ່ອນນອນ​ທີ່​ຄົນເປ້ຍ​ນັ້ນ​ນອນ​ຢູ່​ລົງ​ມາ.
5 When Jesus saw their faith, he said to the paralyzed man, "Son, your sins are forgiven." ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ພວກເຂົາ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຄົນເປ້ຍ​ນັ້ນ​ວ່າ, “ລູກ​ເອີຍ, ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ”.
6 Now some of the scribes were sitting there, reasoning in their hearts, ແຕ່​ມີ​ພວກ​ຄູສອນກົດບັນຍັດ​ບາງຄົນ​ທີ່​ນັ່ງ​ຢູ່​ທີ່​ນັ້ນ​ຄິດ​ໃນ​ໃຈ​ວ່າ,
7 "Why does this man speak this way? He is blaspheming! Who can forgive sins but God alone?" “ເປັນຫຍັງ​ຄົນ​ນີ້​ຈຶ່ງ​ເວົ້າ​ຢ່າງ​ນີ້? ລາວ​ກຳລັງ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ! ນອກຈາກ​ພຣະເຈົ້າ​ແລ້ວ ຈະ​ມີ​ຜູ້ໃດ​ສາມາດ​ອະໄພ​ບາບ​ໄດ້?”
8 Immediately Jesus knew in his spirit they were reasoning this way within themselves, and said to them, "Why are you reasoning these things in your hearts? ພຣະເຢຊູເຈົ້າ​ຮູ້​ໃນ​ໃຈ​ຂອງ​ພຣະອົງ​ທັນທີ​ວ່າ​ພວກເຂົາ​ກຳລັງ​ຄິດ​ຫຍັງ​ຢູ່ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ຢ່າງ​ນັ້ນ?
9 Which is easier—telling the paralyzed man, 'Your sins are forgiven,' or, 'Get up, take your mat, and walk'? ອັນໃດ​ຈະ​ງ່າຍ​ກວ່າ​ກັນ​ທີ່​ຈະ​ກ່າວ​ແກ່​ຄົນເປ້ຍ​ນັ້ນ​ວ່າ, ‘ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ’ ຫລື ກ່າວ​ວ່າ ‘ຈົ່ງ​ລຸກຂຶ້ນ, ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ຍ່າງ​ໄປ?’
10 But so you'll know the Son of Man has authority on earth to forgive sins"—he told the paralyzed man, ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ທັງຫລາຍ​ຮູ້​ວ່າ​ບຸດມະນຸດ​ມີ​ສິດອຳນາດ​ໃນ​ໂລກ​ທີ່​ຈະ​ອະໄພ​ຄວາມບາບ” ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ກັບ​ຄົນເປ້ຍ​ນັ້ນ​ວ່າ,
11 "I say to you, get up, take your mat, and go home." “ເຮົາ​ບອກ​ເຈົ້າ​ວ່າ, ຈົ່ງ​ລຸກຂຶ້ນ, ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ເມືອ​ເຮືອນ​ສາ”.
12 He got up, immediately took his mat, and went out before them all, so that everyone was amazed and praised our Father, saying, "We've never seen anything like this." ລາວ​ຈຶ່ງ​ລຸກຂຶ້ນ, ຍົກ​ເອົາ​ບ່ອນນອນ​ຂອງ​ຕົນ ແລະ ກໍ​ຍ່າງ​ອອກ​ໄປ​ຕໍ່ໜ້າ​ຄົນ​ທັງຫລາຍ. ທຸກຄົນ​ຕ່າງ​ກໍ​ປະຫລາດໃຈ ແລະ ສັນລະເສີນ​ພຣະເຈົ້າ ແລະ ເວົ້າ​ວ່າ, “ພວກເຮົາ​ບໍ່​ເຄີຍ​ພົບເຫັນ​ເຫດການ​ຢ່າງ​ນີ້​ຈັກ​ເທື່ອ!”
13 Jesus went out beside the sea again; the whole crowd came to him, and he taught them. ອີກ​ຄັ້ງ​ໜຶ່ງ ພຣະເຢຊູເຈົ້າ​ໄດ້​ອອກ​ໄປ​ທີ່​ແຄມຝັ່ງ​ທະເລສາບ. ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ພາກັນ​ມາ​ຫາ​ພຣະອົງ ແລະ ພຣະອົງ​ໄດ້​ສັ່ງສອນ​ພວກເຂົາ.
14 Passing by, he saw Levi son of Alphaeus sitting at the tax booth and said, "Follow me." He got up and followed him. ໃນຂະນະ​ທີ່​ພຣະອົງ​ຍ່າງ​ໄປ​ຕາມ​ທາງ​ນັ້ນ ພຣະອົງ​ກໍ​ເຫັນ​ເລວີ ລູກຊາຍ​ຂອງ​ອາລະຟາຍ ກຳລັງ​ນັ່ງ​ຢູ່​ດ່ານເກັບພາສີ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ,” ແລ້ວ​ເລວີ​ກໍ​ລຸກຂຶ້ນ ແລະ ຕິດຕາມ​ພຣະອົງ​ໄປ.
15 While Jesus reclined at the table in Levi's house, many tax collectors and sinners reclined with Jesus and his disciples, since many were following him. ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ກິນ​ອາຫານແລງ​ຢູ່​ເຮືອນ​ຂອງ​ເລວີ, ມີ​ຄົນເກັບພາສີ ແລະ ຄົນບາບ​ຫລາຍ​ຄົນ​ກໍ​ໄດ້​ມາ​ຮ່ວມ​ກິນ​ອາຫານ​ກັບ​ພຣະອົງ ແລະ ພວກສາວົກ​ຂອງ​ພຣະອົງ, ເພາະວ່າ​ມີ​ຫລາຍ​ຄົນ​ໄດ້​ຕິດຕາມ​ພຣະອົງ.
16 Seeing him eat with sinners and tax collectors, the Pharisees' scribes asked his disciples, "Why does he eat with tax collectors and sinners?" ເມື່ອ​ພວກ​ຄູສອນກົດບັນຍັດ​ຜູ້​ທີ່​ເປັນ​ຟາຣີຊາຍ​ໄດ້​ເຫັນ​ພຣະອົງ​ກຳລັງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ, ພວກເຂົາ​ຈຶ່ງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ເພິ່ນ​ຈຶ່ງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”
17 Hearing this, Jesus said to them, "The healthy don't need a doctor, but the sick do. I didn't come to call the righteous, but sinners." ເມື່ອ​ໄດ້​ຍິນ​ດັ່ງນີ້, ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ, “ຄົນ​ສຸຂະພາບດີ​ບໍ່​ຕ້ອງການ​ໝໍ, ແຕ່​ຄົນເຈັບ​ຕ້ອງການ​ໝໍ. ເຮົາ​ບໍ່​ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນຊອບທຳ, ແຕ່​ມາ​ເພື່ອ​ເອີ້ນ​ເອົາ​ຄົນບາບ​ທັງຫລາຍ”.
18 John's disciples and the Pharisees were fasting. They came and asked him, "Why do John's disciples and the Pharisees' disciples fast, but yours don't?" ໃນຂະນະ​ນັ້ນ ພວກລູກສິດ​ຂອງ​ໂຢຮັນ ແລະ ພວກ​ຟາຣີຊາຍ ກຳລັງ​ຖືສິນອົດອາຫານ​ຢູ່. ມີ​ບາງຄົນ​ມາ​ຖາມ​ພຣະເຢຊູເຈົ້າ​ວ່າ, “ດ້ວຍເຫດໃດ ພວກລູກສິດ​ຂອງ​ໂຢຮັນ ແລະ ພວກ​ຟາຣີຊາຍ​ຈຶ່ງ​ຖືສິນອົດອາຫານ, ແຕ່​ເປັນຫຍັງ​ພວກສາວົກ​ຂອງ​ທ່ານ​ບໍ່​ຖືສິນອົດອາຫານ?”
19 Jesus said to them, "Can wedding guests fast while the bridegroom is with them? As long as they have the bridegroom with them, they cannot fast. ພຣະເຢຊູເຈົ້າ​ຕອບ​ວ່າ, “ຈະ​ໃຫ້​ແຂກ​ຂອງ​ເຈົ້າ​ບ່າວ​ຖືສິນອົດອາຫານ​ຂະນະ​ທີ່​ເຈົ້າບ່າວ​ຢູ່​ນຳ​ໄດ້​ຢ່າງໃດ? ເມື່ອ​ໃດ​ເຈົ້າບ່າວ​ຍັງ​ຢູ່​ນຳ​ພວກເຂົາ ພວກເຂົາ​ກໍ​ເຮັດ​ຢ່າງ​ນັ້ນ​ບໍ່​ໄດ້.
20 But days will come when the bridegroom is taken from them; then, on that day, they will fast. ແຕ່​ເວລາ​ນັ້ນ​ຈະ​ມາ​ເຖິງ ຄື​ເມື່ອ​ເຈົ້າບ່າວ​ຈະ​ຖືກ​ນໍາ​ໂຕ​ໄປ​ຈາກ​ພວກເຂົາ, ວັນ​ນັ້ນ​ແຫລະ ພວກເຂົາ​ຈະ​ຖືສິນອົດອາຫານ.
21 No one sews unshrunk cloth on an old garment; otherwise the new patch tears away from the old, and the tear worsens. “ບໍ່​ມີ​ຜູ້ໃດ​ທີ່​ເອົາ​ຕ່ອນ​ຜ້າ​ໃໝ່​ໄປ​ຕາບ​ເສື້ອ​ເກົ່າ. ຖ້າ​ເຮັດ​ຢ່າງ​ນັ້ນ​ຜ້າ​ໃໝ່​ຈະ​ຫົດ ແລະ ເຮັດ​ໃຫ້​ເສື້ອ​ເກົ່າ​ຂາດ​ເປັນ​ຮູ​ໃຫຍ່​ຕື່ມ​ອີກ.
22 No one puts new wine into old wineskins; the wine bursts the skins, and both are ruined. New wine goes into new wineskins." ແລະ ບໍ່​ມີ​ຜູ້ໃດ​ທີ່​ຖອກ​ເຫລົ້າອະງຸ່ນໃໝ່​ໃສ່​ຖົງໜັງ​ເກົ່າ. ຖ້າ​ເຮັດ​ຢ່າງ​ນັ້ນ ເຫລົ້າອະງຸ່ນ​ຈະ​ເຮັດ​ໃຫ້​ຖົງໜັງ​ນັ້ນ​ແຕກ ແລະ ເຫລົ້າອະງຸ່ນ​ກັບ​ທັງ​ຖົງ​ກໍ​ຈະ​ເສຍຫາຍ. ບໍ່​ດອກ, ພວກເຂົາ​ຕ້ອງ​ຖອກ​ເຫລົ້າອະງຸ່ນ​ໃໝ່​ໃສ່​ໃນ​ຖົງໜັງ​ໃໝ່​ເທົ່ານັ້ນ”.
23 One Sabbath, he walked through the grainfields, and as they went, his disciples began picking heads of grain. ໃນ​ວັນຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ໄດ້​ຍ່າງ​ຜ່ານ​ທົ່ງນາ, ໃນ​ຂະນະ​ທີ່​ຍ່າງ​ໄປ​ຕາມ​ທາງ​ນັ້ນ ພວກສາວົກ​ຂອງ​ພຣະອົງ​ໄດ້​ເດັດ​ຮວງເຂົ້າ.
24 The Pharisees said to him, "Look, why are they doing what's not lawful on the Sabbath?" ດັ່ງນັ້ນ ພວກ​ຟາຣີຊາຍ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ເບິ່ງ​ແມ, ເປັນຫຍັງ​ພວກເຂົາ​ຈຶ່ງ​ເຮັດ​ສິ່ງ​ທີ່​ຜິດ​ກົດບັນຍັດ​ໃນ​ວັນຊະບາໂຕ?”
25 And he said to them, "Have you never read what David did when he was in need and hungry, he and those with him, ພຣະອົງ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່​ເຄີຍ​ອ່ານ​ໃນ​ສິ່ງ​ທີ່​ດາວິດ ແລະ ຄົນ​ຂອງ​ເພິ່ນ​ໄດ້​ເຮັດ​ເມື່ອ​ເພິ່ນ​ຫິວເຂົ້າ ແລະ ຂັດສົນ​ນັ້ນ​ບໍ?
26 how he entered the house of our Father in the days of Abiathar the high priest, ate the bread of the Presence—which only priests may eat—and gave some to those with him?" ໃນ​ສະໄໝ​ນັ້ນ ແມ່ນ​ອາບີອາທາ​ເປັນ​ມະຫາ​ປະໂລຫິດ, ດາວິດ​ໄດ້​ເຂົ້າ​ໄປ​ໃນ​ທີ່ສະຖິດ​ຂອງ​ພຣະເຈົ້າ ແລະ ກິນ​ເຂົ້າຈີ່​ສັກສິດ, ເຊິ່ງ​ຕາມ​ກົດບັນຍັດ​ແລ້ວ ມີ​ແຕ່​ປະໂລຫິດ​ເທົ່ານັ້ນ​ທີ່​ມີ​ສິດ​ກິນ​ເຂົ້າຈີ່​ນີ້​ໄດ້. ແລະ ດາວິດ​ຍັງ​ໄດ້​ເອົາ​ເຂົ້າຈີ່​ນັ້ນ​ໃຫ້​ຄົນ​ຂອງ​ເພິ່ນ​ກິນ​ນຳ​ອີກ​ດ້ວຍ”.
27 And he said to them, "The Sabbath was made for people, not man for the Sabbath. ແລ້ວ​ພຣະອົງ​ກໍ​ກ່າວ​ກັບ​ພວກເຂົາ​ວ່າ, “ວັນຊະບາໂຕ​ຖືກ​ຕັ້ງ​ໄວ້​ເພື່ອ​ມະນຸດ, ບໍ່​ແມ່ນ​ມະນຸດ​ຖືກ​ຕັ້ງ​ໄວ້​ເພື່ອ​ວັນຊະບາໂຕ.
28 So the Son of Man is Lord even of the Sabbath." ດັ່ງນັ້ນ ບຸດມະນຸດ​ຈຶ່ງ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ວັນຊະບາໂຕ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]