Side by side with the Father's Heart Bible™ ພຣະເຢຊູເຈົ້າຮັກສາຄົນເປ້ຍຜູ້ໜຶ່ງໃຫ້ຫາຍດີ
1ສອງສາມວັນຕໍ່ມາ ພຣະເຢຊູເຈົ້າໄດ້ເຂົ້າໄປໃນເມືອງກາເປນາອູມອີກ, ປະຊາຊົນທັງຫລາຍຕ່າງກໍໄດ້ຍິນຂ່າວວ່າພຣະອົງໄດ້ມາເຮືອນ. 2ດັ່ງນັ້ນ ປະຊາຊົນຢ່າງຫລວງຫລາຍຈຶ່ງມາເຕົ້າໂຮມກັນຢູ່ທີ່ນັ້ນຈົນບໍ່ມີບ່ອນຫວ່າງແມ່ນແຕ່ທີ່ນອກປະຕູທາງເຂົ້າ ແລະ ພຣະອົງໄດ້ສັ່ງສອນພຣະທຳສູ່ພວກເຂົາຟັງ. 3ມີຊາຍສີ່ຄົນຫາມຄົນເປ້ຍຜູ້ໜຶ່ງມາຫາພຣະອົງ. 4ແຕ່ພວກເຂົາບໍ່ສາມາດເຂົ້າໄປຫາພຣະເຢຊູເຈົ້າໄດ້ເພາະມີປະຊາຊົນຈຳນວນຫລວງຫລາຍ, ພວກເຂົາຈຶ່ງຮື້ຫລັງຄາຊື່ບ່ອນທີ່ພຣະອົງກຳລັງສັ່ງສອນຢູ່ນັ້ນ ແລ້ວຢ່ອນບ່ອນນອນທີ່ຄົນເປ້ຍນັ້ນນອນຢູ່ລົງມາ. 5ເມື່ອພຣະເຢຊູເຈົ້າໄດ້ເຫັນຄວາມເຊື່ອຂອງພວກເຂົາ ພຣະອົງຈຶ່ງກ່າວຕໍ່ຄົນເປ້ຍນັ້ນວ່າ, “ລູກເອີຍ, ບາບຂອງເຈົ້າໄດ້ຮັບອະໄພແລ້ວ”.
6ແຕ່ມີພວກຄູສອນກົດບັນຍັດບາງຄົນທີ່ນັ່ງຢູ່ທີ່ນັ້ນຄິດໃນໃຈວ່າ, 7“ເປັນຫຍັງຄົນນີ້ຈຶ່ງເວົ້າຢ່າງນີ້? ລາວກຳລັງເວົ້າໝິ່ນປະໝາດພຣະເຈົ້າ! ນອກຈາກພຣະເຈົ້າແລ້ວ ຈະມີຜູ້ໃດສາມາດອະໄພບາບໄດ້?”
8ພຣະເຢຊູເຈົ້າຮູ້ໃນໃຈຂອງພຣະອົງທັນທີວ່າພວກເຂົາກຳລັງຄິດຫຍັງຢູ່ ພຣະອົງຈຶ່ງກ່າວຕໍ່ພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງຄິດຢ່າງນັ້ນ? 9ອັນໃດຈະງ່າຍກວ່າກັນທີ່ຈະກ່າວແກ່ຄົນເປ້ຍນັ້ນວ່າ, ‘ບາບຂອງເຈົ້າໄດ້ຮັບອະໄພແລ້ວ’ ຫລື ກ່າວວ່າ ‘ຈົ່ງລຸກຂຶ້ນ, ເອົາບ່ອນນອນຂອງເຈົ້າ ແລະ ຍ່າງໄປ?’ 10ແຕ່ເຮົາຢາກໃຫ້ພວກເຈົ້າທັງຫລາຍຮູ້ວ່າບຸດມະນຸດມີສິດອຳນາດໃນໂລກທີ່ຈະອະໄພຄວາມບາບ” ດັ່ງນັ້ນ ພຣະອົງຈຶ່ງກ່າວກັບຄົນເປ້ຍນັ້ນວ່າ, 11“ເຮົາບອກເຈົ້າວ່າ, ຈົ່ງລຸກຂຶ້ນ, ຍົກເອົາບ່ອນນອນຂອງເຈົ້າ ແລະ ເມືອເຮືອນສາ”. 12ລາວຈຶ່ງລຸກຂຶ້ນ, ຍົກເອົາບ່ອນນອນຂອງຕົນ ແລະ ກໍຍ່າງອອກໄປຕໍ່ໜ້າຄົນທັງຫລາຍ. ທຸກຄົນຕ່າງກໍປະຫລາດໃຈ ແລະ ສັນລະເສີນພຣະເຈົ້າ ແລະ ເວົ້າວ່າ, “ພວກເຮົາບໍ່ເຄີຍພົບເຫັນເຫດການຢ່າງນີ້ຈັກເທື່ອ!”
ພຣະເຢຊູເຈົ້າເອີ້ນເອົາເລວີ ແລະ ຮັບປະທານອາຫານຮ່ວມກັບຄົນບາບ
13ອີກຄັ້ງໜຶ່ງ ພຣະເຢຊູເຈົ້າໄດ້ອອກໄປທີ່ແຄມຝັ່ງທະເລສາບ. ປະຊາຊົນຈໍານວນຫລວງຫລາຍໄດ້ພາກັນມາຫາພຣະອົງ ແລະ ພຣະອົງໄດ້ສັ່ງສອນພວກເຂົາ. 14ໃນຂະນະທີ່ພຣະອົງຍ່າງໄປຕາມທາງນັ້ນ ພຣະອົງກໍເຫັນເລວີ ລູກຊາຍຂອງອາລະຟາຍ ກຳລັງນັ່ງຢູ່ດ່ານເກັບພາສີ ພຣະເຢຊູເຈົ້າຈຶ່ງກ່າວກັບລາວວ່າ, “ຈົ່ງຕາມເຮົາມາ,” ແລ້ວເລວີກໍລຸກຂຶ້ນ ແລະ ຕິດຕາມພຣະອົງໄປ.
15ໃນຂະນະທີ່ພຣະເຢຊູເຈົ້າກຳລັງກິນອາຫານແລງຢູ່ເຮືອນຂອງເລວີ, ມີຄົນເກັບພາສີ ແລະ ຄົນບາບຫລາຍຄົນກໍໄດ້ມາຮ່ວມກິນອາຫານກັບພຣະອົງ ແລະ ພວກສາວົກຂອງພຣະອົງ, ເພາະວ່າມີຫລາຍຄົນໄດ້ຕິດຕາມພຣະອົງ. 16ເມື່ອພວກຄູສອນກົດບັນຍັດຜູ້ທີ່ເປັນຟາຣີຊາຍໄດ້ເຫັນພຣະອົງກຳລັງກິນອາຫານຮ່ວມກັບຄົນເກັບພາສີ ແລະ ຄົນບາບ, ພວກເຂົາຈຶ່ງຖາມພວກສາວົກຂອງພຣະອົງວ່າ, “ເປັນຫຍັງເພິ່ນຈຶ່ງກິນອາຫານຮ່ວມກັບຄົນເກັບພາສີ ແລະ ຄົນບາບ?”
17ເມື່ອໄດ້ຍິນດັ່ງນີ້, ພຣະເຢຊູເຈົ້າຈຶ່ງກ່າວກັບພວກເຂົາວ່າ, “ຄົນສຸຂະພາບດີບໍ່ຕ້ອງການໝໍ, ແຕ່ຄົນເຈັບຕ້ອງການໝໍ. ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນຊອບທຳ, ແຕ່ມາເພື່ອເອີ້ນເອົາຄົນບາບທັງຫລາຍ”.
ຄຳຖາມເລື່ອງການຖືສິນອົດອາຫານ
18ໃນຂະນະນັ້ນ ພວກລູກສິດຂອງໂຢຮັນ ແລະ ພວກຟາຣີຊາຍ ກຳລັງຖືສິນອົດອາຫານຢູ່. ມີບາງຄົນມາຖາມພຣະເຢຊູເຈົ້າວ່າ, “ດ້ວຍເຫດໃດ ພວກລູກສິດຂອງໂຢຮັນ ແລະ ພວກຟາຣີຊາຍຈຶ່ງຖືສິນອົດອາຫານ, ແຕ່ເປັນຫຍັງພວກສາວົກຂອງທ່ານບໍ່ຖືສິນອົດອາຫານ?”
19ພຣະເຢຊູເຈົ້າຕອບວ່າ, “ຈະໃຫ້ແຂກຂອງເຈົ້າບ່າວຖືສິນອົດອາຫານຂະນະທີ່ເຈົ້າບ່າວຢູ່ນຳໄດ້ຢ່າງໃດ? ເມື່ອໃດເຈົ້າບ່າວຍັງຢູ່ນຳພວກເຂົາ ພວກເຂົາກໍເຮັດຢ່າງນັ້ນບໍ່ໄດ້. 20ແຕ່ເວລານັ້ນຈະມາເຖິງ ຄືເມື່ອເຈົ້າບ່າວຈະຖືກນໍາໂຕໄປຈາກພວກເຂົາ, ວັນນັ້ນແຫລະ ພວກເຂົາຈະຖືສິນອົດອາຫານ.
21“ບໍ່ມີຜູ້ໃດທີ່ເອົາຕ່ອນຜ້າໃໝ່ໄປຕາບເສື້ອເກົ່າ. ຖ້າເຮັດຢ່າງນັ້ນຜ້າໃໝ່ຈະຫົດ ແລະ ເຮັດໃຫ້ເສື້ອເກົ່າຂາດເປັນຮູໃຫຍ່ຕື່ມອີກ. 22ແລະ ບໍ່ມີຜູ້ໃດທີ່ຖອກເຫລົ້າອະງຸ່ນໃໝ່ໃສ່ຖົງໜັງເກົ່າ. ຖ້າເຮັດຢ່າງນັ້ນ ເຫລົ້າອະງຸ່ນຈະເຮັດໃຫ້ຖົງໜັງນັ້ນແຕກ ແລະ ເຫລົ້າອະງຸ່ນກັບທັງຖົງກໍຈະເສຍຫາຍ. ບໍ່ດອກ, ພວກເຂົາຕ້ອງຖອກເຫລົ້າອະງຸ່ນໃໝ່ໃສ່ໃນຖົງໜັງໃໝ່ເທົ່ານັ້ນ”.
ພຣະເຢຊູເຈົ້າເປັນອົງພຣະຜູ້ເປັນເຈົ້າຂອງວັນຊະບາໂຕ
23ໃນວັນຊະບາໂຕວັນໜຶ່ງ ພຣະເຢຊູເຈົ້າໄດ້ຍ່າງຜ່ານທົ່ງນາ, ໃນຂະນະທີ່ຍ່າງໄປຕາມທາງນັ້ນ ພວກສາວົກຂອງພຣະອົງໄດ້ເດັດຮວງເຂົ້າ. 24ດັ່ງນັ້ນ ພວກຟາຣີຊາຍຈຶ່ງເວົ້າກັບພຣະອົງວ່າ, “ເບິ່ງແມ, ເປັນຫຍັງພວກເຂົາຈຶ່ງເຮັດສິ່ງທີ່ຜິດກົດບັນຍັດໃນວັນຊະບາໂຕ?”
25ພຣະອົງຕອບພວກເຂົາວ່າ, “ພວກເຈົ້າບໍ່ເຄີຍອ່ານໃນສິ່ງທີ່ດາວິດ ແລະ ຄົນຂອງເພິ່ນໄດ້ເຮັດເມື່ອເພິ່ນຫິວເຂົ້າ ແລະ ຂັດສົນນັ້ນບໍ? 26ໃນສະໄໝນັ້ນ ແມ່ນອາບີອາທາເປັນມະຫາປະໂລຫິດ, ດາວິດໄດ້ເຂົ້າໄປໃນທີ່ສະຖິດຂອງພຣະເຈົ້າ ແລະ ກິນເຂົ້າຈີ່ສັກສິດ, ເຊິ່ງຕາມກົດບັນຍັດແລ້ວ ມີແຕ່ປະໂລຫິດເທົ່ານັ້ນທີ່ມີສິດກິນເຂົ້າຈີ່ນີ້ໄດ້. ແລະ ດາວິດຍັງໄດ້ເອົາເຂົ້າຈີ່ນັ້ນໃຫ້ຄົນຂອງເພິ່ນກິນນຳອີກດ້ວຍ”.
27ແລ້ວພຣະອົງກໍກ່າວກັບພວກເຂົາວ່າ, “ວັນຊະບາໂຕຖືກຕັ້ງໄວ້ເພື່ອມະນຸດ, ບໍ່ແມ່ນມະນຸດຖືກຕັ້ງໄວ້ເພື່ອວັນຊະບາໂຕ. 28ດັ່ງນັ້ນ ບຸດມະນຸດຈຶ່ງເປັນອົງພຣະຜູ້ເປັນເຈົ້າຂອງວັນຊະບາໂຕ”.