Skip to content
The Believer's Library

Biblica® Open Lao Contemporary Version

Mark 1 OLCV

Show OLCV only
Verse × ×
1 The beginning of the gospel of Jesus Christ, the Son of our Father. ຂ່າວປະເສີດ​ເລື່ອງ​ພຣະເຢຊູເຈົ້າ​ພຣະເມຊີອາ ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ເລີ່ມຕົ້ນ​ດັ່ງນີ້,
2 As written in Isaiah the prophet: "Look, I send my messenger ahead of you, who will prepare your way. ໃນ​ພຣະທຳ​ເອຊາຢາ​ຜູ້ທຳນວາຍ​ມີ​ຂຽນ​ໄວ້​ວ່າ: “ເຮົາ​ຈະ​ໃຊ້​ທູດ​ຂອງ​ເຮົາ​ໄປ​ກ່ອນໜ້າ​ທ່ານ ເພື່ອ​ຈັດຕຽມ​ຫົນທາງ​ສຳລັບ​ທ່ານ”
3 A voice calling out in the wilderness: 'Prepare the way of the Lord, make his paths straight.'" “ສຽງ​ຂອງ​ຜູ້​ໜຶ່ງ​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ, ຈົ່ງ​ເຮັດ​ຫົນທາງ​ສຳລັບ​ພຣະອົງ​ໃຫ້​ຊື່​ໄປ’ ”.
4 John appeared, baptizing in the wilderness and proclaiming a baptism of repentance for the forgiveness of sins. ແລ້ວ​ໂຢຮັນ​ບັບຕິສະໂຕ​ກໍ​ໄດ້​ປາກົດ​ໂຕ​ໃນ​ຖິ່ນແຫ້ງແລ້ງກັນດານ ແລະ ໄດ້​ເທດສະໜາ​ເລື່ອງ​ການ​ຮັບ​ບັບຕິສະມາ​ທີ່​ສະແດງ​ເຖິງ​ການ​ຖິ້ມໃຈເກົ່າເອົາໃຈໃໝ່ ເພື່ອ​ຮັບ​ການອະໄພ​ບາບ.
5 All Judea and everyone in Jerusalem went out to him, and he baptized them in the Jordan River as they confessed their sins. ປະຊາຊົນ​ທົ່ວ​ແຂວງ​ຢູດາຍ ແລະ ຊາວ​ເຢຣູຊາເລັມ​ທັງໝົດ​ໄດ້​ພາກັນ​ອອກ​ໄປ​ຫາ​ເພິ່ນ. ເມື່ອ​ພວກເຂົາ​ສາລະພາບ​ບາບ​ທັງຫລາຍ​ຂອງ​ຕົນ​ແລ້ວ ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນ້ຳຈໍແດນ.
6 John was dressed in camel's hair, with a leather belt around his waist, eating locusts and wild honey. ໂຢຮັນ​ນຸ່ງເຄື່ອງ​ທີ່​ເຮັດ​ຈາກ​ຂົນ​ອູດ ເພິ່ນ​ຮັດ​ແອວ​ຂອງ​ເພິ່ນ​ດ້ວຍ​ສາຍແອວ​ໜັງ ແລະ ເພິ່ນ​ກິນ​ຕັກແຕນ ແລະ ນ້ຳເຜິ້ງ​ປ່າ.
7 He announced: "After me comes one stronger than I; I'm not worthy to stoop and untie his sandal strap. ແລະ ນີ້​ແມ່ນ​ຂໍ້ຄວາມ​ຂອງ​ເພິ່ນ​ຄື: “ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ, ເຊິ່ງ​ເຮົາ​ບໍ່​ສົມຄວນ​ແມ່ນ​ແຕ່​ຈະ​ກົ້ມລົງ​ແກ້​ສາຍຮັດເກີບ​ຂອງ​ເພິ່ນ.
8 I have baptized you with water, but he will baptize you with the Holy Spirit." ເຮົາ​ໃຫ້​ພວກເຈົ້າ​ທັງຫລາຍ​ບັບຕິສະມາ​ດ້ວຍ​ນ້ຳ ແຕ່​ພຣະອົງ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.
9 In those days Jesus came from Nazareth of Galilee and was baptized by John in the Jordan. ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ມາ​ຈາກ​ບ້ານ​ນາຊາເຣັດ​ໃນ​ແຂວງ​ຄາລີເລ ແລະ ຮັບ​ບັບຕິສະມາ​ຈາກ​ໂຢຮັນ​ໃນ​ແມ່ນ້ຳຈໍແດນ.
10 Immediately, as he came up out of the water, he saw the heavens split open and the Holy Spirit come down on him like a dove. ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຂຶ້ນ​ຈາກ​ນ້ຳ​ນັ້ນ, ພຣະອົງ​ກໍ​ເຫັນ​ສະຫວັນ​ເປີດ​ອອກ ແລະ ມີ​ພຣະວິນຍານບໍລິສຸດເຈົ້າ​ເໝືອນດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.
11 And a voice came from heaven: "You are my beloved Son; in you I delight." ແລ້ວ​ມີ​ສຽງ​ໜຶ່ງ​ມາ​ຈາກ​ສະຫວັນ​ວ່າ: “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ ເຮົາ​ພໍໃຈ​ທ່ານ​ຫລາຍ”.
12 And immediately the Holy Spirit drove him out into the wilderness. ໃນທັນໃດ​ນັ້ນ ພຣະວິນຍານບໍລິສຸດເຈົ້າ​ໄດ້​ພາ​ພຣະອົງ​ເຂົ້າໄປ​ໃນ​ຖິ່ນແຫ້ງແລ້ງກັນດານ,
13 He was in the wilderness forty days, tempted by Satan, with the wild animals, and the angels served him. ພຣະອົງ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ເປັນ​ເວລາ​ສີ່ສິບ​ວັນ, ຖືກ​ທົດລອງ​ໂດຍ​ມານຊາຕານ. ພຣະອົງ​ຢູ່​ກັບ​ສັດ​ປ່າ ແລະ ບັນດາ​ເທວະດາ​ໄດ້​ມາ​ບົວລະບັດ​ພຣະອົງ.
14 Now after John was arrested, Jesus came into Galilee, proclaiming the gospel of our Father, ຫລັງ​ຈາກ​ໂຢຮັນ​ຖືກ​ຂັງຄຸກ​ແລ້ວ ພຣະເຢຊູເຈົ້າ​ໄດ້​ໄປ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຄາລີເລ.
15 and saying, "The time is fulfilled, and our Father's kingdom is near; repent and believe the good news." ພຣະອົງ​ກ່າວ​ວ່າ, “ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາ​ເຖິງ​ແລ້ວ ແລະ ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ແລ້ວ. ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ເຊື່ອ​ໃນ​ຂ່າວປະເສີດ!”
16 Passing the Sea of Galilee, he saw Simon and his brother Andrew casting a net in the sea, for they were fishermen. ຂະນະ​ທີ່​ພຣະເຢຊູເຈົ້າ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ຢູ່​ນັ້ນ, ພຣະອົງ​ໄດ້​ເຫັນ​ຊີໂມນ ແລະ ນ້ອງຊາຍ​ຂອງ​ເພິ່ນ​ຊື່​ວ່າ​ອັນເດອາ ກຳລັງ​ຢ່ອນມອງ​ຢູ່​ໃນ​ທະເລສາບ, ເພາະ​ພວກເພິ່ນ​ເປັນ​ຄົນຫາປາ.
17 And Jesus said to them, "Follow me, and I will make you become fishers of people." ພຣະເຢຊູເຈົ້າ​ກ່າວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ ເຮົາ​ຈະ​ໃຊ້​ພວກເຈົ້າ​ໃຫ້​ເປັນ​ຜູ້​ຫາ​ຄົນ”.
18 And immediately they left their nets and followed him. ໃນທັນໃດ​ນັ້ນ ພວກເພິ່ນ​ກໍ​ປະ​ມອງ​ຂອງ​ຕົນ ແລະ ຕິດຕາມ​ພຣະອົງ​ໄປ.
19 Going a little farther, he saw James son of Zebedee and John his brother in their boat, mending the nets. ເມື່ອ​ພຣະອົງ​ເດີນ​ທາງ​ໄປ​ອີກ​ໜ້ອຍ​ໜຶ່ງ ພຣະອົງ​ກໍ​ເຫັນ​ຢາໂກໂບ​ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ຜູ້​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ ກຳລັງ​ແປງ​ມອງ​ຂອງ​ຕົນ​ຢູ່​ໃນ​ເຮືອ.
20 At once he called them; leaving their father Zebedee in the boat with the hired hands, they followed him. ພໍ​ພຣະເຢຊູເຈົ້າ​ເຫັນ​ຈຶ່ງ​ເອີ້ນ​ເອົາ​ພວກເພິ່ນ​ທັນທີ ແລະ ພວກເພິ່ນ​ຈຶ່ງ​ປະ​ພໍ່​ຂອງ​ຕົນ​ຄື​ເຊເບດາຍ ແລະ ລູກຈ້າງ​ໄວ້​ໃນ​ເຮືອ​ແລ້ວ​ຕິດຕາມ​ພຣະອົງ​ໄປ.
21 They went to Capernaum. At once, on the Sabbath, he entered the synagogue and began teaching. ພຣະເຢຊູເຈົ້າ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ໄດ້​ໄປ​ຍັງ​ເມືອງ​ກາເປນາອູມ, ແລະ ເມື່ອ​ເຖິງ​ວັນຊະບາໂຕ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ໄດ້​ເລີ່ມຕົ້ນ​ສັ່ງສອນ.
22 They were amazed at his teaching, for he taught them with authority, not like the scribes. ປະຊາຊົນ​ໄດ້​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ, ເພາະວ່າ​ພຣະອົງ​ໄດ້​ສັ່ງສອນ​ພວກເຂົາ​ເໝືອນ​ຜູ້​ມີ​ສິດອຳນາດ, ບໍ່​ເໝືອນ​ກັບ​ພວກ​ຄູສອນກົດບັນຍັດ.
23 And immediately there was in their synagogue a man with an unclean spirit, and he cried out. ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ທຳມະສາລາ​ທີ່​ໄດ້​ຖືກ​ວິນຍານສົກກະປົກ​ເຂົ້າ​ສິງ​ຢູ່ ແລະ ຮ້ອງ​ຂຶ້ນ​ວ່າ,
24 Why meddle with us, Jesus of Nazareth? Have you come to destroy us? I know who you are—God's Holy One! “ເຢຊູ​ຊາວ​ນາຊາເຣັດ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ພວກຂ້ານ້ອຍ? ທ່ານ​ມາ​ເພື່ອ​ທຳລາຍ​ພວກຂ້ານ້ອຍ​ບໍ? ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເປັນ​ຜູ້ໃດ ທ່ານ​ຄື​ອົງ​ບໍລິສຸດ​ຂອງ​ພຣະເຈົ້າ!”
25 But Jesus rebuked him, saying, "Be silent, and come out of him!" ພຣະເຢຊູເຈົ້າ​ສັ່ງ​ວິນຍານສົກກະປົກ​ຢ່າງ​ເດັດຂາດ​ວ່າ, “ມິດງຽບ! ຈົ່ງ​ອອກ​ມາ​ຈາກ​ລາວ​ດຽວ​ນີ້!”
26 And the unclean spirit, convulsing him and crying out with a loud voice, came out of him. ວິນຍານສົກກະປົກ​ໄດ້​ເຮັດ​ໃຫ້​ຊາຍ​ຄົນ​ນັ້ນ​ຊັກດິ້ນ​ຢ່າງ​ຮຸນແຮງ ແລ້ວ​ຮ້ອງ​ສຽງດັງ ແລະ ກໍ​ອອກ​ໄປ​ຈາກ​ລາວ.
27 All were amazed, and they questioned each other: "What is this? A new teaching with authority - he commands even the unclean spirits, and they obey him!" ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ນີ້​ແມ່ນ​ຫຍັງ? ເປັນ​ຄຳສັ່ງສອນ​ໃໝ່ ແລະ ທັງ​ຍັງ​ມີ​ສິດອຳນາດ! ທ່ານ​ຜູ້​ນີ້​ສັ່ງ​ວິນຍານສົກກະປົກ ແລະ ພວກມັນ​ກໍ​ຍອມ​ເຊື່ອຟັງ​ເພິ່ນ”.
28 And at once his fame spread everywhere throughout all the surrounding region of Galilee. ຊື່ສຽງ​ຂອງ​ພຣະອົງ​ຈຶ່ງ​ແຜ່​ໄປ​ທົ່ວ​ແຂວງ​ຄາລີເລ​ຢ່າງ​ວ່ອງໄວ.
29 Immediately he left the synagogue and went to Simon and Andrew's house, with James and John. ໃນ​ທັນທີ​ທີ່​ພວກເພິ່ນ​ອອກ​ຈາກ​ທຳມະສາລາ ພວກເພິ່ນ​ກໍ​ໄປ​ກັບ​ຢາໂກໂບ ແລະ ໂຢຮັນ ໄປ​ທີ່​ເຮືອນ​ຂອງ​ຊີໂມນ ແລະ ອັນເດອາ.
30 Now Simon's mother-in-law lay sick with a fever, and immediately they told him about her. ແມ່​ເມຍ​ຂອງ​ຊີໂມນ​ນອນ​ເປັນ​ໄຂ້​ຢູ່​ເທິງ​ຕຽງ, ພວກເຂົາ​ຈຶ່ງ​ບອກ​ເລື່ອງ​ຂອງ​ນາງ​ໃຫ້​ພຣະອົງ​ຮູ້​ທັນທີ.
31 He came, took her hand, raised her up. The fever left her, and she served them. ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າ​ໄປ​ໃກ້ ແລະ ຈັບ​ມື​ຂອງ​ນາງ ແລະ ຊ່ວຍ​ນາງ​ໃຫ້​ລຸກຂຶ້ນ. ໃນທັນໃດ​ນັ້ນ ໄຂ້​ກໍ​ຫາຍ ແລະ ນາງ​ຈຶ່ງ​ເຝົ້າ​ຮັບໃຊ້​ພວກເພິ່ນ.
32 That evening, when the sun set, they brought him all who were sick and those oppressed by demons. ຕອນແລງ​ວັນ​ນັ້ນ​ຫລັງຈາກ​ຕາເວັນ​ຕົກດິນ ປະຊາຊົນ​ກໍ​ໄດ້​ພາ​ບັນດາ​ຄົນ​ທີ່​ເຈັບປ່ວຍ ແລະ ຄົນ​ທີ່​ຖືກ​ຜີມານຮ້າຍ​ເຂົ້າສິງ​ມາ​ຫາ​ພຣະເຢຊູເຈົ້າ.
33 And the whole city was gathered together at the door. ຄົນ​ເມືອງ​ທັງໝົດ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ປະຕູ,
34 He healed many sick with various diseases and drove out many demons, not letting the demons speak, since they knew him. ແລະ ພຣະເຢຊູເຈົ້າ​ໄດ້​ຮັກສາ​ຫລາຍ​ຄົນ​ທີ່​ເຈັບໄຂ້​ໄດ້​ປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ໃຫ້​ຫາຍດີ. ພຣະອົງ​ຍັງ​ໄດ້​ຂັບໄລ່​ຜີມານຮ້າຍ​ຫລາຍ​ໂຕ​ອອກ​ໄປ, ແຕ່​ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜີມານຮ້າຍ​ທັງຫລາຍ​ເວົ້າ​ຫຍັງ​ຈັກ​ຄຳ ເພາະ​ພວກມັນ​ຮູ້​ວ່າ​ພຣະອົງ​ເປັນ​ຜູ້ໃດ.
35 Long before dawn, while still dark, he got up, went out to a deserted place, and prayed there. ໃນ​ເວລາ​ເຊົ້າ​ມືດ ພຣະເຢຊູເຈົ້າ​ໄດ້​ລຸກຂຶ້ນ, ແລ້ວ​ອອກ​ຈາກ​ເຮືອນ​ໄປ​ຍັງ​ບ່ອນ​ທີ່​ງຽບສະຫງົບ ບ່ອນ​ທີ່​ພຣະອົງ​ໄດ້​ອະທິຖານ​ນັ້ນ.
36 And Simon and those who were with him searched for him, ຊີໂມນ ແລະ ເພື່ອນ​ທີ່​ຢູ່​ນຳ​ກັນ​ກໍ​ໄດ້​ອອກ​ໄປ​ຊອກຫາ​ພຣະອົງ,
37 and they found him and said to him, "Everyone is looking for you." ເມື່ອ​ພົບ​ແລ້ວ ພວກເພິ່ນ​ກໍ​ຮ້ອງ​ອອກ​ມາ​ວ່າ: “ທຸກຄົນ​ກຳລັງ​ຊອກຫາ​ທ່ານ​ຢູ່!”
38 He said, "Let us go elsewhere, to the neighboring towns, so I can preach there too, for that is why I came." ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ພວກເພິ່ນ​ວ່າ, “ໃຫ້​ພວກເຮົາ​ໄປ​ຍັງ​ບ່ອນ​ອື່ນໆ​ໃນ​ຂົງເຂດ​ໃກ້ຄຽງ​ນີ້ ເພື່ອ​ເຮົາ​ຈະ​ໄດ້​ປະກາດ​ຂ່າວປະເສີດ​ຢູ່​ທີ່​ນັ້ນ​ດ້ວຍ. ເຮົາ​ໄດ້​ມາ​ກໍ​ເພື່ອ​ພາລະກິດ​ນີ້​ແຫລະ”.
39 And he went throughout all Galilee, preaching in their synagogues and casting out demons. ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ ໄດ້​ເທດສະໜາ​ໃນ​ທຳມະສາລາ ແລະ ຂັບໄລ່​ຜີມານຮ້າຍ​ທັງຫລາຍ​ໃຫ້​ອອກ​ໄປ.
40 A man with leprosy came, knelt, and begged him, "If you're willing, you can make me clean." ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດຂີ້ທູດ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ຄຸເຂົ່າ​ລົງ​ອ້ອນວອນ​ຂໍ​ພຣະອົງ​ວ່າ, “ຖ້າ​ພຣະອົງ​ເຕັມໃຈ ພຣະອົງ​ກໍ​ສາມາດ​ເຮັດ​ໃຫ້​ຂ້ານ້ອຍ​ດີ​ສະອາດ​ໄດ້”.
41 Moved with deep compassion, he stretched out his hand, touched him, and said to him, "I am willing; be clean." ພຣະເຢຊູເຈົ້າ​ໃຈຮ້າຍ. ພຣະອົງ​ເດ່​ມື​ອອກ​ໄປ​ແຕະຕ້ອງ​ລາວ ແລະ ກ່າວ​ວ່າ, “ເຮົາ​ພໍໃຈ​ຈະ​ຮັກສາ ຈົ່ງ​ດີ​ສະອາດ​ສາ!”
42 And immediately the leprosy left him, and he was made clean. ໃນທັນໃດ​ນັ້ນ ພະຍາດ​ຂີ້ທູດ​ກໍ​ຫາຍ​ໄປ​ຈາກ​ຊາຍ​ຄົນ​ນີ້ ແລະ ລາວ​ຈຶ່ງ​ດີ​ສະອາດ.
43 Sternly warning him, he sent him away at once, ແລ້ວ​ພຣະເຢຊູເຈົ້າ​ໄດ້​ສົ່ງ​ລາວ​ໜີ​ໄປ​ທັນທີ ພ້ອມ​ກັບ​ເຕືອນ​ຢ່າງ​ເຂັ້ມງວດ​ວ່າ:
44 and told him, "Make sure you tell no one—but go, show yourself to the priest, and offer what Moses commanded for your cleansing, as proof to the people." “ຈົ່ງ​ລະວັງ​ຢ່າ​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ ແຕ່​ຈົ່ງ​ໄປ​ສະແດງ​ໂຕ​ຕໍ່​ປະໂລຫິດ ແລະ ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້, ເພື່ອ​ເປັນ​ພະຍານ​ໃຫ້​ແກ່​ຄົນ​ທັງຫລາຍ​ວ່າ​ເຈົ້າ​ດີ​ສະອາດ​ແລ້ວ”.
45 But he went out, proclaiming it freely and spreading the news, so Jesus could no longer enter a town openly, but stayed in lonely places. Yet people came to him from everywhere. ແຕ່​ພໍ​ຊາຍ​ຄົນ​ນີ້​ຈາກ​ໄປ​ແລ້ວ ລາວ​ພັດ​ໄປ​ປະກາດ​ເລື່ອງ​ນີ້​ໃຫ້​ແຜ່ກະຈາຍ​ໄປ​ທົ່ວ​ທຸກ​ບ່ອນ ຍ້ອນ​ຂ່າວ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ເມືອງ​ໄດ້​ຢ່າງ​ເປີດເຜີຍ​ອີກ​ຕໍ່​ໄປ ແຕ່​ພຣະອົງ​ໄດ້​ອາໄສ​ຢູ່​ນອກ​ເມືອງ​ໃນ​ບ່ອນ​ປ່ຽວ. ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະອົງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]