Skip to content
The Believer's Library

Biblica® Open Lao Contemporary Version

Matthew 28 OLCV

Show OLCV only
Verse × ×
1 After the Sabbath, at dawn on the first day of the week, Mary Magdalene and the other Mary came to see the tomb. ຫລັງຈາກ​ວັນຊະບາໂຕ, ເວລາ​ຮຸ່ງເຊົ້າ​ວັນ​ຕົ້ນ​ສັບປະດາ ມາຣີ​ຊາວ​ມັກດາລາ ແລະ ມາຣີ​ຄົນ​ໜຶ່ງ​ອີກ​ໄດ້​ໄປ​ເບິ່ງ​ທີ່​ອຸບມຸງ.
2 Suddenly a great earthquake struck, for an angel of our Father came down from heaven, rolled back the stone, and sat on it. ເກີດ​ແຜ່ນດິນໄຫວ​ຢ່າງ​ຮຸນແຮງ ເພາະ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ລົງມາ​ຈາກ​ສະຫວັນ ແລະ ໄປ​ທີ່​ອຸບມຸງ, ກຶ່ງ​ກ້ອນຫີນ​ອອກ​ຈາກ​ປາກ​ອຸບມຸງ​ແລ້ວ​ນັ່ງ​ຢູ່​ເທິງ​ກ້ອນຫີນ​ນັ້ນ.
3 His appearance was like lightning, and his clothing white as snow. ເທວະດາ​ຕົນ​ນີ້​ມີ​ລັກສະນະ​ເໝືອນ​ແສງຟ້າແມບ, ເຄື່ອງນຸ່ງ​ກໍ​ຂາວ​ເໝືອນ​ຫິມະ.
4 The guards trembled in fear of him and became like dead men. ພວກຄົນຍາມ​ທີ່​ເຝົ້າ​ຢູ່​ກໍ​ຢ້ານ​ເທວະດາ​ຕົນ​ນັ້ນ​ຈົນ​ໂຕສັ່ນ ແລະ ກາຍເປັນ​ເໝືອນ​ຄົນຕາຍ.
5 But the angel said to the women, "Don't be afraid, for I know you're looking for Jesus, who was crucified. ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ພວກແມ່ຍິງ​ວ່າ, “ຢ່າ​ຢ້ານ​ເລີຍ, ເພາະ​ເຮົາ​ຮູ້​ວ່າ​ພວກເຈົ້າ​ມາ​ຊອກຫາ​ພຣະເຢຊູເຈົ້າ​ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.
6 He isn't here—he's risen, as he said. Come, see the place where he was lying. ພຣະອົງ​ບໍ່​ໄດ້​ຢູ່​ທີ່​ນີ້ ພຣະອົງ​ເປັນຄືນມາ​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ຈົ່ງ​ມາ​ເບິ່ງ​ບ່ອນ​ທີ່​ພວກເຂົາ​ວາງ​ຮ່າງກາຍ​ຂອງ​ພຣະອົງ​ໄວ້.
7 Go quickly, tell his disciples: He has risen from the dead. Look, he is going ahead of you to Galilee; you will see him there. Listen, I have told you." ແລ້ວ​ຈົ່ງ​ຟ້າວ​ໄປ​ບອກ​ພວກສາວົກ​ຂອງ​ພຣະອົງ​ວ່າ, ‘ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ ແລະ ກຳລັງ​ໄປ​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ. ພວກເຈົ້າ​ຈະ​ເຫັນ​ພຣະອົງ​ໃນ​ທີ່​ນັ້ນ’. ບັດນີ້ ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ”.
8 So they left the tomb quickly, with fear and great joy, and ran to tell his disciples. ດັ່ງນັ້ນ ແມ່ຍິງ​ເຫລົ່ານັ້ນ​ຈຶ່ງ​ຟ້າວ​ອອກໄປ​ຈາກ​ອຸບມຸງ, ທັງ​ຢ້ານ​ທັງ​ຊື່ນຊົມຍິນດີ​ຫລາຍ ແລະ ແລ່ນ​ໄປ​ບອກ​ພວກສາວົກ​ຂອງ​ພຣະອົງ.
9 Suddenly Jesus met them, saying, "Greetings!" They came to him, grasped his feet, and worshiped him. ໃນ​ທັນໃດ​ນັ້ນ ພຣະເຢຊູເຈົ້າ​ໄດ້​ມາ​ພົບ​ພວກເຂົາ ແລະ​ກ່າວ​ທັກທາຍ​ພວກເຂົາ. ພວກເຂົາ​ກໍ​ເຂົ້າມາ​ຫາ​ພຣະອົງ ແລະ ຈັບ​ຕີນ​ຂອງ​ພຣະອົງ ແລະ ຂາບລົງ​ນະມັດສະການ​ພຣະອົງ.
10 Then Jesus told them, "Don't be afraid. Go, tell my brothers to leave for Galilee—they will see me there." ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ຢ່າ​ຢ້ານ​ເລີຍ, ຈົ່ງ​ໄປ​ບອກ​ບັນດາ​ພີ່ນ້ອງ​ຂອງ​ເຮົາ​ໃຫ້​ໄປ​ຍັງ​ແຂວງ​ຄາລີເລ, ພວກເຂົາ​ຈະ​ເຫັນ​ເຮົາ​ຢູ່​ທີ່​ນັ້ນ”.
11 While on the way, some guards entered the city and reported to the chief priests all that had happened. ໃນ​ຂະນະ​ທີ່​ແມ່ຍິງ​ເຫລົ່ານັ້ນ​ກຳລັງ​ເດີນທາງ​ໄປ, ຄົນຍາມ​ບາງຄົນ​ໄດ້​ເຂົ້າ​ໄປ​ໃນ​ເມືອງ ແລະ ໄດ້​ລາຍງານ​ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ​ຕໍ່​ພວກຫົວໜ້າ​ປະໂລຫິດ.
12 After meeting with the elders and forming a plan, they paid the soldiers a large sum, ເມື່ອ​ພວກຫົວໜ້າ​ປະໂລຫິດ​ໄດ້​ປະຊຸມກັນ​ກັບ​ພວກ​ເຖົ້າແກ່ ແລະ ວາງແຜນການ​ແລ້ວ, ພວກເຂົາ​ກໍ​ເອົາ​ເງິນ​ຈໍານວນຫລາຍ​ໃຫ້​ພວກທະຫານ
13 telling them, "Say: His disciples came at night and stole him while we slept. ພ້ອມ​ທັງ​ສັ່ງ​ວ່າ, “ພວກເຈົ້າ​ຈົ່ງ​ເວົ້າ​ວ່າ, ‘ພວກສາວົກ​ໄດ້​ມາ​ລັກເອົາ​ສົບ​ໄປ​ໃນ​ຕອນກາງຄືນ​ໃນ​ຂະນະ​ທີ່​ພວກເຮົາ​ນອນຫລັບ​ຢູ່’.
14 If this reaches the governor, we'll persuade him and keep you free of trouble." ຖ້າ​ເລື່ອງ​ນີ້​ຮູ້​ໄປ​ເຖິງ​ຜູ້ປົກຄອງ ພວກເຮົາ​ຈະ​ເວົ້າ​ແກ້ໂຕ​ກັບ​ເພິ່ນ ແລະ ປ້ອງກັນ​ພວກເຈົ້າ​ບໍ່​ໃຫ້​ມີ​ບັນຫາ”.
15 They took the money and did as they were told; this report spread among the Jews to this day. ດັ່ງນັ້ນ ພວກທະຫານ​ຈຶ່ງ​ຮັບເງິນ ແລະ ພາກັນ​ເຮັດ​ຕາມ​ຄຳແນະນໍາ​ນັ້ນ. ແລ້ວ​ເລື່ອງ​ນີ້​ໄດ້​ຖືກ​ເຜີຍແຜ່​ໄປ​ຢ່າງ​ກວ້າງຂວາງ​ໃນ​ທ່າມກາງ​ຊາວຢິວ​ຈົນ​ເຖິງ​ທຸກ​ວັນ​ນີ້.
16 Then the eleven disciples went to Galilee, to the mountain where Jesus had directed them. ແລ້ວ​ພວກສາວົກ​ທັງ​ສິບເອັດ​ຄົນ​ຈຶ່ງ​ໄປ​ທີ່​ແຂວງ​ຄາລີເລ, ໄປ​ທີ່​ພູເຂົາ​ບ່ອນ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ​ພວກເພິ່ນ​ໄວ້.
17 When they saw him, they worshiped him, but some doubted. ເມື່ອ​ພວກເພິ່ນ​ໄດ້​ເຫັນ​ພຣະອົງ​ແລ້ວ ພວກເພິ່ນ​ກໍ​ຂາບ​ລົງ​ນະມັດສະການ​ພຣະອົງ ແຕ່​ບາງຄົນ​ໃນ​ພວກເພິ່ນ​ຍັງ​ສົງໄສ​ຢູ່.
18 Jesus came and said to them, "All authority in heaven and on earth has been given to me. ແລ້ວ​ພຣະເຢຊູເຈົ້າ​ເຂົ້າ​ມາ​ຫາ​ພວກເພິ່ນ ແລະ ກ່າວ​ວ່າ, “ສິດອຳນາດ​ທັງໝົດ​ໃນ​ສະຫວັນ ແລະ ໃນ​ແຜ່ນດິນໂລກ​ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.
19 Therefore go and make disciples of all nations, baptizing them in the name of the Father and of the Son and of the Holy Spirit, ເຫດສະນັ້ນ ຈົ່ງ​ໄປ ແລະ ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ, ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ນາມ​ແຫ່ງ​ພຣະບິດາ ພຣະບຸດ ແລະ ພຣະວິນຍານບໍລິສຸດເຈົ້າ,
20 teaching them to obey all I've commanded you. Remember, I'm with you always, to the end of the age." ສັ່ງສອນ​ພວກເຂົາ​ໃຫ້​ເຊື່ອຟັງ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ. ແລະ ແນ່ນອນ ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນຍຸກ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]