Skip to content
The Believer's Library

Biblica® Open Lao Contemporary Version

Mark 6 OLCV

Show OLCV only
Verse × ×
1 He went out from there and came to his hometown, and his disciples followed him. ພຣະເຢຊູເຈົ້າ​ອອກ​ຈາກ​ທີ່​ນັ້ນ ແລະ ກັບ​ໄປ​ຍັງ​ບ້ານເກີດ​ຂອງ​ພຣະອົງ, ໂດຍ​ມີ​ພວກສາວົກ​ຂອງ​ພຣະອົງ​ຕິດຕາມ​ໄປ​ນຳ.
2 On the Sabbath he began teaching in the synagogue. Many who heard were amazed: "Where did this man get this? What wisdom is this, given to him? How do such miracles happen through his hands? ເມື່ອ​ເຖິງ​ວັນຊະບາໂຕ, ພຣະອົງ​ກໍ​ໄດ້​ເລີ່ມຕົ້ນ​ສັ່ງສອນ​ໃນ​ທຳມະສາລາ ແລະ ຫລາຍ​ຄົນ​ທີ່​ໄດ້​ຟັງ​ພຣະອົງ​ຕ່າງ​ກໍ​ປະຫລາດໃຈ. ພວກເຂົາ​ຖາມ​ວ່າ, “ຊາຍ​ຄົນ​ນີ້​ເອົາ​ຄຳສັ່ງສອນ​ເຫລົ່ານີ້​ມາ​ແຕ່​ໃສ? ສະຕິປັນຍາ​ທີ່​ລາວ​ໄດ້​ຮັບ​ນີ້​ແມ່ນ​ສະຕິປັນຍາ​ຢ່າງ​ໃດ, ຈຶ່ງ​ເຮັດ​ການ​ອັດສະຈັນ​ໄດ້!
3 Isn't this the carpenter, Mary's son, brother of James, Joses, Judas, and Simon? Aren't his sisters here with us?" They were offended by him. ລາວ​ເປັນ​ຊ່າງໄມ້​ບໍ່​ແມ່ນ​ບໍ? ລາວ​ເປັນ​ລູກຊາຍ​ຂອງ​ນາງ​ມາຣີ ເປັນ​ອ້າຍ​ຂອງ​ຢາໂກໂບ, ໂຢເຊັບ, ຢູດາ ແລະ ຊີໂມນ​ບໍ່​ແມ່ນ​ບໍ? ພວກ​ນ້ອງສາວ​ຂອງ​ລາວ​ກໍ​ຢູ່​ກັບ​ພວກເຮົາ​ບໍ່​ແມ່ນ​ບໍ?” ແລ້ວ​ພວກເຂົາ​ທັງຫລາຍ​ຈຶ່ງ​ບໍ່​ພໍໃຈ​ພຣະອົງ.
4 Jesus said to them, "A prophet lacks honor only in his hometown, among his relatives, and in his own household." ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຜູ້ທຳນວາຍ​ບໍ່​ໄດ້​ຂາດ​ຄວາມນັບຖື​ໃນ​ທຸກ​ບ່ອນ ເວັ້ນໄວ້​ແຕ່​ໃນ​ບ້ານເມືອງ, ບັນດາ​ຍາດພີ່ນ້ອງ ແລະ ໃນ​ຄອບຄົວ​ຂອງ​ຕົນ​ເອງ”.
5 He could do no miracle there, except laying hands on a few sick and healing them. ພຣະອົງ​ບໍ່​ສາມາດ​ເຮັດ​ການ​ອັດສະຈັນ​ໃດໆ​ຢູ່​ທີ່​ນັ້ນ, ນອກຈາກ​ພຣະອົງ​ໄດ້​ວາງມື​ໃສ່​ຄົນ​ເຈັບໄຂ້ໄດ້ປ່ວຍ​ບາງຄົນ ແລະ ຮັກສາ​ພວກເຂົາ​ໃຫ້​ຫາຍດີ.
6 He was amazed at their lack of faith. Then he went around the villages teaching. ແລະ ພຣະອົງ​ປະຫລາດໃຈ​ໃນ​ຄວາມ​ບໍ່ເຊື່ອ​ຂອງ​ພວກເຂົາ. ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ໄດ້​ສັ່ງສອນ​ຕາມ​ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມຮອບ​ເຂດ​ນັ້ນ.
7 He called the twelve and began sending them out two by two, giving them authority over unclean spirits. ພຣະອົງ​ໄດ້​ເອີ້ນ​ສາວົກ​ສິບສອງ​ຄົນ​ມາ ແລະ ເລີ່ມ​ໃຊ້​ພວກເພິ່ນ​ອອກໄປ​ເປັນ​ຄູ່ໆ ໂດຍ​ໃຫ້​ພວກເພິ່ນ​ມີ​ສິດອຳນາດ​ເໜືອ​ວິນຍານສົກກະປົກ​ທັງຫລາຍ.
8 He ordered them to take only a staff for the road—no bread, no bag, no money in their belts, ນີ້​ແມ່ນ​ຄຳແນະນໍາ​ຂອງ​ພຣະອົງ​ຄື: “ບໍ່​ຕ້ອງ​ເອົາ​ສິ່ງໃດ​ຕິດໂຕ​ໄປ​ໃນ​ການເດີນທາງ​ນອກຈາກ​ໄມ້ຄ້ອນເທົ້າ​ເທົ່ານັ້ນ, ບໍ່​ຕ້ອງ​ເອົາ​ອາຫານ, ຖົງ ຫລື ເງິນ​ໃສ່​ໃນ​ສາຍແອວ​ໄປ​ນຳ.
9 but to wear sandals and not put on two tunics. ຈົ່ງ​ໃສ່​ເກີບ ແຕ່​ບໍ່​ຕ້ອງ​ຕຽມ​ເສື້ອ​ອີກ​ໂຕ​ໜຶ່ງ​ໄປ​ນຳ.
10 And he said to them, "Wherever you enter a house, stay there until you leave that place. ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ໃດ, ຈົ່ງ​ພັກ​ຢູ່​ທີ່​ເຮືອນ​ນັ້ນ​ຈົນກວ່າ​ພວກເຈົ້າ​ຈະ​ໄປ​ຈາກ​ເມືອງ​ນັ້ນ.
11 Whatever place refuses to welcome or hear you, leaving there, shake the dust off your feet as testimony against them." ຖ້າ​ບ່ອນ​ໃດ​ບໍ່​ຕ້ອນຮັບ ຫລື ບໍ່​ຮັບ​ຟັງ​ພວກເຈົ້າ, ຈົ່ງ​ໄປ​ຈາກ​ບ່ອນ​ນັ້ນ ແລະ ສັ່ນ​ຂີ້ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ພວກເຈົ້າ​ເພື່ອ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ”.
12 So they went out and proclaimed that people should repent. ພວກສາວົກ​ຈຶ່ງ​ອອກ​ໄປ ແລະ ເທດສະໜາ​ໃຫ້​ປະຊາຊົນ​ຖິ້ມໃຈເກົ່າເອົາໃຈໃໝ່.
13 And they drove out many demons and anointed many sick people with oil and healed them. ພວກເພິ່ນ​ໄດ້​ຂັບໄລ່​ຜີມານຮ້າຍ​ອອກ​ຫລາຍ​ໂຕ ແລະ ໄດ້​ເຈີມ​ຄົນເຈັບປ່ວຍ​ຫລາຍ​ຄົນ​ດ້ວຍ​ນ້ຳມັນ ແລະ ຮັກສາ​ພວກເຂົາ​ໃຫ້​ຫາຍດີ.
14 King Herod heard of it, for Jesus's name had become known. Some were saying, "John the Baptist has been raised from the dead; that is why these miraculous powers are at work in him." ກະສັດ​ເຮໂຣດ ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະເຢຊູເຈົ້າ ເພາະ​ຊື່​ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ. ບາງຄົນ​ໄດ້​ເວົ້າ​ວ່າ, ພຣະເຢຊູເຈົ້າ​ແມ່ນ​ໂຢຮັນ​ບັບຕິສະໂຕ​ຜູ້​ທີ່​ເປັນຄືນມາຈາກຕາຍ, ດັ່ງນັ້ນ ເພິ່ນ​ຈຶ່ງ​ມີ​ລິດອຳນາດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້.
15 But others said, "He's Elijah." Others said, "He's a prophet, like one of the prophets of old." ສ່ວນ​ຄົນ​ອື່ນ​ກໍ​ເວົ້າ​ວ່າ, “ເພິ່ນ​ແມ່ນ​ເອລີຢາ”. ແລະ ຍັງ​ມີ​ຄົນ​ອື່ນໆ​ອີກ​ອ້າງ​ວ່າ, “ເພິ່ນ​ເປັນ​ຜູ້ທຳນວາຍ, ເໝືອນ​ກັນ​ກັບ​ຜູ້​ໜຶ່ງ​ໃນ​ບັນດາ​ຜູ້ທຳນວາຍ​ໃນ​ເມື່ອກ່ອນ”.
16 But when Herod heard of it, he said, "John, whom I beheaded, has been raised." ແຕ່​ເມື່ອ​ເຮໂຣດ​ໄດ້​ຍິນ​ຢ່າງ​ນັ້ນ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ລາວ​ແມ່ນ​ໂຢຮັນ ຜູ້​ທີ່​ເຮົາ​ໄດ້​ສັ່ງ​ໃຫ້​ຕັດ​ຫົວ, ລາວ​ເປັນຄືນມາຈາກຕາຍ​ແລ້ວ!”
17 Herod had sent and seized John, binding him in prison because of Herodias, his brother Philip's wife, whom he had married. ເພາະ​ເຮໂຣດ​ເອງ​ເປັນ​ຜູ້​ສັ່ງ​ໃຫ້​ຈັບ​ໂຢຮັນ​ມາ​ລ່າມໂສ້ ແລະ ຂັງ​ລາວ​ໄວ້​ໃນ​ຄຸກ. ກະສັດ​ເຮໂຣດ​ເຮັດ​ເຊັ່ນນີ້ ເພາະ​ນາງ​ເຮໂຣເດຍ​ຜູ້​ທີ່​ເຄີຍ​ເປັນ​ເມຍ​ຂອງ​ຟີລິບ​ນ້ອງຊາຍ​ຂອງ​ຕົນ​ເມື່ອກ່ອນ ເຊິ່ງ​ເຮໂຣດ​ໄດ້​ແຕ່ງງານ​ນຳ​ນາງ.
18 For John kept telling Herod, "It is not lawful for you to have your brother's wife." ເນື່ອງ​ຈາກ​ໂຢຮັນ​ເຄີຍ​ເວົ້າ​ກັບ​ເຮໂຣດ​ວ່າ, “ທ່ານ​ໄດ້​ເຮັດ​ຜິດ​ຕໍ່​ກົດບັນຍັດ​ໃນ​ການ​ທີ່​ເອົາ​ນ້ອງໃພ້​ຂອງ​ທ່ານ​ມາ​ເປັນ​ເມຍ”.
19 And Herodias held a grudge against him and wanted to kill him, but she could not, ດັ່ງນັ້ນ, ນາງ​ເຮໂຣເດຍ​ຈຶ່ງ​ຄຽດແຄ້ນ​ໃຫ້​ໂຢຮັນ ແລະ ຕ້ອງການ​ຂ້າ​ເພິ່ນ​ແຕ່​ກໍ​ເຮັດ​ບໍ່​ໄດ້,
20 Herod feared John, knowing him righteous and holy, and protected him. Hearing John left Herod deeply puzzled, yet he gladly listened to him. ເພາະວ່າ​ເຮໂຣດ​ຢ້ານ​ໂຢຮັນ ແລະ ປົກປ້ອງ​ເພິ່ນ​ໄວ້​ເພາະ​ຮູ້​ວ່າ​ເພິ່ນ​ເປັນ​ຜູ້ຊອບທຳ ແລະ ບໍລິສຸດ. ເມື່ອ​ເຮໂຣດ​ໄດ້​ຟັງ​ໂຢຮັນ​ເວົ້າ​ກໍ​ມຶນງົງ​ສົງໄສ ແຕ່​ເພິ່ນ​ກໍ​ຍັງ​ຢາກ​ຟັງ​ໂຢຮັນ.
21 Then a fitting day came: Herod's birthday, when he gave a banquet for his nobles, military commanders, and Galilee's leading men. ໃນ​ທີ່ສຸດ​ໂອກາດ​ກໍ​ມາ​ເຖິງ. ໃນ​ງານສະຫລອງ​ວັນເກີດ​ຂອງ​ເຮໂຣດ ເມື່ອ​ເພິ່ນ​ໄດ້​ຈັດ​ງານລ້ຽງສະຫລອງ ແລະ ເຊື້ອເຊີນ​ບັນດາ​ຂ້າລາຊະການ​ຊັ້ນສູງ​ມາ​ຮ່ວມ​ຄື: ຄະນະ​ລັດຖະບານ, ບັນດາ​ນາຍທະຫານ​ໃນ​ກອງທັບ ແລະ ບັນດາ​ບຸກຄົນ​ສຳຄັນ​ຕ່າງໆ​ໃນ​ແຂວງ​ຄາລີເລ.
22 When Herodias's daughter entered and danced, she delighted Herod and his dinner guests. The king told the girl, "Ask me for anything you want, and I'll give it to you." ເມື່ອ​ລູກສາວ​ຂອງ​ນາງ​ເຮໂຣເດຍ​ໄດ້​ເຂົ້າ​ມາ​ຟ້ອນ​ໃນ​ຫ້ອງ​ຈັດງານ ນາງ​ເຮັດ​ໃຫ້​ເຮໂຣດ​ພໍໃຈ​ຫລາຍ ແລະ ບັນດາ​ແຂກ​ທີ່​ໄດ້​ເຊີນ​ມາ. ກະສັດ​ຈຶ່ງ​ກ່າວ​ກັບ​ຍິງສາວ​ນັ້ນ​ວ່າ, “ເຈົ້າ​ຢາກ​ໄດ້​ສິ່ງ​ໃດ​ຈົ່ງ​ຂໍ​ມາ ແລ້ວ​ເຮົາ​ຈະ​ໃຫ້​ຕາມ​ທີ່​ເຈົ້າ​ຂໍ”.
23 He swore to her, "Whatever you ask me, I'll give you—up to half my kingdom." ແລະ ເພິ່ນ​ກໍ​ສັນຍາ​ໂດຍ​ປະຕິຍານ​ວ່າ, “ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຂໍ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ ແມ່ນແຕ່​ເຄິ່ງ​ໜຶ່ງ​ຂອງ​ອານາຈັກ​ຂອງ​ເຮົາ”.
24 She went out and said to her mother, "What should I ask?" She said, "The head of John the Baptist." ດັ່ງນັ້ນ ນາງ​ຈຶ່ງ​ອອກ​ໄປ​ຖາມ​ແມ່​ຂອງ​ຕົນ​ວ່າ, “ລູກ​ຈະ​ຂໍ​ສິ່ງ​ໃດ​ດີ?” ແມ່​ຈຶ່ງ​ຕອບ​ວ່າ, “ຂໍ​ຫົວ​ຂອງ​ໂຢຮັນ​ບັບຕິສະໂຕ”.
25 She went in immediately, with urgency, to the king and asked, "I want you to give me this instant the head of John the Baptist on a platter." ນາງ​ຈຶ່ງ​ຟ້າວ​ມາ​ຕອບ​ກະສັດ​ທັນທີ​ວ່າ, “ຂ້ານ້ອຍ​ຕ້ອງການ​ໃຫ້​ທ່ານ​ເອົາ​ຫົວ​ຂອງ​ໂຢຮັນ​ບັບຕິສະໂຕ​ໃສ່​ຖາດ​ມາ​ໃຫ້​ຂ້ານ້ອຍ​ຢູ່​ບ່ອນນີ້​ດຽວນີ້”.
26 Deeply grieved, the king still wouldn't refuse her, because of his oaths and his guests. ຝ່າຍ​ກະສັດ​ກໍ​ໜັກໃຈ​ຫລາຍ, ແຕ່​ເພາະ​ໄດ້​ສັນຍາ​ໄວ້​ແລ້ວ ແລະ ເພາະ​ເຫັນ​ແກ່​ໜ້າ​ແຂກ​ທັງຫລາຍ​ຂອງ​ຕົນ ເພິ່ນ​ບໍ່​ຢາກ​ປະຕິເສດ​ນາງ.
27 The king at once sent an executioner, ordering John's head brought. He went and beheaded him in the prison, ດັ່ງນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃນ​ທັນທີ​ໃຫ້​ທະຫານ​ນັກຂ້າ​ນຳ​ຫົວ​ຂອງ​ໂຢຮັນ​ມາ. ທະຫານ​ກໍ​ໄປ​ຕັດ​ຫົວ​ຂອງ​ໂຢຮັນ​ໃນ​ຄຸກ,
28 and brought his head on a platter, gave it to the girl, and the girl gave it to her mother. ແລ້ວ​ນຳ​ຫົວ​ຂອງ​ໂຢຮັນ​ໃສ່​ຖາດ​ມາ​ມອບ​ໃຫ້​ຍິງ​ນັ້ນ, ແລະ ນາງ​ກໍ​ເອົາ​ໄປ​ໃຫ້​ແມ່​ຂອງ​ຕົນ.
29 When John's disciples heard, they came, took his body, and laid it in a tomb. ເມື່ອ​ພວກ​ລູກສິດ​ຂອງ​ໂຢຮັນ​ຮູ້​ຂ່າວ​ນີ້ ພວກເຂົາ​ກໍ​ມາ​ເອົາ​ສົບ​ຂອງ​ເພິ່ນ ແລ້ວ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ.
30 The apostles gathered to Jesus and told him all that they had done and taught. ຝ່າຍ​ພວກ​ອັກຄະສາວົກ​ໄດ້​ກັບ​ມາ​ຫາ​ພຣະເຢຊູເຈົ້າ ແລະ ລາຍງານ​ຕໍ່​ພຣະອົງ​ເຖິງ​ທຸກ​ສິ່ງ​ທີ່​ພວກເພິ່ນ​ໄດ້​ເຮັດ ແລະ ໄດ້​ສັ່ງສອນ.
31 He told them, "Come away by yourselves to a quiet place and rest a while." For many were coming and going, and they had no time to eat. ເນື່ອງ​ຈາກ​ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ທຽວ​ໄປ​ມາ​ຈົນ​ພວກເພິ່ນ​ບໍ່​ມີ​ເວລາ​ກິນເຂົ້າ, ພຣະອົງ​ຈຶ່ງ​ກ່າວ​ກັບ​ພວກສາວົກ​ວ່າ, “ພວກເຈົ້າ​ທັງຫລາຍ​ຈົ່ງ​ຕາມ​ເຮົາ​ມາ ອອກໄປ​ຫາ​ບ່ອນ​ທີ່​ມິດງຽບ ແລະ ພັກຜ່ອນ​ຈັກ​ຄາວ​ໜຶ່ງ”.
32 And they went away in the boat to a desolate place by themselves. ດັ່ງນັ້ນ, ພຣະອົງ​ກັບ​ພວກສາວົກ​ຈຶ່ງ​ລົງ​ເຮືອ​ໄປ​ຍັງ​ບ່ອນ​ທີ່​ມິດງຽບ.
33 Many saw them leave and recognized them; they ran on foot from every town and got there ahead of them. ແຕ່​ຫລາຍຄົນ​ໄດ້​ເຫັນ​ພວກເພິ່ນ​ອອກໄປ​ກໍ​ຈື່​ໄດ້​ທັນທີ ແລະ ພາກັນ​ແລ່ນ​ຈາກ​ເມືອງ​ຕ່າງໆ​ໄປ​ເຖິງ​ທີ່​ນັ້ນ​ລ່ວງໜ້າ​ກ່ອນ​ພວກເພິ່ນ.
34 Stepping ashore, he saw a large crowd and felt compassion for them, for they were like sheep without a shepherd, and began teaching them many things. ເມື່ອ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ມາ​ກໍ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ ພຣະອົງ​ກໍ​ມີ​ໃຈ​ສົງສານ​ພວກເຂົາ, ເພາະ​ພວກເຂົາ​ເປັນ​ເໝືອນ​ແກະ​ທີ່​ບໍ່​ມີ​ຜູ້ລ້ຽງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ເລີ່ມຕົ້ນ​ສັ່ງສອນ​ພວກເຂົາ​ຫລາຍ​ເລື່ອງ.
35 When it was already late, his disciples came to him and said, "This is an isolated place, and it's already late. ເມື່ອ​ຄ້າຍຄ່ຳ​ແລ້ວ ພວກສາວົກ​ຈຶ່ງ​ມາ​ບອກ​ພຣະອົງ​ວ່າ, “ບ່ອນນີ້​ຫ່າງໄກ​ຫລາຍ ແລະ ກໍ​ຄ່ຳ​ແລ້ວ.
36 Send them away to go into the surrounding countryside and villages and buy themselves something to eat." ຂໍ​ໃຫ້​ປະຊາຊົນ​ເຫລົ່ານີ້​ເມືອ​ສາ ເພື່ອ​ພວກເຂົາ​ຈະ​ໄດ້​ໄປ​ຊອກຫາ​ຊື້​ອາຫານ​ສຳລັບ​ພວກເຂົາ​ເອງ​ຕາມ​ໝູ່ບ້ານ​ຕ່າງໆ​ໃນ​ແຖບ​ນີ້”.
37 He replied, "You give them something to eat." They said, "Should we go buy 200 denarii of bread and give them it to eat?" ແຕ່​ພຣະອົງ​ຕອບ​ວ່າ, “ພວກເຈົ້າ​ຈົ່ງ​ເອົາ​ອາຫານ​ໃຫ້​ພວກເຂົາ​ກິນ​ສາ”. ພວກສາວົກ​ຕອບ​ວ່າ, “ຈະ​ຕ້ອງ​ໃຊ້​ເງິນ​ເທົ່າ​ກັບ​ຄ່າຈ້າງ​ຂອງ​ຄົນງານ​ຄົນ​ໜຶ່ງ​ຫລາຍກວ່າ​ເຄິ່ງ​ປີ! ພວກເຮົາ​ຕ້ອງ​ໃຊ້​ເງິນ​ຫລາຍ​ຂະໜາດ​ນັ້ນ​ເພື່ອ​ໄປ​ຊື້​ອາຫານ​ມາ​ໃຫ້​ພວກເຂົາ​ກິນ​ບໍ?”
38 He asked them, "How many loaves do you have? Go and see." They found out and said, "Five, and two fish." ພຣະອົງ​ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ? ຈົ່ງ​ໄປ​ເບິ່ງ​ແມ”. ເມື່ອ​ພວກເພິ່ນ​ໄປ​ຊອກ​ເບິ່ງ​ແລ້ວ ກໍ​ມາ​ບອກ​ພຣະເຢຊູເຈົ້າ​ວ່າ, “ມີ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ”.
39 Then he commanded them all to sit down in groups on the green grass. ແລ້ວ​ພຣະເຢຊູເຈົ້າ​ໄດ້​ສັ່ງ​ພວກສາວົກ​ໃຫ້​ໄປ​ບອກ​ປະຊາຊົນ​ໃຫ້​ນັ່ງ​ລົງ​ເປັນ​ກຸ່ມ​ຕາມ​ຫຍ້າ​ຂຽວສົດ.
40 So they sat down in groups, by hundreds and by fifties. ແລ້ວ​ພວກເຂົາ​ກໍ​ນັ່ງ​ເປັນ​ກຸ່ມ ກຸ່ມ​ລະ​ຮ້ອຍ​ຄົນ ແລະ ຫ້າສິບ​ຄົນ.
41 Taking the five loaves and two fish, he looked up to heaven, gave thanks and broke the loaves, gave them to the disciples to set before the people, and divided the two fish among them all. ແລ້ວ​ພຣະເຢຊູເຈົ້າ​ກໍ​ຈັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ນັ້ນ​ມາ ແລ້ວ​ເງີຍໜ້າ​ຂຶ້ນ​ເບິ່ງ​ສະຫວັນ, ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ແລ້ວ​ພຣະອົງ​ກໍ​ຍື່ນ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ເພື່ອ​ແຈກຢາຍ​ໃຫ້​ປະຊາຊົນ. ພຣະອົງ​ຍັງ​ແບ່ງ​ປາ​ສອງ​ໂຕ​ໃຫ້​ພວກເຂົາ​ທົ່ວ​ເຖິງ​ກັນ​ອີກ​ດ້ວຍ.
42 And they all ate and were satisfied. ພວກເຂົາ​ທຸກຄົນ​ໄດ້​ກິນ​ອີ່ມ​ແລ້ວ.
43 And they took up twelve baskets full of broken pieces and of the fish. ແລະ ພວກສາວົກ​ກໍ​ເກັບ​ເຂົ້າຈີ່​ຕ່ອນ​ທີ່​ຫັກ ແລະ ປາ​ທີ່​ເຫລືອ​ນັ້ນ​ໄດ້​ເຕັມ​ສິບສອງ​ກະບຸງ.
44 And those who ate the loaves were 5,000 men. ໃນ​ຈຳນວນ​ຜູ້ຊາຍ​ທີ່​ໄດ້​ກິນ​ອາຫານ​ນັ້ນ​ມີ​ຫ້າພັນ​ຄົນ.
45 At once he made his disciples board the boat and go ahead to the other side, toward Bethsaida, while dismissing the crowd. ໃນທັນໃດ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັດ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ເຂົ້າ​ໄປ​ໃນ​ເຮືອ ແລະ ຂ້າມ​ຟາກ​ໄປ​ຍັງ​ເມືອງ​ເບັດຊາອີດາ​ລ່ວງໜ້າກ່ອນ​ພຣະອົງ, ໃນຂະນະ​ທີ່​ພຣະອົງ​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ.
46 And after he had taken leave of them, he went up on the mountain to pray. ຫລັງ​ຈາກ​ແຍກ​ຈາກ​ພວກເຂົາ​ແລ້ວ, ພຣະອົງ​ກໍ​ຂຶ້ນ​ໄປ​ເທິງ​ພູ​ເພື່ອ​ອະທິຖານ.
47 When evening came, the boat was out on the sea, and he was alone on the land. ເມື່ອ​ຄ່ຳ​ມາ​ແລ້ວ ເຮືອ​ທີ່​ພວກສາວົກ​ຂີ່​ໄປ​ນັ້ນ​ກໍ​ຢູ່​ກາງ​ທະເລສາບ ແລະ ພຣະອົງ​ຢູ່​ທີ່​ແຄມ​ຝັ່ງ​ແຕ່​ຜູ້​ດຽວ,
48 He saw them straining at the oars, for the wind was against them. Around three in the morning he came to them, walking on the sea. He meant to pass by them, ພຣະອົງ​ເຫັນ​ວ່າ​ພວກສາວົກ​ພາຍເຮືອ​ຕ້ານ​ທວນລົມ​ທີ່​ປະທະ​ຢູ່. ໃນ​ຊ່ວງ​ໃກ້​ແຈ້ງ​ພຣະເຢຊູເຈົ້າ​ຍ່າງ​ເທິງ​ໜ້ານ້ຳ​ທະເລສາບ​ມາ​ຫາ​ພວກເພິ່ນ. ພຣະອົງ​ກຳລັງ​ຈະ​ກາຍ​ພວກເພິ່ນ​ໄປ,
49 but seeing him walk on the sea, they thought it was a ghost and cried out, ແຕ່​ເມື່ອ​ພວກສາວົກ​ເຫັນ​ພຣະອົງ​ກຳລັງ​ຍ່າງ​ຢູ່​ເທິງ​ທະເລສາບ, ພວກເພິ່ນ​ກໍ​ຄິດ​ວ່າ​ພຣະອົງ​ແມ່ນ​ຜີ. ພວກເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ
50 for all saw him and were terrified; but immediately he spoke to them, saying, "Take heart; it is I. Do not be afraid." ເພາະ​ທຸກຄົນ​ທີ່​ໄດ້​ເຫັນ​ພຣະອົງ​ຕ່າງ​ກໍ​ຕົກໃຈ​ຢ້ານ​ຫລາຍ. ໃນທັນໃດ​ນັ້ນ ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ກ້າຫານ! ແມ່ນ​ເຮົາ​ເອງ. ຢ່າ​ຢ້ານ​ເລີຍ”.
51 He got into the boat with them, and the wind stopped; they were completely amazed among themselves, ແລ້ວ​ພຣະອົງ​ກໍ​ຂຶ້ນ​ໄປ​ໃນ​ເຮືອ​ຫາ​ພວກເພິ່ນ ແລະ ລົມ​ກໍ​ສະຫງົບ​ລົງ. ພວກເພິ່ນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ​ຫລາຍ,
52 for they did not understand about the loaves, but their hearts were hardened. ເພາະ​ພວກເພິ່ນ​ຍັງ​ບໍ່​ເຂົ້າໃຈ​ກ່ຽວກັບ​ເລື່ອງ​ເຂົ້າຈີ່; ຈິດໃຈ​ຂອງ​ພວກເພິ່ນ​ຍັງ​ແຂງກະດ້າງ​ຢູ່.
53 When they had crossed over, they came to land at Gennesaret and moored to the shore. ເມື່ອ​ພວກເພິ່ນ​ໄດ້​ຂ້າມ​ຟາກ​ແລ້ວ ພວກເພິ່ນ​ກໍ​ມາ​ຂຶ້ນ​ຝັ່ງ​ທີ່​ເຄັນເນຊາເຣັດ ແລະ ຈອດ​ເຮືອ​ໄວ້​ຢູ່​ທີ່​ນັ້ນ.
54 And when they got out of the boat, the people immediately recognized him. ທັນທີ​ທີ່​ພວກເພິ່ນ​ຂຶ້ນ​ຈາກ​ເຮືອ, ປະຊາຊົນ​ກໍ​ຈື່​ພຣະເຢຊູເຈົ້າ​ໄດ້.
55 They ran through that whole region and began carrying the sick on mats to wherever they heard he was. ບັນດາ​ຄົນ​ເຫລົ່ານັ້ນ​ຈຶ່ງ​ແລ່ນ​ໄປ​ທົ່ວ​ຂົງເຂດ​ນັ້ນ ແລະ ນຳ​ເອົາ​ບັນດາ​ຄົນເຈັບປ່ວຍ​ວາງ​ໃສ່​ເທິງ​ບ່ອນນອນ​ຫາມ​ໄປ​ທຸກ​ບ່ອນ​ທີ່​ໄດ້​ຍິນ​ວ່າ​ພຣະອົງ​ໄປ.
56 Wherever he went—villages, towns, countryside—they laid the sick in the marketplaces, begging to touch just the edge of his cloak. All who touched it were healed. ບໍ່​ວ່າ​ພຣະອົງ​ເຂົ້າ​ໄປ​ຢູ່​ທີ່​ໃດ ທັງ​ໃນ​ໝູ່ບ້ານ, ໃນ​ເມືອງ ຫລື ໃນ​ຊົນນະບົດ ພວກເຂົາ​ກໍ​ຫາມ​ຄົນເຈັບ​ມາ​ໄວ້​ທີ່​ບ່ອນຊຸມຊົນ. ພວກເຂົາ​ໄດ້​ຂໍຮ້ອງ​ພຣະອົງ​ໃຫ້​ຄົນເຈັບປ່ວຍ​ນັ້ນ​ໄດ້​ບາຍ​ແຕ່​ພຽງ​ຂອບ​ເສື້ອຄຸມ​ຂອງ​ພຣະອົງ​ກໍ​ພໍ ແລະ ທຸກຄົນ​ທີ່​ໄດ້​ບາຍ​ກໍ​ຫາຍດີ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]