Skip to content
The Believer's Library

Biblica® Open Lao Contemporary Version

Luke 2 OLCV

Show OLCV only
Verse × ×
1 In those days Caesar Augustus issued a decree to register the whole inhabited world. ໃນ​ເວລາ​ນັ້ນ ກາຍຊາ​ໂອຄຸໂຕ​ໄດ້​ອອກ​ຄຳສັ່ງ​ໃຫ້​ພົນລະເມືອງ​ໃນ​ທົ່ວ​ທັງ​ຈັກກະພົບ​ໂຣມ​ໄປ​ຈົດທະບຽນ​ສຳມະໂນຄົວ.
2 This was the first registration, when Quirinius was governor of Syria. (ນີ້​ແມ່ນ​ການ​ຈົດທະບຽນ​ສຳມະໂນຄົວ​ຄັ້ງ​ທຳອິດ​ໃນ​ສະໄໝ​ທີ່​ກີເຣນີໂອ​ເປັນ​ຜູ້ປົກຄອງ​ແຂວງ​ຊີເຣຍ.)
3 Everyone went to be registered, each to his own town. ທຸກຄົນ​ຕ່າງ​ກໍ​ໄປ​ຈົດທະບຽນ​ສຳມະໂນຄົວ​ຕາມ​ບ້ານເມືອງ​ຂອງ​ຕົນ.
4 Joseph too went up from Galilee, from the town of Nazareth, to Judea, to the city of David called Bethlehem, since he belonged to David's house and family, ດັ່ງນັ້ນ ໂຢເຊັບ​ຈຶ່ງ​ເດີນທາງ​ຈາກ​ເມືອງ​ນາຊາເຣັດ​ໃນ​ແຂວງ​ຄາລີເລ​ຂຶ້ນ​ໄປ​ຍັງ​ເບັດເລເຮັມ​ເມືອງ​ຂອງ​ດາວິດ​ໃນ​ແຂວງ​ຢູດາຍ ເພາະວ່າ​ເພິ່ນ​ເປັນ​ເຊື້ອສາຍ​ຂອງ​ດາວິດ.
5 to be registered with Mary, his fiancée, who was expecting a child. ເພິ່ນ​ໄດ້​ໄປ​ຈົດທະບຽນ​ຢູ່​ທີ່​ນັ້ນ​ກັບ​ນາງ​ມາຣີ​ຄູ່ໝັ້ນ​ຂອງ​ເພິ່ນ​ທີ່​ກຳລັງ​ຖືພາ​ຢູ່.
6 While they were there, the time came for her to give birth. ໃນ​ຂະນະ​ທີ່​ພວກເພິ່ນ​ຢູ່​ທີ່​ນັ້ນ ກໍ​ພໍ​ດີ​ຄົບ​ກຳນົດ​ທີ່​ນາງ​ມາຣີ​ຈະ​ເກີດ​ລູກ,
7 She gave birth to her firstborn son, wrapped him in cloths, and laid him in a manger, because the inn had no place for them. ນາງ​ໄດ້​ເກີດ​ລູກຊາຍ​ກົກ, ນາງ​ໄດ້​ເອົາ​ຜ້າອ້ອມ​ມາ​ພັນ​ລູກ ແລະ ວາງ​ໄວ້​ໃນ​ຮາງຫຍ້າ ເພາະວ່າ​ໃນ​ໂຮງແຮມ​ບໍ່​ມີ​ຫ້ອງ​ຫວ່າງ​ສຳລັບ​ພວກເພິ່ນ​ເລີຍ.
8 Shepherds were in that same region, staying out in the fields, keeping watch over their flock by night. ແລະ ມີ​ຄົນລ້ຽງແກະ​ອາໄສ​ຢູ່​ໃນ​ທົ່ງນາ​ໃກ້​ແຖບ​ນັ້ນ ເຝົ້າ​ຝູງ​ແກະ​ຂອງ​ພວກເຂົາ​ໃນ​ເວລາ​ກາງຄືນ.
9 An angel of our Father stood before them; the glory of our Father shone around them, and great fear seized them. ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ມາ​ປາກົດ​ແກ່​ພວກເຂົາ ແລະ ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສ່ອງ​ອ້ອມຮອບ​ພວກເຂົາ, ເຮັດ​ໃຫ້​ພວກເຂົາ​ຕົກໃຈ​ຢ້ານ.
10 The angel told them, "Don't be afraid—I bring good news of great joy for everyone: ແຕ່​ເທວະດາ​ຕົນ​ນັ້ນ​ກ່າວ​ແກ່​ພວກເຂົາ​ວ່າ, “ຢ່າ​ຢ້ານ​ເລີຍ. ເຮົາ​ນຳ​ຂ່າວດີ​ມາ​ໃຫ້​ພວກທ່ານ ເຊິ່ງ​ເຮັດ​ໃຫ້​ທຸກຄົນ​ຊື່ນຊົມຍິນດີ​ຢ່າງ​ໃຫຍ່.
11 Today in the city of David, a Savior was born to you—Christ the Lord. ໃນ​ວັນ​ນີ້​ທີ່​ເມືອງ​ຂອງ​ດາວິດ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ອົງ​ໜຶ່ງ​ໄດ້​ມາ​ບັງເກີດ​ເພື່ອ​ພວກເຈົ້າ, ພຣະອົງ​ຄື​ພຣະເມຊີອາ, ອົງພຣະຜູ້ເປັນເຈົ້າ.
12 This is your sign: you'll find a baby wrapped in cloths, lying in a manger." ນີ້​ຈະ​ເປັນ​ໝາຍສຳຄັນ​ແກ່​ພວກເຈົ້າ​ຄື: ພວກເຈົ້າ​ຈະ​ໄດ້​ພົບ​ເດັກນ້ອຍ​ຄົນ​ໜຶ່ງ​ພັນ​ຜ້າອ້ອມ​ນອນ​ຢູ່​ໃນ​ຮາງຫຍ້າ”.
13 Suddenly there was with the angel a multitude of the heavenly host, praising our Father and saying, ໃນ​ທັນໃດ​ນັ້ນ ກອງທັບ​ສະຫວັນ​ໝູ່​ໃຫຍ່​ມາ​ປາກົດ​ພ້ອມ​ກັບ​ເທວະດາ​ຕົນ​ນັ້ນ​ຮ່ວມ​ກັນ​ສັນລະເສີນ​ພຣະເຈົ້າ ແລະ ກ່າວ​ວ່າ,
14 "Glory to our Father in the highest, and on earth peace among those with whom he is pleased!" “ຂໍ​ກຽດຕິຍົດ​ຈົ່ງ​ມີ​ແກ່​ພຣະເຈົ້າ​ໃນ​ສະຫວັນ​ສູງສຸດ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ເທິງ​ແຜ່ນດິນໂລກ​ນີ້”.
15 When the angels left them for heaven, the shepherds said to each other, "Let's go straight to Bethlehem and see this thing that has happened, which our Father has made known to us." ເມື່ອ​ບັນດາ​ເທວະດາ​ເຫລົ່ານັ້ນ​ຈາກ​ພວກເຂົາ​ໄປ ແລະ ກັບ​ຂຶ້ນ​ສູ່​ສະຫວັນ​ແລ້ວ ພວກ​ຜູ້ລ້ຽງແກະ​ກໍ​ເວົ້າ​ກັນ​ວ່າ, “ໃຫ້​ພວກເຮົາ​ພາກັນ​ໄປ​ຍັງ​ເມືອງ​ເບັດເລເຮັມ ແລະ ໄປ​ເບິ່ງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ບອກ​ພວກເຮົາ”.
16 They hurried off and found Mary and Joseph, and the baby lying in the manger. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຟ້າວ​ໄປ ແລະ ພົບ​ນາງ​ມາຣີ​ກັບ​ໂຢເຊັບ ແລະ ເດັກນ້ອຍ​ທີ່​ນອນ​ຢູ່​ໃນ​ຮາງຫຍ້າ.
17 When they saw him, they made known what had been told them about this child. ເມື່ອ​ພວກເຂົາ​ໄດ້​ເຫັນ​ພຣະອົງ​ແລ້ວ ພວກເຂົາ​ກໍ​ໄດ້​ກະຈາຍ​ຂ່າວ​ເລື່ອງ​ທີ່​ເທວະດາ​ໄດ້​ບອກ​ເລື່ອງ​ເດັກນ້ອຍ​ຄົນ​ນັ້ນ,
18 All who heard were amazed at what the shepherds told them. ແລະ ທຸກຄົນ​ທີ່​ໄດ້​ຍິນ​ກໍ​ປະຫລາດໃຈ​ໃນ​ສິ່ງ​ທີ່​ພວກຜູ້ລ້ຽງແກະ​ໄດ້​ບອກ​ແກ່​ພວກເຂົາ.
19 But Mary treasured up all these things, pondering them in her heart. ແຕ່​ນາງ​ມາຣີ​ກໍ​ໄດ້​ເກັບ​ເລື່ອງ​ທັງໝົດ​ນີ້​ໄວ້ ແລະ ຄິດ​ທົບທວນ​ຢູ່​ໃນ​ໃຈ.
20 The shepherds returned, glorifying and praising our Father for all they'd heard and seen, just as they were told. ແລ້ວ​ພວກຜູ້ລ້ຽງແກະ​ກໍ​ກັບ​ຄືນ​ໄປ​ຖວາຍ​ກຽດ ແລະ ສັນລະເສີນ​ພຣະເຈົ້າ​ສຳລັບ​ທຸກສິ່ງ​ທີ່​ພວກເຂົາ​ໄດ້​ຍິນ ແລະ ໄດ້​ເຫັນ ເພາະວ່າ​ເຫດການ​ໄດ້​ເປັນ​ໄປ​ຕາມ​ທີ່​ເທວະດາ​ນັ້ນ​ໄດ້​ບອກ​ພວກເຂົາ​ໄວ້.
21 When eight days for his circumcision were complete, he was named Jesus, the name the angel gave before he was conceived in the womb. ໃນ​ວັນ​ທີ​ແປດ ກໍ​ເຖິງ​ເວລາ​ທີ່​ເດັກນ້ອຍ​ຄົນ​ນັ້ນ​ຕ້ອງ​ຮັບ​ພິທີຕັດ, ເດັກນ້ອຍ​ຄົນ​ນັ້ນ​ມີ​ຊື່​ວ່າ​ເຢຊູ ຕາມ​ຊື່​ທີ່​ເທວະດາ​ໄດ້​ບອກ​ໄວ້​ກ່ອນ​ທີ່​ນາງ​ມາຣີ​ຍັງ​ບໍ່​ທັນ​ໄດ້​ຖືພາ.
22 When their days of purification under the Law of Moses ended, they brought him up to Jerusalem to present him to our Father, ເມື່ອ​ເຖິງ​ເວລາ​ທີ່​ຈະ​ເຮັດ​ພິທີ​ຊຳລະ​ຕາມ​ກົດບັນຍັດ​ຂອງ​ໂມເຊ, ໂຢເຊັບ ແລະ ນາງ​ມາຣີ​ຈຶ່ງ​ໄດ້​ນຳ​ພຣະເຢຊູເຈົ້າ​ໄປ​ທີ່​ເຢຣູຊາເລັມ​ເພື່ອ​ຖວາຍ​ແກ່​ອົງພຣະຜູ້ເປັນເຈົ້າ
23 (as it is written in our Father's Law, "Every firstborn male will be called holy to our Father"), (ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ອົງພຣະຜູ້ເປັນເຈົ້າ​ວ່າ, “ລູກຊາຍ​ກົກ​ທຸກຄົນ​ຈະ​ຕ້ອງ​ນຳ​ມາ​ຖວາຍ​ແກ່​ອົງພຣະຜູ້ເປັນເຈົ້າ”),
24 and to offer a sacrifice as the Law of our Father says: a pair of turtledoves or two young pigeons. ແລະ ເພື່ອ​ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ກ່າວ​ໄວ້​ໃນ​ກົດບັນຍັດ​ຂອງ​ອົງພຣະຜູ້ເປັນເຈົ້າ​ຄື: “ນົກເຂົາ​ຄູ່​ໜຶ່ງ ຫລື ນົກກາງແກ​ໜຸ່ມ​ສອງ​ໂຕ”.
25 In Jerusalem lived a man named Simeon, righteous and devout, waiting for Israel's comfort, with the Holy Spirit on him. ບັດນີ້ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ເຢຣູຊາເລັມ​ຊື່​ວ່າ​ຊີເມໂອນ, ເພິ່ນ​ເປັນ​ຄົນ​ຊອບທຳ ແລະ ຢຳເກງ​ພຣະເຈົ້າ. ເພິ່ນ​ກຳລັງ​ຄອຍຖ້າ​ເວລາ​ທີ່​ປະຊາຊົນ​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ປອບໃຈ ແລະ ພຣະວິນຍານບໍລິສຸດເຈົ້າ​ກໍ​ຢູ່​ກັບ​ເພິ່ນ.
26 The Holy Spirit had revealed to him he wouldn't die before seeing our Father's Christ. ພຣະວິນຍານບໍລິສຸດເຈົ້າ​ໄດ້​ສະແດງ​ໃຫ້​ເພິ່ນ​ຮູ້​ວ່າ​ເພິ່ນ​ຈະ​ບໍ່​ຕາຍ​ຈົນ​ກວ່າ​ຈະ​ໄດ້​ເຫັນ​ພຣະເມຊີອາ​ຂອງ​ອົງພຣະຜູ້ເປັນເຈົ້າ.
27 Prompted by the Spirit, he entered the temple. As the parents brought in the child Jesus to do for him what the Law required, ພຣະວິນຍານບໍລິສຸດເຈົ້າ​ໄດ້​ນຳ​ເພິ່ນ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ. ເມື່ອ​ພໍ່​ແມ່​ໄດ້​ນຳ​ເອົາ​ເດັກນ້ອຍ​ເຢຊູ​ມາ​ເພື່ອ​ປະກອບ​ພິທີ​ໃຫ້​ແກ່​ເດັກນ້ອຍ​ນັ້ນ​ຕາມ​ທຳນຽມ​ຂອງ​ກົດບັນຍັດ​ທີ່​ໄດ້​ກຳນົດ​ໄວ້,
28 Simeon took him up in his arms and blessed our Father, saying, ຊີເມໂອນ​ກໍ​ໄດ້​ອູ້ມ​ພຣະເຢຊູເຈົ້າ​ໄວ້​ໃນ​ອ້ອມແຂນ​ຂອງ​ຕົນ ແລະ ສັນລະເສີນ​ພຣະເຈົ້າ​ວ່າ:
29 "Sovereign Father, now you are letting your servant depart in peace, according to your word. “ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້, ບັດນີ້ ຂໍ​ພຣະອົງ​ໃຫ້​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄປ​ຢ່າງ​ເປັນສຸກ.
30 For my eyes have seen your salvation, ເພາະວ່າ​ຕາ​ຂອງ​ຂ້ານ້ອຍ​ໄດ້​ເຫັນ​ຄວາມພົ້ນ​ທີ່​ມາ​ຈາກ​ພຣະອົງ​ແລ້ວ,
31 which you have prepared in the presence of all peoples: ຄວາມພົ້ນ​ທີ່​ພຣະອົງ​ໄດ້​ຈັດຕຽມ​ໄວ້​ຕໍ່ໜ້າ​ປະຊາຊາດ​ທັງໝົດ​ຄື:
32 a light for revelation to the Gentiles, and for glory to your people Israel." ແສງສະຫວ່າງ​ເພື່ອ​ເປີດເຜີຍ​ແກ່​ບັນດາ​ຄົນຕ່າງຊາດ, ແລະ ເພື່ອ​ເປັນ​ສະຫງ່າລາສີ​ແກ່​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ”.
33 His father and mother were amazed at what was said about him. ພໍ່​ແມ່​ຂອງ​ເດັກນ້ອຍ​ກໍ​ປະຫລາດໃຈ​ໃນ​ຖ້ອຍຄຳ​ທີ່​ຊີເມໂອນ​ໄດ້​ກ່າວ​ກ່ຽວກັບ​ເດັກນ້ອຍ​ຄົນ​ນັ້ນ.
34 And Simeon blessed them and told Mary, his mother, "This child is appointed for the fall and rising of many in Israel, and to be a sign that is opposed, ຫລັງຈາກ​ນັ້ນ ຊີເມໂອນ​ໄດ້​ອວຍພອນ​ພວກເພິ່ນ ແລະ ກ່າວ​ກັບ​ນາງ​ມາຣີ​ແມ່​ຂອງ​ເດັກນ້ອຍ​ນັ້ນ​ວ່າ, “ເດັກນ້ອຍ​ຄົນ​ນີ້​ຖືກ​ກຳນົດ​ໄວ້​ເພື່ອ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ລົ້ມ​ລົງ ແລະ ລຸກ​ຂຶ້ນ, ແລະ ຖືກ​ກຳນົດ​ໄວ້​ໃຫ້​ເປັນ​ໝາຍສຳຄັນ​ທີ່​ຈະ​ຖືກ​ເວົ້າ​ຕໍ່ຕ້ານ,
35 and a sword will pierce through your own soul also—so that thoughts from many hearts may be revealed." ເພື່ອ​ຄວາມຄິດ​ໃນ​ໃຈ​ຂອງ​ຄົນ​ທັງຫລາຍ​ຈະ​ຖືກ​ເປີດເຜີຍ​ອອກ. ແລະ ດາບ​ຈະ​ແທງ​ຊອດ​ຈິດໃຈ​ຂອງ​ເຈົ້າ​ເອງ​ເໝືອນກັນ”.
36 Also there was Anna, a woman prophet, daughter of Phanuel of Asher's tribe, very old, having lived with her husband seven years after her virginity, ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ອານາ, ເປັນ​ລູກສາວ​ຂອງ​ຟານູເອັນ​ຕະກຸນ​ອາເຊ. ນາງ​ເປັນ​ຄົນ​ເຖົ້າແກ່​ຫລາຍ​ແລ້ວ, ຫລັງ​ຈາກ​ແຕ່ງງານ​ມາ​ນາງ​ຢູ່​ກັບ​ຜົວ​ໄດ້​ເຈັດ​ປີ,
37 and a widow until eighty-four, never leaving the temple, worshiping with fasting and prayer night and day. ແລ້ວ​ກໍ​ເປັນ​ໝ້າຍ​ມາ​ຈົນ​ເຖິງ​ອາຍຸ 84 ປີ. ນາງ​ບໍ່​ເຄີຍ​ອອກ​ຈາກ​ບໍລິເວນ​ວິຫານ​ເລີຍ ແຕ່​ເຝົ້າ​ນະມັດສະການ​ພຣະເຈົ້າ​ທັງ​ກາງເວັນ ແລະ ກາງຄືນ, ຖືສິນ​ອົດອາຫານ ແລະ ອະທິຖານ.
38 Coming up at that same hour, she gave thanks to our Father and spoke of the child to all awaiting Jerusalem's redemption. ໃນ​ເວລາ​ນັ້ນ ນາງ​ໄດ້​ເຂົ້າ​ມາ​ຫາ​ພວກເພິ່ນ​ແລ້ວ​ຂອບພຣະຄຸນ​ພຣະເຈົ້າ ແລະ ເວົ້າ​ເຖິງ​ເດັກນ້ອຍ​ຄົນ​ນີ້​ໃຫ້​ແກ່​ທຸກຄົນ​ທີ່​ລໍຖ້າ​ການ​ໄຖ່​ເຢຣູຊາເລັມ​ຟັງ.
39 When they finished everything required by our Father's Law, they returned to Galilee, to their own town of Nazareth. ເມື່ອ​ໂຢເຊັບ ແລະ ນາງ​ມາຣີ ໄດ້​ເຮັດ​ທຸກສິ່ງ​ຕາມ​ທີ່​ກຳນົດ​ໄວ້​ໃນ​ກົດບັນຍັດ​ຂອງ​ອົງພຣະຜູ້ເປັນເຈົ້າ​ແລ້ວ, ພວກເພິ່ນ​ກໍ​ກັບ​ມາ​ທີ່​ນາຊາເຣັດ​ເມືອງ​ຂອງ​ຕົນ​ໃນ​ແຂວງ​ຄາລີເລ.
40 The child grew, becoming strong, filled with wisdom, and our Father's favor was on him. ແລະ ເດັກນ້ອຍ​ນັ້ນ​ກໍ​ເຕີບໃຫຍ່ ແລະ ແຂງແຮງ, ພຣະອົງ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ ແລະ ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ພຣະອົງ.
41 Now his parents went to Jerusalem every year at the Feast of Passover. ໃນ​ທຸກ​ປີ ພໍ່ແມ່​ຂອງ​ພຣະເຢຊູເຈົ້າ​ຈະ​ຂຶ້ນ​ໄປ​ທີ່​ເຢຣູຊາເລັມ​ເພື່ອ​ຮ່ວມ​ເທດສະການ​ປັດສະຄາ.
42 When he was twelve years old, they went up according to the custom of the feast. ເມື່ອ​ພຣະເຢຊູເຈົ້າ​ມີ​ອາຍຸ​ໄດ້ 12 ປີ, ພວກເພິ່ນ​ກໍ​ໄດ້​ໄປ​ຮ່ວມ​ເທດສະການ​ນີ້​ຕາມ​ທຳນຽມ.
43 When the festival ended and they left for home, the boy Jesus stayed behind in Jerusalem, unknown to his parents. ຫລັງຈາກ​ເທດສະການ​ນີ້​ສິ້ນສຸດ​ລົງ​ແລ້ວ, ຂະນະ​ທີ່​ພໍ່ແມ່​ຂອງ​ພຣະອົງ​ກຳລັງ​ເດີນທາງ​ກັບ​ຄືນ​ເມືອ​ເຮືອນ, ພຣະເຢຊູເຈົ້າ​ຍັງ​ຢູ່​ໃນ​ເຢຣູຊາເລັມ, ແຕ່​ພວກເພິ່ນ​ບໍ່​ຮູ້.
44 Thinking he was in the group, they traveled a day's journey, then searched for him among relatives and acquaintances. ຄິດ​ວ່າ​ຢູ່​ໃນ​ກຸ່ມ​ຄົນ​ທີ່​ມາ​ດ້ວຍ​ກັນ, ເມື່ອ​ພວກເພິ່ນ​ເດີນທາງ​ຕໍ່ໄປ​ໄດ້​ໜຶ່ງ​ວັນ. ແລ້ວ​ພວກ​ເພິ່ນ​ກໍ​ເລີ່ມ​ຊອກຫາ​ພຣະເຢຊູເຈົ້າ​ໃນ​ທ່າມກາງ​ຍາດພີ່ນ້ອງ ແລະ ໝູ່ເພື່ອນ.
45 When they did not find him, they returned to Jerusalem, searching for him. ເມື່ອ​ພວກເພິ່ນ​ບໍ່​ພົບ​ພຣະອົງ, ພວກເພິ່ນ​ຈຶ່ງ​ກັບ​ໄປ​ຊອກຫາ​ທີ່​ເຢຣູຊາເລັມ.
46 After three days they found him in the temple, sitting among the teachers, listening to them and asking them questions. ສາມ​ມື້​ຕໍ່ມາ​ພວກເພິ່ນ​ຈຶ່ງ​ພົບ​ພຣະເຢຊູເຈົ້າ​ຢູ່​ທີ່​ເດີ່ນ​ວິຫານ, ພຣະອົງ​ນັ່ງ​ຢູ່​ໃນ​ທ່າມກາງ​ບັນດາ​ອາຈານ, ກຳລັງ​ຟັງ ແລະ ຖາມ​ບັນດາ​ອາຈານ​ເຫລົ່ານັ້ນ.
47 All who heard him were amazed at his understanding and his answers. ທຸກຄົນ​ທີ່​ໄດ້​ຟັງ​ພຣະອົງ​ກ່າວ ຕ່າງ​ກໍ​ປະຫລາດໃຈ​ໃນ​ສະຕິປັນຍາ ແລະ ຄຳຕອບ​ຂອງ​ພຣະອົງ.
48 When his parents saw him, they were astonished. His mother said, "Child, why have you done this to us? Look, your father and I have been anguished, searching for you." ເມື່ອ​ພໍ່ແມ່​ໄດ້​ເຫັນ​ພຣະອົງ​ກໍ​ປະຫລາດໃຈ. ຜູ້​ເປັນ​ແມ່​ຈຶ່ງ​ກ່າວ​ແກ່​ພຣະອົງ​ວ່າ, “ລູກ​ເອີຍ, ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ເຮັດ​ກັບ​ພວກເຮົາ​ຢ່າງ​ນີ້? ພໍ່​ກັບ​ແມ່​ຮ້ອນຮົນ​ໃຈ​ຕາມ​ຫາ​ລູກ”.
49 He said to them, "Why were you searching for me? Didn't you know I must be in my Father's house?" ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຕາມ​ຫາ​ເຮົາ? ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເຮົາ​ຕ້ອງ​ຢູ່​ໃນ​ບ້ານ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ?”
50 But they did not understand the saying that he spoke to them. ແຕ່​ພວກເພິ່ນ​ບໍ່​ເຂົ້າໃຈ​ໃນ​ສິ່ງ​ທີ່​ພຣະອົງ​ເວົ້າ​ກັບ​ພວກເພິ່ນ.
51 Then he went down with them and came to Nazareth, remaining obedient to them. His mother kept all these things in her heart. ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກັບ​ຄືນ​ໄປ​ຍັງ​ເມືອງ​ນາຊາເຣັດ​ກັບ​ພວກເພິ່ນ ແລະ ເຊື່ອຟັງ​ພວກເພິ່ນ. ສ່ວນ​ນາງ​ມາຣີ​ກໍ​ເກັບ​ເລື່ອງ​ທັງໝົດ​ນີ້​ໄວ້​ໃນ​ໃຈ.
52 Jesus increased in wisdom and stature and in favor with our Father and with people. ແລະ ພຣະເຢຊູເຈົ້າ​ກໍ​ເຕີບໃຫຍ່​ຂຶ້ນ​ທັງ​ທາງ​ດ້ານ​ສະຕິປັນຍາ ແລະ ດ້ານ​ຮ່າງກາຍ ແລະ ເປັນ​ທີ່​ພໍໃຈ​ຂອງ​ພຣະເຈົ້າ ແລະ ເປັນ​ທີ່​ພໍໃຈ​ຂອງ​ຄົນ​ທັງຫລາຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]