Skip to content
The Believer's Library

Biblica® Open Lao Contemporary Version

Luke 3 OLCV

Show OLCV only
Verse × ×
1 In Tiberius Caesar's fifteenth year, when Pontius Pilate was governor of Judea, Herod was tetrarch of Galilee, his brother Philip of the region of Ituraea and Trachonitis, and Lysanias of Abilene, ໃນ​ລາຊະການ​ປີ​ທີ​ສິບຫ້າ​ຂອງ​ຕີເບຣີໂອ​ກາຍຊາ, ໃນ​ເວລາ​ນັ້ນ​ປົນທຽວ​ປີລາດ​ເປັນ​ຜູ້ປົກຄອງ​ແຂວງ​ຢູດາຍ, ເຮໂຣດ​ໄດ້​ເປັນ​ຜູ້ປົກຄອງ​ແຂວງ​ຄາລີເລ, ສ່ວນ​ຟີລິບ​ນ້ອງຊາຍ​ຂອງ​ເຮໂຣດ​ເປັນ​ຜູ້ປົກຄອງ​ແຂວງ​ອີຕູຣາຍ ແລະ ທາໂຄນິດ, ລີຊາເນຍ​ເປັນ​ຜູ້ປົກຄອງ​ແຂວງ​ອາບີເລັນ.
2 under high priests Annas and Caiaphas, our Father's word came to John son of Zechariah in the wilderness. ໃນ​ສະໄໝ​ທີ່​ອັນນາ ແລະ ກາຢະຟາ​ເປັນ​ມະຫາ​ປະໂລຫິດ, ພຣະຄຳ​ຂອງ​ພຣະເຈົ້າ​ກໍ​ໄດ້​ມາ​ເຖິງ​ໂຢຮັນ​ລູກຊາຍ​ຂອງ​ເຊກາຣີຢາ​ໃນ​ຖິ່ນແຫ້ງແລ້ງກັນດານ.
3 He went through the whole Jordan region, preaching a baptism of repentance for the forgiveness of sins, ເພິ່ນ​ໄດ້​ອອກ​ໄປ​ທົ່ວ​ຂົງເຂດ​ແມ່ນ້ຳ​ຈໍແດນ, ໄດ້​ເທດສະໜາ​ເລື່ອງ​ການ​ຮັບ​ບັບຕິສະມາ​ທີ່​ສະແດງ​ເຖິງ​ການ​ຖິ້ມໃຈເກົ່າເອົາໃຈໃໝ່​ເພື່ອ​ຮັບ​ການ​ອະໄພ​ບາບ.
4 as it is written in the book of the words of Isaiah the prophet: "A voice of one calling in the wilderness: Prepare the way for the Lord, make his paths straight. ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ວ່າ: “ສຽງ​ຂອງ​ຜູ້​ໜຶ່ງ​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ, ຈົ່ງ​ເຮັດ​ຫົນທາງ​ໃຫ້​ຊື່​ສຳລັບ​ພຣະອົງ.
5 Every valley will be filled in, and every mountain and hill made low. The crooked roads will become straight, and the rough ways smooth, ຮ່ອມພູ​ທຸກ​ບ່ອນ​ຈະ​ຕ້ອງ​ຖົມ​ໃຫ້​ເຕັມ, ພູ ແລະ ເນີນພູ​ທຸກ​ໜ່ວຍ​ຕ້ອງ​ເຮັດ​ໃຫ້​ຕ່ຳ​ລົງ. ທາງ​ຄົດລ້ຽວ​ຈະ​ຕ້ອງ​ກາຍ​ເປັນ​ທາງ​ຊື່, ທາງ​ທີ່​ມີ​ຕໍ​ຈົ່ງ​ເຮັດ​ໃຫ້​ກ້ຽງ​ດີ.
6 and all flesh will see the salvation of our Father." ແລະ ມະນຸດ​ທຸກຄົນ​ຈະ​ໄດ້​ເຫັນ​ຄວາມພົ້ນ​ຂອງ​ພຣະເຈົ້າ’ ”.
7 John said then to the crowds coming to be baptized by him: "You brood of vipers! Who warned you to flee the coming wrath? ໂຢຮັນ​ຈຶ່ງ​ກ່າວ​ກັບ​ປະຊາຊົນ​ທີ່​ມາ​ຮັບ​ບັບຕິສະມາ​ນໍາ​ເພິ່ນ​ວ່າ, “ເຈົ້າ​ພວກ​ງູ​ຮ້າຍ! ຜູ້ໃດ​ຕັກເຕືອນ​ພວກເຈົ້າ​ໃຫ້​ໜີ​ຈາກ​ຄວາມ​ໂກດຮ້າຍ​ທີ່​ຈະ​ມາ​ເຖິງ​ນັ້ນ?
8 So produce fruit worthy of repentance. Don't start telling yourselves, 'We have Abraham as our father.' For I tell you, our Father can raise up children for Abraham from these stones. ຈົ່ງ​ເກີດຜົນ​ໃຫ້​ສົມ​ກັບ​ການ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຢ່າ​ຄິດ​ວ່າ, ‘ພວກເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ’. ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ພຣະເຈົ້າ​ສາມາດ​ເຮັດ​ໃຫ້​ລູກຫລານ​ຂອງ​ອັບຣາຮາມ​ເກີດ​ຈາກ​ກ້ອນຫີນ​ເຫລົ່ານີ້​ກໍ​ໄດ້.
9 Already the axe lies at the root of the trees; every tree not bearing good fruit is cut down and thrown into the fire." ຂວານ​ວາງ​ຢູ່​ເຫງົ້າໄມ້​ແລ້ວ, ແລະ ຕົ້ນໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກີດຜົນ​ດີ​ກໍ​ຈະ​ຖືກ​ຕັດ ແລະ ໂຍນ​ຖິ້ມ​ໃສ່​ໄຟ”.
10 And the crowds asked him, "What then should we do?" ປະຊາຊົນ​ຈຶ່ງ​ຖາມ​ວ່າ, “ແລ້ວ​ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ?”
11 He replied, "Whoever has two shirts, share with the one who has none; whoever has food, do the same." ໂຢຮັນ​ຕອບ​ວ່າ, “ຄົນ​ທີ່​ມີ​ເສື້ອ​ສອງ​ໂຕ​ຈົ່ງ​ແບ່ງປັນ​ໃຫ້​ແກ່​ຄົນ​ທີ່​ບໍ່​ມີ, ແລ້ວ​ຜູ້ໃດ​ທີ່​ມີ​ອາຫານ​ກໍ​ຈົ່ງ​ແບ່ງປັນ​ໃຫ້​ແກ່​ຄົນ​ທີ່​ບໍ່​ມີ​ເໝືອນກັນ”.
12 Tax collectors also came to be baptized, and they said to him, "Teacher, what should we do?" ແມ່ນ​ແຕ່​ບັນດາ​ຄົນເກັບພາສີ​ກໍ​ມາ​ຂໍ​ຮັບ​ບັບຕິສະມາ. ພວກເຂົາ​ຖາມ​ວ່າ, “ທ່ານ​ອາຈານ, ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ?”
13 "Collect no more than you are required to," he told them. ເພິ່ນ​ບອກ​ພວກເຂົາ​ວ່າ, “ຢ່າ​ເກັບ​ພາສີ​ເກີນ​ກວ່າ​ທີ່​ພວກທ່ານ​ໄດ້​ຮັບ​ຄຳສັ່ງ”.
14 Soldiers also asked him, "And us—what should we do?" He said to them, "Don't extort anyone by force or false charges; be satisfied with your wages." ແລ້ວ​ພວກ​ທະຫານ​ກໍ​ມາ​ຖາມ​ເພິ່ນ​ວ່າ, “ແລ້ວ​ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ?” ເພິ່ນ​ຕອບ​ວ່າ, “ຢ່າ​ຂົ່ມຂູ່​ເອົາ​ເງິນ ແລະ ຢ່າ​ໃສ່ຮ້າຍ​ຜູ້ໃດ ຈົ່ງ​ພໍໃຈ​ກັບ​ຄ່າຈ້າງ​ຂອງ​ຕົນ”.
15 The people were expectant, all wondering in their hearts whether John himself might be the Christ. ປະຊາຊົນ​ກຳລັງ​ລໍຖ້າ​ຢ່າງ​ຄາດຫວັງ ແລະ ທຸກຄົນ​ຕ່າງ​ກໍ​ພາກັນ​ສົງໄສ​ໃນ​ໃຈ​ວ່າ​ໂຢຮັນ​ອາດ​ຈະ​ເປັນ​ພຣະຄຣິດເຈົ້າ.
16 John answered them all, "I baptize you with water. But one stronger than I is coming—I'm not worthy to untie his sandal strap. He will baptize you with the Holy Spirit and fire. ໂຢຮັນ​ຕອບ​ພວກເຂົາ​ທັງໝົດ​ວ່າ, “ເຮົາ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນ້ຳ. ແຕ່​ມີ​ຜູ້​ໜຶ່ງ​ທີ່​ມີ​ລິດອຳນາດ​ໃຫຍ່​ກວ່າ​ເຮົາ​ຈະ​ມາ ເຮົາ​ບໍ່​ສົມຄວນ​ແມ່ນ​ແຕ່​ຈະ​ແກ້​ສາຍຮັດ​ເກີບ​ໃຫ້​ເພິ່ນ. ພຣະອົງ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ໄຟ.
17 Winnowing fork in hand, he will clear his threshing floor, gather the wheat into his barn, but burn the chaff with fire that can't be put out." ໃນ​ມື​ຂອງ​ພຣະອົງ​ຖື​ກະດົ້ງ​ຝັດເຂົ້າ​ເພື່ອ​ຈະ​ເຮັດ​ລານເຂົ້າ​ຂອງ​ພຣະອົງ​ໃຫ້​ກ້ຽງດີ ແລະ ເພື່ອ​ຈະ​ຮວບຮວມ​ເອົາ​ເຂົ້າຫວີດ​ມາ​ໃສ່​ໄວ້​ໃນ​ເລົ້າ​ຂອງ​ພຣະອົງ, ແຕ່​ພຣະອົງ​ຈະ​ເຜົາ​ແກບ​ດ້ວຍ​ໄຟ​ທີ່​ບໍ່​ຮູ້​ມອດ”.
18 And with many other words of exhortation, John proclaimed the good news to the people. ແລະ ໂຢຮັນ​ໄດ້​ແນະນຳ​ຕັກເຕືອນ​ປະຊາຊົນ​ອີກ​ຫລາຍ​ຢ່າງ ແລະ ປະກາດ​ຂ່າວປະເສີດ​ກັບ​ພວກເຂົາ.
19 But John confronted Herod the tetrarch about Herodias, his brother's wife, and about all the evil Herod had done, ແຕ່​ເມື່ອ​ໂຢຮັນ​ຕຳໜິ​ເຮໂຣດ​ຜູ້ປົກຄອງ​ເມືອງ​ເພາະ​ເພິ່ນ​ໄດ້​ແຕ່ງງານ​ກັບ​ນາງ​ເຮໂຣເດຍ, ເມຍ​ຂອງ​ນ້ອງຊາຍ​ຂອງ​ຕົນ ແລະ ສິ່ງ​ຊົ່ວຮ້າຍ​ຫລາຍ​ຢ່າງ​ທີ່​ເພິ່ນ​ໄດ້​ເຮັດ,
20 Herod added this to all the rest: he locked John up in prison. ເຮໂຣດ​ກໍ​ເຮັດ​ຊົ່ວ​ໜັກ​ຂຶ້ນ​ຕື່ມ​ອີກ​ໂດຍ​ຈັບ​ໂຢຮັນ​ຂັງ​ໄວ້​ໃນ​ຄຸກ.
21 When all the people were baptized, Jesus was baptized too. As he prayed, heaven opened, ເມື່ອ​ຄົນ​ທັງຫລາຍ​ກຳລັງ​ຮັບ​ບັບຕິສະມາ​ຢູ່, ພຣະເຢຊູເຈົ້າ​ກໍ​ຮັບ​ບັບຕິສະມາ​ເໝືອນກັນ. ໃນ​ຂະນະ​ທີ່​ພຣະອົງ​ກຳລັງ​ອະທິຖານ​ຢູ່​ນັ້ນ, ສະຫວັນ​ກໍ​ເປີດ​ອອກ
22 and the Holy Spirit descended on him in bodily form like a dove. And a voice came from heaven: "You are my beloved Son; in you I delight." ແລະ ພຣະວິນຍານບໍລິສຸດເຈົ້າ​ໃນ​ຮູບຮ່າງ​ເໝືອນ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ ແລ້ວ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ: “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ; ເຮົາ​ພໍໃຈ​ທ່ານ​ຫລາຍ”.
23 Jesus was about thirty when he began his ministry, the son—so it was thought—of Joseph, son of Heli, ບັດນີ້ ພຣະເຢຊູເຈົ້າ​ເລີ່ມ​ປະຕິບັດ​ພາລະກິດ​ຂອງ​ພຣະອົງ​ເມື່ອ​ພຣະອົງ​ມີ​ອາຍຸ​ໄດ້​ປະມານ​ສາມສິບ​ປີ. ຄົນ​ທັງຫລາຍ​ຄິດ​ວ່າ​ພຣະອົງ​ເປັນ​ລູກຊາຍ​ຂອງ​ໂຢເຊັບ, ຜູ້​ເປັນ​ລູກຊາຍ​ຂອງ​ເຮລີ,
24 the son of Matthat, the son of Levi, the son of Melchi, the son of Jannai, the son of Joseph, ຜູ້​ເປັນ​ລູກຊາຍ​ຂອງ​ມັດທາດ, ຜູ້​ເປັນ​ລູກຊາຍ​ຂອງ​ເລວີ, ຜູ້​ເປັນ​ລູກຊາຍ​ຂອງ​ເມລະຂີ, ຜູ້​ເປັນ​ລູກຊາຍ​ຂອງ​ຢັນນາ, ຜູ້​ເປັນ​ລູກຊາຍ​ຂອງ​ໂຢເຊັບ,
25 the son of Mattathias, the son of Amos, the son of Nahum, the son of Esli, the son of Naggai, ຜູ້​ເປັນ​ລູກຊາຍ​ຂອງ​ມັດຕາເທຍ, ຜູ້​ເປັນ​ລູກຊາຍ​ຂອງ​ອາໂມ, ຜູ້​ເປັນ​ລູກຊາຍ​ຂອງ​ນາຮູມ, ຜູ້​ເປັນ​ລູກຊາຍ​ຂອງ​ເອຊະລີ, ຜູ້​ເປັນ​ລູກຊາຍ​ຂອງ​ນາຄາຍ,
26 the son of Maath, the son of Mattathias, the son of Semein, the son of Josech, the son of Joda, ຜູ້​ເປັນ​ລູກຊາຍ​ຂອງ​ມາອາດ, ຜູ້​ເປັນ​ລູກຊາຍ​ຂອງ​ມັດຕາເທຍ, ຜູ້​ເປັນ​ລູກຊາຍ​ຂອງ​ເຊເມອິນ, ຜູ້​ເປັນ​ລູກຊາຍ​ຂອງ​ໂຢເຊັກ, ຜູ້​ເປັນ​ລູກຊາຍ​ຂອງ​ໂຢດາ,
27 the son of Joanan, the son of Rhesa, the son of Zerubbabel, the son of Shealtiel, the son of Neri, ຜູ້​ເປັນ​ລູກຊາຍ​ຂອງ​ໂຢຮານັນ, ຜູ້​ເປັນ​ລູກຊາຍ​ຂອງ​ເຣສາ, ຜູ້​ເປັນ​ລູກຊາຍ​ຂອງ​ເຊຣຸບບາເບນ, ຜູ້​ເປັນ​ລູກຊາຍ​ຂອງ​ເຊອານຕີເອນ, ຜູ້​ເປັນ​ລູກຊາຍ​ຂອງ​ເນຣິ,
28 the son of Melchi, the son of Addi, the son of Cosam, the son of Elmadam, the son of Er, ຜູ້​ເປັນ​ລູກຊາຍ​ຂອງ​ເມລະຂີ, ຜູ້​ເປັນ​ລູກຊາຍ​ຂອງ​ອັດດີ, ຜູ້​ເປັນ​ລູກຊາຍ​ຂອງ​ໂກຊາມ, ຜູ້​ເປັນ​ລູກຊາຍ​ຂອງ​ເອັນມາດາມ, ຜູ້​ເປັນ​ລູກຊາຍ​ຂອງ​ເອຣະ,
29 the son of Joshua, the son of Eliezer, the son of Jorim, the son of Matthat, the son of Levi, ຜູ້​ເປັນ​ລູກຊາຍ​ຂອງ​ໂຢຊວຍ, ຜູ້​ເປັນ​ລູກຊາຍ​ຂອງ​ເອລີເອເຊ, ຜູ້​ເປັນ​ລູກຊາຍ​ຂອງ​ໂຢຣີມ, ຜູ້​ເປັນ​ລູກຊາຍ​ຂອງ​ມັດທາດ, ຜູ້​ເປັນ​ລູກຊາຍ​ຂອງ​ເລວີ,
30 the son of Simeon, the son of Judah, the son of Joseph, the son of Jonam, the son of Eliakim, ຜູ້​ເປັນ​ລູກຊາຍ​ຂອງ​ຊີເມໂອນ, ຜູ້​ເປັນ​ລູກຊາຍ​ຂອງ​ຢູດາ, ຜູ້​ເປັນ​ລູກຊາຍ​ຂອງ​ໂຢເຊັບ, ຜູ້​ເປັນ​ລູກຊາຍ​ຂອງ​ໂຢນາມ, ຜູ້​ເປັນ​ລູກຊາຍ​ຂອງ​ເອລີອາກີມ,
31 the son of Melea, the son of Menna, the son of Mattatha, the son of Nathan, the son of David, ຜູ້​ເປັນ​ລູກຊາຍ​ຂອງ​ເມເລອາ, ຜູ້​ເປັນ​ລູກຊາຍ​ຂອງ​ເມັນນາ, ຜູ້​ເປັນ​ລູກຊາຍ​ຂອງ​ມັດຕາທາ, ຜູ້​ເປັນ​ລູກຊາຍ​ຂອງ​ນາທານ, ຜູ້​ເປັນ​ລູກຊາຍ​ຂອງ​ດາວິດ,
32 the son of Jesse, the son of Obed, the son of Boaz, the son of Salmon, the son of Nahshon, ຜູ້​ເປັນ​ລູກຊາຍ​ຂອງ​ເຢຊີ, ຜູ້​ເປັນ​ລູກຊາຍ​ຂອງ​ໂອເບັດ, ຜູ້​ເປັນ​ລູກຊາຍ​ຂອງ​ໂບອາດ, ຜູ້​ເປັນ​ລູກຊາຍ​ຂອງ​ສານໂມນ, ຜູ້​ເປັນ​ລູກຊາຍ​ຂອງ​ນາໂຊນ,
33 the son of Amminadab, the son of Admin, the son of Arni, the son of Hezron, the son of Perez, the son of Judah, ຜູ້​ເປັນ​ລູກຊາຍ​ຂອງ​ອາມມີນາດາບ, ຜູ້​ເປັນ​ລູກຊາຍ​ຂອງ​ຣາມ, ຜູ້​ເປັນ​ລູກຊາຍ​ຂອງ​ເຮຊະໂຣນ, ຜູ້​ເປັນ​ລູກຊາຍ​ຂອງ​ເປເຣັດ, ຜູ້​ເປັນ​ລູກຊາຍ​ຂອງ​ຢູດາ,
34 the son of Jacob, the son of Isaac, the son of Abraham, the son of Terah, the son of Nahor, ຜູ້​ເປັນ​ລູກຊາຍ​ຂອງ​ຢາໂຄບ, ຜູ້​ເປັນ​ລູກຊາຍ​ຂອງ​ອີຊາກ, ຜູ້​ເປັນ​ລູກຊາຍ​ຂອງ​ອັບຣາຮາມ, ຜູ້​ເປັນ​ລູກຊາຍ​ຂອງ​ເຕຣາ, ຜູ້​ເປັນ​ລູກຊາຍ​ຂອງ​ນາໂຮ,
35 the son of Serug, the son of Reu, the son of Peleg, the son of Eber, the son of Shelah, ຜູ້​ເປັນ​ລູກຊາຍ​ຂອງ​ເສຣຸກ, ຜູ້​ເປັນ​ລູກຊາຍ​ຂອງ​ເຣອູ, ຜູ້​ເປັນ​ລູກຊາຍ​ຂອງ​ເປເລັກ, ຜູ້​ເປັນ​ລູກຊາຍ​ຂອງ​ເອເບ, ຜູ້​ເປັນ​ລູກຊາຍ​ຂອງ​ເສລາ,
36 the son of Cainan, the son of Arphaxad, the son of Shem, the son of Noah, the son of Lamech, ຜູ້​ເປັນ​ລູກຊາຍ​ຂອງ​ກາຍນານ, ຜູ້​ເປັນ​ລູກຊາຍ​ຂອງ​ອາກຟາສາດ, ຜູ້​ເປັນ​ລູກຊາຍ​ຂອງ​ເຊມ, ຜູ້​ເປັນ​ລູກຊາຍ​ຂອງ​ໂນອາ, ຜູ້​ເປັນ​ລູກຊາຍ​ຂອງ​ລາເມັກ,
37 the son of Methuselah, the son of Enoch, the son of Jared, the son of Mahalalel, the son of Cainan, ຜູ້​ເປັນ​ລູກຊາຍ​ຂອງ​ເມທຸເສລາ, ຜູ້​ເປັນ​ລູກຊາຍ​ຂອງ​ເອນົກ, ຜູ້​ເປັນ​ລູກຊາຍ​ຂອງ​ຢາເຣັດ, ຜູ້​ເປັນ​ລູກຊາຍ​ຂອງ​ມະຫາລາເລນ, ຜູ້​ເປັນ​ລູກຊາຍ​ຂອງ​ເກນານ,
38 the son of Enosh, the son of Seth, the son of Adam, the son of our Father. ຜູ້​ເປັນ​ລູກຊາຍ​ຂອງ​ເອໂນດ, ຜູ້​ເປັນ​ລູກຊາຍ​ຂອງ​ເຊດ, ຜູ້​ເປັນ​ລູກຊາຍ​ຂອງ​ອາດາມ, ຜູ້​ເປັນ​ລູກຊາຍ​ຂອງ​ພຣະເຈົ້າ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]