Skip to content
The Believer's Library

Biblica® Open Lao Contemporary Version

Luke 4 OLCV

Show OLCV only
Verse × ×
1 Jesus, full of the Holy Spirit, returned from the Jordan, led by the Spirit in the wilderness. ພຣະເຢຊູເຈົ້າ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ, ພຣະອົງ​ກັບ​ມາ​ຈາກ​ແມ່ນ້ຳ​ຈໍແດນ ແລະ ພຣະວິນຍານບໍລິສຸດເຈົ້າ​ນຳ​ພຣະອົງ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ,
2 Forty days, tempted by the devil, eating nothing in those days; when they ended, he was hungry. ພຣະອົງ​ຖືກ​ມານຮ້າຍ​ທົດລອງ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສີ່ສິບ​ວັນ. ໃນ​ລະຫວ່າງ​ວັນ​ເຫລົ່ານັ້ນ​ພຣະອົງ​ບໍ່​ໄດ້​ກິນ​ຫຍັງ​ເລີຍ ແລະ ເມື່ອ​ສິ້ນສຸດ​ສີ່ສິບ​ວັນ​ແລ້ວ​ພຣະອົງ​ກໍ​ຢາກ​ອາຫານ.
3 The devil told him, "If you're the Son of God, tell this stone to become bread." ມານຮ້າຍ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນຫີນ​ເຫລົ່ານີ້​ໃຫ້​ກາຍເປັນ​ເຂົ້າຈີ່”.
4 And Jesus answered him, "It is written, 'Man shall not live by bread alone.'" ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ມະນຸດ​ຈະ​ດຳລົງ​ຊີວິດ​ຢູ່​ດ້ວຍ​ອາຫານ​ພຽງ​ຢ່າງ​ດຽວ​ກໍ​ບໍ່​ໄດ້’”.
5 Then the devil led him up and showed him all the kingdoms of the world in an instant. ແລ້ວ​ມານຮ້າຍ​ໄດ້​ນຳ​ພຣະອົງ​ຂຶ້ນ​ໄປ​ບ່ອນ​ທີ່​ສູງ ແລະ ໄດ້​ສະແດງ​ອານາຈັກ​ທັງໝົດ​ຂອງ​ໂລກ​ໃຫ້​ພຣະອົງ​ເຫັນ​ໃນ​ພິບ​ຕາ​ດຽວ.
6 He said to him, "I will give you all this authority and their glory, for it has been entrusted to me, and I give it to whomever I want. ແລະ ມານຮ້າຍ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ເຮົາ​ຈະ​ໃຫ້​ສິດອຳນາດ ແລະ ສະຫງ່າລາສີ​ທັງໝົດ​ນີ້​ແກ່​ທ່ານ ເພາະ​ສິ່ງ​ທັງໝົດ​ເຫລົ່ານີ້​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ແລ້ວ ແລະ ເຮົາ​ຈະ​ມອບ​ໃຫ້​ແກ່​ຜູ້ໃດ​ກໍ​ໄດ້​ຕາມ​ທີ່​ເຮົາ​ຕ້ອງການ.
7 If you, then, will worship me, it will all be yours." ດັ່ງນັ້ນ ຖ້າ​ທ່ານ​ນະມັດສະການ​ເຮົາ ສິ່ງ​ທັງໝົດ​ນີ້​ຈະ​ເປັນ​ຂອງ​ທ່ານ”.
8 And Jesus answered him, "It is written, 'You will worship your Father, and serve only him.'" ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ຈົ່ງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ ແລະ ຮັບໃຊ້​ພຣະອົງ​ແຕ່​ຜູ້​ດຽວ’”.
9 Then he led him to Jerusalem, stood him on the temple's highest point, and said, "If you're the Son of God, throw yourself down from here, ມານຮ້າຍ​ໄດ້​ນຳ​ພຣະອົງ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ ແລະ ໃຫ້​ພຣະອົງ​ຢືນ​ຢູ່​ເທິງ​ຈຸດ​ສູງ​ສຸດ​ຂອງ​ວິຫານ​ແລ້ວ​ເວົ້າ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ໂດດ​ລົງ​ໄປ​ຈາກ​ທີ່​ນີ້.
10 for it is written, 'He will command his angels concerning you, to guard you,' ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ ‘ພຣະເຈົ້າ​ຈະ​ສັ່ງ​ໃຫ້​ຝູງ​ເທວະດາ​ຂອງ​ພຣະອົງ ມາ​ຄອຍ​ລະວັງ​ປົກປັກຮັກສາ​ທ່ານ.
11 and 'On their hands they will bear you up, so that you won't strike your foot against a stone.'" ບັນດາ​ເທວະດາ​ຈະ​ເອົາ​ມື​ຂອງ​ຕົນ​ອູ້ມ​ທ່ານ​ໄວ້ ເພື່ອ​ບໍ່​ໃຫ້​ຕີນ​ຂອງ​ທ່ານ​ຕຳ​ກ້ອນຫີນ’”.
12 And Jesus answered him, "It is said, 'You shall not put your Father to the test.'" ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳ​ກ່າວ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ຢ່າ​ທົດລອງ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ’”.
13 And when the devil had ended every temptation, he departed from him until an opportune time. ເມື່ອ​ມານຮ້າຍ​ໄດ້​ທົດລອງ​ທຸກ​ຢ່າງ​ນີ້​ແລ້ວ, ມັນ​ກໍ​ຈາກ​ພຣະອົງ​ໄປ​ຈົນ​ກວ່າ​ເຖິງ​ເວລາ​ທີ່​ມີ​ໂອກາດ​ອີກ.
14 Jesus returned to Galilee in the Holy Spirit's power, and news of him spread through the whole region. ພຣະເຢຊູເຈົ້າ​ໄດ້​ກັບ​ຄືນ​ມາ​ແຂວງ​ຄາລີເລ​ດ້ວຍ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ ແລະ ຂ່າວ​ເລື່ອງ​ຂອງ​ພຣະອົງ​ໄດ້​ກະຈາຍ​ໄປ​ທົ່ວ​ເຂດ​ນັ້ນ.
15 And he taught in their synagogues, and everyone glorified him. ພຣະອົງ​ສັ່ງສອນ​ໃນ​ທຳມະສາລາ​ຕ່າງໆ​ຂອງ​ພວກເຂົາ, ທຸກຄົນ​ພາກັນ​ສັນລະເສີນ​ພຣະເຈົ້າ.
16 He came to Nazareth, where he was raised, and as usual entered the synagogue on the Sabbath, then stood to read. ແລ້ວ​ພຣະອົງ​ໄປ​ທີ່​ນາຊາເຣັດ​ບ່ອນ​ທີ່​ພຣະອົງ​ຈະເລີນ​ເຕີບໃຫຍ່​ຂຶ້ນ, ແລະ ໃນ​ວັນຊະບາໂຕ ພຣະອົງ​ເຂົ້າ​ໄປ​ໃນ​ທຳມະສາລາ​ຕາມ​ປົກກະຕິ ແລະ ໄດ້​ຢືນ​ຂຶ້ນ​ອ່ານ​ພຣະຄຳ.
17 He was handed the scroll of the prophet Isaiah, unrolled it, and found where it was written: ພວກເຂົາ​ໄດ້​ຍື່ນ​ໜັງສື​ມ້ວນ​ຂອງ​ຜູ້ທຳນວາຍ​ເອຊາຢາ​ໃຫ້​ພຣະອົງ. ເມື່ອ​ເປີດ​ອອກ​ມາ​ກໍ​ພົບ​ຂໍ້ຄວາມ​ທີ່​ຂຽນ​ໄວ້​ວ່າ:
18 "The Spirit of our Father is upon me, because he has anointed me to proclaim good news to the poor. He has sent me to proclaim freedom for the captives and recovery of sight to the blind, to set free those who are oppressed, “ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢູ່​ເທິງ​ຂ້ານ້ອຍ ເພາະ​ພຣະອົງ​ເຈີມ​ແຕ່ງຕັ້ງ​ຂ້ານ້ອຍ​ໄວ້ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຍາກຈົນ. ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດ​ອິດສະຫລະພາບ​ແກ່​ນັກໂທດ ແລະ ໃຫ້​ຄົນຕາບອດ​ໄດ້​ເຫັນຮຸ່ງ, ປົດປ່ອຍ​ຜູ້​ທີ່​ຖືກ​ກົດຂີ່ຂົ່ມເຫັງ​ໃຫ້​ເປັນ​ອິດສະຫລະ,
19 to proclaim the year of our Father's favor." ໃຫ້​ປະກາດ​ປີ​ແຫ່ງ​ຄວາມເມດຕາ​ຂອງ​ອົງພຣະຜູ້ເປັນເຈົ້າ”.
20 He rolled up the scroll, gave it back to the attendant, and sat down. Every eye in the synagogue was fixed on him. ແລ້ວ​ພຣະອົງ​ກໍ​ໄດ້​ມ້ວນ​ໜັງສືມ້ວນ​ໄວ້ ແລ້ວ​ໄດ້​ສົ່ງ​ໜັງສືມ້ວນ​ນັ້ນ​ຄືນ​ໃຫ້​ແກ່​ເຈົ້າໜ້າທີ່​ແລ້ວ​ນັ່ງ​ລົງ. ສາຍຕາ​ຂອງ​ທຸກຄົນ​ໃນ​ທຳມະສາລາ​ກໍ​ຈ້ອງ​ເບິ່ງ​ພຣະອົງ,
21 And he began to say to them, "Today this Scripture has been fulfilled in your hearing." ພຣະເຢຊູເຈົ້າ​ກ່າວ​ຂຶ້ນ​ວ່າ, “ໃນ​ວັນ​ນີ້​ພຣະຄຳພີ​ຕອນ​ທີ່​ພວກທ່ານ​ໄດ້​ຟັງ​ນັ້ນ​ເປັນຈິງ​ແລ້ວ”.
22 All spoke well of him, amazed at the gracious words from his mouth, and said, "Isn't this Joseph's son?" ຄົນ​ທັງປວງ​ເວົ້າ​ຍົກຍ້ອງ​ພຣະອົງ ແລະ ປະຫລາດໃຈ​ໃນ​ຖ້ອຍຄຳ​ທີ່​ເຕັມ​ດ້ວຍ​ຄວາມ​ເມດຕາ​ຈາກ​ປາກ​ຂອງ​ພຣະອົງ. ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ຄົນ​ນີ້​ເປັນ​ລູກ​ຂອງ​ໂຢເຊັບ​ບໍ່​ແມ່ນ​ບໍ?”
23 He said to them, "Surely you'll quote this proverb to me: 'Doctor, heal yourself.' Do here in your hometown, too, what we heard happened in Capernaum." ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ແນ່ນອນ ພວກເຈົ້າ​ຄົງ​ຈະ​ຍົກ​ສຸພາສິດ​ນີ້​ກ່າວ​ຕໍ່​ເຮົາ​ວ່າ: ‘ທ່ານ​ໝໍ, ຈົ່ງ​ປິ່ນປົວ​ຕົນ​ເອງ​ສາ!’ ແລະ ພວກເຈົ້າ​ຈະ​ເວົ້າ​ຕໍ່​ເຮົາ​ວ່າ, ‘ສິ່ງ​ທີ່​ພວກເຮົາ​ໄດ້​ຍິນ​ວ່າ​ທ່ານ​ເຮັດ​ຢູ່​ໃນ​ເມືອງ​ກາເປນາອູມ​ນັ້ນ ຈົ່ງ​ເຮັດ​ໃນ​ເມືອງ​ຂອງ​ຕົນ​ບ່ອນ​ນີ້​ເໝືອນກັນ’ ”.
24 And he said, "Truly, I say to you, no prophet is acceptable in his hometown. ພຣະອົງ​ກ່າວ​ຕໍ່ໄປ​ອີກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບໍ່​ມີ​ຜູ້ທຳນວາຍ​ຄົນ​ໃດ​ທີ່​ໄດ້​ຮັບ​ການ​ຍອມຮັບ​ໃນ​ບ້ານເມືອງ​ຂອງ​ຕົນ.
25 But truly I tell you, many widows lived in Israel in Elijah's days, when the sky was shut three years and six months and a great famine struck the whole land, ເຮົາ​ຢືນຢັນ​ກັບ​ພວກເຈົ້າ​ວ່າ​ມີ​ແມ່ໝ້າຍ​ຫລາຍ​ຄົນ​ຢູ່​ອິດສະຣາເອນ​ໃນ​ຂອງ​ສະໄໝ​ເອລີຢາ, ເມື່ອ​ເວລາ​ທີ່​ທ້ອງຟ້າ​ຖືກ​ປິດ​ບໍ່​ໃຫ້​ຝົນ​ຕົກ​ເປັນ​ເວລາ​ສາມ​ປີ​ເຄິ່ງ ແລະ ເກີດ​ການອຶດຢາກ​ອາຫານ​ຢ່າງ​ຮ້າຍແຮງ​ທົ່ວ​ແຜ່ນດິນ,
26 and Elijah was sent to none of them but only to a widow in Zarephath of Sidon. ແຕ່​ເອລີຢາ​ກໍ​ບໍ່​ໄດ້​ຖືກ​ສົ່ງ​ໄປ​ຫາ​ຜູ້ໃດ​ຈັກ​ຄົນ ນອກຈາກ​ແມ່ໝ້າຍ​ຄົນ​ໜຶ່ງ​ທີ່​ເມືອງ​ຊາເຣັບຕາ​ໃນ​ຂົງເຂດ​ຊີໂດນ​ເທົ່ານັ້ນ.
27 Many had leprosy in Israel in the days of the prophet Elisha, yet none was made clean except Naaman the Syrian." ແລະ ໃນ​ສະໄໝ​ຂອງ​ຜູ້ທຳນວາຍ​ເອລີຊາ​ກໍ​ມີ​ຄົນຂີ້ທູດ​ຈຳນວນ​ຫລວງຫລາຍ​ໃນ​ອິດສະຣາເອນ ແຕ່​ບໍ່​ມີ​ຜູ້ໃດ​ໃນ​ພວກເຂົາ​ຖືກ​ຊຳລະ​ໃຫ້​ສະອາດ​ນອກຈາກ​ນາອາມານ​ຊາວ​ຊີເຣຍ​ເທົ່ານັ້ນ”.
28 When they heard these things, everyone in the synagogue was furious. ເມື່ອ​ຄົນ​ທັງຫລາຍ​ໃນ​ທຳມະສາລາ​ໄດ້​ຍິນ​ດັ່ງນີ້​ກໍ​ໃຈຮ້າຍ​ທີ່​ສຸດ.
29 They got up, drove him out of town, and took him to the edge of the hill their town was built on, to throw him off the cliff. ພວກເຂົາ​ຈຶ່ງ​ລຸກຂຶ້ນ​ຂັບໄລ່​ພຣະອົງ​ອອກ​ໄປ​ຈາກ​ເມືອງ ແລະ ນຳ​ພຣະອົງ​ໄປ​ຍັງ​ໜ້າຜາ​ຂອງ​ເນີນພູ​ທີ່​ເມືອງ​ຕັ້ງ​ຢູ່​ນັ້ນ ເພື່ອ​ຈະ​ຊຸກ​ພຣະອົງ​ລົງ​ໄປ​ຈາກ​ໜ້າຜາ.
30 But he walked through the crowd and went away. ແຕ່​ພຣະອົງ​ຍ່າງ​ຜ່າ​ປະຊາຊົນ ແລະ ຈາກ​ໄປ​ຕາມ​ທາງ​ຂອງ​ພຣະອົງ.
31 He went down to Capernaum, a town in Galilee, and taught them on the Sabbath, ຫລັງຈາກ​ນັ້ນ ພຣະອົງ​ກໍ​ໄປ​ຍັງ​ເມືອງ​ກາເປນາອູມ ເຊິ່ງ​ເປັນ​ເມືອງ​ໜຶ່ງ​ໃນ​ແຂວງ​ຄາລີເລ, ແລະ ພຣະອົງ​ເລີ່ມຕົ້ນ​ສັ່ງສອນ​ປະຊາຊົນ​ໃນ​ວັນຊະບາໂຕ.
32 and they were astonished at his teaching, for his word possessed authority. ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ ເພາະ​ຖ້ອຍຄຳ​ຂອງ​ພຣະອົງ​ນັ້ນ​ມີ​ສິດອຳນາດ.
33 In the synagogue was a man with the spirit of an unclean demon; he cried out in a loud voice, ຊາຍ​ຄົນ​ໜຶ່ງ​ໃນ​ທຳມະສາລາ​ມີ​ຜີມານຮ້າຍ​ເຂົ້າ​ສິງ​ຢູ່ ເຊິ່ງ​ເປັນ​ວິນຍານສົກກະປົກ. ມັນ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ,
34 Ha! What do you want with us, Jesus of Nazareth? Have you come to destroy us? I know who you are—God's Holy One. “ຈົ່ງ​ອອກ​ໄປ! ເຢຊູ​ຊາວ​ນາຊາເຣັດ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ພວກຂ້ານ້ອຍ? ທ່ານ​ມາ​ເພື່ອ​ທຳລາຍ​ພວກຂ້ານ້ອຍ​ບໍ? ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເປັນ​ຜູ້ໃດ ທ່ານ​ຄື​ອົງ​ບໍລິສຸດ​ຂອງ​ພຣະເຈົ້າ!”
35 Jesus rebuked him: "Be silent and come out of him!" The demon threw him down before them all, came out, and did him no harm. ພຣະເຢຊູເຈົ້າ​ສັ່ງ​ຢ່າງ​ເດັດຂາດ​ວ່າ, “ມິດງຽບ! ຈົ່ງ​ອອກ​ມາ​ຈາກ​ລາວ​ດຽວ​ນີ້!” ແລ້ວ​ຜີມານຮ້າຍ​ໄດ້​ເຮັດ​ໃຫ້​ຄົນ​ນີ້​ລົ້ມລົງ​ຕໍ່ໜ້າ​ພວກເຂົາ​ທັງໝົດ ແລະ ອອກ​ໄປ​ຈາກ​ລາວ​ໂດຍ​ບໍ່​ໄດ້​ເຮັດ​ອັນຕະລາຍ​ແຕ່​ຢ່າງໃດ.
36 All were amazed and asked each other, "What word is this? With authority and power he orders unclean spirits, and they leave!" ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ຖ້ອຍຄຳ​ເຫລົ່ານີ້​ແມ່ນ​ຫຍັງ? ເພາະວ່າ​ເພິ່ນ​ໄດ້​ສັ່ງ​ວິນຍານສົກກະປົກ​ເຫລົ່ານີ້​ດ້ວຍ​ສິດອຳນາດ ແລະ ລິດເດດ ແລ້ວ​ມັນ​ກໍ​ອອກ​ມາ!”
37 And reports about him went out into every place in the surrounding region. ແລ້ວ​ຊື່ສຽງ​ຂອງ​ພຣະອົງ​ຈຶ່ງ​ແຜ່​ໄປ​ທົ່ວ​ທຸກ​ບ່ອນ​ໃນ​ຂົງເຂດ​ນັ້ນ.
38 And he arose and left the synagogue and entered Simon's house. Now Simon's mother-in-law was ill with a high fever, and they asked him to help her. ພຣະເຢຊູເຈົ້າ​ໄດ້​ອອກ​ຈາກ​ທຳມະສາລາ ແລະ ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຊີໂມນ. ໃນ​ຂະນະ​ນັ້ນ ແມ່​ເມຍ​ຂອງ​ຊີໂມນ​ກຳລັງ​ທຸກທໍລະມານ​ເພາະ​ມີ​ໄຂ້​ຂຶ້ນ​ສູງ, ແລະ ພວກເຂົາ​ຈຶ່ງ​ຂໍ​ໃຫ້​ພຣະເຢຊູເຈົ້າ​ຊ່ວຍ​ນາງ.
39 He stood over her and rebuked the fever; it left her, and she rose at once and began serving them. ດັ່ງນັ້ນ ພຣະອົງ​ຈຶ່ງ​ໂນ້ມ​ໂຕ​ລົງ ແລະ ສັ່ງ​ຫ້າມ​ໄຂ້​ນັ້ນ ແລ້ວ​ໄຂ້​ນັ້ນ​ກໍ​ຫາຍ​ໄປ​ຈາກ​ນາງ. ນາງ​ຈຶ່ງ​ລຸກຂຶ້ນ​ທັນທີ ແລະ ເລີ່ມ​ຮັບໃຊ້​ພຣະອົງ​ກັບ​ພວກສາວົກ.
40 As the sun set, all who had someone sick with various diseases brought them to him; laying his hands on each one, he healed them. ເມື່ອ​ຕາເວັນ​ກຳລັງ​ຕົກ​ດິນ ປະຊາຊົນ​ໄດ້​ນຳ​ຄົນ​ເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ຫາ​ພຣະເຢຊູເຈົ້າ, ພຣະອົງ​ໄດ້​ວາງ​ມື​ໃສ່​ພວກເຂົາ​ແຕ່ລະຄົນ ແລະ ປິ່ນປົວ​ພວກເຂົາ​ໃຫ້​ຫາຍດີ.
41 Demons also came out of many, shouting, "You are the Son of God!" He silenced them, forbidding them to speak, since they knew he was the Christ. ຫລາຍກວ່າ​ນັ້ນ​ອີກ, ມີ​ຜີມານຮ້າຍ​ໄດ້​ອອກ​ມາ​ຈາກ​ຫລາຍ​ຄົນ ແລະ ຮ້ອງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!” ແຕ່​ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ພວກມັນ ແລະ ບໍ່​ອະນຸຍາດ​ໃຫ້​ພວກມັນ​ເວົ້າ ເພາະ​ພວກມັນ​ຮູ້​ວ່າ​ພຣະອົງ​ເປັນ​ພຣະຄຣິດເຈົ້າ.
42 At daybreak he went out to a remote place. Crowds looked for him, came to him, and tried to keep him from leaving them. ພໍ​ຮຸ່ງເຊົ້າ​ມາ ພຣະເຢຊູເຈົ້າ​ກໍ​ອອກ​ໄປ​ຍັງ​ບ່ອນ​ທີ່​ງຽບສະຫງົບ. ປະຊາຊົນ​ຕ່າງ​ກໍ​ຊອກຫາ​ພຣະອົງ ແລະ ເມື່ອ​ພວກເຂົາ​ພົບ​ພຣະອົງ​ແລ້ວ ພວກເຂົາ​ກໍ​ພະຍາຍາມ​ໜ່ວງໜ່ຽວ​ພຣະອົງ​ໄວ້​ບໍ່​ໃຫ້​ໄປ​ຈາກ​ພວກເຂົາ.
43 But he told them, "I must announce the good news of our Father's kingdom to the other towns too—this is why I was sent." ແຕ່​ພຣະອົງ​ກ່າວ​ວ່າ, “ເຮົາ​ຕ້ອງ​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ໃຫ້​ແກ່​ເມືອງ​ອື່ນໆ​ເໝືອນກັນ ເພາະ​ເຮົາ​ຖືກ​ໃຊ້​ມາ​ກໍ​ເພື່ອ​ພາລະກິດ​ນີ້​ແຫລະ”.
44 And he was preaching in the synagogues of Judea. ແລະ ພຣະອົງ​ໄດ້​ສືບຕໍ່​ເທດສະໜາ​ໃນ​ທຳມະສາລາ​ຕ່າງໆ​ໃນ​ແຂວງ​ຢູດາຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]