Skip to content
The Believer's Library

Biblica® Open Lao Contemporary Version

Luke 1 OLCV

Show OLCV only
Verse × ×
1 Since many have undertaken to compile an ordered account of what has been accomplished among us. ມີ​ຫລາຍ​ຄົນ​ໄດ້​ຮຽບຮຽງ​ເລື່ອງລາວ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ທ່າມກາງ​ພວກເຮົາ​ທັງຫລາຍ,
2 Just as eyewitnesses from the beginning and servants of the word handed these accounts to us, ຕາມ​ທີ່​ສົ່ງ​ຕໍ່​ມາ​ເຖິງ​ພວກເຮົາ​ຈາກ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ເຫັນ​ກັບ​ຕາ​ຕັ້ງ​ແຕ່​ຕົ້ນ ແລະ ເປັນ​ຜູ້ຮັບໃຊ້​ຖ້ອຍຄຳ.
3 I too, having traced everything accurately from the start, decided to write it in order for you, most excellent Theophilus, ດັ່ງນັ້ນ ຫລັງຈາກ​ທີ່​ຂ້າພະເຈົ້າ​ໄດ້​ສືບສວນ​ທຸກ​ສິ່ງ​ຢ່າງ​ລະອຽດ​ມາ​ຕັ້ງແຕ່​ຕົ້ນ​ແລ້ວ, ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ຂຽນ​ລຳດັບ​ເຫດການ​ເພື່ອ​ທ່ານ ເທໂອຟີໂລ​ທີ່​ນັບຖື,
4 so that you may know the certainty of the things you have been taught. ເພື່ອ​ທ່ານ​ຈະ​ໄດ້​ຮູ້​ວ່າ​ສິ່ງ​ຕ່າງໆ​ທີ່​ທ່ານ​ໄດ້​ຮຽນຮູ້​ມາ​ນັ້ນ​ເຊື່ອຖື​ໄດ້​ແນ່ນອນ.
5 In the days of Herod, king of Judea, a priest named Zechariah was in Abijah's priestly division. His wife Elizabeth descended from Aaron. ໃນ​ສະໄໝ​ຂອງ​ກະສັດ​ເຮໂຣດ​ແຫ່ງ​ຢູດາຍ ມີ​ປະໂລຫິດ​ຄົນ​ໜຶ່ງ​ຊື່​ວ່າ ເຊກາຣີຢາ ຢູ່​ໃນ​ສັງ​ກັດ​ຂອງ​ປະໂລຫິດ​ອາບີຢາ, ເມຍ​ຂອງ​ເພິ່ນ​ຊື່ ເອລີຊາເບັດ ກໍ​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ເໝືອນ​ກັນ.
6 They were both righteous before our Father, walking blamelessly in all his commandments and ordinances. ທັງ​ສອງ​ຄົນ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ, ຢຶດ​ຖື​ຄຳສັ່ງ ແລະ ທຸກ​ຂໍ້ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢ່າງ​ບໍ່ມີຕຳໜິ.
7 But they had no child, because Elizabeth was barren, and both were very old. ແຕ່​ພວກເພິ່ນ​ບໍ່​ມີ​ລູກ​ເພາະ​ນາງ​ເອລີຊາເບັດ​ເປັນໝັນ ແລະ ທັງ​ສອງ​ກໍ​ເຖົ້າແກ່​ແລ້ວ.
8 Now while he was serving as priest before our Father when his division was on duty, ຄັ້ງ​ໜຶ່ງ​ເມື່ອ​ກອງ​ເວນ​ຂອງ​ເຊກາຣີຢາ​ຖືກ​ເຂົ້າ​ປະຕິບັດ​ໜ້າທີ່ ແລະ ເພິ່ນ​ກຳລັງ​ປະຕິບັດ​ໜ້າທີ່​ໃນ​ຖານະ​ເປັນ​ປະໂລຫິດ​ຕໍ່ໜ້າ​ພຣະເຈົ້າ,
9 by priestly custom, lot chose him to enter his sanctuary and burn incense. ເພິ່ນ​ໄດ້​ຮັບ​ເລືອກ​ໂດຍ​ການ​ຈັບ​ສະຫລາກ​ຕາມ​ທຳນຽມ​ຂອງ​ປະໂລຫິດ​ເພື່ອ​ເຂົ້າ​ໄປ​ເຜົາ​ເຄື່ອງຫອມ​ໃນ​ວິຫານ​ຂອງ​ອົງພຣະຜູ້ເປັນເຈົ້າ.
10 And the whole crowd of the people were praying outside at the hour of incense. ແລະ ເມື່ອ​ເຖິງ​ເວລາ​ເຜົາ​ເຄື່ອງຫອມ ຜູ້​ນະມັດສະການ​ທຸກຄົນ​ທີ່​ເຕົ້າໂຮມ​ກັນ​ກໍ​ອະທິຖານ​ຢູ່​ຂ້າງນອກ.
11 Then an angel of our Father appeared to him, standing at the right of the altar of incense. ແລ້ວ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ມາ​ປາກົດ​ແກ່​ເພິ່ນ​ໂດຍ​ຢືນ​ຢູ່​ເບື້ອງຂວາ​ຂອງ​ແທ່ນເຜົາ​ເຄື່ອງຫອມ.
12 Zechariah was shaken when he saw him, and fear came over him. ເມື່ອ​ເຊກາຣີຢາ​ເຫັນ​ເທວະດາ​ນັ້ນ​ກໍ​ຕື່ນຕົກໃຈ ແລະ ມີ​ຄວາມ​ຢ້ານກົວ.
13 The angel said to him, "Don't be afraid, Zechariah—your prayer has been heard. Your wife Elizabeth will bear you a son; name him John. ແຕ່​ເທວະດາ​ຕົນ​ນັ້ນ​ກ່າວ​ກັບ​ເພິ່ນ​ວ່າ: “ເຊກາຣີຢາ, ຢ່າ​ຢ້ານ​ເລີຍ, ພຣະເຈົ້າ​ໄດ້​ຍິນ​ຄຳອະທິຖານ​ຂອງ​ເຈົ້າ​ແລ້ວ. ເອລີຊາເບັດ​ເມຍ​ຂອງ​ເຈົ້າ​ຈະ​ເກີດ​ລູກຊາຍ, ຈົ່ງ​ຕັ້ງ​ຊື່​ໃຫ້​ເພິ່ນ​ວ່າ​ໂຢຮັນ.
14 You will have joy and gladness; many will rejoice at his birth. ເພິ່ນ​ຈະ​ເປັນ​ຄວາມ​ຊື່ນຊົມຍິນດີ ແລະ ຄວາມ​ສຸກໃຈ​ຂອງ​ເຈົ້າ ແລະ ຄົນ​ທັງຫລາຍ​ຈະ​ຍິນດີ​ເມື່ອ​ເພິ່ນ​ເກີດ​ມາ,
15 He will be great before our Father, must never drink wine or other alcoholic drinks, and he will be filled with the Holy Spirit even from his mother's womb. ເພາະ​ເພິ່ນ​ຈະ​ເປັນ​ຜູ້ຍິ່ງໃຫຍ່​ໃນ​ສາຍຕາ​ຂອງ​ອົງພຣະຜູ້ເປັນເຈົ້າ. ເພິ່ນ​ຈະ​ບໍ່​ດື່ມ​ເຫລົ້າອະງຸ່ນ ແລະ ຂອງ​ມຶນເມົາ ແລະ ເພິ່ນ​ຈະ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ຕັ້ງແຕ່​ກ່ອນ​ທີ່​ເພິ່ນ​ເກີດ​ມາ.
16 And he will turn many of the children of Israel back to their Father. ເພິ່ນ​ຈະ​ນຳ​ປະຊາຊົນ​ອິດສະຣາເອນ​ຈຳນວນ​ຫລວງຫລາຍ​ກັບ​ຄືນ​ມາ​ຫາ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຂົາ.
17 He will go before our Father in Elijah's spirit and power, turning fathers' hearts to their children, and the disobedient to the wisdom of the righteous, to prepare a people ready for our Father." ແລະ ເພິ່ນ​ຈະ​ອອກໜ້າ​ກ່ອນ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຈິດວິນຍານ ແລະ ລິດອຳນາດ​ຂອງ​ເອລີຢາ, ເພື່ອ​ໃຫ້​ຈິດໃຈ​ຂອງ​ພໍ່​ຫັນ​ມາ​ຫາ​ລູກ ແລະ ນຳ​ຄົນບໍ່ເຊື່ອຟັງ​ຫັນ​ມາ​ສູ່​ປັນຍາ​ຂອງ​ຄົນຊອບທຳ ເພື່ອ​ຈັດຕຽມ​ຊົນຊາດ​ໜຶ່ງ​ໄວ້​ສຳລັບ​ອົງພຣະຜູ້ເປັນເຈົ້າ”.
18 Zechariah said to the angel, "How will I know this? I'm old, and my wife is well along in years." ເຊກາຣີຢາ​ຖາມ​ເທວະດາ​ນັ້ນ​ວ່າ, “ຂ້ານ້ອຍ​ຈະ​ແນ່ໃຈ​ໃນ​ເລື່ອງ​ນີ້​ໄດ້​ແນວໃດ? ຂ້ານ້ອຍ​ເປັນ​ຊາຍ​ທີ່​ເຖົ້າແກ່ ແລະ ເມຍ​ຂອງ​ຂ້ານ້ອຍ​ກໍ​ມີ​ອາຍຸ​ຫລາຍ​ແລ້ວ”.
19 The angel answered him, "I am Gabriel, who stands in our Father's presence, sent to speak to you and bring you this good news. ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ເຮົາ​ແມ່ນ​ຄັບຣີເອນ. ເຮົາ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ, ພຣະອົງ​ສົ່ງ​ເຮົາ​ມາ​ເວົ້າ​ກັບ​ເຈົ້າ ແລະ ໃຫ້​ມາ​ບອກ​ຂ່າວດີ​ນີ້​ແກ່​ເຈົ້າ.
20 And now you will be silent, unable to speak, until the day these things happen, because you did not believe my words, which will come true in their time." ແລະ ບັດນີ້​ເຈົ້າ​ຈະ​ເປັນ​ໃບ້ ແລະ ບໍ່​ສາມາດ​ເວົ້າ​ໄດ້​ຈົນ​ເຖິງ​ວັນ​ທີ່​ເຫດການ​ເຫລົ່ານີ້​ຈະ​ເກີດ​ຂຶ້ນ, ເພາະ​ເຈົ້າ​ບໍ່​ເຊື່ອ​ຖ້ອຍຄຳ​ຂອງ​ເຮົາ, ເຊິ່ງ​ຈະ​ເປັນຈິງ​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້”.
21 Meanwhile the people waited for Zechariah, wondering why he stayed so long in the sanctuary. ໃນ​ຂະນະ​ນັ້ນ ປະຊາຊົນ​ກໍ​ກຳລັງ​ລໍຖ້າ​ເຊກາຣີຢາ ແລະ ກຳລັງ​ສົງໄສ​ວ່າ​ເປັນຫຍັງ​ເພິ່ນ​ຈຶ່ງ​ຢູ່​ໃນ​ວິຫານ​ດົນ​ແທ້.
22 When he came out, he could not speak to them, and they knew he had seen a vision in the sanctuary. He kept motioning to them and stayed mute. ເມື່ອ​ເພິ່ນ​ອອກ​ມາ ເພິ່ນ​ກໍ​ເວົ້າ​ກັບ​ພວກເຂົາ​ບໍ່​ໄດ້. ພວກເຂົາ​ຈຶ່ງ​ເຂົ້າໃຈ​ວ່າ​ເພິ່ນ​ໄດ້​ເຫັນ​ນິມິດ​ຢູ່​ໃນ​ວິຫານ, ເພາະ​ເພິ່ນ​ໄດ້​ພະຍາຍາມ​ໃຊ້​ມື​ສື່ສານ​ກັບ​ພວກເຂົາ ແຕ່​ກໍ​ຍັງ​ບໍ່​ສາມາດ​ເວົ້າ​ໄດ້.
23 And when his days of service were ended, he went home. ເມື່ອ​ເພິ່ນ​ເຮັດ​ໜ້າທີ່​ຈົນ​ຄົບ​ກຳນົດ​ເວລາ​ແລ້ວ ເພິ່ນ​ກໍ​ກັບ​ບ້ານ.
24 After these days his wife Elizabeth became pregnant, and for five months she kept herself hidden, saying, ຫລັງຈາກ​ນັ້ນ ນາງ​ເອລີຊາເບັດ​ເມຍ​ຂອງ​ເພິ່ນ​ກໍ​ຖືພາ ແລະ ບໍ່​ໄດ້​ອອກ​ໄປ​ໃສ​ເປັນ​ເວລາ​ຫ້າ​ເດືອນ.
25 "This is what our Father did for me, in the days he looked on me, to remove my disgrace among people." ນາງ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ກະທຳ​ການ​ນີ້​ເພື່ອ​ຂ້ານ້ອຍ. ໃນ​ວັນ​ເຫລົ່ານີ້​ພຣະອົງ​ໄດ້​ສະແດງ​ຄວາມ​ກະລຸນາ​ຂອງ​ພຣະອົງ ແລະ ເອົາ​ຄວາມອັບອາຍ​ຂອງ​ຂ້ານ້ອຍ​ທີ່​ມີ​ຢູ່​ໃນ​ທ່າມກາງ​ຄົນ​ທັງຫລາຍ​ອອກ​ໄປ”.
26 In month six our Father sent the angel Gabriel to a Galilee town called Nazareth, ໃນ​ເດືອນ​ທີ​ຫົກ​ທີ່​ນາງ​ເອລີຊາເບັດ​ກຳລັງ​ຖືພາ​ຢູ່​ນັ້ນ, ພຣະເຈົ້າ​ໄດ້​ສົ່ງ​ເທວະດາ​ຄັບຣີເອນ​ມາ​ຍັງ​ເມືອງ​ນາຊາເຣັດ​ໃນ​ແຂວງ​ຄາລີເລ,
27 to a virgin engaged to a man named Joseph, of the house of David; the virgin's name was Mary. ໃຫ້​ມາ​ຫາ​ສາວບໍລິສຸດ​ຄົນ​ໜຶ່ງ​ທີ່​ເປັນ​ຄູ່ໝັ້ນ​ຂອງ​ໂຢເຊັບ, ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ດາວິດ. ສາວບໍລິສຸດ​ຄົນ​ນັ້ນ​ມີ​ຊື່​ວ່າ​ມາຣີ.
28 And he came to her and said, "Greetings, favored one! Our Father is with you." ເທວະດາ​ຕົນ​ນັ້ນ​ໄດ້​ໄປ​ຫາ​ນາງ ແລະ ກ່າວ​ວ່າ, “ນາງ​ເອີຍ ເຈົ້າ​ເປັນ​ທີ່​ພໍໃຈ​ຫລາຍ! ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ເຈົ້າ”.
29 But she was greatly troubled by his words, and wondered what kind of greeting this might be. ນາງ​ມາຣີ​ຈຶ່ງ​ກະວົນກະວາຍ​ໃຈ​ຫລາຍ​ໃນ​ຖ້ອຍຄຳ​ຂອງ​ເພິ່ນ ແລະ ສົງໄສ​ວ່າ​ການ​ທັກທາຍ​ແບບ​ນີ້​ໝາຍ​ເຖິງ​ອັນໃດ.
30 The angel said to her, "Don't be afraid, Mary, for you have found favor with our Father. ແຕ່​ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ນາງ​ວ່າ, “ມາຣີ​ເອີຍ, ຢ່າ​ຢ້ານ​ເລີຍ ເຈົ້າ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພຣະເຈົ້າ.
31 You will conceive in your womb and bear a son, and you will call his name Jesus. ເຈົ້າ​ຈະ​ຖືພາ ແລະ ເກີດ​ລູກຊາຍ, ຈົ່ງ​ຕັ້ງ​ຊື່​ລູກ​ນັ້ນ​ວ່າ​ເຢຊູ.
32 He will be great and called Son of the Most High, and our Father will give him the throne of his father David, ພຣະອົງ​ຈະ​ຍິ່ງໃຫຍ່ ແລະ ໄດ້​ຊື່​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ. ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຈະ​ມອບ​ບັນລັງ​ຂອງ​ດາວິດ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພຣະອົງ​ໃຫ້​ແກ່​ພຣະອົງ,
33 and he will reign over Jacob's house forever; his kingdom will never end." ແລະ ພຣະອົງ​ຈະ​ປົກຄອງ​ເຊື້ອສາຍ​ຂອງ​ຢາໂຄບ​ຕະຫລອດໄປ, ອານາຈັກ​ຂອງ​ພຣະອົງ​ຈະ​ບໍ່​ມີ​ວັນ​ສິ້ນສຸດ​ເລີຍ”.
34 And Mary said to the angel, "How will this be, since I am a virgin?" ນາງ​ມາຣີ​ຈຶ່ງ​ຖາມ​ເທວະດາ​ນັ້ນ​ວ່າ, “ຈະ​ເປັນ​ຢ່າງ​ນັ້ນ​ໄດ້​ແນວໃດ​ໃນ​ເມື່ອ​ຂ້ານ້ອຍ​ຍັງ​ເປັນ​ສາວບໍລິສຸດ​ຢູ່?”
35 The angel answered her, "The Holy Spirit will come over you, and the Most High's power will shadow you; so the holy child born will be called the Son of our Father. ເທວະດາ​ນັ້ນ​ໄດ້​ຕອບ​ວ່າ, “ພຣະວິນຍານບໍລິສຸດເຈົ້າ​ຈະ​ລົງ​ມາ​ເທິງ​ເຈົ້າ ແລະ ລິດອຳນາດ​ຂອງ​ພຣະເຈົ້າ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດັ່ງນັ້ນ ອົງ​ບໍລິສຸດ​ທີ່​ຈະ​ເກີດ​ມາ​ຈະ​ໄດ້​ຊື່​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.
36 Look, your relative Elizabeth has also conceived a son in her old age—this is the sixth month for her called barren. ແມ່ນ​ແຕ່​ເອລີຊາເບັດ​ພີ່ນ້ອງ​ຂອງ​ເຈົ້າ ກໍ​ຈະ​ໄດ້​ລູກຊາຍ​ໃນ​ໄວ​ເຖົ້າ ແລະ ຍິງ​ທີ່​ຄົນ​ເວົ້າ​ວ່າ​ເປັນໝັນ​ກໍ​ຖືພາ​ໄດ້​ຫົກ​ເດືອນ​ແລ້ວ.
37 For nothing will be impossible with our Father." ເພາະ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ບໍ່​ມີ​ວັນ​ລົ້ມເຫລວ”.
38 Mary said, "I am the servant of our Father; let it happen to me as you said." Then the angel left her. ນາງ​ມາຣີ​ກ່າວ​ວ່າ, “ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ອົງພຣະຜູ້ເປັນເຈົ້າ, ຂໍ​ໃຫ້​ເປັນ​ຈິງ​ຕາມ​ຄຳ​ຂອງ​ທ່ານ”. ແລ້ວ​ເທວະດາ​ນັ້ນ​ກໍ​ຈາກ​ນາງ​ໄປ.
39 In those days Mary got up and hurried to the hill country, to a town in Judah, ໃນ​ເວລາ​ນັ້ນ​ມາຣີ​ໄດ້​ຕຽມຕົວ ແລະ ຟ້າວ​ໄປ​ຍັງ​ເມືອງ​ໜຶ່ງ​ທີ່​ຢູ່​ເນີນພູເຂົາ​ຂອງ​ແຂວງ​ຢູດາຍ,
40 and she entered the house of Zechariah and greeted Elizabeth. ນາງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເຊກາຣີຢາ ແລະ ກ່າວ​ທັກທາຍ​ນາງ​ເອລີຊາເບັດ.
41 When Elizabeth heard Mary's greeting, her baby leaped in her womb, and she was filled with the Holy Spirit. ເມື່ອ​ນາງ​ເອລີຊາເບັດ​ໄດ້​ຍິນ​ຄຳທັກທາຍ​ຂອງ​ນາງ​ມາຣີ, ລູກ​ໃນ​ທ້ອງ​ຂອງ​ນາງ​ກໍ​ດີ້ນ ແລະ ນາງ​ເອລີຊາເບັດ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ.
42 She cried out with a loud voice, "Blessed are you among women, blessed is the fruit of your womb! ນາງ​ຈຶ່ງ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ເຈົ້າ​ໄດ້​ຮັບ​ພອນ​ຫລາຍ​ທີ່ສຸດ​ໃນ​ທ່າມກາງ​ແມ່ຍິງ​ທັງຫລາຍ ແລະ ລູກ​ທີ່​ເຈົ້າ​ຈະ​ເກີດ​ອອກ​ມາ​ນັ້ນ​ກໍ​ໄດ້​ຮັບ​ພອນ​ດ້ວຍ!
43 And why is this granted to me, that the mother of my Lord should come to me? ແຕ່​ດ້ວຍ​ເຫດ​ໃດ​ຂ້ານ້ອຍ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ​ຫລາຍ​ເຊັ່ນ​ນີ້ ທີ່​ແມ່​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ໄດ້​ມາ​ຢ້ຽມຢາມ​ຂ້ານ້ອຍ?
44 For the moment I heard your greeting, the baby in my womb leaped for joy. ພໍ​ແຕ່​ຂ້ານ້ອຍ​ໄດ້​ຍິນ​ສຽງ​ທັກທາຍ​ຂອງ​ນາງ ລູກ​ໃນ​ທ້ອງ​ຂອງ​ຂ້ານ້ອຍ​ກໍ​ດີ້ນ​ດ້ວຍ​ຄວາມຊື່ນຊົມຍິນດີ.
45 Blessed is she who believed that there would be a fulfillment of what our Father spoke to her." ພອນ​ນັ້ນ​ເປັນ​ຂອງ​ນາງ​ທີ່​ເຊື່ອ​ວ່າ​ອົງພຣະຜູ້ເປັນເຈົ້າ​ຈະ​ເຮັດ​ຕາມ​ສັນຍາ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ນາງ!”
46 And Mary said, "My soul magnifies our Father, ແລະ ນາງ​ມາຣີ​ຈຶ່ງ​ກ່າວ​ວ່າ: “ຈິດໃຈ​ຂອງ​ຂ້ານ້ອຍ​ຍົກຍ້ອງ​ອົງພຣະຜູ້ເປັນເຈົ້າ
47 and my spirit rejoices in our Father, my Savior, ແລະ ຈິດວິນຍານ​ຂອງ​ຂ້ານ້ອຍ​ກໍ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ,
48 for he has looked on the humble estate of his servant. For from now on all generations will call me blessed; ເພາະ​ພຣະອົງ​ໄດ້​ໃສ່​ໃຈ ຕໍ່​ຖານະ​ອັນ​ຕ່ຳຕ້ອຍ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ. ຈາກ​ນີ້​ໄປ​ຄົນ​ທຸກ​ຍຸກ​ຈະ​ເອີ້ນ​ຂ້ານ້ອຍ​ວ່າ​ຜູ້​ໄດ້​ຮັບ​ພອນ,
49 for the Mighty One has done great things for me, and holy is his name. ເພາະ​ວ່າ​ພຣະອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ເຮັດ​ສິ່ງ​ຍິ່ງໃຫຍ່​ເພື່ອ​ຂ້ານ້ອຍ ນາມ​ຂອງ​ພຣະອົງ​ບໍລິສຸດ.
50 And his mercy is for those who fear him from generation to generation. ຄວາມ​ເມດຕາ​ຂອງ​ພຣະອົງ​ກໍ​ແຜ່​ມາ​ເຖິງ​ບັນດາ​ຄົນ​ທີ່​ຢຳເກງ​ພຣະອົງ, ຈາກ​ຄົນ​ຊົ່ວ​ອາຍຸ​ນີ້​ໄປ​ຫາ​ຄົນ​ຊົ່ວ​ອາຍຸ​ໜ້າ.
51 He has shown strength with his arm; he has scattered the proud in the thoughts of their hearts; ພຣະອົງ​ກະທຳ​ການ​ຍິ່ງໃຫຍ່​ດ້ວຍ​ແຂນ​ຂອງ​ພຣະອົງ, ພຣະອົງ​ເຮັດ​ໃຫ້​ຄົນ​ທີ່​ມີ​ໃຈ​ອວດອ້າງ​ຈອງຫອງ​ກະຈັດກະຈາຍ​ໄປ.
52 he has brought down the mighty from their thrones and lifted up the humble; ພຣະອົງ​ໄດ້​ປົດ​ບັນດາ​ຜູ້ປົກຄອງ​ລົງ​ຈາກ​ບັນລັງ​ຂອງ​ພວກເຂົາ ແຕ່​ໄດ້​ຍົກ​ຄົນ​ຕ່ຳຕ້ອຍ​ຂຶ້ນ.
53 he has filled the hungry with good things, and the rich he has sent away empty. ພຣະອົງ​ໃຫ້​ຄົນ​ອຶດຢາກ​ເຕັມ​ໄປ​ດ້ວຍ​ສິ່ງ​ດີ ແຕ່​ສົ່ງ​ຄົນ​ຮັ່ງມີ​ໜີ​ໄປ​ມື​ເປົ່າ.
54 He has helped his servant Israel, in remembrance of his mercy, ພຣະອົງ​ຊ່ວຍ​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ ໂດຍ​ພຣະອົງ​ບໍ່​ລືມ​ທີ່​ຈະ​ເມດຕາ
55 just as he spoke to our fathers, to Abraham and to his offspring forever." ຕໍ່​ອັບຣາຮາມ ແລະ ເຊື້ອສາຍ​ຂອງ​ເພິ່ນ​ຕະຫລອດໄປ, ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ”.
56 And Mary remained with her about three months and then returned to her home. ນາງ​ມາຣີ​ໄດ້​ພັກເຊົາ​ຢູ່​ກັບ​ເອລີຊາເບັດ​ປະມານ​ສາມ​ເດືອນ​ແລ້ວ​ຈຶ່ງ​ກັບ​ເຮືອນ.
57 Now the time came for Elizabeth to give birth, and she bore a son. ເມື່ອ​ເຖິງ​ກຳນົດ​ເວລາ​ທີ່​ນາງ​ເອລີຊາເບັດ​ຈະ​ເກີດ​ລູກ, ນາງ​ກໍ​ເກີດ​ລູກຊາຍ​ຄົນ​ໜຶ່ງ.
58 Her neighbors and relatives heard our Father had shown her great mercy, and rejoiced with her. ບັນດາ​ເພື່ອນ​ບ້ານ ແລະ ຍາດພີ່ນ້ອງ​ຂອງ​ນາງ​ໄດ້​ຍິນ​ວ່າ​ອົງພຣະຜູ້ເປັນເຈົ້າ​ສະແດງ​ຄວາມ​ເມດຕາ​ອັນ​ຍິ່ງໃຫຍ່​ແກ່​ນາງ ແລະ ພວກເຂົາ​ກໍ​ໄດ້​ມາ​ຮ່ວມ​ຍິນດີ​ກັບ​ນາງ.
59 On the eighth day they came to circumcise the child, and were going to call him Zechariah after his father, ໃນ​ວັນ​ທີ​ແປດ ພວກເພິ່ນ​ກໍ​ໃຫ້​ເດັກນ້ອຍ​ນັ້ນ​ຮັບ​ພິທີຕັດ ແລະ ພວກເພິ່ນ​ກຳລັງ​ຈະ​ຕັ້ງ​ຊື່​ໃຫ້​ເດັກນ້ອຍ​ນັ້ນ​ວ່າ​ເຊກາຣີຢາ​ຕາມ​ຊື່​ຂອງ​ພໍ່,
60 but his mother answered, "No; he will be called John." ແຕ່​ແມ່​ຂອງ​ເດັກນ້ອຍ​ໄດ້​ທ້ວງ​ຂຶ້ນ​ວ່າ, “ບໍ່​ໄດ້! ລາວ​ຕ້ອງ​ມີ​ຊື່​ວ່າ​ໂຢຮັນ”.
61 And they said to her, "None of your relatives is called by this name." ພວກເຂົາ​ກ່າວ​ກັບ​ນາງ​ວ່າ, “ໃນ​ບັນດາ​ຍາດພີ່ນ້ອງ​ຂອງ​ເຈົ້າ​ບໍ່​ມີ​ຜູ້ໃດ​ທີ່​ໃຊ້​ຊື່​ນັ້ນ”.
62 And they made signs to his father, asking what Zechariah wanted the child to be called. ແລ້ວ​ພວກເຂົາ​ໃຊ້​ພາສາ​ໃບ້​ຖາມ​ພໍ່​ຂອງ​ເດັກນ້ອຍ​ເພື່ອ​ຕ້ອງການ​ຮູ້​ວ່າ​ເພິ່ນ​ຢາກ​ຕັ້ງ​ຊື່​ລູກ​ວ່າ​ແນວໃດ.
63 He asked for a tablet and wrote, "His name is John." And everyone was amazed. ເພິ່ນ​ຈຶ່ງ​ຂໍ​ໃຫ້​ເອົາ​ແຜ່ນກະດານ​ມາ​ແລ້ວ​ຂຽນ​ລົງ​ໄປ​ວ່າ, “ຊື່​ຂອງ​ລາວ​ແມ່ນ​ໂຢຮັນ” ເຊິ່ງ​ສ້າງ​ຄວາມປະຫລາດໃຈ​ແກ່​ທຸກຄົນ.
64 And immediately his mouth was opened and his tongue loosed, and he spoke, blessing our Father. ໃນ​ທັນໃດ​ນັ້ນ ປາກ​ຂອງ​ເພິ່ນ​ກໍ​ເປີດ​ອອກ ແລະ ລີ້ນ​ຂອງ​ເພິ່ນ​ກໍ​ເຊົາ​ຕິດຂັດ ແລ້ວ​ເພິ່ນ​ກໍ​ເລີ່ມ​ກ່າວ ແລະ ສັນລະເສີນ​ພຣະເຈົ້າ.
65 Fear fell on all their neighbors, and all these things were talked about throughout Judea's hill country. ເພື່ອນ​ບ້ານ​ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ ແລະ ຄົນ​ທັງຫລາຍ​ກໍ​ພາກັນ​ເວົ້າ​ເຖິງ​ເລື່ອງ​ເຫລົ່ານີ້​ໄປ​ທົ່ວ​ເຂດ​ເນີນພູເຂົາ​ຂອງ​ແຂວງ​ຢູດາຍ.
66 And all who heard kept these things in their hearts, saying, "What then will this child become?" For our Father's hand was with him. ທຸກຄົນ​ທີ່​ໄດ້​ຍິນ​ເລື່ອງ​ນີ້​ຕ່າງ​ກໍ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ແລ້ວ​ເດັກນ້ອຍ​ຄົນ​ນີ້​ຈະ​ເປັນ​ແນວໃດ​ນໍ?” ເພາະ​ມື​ຂອງ​ອົງພຣະຜູ້ເປັນເຈົ້າ​ຢູ່​ນຳ​ລາວ.
67 And his father Zechariah was filled with the Holy Spirit and prophesied, saying, ຝ່າຍ​ເຊກາຣີຢາ​ຜູ້​ເປັນ​ພໍ່​ກໍ​ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ກ່າວ​ທຳນວາຍ​ວ່າ:
68 "Blessed be our Father of Israel, for he has visited and redeemed his people, ສັນລະເສີນ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ອິດສະຣາເອນ, ເພາະ​ພຣະອົງ​ມາ​ຢ້ຽມຢາມ​ບັນດາ​ຄົນ​ຂອງ​ພຣະອົງ ແລະ ໄຖ່​ພວກເຂົາ.
69 and has raised up a mighty Savior for us in the house of his servant David, ພຣະອົງ​ຍົກຊູ​ເຂົາສັດ​ແຫ່ງ​ຄວາມພົ້ນ​ສຳລັບ​ພວກເຮົາ ໃນ​ເຊື້ອສາຍ​ຂອງ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ
70 as he spoke through the mouth of his holy prophets long ago, (ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ຜ່ານ​ບັນດາ​ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະອົງ​ຕັ້ງແຕ່​ສະໄໝ​ບູຮານ),
71 that we should be saved from our enemies and from the hand of all who hate us; ໃຫ້​ພົ້ນ​ຈາກ​ພວກ​ສັດຕູ​ຂອງ​ພວກເຮົາ ແລະ ພົ້ນ​ຈາກ​ມື​ຂອງ​ທຸກຄົນ​ທີ່​ກຽດຊັງ​ພວກເຮົາ
72 to show the mercy promised to our fathers and to remember his holy covenant, ເພື່ອ​ສະແດງ​ຄວາມເມດຕາ​ຕໍ່​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ ເພື່ອ​ເປັນ​ການ​ລະນຶກ​ເຖິງ​ພັນທະສັນຍາ​ອັນ​ບໍລິສຸດ​ຂອງ​ພຣະອົງ,
73 the oath that he swore to our father Abraham, to grant us, ຄຳສາບານ​ທີ່​ພຣະອົງ​ໄດ້​ສາບານ​ໄວ້​ກັບ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຄື:
74 that we, being delivered from the hand of our enemies, might serve him without fear, ຈະ​ກອບກູ້​ພວກເຮົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ​ສັດຕູ​ຂອງ​ພວກເຮົາ, ແລະ ໃຫ້​ພວກເຮົາ​ສາມາດ​ຮັບໃຊ້​ພຣະອົງ​ໂດຍ​ປາດສະຈາກ​ຄວາມຢ້ານ
75 in holiness and righteousness before him all our days. ໃນ​ຄວາມບໍລິສຸດ ແລະ ຄວາມຊອບທຳ​ຕໍ່ໜ້າ​ພຣະອົງ​ຕະຫລອດ​ຊີວິດ​ຂອງ​ພວກເຮົາ.
76 And you, child, will be called the prophet of the Most High; for you will go before the Lord to prepare his ways, “ແລະ ສ່ວນ​ເຈົ້າ, ລູກ​ຂອງ​ພໍ່, ເຈົ້າ​ຈະ​ໄດ້​ຊື່​ວ່າ​ຜູ້ທຳນວາຍ​ຂອງ​ອົງ​ສູງສຸດ, ເພາະວ່າ​ເຈົ້າ​ຈະ​ໄປ​ກ່ອນໜ້າ​ອົງພຣະຜູ້ເປັນເຈົ້າ​ເພື່ອ​ຈັດຕຽມ​ທາງ​ສຳລັບ​ພຣະອົງ,
77 to give his people the knowledge of salvation through the forgiveness of their sins, ເພື່ອ​ຈະ​ໃຫ້​ຄົນ​ຂອງ​ພຣະອົງ​ຮູ້​ເຖິງ​ຄວາມພົ້ນ ຜ່ານ​ການ​ອະໄພ​ບາບ​ຂອງ​ພວກເຂົາ,
78 because of the tender mercy of our Father, by which the sunrise from on high will visit us, ເພາະ​ໂດຍ​ຄວາມ​ເມດຕາ​ອັນ​ອ່ອນໂຍນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ, ແສງ​ສະຫວ່າງ​ໃນ​ຍາມ​ຮຸ່ງເຊົ້າ​ຈາກ​ສະຫວັນ​ຈະ​ມາ​ຫາ​ພວກເຮົາ
79 to give light to those who sit in darkness and in the shadow of death, to guide our feet into the way of peace." ເພື່ອ​ສ່ອງສະຫວ່າງ​ແກ່​ບັນດາ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ຄວາມມືດ ແລະ ຢູ່​ໃນ​ເງົາ​ຂອງ​ຄວາມຕາຍ, ເພື່ອ​ຈະ​ນຳພາ​ຕີນ​ຂອງ​ພວກເຮົາ​ໄປ​ສູ່​ທາງ​ແຫ່ງ​ສັນຕິສຸກ”.
80 The child grew, became strong in spirit, and lived in the wilderness until the day he appeared publicly to Israel. ແລ້ວ​ເດັກນ້ອຍ​ຄົນ​ນັ້ນ​ກໍ​ເຕີບໃຫຍ່​ຂຶ້ນ ແລະ ຝ່າຍ​ວິນຍານ​ກໍ​ເຂັ້ມແຂງ, ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ຈົນ​ເຖິງ​ວັນ​ທີ່​ຈະ​ໄດ້​ມາ​ປາກົດ​ແກ່​ປະຊາຊົນ​ອິດສະຣາເອນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]