Skip to content
The Believer's Library

Biblica® Open Lao Contemporary Version

Mark 16 OLCV

Show OLCV only
Verse × ×
1 When the Sabbath ended, Mary Magdalene, Mary the mother of James, and Salome bought spices to go anoint him. ເມື່ອ​ວັນຊະບາໂຕ​ຜ່ານພົ້ນ​ໄປ​ແລ້ວ ມາຣີ​ຊາວ​ມັກດາລາ, ມາຣີ​ແມ່​ຂອງ​ຢາໂກໂບ ແລະ ນາງ​ຊາໂລເມ​ກໍ​ຊື້​ເຄື່ອງຫອມ​ເພື່ອ​ເອົາ​ໄປ​ຫົດສົງ​ສົບ​ຂອງ​ພຣະເຢຊູເຈົ້າ.
2 Very early on the first day of the week, just after sunrise, they went to the tomb. ໃນ​ວັນ​ຕົ້ນ​ສັບປະດາ​ແຕ່​ເຊົ້າ ພວກເຂົາ​ກໍ​ໄປ​ເຖິງ​ອຸບມຸງ​ນັ້ນ
3 They asked each other, "Who will roll the stone away from the tomb's entrance for us?" ແລະ ຖາມ​ກັນ​ວ່າ, “ຜູ້ໃດ​ນໍ​ຈະ​ຊ່ວຍ​ກຶ່ງ​ກ້ອນຫີນ​ນັ້ນ​ອອກ​ຈາກ​ປາກ​ອຸບມຸງ​ໃຫ້​ພວກເຮົາ?”
4 But looking up, they saw the stone—very large—already rolled away. ແຕ່​ພໍ​ພວກເຂົາ​ແນມເບິ່ງ​ກໍ​ເຫັນ​ວ່າ​ຫີນ​ກ້ອນ​ໃຫຍ່​ນັ້ນ​ຖືກ​ກຶ່ງ​ອອກ​ແລ້ວ.
5 They entered the tomb and saw a young man dressed in a white robe, seated on the right. They were alarmed. ເມື່ອ​ພວກເຂົາ​ເຂົ້າ​ໄປ​ໃນ​ອຸບມຸງ​ກໍ​ໄດ້​ເຫັນ​ຊາຍໜຸ່ມ​ຜູ້​ໜຶ່ງ​ນຸ່ງ​ເສື້ອຄຸມ​ຍາວ​ສີຂາວ ນັ່ງ​ຢູ່​ເບື້ອງຂວາ ພວກນາງ​ກໍ​ຕົກໃຈຢ້ານ​ຫລາຍ.
6 "Don't be alarmed," he said. "You're looking for Jesus the Nazarene, who was crucified. He's risen—he isn't here. Look, the place they laid him. ຊາຍໜຸ່ມ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ຢ່າ​ຕື່ນຕົກໃຈ​ເລີຍ, ພວກເຈົ້າ​ມາ​ຊອກຫາ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ. ພຣະອົງ​ເປັນຄືນມາ​ແລ້ວ! ພຣະອົງ​ບໍ່​ໄດ້​ຢູ່​ທີ່​ນີ້. ຈົ່ງ​ເບິ່ງ​ບ່ອນ​ທີ່​ພວກເຂົາ​ວາງ​ຮ່າງກາຍ​ຂອງ​ພຣະອົງ​ໄວ້​ແມ.
7 But go, tell his disciples and Peter, 'He goes ahead of you to Galilee. You will see him there, as he told you.'" ແຕ່​ຈົ່ງ​ໄປ​ບອກ​ພວກສາວົກ​ຂອງ​ພຣະອົງ ແລະ ເປໂຕ​ວ່າ, ‘ພຣະອົງ​ກຳລັງ​ໄປ​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ. ພວກເຈົ້າ​ຈະ​ເຫັນ​ພຣະອົງ​ໃນ​ທີ່​ນັ້ນ ຕາມ​ທີ່​ພຣະອົງ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ’ ”.
8 Trembling and amazed, the women fled the tomb, telling no one—they were afraid. ພວກເຂົາ​ຢ້ານ​ຈົນ​ໂຕສັ່ນ ແລະ ສັບສົນ ຈຶ່ງ​ພາກັນ​ຟ້າວ​ອອກ​ໜີ​ໄປ​ຈາກ​ອຸບມຸງ. ພວກເຂົາ​ບໍ່​ໄດ້​ເວົ້າ​ອັນ​ໃດ​ກັບ​ຜູ້ໃດ ເພາະ​ວ່າ​ພວກເຂົາ​ຢ້ານ.
9 Rising early the first day of the week, Jesus appeared first to Mary Magdalene, from whom he had driven seven demons. ເມື່ອ​ຮຸ່ງເຊົ້າ​ຂອງ​ວັນ​ຕົ້ນ​ສັບປະດາ ຫລັງ​ຈາກ​ທີ່​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ແລ້ວ, ພຣະອົງ​ໄດ້​ປາກົດ​ແກ່​ນາງ​ມາຣີ​ຊາວ​ມັກດາລາ​ເປັນ​ຜູ້ທຳອິດ ຄື​ຜູ້​ທີ່​ພຣະເຢຊູເຈົ້າ​ໄດ້​ຂັບໄລ່​ຜີມານຮ້າຍ​ເຈັດ​ໂຕ​ອອກ​ນັ້ນ.
10 She went and told those who had been with him, who were mourning and weeping. ມາຣີ​ຈຶ່ງ​ໄປ​ບອກ​ບັນດາ​ຜູ້​ທີ່​ເຄີຍ​ຢູ່​ກັບ​ພຣະອົງ, ຜູ້​ທີ່​ກຳລັງ​ໄວ້ທຸກ ແລະ ຮ້ອງໄຫ້​ຢູ່.
11 Hearing Jesus was alive and seen by her, they did not believe it. ເມື່ອ​ພວກເຂົາ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ມີຊີວິດ​ຢູ່ ແລະ ທັງ​ໄດ້​ຍິນ​ນາງ​ເວົ້າ​ວ່າ​ຕົນ​ໄດ້​ເຫັນ​ພຣະອົງ​ດ້ວຍ, ພວກເຂົາ​ກໍ​ບໍ່ເຊື່ອ.
12 Afterward Jesus appeared, in a different form, to two of them walking in the country. ຫລັງຈາກນັ້ນ​ແລ້ວ ພຣະເຢຊູເຈົ້າ​ກໍ​ໄດ້​ປາກົດ​ໃນ​ລັກສະນະ​ໜຶ່ງ​ອີກ​ແກ່​ສາວົກ​ສອງ​ຄົນ​ໃນຂະນະ​ທີ່​ພວກເພິ່ນ​ເດີນ​ທາງ​ຢູ່​ນອກ​ເມືອງ.
13 They went back and reported it to the others, but they did not believe them either. ທັງ​ສອງ​ໄດ້​ກັບ​ມາ​ເລົ່າ​ໃຫ້​ສາວົກ​ຄົນ​ອື່ນໆ​ຟັງ ແຕ່​ພວກເພິ່ນ​ກໍ​ຍັງ​ບໍ່​ເຊື່ອ.
14 Later Jesus appeared to the eleven as they reclined at a meal and rebuked their lack of faith and hardness of heart, because they hadn't believed those who saw him risen. ຕໍ່ມາ ພຣະເຢຊູເຈົ້າ​ກໍ​ໄດ້​ປາກົດ​ແກ່​ສາວົກ​ສິບເອັດ​ຄົນ​ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ກິນເຂົ້າ​ຢູ່, ພຣະອົງ​ໄດ້​ຕຳໜິ​ພວກເພິ່ນ​ທີ່​ຂາດ​ຄວາມເຊື່ອ ແລະ ດື້ດ້ານ​ທີ່​ບໍ່​ຍອມ​ເຊື່ອ​ຜູ້​ທີ່​ໄດ້​ເຫັນ​ພຣະອົງ​ຫລັງຈາກ​ທີ່​ພຣະອົງ​ໄດ້​ເປັນຄືນມາ​ແລ້ວ.
15 He said to them, "Go into all the world and proclaim the good news to all creation. ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ອອກ​ໄປ​ທົ່ວ​ໂລກ ປະກາດ​ຂ່າວປະເສີດ​ແກ່​ມະນຸດ​ທັງໝົດ.
16 Whoever believes and is baptized will be saved, but whoever does not believe will be condemned. ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ ແລະ ຮັບ​ບັບຕິສະມາ​ກໍ​ຈະ​ໄດ້​ພົ້ນ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ບໍ່ເຊື່ອ​ກໍ​ຈະ​ຖືກ​ຕັດສິນ​ລົງໂທດ.
17 And these signs will follow those who believe: in my name they'll drive out demons, speak in new tongues. ແລະ ໝາຍສຳຄັນ​ເຫລົ່ານີ້​ຈະ​ຕິດຕາມ​ຄົນ​ທີ່​ເຊື່ອ​ດັ່ງນີ້​ຄື: ພວກເຂົາ​ຈະ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງ​ເຮົາ, ພວກເຂົາ​ຈະ​ເວົ້າ​ພາສາ​ໃໝ່ໆ​ໄດ້,
18 They will pick up snakes with their hands; if they drink deadly poison, it won't harm them; they will lay hands on the sick, and they will recover." ພວກເຂົາ​ຈະ​ຈັບ​ງູ​ດ້ວຍ​ມື​ເປົ່າ ແລະ ເມື່ອ​ພວກເຂົາ​ດື່ມ​ຂອງ​ທີ່​ມີ​ພິດ ສິ່ງ​ເຫລົ່ານີ້​ຈະ​ບໍ່​ເປັນ​ອັນຕະລາຍ​ແກ່​ພວກເຂົາ, ເມື່ອ​ພວກເຂົາ​ວາງມື​ໃສ່​ຄົນ​ເຈັບປ່ວຍ ແລະ ຄົນ​ເຫລົ່ານັ້ນ​ກໍ​ຈະ​ຫາຍດີ”.
19 After speaking to them, the Lord Jesus was taken up into heaven and sat at the right hand of our Father. ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ແກ່​ພວກເພິ່ນ​ແລ້ວ ພຣະອົງ​ກໍ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ ແລະ ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ.
20 They went out and preached everywhere, the Lord working with them, confirming his word through accompanying signs. ຝ່າຍ​ພວກສາວົກ​ກໍ​ອອກ​ໄປ​ເທດສະໜາ​ທົ່ວ​ທຸກ​ບ່ອນ ແລະ ອົງພຣະຜູ້ເປັນເຈົ້າ​ໄດ້​ຮ່ວມງານ​ກັບ​ພວກເພິ່ນ ແລະ ພຣະອົງ​ໄດ້​ຢືນຢັນ​ຖ້ອຍຄຳ​ຂອງ​ພຣະອົງ​ດ້ວຍ​ໝາຍສຳຄັນ​ທີ່​ເກີດຂຶ້ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]