1“ຂ້ອຍໄດ້ເຮັດຄຳໝັ້ນສັນຍາກັບຕາຂອງຕົນເອງວ່າຈະບໍ່ເບິ່ງຍິງສາວດ້ວຍໃຈຕັນຫາ.
2ເພາະອັນໃດຄືສິ່ງທີ່ພຣະເຈົ້າຈາກເບື້ອງເທິງກຳນົດໃຫ້ພວກເຮົາ?ອັນໃດຄືມໍລະດົກຂອງພວກເຮົາຈາກອົງຜູ້ມີລິດອໍານາດຍິ່ງໃຫຍ່ທີ່ຢູ່ເບື້ອງເທິງ?
3ມັນກໍຄືຄວາມພິນາດສຳລັບຄົນຊົ່ວ,ແລະ ໄພພິບັດສຳລັບພວກທີ່ເຮັດຜິດບໍ່ແມ່ນບໍ?
4ພຣະອົງບໍ່ໄດ້ເບິ່ງຫົນທາງຂອງຂ້ອຍແລະ ນັບທຸກບາດກ້າວຂອງຂ້ອຍບໍ?
5“ຖ້າຂ້ອຍໄດ້ດຳເນີນຊີວິດໃນຄວາມຜິດຫລື ຕີນຂອງຂ້ອຍຟ້າວແລ່ນໄປສູ່ການຫລອກລວງ
6ຂໍພຣະເຈົ້າຊັ່ງຂ້ອຍດ້ວຍຕາຊິງທີ່ສັດຊື່ແລະ ພຣະອົງຈະຮູ້ວ່າຂ້ອຍບໍ່ມີທີ່ຕຳໜິ
7ຖ້າບາດກ້າວຂອງຂ້ອຍໄດ້ຫັນໄປຈາກທາງເດີນ,ຖ້າຕາຂອງຂ້ອຍພາຈິດໃຈຂອງຕົນມົວເມົາ,ຫລື ຖ້າມືຂອງຂ້ອຍມີມົນທິນ,
8ກໍຂໍໃຫ້ຄົນອື່ນກິນສິ່ງທີ່ຂ້ອຍໄດ້ຫວ່ານ,ແລະ ຂໍໃຫ້ພືດຜົນຂອງຂ້ອຍຖືກຖອນຮາກ.
9“ຖ້າຈິດໃຈຂອງຂ້ອຍໄດ້ຖືກຜູ້ຍິງລໍ້ລວງໄປ,ຫລື ຖ້າຂ້ອຍຈອບສ່ອງຢູ່ທີ່ປະຕູເພື່ອນບ້ານຂອງຂ້ອຍ,
10ກໍຂໍໃຫ້ເມຍຂອງຂ້ອຍໄປໂມ້ແປ້ງໃຫ້ຊາຍຄົນອື່ນ,ແລະ ຂໍໃຫ້ຊາຍຄົນອື່ນຫລັບນອນກັບນາງ.
11ເພາະນັ້ນເປັນຄວາມຊົ່ວຮ້າຍ,ເປັນບາບທີ່ຕ້ອງຖືກລົງໂທດ.
12ມັນເປັນໄຟທີ່ເຜົາຜານໄປສູ່ຄວາມພິນາດ,ມັນຈະຖອນຮາກສິ່ງທີ່ຂ້ອຍປູກໄວ້.
13“ຖ້າຂ້ອຍບໍ່ໃຫ້ຄວາມຍຸຕິທຳແກ່ຄົນຮັບໃຊ້ຂອງຂ້ອຍຄົນໃດ,ບໍ່ວ່າຊາຍ ຫລື ຍິງ,ເມື່ອນັ້ນພວກເຂົາກໍມີເລື່ອງມາຕໍ່ສູ້ຂ້ອຍ,
14ຂ້ອຍຈະເຮັດຢ່າງໃດເມື່ອຂ້ອຍປະເຊີນໜ້າກັບພຣະເຈົ້າ?ຂ້ອຍຈະຕອບຢ່າງໃດເມື່ອພຣະອົງເອີ້ນໃຫ້ມາລາຍງານ?
15ພຣະເຈົ້າຜູ້ສ້າງຂ້ອຍໄວ້ໃນມົດລູກກໍສ້າງພວກເຂົາດ້ວຍບໍ່ແມ່ນບໍ?ພຣະເຈົ້າອົງດຽວກັນນີ້ໄດ້ສ້າງພວກເຮົາທັງສອງໃນທ້ອງແມ່ຂອງພວກເຮົາບໍ່ແມ່ນບໍ?
16“ຖ້າຂ້ອຍໄດ້ປະຕິເສດຄວາມຕ້ອງການຂອງຄົນທຸກຍາກຫລື ປ່ອຍໃຫ້ຕາຂອງແມ່ໝ້າຍຄ່ອຍໆຫລັບໄປ,
17ຖ້າຂ້ອຍເກັບອາຫານໄວ້ໃຫ້ກັບຕົວເອງ,ບໍ່ຍອມແບ່ງປັນມັນແກ່ລູກກຳພ້າ
18ທີ່ຈິງແລ້ວ ຕັ້ງແຕ່ຂ້ອຍຍັງໜຸ່ມນັ້ນ ຂ້ອຍກໍລ້ຽງດູລູກກຳພ້າດັ່ງເປັນພໍ່ຄົນໜຶ່ງ,ແລະ ຕັ້ງແຕ່ຂ້ອຍເກີດມາກໍນຳທາງໃຫ້ແມ່ໝ້າຍ
19ຖ້າຂ້ອຍໄດ້ເຫັນຄົນໃດກຳລັງໜາວໃກ້ຈະຕາຍເພາະບໍ່ມີເຄື່ອງນຸ່ງ,ຫລື ເຫັນຄົນຂັດສົນບໍ່ມີເຄື່ອງນຸ່ງຫົ່ມ,
20ແລ້ວຈິດໃຈຂອງພວກເຂົາບໍ່ໄດ້ອວຍພອນຂ້ອຍເພາະພວກເຂົາອົບອຸ່ນດ້ວຍຂົນແກະຈາກແກະຂອງຂ້ອຍ,
21ຖ້າມືຂອງຂ້ອຍໄດ້ຍົກຂຶ້ນທໍາຮ້າຍລູກກຳພ້າ,ໂດຍຮູ້ວ່າຂ້ອຍມີອິດທິພົນໃນສານ,
22ກໍຂໍໃຫ້ແຂນຂອງຂ້ອຍຫລຸດອອກຈາກບ່າ,ຂໍໃຫ້ມັນຫັກອອກຈາກຂໍ້ຕໍ່,
23ເພາະຂ້ອຍຢ້ານກົວການທໍາລາຍຈາກພຣະເຈົ້າ,ແລະ ເພາະຂ້ອຍຢຳເກງສະຫງ່າລາສີຂອງພຣະອົງ.ຂ້ອຍຈຶ່ງບໍ່ກ້າເຮັດສິ່ງເຊັ່ນນີ້ໄດ້.
24“ຖ້າຂ້ອຍໄດ້ໄວ້ວາງໃຈໃນຄໍາຫລື ເວົ້າກັບຄຳບໍລິສຸດວ່າ, ‘ເຈົ້າເປັນຄວາມປອດໄພຂອງຂ້ອຍ’,
25ຖ້າຂ້ອຍຊື່ນຊົມຍິນດີໃນຄວາມຮັ່ງມີອັນມະຫາສານຂອງຂ້ອຍ,ໃນຊັບສົມບັດທີ່ມືຂອງຂ້ອຍຫາມາໄດ້,
26ຖ້າຂ້ອຍເບິ່ງດວງຕາເວັນສ່ອງແສງສະຫວ່າງຫລື ດວງເດືອນທີ່ເຄື່ອນຍ້າຍຢ່າງສະຫງ່າງາມ,
27ຈິດໃຈຂອງຂ້ອຍຖືກລໍ້ລວງຢ່າງລັບໆແລະ ຂ້ອຍໄດ້ຈູບມືໃຫ້ຄວາມເຄົາລົບແກ່ສິ່ງເຫລົ່ານັ້ນ,
28ສິ່ງເຫລົ່ານີ້ກໍຈະເປັນບາບທີ່ສົມຄວນແກ່ການລົງໂທດ,ເພາະຂ້ອຍບໍ່ສັດຊື່ຕໍ່ພຣະເຈົ້າທີ່ຢູ່ເບື້ອງເທິງ.
29“ຖ້າຂ້ອຍຊົມຊື່ນຍິນດີໃນເຄາະຮ້າຍຂອງສັດຕູຫລື ຍິນດີໃນຄວາມທຸກຮ້ອນທີ່ເກີດຂຶ້ນກັບລາວ
30ຂ້ອຍບໍ່ເຄີຍຍອມໃຫ້ປາກຂອງຂ້ອຍເຮັດບາບໂດຍສາບແຊ່ງຊີວິດຂອງພວກເຂົາໃຫ້ມີອັນເປັນໄປ
31ຖ້າຄົນໃນຄົວເຮືອນຂອງຂ້ອຍບໍ່ເຄີຍເວົ້າວ່າ,‘ຜູ້ໃດແດ່ບໍ່ໄດ້ກິນຊີ້ນທີ່ໂຢບເອົາມາຈົນອິ່ມ?’
32ແຕ່ບໍ່ມີຄົນແປກໜ້າຈັກຄົນນອນຄ້າງຄືນຢູ່ຕາມຖະໜົນ,ເພາະປະຕູເຮືອນຂອງຂ້ອຍເປີດຕ້ອນຮັບຜູ້ເດີນທາງຢູ່ສະເໝີ
33ຖ້າຂ້ອຍປົກປິດບາບໄວ້ດັ່ງທີ່ຄົນໄດ້ປະຕິບັດ,ໂດຍເຊື່ອງຄວາມຜິດຂອງຂ້ອຍໄວ້ໃນຈິດໃຈ
34ເພາະຂ້ອຍຢ້ານຝູງຊົນແລະ ຢ້ານຖືກດູຖູກຈາກຕະກຸນຕ່າງໆຂ້ອຍກໍມິດງຽບຢູ່ ແລະ ຈະບໍ່ອອກໄປທາງນອກເຮືອນ
35(“ຂ້ອຍຢາກໃຫ້ມີບາງຄົນຟັງຂ້ອຍ!ບັດນີ້ ຂ້ອຍຂໍລົງຊື່ແກ້ຂໍ້ກ່າວຫາຂອງຂ້ອຍ ຂໍອົງຜູ້ມີລິດອໍານາດຍິ່ງໃຫຍ່ຕອບຂ້ອຍ;ຂໍໃຫ້ຜູ້ກ່າວຫາຂ້ອຍຂຽນຄໍາກ່າວຫາອອກມາເປັນລາຍລັກອັກສອນ;
36ແນ່ນອນ ຂ້ອຍຈະແບກຄຳກ່າວຫານັ້ນໄວ້ເທິງບ່າຂອງຂ້ອຍ,ຂ້ອຍຈະສວມມັນໄວ້ເໝືອນດັ່ງມົງກຸດ.
37ຂ້ອຍຈະເລົ່າໃຫ້ພຣະອົງຟັງທຸກບາດກ້າວຂອງຂ້ອຍ;ຂ້ອຍຈະບອກເລື່ອງນັ້ນໃຫ້ພຣະອົງຟັງດັ່ງເຂົ້າພົບຜູ້ປົກຄອງຄົນໜຶ່ງ).
38“ຖ້າແຜ່ນດິນຂອງຂ້ອຍຮ້ອງກ່າວໂທດຂ້ອຍແລະ ທຸກຮອຍໄຖປຽກຊຸ່ມດ້ວຍນ້ຳຕາ,
39ຖ້າຂ້ອຍກິນຜົນຂອງມັນໂດຍບໍ່ຈ່າຍເງິນຫລື ທໍາລາຍຈິດໃຈຂອງຜູ້ທີ່ເຊົ່າ,
40ກໍຂໍໃຫ້ກົກໜາມງອກຂຶ້ນແທນເຂົ້າຫວີດແລະ ສັດຕູພືດງອກແທນເຂົ້າບາເລ”ຄໍາເວົ້າຂອງໂຢບຈົບລົງບ່ອນນີ້.