Skip to content
The Believer's Library

Biblica® Open Lao Contemporary Version

Job 32 OLCV

Side by side with the Father's Heart Bible™

ເອລີຮູ

1ດັ່ງນັ້ນ ໝູ່ເພື່ອນ​ທັງ​ສາມ​ຄົນ​ຈຶ່ງ​ຢຸດ​ໂຕ້ຕອບ​ກັບ​ໂຢບ, ເພາະ​ລາວ​ເຫັນ​ວ່າ​ຕົນ​ເປັນ​ຄົນ​ຊອບທຳ. 2ແຕ່​ເອລີຮູ​ລູກຊາຍ​ຂອງ​ບາຣາເກນ​ຊາວ​ບູຊີ​ໃນ​ຄອບຄົວ​ຂອງ​ຣາມ, ຍ້ອນ​ລາວ​ໃຈຮ້າຍ​ໃຫ້​ໂຢບ​ຫລາຍ​ທີ່​ອ້າງ​ວ່າ​ຕົນ​ເອງ​ເປັນ​ຝ່າຍ​ຖືກ​ແທນ​ທີ່​ຈະ​ແມ່ນ​ພຣະເຈົ້າ. 3ເອລີຮູ​ກໍ​ໃຈຮ້າຍ​ໃຫ້​ໝູ່ເພື່ອນ​ທັງ​ສາມ​ຂອງ​ໂຢບ​ຄືກັນ, ເພາະ​ພວກເຂົາ​ບໍ່​ມີ​ຄໍາເວົ້າ​ທີ່​ຈະ​ຕອບ​ໂຢບ, ແລະ ຍັງ​ໄດ້​ກ່າວໂທດ​ໂຢບ. 4ບັດນີ້ ເອລີຮູ​ໄດ້​ລໍຖ້າ​ທີ່​ຈະ​ເວົ້າ​ກັບ​ໂຢບ​ເພາະ​ພວກເຂົາ​ມີ​ອາຍຸ​ຫລາຍ​ກວ່າ​ລາວ. 5ເມື່ອ​ລາວ​ເຫັນ​ວ່າ​ໝູ່​ເພື່ອນ​ທັງ​ສາມ​ຂອງ​ໂຢບ​ບໍ່​ມີ​ອັນໃດ​ທີ່​ຈະ​ກ່າວ​ເພີ່ມເຕີມ​ອີກ​ແລ້ວ, ເອລີຮູ​ກໍ​ໃຈຮ້າຍ​ຂຶ້ນ.

6ດັ່ງນັ້ນ ເອລີຮູ​ລູກຊາຍ​ຂອງ​ບາຣາເກນ​ຊາວ​ບູຊີ​ໄດ້​ເວົ້າ​ວ່າ:“ຂ້ອຍ​ອາຍຸ​ຍັງ​ນ້ອຍ​ຫລາຍ,ແລະ ພວກເຈົ້າ​ກໍ​ເປັນ​ຜູ້​ອາວຸໂສ;ນັ້ນ​ເປັນ​ເຫດຜົນ​ທີ່​ຂ້ອຍ​ຢ້ານ,ບໍ່​ກ້າ​ບອກ​ສິ່ງ​ທີ່​ຕົນເອງ​ຮູ້​ແກ່​ພວກເຈົ້າ.

7ຂ້ອຍ​ຄິດ​ວ່າ, ‘ຄວນ​ໃຫ້​ຜູ້​ອາວຸໂສ​ເວົ້າ;ຜູ້​ມີ​ປະສົບການ​ຫລາຍ​ປີ​ຄວນ​ສອນ​ປັນຍາ’.

8ແຕ່​ແມ່ນ​ຈິດ​ວິນຍານ​​ຢູ່​ໃນ​ມະນຸດ​ຄົນ​ໜຶ່ງ,ລົມ​ຫາຍໃຈ​ແຫ່ງ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ທີ່​ໃຫ້​ພວກເຂົາ​ມີ​ຄວາມ​ເຂົ້າໃຈ.

9ບໍ່​ແມ່ນ​ພຽງແຕ່​ຜູ້​ອາວຸໂສ​ເທົ່ານັ້ນ​ທີ່​ມີ​ປັນຍາ,ບໍ່​ແມ່ນ​ຄົນ​ອາຍຸ​ສູງ​ເທົ່ານັ້ນ​ທີ່​ເຂົ້າໃຈ​ວ່າ​ສິ່ງໃດ​ຖືກຕ້ອງ.

10“ເຫດສະນັ້ນ ຂ້ອຍ​ຈຶ່ງ​ເວົ້າ​ວ່າ: ຈົ່ງ​ຟັງ​ຂ້ອຍ;ຂ້ອຍ​ຈະ​ບອກ​ພວກເຈົ້າ​ສິ່ງ​ທີ່​ຂ້ອຍ​ຮູ້​ເໝືອນກັນ.

11ຂ້ອຍ​ໄດ້​ລໍຖ້າ​ຂະນະ​ທີ່​ພວກເຈົ້າ​ເວົ້າ​ຢູ່,ຂ້ອຍ​ໄດ້​ຟັງ​ເຫດຜົນ​ຂອງ​ພວກເຈົ້າ;ຂະນະ​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ຖ້ອຍຄຳ​ມາ​ກ່າວ,

12ຂ້ອຍ​ຕັ້ງໃຈ​ຟັງ​ພວກເຈົ້າ​ຢ່າງ​ເຕັມທີ່.ແຕ່​ບໍ່​ມີ​ຜູ້ໃດ​ໃນ​ພວກເຈົ້າ​ພິສູດ​ໄດ້​ວ່າ​ໂຢບ​ຜິດ;ບໍ່​ມີ​ຜູ້ໃດ​ໃນ​ພວກເຈົ້າ​ຕອບ​ຄຳ​ໂຕ້ແຍ້ງ​ຂອງ​ໂຢບ​ໄດ້.

13ຢ່າ​ເວົ້າ​ວ່າ, ‘ພວກເຮົາ​ໄດ້​ພົບ​ປັນຍາ​ແລ້ວ;ຂໍ​ໃຫ້​ພຣະເຈົ້າ​ພິສູດ​ວ່າ​ລາວ​ຜິດ, ບໍ່​ແມ່ນ​ມະນຸດ’.

14ແຕ່​ຄຳເວົ້າ​ຂອງ​ໂຢບ​ບໍ່​ໄດ້​ຮວບຮວມ​ຖ້ອຍຄໍາ​ຂອງ​ລາວ​ຕໍ່ສູ້​ຂ້ອຍ,ແລະ ຂ້ອຍ​ຈະ​ບໍ່​ຕອບ​ໂຢບ​ດ້ວຍ​ຄຳ​ໂຕ້ແຍ້ງ​ຂອງ​ພວກເຈົ້າ.

15“ພວກເຂົາ​ທໍ້​ຖອຍໃຈ ແລະ ບໍ່​ມີ​ອັນໃດ​ຈະ​ເວົ້າ​ອີກ​ແລ້ວ;ພວກເຂົາ​ໝົດ​ຄຳເວົ້າ​ທີ່​ຈະ​ໂຕ້ແຍ້ງ.

16ບັດນີ້ ຂ້ອຍ​ຈະ​ຕ້ອງ​ລໍຖ້າ​ອີກ​ບໍ, ໃນ​ເມື່ອ​ພວກເຂົາ​ມິດງຽບ​ຢູ່,ໃນ​ເມື່ອ​ພວກເຂົາ​ຢືນ​ຢູ່​ທີ່ນັ້ນ​ໂດຍ​ບໍ່​ມີ​ຄຳ​ຕອບ?

17ຂ້ອຍ​ຈະ​ເວົ້າ​ນໍາ​ເຊັ່ນກັນ;ຂ້ອຍ​ຈະ​ບອກ​ສິ່ງ​ທີ່​ຂ້ອຍ​ຮູ້​ເໝືອນກັນ.

18ເພາະ​ຂ້ອຍ​ມີ​ຢ່າງ​ຫລາຍ​ທີ່​ຢາກ​ຈະ​ເວົ້າ,ແລະ ຈິດ​ວິນຍານ​ພາຍໃນ​ຂ້ອຍ​ກະຕຸ້ນ​ໃຫ້​ຂ້ອຍ​ເວົ້າ;

19ຢູ່​ພາຍ​ໃນ​ຂ້ອຍ​ເປັນ​ດັ່ງ​ເຫລົ້າ​ອະງຸ່ນ​ທີ່​ຖືກ​ເກັບ​ໄວ້,ເໝືອນດັ່ງ​ຖົງ​ໜັງ​ເຫລົ້າ​ອະງຸ່ນ​ໃໝ່​ທີ່​ກຳລັງ​ຈະ​ແຕກ.

20ຂ້ອຍ​ຈະ​ຕ້ອງ​ເວົ້າ ແລະ ລະບາຍ​ອອກ​ມາ;ຂ້ອຍ​ຕ້ອງ​ເປີດ​ປາກ​ອອກ ແລະ ໂຕ້ຕອບ.

21ຂ້ອຍ​ຈະ​ບໍ່​ເຂົ້າ​ຂ້າງ​ຜູ້ໃດຫລື ຈະ​ບໍ່​ປະຈົບ​ປະແຈງ​ຜູ້ໃດ;

22ເພາະ​ຖ້າ​ຂ້ອຍ​ປະຈົບປະແຈງ​ເກັ່ງ,ອົງ​ພຣະຜູ້ສ້າງ​ຂອງ​ຂ້ອຍ​ຈະ​ເອົາ​ຂ້ອຍ​ໄປ​ໃນ​ໄວໆ​ນີ້”.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]