Side by side with the Father's Heart Bible™ ໂຢບ
1ໂຢບໄດ້ຕອບວ່າ:
2“ບໍ່ສົງໄສເລີຍວ່າເຈົ້າເປັນຄົນດຽວທີ່ສໍາຄັນ,ແລະ ສະຕິປັນຍາຈະຕາຍໄປກັບເຈົ້າ!
3ແຕ່ຂ້ອຍກໍມີຄວາມຄິດຄືກັນກັບເຈົ້າ;ຂ້ອຍບໍ່ຕໍ່າຕ້ອຍກວ່າເຈົ້າ.ຜູ້ໃດແດ່ທີ່ບໍ່ຮູ້ໃນສິ່ງທີ່ເຈົ້າເວົ້າມາທັງໝົດ?
4“ຂ້ອຍໄດ້ກາຍເປັນຄົນທີ່ໝູ່ເພື່ອນເຢາະເຢີ້ຍ,ແມ່ນວ່າຂ້ອຍຮ້ອງຫາພຣະເຈົ້າ ແລະ ພຣະອົງກໍໄດ້ຕອບຂ້ອຍເປັນພຽງແຕ່ຄົນທີ່ຖືກເຢາະເຢີ້ຍ, ແຕ່ກໍເປັນຄົນຊອບທຳ ແລະ ບໍ່ມີຕຳໜິ!
5ຄົນທີ່ຢູ່ຢ່າງສະບາຍກໍດູໝິ່ນຄວາມໂຊກຮ້າຍເປັນຊາຕາກຳຂອງຄົນທີ່ກຳລັງມື່ນລົ້ມ.
6ເຕັນຂອງພວກໂຈນກໍຢູ່ຢ່າງສະຫງົບສຸກ,ແລະ ຄົນທີ່ຍົວະພຣະເຈົ້າໃຫ້ໃຈຮ້າຍກໍຢູ່ຢ່າງປອດໄພພຣະເຈົ້າໄດ້ໃຫ້ສິ່ງທີ່ນັ້ນຢູ່ໃນມືພຣະອົງ.
7“ແຕ່ຖາມສັດທັງຫລາຍເບິ່ງ ແລະ ພວກມັນຈະສອນເຈົ້າ,ຫລື ຖາມນົກໃນທ້ອງຟ້າເບິ່ງ, ແລະ ມັນຈະບອກເຈົ້າ;
8ຫລື ເວົ້າກັບແຜ່ນດິນໂລກ, ແລ້ວມັນຈະສອນເຈົ້າ.ຫລື ໃຫ້ປາໃນທະເລແຈ້ງເຈົ້າຮູ້.
9ທີ່ທັງໝົດເຫລົ່ານີ້ບໍ່ຮູ້ເຖິງສິ່ງທີ່ມືຂອງພຣະເຈົ້າຢາເວໄດ້ເຮັດສິ່ງນີ້?
10ທຸກສັບພະສິ່ງທີ່ມີຊີວິດຢູ່ໃນມືຂອງພຣະອົງແລະ ລວມທັງລົມຫາຍໃຈຂອງມວນມະນຸດທັງໝົດ.
11ຄຳເວົ້າຊີມໃສ່ຫູໄດ້ສັນໃດກໍເປັນດັ່ງລິ້ນຊີມລົດອາຫານບໍ່ແມ່ນບໍ?
12ສະຕິປັນຍາພົບໄດ້ໃນຄົນອາວຸໂສບໍ່ແມ່ນບໍ?ຊີວິດທີ່ຍືນຍາວກໍນຳຄວາມເຂົ້າໃຈມາໃຫ້ບໍ່ແມ່ນບໍ?
13“ແຕ່ສະຕິປັນຍາ ແລະ ອຳນາດເປັນຂອງພຣະເຈົ້າ;ຄຳປຶກສາ ແລະ ຄວາມເຂົ້າໃຈກໍເປັນຂອງພຣະອົງ.
14ສິ່ງທີ່ພຣະອົງທຳລາຍລົງແລ້ວ ກໍບໍ່ສາມາດສ້າງຂຶ້ນມາໃໝ່ໄດ້;ຄົນທີ່ພຣະອົງກັກຂັງໄວ້ ກໍບໍ່ສາມາດປົດປ່ອຍໄດ້.
15ຖ້າພຣະອົງກັກນ້ຳໄວ້, ຄວາມແຫ້ງແລ້ງກໍເກີດຂຶ້ນ;ຖ້າພຣະອົງປ່ອຍມັນອອກມາ, ມັນກໍທຳລາຍແຜ່ນດິນ.
16ກຳລັງ ແລະ ຄວາມເຂົ້າໃຈອັນເລິກເຊິ່ງເປັນຂອງພຣະອົງ;ທັງຄົນທີ່ຫລອກລວງ ແລະ ຄົນທີ່ຖືກຫລອກລວງເປັນຂອງພຣະອົງ.
17ພຣະອົງເຮັດໃຫ້ຜູ້ປົກຄອງອອກໄປຢ່າງເປືອຍກາຍແລະ ເຮັດໃຫ້ຜູ້ພິພາກສາເປັນຄົນໂງ່.
18ພຣະອົງປົດໂສ້ທີ່ຜູກມັດບັນດາກະສັດໄວ້ແລະ ເອົາຜ້າມັດແອວຂອງກະສັດເຫລົ່ານັ້ນ.
19ພຣະອົງເຮັດໃຫ້ບັນດາປະໂລຫິດອອກໄປຢ່າງເປືອຍກາຍແລະ ໂຄ່ນລົ້ມບັນດາຂ້າລາຊະການທີ່ຕັ້ງໝັ້ນຄົງແຕ່ດົນນານລົງ.
20ພຣະອົງປິດປາກຂອງຜູ້ໃຫ້ຄຳປຶກສາທີ່ໜ້າເຊື່ອຖືໄດ້ແລະ ເອົາຄວາມສາມາດໃນຕັດສິນໃຈຂອງບັນດາຜູ້ອາວຸໂສອອກໄປ.
21ພຣະອົງເທການດູຖູກໃສ່ພວກຂຸນນາງແລະ ປົດອາວຸດຂອງຜູ້ທີ່ມີອໍານາດ.
22ພຣະອົງເປີດເຜີຍຄວາມເລິກລັບຂອງຄວາມມືດແລະ ນຳຄວາມມືດມົນມາສູ່ຄວາມສະຫວ່າງ.
23ພຣະອົງເຮັດໃຫ້ບັນດາຊົນຊາດທີ່ຍິ່ງໃຫຍ່ ແລະ ທຳລາຍພວກເຂົາ;ພຣະອົງຂະຫຍາຍບັນດາຊົນຊາດໃຫ້ໃຫຍ່ຂຶ້ນ ແລະ ເຮັດໃຫ້ພວກເຂົາແຕກກະຈັດກະຈາຍໄປ.
24ພຣະອົງຖອນບັນດາຜູ້ນຳຂອງແຜ່ນດິນໂລກໄປດ້ວຍເຫດຜົນຂອງພວກເຂົາ;ພຣະອົງເຮັດໃຫ້ພວກເຂົາພະເນຈອນຢູ່ໃນທີ່ຮົກຮ້າງບໍ່ມີຫົນທາງ.
25ພວກເຂົາງົມທາວຢູ່ໃນຄວາມມືດ ໂດຍບໍ່ມີແສງສະຫວ່າງ;ພຣະອົງເຮັດໃຫ້ພວກເຂົາຍ່າງໂຊເຊດັ່ງຄົນເມົາ.