Skip to content
The Believer's Library

Biblica® Open Lao Contemporary Version

Isaiah 64 OLCV

Side by side with the Father's Heart Bible™

1ໂອ, ຢາກ​ໃຫ້​ພຣະອົງ​ແຫວກ​ຟ້າ​ສະຫວັນ ແລະ ລົງ​ມາ,ໃຫ້​ພູເຂົາ​ທັງຫລາຍ​ສັ່ນ​ສະທ້ານ​ຕໍ່ໜ້າ​ພຣະອົງ!

2ດັ່ງ​ຕອນ​ໄຟ​ເຜົາ​ກິ່ງໄມ້​ໝົດແລະ ເຮັດ​ໃຫ້​ນ້ຳ​ຟົດ,ຂໍ​ໂຜດ​ລົງ​ມາ​ເພື່ອ​ເຮັດ​ໃຫ້​ຊື່​ຂອງ​ພຣະອົງ​ເປັນ​ທີ່​ຮູ້ຈັກ​ແກ່​ພວກ​ສັດຕູແລະ ເຮັດ​ໃຫ້​ຊົນຊາດ​ທັງຫລາຍ​ສັ່ນ​ສະທ້ານ​ຕໍ່ໜ້າ​ພຣະອົງ!

3ເພາະ​ເມື່ອ​ພຣະອົງ​ໄດ້​ເຮັດ​ສິ່ງ​ທີ່​ໜ້າອັດສະຈັນ​ທີ່​ພວກ​ຂ້ານ້ອຍ​ບໍ່​ຄາດ​ຄິດ,ຄື​ພຣະອົງ​ໄດ້​ລົງ​ມາ, ແລະ ພູເຂົາ​ທັງຫລາຍ​ກໍ​ສັ່ນ​ສະທ້ານ​ຢ້ານກົວ​ຕໍ່ໜ້າ​ພຣະອົງ.

4ຕັ້ງ​ແຕ່​ສະໄໝ​ບູຮານ​ບໍ່​ເຄີຍ​ມີ​ຜູ້ໃດ​ໄດ້​ຍິນ,ບໍ່​ເຄີຍ​ມີ​ຜູ້ໃດ​ໄດ້​ຟັງ,ບໍ່​ເຄີຍ​ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ອົງ​ໃດ​ນອກ​ຈາກ​ພຣະອົງ,ຜູ້​ໄດ້​ກະທຳ​ການ​ເພື່ອ​ຄົນ​ທັງຫລາຍ​ທີ່​ລໍ​ຄອຍ​ພຣະອົງ.

5ພຣະອົງ​ລົງ​ມາ​ຊ່ວຍເຫລືອ​ຄົນ​ທັງຫລາຍ​ທີ່​ຍິນດີ​ເຮັດ​ສິ່ງ​ທີ່​ຖືກຕ້ອງ,ຜູ້​ລະນຶກ​ເຖິງ​ວິຖີ​ທາງ​ຂອງ​ພຣະອົງ.ແຕ່​ເມື່ອ​ພວກ​ຂ້ານ້ອຍ​ຍັງ​ເຮັດ​ບາບ​ຕໍ່ສູ້​ຄວາມ​ຖືກຕ້ອງ,ພຣະອົງ​ກໍ​ໂກດຮ້າຍ.ແລ້ວ​ພວກ​ຂ້ານ້ອຍ​ຈະ​ພົ້ນ​ໄດ້​ຢ່າງໃດ?

6ພວກ​ຂ້ານ້ອຍ​ທັງໝົດ​ໄດ້​ກາຍເປັນ​ຜູ້​ມີ​ມົນທິນ,ແລະ ການ​ກະທໍາ​ອັນ​ຊອບທຳ​ຂອງ​ພວກ​ຂ້ານ້ອຍ​ທັງໝົດ​ເໝືອນ​ຜ້າ​ເສດ​ທີ່​ເປື້ອນ;ພວກ​ຂ້ານ້ອຍ​ທັງໝົດ​ຫ່ຽວແຫ້ງ​ດັ່ງ​ໃບໄມ້​ຫລົ່ນ,ແລະ ບາບ​ຂອງ​ພວກ​ຂ້ານ້ອຍ​ເປັນ​ດັ່ງ​ລົມ​ພັດ​ເອົາ​ພວກ​ຂ້ານ້ອຍ​ປິວ​ໄປ.

7ບໍ່​ມີ​ໃຜ​ຮ້ອງ​ຫາ​ຊື່​ຂອງ​ພຣະອົງຫລື ພະຍາຍາມ​ຈະ​ຢຶດ​ພຣະອົງ​ໄວ້;ເພາະ​ພຣະອົງ​ໄດ້​ເຊື່ອງ​ໜ້າ​ຈາກ​ພວກ​ຂ້ານ້ອຍແລະ ໄດ້​ມອບ​ພວກ​ຂ້ານ້ອຍ​ໃຫ້​ແກ່​ບາບ​ທັງຫລາຍ​ຂອງ​ພວກ​ຂ້ານ້ອຍ.

8ເຖິງ​ປານ​ນັ້ນ, ຂ້າແດ່​ພຣະເຈົ້າ​ຢາເວ, ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ.ພວກ​ຂ້ານ້ອຍ​ເປັນ​ດິນ​ໜຽວ, ພຣະອົງ​ເປັນ​ຊ່າງ​ປັ້ນ;ພວກ​ຂ້ານ້ອຍ​ທັງໝົດ​ເປັນ​ຜົນງານ​ຈາກ​ມື​ຂອງ​ພຣະອົງ.

9ຂ້າແດ່​ພຣະເຈົ້າ​ຢາເວ, ຂໍ​ຢ່າ​ໃຈຮ້າຍ​ຫລາຍ​ເກີນ​ຂອບເຂດ;ຂໍ​ຢ່າ​ຈົດຈຳ​ບາບ​ທັງຫລາຍ​ຂອງ​ພວກ​ຂ້ານ້ອຍ​ຕະຫລອດໄປ.ໂອ, ພວກ​ຂ້ານ້ອຍ​ອະທິຖານ, ຂໍ​ໂຜດ​ແນມເບິ່ງ​ພວກ​ຂ້ານ້ອຍ,ເພາະ​ພວກ​ຂ້ານ້ອຍ​ເປັນ​ປະຊາຊົນ​ຂອງ​ພຣະອົງ.

10ນະຄອນ​ບໍລິສຸດ​ຂອງ​ພຣະອົງ​ກາຍເປັນ​ບ່ອນ​ຮົກຮ້າງ;ແມ່ນແຕ່​ຊີໂອນ​ກໍ​ເປັນ​ບ່ອນ​ຮົກຮ້າງ, ນະຄອນ​ເຢຣູຊາເລັມ​ຖືກ​ຖິ້ມ​ຮ້າງ.

11ວິຫານ​ອັນ​ສັກສິດ ແລະ ມີ​ສະຫງ່າລາສີ​ຂອງ​ພວກ​ຂ້ານ້ອຍ, ຄື​ບ່ອນ​ທີ່​ພວກ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ໃຊ້​ເປັນ​ບ່ອນ​ສັນລະເສີນ​ພຣະອົງ​ນັ້ນຖືກ​ເຜົາ​ດ້ວຍ​ໄຟ,ແລະ ທຸກສິ່ງ​ທີ່​ພວກ​ຂ້ານ້ອຍ​ຖື​ວ່າ​ມີ​ຄ່າ​ກໍ​ຢູ່​ໃນ​ສະພາບ​ເພພັງ.

12ຂ້າແດ່​ພຣະເຈົ້າ​ຢາເວ, ຫລັງຈາກ​ນີ້​ທັງໝົດ, ພຣະອົງ​ຈະ​ຫ້າມ​ພຣະອົງ​ໄວ້​ບໍ?ພຣະອົງ​ຈະ​ຍັງ​ຄົງ​ມິດງຽບ ແລະ ລົງໂທດ​ພວກ​ຂ້ານ້ອຍ​ຢ່າງ​ເກີນ​ຂອບເຂດ​ຢູ່​ບໍ?

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]