Side by side with the Father's Heart Bible™ 1ຜູ້ໃດແດ່ໄດ້ເຊື່ອຖ້ອຍຄຳຂອງພວກເຮົາແລະ ແຂນຂອງພຣະເຈົ້າຢາເວ ໄດ້ສະແດງແກ່ຜູ້ໃດ?
2ເພິ່ນໃຫຍ່ຂຶ້ນຕໍ່ໜ້າພຣະອົງດັ່ງໜໍ່ອ່ອນ,ແລະ ເໝືອນຮາກທີ່ພົ້ນອອກມາເທິງພື້ນດິນແຫ້ງ.ເພິ່ນບໍ່ມີຄວາມງາມ ຫລື ຄວາມສະຫງ່າຜ່າເຜີຍທີ່ຈະດຶງດູດພວກເຮົາເຂົ້າໄປຫາເພິ່ນ,ຮູບລັກສະນະຂອງເພິ່ນບໍ່ມີສິ່ງໃດໃຫ້ປາຖະໜາ.
3ເພິ່ນຖືກມະນຸດດູໜິ່ນ ແລະ ປະຖິ້ມ,ເປັນຄົນທຸກ ແລະ ຄຸ້ນເຄີຍກັບຄວາມທຸກທໍລະມານ.ເປັນຄົນທີ່ໃຜກໍປິ່ນໜ້າໜີເພິ່ນຖືກດູຖູກຢຽບຢາມ, ແລະ ພວກເຮົາກໍບໍ່ນັບຖືເພິ່ນ.
4ແທ້ຈິງ ເພິ່ນໄດ້ຮັບຄວາມເຈັບປວດທັງຫລາຍຂອງພວກເຮົາແລະ ແບກຮັບຄວາມທຸກໂສກຂອງພວກເຮົາ,ເຖິງປານນັ້ນ ພວກເຮົາກໍຖືວ່າເພິ່ນຖືກພຣະເຈົ້າລົງໂທດ,ຄືຖືກພຣະອົງຂ້ຽນຕີ, ແລະ ທໍລະມານ.
5ແຕ່ເພິ່ນຖືກແທງເພາະການລ່ວງລະເມີດຂອງພວກເຮົາ,ເພິ່ນເຈັບຊ້ຳເພາະຄວາມຊົ່ວຊ້າຂອງພວກເຮົາ;ເພິ່ນຮັບໂທດເພື່ອພວກເຮົາຈະມີສັນຕິສຸກ,ແລະ ດ້ວຍບາດແຜຂອງພຣະອົງເຮັດໃຫ້ເຮົາໄດ້ຮັບການຮັກສາໃຫ້ຫາຍ.
6ພວກເຮົາທຸກຄົນ, ຫລົງເສຍໄປ, ດັ່ງແກະ,ແຕ່ລະຄົນຫັນໄປຕາມທາງຂອງຕົນ;ແລະ ພຣະເຈົ້າຢາເວໄດ້ວາງໂທດຂອງພວກເຮົາທຸກຄົນໄວ້ເທິງໂຕເພິ່ນ.
7ເພິ່ນຖືກກົດຂີ່ຂົ່ມເຫັງ ແລະ ທົນທຸກທໍລະມານ,ແຕ່ກໍບໍ່ເຄີຍເປີດປາກເວົ້າ;ເພິ່ນຖືກນຳໂຕໄປເໝືອນລູກແກະທີ່ຖືກນຳໄປຂ້າ,ແລະ ເໝືອນແກະແມ່ທີ່ງຽບຢູ່ຕໍ່ໜ້າຄົນຕັດຂົນ,ດັ່ງນັ້ນ ເພິ່ນກໍບໍ່ໄດ້ເປີດປາກຂອງເພິ່ນ.
8ເພິ່ນຖືກນຳໂຕອອກໄປໂດຍການກົດຂີ່ຂົມເຫັງ ແລະການພິພາກສາແລະ ຜູ້ໃດແດ່ຈະເວົ້າເຖິງເຊື້ອສາຍຂອງເພິ່ນໄດ້?ເພາະເພິ່ນຖືກຕັດຂາດຈາກດິນແດນຜູ້ມີຊີວິດ;ເພິ່ນຖືກຕີເພາະການລ່ວງລະເມີດຂອງປະຊາຊົນຂອງເຮົາ.
9ເພິ່ນຖືກຝັງໃນຂຸມຝັງສົບຮ່ວມກັບຄົນຊົ່ວ,ແລະ ຝັງຮ່ວມກັບເສດຖີໃນຄວາມຕາຍຂອງທ່ານ,ທັງໆທີ່ເພິ່ນບໍ່ເຄີຍເຮັດຫຍັງຮຸນແຮງ,ຫລື ບໍ່ເຄີຍເວົ້າຄຳຕົວະຫລອກລວງ.
10ເຖິງປານນັ້ນກໍແມ່ນພຣະປະສົງຂອງພຣະເຈົ້າຢາເວທີ່ຈະບຸກໂຈມຕີ ແລະ ເຮັດໃຫ້ເພິ່ນທຸກທໍລະມານ,ແລະ ເຖິງແມ່ນພຣະອົງໃຊ້ຊີວິດຂອງເພິ່ນເປັນເຄື່ອງບູຊາລຶບລ້າງຄວາມບາບ,ແຕ່ເພິ່ນຈະເຫັນເຊື້ອສາຍຂອງຕົນ ແລະ ວັນຄືນຂອງເພິ່ນກໍຈະຍາວນານ,ພຣະປະສົງຂອງພຣະເຈົ້າຢາເວຈະຈະເລີນຮຸ່ງເຮືອງໃນມືຂອງເພິ່ນ.
11ຫລັງຈາກທີ່ຊີວິດຈິດໃຈຂອງເພິ່ນ ຕ້ອງທຸກທໍລະມານແລ້ວ,ເພິ່ນຈະໄດ້ເຫັນແສງສະຫວ່າງແຫ່ງຊີວິດ ແລະເພິ່ນຈະພໍໃຈ;ໂດຍຄວາມຮູ້ຂອງເພິ່ນຄືຜູ້ຮັບໃຊ້ທີ່ຊອບທໍາຂອງເຮົາຈະເຮັດໃຫ້ຄົນເປັນຈຳນວນຫລາຍກາຍເປັນຜູ້ຊອບທຳ,ແລະ ເພິ່ນຈະແບກຄວາມຊົ່ວຊ້າຂອງຄົນເຫລົ່ານັ້ນ.
12ເຫດສະນັ້ນ ເຮົາຈະໃຫ້ເພິ່ນມີສ່ວນແບ່ງໃນໝູ່ຜູ້ຍິ່ງໃຫຍ່,ແລະ ເພິ່ນຈະແບ່ງລາງວັນກັບຜູ້ແຂງແຮງ,ເພາະເພິ່ນຍອມມອບຊີວິດແລະ ຖືກນັບເປັນພວກດຽວກັບຄົນທີ່ລ່ວງລະເມີດ.ເພາະເພິ່ນແບກຮັບບາບຂອງຄົນເປັນຈຳນວນຫລາຍ,ແລະ ໄດ້ອະທິຖານເພື່ອຄົນທີ່ລ່ວງລະເມີດ