Side by side with the Father's Heart Bible™ ການລົງໂທດອິດສະຣາເອນ
1ອິດສະຣາເອນ, ຢ່າຊື່ນຊົມຍິນດີ;ຢ່າຊື່ນຊົມຍິນດີເໝືອນຊາດອື່ນໆ.ເພາະພວກເຈົ້າບໍ່ໄດ້ສັດຊື່ຕໍ່ພຣະເຈົ້າຂອງພວກເຈົ້າ;ພວກເຈົ້າຮັກຄ່າຈ້າງຂອງຍິງໂສເພນີຕາມເດີ່ນຟາດເຂົ້າທຸກແຫ່ງ.
2ເດີ່ນຟາດເຂົ້າ ແລະ ອ່າງຢຽບອະງຸ່ນຈະບໍ່ພໍລ້ຽງຄົນທັງຫລາຍ;ເຫລົ້າອະງຸ່ນໃໝ່ດັບຄວາມກະຫາຍຂອງພວກເຂົາບໍ່ໄດ້.
3ພວກເຂົາຈະບໍ່ໄດ້ອາໄສຢູ່ໃນແຜ່ນດິນຂອງພຣະເຈົ້າຢາເວ;ເອຟຣາອິມຈະກັບໄປເອຢິບແລະ ກິນອາຫານທີ່ມີມົນທິນໃນອັດຊີເຣຍ.
4ພວກເຂົາຈະບໍ່ໄດ້ຖອກເຫລົ້າອະງຸ່ນຖວາຍບູຊາແກ່ພຣະເຈົ້າຢາເວ,ແລະ ເຄື່ອງບູຊາຂອງພວກເຂົາກໍບໍ່ເປັນທີ່ພໍໃຈພຣະອົງ.ເຄື່ອງບູຊາເຫລົ່ານີ້ຈະເປັນເໝືອນອາຫານໄວ້ທຸກສຳລັບພວກເຂົາ;ທຸກຄົນທີ່ກິນເຂົ້າໄປກໍຈະເປັນມົນທິນ.ອາຫານນີ້ຈະມີໄວ້ເພື່ອພວກເຂົາເອງ;ມັນຈະບໍ່ຖືກນໍາເຂົ້າມາໃນວິຫານຂອງພຣະເຈົ້າຢາເວ.
5ພວກເຈົ້າຈະເຮັດຫຍັງໃນງານລ້ຽງສະຫລອງຕາມກຳນົດ,ໃນວັນສະຫລອງເທດສະການຂອງພຣະເຈົ້າຢາເວ?
6ເຖິງແມ່ນວ່າພວກເຂົາຈະຫລຸດພົ້ນຈາກຄວາມຈິບຫາຍ,ເອຢິບກໍຈະຮວບຮວມພວກເຂົາ,ແລະ ເມັມຟິດຈະຝັງພວກເຂົາໄວ້.ຄັງເງິນຂອງພວກເຂົາຈະຖືກປົກຄຸມດ້ວຍພືດໜາມຕົ້ນໜາມຈະງອກຂຶ້ນຖ້ວມເຕັນຂອງພວກເຂົາ.
7ວັນແຫ່ງການລົງໂທດກໍາລັງມາເຖິງ,ວັນແຫ່ງການລົງອາດຍາກໍມາໃກ້ແລ້ວ,ອິດສະຣາເອນຈົ່ງຮູ້ເລື່ອງນີ້.ເພາະຄວາມບາບຂອງພວກເຈົ້ານັ້ນມີຫລວງຫລາຍ,ແລະ ເຈດຕະນາຮ້າຍຂອງພວກເຈົ້າກໍໃຫຍ່ຫລາຍ,ຜູ້ທຳນວາຍຖືກນັບວ່າເປັນຄົນໂງ່,ຜູ້ທີ່ພຣະເຈົ້າດົນໃຈກັບຖືກຫາວ່າເປັນຄົນບ້າ.
8ຜູ້ທຳນວາຍພ້ອມກັບພຣະເຈົ້າຂອງຂ້ານ້ອຍ,ເປັນຜູ້ເຝົ້າຍາມເບິ່ງແຍງເອຟຣາອິມ,ແຕ່ກັບດັກແມ່ນລໍຖ້າພວກເຂົາຢູ່ຕະຫລອດເສັ້ນທາງ,ແລະ ມີສັດຕູໃນວິຫານຂອງພຣະເຈົ້າຂອງພວກເຂົາ.
9ພວກເຂົາຈົມດິ່ງລົງໃນຄວາມເສື່ອມຊາມ,ເໝືອນສະໄໝຂອງກີເບອາ.ພຣະເຈົ້າຈະລະນຶກເຖິງຄວາມຊົ່ວຊ້າຂອງພວກເຂົາແລະ ລົງໂທດຄວາມບາບຂອງພວກເຂົາ.
10“ເມື່ອເຮົາພົບອິດສະຣາເອນ,ກໍເໝືອນພົບໝາກອະງຸ່ນໃນຖິ່ນແຫ້ງແລ້ງກັນດານ;ເມື່ອເຮົາເຫັນບັນພະບຸລຸດຂອງພວກເຈົ້າ,ກໍເໝືອນເຫັນຜົນໝາກເດື່ອລຸ້ນທຳອິດແຕ່ເມື່ອພວກເຂົາມາທີ່ບາອານເປອໍ,ພວກເຂົາກໍອຸທິດໂຕແກ່ຮູບເຄົາລົບອັນໜ້າອັບອາຍນັ້ນ,ແລະ ຊົ່ວຊ້າໄປເໝືອນສິ່ງທີ່ພວກເຂົາຮັກ.
11ສະຫງ່າລາສີຂອງເອຟຣາອິມຈະບິນຫາຍລັບໄປເໝືອນນົກບໍ່ມີການເກີດ, ບໍ່ມີການຖືພາ ແລະ ບໍ່ມີການປະຕິສົນທິ.
12ເຖິງແມ່ນວ່າພວກເຂົາຈະລ້ຽງດູລູກໄດ້,ເຮົາກໍຈະພັດພາກທຸກຄົນໄປຈາກພວກເຂົາ.ວິບັດແກ່ພວກເຂົາເມື່ອເຮົາຫັນໜີໄປຈາກພວກເຂົາ!
13ເຮົາໄດ້ເຫັນເອຟຣາອິມ,ຖືກປູກໄວ້ໃນບ່ອນທີ່ສະຫງົບຄືກັນກັບເມືອງຕີເຣ.ແຕ່ເອຟຣາອິມຈະພາລູກຂອງພວກເຂົາອອກມາໃຫ້ຄົນທີ່ຂ້າ”.
14ຂ້າແດ່ພຣະເຈົ້າຢາເວ, ຂໍໂຜດມອບໃຫ້ພວກເຂົາພຣະອົງຈະມອບສິ່ງໃດໃຫ້ແກ່ພວກເຂົາ?ໂຜດມອບມົດລູກທີ່ຫລຸລູກແລະ ນົມທີ່ບໍ່ມີນ້ຳນົມ.
15“ເພາະຄວາມຊົ່ວຮ້າຍທັງໝົດຂອງພວກເຂົາໃນກິນການ,ເຮົາຈຶ່ງກຽດຊັງພວກເຂົາຢູ່ທີ່ນັ້ນ.ເພາະການກະທຳອັນບາບໜາຂອງພວກເຂົາ,ເຮົາຈະຂັບໄລ່ພວກເຂົາອອກຈາກວິຫານຂອງເຮົາ.ເຮົາຈະບໍ່ຮັກພວກເຂົາອີກຕໍ່ໄປ;ຜູ້ນຳທັງໝົດຂອງພວກເຂົາເປັນຄົນມັກກະບົດ.
16ເອຟຣາອິມໄດ້ຈິບຫາຍໄປແລ້ວ,ຮາກຂອງພວກເຂົາໄດ້ຫ່ຽວແຫ້ງ,ພວກເຂົາບໍ່ເກີດຜົນ.ເຖິງແມ່ນວ່າພວກເຂົາມີລູກ,ເຮົາກໍຈະຂ້າເຊື້ອສາຍຂອງພວກເຂົາ ທີ່ພວກເຂົາຮັກ”.
17ພຣະເຈົ້າຂອງຂ້າພະເຈົ້າຈະປະຕິເສດພວກເຂົາເພາະພວກເຂົາບໍ່ເຊື່ອຟັງພຣະອົງ;ພວກເຂົາຈະເປັນຄົນພະເນຈອນຢູ່ທ່າມກາງຊົນຊາດທັງຫລາຍ.