Skip to content
The Believer's Library

Biblica® Open Lao Contemporary Version

Hebrews 6 OLCV

Side by side with the Father's Heart Bible™

1ເຫດສະນັ້ນ ໃຫ້​ພວກເຮົາ​ຜ່ານ​ຫລັກຄຳສອນ​ເບື້ອງຕົ້ນ​ກ່ຽວກັບ​ພຣະຄຣິດເຈົ້າ ແລະ ຈົ່ງ​ກ້າວໄປ​ສູ່​ຄວາມ​ເປັນ​ຜູ້ໃຫຍ່, ຢ່າ​ວາງ​ພື້ນຖານ​ຂອງ​ການ​ກັບໃຈ​ຊ້ຳ​ອີກ​ຈາກ​ການກະທຳ​ອັນ​ນຳ​ໄປ​ສູ່​ຄວາມຕາຍ ແລະ ໃນ​ເລື່ອງ​ຄວາມເຊື່ອ​ໃນ​ພຣະເຈົ້າ, 2ຄຳສອນ​ເລື່ອງ​ບັບຕິສະມາ, ເລື່ອງ​ການວາງມື, ເລື່ອງ​ການເປັນຄືນມາຈາກຕາຍ ແລະ ເລື່ອງ​ການພິພາກສາ​ລົງໂທດ​ເປັນນິດ. 3ແລະ ຖ້າ​ພຣະເຈົ້າ​ອະນຸຍາດ​ພວກເຮົາ​ກໍ​ຈະ​ກະທຳ​ຕໍ່ໄປ.

4ເປັນ​ໄປ​ບໍ່​ໄດ້​ສຳລັບ​ຜູ້​ທີ່​ເຄີຍ​ເຫັນ​ຈະແຈ້ງ​ມາ​ແລ້ວ, ຜູ້​ທີ່​ເຄີຍ​ຊີມ​ລົດ​ຂອງປະທານ​ຈາກ​ສະຫວັນ, ຜູ້​ທີ່​ເຄີຍ​ມີ​ສ່ວນຮ່ວມ​ໃນ​ພຣະວິນຍານບໍລິສຸດເຈົ້າ, 5ຜູ້​ທີ່​ເຄີຍ​ຊີມ​ລົດ​ອັນ​ດີເລີດ​ຂອງ​ຖ້ອຍຄຳ​ຂອງ​ພຣະເຈົ້າ ແລະ ລິດອຳນາດ​ຂອງ​ຍຸກ​ໜ້າ 6ແລະ ຜູ້​ທີ່​ຫລົງທາງ​ໄປ​ແລ້ວ​ກໍ​ເຫລືອ​ວິໄສ​ທີ່​ຈະ​ນຳ​ພວກເຂົາ​ມາ​ສູ່​ການ​ກັບໃຈ​ໄດ້​ອີກ. ເພາະ​ການຫລົງໄປ​ຂອງ​ພວກເຂົາ​ໄດ້​ຄຶງ​ພຣະບຸດ​ຂອງ​ພຣະເຈົ້າ​ເທິງ​ໄມ້ກາງແຂນ​ອີກ ແລະ ເຮັດ​ໃຫ້​ພຣະອົງ​ໄດ້​ຮັບ​ຄວາມອັບອາຍ​ຕໍ່ໜ້າ​ຄົນ​ຈຳນວນ​ຫລາຍ. 7ພື້ນດິນ​ທີ່​ໄດ້​ຮັບ​ນ້ຳຝົນ​ຕົກໃສ່​ຢູ່​ເລື້ອຍໆ ແລະ ເກີດ​ພືດຜົນ​ອັນ​ເປັນ​ປະໂຫຍດ​ແກ່​ຜູ້​ປູກຝັງ​ນັ້ນ​ກໍ​ໄດ້​ຮັບ​ພອນ​ຈາກ​ພຣະເຈົ້າ. 8ແຕ່​ພື້ນດິນ​ທີ່​ເກີດ​ໜາມ ແລະ ສ້ຽນ​ກໍ​ນັບ​ວ່າ​ບໍ່ມີ​ຄ່າ ແລະ ຕົກ​ຢູ່​ໃນ​ອັນຕະລາຍ​ຈາກ​ການ​ຖືກ​ສາບແຊ່ງ. ແລ້ວ​ໃນ​ທີ່ສຸດ​ກໍ​ຈະ​ຖືກ​ເຜົາໄຟ.

9ເພື່ອນ​ທີ່​ຮັກ​ເອີຍ, ເຖິງແມ່ນວ່າ​ເຮົາ​ເວົ້າ​ຢ່າງ​ນີ້​ກໍ​ຕາມ, ພວກເຮົາ​ກໍ​ຍັງ​ໝັ້ນໃຈ​ວ່າ​ໃນ​ກໍລະນີ​ຂອງ​ພວກເຈົ້າ​ຍັງ​ມີ​ສິ່ງ​ທີ່​ດີກວ່າ ຄື​ສິ່ງ​ຕ່າງໆ​ທີ່​ມາ​ພ້ອມ​ກັບ​ຄວາມພົ້ນ. 10ພຣະເຈົ້າ​ຍຸຕິທຳ, ພຣະອົງ​ຈະ​ບໍ່​ລືມ​ການງານ​ທີ່​ພວກເຈົ້າ​ເຮັດ ແລະ ຄວາມ​ຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ອອກ​ໃຫ້​ພຣະອົງ​ເຫັນ ຄື​ການ​ທີ່​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂອງ​ພຣະອົງ ແລະ ຍັງ​ຊ່ວຍເຫລືອ​ພວກເຂົາ​ຕໍ່ໄປ 11ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ແຕ່ລະຄົນ​ສະແດງ​ຄວາມພາກພຽນ​ອັນ​ດຽວ​ກັນ​ນີ້​ຈົນ​ເຖິງ​ທີ່ສຸດ, ເພື່ອ​ໃຫ້​ແນ່ໃຈ​ວ່າ​ສິ່ງ​ທີ່​ພວກເຈົ້າ​ຫວັງ​ໄວ້​ຈະ​ເປັນ​ຈິງ​ຢ່າງ​ຄົບຖ້ວນ. 12ພວກເຮົາ​ບໍ່​ຢາກ​ໃຫ້​ພວກເຈົ້າ​ກາຍເປັນ​ຄົນຂີ້ຄ້ານ, ແຕ່​ໃຫ້​ຮຽນແບບ​ຄົນ​ເຫລົ່ານັ້ນ​ທີ່​ໄດ້​ຮັບ​ມໍລະດົກ​ຕາມ​ສັນຍາ​ເພາະ​ຄວາມເຊື່ອ ແລະ ຄວາມ​ອົດທົນ.

ສັນຍາ​ຂອງ​ພຣະເຈົ້າ​ນັ້ນ​ແນ່ນອນ

13ເມື່ອ​ພຣະເຈົ້າ​ເຮັດ​ຄຳ​ສັນຍາ​ຂອງ​ພຣະອົງ​ຕໍ່​ອັບຣາຮາມ​ນັ້ນ, ເນື່ອງຈາກ​ບໍ່​ມີ​ຜູ້ໃດ​ຍິ່ງໃຫຍ່​ກວ່າ​ທີ່​ພຣະອົງ​ຈະ​ອ້າງ​ເຖິງ​ໃນ​ຄຳສາບານ, ພຣະອົງ​ຈຶ່ງ​ສາບານ​ໂດຍ​ອ້າງ​ເຖິງ​ພຣະອົງ​ເອງ, 14ໂດຍ​ກ່າວ​ວ່າ, “ເຮົາ​ຈະ​ອວຍພອນ​ເຈົ້າ​ແນ່ນອນ ແລະ ຈະ​ໃຫ້​ເຈົ້າ​ມີ​ລູກຫລານ​ຈຳນວນ​ຫລວງຫລາຍ” 15ແລະ ຫລັງຈາກ​ທີ່​ຄອຍຖ້າ​ດ້ວຍ​ຄວາມອົດທົນ​ແລ້ວ, ອັບຣາຮາມ​ກໍ​ໄດ້​ຮັບ​ຕາມ​ທີ່​ໄດ້​ສັນຍາ​ໄວ້.

16ມະນຸດ​ນັ້ນ​ສາບານ​ໂດຍ​ອ້າງ​ເຖິງ​ຜູ້​ທີ່​ຍິ່ງໃຫຍ່​ກວ່າ​ຕົນ ແລະ ຄຳສາບານ​ກໍ​ຢືນຢັນ​ສິ່ງ​ທີ່​ກ່າວ ແລະ ເຮັດ​ໃຫ້​ການໂຕ້ຖຽງ​ທັງໝົດ​ຈົບ​ລົງ. 17ເພາະວ່າ​ພຣະເຈົ້າ​ປະສົງ​ຈະ​ໃຫ້​ບັນດາ​ທາຍາດ​ຜູ້​ຈະ​ໄດ້​ຮັບ​ສິ່ງ​ທີ່​ສັນຍາ​ໄວ້​ໄດ້​ຮູ້​ຢ່າງ​ຊັດເຈນ​ວ່າ​ຈຸດປະສົງ​ຂອງ​ພຣະອົງ​ນັ້ນ​ບໍ່​ປ່ຽນແປງ, ພຣະອົງ​ຈຶ່ງ​ຢືນຢັນ​ສັນຍາ​ນັ້ນ​ດ້ວຍ​ຄຳສາບານ. 18ພຣະອົງ​ກະທຳ​ຢ່າງ​ນີ້​ກໍ​ເພື່ອ​ວ່າ, ໂດຍ​ສອງ​ສິ່ງ​ທີ່​ບໍ່​ປ່ຽນແປງ ເພາະ​ເປັນ​ໄປ​ບໍ່​ໄດ້​ທີ່​ພຣະເຈົ້າ​ຈະ​ກ່າວ​ຄຳຕົວະ, ພວກເຮົາ​ຜູ້​ໜີ​ມາ​ຢຶດຖື​ຄວາມຫວັງ​ທີ່​ມີ​ຢູ່​ຕໍ່ໜ້າ​ພວກເຮົາ​ນັ້ນ​ຈະ​ໄດ້​ຮັບ​ກຳລັງໃຈ​ຢ່າງ​ຫລວງຫລາຍ. 19ພວກເຮົາ​ມີ​ຄວາມຫວັງ​ນີ້​ເປັນ​ສະໝໍ​ອັນ​ໝັ້ນຄົງ ແລະ ແນ່ນອນ​ຂອງ​ຈິດໃຈ. ຄວາມຫວັງ​ນີ້​ເຂົ້າ​ສູ່​ບ່ອນ​ສັກສິດ​ຊັ້ນໃນ​ທາງຫລັງ​ຜ້າກັ້ງ, 20ບ່ອນ​ທີ່​ພຣະເຢຊູເຈົ້າ​ຜູ້​ໄດ້​ນຳໜ້າ​ພວກເຮົາ ໄດ້​ເຂົ້າໄປ​ກ່ອນ​ແລ້ວ​ເພື່ອ​ພວກເຮົາ. ພຣະອົງ​ຈຶ່ງ​ໄດ້​ເປັນ​ມະຫາ​ປະໂລຫິດ​ຕະຫລອດໄປ​ໃນ​ລຳດັບ​ດຽວ​ກັບ​ເມຄີເຊເດັກ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]