Skip to content
The Believer's Library

Biblica® Open Lao Contemporary Version

Genesis 46 OLCV

Show OLCV only
Verse × ×
1 So Israel set out with all he had, came to Beersheba, and sacrificed to our Father, whom his father Isaac had worshiped. ດັ່ງນັ້ນ ອິດສະຣາເອນ​ຈຶ່ງ​ອອກ​ເດີນທາງ​ພ້ອມ​ດ້ວຍ​ຊັບສົມບັດ​ທັງໝົດ​ຂອງ​ເພິ່ນ, ເມື່ອ​ມາ​ເຖິງ​ເມືອງ​ເບເອນເຊບາ ເພິ່ນ​ກໍ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຂອງ​ອີຊາກ​ພໍ່​ຂອງ​ເພິ່ນ.
2 And our Father spoke to Israel in visions of the night, "Jacob, Jacob." He said, "Here I am." ແລະ ໃນ​ຕອນ​ກາງຄືນ​ພຣະເຈົ້າ​ໄດ້​ກ່າວ​ຕໍ່​ອິດສະຣາເອນ​ທາງ​ນິມິດ​ວ່າ, “ຢາໂຄບ! ຢາໂຄບ​ເອີຍ!” ຢາໂຄບ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່​ນີ້”.
3 He said, "I am your Father, whom your father worshiped. Do not be afraid to go down to Egypt, for there I will make you a great nation. ພຣະອົງ​ກ່າວ​ວ່າ, “ເຮົາ​ຄື​ພຣະເຈົ້າ, ພຣະເຈົ້າ​ຂອງ​ພໍ່​ເຈົ້າ. ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ຕ້ອງ​ລົງ​ໄປ​ເອຢິບ, ເພາະ​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຊົນຊາດ​ໃຫຍ່​ຢູ່​ທີ່​ນັ້ນ.
4 I myself will go down with you to Egypt, and I will surely bring you back; and Joseph's own hand will close your eyes." ເຮົາ​ຈະ​ລົງ​ໄປ​ເອຢິບ​ກັບ​ເຈົ້າ ແລະ ເຮົາ​ຈະ​ນຳ​ເຈົ້າ​ກັບ​ມາ​ອີກ​ຢ່າງ​ແນ່ນອນ. ແລະ ມື​ຂອງ​ໂຢເຊັບ​ເອງ​ຈະ​ເປັນ​ຜູ້​ປິດ​ຕາ​ຂອງ​ເຈົ້າ”.
5 Jacob set out from Beersheba. Israel's sons carried their father Jacob, their little ones, and their wives in the wagons Pharaoh had sent for him. ຫລັງຈາກ​ນັ້ນ ຢາໂຄບ​ຈຶ່ງ​ອອກ​ຈາກ​ເມືອງ​ເບເອນເຊບາ ແລະ ບັນດາ​ລູກຊາຍ​ຂອງ​ອິດສະຣາເອນ​ກໍ​ໄດ້​ພາ​ຢາໂຄບ​ພໍ່​ຂອງ​ພວກເຂົາ ແລະ ລູກ​ຫລານ​ກັບ​ບັນດາ​ເມຍ​ຂອງ​ພວກເຂົາ​ເດີນທາງ​ກັບ​ຂະບວນ​ກວຽນ​ທີ່​ຟາໂຣ​ສົ່ງ​ມາ​ຮັບ​ເພິ່ນ.
6 They took their livestock and the goods they had acquired in the land of Canaan, and came to Egypt—Jacob and all his offspring with him. ດັ່ງນັ້ນ ຢາໂຄບ ແລະ ເຊື້ອສາຍ​ຂອງ​ເພິ່ນ​ທັງໝົດ​ຈຶ່ງ​ໄດ້​ເດີນທາງ​ມາ​ຍັງ​ເອຢິບ​ພ້ອມ​ທັງ​ສັດລ້ຽງ ແລະ ຊັບສົມບັດ​ທີ່​ພວກເຂົາ​ຫາ​ໄດ້​ໃນ​ການາອານ.
7 His sons and grandsons, daughters and granddaughters—all his offspring he brought with him to Egypt. ຢາໂຄບ​ໄດ້​ພາ​ບັນດາ​ລູກຊາຍ ແລະ ຫລານຊາຍ, ບັນດາ​ລູກສາວ ແລະ ຫລານສາວ ພ້ອມ​ທັງ​ເຊື້ອສາຍ​ທັງໝົດ​ຂອງ​ເພິ່ນ​ມາ​ທີ່​ເອຢິບ.
8 These are the names of Israel's sons who came into Egypt—Jacob and his sons: Reuben, Jacob's firstborn. ຊື່​ຂອງ​ບັນດາ​ລູກຊາຍ​ຂອງ​ອິດສະຣາເອນ (ຢາໂຄບ ແລະ ເຊື້ອສາຍ​ຂອງ​ເພິ່ນ) ຜູ້​ທີ່​ໄປ​ຍັງ​ເອຢິບ​ມີ​ດັ່ງນີ້: ຣູເບັນ ລູກຊາຍ​ກົກ​ຂອງ​ຢາໂຄບ.
9 The sons of Reuben: Hanoch, Pallu, Hezron, and Carmi. ລູກຊາຍ​ຂອງ​ຣູເບັນ​ມີ​ຄື: ຮານົກ, ປານລູ, ເຮຊະໂຣນ ແລະ ການໝີ.
10 The sons of Simeon: Jemuel, Jamin, Ohad, Jachin, Zohar, and Shaul the son of a Canaanite woman. ບັນດາ​ລູກຊາຍ​ຂອງ​ຊີເມໂອນ​ມີ​ຄື: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະ ຊາອູນ​ລູກຊາຍ​ທີ່​ເກີດ​ຈາກ​ຍິງ​ຊາວການາອານ.
11 The sons of Levi: Gershon, Kohath, and Merari. ບັນດາ​ລູກຊາຍ​ຂອງ​ເລວີ​ມີ​ຄື: ເກໂຊນ, ໂກຮາດ ແລະ ເມຣາຣິ.
12 Judah's sons: Er, Onan, Shelah, Perez, Zerah; but Er and Onan died in Canaan. Perez's sons: Hezron and Hamul. ບັນດາ​ລູກຊາຍ​ຂອງ​ຢູດາ​ມີ​ຄື: ເອຣະ, ໂອນານ, ເຊລາ, ເປເຣັດ ແລະ ເຊຣາ (ແຕ່​ເອຣະ ແລະ ໂອນານ​ໄດ້​ຕາຍ​ໄປ​ແລ້ວ​ໃນ​ດິນແດນ​ການາອານ). ບັນດາ​ລູກຊາຍ​ຂອງ​ເປເຣັດ​ມີ​ຄື: ເຮຊະໂຣນ ແລະ ຮາມູນ.
13 The sons of Issachar: Tola, Puvah, Iob, and Shimron. ບັນດາ​ລູກຊາຍ​ຂອງ​ອິດຊາຄາ​ມີ​ຄື: ໂຕລາ, ປູອາ, ຢາຊູບ ແລະ ຊິມໂຣນ.
14 The sons of Zebulun: Sered, Elon, and Jahleel. ບັນດາ​ລູກຊາຍ​ຂອງ​ເຊບູໂລນ​ມີ​ຄື: ເຊເຣັດ, ເອໂລນ ແລະ ຢາເລເອນ.
15 These are Leah's sons, born to Jacob in Paddan-aram, with his daughter Dinah; his sons and daughters numbered thirty-three. ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ນາງ​ເລອາ​ທີ່​ເກີດ​ໃຫ້​ແກ່​ຢາໂຄບ​ໃນ​ປັດດານອາຣາມ​ນອກ​ຈາກ​ດີນາ​ລູກສາວ​ຂອງ​ເພິ່ນ. ບັນດາ​ລູກຊາຍ ແລະ ລູກສາວ​ເຫລົ່ານີ້​ຂອງ​ເພິ່ນ​ທັງໝົດ​ມີ 33 ຄົນ.
16 The sons of Gad: Ziphion, Haggi, Shuni, Ezbon, Eri, Arodi, and Areli. ບັນດາ​ລູກຊາຍ​ຂອງ​ກາດ​ມີ​ຄື: ເຊໂຟນ, ຮັກກີ, ຊູນີ, ເອັດສະໂບນ, ເອຣີ, ອາໂຣດ ແລະ ອາເຣລີ.
17 Asher's sons: Imnah, Ishvah, Ishvi, Beriah, and their sister Serah. Beriah's sons: Heber and Malchiel. ບັນດາ​ລູກຊາຍ​ຂອງ​ອາເຊ​ມີ​ຄື: ອິມນາ, ອີຊະວາ, ອີຊະວີ ແລະ ເບຣິຢາ. ນ້ອງສາວ​ຂອງ​ພວກເຂົາ​ແມ່ນ​ເສຣາ. ບັນດາ​ລູກຊາຍ​ຂອງ​ເບຣີຢາ​ມີ​ຄື: ເຮເບ ແລະ ມັນກີເອນ.
18 These are the sons of Zilpah, whom Laban gave to his daughter Leah; she bore these to Jacob—sixteen in all. ຄົນ​ເຫລົ່ານີ້​ຄື​ລູກ​ຫລານ​ທີ່​ນາງ​ຊີລະປາ​ເກີດ​ໃຫ້​ຢາໂຄບ, ຜູ້​ທີ່​ລາບານ​ໄດ້​ມອບ​ນາງ​ໃຫ້​ເປັນ​ຄົນຮັບໃຊ້​ຂອງ​ນາງ​ເລອາ ຜູ້​ເປັນ​ລູກສາວ​ຂອງ​ເພິ່ນ, ລວມ​ທັງໝົດ​ມີ 66 ຄົນ.
19 The sons of Rachel, Jacob's wife: Joseph and Benjamin. ບັນດາ​ລູກຊາຍ​ຂອງ​ນາງ​ຣາເຊັນ​ເມຍ​ຂອງ​ຢາໂຄບ​ມີ​ຄື: ໂຢເຊັບ ແລະ ເບັນຢາມິນ.
20 Manasseh and Ephraim were born to Joseph in Egypt by Asenath, daughter of Potiphera, priest of On. ຢູ່​ໃນ​ເອຢິບ ນາງ​ອາເສນາດ​ລູກສາວ​ຂອງ​ໂປຕີເຟຣາ ປະໂລຫິດ​ແຫ່ງ​ເມືອງ​ໂອນ. ໄດ້​ເກີດ​ລູກຊາຍ​ສອງ​ຄົນ​ໃຫ້​ແກ່​ໂຢເຊັບ​ຄື ມານາເຊ ແລະ ເອຟຣາອິມ.
21 The sons of Benjamin: Bela, Becher, Ashbel, Gera, Naaman, Ehi, Rosh, Muppim, Huppim, and Ard. ບັນດາ​ລູກຊາຍ​ຂອງ​ເບັນຢາມິນ​ມີ​ຄື: ເບລາ, ເບເກ, ອັດຊະເບັນ, ເກຣາ, ນາອາມານ, ເອຮີ, ໂຣເຊ, ມຸບປິມ, ຮູບປິມ ແລະ ອາກເດ,
22 These are the sons of Rachel who were born to Jacob—fourteen persons in all. ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ນາງ​ຣາເຊັນ​ທີ່​ເກີດ​ໃຫ້​ແກ່​ຢາໂຄບ ລວມ​ທັງໝົດ​ມີ 44 ຄົນ.
23 The sons of Dan: Hushim. ລູກຊາຍ​ຂອງ​ດານ​ມີ​ຄື: ຮູຊິມ
24 The sons of Naphtali: Jahzeel, Guni, Jezer, and Shillem. ບັນດາ​ລູກຊາຍ​ຂອງ​ເນັບທາລີ​ມີ​ຄື: ຢາເຊເອນ, ກູນີ, ເຢເຊ ແລະ ຊິນເລັມ.
25 These are Bilhah's sons, whom Laban gave to his daughter Rachel; she bore these to Jacob—seven in all. ຄົນ​ເຫລົ່ານີ້​ເປັນ​ລູກ​ຫລານ​ຂອງ​ຢາໂຄບ​ທີ່​ເກີດ​ກັບ​ນາງ​ບິນຮາ ເຊິ່ງ​ລາບານ​ໄດ້​ມອບ​ໃຫ້​ແກ່​ນາງ​ຣາເຊັນ​ລູກສາວ​ຂອງ​ເພິ່ນ ລວມ​ທັງໝົດ​ມີ 7 ຄົນ.
26 Jacob's direct descendants who came to Egypt—excluding his sons' wives—totaled sixty-six. ຄົນ​ທັງໝົດ​ທີ່​ໄປ​ເອຢິບ​ພ້ອມ​ກັບ​ຢາໂຄບ ຜູ້​ທີ່​ເປັນ​ເຊື້ອສາຍ​ແທ້​ຂອງ​ເພິ່ນ, ໂດຍ​ບໍ່​ໄດ້​ນັບ​ທັງ​ບັນດາ​ເມຍ​ຂອງ​ລູກຊາຍ​ຂອງ​ເພິ່ນ ມີ​ຈຳນວນ 66 ຄົນ.
27 Joseph had two sons born in Egypt. Jacob's household that came to Egypt numbered seventy in all. ພ້ອມ​ທັງ​ລູກຊາຍ​ສອງ​ຄົນ​ທີ່​ເກີດ​ໃຫ້​ແກ່​ໂຢເຊັບ​ໃນ​ເອຢິບ, ສະມາຊິກ​ຄອບຄົວ​ຂອງ​ຢາໂຄບ​ທີ່​ໄປ​ຍັງ​ເອຢິບ ລວມ​ທັງໝົດ​ມີ 77 ຄົນ.
28 Jacob sent Judah ahead to Joseph to lead the way to Goshen; they reached the land of Goshen. ບັດນີ້ ຢາໂຄບ​ໄດ້​ສົ່ງ​ຢູດາ​ນຳໜ້າ​ເພິ່ນ​ໄປ​ຫາ​ໂຢເຊັບ​ເພື່ອ​ຖາມຫາ​ທາງ​ໄປ​ຍັງ​ໂກເຊັນ. ເມື່ອ​ພວກເຂົາ​ມາ​ເຖິງ​ດິນແດນ​ໂກເຊັນ​ແລ້ວ,
29 Joseph readied his chariot and went up to Goshen to meet his father Israel. He appeared to him, fell on his neck, and wept on his neck a long time. ໂຢເຊັບ​ກໍ​ມີ​ລົດມ້າ​ຂອງ​ເພິ່ນ​ທີ່​ຕຽມພ້ອມ​ໄວ້​ແລ້ວ ແລະ ເພິ່ນ​ກໍ​ໄປ​ທີ່​ໂກເຊັນ​ເພື່ອ​ພົບ​ກັບ​ອິດສະຣາເອນ​ພໍ່​ຂອງ​ເພິ່ນ. ທັນທີ​ທີ່​ໂຢເຊັບ​ປາກົດ​ຕໍ່ໜ້າ​ພໍ່, ເພິ່ນ​ກໍ​ອ້າ​ແຂນ​ກອດ​ພໍ່​ຂອງ​ເພິ່ນ ແລະ ຮ້ອງໄຫ້​ເປັນ​ເວລາ​ດົນ.
30 Israel said to Joseph, "Now let me die, since I've seen your face and you're still alive." ອິດສະຣາເອນ​ເວົ້າ​ກັບ​ໂຢເຊັບ​ວ່າ, “ບັດນີ້ ພໍ່​ພ້ອມ​ແລ້ວ​ທີ່​ຈະ​ຕາຍ, ເພາະ​ພໍ່​ໄດ້​ເຫັນ​ດ້ວຍ​ໂຕ​ຂອງ​ພໍ່​ເອງ​ແລ້ວ​ວ່າ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່”.
31 Joseph told his brothers and his father's household, "I will go up and tell Pharaoh, and say to him, 'My brothers and my father's household, who were in Canaan, have come to me. ແລ້ວ​ໂຢເຊັບ​ຈຶ່ງ​ບອກ​ບັນດາ​ອ້າຍ​ນ້ອງ ແລະ ຄົນ​ໃນ​ຄອບຄົວ​ຂອງ​ພໍ່​ຂອງ​ຕົນ​ວ່າ, “ເຮົາ​ຈະ​ຂຶ້ນ​ໄປ ແລະ ເວົ້າ​ກັບ​ຟາໂຣ​ວ່າ, ‘ບັນດາ​ອ້າຍ​ນ້ອງ ແລະ ຄົນ​ໃນ​ຄອບຄົວ​ຂອງ​ພໍ່​ຂອງ​ພວກຂ້ານ້ອຍ​ທີ່​ອາໄສ​ຢູ່​ທີ່​ດິນແດນ​ການາອານ​ນັ້ນ​ໄດ້​ມາ​ຫາ​ຂ້ານ້ອຍ​ແລ້ວ.
32 The men are shepherds, for they have been keepers of livestock; they've brought their flocks, herds, and all they have.' ພວກເພິ່ນ​ເປັນ​ຄົນ​ລ້ຽງແກະ; ພວກເພິ່ນ​ເບິ່ງແຍງ​ສັດລ້ຽງ ແລະ ພວກເພິ່ນ​ໄດ້​ນຳ​ເອົາ​ຝູງ​ແບ້, ຝູງ​ແກະ ແລະ ຝູງ​ງົວ ພ້ອມ​ທັງ​ທຸກສິ່ງ​ທີ່​ເປັນ​ຂອງ​ພວກເພິ່ນ​ມາ​ນຳ​ດ້ວຍ’.
33 When Pharaoh calls you and says, 'What is your occupation?' ເມື່ອ​ຟາໂຣ​ເອີ້ນ​ພວກເຈົ້າ​ເຂົ້າ​ພົບ ແລະ ຖາມ​ວ່າ, ‘ພວກເຈົ້າ​ມີ​ອາຊີບ​ຫຍັງ?’
34 you will say, 'Your servants have raised livestock from our youth until now, we and our fathers,' so you may settle in Goshen; for every shepherd is detestable to the Egyptians." ພວກເຈົ້າ​ຄວນ​ຕອບ​ວ່າ, ‘ຜູ້ຮັບໃຊ້​ຂອງ​ທ່ານ​ແມ່ນ​ເບິ່ງແຍງ​ສັດລ້ຽງ​ມາ​ຕັ້ງແຕ່​ຍັງ​ນ້ອຍ, ເໝືອນດັ່ງ​ທີ່​ພໍ່​ຂອງ​ພວກຂ້ານ້ອຍ​ໄດ້​ເຮັດ​ຜ່ານ​ມາ’. ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ອາໄສ​ຢູ່​ໃນ​ເຂດແດນ​ໂກເຊັນ​ນີ້, ເພາະ​ຊາວເອຢິບ​ລັງກຽດ​ຄົນ​ລ້ຽງແກະ​ທຸກຄົນ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]