Skip to content
The Believer's Library

Biblica® Open Lao Contemporary Version

Genesis 47 OLCV

Show OLCV only
Verse × ×
1 Joseph came and told Pharaoh, "My father and my brothers, with their flocks, herds, and all they own, have come from Canaan. They are now in Goshen." ໂຢເຊັບ​ຈຶ່ງ​ໄດ້​ເຂົ້າ​ພົບ ແລະ ບອກ​ຟາໂຣ​ວ່າ, “ພໍ່ ແລະ ອ້າຍ​ນ້ອງ​ຂອງ​ຂ້ານ້ອຍ​ພ້ອມ​ດ້ວຍ​ຝູງແບ້, ຝູງ​ແກະ, ຝູງ​ງົວ ແລະ ທຸກສິ່ງ​ທີ່​ເປັນ​ຂອງ​ພວກເພິ່ນ ເຊິ່ງ​ໄດ້​ມາ​ຈາກ​ດິນແດນ​ການາອານ ແລະ ເວລາ​ນີ້​ຢູ່​ໃນ​ໂກເຊັນ​ແລ້ວ”.
2 From among his brothers he took five men and presented them to Pharaoh. ໂຢເຊັບ​ໄດ້​ເລືອກ​ເອົາ​ອ້າຍ​ຂອງ​ເພິ່ນ​ຫ້າ​ຄົນ​ແລ້ວ​ນຳ​ພວກເຂົາ​ເຂົ້າ​ພົບ​ຟາໂຣ.
3 Pharaoh asked Joseph's brothers, "What is your work?" They told Pharaoh, "Your servants tend sheep, we and our fathers alike." ຟາໂຣ​ໄດ້​ຖາມ​ບັນດາ​ຜູ້​ເປັນ​ອ້າຍ​ນັ້ນ​ວ່າ, “ພວກເຈົ້າ​ມີ​ອາຊີບ​ຫຍັງ?” ພວກເຂົາ​ຕອບ​ຟາໂຣ​ວ່າ, “ຜູ້ຮັບໃຊ້​ຂອງ​ທ່ານ​ເປັນ​ຄົນລ້ຽງແກະ​ເໝືອນດັ່ງ​ທີ່​ພໍ່​ຂອງ​ພວກຂ້ານ້ອຍ​ເຄີຍ​ເຮັດ​ມາ”.
4 They said to Pharaoh, "We came to live in this land as foreigners, since there's no pasture for your servants' flocks—the famine is severe in Canaan. Now please let your servants settle in Goshen." ພວກເຂົາ​ຍັງ​ກ່າວ​ຕໍ່​ຟາໂຣ​ອີກ​ວ່າ, “ພວກຂ້ານ້ອຍ​ມາ​ອາໄສ​ຢູ່​ບ່ອນ​ນີ້​ຊົ່ວ​ໄລຍະ​ໜຶ່ງ, ເນື່ອງ​ຈາກ​ມີ​ການ​ອຶດຢາກ​ອາຫານ​ຢ່າງ​ຮຸນແຮງ​ໃນ​ການາອານ ແລະ ຜູ້ຮັບໃຊ້​ຂອງ​ທ່ານ​ບໍ່​ມີ​ທົ່ງຫຍ້າ​ສຳລັບ​ຝູງສັດ. ດັ່ງນັ້ນ ຂໍ​ທ່ານ​ອະນຸຍາດ​ໃຫ້​ຜູ້ຮັບໃຊ້​ຂອງ​ທ່ານ​ໄດ້​ຕັ້ງຖິ່ນຖານ​ຢູ່​ໃນ​ໂກເຊັນ​ດ້ວຍ”.
5 Pharaoh said to Joseph, "Your father and your brothers have come to you. ຟາໂຣ​ກ່າວ​ຕໍ່​ໂຢເຊັບ​ວ່າ, “ພໍ່ ແລະ ອ້າຍ​ນ້ອງ​ຂອງ​ເຈົ້າ​ໄດ້​ມາ​ຫາ​ເຈົ້າ​ແລ້ວ,
6 Egypt lies before you. Settle your father and brothers in the best of the land—let them live in Goshen. If you know capable men among them, put them in charge of my livestock." ແລະ ດິນແດນ​ເອຢິບ​ກໍ​ຢູ່​ຕໍ່ໜ້າ​ເຈົ້າ; ຈົ່ງ​ໃຫ້​ພໍ່ ແລະ ອ້າຍ​ນ້ອງ​ຂອງ​ເຈົ້າ​ຕັ້ງຖິ່ນຖານ​ໃນ​ບ່ອນ​ທີ່​ດີ​ທີ່ສຸດ​ຂອງ​ດິນແດນ​ນີ້. ຈົ່ງ​ໃຫ້​ພວກເຂົາ​ອາໄສ​ຢູ່​ໃນ​ໂກເຊັນ. ແລະ ຖ້າ​ເຈົ້າ​ຮູ້​ວ່າ​ມີ​ຄົນໃດ​ໃນ​ພວກເຂົາ​ມີ​ຄວາມສາມາດ​ພິເສດ, ກໍ​ຈົ່ງ​ມອບ​ໃຫ້​ພວກເຂົາ​ຮັບຜິດຊອບ​ສັດລ້ຽງ​ຂອງ​ເຮົາ​ນຳ”.
7 Then Joseph brought his father Jacob in and presented him to Pharaoh, and Jacob blessed Pharaoh. ຫລັງຈາກນັ້ນ ໂຢເຊັບ​ກໍ​ພາ​ຢາໂຄບ​ພໍ່​ຂອງ​ຕົນ​ເຂົ້າ​ໄປ​ສະເໜີ​ຕົວ​ຕໍ່​ຟາໂຣ. ຫລັງຈາກ​ທີ່​ຢາໂຄບ​ໄດ້​ອວຍພອນ​ແກ່​ຟາໂຣ​ແລ້ວ,
8 Pharaoh asked Jacob, "How many years have you lived?" ຟາໂຣ​ຈຶ່ງ​ໄດ້​ຖາມ​ເພິ່ນ​ວ່າ, “ທ່ານ​ມີ​ອາຍຸ​ເທົ່າໃດ​ແລ້ວ?”
9 Jacob answered Pharaoh, "My years as a wanderer are 130. Few and hard, they haven't reached my fathers' years of wandering." ຢາໂຄບ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ພະເນຈອນ​ມາ​ໄດ້ 130 ປີ​ແລ້ວ. ປີ​ເດືອນ​ຂອງ​ຂ້ານ້ອຍ​ກໍ​ສັ້ນ ແລະ ຍາກລຳບາກ, ແລະ ບໍ່​ຍືນຍາວ​ເໝືອນ​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ຜູ້​ມີ​ຊີວິດ​ພະເນຈອນ​ເໝືອນ​ກັນ”.
10 Then Jacob blessed Pharaoh and went out from his presence. ແລ້ວ​ຢາໂຄບ​ກໍ​ອວຍພອນ​ຟາໂຣ ແລະ ອອກ​ໄປ​ຈາກ​ເພິ່ນ.
11 So Joseph settled his father and brothers, giving them land in Egypt's best territory, the region of Rameses, as Pharaoh had ordered. ໂຢເຊັບ​ຈຶ່ງ​ໃຫ້​ພໍ່ ແລະ ອ້າຍ​ນ້ອງ​ຂອງ​ລາວ​ຕັ້ງຖິ່ນຖານ​ຢູ່​ໃນ​ເອຢິບ ແລະ ມອບ​ທີ່ດິນ​ໃຫ້​ພວກເຂົາ​ໃນ​ບ່ອນ​ທີ່​ດີ​ທີ່ສຸດ​ຂອງ​ດິນແດນ​ນີ້, ຄື​ເມືອງ​ຣາມາເຊັດ​ຕາມ​ຄຳສັ່ງ​ຂອງ​ຟາໂຣ.
12 Joseph fed his father, his brothers, and all his father's household, by the number of their children. ໂຢເຊັບ​ຍັງ​ໄດ້​ຈັດຫາ​ອາຫານ​ໃຫ້​ພໍ່ ແລະ ອ້າຍ​ນ້ອງ​ຂອງ​ລາວ​ພ້ອມ​ທັງ​ທຸກຄົນ​ໃນ​ຄອບຄົວ​ຂອງ​ພໍ່​ຂອງ​ລາວ​ຕາມ​ຈຳນວນ​ລູກຫລານ​ຂອງ​ພວກເຂົາ​ດ້ວຍ.
13 No food remained in all the land, for the famine was very severe, and the land of Egypt and land of Canaan wasted from the famine. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ມີ​ອາຫານ​ຢູ່​ໃນ​ທົ່ວ​ຂົງເຂດ​ນັ້ນ​ເພາະ​ວ່າ​ມີ​ການ​ອຶດຢາກ​ອາຫານ​ທີ່​ຮຸນແຮງ​ຫລາຍ, ຈຶ່ງ​ເຮັດ​ໃຫ້​ທັງ​ຊາວ​ເອຢິບ ແລະ ຊາວ​ການາອານ​ຕ່າງ​ກໍ​ພາກັນ​ອ່ອນເພຍ​ຍ້ອນ​ການ​ອຶດຢາກ​ອາຫານ.
14 Joseph gathered all the silver found in the land of Egypt and the land of Canaan for the grain they were buying, and Joseph brought the silver into Pharaoh's house. ໂຢເຊັບ​ໄດ້​ຮວບຮວມ​ເອົາ​ເງິນ​ທັງໝົດ​ທີ່​ຈະ​ຫາ​ໄດ້​ໃນ​ເອຢິບ ແລະ ການາອານ​ໃນ​ການ​ຈ່າຍ​ຄ່າ​ເຂົ້າ​ທີ່​ພວກເຂົາ​ໄດ້​ຊື້ ແລະ ໂຢເຊັບ​ໄດ້​ນຳ​ເງິນ​ນັ້ນ​ໄປ​ທີ່​ວັງ​ຂອງ​ຟາໂຣ.
15 When the silver ran out in the land of Egypt and land of Canaan, all the Egyptians came to Joseph, saying, "Give us food! Why should we die before you? Since silver is gone." ເມື່ອ​ຊາວ​ເອຢິບ ແລະ ຊາວ​ການາອານ​ໝົດ​ເງິນ​ແລ້ວ, ຊາວເອຢິບ​ທັງໝົດ​ກໍ​ພາກັນ​ມາ​ຫາ​ໂຢເຊັບ​ແລ້ວ​ເວົ້າ​ວ່າ, “ຂໍ​ໃຫ້​ອາຫານ​ແກ່​ພວກເຮົາ​ດ້ວຍ. ເປັນຫຍັງ​ພວກເຮົາ​ຕ້ອງ​ຕາຍ​ຕໍ່ໜ້າ​ຕໍ່ຕາ​ທ່ານ? ເງິນ​ຂອງ​ພວກເຮົາ​ໝົດ​ແລ້ວ”.
16 Joseph answered, "Turn over your livestock; I'll give you food in exchange for your livestock, since your silver's gone." ໂຢເຊັບ​ໄດ້​ຕອບ​ວ່າ, “ຖ້າ​ເຊັ່ນ​ນັ້ນ​ຈົ່ງ​ນຳ​ເອົາ​ສັດລ້ຽງ​ຂອງ​ພວກເຈົ້າ​ມາ. ເຮົາ​ຈະ​ຂາຍ​ອາຫານ​ໃຫ້​ພວກເຈົ້າ​ດ້ວຍ​ການ​ແລກປ່ຽນ​ກັບ​ສັດລ້ຽງ​ຂອງ​ພວກເຈົ້າ, ເພາະ​ວ່າ​ພວກເຈົ້າ​ໝົດ​ເງິນ​ແລ້ວ”.
17 They brought their livestock to Joseph, and he gave them bread for the horses, flocks, herds, and donkeys. He provided them bread that year for all their livestock. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ນຳ​ເອົາ​ສັດລ້ຽງ​ຂອງ​ຕົນ​ມາ​ໃຫ້​ໂຢເຊັບ ແລະ ລາວ​ໄດ້​ເອົາ​ອາຫານ​ໃຫ້​ແກ່​ພວກເຂົາ​ເພື່ອ​ເປັນ​ການ​ແລກປ່ຽນ​ກັບ​ຝູງ​ມ້າ, ຝູງ​ແກະ ແລະ ຝູງ​ແບ້, ຝູງ​ງົວ ແລະ ຝູງ​ລໍ​ຂອງ​ພວກເຂົາ. ແລະ ຕະຫລອດ​ທັງ​ປີ​ນັ້ນ​ໂຢເຊັບ​ໄດ້​ແລກປ່ຽນ​ອາຫານ​ກັບ​ສັດລ້ຽງ​ທັງໝົດ​ຂອງ​ພວກເຂົາ.
18 That year ended, and they came to him the second year and said, "We can't hide from my lord that our silver is gone and the livestock belong to my lord; nothing is left for my lord but our bodies and our land. ເມື່ອ​ປີ​ນັ້ນ​ຜ່ານ​ໄປ, ປີ​ຕໍ່ມາ​ປະຊາຊົນ​ກໍ​ພາກັນ​ມາ​ຫາ​ໂຢເຊັບ​ອີກ ແລະ ເວົ້າ​ວ່າ, “ພວກເຮົາ​ບໍ່​ສາມາດ​ປິດບັງ​ຄວາມຈິງ​ກັບ​ນາຍ​ຂອງ​ພວກເຮົາ​ໄດ້​ອີກ​ແລ້ວ ເນື່ອງຈາກ​ວ່າ​ພວກເຮົາ​ບໍ່​ມີ​ເງິນ ແລະ ສັດລ້ຽງ​ກໍ​ຕົກ​ເປັນ​ຂອງ​ທ່ານ, ພວກເຮົາ​ບໍ່​ມີ​ສິ່ງໃດ​ເຫລືອ​ໃຫ້​ນາຍ​ອີກ ນອກ​ຈາກ​ຮ່າງກາຍ​ຂອງ​ພວກເຮົາ ແລະ ທີ່ດິນ​ຂອງ​ພວກເຮົາ​ເທົ່າ​ນັ້ນ.
19 Why die before your eyes—we and our land? Buy us and our land for food; we and our land will serve Pharaoh. Give us seed to live, not die, and keep the land from turning desolate." ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ຈິບຫາຍ​ໄປ​ຕໍ່ໜ້າ​ຕໍ່ຕາ​ທ່ານ ທັງ​ພວກເຮົາ ແລະ ທີ່ດິນ​ຂອງ​ພວກເຮົາ​ດ້ວຍ? ຂໍ​ໃຫ້​ຊື້​ພວກເຮົາ​ພ້ອມ​ກັບ​ທີ່ດິນ​ຂອງ​ພວກເຮົາ​ໄວ້​ເພື່ອ​ເປັນ​ການ​ແລກປ່ຽນ​ກັບ​ອາຫານ, ແລ້ວ​ພວກເຮົາ​ກັບ​ດິນແດນ​ຂອງ​ພວກເຮົາ​ກໍ​ຈະ​ຂ້າທາດ​ຂອງ​ກະສັດ​ຟາໂຣ. ຂໍ​ໂຜດ​ໃຫ້​ເມັດພັນ​ແກ່​ພວກເຮົາ​ດ້ວຍ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຊີວິດ​ຢູ່ ແລະ ບໍ່​ຕາຍ, ແລ້ວ​ແຜ່ນດິນ​ນັ້ນ​ຈຶ່ງ​ຈະ​ບໍ່​ກາຍເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ”.
20 So Joseph bought all Egypt's land for Pharaoh, because each Egyptian sold his field—the famine was too severe for them. The land became Pharaoh's. ດັ່ງນັ້ນ ໂຢເຊັບ​ຈຶ່ງ​ໄດ້​ຊື້​ທີ່ດິນ​ທັງໝົດ​ໃນ​ເອຢິບ​ໃຫ້​ຟາໂຣ. ຊາວເອຢິບ​ທຸກຄົນ​ໄດ້​ຂາຍ​ທີ່ດິນ​ຂອງ​ຕົນ, ເພາະ​ການ​ອຶດຢາກ​ອາຫານ​ນັ້ນ​ຮຸນແຮງ​ຫລາຍ​ສຳລັບ​ພວກເຂົາ. ທີ່ດິນ​ກໍ​ກາຍເປັນ​ຂອງ​ຟາໂຣ,
21 He moved the people into the cities, from one end of Egypt to the other. ແລ້ວ​ໂຢເຊັບ​ກໍ​ໄດ້​ຫລຸດ​ຖານະ​ຂອງ​ປະຊາຊົນ​ໃຫ້​ຢູ່​ໃນ​ຖານະ​ຂ້າທາດ, ຈາກ​ສົ້ນ​ສຸດ​ຂອງ​ເອຢິບ​ເບື້ອງ​ໜຶ່ງ​ໄປ​ເຖິງ​ອີກ​ເບື້ອງ​ອື່ນ.
22 Only he did not buy the priests' land, since Pharaoh gave them a fixed portion they lived on; so they did not sell their land. ເຖິງ​ຢ່າງ​ໃດ​ກໍ​ຕາມ ໂຢເຊັບ​ກໍ​ບໍ່​ໄດ້​ຊື້​ທີ່ດິນ​ຂອງ​ບັນດາ​ປະໂລຫິດ, ເພາະ​ພວກເຂົາ​ໄດ້​ຮັບ​ສ່ວນແບ່ງ​ປົກກະຕິ​ຈາກ​ຟາໂຣ ແລະ ມີ​ອາຫານ​ພຽງພໍ​ຈາກ​ສ່ວນແບ່ງ​ທີ່​ຟາໂຣ​ໄດ້​ມອບ​ໃຫ້​ພວກເຂົາ. ດ້ວຍ​ເຫດນັ້ນ ພວກເພິ່ນ​ຈຶ່ງ​ບໍ່​ໄດ້​ຂາຍ​ທີ່ດິນ​ຂອງ​ຕົນ.
23 Joseph told the people, "Look, I have bought you and your land for Pharaoh today. Here's seed—sow the land. ໂຢເຊັບ​ເວົ້າ​ກັບ​ປະຊາຊົນ​ວ່າ, “ບັດນີ້ ເຮົາ​ໄດ້​ຊື້​ພວກເຈົ້າ ແລະ ທີ່ດິນ​ຂອງ​ພວກເຈົ້າ​ວັນ​ນີ້​ໃຫ້​ຟາໂຣ, ນີ້​ແມ່ນ​ເມັດພັນ​ສຳລັບ​ພວກເຈົ້າ​ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ປູກ​ໃສ່​ພື້ນດິນ​ນັ້ນ.
24 At harvest, give Pharaoh a fifth; keep four parts as seed for the field and food for you, your households, and your children." ແຕ່​ເມື່ອ​ຮອດ​ຍາມ​ເກັບກ່ຽວ​ແລ້ວ, ຈົ່ງ​ເອົາ​ໜຶ່ງ​ສ່ວນ​ຫ້າ​ໃຫ້​ແກ່​ຟາໂຣ. ອີກ​ສີ່​ສ່ວນ​ຫ້າ​ນັ້ນ​ໃຫ້​ພວກເຈົ້າ​ເກັບ​ໄວ້​ເປັນ​ເມັດພັນ​ສຳລັບ​ປູກ​ໃສ່​ທົ່ງນາ ແລະ ເປັນ​ອາຫານ​ສຳລັບ​ພວກເຈົ້າ​ເອງ ແລະ ຄົວເຮືອນ​ຂອງ​ພວກເຈົ້າ ແລະ ລູກຫລານ​ຂອງ​ພວກເຈົ້າ”.
25 They said, "You saved our lives. May we find favor in my lord's eyes, and we will be Pharaoh's slaves." ພວກເຂົາ​ເວົ້າ​ວ່າ, “ທ່ານ​ໄດ້​ຊ່ວຍ​ຊີວິດ​ຂອງ​ພວກເຮົາ​ໄວ້. ຂໍ​ໃຫ້​ນາຍ​ຂອງ​ພວກເຮົາ​ໄດ້​ກະລຸນາ​ພວກເຮົາ​ດ້ວຍ, ພວກເຮົາ​ຈະ​ເປັນ​ຂ້າທາດ​ຂອງ​ຟາໂຣ”.
26 So Joseph made it law in Egypt—still in force today—that a fifth goes to Pharaoh. Only the priests' land did not become Pharaoh's. ໂຢເຊັບ​ຈຶ່ງ​ໄດ້​ຕັ້ງ​ເລື່ອງ​ນີ້​ເປັນ​ກົດໝາຍ​ກ່ຽວກັບ​ທີ່ດິນ​ໃນ​ປະເທດ​ເອຢິບ ເຊິ່ງ​ຍັງ​ຖືກ​ບັງຄັບ​ໃຊ້​ຢູ່​ຈົນ​ເຖິງ​ທຸກ​ວັນ​ນີ້​ຄື: ໜຶ່ງ​ສ່ວນ​ຫ້າ​ຂອງ​ຜົນຜະລິດ​ເປັນ​ຂອງ​ຟາໂຣ. ມີ​ພຽງແຕ່​ທີ່ດິນ​ຂອງ​ປະໂລຫິດ​ເທົ່ານັ້ນ​ທີ່​ບໍ່​ໄດ້​ກາຍເປັນ​ຂອງ​ຟາໂຣ.
27 Israel lived in Egypt's land, in Goshen's land. They gained property there, and were fruitful and multiplied greatly. ບັດນີ້ ຊາວ​ອິດສະຣາເອນ​ໄດ້​ຕັ້ງຖິ່ນຖານ​ຢູ່​ໃນ​ດິນແດນ​ໂກເຊັນ​ທີ່​ເອຢິບ. ພວກເຂົາ​ໄດ້​ຄອບຄອງ​ກຳມະສິດ​ຢູ່​ທີ່​ນັ້ນ ແລະ ມີ​ລູກຫລານ​ເພີ່ມ​ຈຳນວນ​ຂຶ້ນ​ຢ່າງ​ຫລວງຫລາຍ.
28 Jacob lived in Egypt seventeen years; his life totaled 147 years. ຢາໂຄບ​ດຳເນີນຊີວິດ​ຢູ່​ໃນ​ເອຢິບ​ໄດ້ 17 ປີ ແລະ ເພິ່ນ​ມີ​ອາຍຸ​ລວມ​ໄດ້ 147 ປີ.
29 When Israel's time to die drew near, he called his son Joseph and said, "If I have found favor with you, please put your hand under my thigh and show me faithful love and loyalty. Please don't bury me in Egypt, ເມື່ອ​ເຖິງ​ເວລາ​ທີ່​ອິດສະຣາເອນ​ໃກ້​ຈະ​ຕາຍ, ເພິ່ນ​ໄດ້​ເອີ້ນ​ເອົາ​ໂຢເຊັບ​ລູກຊາຍ​ຂອງ​ເພິ່ນ​ເຂົ້າ​ມາ ແລະ ເວົ້າ​ຕໍ່​ເພິ່ນ​ວ່າ, “ຖ້າ​ລູກ​ຈະ​ກະລຸນາ​ພໍ່, ຈົ່ງ​ເອົາ​ມື​ຂອງ​ລູກ​ໄວ້​ທີ່​ກ້ອງ​ກົກຂາ​ຂອງ​ພໍ່ ແລະ ຈົ່ງ​ສັນຍາ​ວ່າ​ລູກ​ຈະ​ສະແດງ​ຄວາມເມດຕາ ແລະ ຄວາມຊື່ສັດ​ຕໍ່​ພໍ່. ຢ່າ​ຝັງ​ພໍ່​ໄວ້​ໃນ​ເອຢິບ.
30 but let me lie with my fathers. Carry me out of Egypt and bury me in their tomb." Joseph said, "I will do as you say." ແຕ່​ເມື່ອ​ພໍ່​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ພໍ່​ແລ້ວ, ຈົ່ງ​ນຳ​ເອົາ​ສົບ​ຂອງ​ພໍ່​ອອກ​ຈາກ​ເອຢິບ​ແລ້ວ​ໄປ​ຝັງ​ພໍ່​ໄວ້​ບ່ອນ​ດຽວ​ກັບ​ບັນພະບຸລຸດ​ຂອງ​ພໍ່”. ໂຢເຊັບ​ຕອບ​ວ່າ, “ລູກ​ຈະ​ເຮັດ​ຕາມ​ທີ່​ພໍ່​ສັ່ງ”.
31 Jacob said, "Swear to me." Joseph swore to him. Then Israel bowed at the head of his bed. ຢາໂຄບ​ໄດ້​ກ່າວ​ອີກ​ວ່າ, “ຈົ່ງ​ປະຕິຍານ​ຕໍ່​ພໍ່”. ແລ້ວ​ໂຢເຊັບ​ກໍ​ໄດ້​ປະຕິຍານ​ຕໍ່​ເພິ່ນ ແລະ ອິດສະຣາເອນ​ກໍ​ນະມັດສະການ​ຂະນະ​ທີ່​ເພິ່ນ​ເອື່ອຍ​ເທິງ​ໄມ້ເທົ້າ​ຂອງ​ເພິ່ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]