Skip to content
The Believer's Library

Biblica® Open Lao Contemporary Version

Genesis 48 OLCV

Show OLCV only
Verse × ×
1 After this, Joseph was told, "Look, your father is sick." So he took his two sons, Manasseh and Ephraim. ຕໍ່ມາ ມີ​ຄົນ​ມາ​ບອກ​ໂຢເຊັບ​ວ່າ, “ພໍ່​ຂອງ​ທ່ານ​ປ່ວຍ”. ລາວ​ຈຶ່ງ​ພາ​ລູກຊາຍ​ສອງ​ຄົນ​ຂອງ​ລາວ​ຄື​ມານາເຊ ແລະ ເອຟຣາອິມ​ໄປ​ກັບ​ລາວ.
2 Jacob was told, "Look, your son Joseph has come to you." Israel mustered his strength and sat up on the bed. ເມື່ອ​ມີ​ຄົນ​ມາ​ບອກ​ຢາໂຄບ​ວ່າ, “ໂຢເຊັບ​ລູກຊາຍ​ຂອງ​ທ່ານ​ໄດ້​ມາ​ຫາ​ທ່ານ,” ອິດສະຣາເອນ​ຈຶ່ງ​ຮວບຮວມ​ກຳລັງ​ລຸກ​ຂຶ້ນ ແລະ ນັ່ງ​ເທິງ​ຕຽງ.
3 Jacob told Joseph, "El Shaddai—our Father Almighty—appeared to me at Luz in the land of Canaan and blessed me. ຢາໂຄບ​ໄດ້​ເວົ້າ​ກັບ​ໂຢເຊັບ​ວ່າ, “ພຣະເຈົ້າ​ຜູ້​ມີ​ລິດອຳນາດຍິ່ງໃຫຍ່​ໄດ້​ປາກົດ​ແກ່​ພໍ່​ຢູ່​ທີ່​ລູເຊ​ໃນ​ດິນແດນ​ການາອານ ແລະ ທີ່​ນັ້ນ​ພຣະອົງ​ໄດ້​ອວຍພອນ​ພໍ່
4 He said to me, 'I will make you fruitful, multiply you, and make you into a group of peoples; I will give this land to your offspring after you as an everlasting possession.' ແລະ ກ່າວ​ແກ່​ພໍ່​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ລູກ​ຫລານ​ເພີ່ມ​ຈຳນວນ​ຂຶ້ນ​ຫລວງຫລາຍ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຊຸມຊົນ​ຂອງ​ຄົນ​ທັງຫລາຍ ແລະ ຈະ​ຍົກ​ດິນແດນ​ນີ້​ໃຫ້​ເປັນ​ກຳມະສິດ​ນິລັນດອນ​ແກ່​ເຊື້ອສາຍ​ຂອງ​ເຈົ້າ​ທີ່​ມາ​ພາຍຫລັງ​ເຈົ້າ’.
5 Now, your two sons born to you in Egypt before I came to you here are mine. Ephraim and Manasseh will be mine, like Reuben and Simeon. “ບັດນີ້ ເອຟຣາອິມ ແລະ ມານາເຊ ລູກຊາຍ​ທັງ​ສອງ​ຂອງ​ເຈົ້າ​ທີ່​ເກີດ​ໃນ​ເອຢິບ​ກ່ອນ​ທີ່​ພໍ່​ຈະ​ມາ​ເຖິງ​ເຈົ້າ​ນັ້ນ ຈະ​ຖືກ​ນັບ​ວ່າ​ເປັນ​ລູກ​ຂອງ​ພໍ່; ເອຟຣາອິມ ແລະ ມານາເຊ​ຈະ​ເປັນ​ລູກ​ຂອງ​ພໍ່​ເໝືອນດັ່ງ​ຣູເບັນ ແລະ ຊີເມໂອນ​ທີ່​ເປັນ​ລູກ​ຂອງ​ພໍ່.
6 But children you father after them are yours; they'll be called under their brothers' names in their inheritance. ສ່ວນ​ລູກ​ຄົນ​ອື່ນໆ​ທີ່​ເກີດ​ໃຫ້​ເຈົ້າ​ຕາມ​ຫລັງ​ນັ້ນ ພວກເຂົາ​ຈະ​ເປັນ​ຂອງ​ເຈົ້າ; ໃນ​ດິນແດນ​ທີ່​ພວກເຂົາ​ຮັບ​ມໍລະດົກ​ນັ້ນ​ພວກເຂົາ​ຈະ​ໄດ້​ຮັບ​ສ່ວນ​ຂອງ​ບັນດາ​ອ້າຍ​ຂອງ​ພວກເຂົາ.
7 As for me, when I came from Paddan, Rachel died beside me in the land of Canaan, on the way, still some distance from Ephrath; I buried her there on the way to Ephrath" (that is, Bethlehem). ໃນ​ຂະນະ​ທີ່​ພໍ່​ກຳລັງ​ກັບ​ມາ​ຈາກ​ປັດດານ​ນັ້ນ, ພໍ່​ມີ​ຄວາມເສົ້າໃຈ​ຫລາຍ​ທີ່​ຣາເຊັນ​ໄດ້​ຕາຍ​ໄປ​ໃນ​ດິນແດນ​ການາອານ​ຂະນະ​ທີ່​ພວກເຮົາ​ຍັງ​ເດີນທາງ​ຢູ່​ບໍ່​ໄກ​ຈາກ​ເອຟຣາທາ​ເທົ່າໃດ. ດັ່ງນັ້ນ ພໍ່​ຈຶ່ງ​ໄດ້​ຝັງສົບ​ຣາເຊັນ​ໄວ້​ຢູ່​ຂ້າງ​ທາງ​ໄປ​ເອຟຣາທາ” (ຄື​ເບັດເລເຮັມ).
8 When Israel saw Joseph's sons, he said, "Who are these?" ເມື່ອ​ອິດສະຣາເອນ​ເຫັນ​ລູກຊາຍ​ທັງ​ສອງ​ຂອງ​ໂຢເຊັບ​ແລ້ວ​ກໍ​ຖາມ​ວ່າ, “ສອງ​ຄົນ​ນີ້​ແມ່ນ​ຜູ້ໃດ?”
9 Joseph said to his father, "These are my sons, whom our Father gave me here." He said, "Please bring them to me, so I may bless them." ໂຢເຊັບ​ໄດ້​ຕອບ​ພໍ່​ຂອງ​ລາວ​ວ່າ, “ນີ້​ຄື​ລູກຊາຍ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ລູກ​ຢູ່​ທີ່​ນີ້”. ແລ້ວ​ອິດສະຣາເອນ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ພາ​ພວກເຂົາ​ມາ​ຫາ​ພໍ່​ເພື່ອ​ພໍ່​ຈະ​ໄດ້​ອວຍພອນ​ພວກເຂົາ”.
10 Israel's eyes were dim with age—he couldn't see well. So Joseph brought them close to him, and he kissed and embraced them. ບັດນີ້ ຕາ​ຂອງ​ອິດສະຣາເອນ​ກໍ​ຟາງ​ເພາະ​ອາຍຸ​ຫລາຍ​ແລ້ວ ແລະ ເພິ່ນ​ເບິ່ງ​ເກືອບ​ບໍ່​ເຫັນ. ດັ່ງນັ້ນ ໂຢເຊັບ​ຈຶ່ງ​ພາ​ລູກຊາຍ​ທັງ​ສອງ​ຄົນ​ຂອງ​ລາວ​ເຂົ້າ​ໄປ​ໃກ້​ເພິ່ນ ແລະ ພໍ່​ຂອງ​ໂຢເຊັບ​ກໍ​ຈູບ​ພວກເຂົາ ແລະ ກອດ​ພວກເຂົາ.
11 Israel told Joseph, "I never expected to see your face—now our Father has even let me see your offspring." ອິດສະຣາເອນ​ໄດ້​ເວົ້າ​ກັບ​ໂຢເຊັບ​ວ່າ, “ພໍ່​ບໍ່​ເຄີຍ​ຄາດຫວັງ​ເລີຍ​ວ່າ​ຈະ​ໄດ້​ເຫັນ​ໜ້າ​ເຈົ້າ​ອີກ ແລະ ດຽວ​ນີ້​ພຣະເຈົ້າ​ຍັງ​ອະນຸຍາດ​ໃຫ້​ພໍ່​ໄດ້​ເຫັນ​ບັນດາ​ລູກ​ຂອງ​ເຈົ້າ​ອີກ​ດ້ວຍ”.
12 Then Joseph took them from between his father's knees and bowed with his face to the ground. ແລ້ວ​ໂຢເຊັບ​ເອົາ​ລູກ​ທັງ​ສອງ​ອອກ​ຈາກ​ຕັກ​ຂອງ​ອິດສະຣາເອນ ແລະ ໝູບໜ້າ​ຂອງ​ຕົນ​ລົງ​ທີ່​ພື້ນ.
13 Joseph took both—Ephraim in his right hand, toward Israel's left, Manasseh in his left, toward Israel's right—and brought them near him. ແລະ ໂຢເຊັບ​ເອົາ​ລູກຊາຍ​ທັງ​ສອງ​ເຂົ້າ​ໄປ​ໃກ້​ພໍ່, ມື​ຂວາ​ຈັບ​ເອຟຣາອິມ​ໃຫ້​ໄປ​ຢູ່​ທາງ​ຊ້າຍ​ມື​ຂອງ​ອິດສະຣາເອນ ສ່ວນ​ມື​ຊ້າຍ​ຈັບ​ມານາເຊ​ໃຫ້​ໄປ​ຢູ່​ທາງ​ຂວາ​ມື​ຂອງ​ອິດສະຣາເອນ.
14 Israel reached out his right hand and put it on Ephraim's head—the younger—then his left hand on Manasseh's head, crossing his hands—for Manasseh was the firstborn. ແຕ່​ອິດສະຣາເອນ​ຍື່ນ​ມື​ຂວາ​ວາງ​ເທິງ​ຫົວ​ຂອງ​ເອຟຣາອິມ ເຖິງ​ແມ່ນ​ວ່າ​ລາວ​ເປັນ​ນ້ອງ​ກໍ​ຕາມ ແລະ ເພິ່ນ​ກໍ​ໄຂວ່​ແຂນ​ຂອງ​ເພິ່ນ​ໂດຍ​ວາງ​ມື​ຊາຍ​ຂອງ​ເພິ່ນ​ເທິງ​ຫົວ​ຂອງ​ມານາເຊ ເຖິງ​ແມ່ນ​ວ່າ​ມານາເຊ​ເປັນ​ອ້າຍ​ກົກ​ກໍ​ຕາມ.
15 Then he blessed Joseph and said, "Our Father, before whom my fathers Abraham and Isaac walked—our Father who has been my shepherd all my life long to this day, ແລ້ວ​ເພິ່ນ​ຈຶ່ງ​ໄດ້​ອວຍພອນ​ໂຢເຊັບ ແລະ ກ່າວ​ວ່າ, “ຂໍ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ ຜູ້​ທີ່​ອັບຣາຮາມ ແລະ ອີຊາກ​ໄດ້​ເດີນ​ຕາມ​ຢ່າງ​ສັດຊື່​ຢູ່​ຕໍ່ໜ້າ ພຣະເຈົ້າ​ຜູ້​ທີ່​ເປັນ​ຜູ້ລ້ຽງ​ຂອງ​ຂ້ານ້ອຍ ມາ​ຕະຫລອດ​ຊີວິດ​ຈົນ​ເຖິງ​ທຸກ​ວັນ​ນີ້,
16 the Messenger who has redeemed me from all evil—bless the boys. May my name live on in them, and the names of my fathers Abraham and Isaac; and may they grow into a multitude in the midst of the earth." ຂໍ​ໃຫ້​ເທວະດາ​ຜູ້​ທີ່​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ອັນຕະລາຍ​ທັງປວງ​ນັ້ນ ຂໍ​ພຣະອົງ​ອວຍພອນ​ເດັກ​ຊາຍ​ເຫລົ່ານີ້. ຂໍ​ໃຫ້​ຊື່​ຂອງ​ຂ້ານ້ອຍ ແລະ ຊື່​ຂອງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ຄື ອັບຣາຮາມ ແລະ ອີຊາກ ດຳລົງ​ຢູ່​ກັບ​ພວກເຂົາ, ແລະ ຂໍ​ໃຫ້​ພວກເຂົາ​ເພີ່ມ​ທະວີ​ຂຶ້ນ​ຫລວງຫລາຍ ເທິງ​ແຜ່ນດິນໂລກ”.
17 Joseph saw his father's right hand on Ephraim's head; it upset him, so he grasped his father's hand to move it from Ephraim's head to Manasseh's head. ເມື່ອ​ໂຢເຊັບ​ເຫັນ​ພໍ່​ຂອງ​ຕົນ​ເອົາ​ມື​ຂວາ​ຂອງ​ເພິ່ນ​ວາງ​ເທິງ​ຫົວ​ຂອງ​ເອຟຣາອິມ​ເພິ່ນ​ກໍ​ບໍ່​ພໍໃຈ; ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ເອົາ​ມື​ຂອງ​ພໍ່​ຂອງ​ຕົນ​ຍ້າຍ​ອອກ​ຈາກ​ຫົວ​ຂອງ​ເອຟຣາອິມ​ໄປ​ວາງ​ໃສ່​ເທິງ​ຫົວ​ຂອງ​ມານາເຊ.
18 Joseph said to his father, "No, my father, for this is the firstborn—put your right hand on his head." ໂຢເຊັບ​ເວົ້າ​ກັບ​ພໍ່​ວ່າ, “ພໍ່​ເອີຍ, ບໍ່​ແມ່ນ, ຄົນ​ນີ້​ເປັນ​ລູກຊາຍ​ກົກ; ຂໍ​ໃຫ້​ວາງ​ມື​ຂວາ​ຂອງ​ພໍ່​ລົງ​ເທິງ​ຫົວ​ຂອງ​ລາວ”.
19 But his father refused and said, "I know, my son, I know. He too will become a people, he too will be great. Yet his younger brother will be greater than him, and his descendants will become many nations." ແຕ່​ພໍ່​ຂອງ​ລາວ​ໄດ້​ປະຕິເສດ ແລະ ເວົ້າ​ວ່າ, “ພໍ່​ຮູ້, ລູກ​ເອີຍ, ພໍ່​ຮູ້. ລາວ​ຈະ​ກາຍເປັນ​ຊົນຊາດ​ໜຶ່ງ ແລະ ຈະ​ກາຍເປັນ​ຜູ້​ຍິ່ງໃຫຍ່​ເໝືອນກັນ. ຢ່າງ​ໃດ​ກໍ​ຕາມ, ນ້ອງຊາຍ​ຂອງ​ລາວ​ຈະ​ຍິ່ງໃຫຍ່​ກວ່າ​ລາວ ແລະ ເຊື້ອສາຍ​ຂອງ​ລາວ​ກໍ​ຈະ​ເປັນ​ກຸ່ມ​ປະຊາຊາດ”.
20 That day he blessed them, saying, "Israel will bless through you, saying, 'May our Father make you like Ephraim and like Manasseh.'" And he put Ephraim before Manasseh. ຢາໂຄບ​ຈຶ່ງ​ໄດ້​ອວຍພອນ​ພວກເຂົາ​ໃນ​ວັນ​ນັ້ນ​ວ່າ, “ອິດສະຣາເອນ​ຈະ​ອວຍພອນ​ກັນ​ໃນ​ນາມ​ຂອງ​ເຈົ້າ​ວ່າ: ‘ຂໍ​ພຣະເຈົ້າ​ເຮັດ​ໃຫ້​ເຈົ້າ​ເປັນ​ເໝືອນ​ເອຟຣາອິມ ແລະ ມານາເຊ’ ”. ດັ່ງນັ້ນ ຢາໂຄບ​ຈຶ່ງ​ເອົາ​ຊື່​ເອຟຣາອິມ​ຂຶ້ນ​ກ່ອນ​ມານາເຊ.
21 Israel said to Joseph, "Look, I am about to die, but our Father will be with you and bring you back to your fathers' land. ຫລັງ​ຈາກ​ນັ້ນ ອິດສະຣາເອນ​ຈຶ່ງ​ເວົ້າ​ຕໍ່​ໂຢເຊັບ​ວ່າ, “ພໍ່​ກຳລັງ​ຈະ​ຕາຍ​ແລ້ວ, ແຕ່​ພຣະເຈົ້າ​ຈະ​ຢູ່​ກັບ​ພວກເຈົ້າ ແລະ ຈະ​ນຳ​ພວກເຈົ້າ​ທັງຫລາຍ​ກັບ​ໄປ​ຍັງ​ດິນແດນ​ຂອງ​ບັນພະບຸລຸດ​ຂອງ​ພວກເຈົ້າ.
22 And to you, rather than to your brothers, I have given one mountain slope that I took from the hand of the Amorites with my sword and with my bow." ແລະ ສຳລັບ​ເຈົ້າ ພໍ່​ຈະ​ມອບ​ສັນ​ພູ​ຂອງ​ດິນແດນ​ແຫ່ງ​ໜຶ່ງ​ຫລາຍ​ກວ່າ​ທີ່​ພໍ່​ມອບ​ໃຫ້​ບັນດາ​ອ້າຍ​ຂອງ​ເຈົ້າ, ເຊິ່ງ​ເປັນ​ສັນ​ພູ​ທີ່​ພໍ່​ໄດ້​ມາ​ຈາກ​ຊາວ​ອາໂມ​ດ້ວຍ​ດາບ ແລະ ທະນູ​ຂອງ​ພໍ່​ໃຫ້​ແກ່​ເຈົ້າ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]