Skip to content
The Believer's Library

Biblica® Open Lao Contemporary Version

Genesis 45 OLCV

Show OLCV only
Verse × ×
1 Joseph could not control himself before everyone standing by him, so he cried out, "Send everyone away from me!" No one stayed with him when Joseph made himself known to his brothers. ແລ້ວ​ໂຢເຊັບ​ບໍ່​ສາມາດ​ຄວບຄຸມ​ຕົນ​ເອງ​ຕໍ່ໜ້າ​ບັນດາ​ຜູ້ຮັບໃຊ້​ທັງໝົດ​ຂອງ​ລາວ​ໄດ້​ຕໍ່ໄປ​ອີກ, ແລ້ວ​ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ໃຫ້​ທຸກຄົນ​ອອກ​ໄປ​ໃຫ້​ພົ້ນ​ຈາກ​ເຮົາ!” ດັ່ງນັ້ນ ຈຶ່ງ​ບໍ່​ມີ​ຜູ້ໃດ​ຢູ່​ກັບ​ໂຢເຊັບ​ເມື່ອ​ລາວ​ເປີດເຜີຍ​ຕົນ​ເອງ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ບັນດາ​ອ້າຍນ້ອງ​ຂອງ​ລາວ.
2 He wept so loudly that the Egyptians heard it, and Pharaoh's household heard it. ແລ້ວ​ລາວ​ກໍ​ຮ້ອງໄຫ້​ສຽງ​ດັງ​ຈົນ​ຊາວເອຢິບ​ໄດ້​ຍິນ​ສຽງ​ລາວ ແລະ ຄົວເຮືອນ​ຂອງ​ຟາໂຣ​ກໍ​ໄດ້​ຍິນ​ເລື່ອງ​ນີ້.
3 Joseph said to his brothers, "I am Joseph! Is my father still alive?" His brothers could not answer him, for they were terrified at his presence. ໂຢເຊັບ​ໄດ້​ເວົ້າ​ກັບ​ບັນດາ​ອ້າຍ​ນ້ອງ​ຂອງ​ຕົນ​ວ່າ, “ເຮົາ​ແມ່ນ​ໂຢເຊັບ! ພໍ່​ຂອງ​ເຮົາ​ຍັງ​ມີ​ຊີວິດ​ຢູ່​ບໍ?” ແຕ່​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ກໍ​ບໍ່​ສາມາດ​ຕອບ​ເພິ່ນ​ໄດ້, ເພາະ​ພວກເຂົາ​ຕົກໃຈ​ຢ້ານ​ທີ່​ໄດ້​ຢູ່​ຊ້ອງໜ້າ​ໂຢເຊັບ.
4 Joseph said to his brothers, "Please, come close to me." They came close. He said, "I am your brother Joseph, whom you sold into Egypt. ແລ້ວ​ໂຢເຊັບ​ຈຶ່ງ​ເວົ້າ​ກັບ​ບັນດາ​ອ້າຍ​ນ້ອງ​ຂອງ​ລາວ​ວ່າ, “ຈົ່ງ​ເຂົ້າ​ມາ​ໃກ້ໆ​ເຮົາ”. ເມື່ອ​ພວກເຂົາ​ຫຍັບ​ເຂົ້າ​ໄປ​ໃກ້ໆ​ລາວ​ແລ້ວ, ລາວ​ຈຶ່ງ​ເວົ້າ​ວ່າ, “ເຮົາ​ຄື​ໂຢເຊັບ​ນ້ອງຊາຍ​ຂອງ​ພວກເຈົ້າ, ຄົນ​ທີ່​ພວກອ້າຍ​ໄດ້​ຂາຍ​ເຂົ້າ​ມາ​ໃນ​ເອຢິບ!
5 Now don't be distressed or angry with yourselves for selling me here, since our Father sent me ahead of you to preserve life. ແລະ ບັດນີ້​ຢ່າ​ເສຍໃຈ ແລະ ຢ່າ​ໃຈຮ້າຍ​ໃຫ້​ຕົນ​ເອງ​ທີ່​ໄດ້​ຂາຍ​ເຮົາ​ມາ​ທີ່​ນີ້, ເພາະວ່າ​ພຣະເຈົ້າ​ໄດ້​ສົ່ງ​ເຮົາ​ມາ​ລ່ວງໜ້າ​ພວກອ້າຍ​ເພື່ອ​ຊ່ວຍ​ຊີວິດ​ພວກເຮົາ.
6 Famine has been in the land two years now; five more years remain with no plowing or harvest. ບັດນີ້ ເປັນ​ເວລາ​ສອງ​ປີ​ແລ້ວ​ທີ່​ມີ​ການ​ອຶດຢາກ​ອາຫານ​ໃນ​ແຜ່ນດິນ​ນີ້, ແລ້ວ​ອີກ​ຫ້າ​ປີ​ຂ້າງ​ໜ້າ​ກໍ​ຈະ​ບໍ່​ມີ​ການ​ຄາດ​ໄຖ ແລະ ເກັບກ່ຽວ.
7 Our Father sent me ahead of you to preserve a remnant for you on earth, and keep you alive as a great band of survivors. ແຕ່​ພຣະເຈົ້າ​ສົ່ງ​ເຮົາ​ມາ​ລ່ວງໜ້າ​ພວກອ້າຍ​ເພື່ອ​ປົກປ້ອງ​ຮັກສາ​ຄົນ​ທີ່​ເຫລືອ​ຢູ່​ເທິງ​ແຜ່ນດິນໂລກ​ໄວ້ ແລະ ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກອ້າຍ​ໄວ້​ດ້ວຍ​ກອບກູ້​ທີ່​ຍິ່ງໃຫຍ່.
8 So now, it wasn't you who sent me here, but our Father—he made me father to Pharaoh, lord of all his household, and ruler over all the land of Egypt. “ດັ່ງນັ້ນ ຈຶ່ງ​ບໍ່​ແມ່ນ​ພວກອ້າຍ​ທີ່​ສົ່ງ​ເຮົາ​ມາ​ທີ່​ນີ້, ແຕ່​ແມ່ນ​ພຣະເຈົ້າ. ພຣະອົງ​ໄດ້​ເຮັດ​ໃຫ້​ເຮົາ​ເປັນ​ເໝືອນ​ບິດາ​ຕໍ່​ຟາໂຣ, ເປັນ​ເຈົ້ານາຍ​ໃນ​ຄົວເຮືອນ​ທັງໝົດ​ຂອງ​ເພິ່ນ ແລະ ເປັນ​ຜູ້ປົກຄອງ​ເອຢິບ​ທັງໝົດ.
9 Hurry, go up to my father, tell him: Your son Joseph says: Our Father has made me lord of all Egypt. Come down to me; don't delay. ບັດນີ້ ຈົ່ງ​ຟ້າວ​ກັບເມືອ​ຫາ​ພໍ່​ຂອງ​ເຮົາ ແລະ ບອກ​ເພິ່ນ​ວ່າ, ‘ນີ້​ແມ່ນ​ສິ່ງ​ທີ່​ໂຢເຊັບ​ລູກຊາຍ​ຂອງ​ພໍ່​ກ່າວ: ພຣະເຈົ້າ​ໄດ້​ເຮັດ​ໃຫ້​ລູກ​ເປັນ​ເຈົ້ານາຍ​ຂອງ​ເອຢິບ​ທັງໝົດ. ຂໍ​ເຊີນ​ພໍ່​ລົງ​ມາ​ຫາ​ລູກ, ຢ່າ​ຊັກຊ້າ​ເລີຍ.
10 You'll live in Goshen, near me—you, your children, your children's children, your flocks, your herds, all you own. ພໍ່​ຈະ​ໄດ້​ມາ​ອາໄສ​ຢູ່​ໃນ​ເຂດ​ໂກເຊັນ ແລະ ຢູ່​ໃກ້ໆ​ລູກ ພໍ່​ເອງ, ບັນດາ​ລູກ​ພ້ອມ​ທັງ​ບັນດາ​ຫລານ​ຂອງ​ພໍ່, ຝູງ​ແບ້, ຝູງ​ແກະ ແລະ ຝູງ​ງົວ​ຂອງ​ພໍ່, ພ້ອມ​ທັງ​ທຸກສິ່ງ​ທີ່​ພໍ່​ມີ.
11 I will provide for you there—five years of famine remain—so you, your household, and all you own don't fall into poverty. ລູກ​ຈະ​ຈັດຫາ​ໃຫ້​ພໍ່​ຢູ່​ທີ່​ນັ້ນ, ເພາະ​ຍັງ​ຈະ​ມີ​ການ​ອຶດຢາກ​ອາຫານ​ຢູ່​ອີກ​ຫ້າ​ປີ. ບໍ່​ດັ່ງນັ້ນ​ແລ້ວ​ທັງ​ພໍ່, ຄອບຄົວ​ຂອງ​ພໍ່ ແລະ ຄົນ​ຂອງ​ພໍ່​ທຸກຄົນ​ຈະ​ເປັນ​ຄົນ​ຂາດແຄນ’.
12 Your eyes see, and my brother Benjamin's eyes see, that it is my own mouth speaking to you. “ພວກອ້າຍ​ເອງ​ກໍ​ເຫັນ​ດ້ວຍ​ຕົວ​ເອງ​ແລ້ວ ແລະ ເບັນຢາມິນ​ນ້ອງຊາຍ​ຂອງ​ເຮົາ​ກໍ​ເຫັນ​ເຊັ່ນ​ດຽວ​ກັນ​ວ່າ​ແມ່ນ​ເຮົາ​ແທ້​ທີ່​ກຳລັງ​ເວົ້າ​ກັບ​ພວກທ່ານ​ຢູ່.
13 Tell my father all my honor in Egypt, and all you have seen. Hurry and bring my father down here. ຈົ່ງ​ເລົ່າ​ໃຫ້​ພໍ່​ຂອງ​ເຮົາ​ຟັງ​ວ່າ​ເຮົາ​ໄດ້​ຮັບ​ກຽດຕິຍົດ​ທັງໝົດ​ໃນ​ເອຢິບ ແລະ ຈົ່ງ​ເລົ່າ​ທຸກສິ່ງ​ທີ່​ພວກອ້າຍ​ໄດ້​ເຫັນ. ແລ້ວ​ພາ​ພໍ່​ມາ​ທີ່​ນີ້​ໂດຍ​ໄວ”.
14 Then he threw his arms around his brother Benjamin and wept, and Benjamin wept on his neck." ແລ້ວ​ໂຢເຊັບ​ກໍ​ອ້າ​ແຂນ​ກອດ​ເບັນຢາມິນ​ນ້ອງຊາຍ​ຂອງ​ລາວ ແລະ ຮ້ອງໄຫ້, ແລ້ວ​ເບັນຢາມິນ​ກໍ​ກອດ​ໂຢເຊັບ​ຮ້ອງໄຫ້.
15 He kissed all his brothers and wept over them. After that his brothers talked with him. ແລະ ໂຢເຊັບ​ກໍ​ຈູບ​ອ້າຍ​ນ້ອງ​ທຸກຄົນ ແລະ ຮ້ອງໄຫ້​ນຳ​ພວກເຂົາ. ຫລັງຈາກ​ນັ້ນ​ອ້າຍ​ນ້ອງ​ຂອງ​ລາວ​ກໍ​ເວົ້າ​ກັບ​ໂຢເຊັບ.
16 News reached Pharaoh's house: "Joseph's brothers have come." It pleased Pharaoh and his officials. ເມື່ອ​ຂ່າວ​ໄປ​ເຖິງ​ວັງ​ຂອງ​ກະສັດ​ຟາໂຣ​ວ່າ​ອ້າຍ​ນ້ອງ​ຂອງ​ໂຢເຊັບ​ໄດ້​ມາ, ຟາໂຣ​ກັບ​ພະນັກງານ​ທັງໝົດ​ຂອງ​ເພິ່ນ​ກໍ​ພາ​ກັນ​ຍິນດີ.
17 Pharaoh said to Joseph, "Say to your brothers: do this—load your animals, go, return to the land of Canaan. ຟາໂຣ​ເວົ້າ​ກັບ​ໂຢເຊັບ​ວ່າ, “ຈົ່ງ​ໄປ​ບອກ​ອ້າຍ​ນ້ອງ​ຂອງ​ເຈົ້າ​ວ່າ, ‘ຈົ່ງ​ເຮັດ​ຕາມ​ນີ້​ຄື: ນຳ​ສັດ​ບັນທຸກ​ສິ່ງຂອງ​ກັບ​ໄປ​ຍັງ​ການາອານ,
18 Take your father and your households and come to me. I will give you the best of Egypt's land, and you will eat the richness of the land. ແລ້ວ​ນຳ​ເອົາ​ພໍ່​ຂອງ​ພວກເຈົ້າ ແລະ ທຸກຄົນ​ໃນ​ຄອບຄົວ​ກັບ​ມາ​ຫາ​ເຮົາ. ເຮົາ​ຈະ​ຍົກ​ດິນແດນ​ທີ່​ດີ​ທີ່ສຸດ​ໃນ​ເອຢິບ​ໃຫ້​ພວກເຈົ້າ ແລະ ພວກເຈົ້າ​ຈະ​ໄດ້​ຊື່ນຊົມຍິນດີ​ກັບ​ຄວາມ​ອຸດົມສົມບູນ​ຂອງ​ແຜ່ນດິນ​ນີ້’.
19 You are commanded: tell them, 'Do this—take wagons from Egypt for your children and wives, bring your father, and come. “ເຈົ້າ​ຈົ່ງ​ບອກ​ພວກເຂົາ​ດ້ວຍ​ວ່າ, ‘ຈົ່ງ​ເຮັດ​ຕາມ​ນີ້​ຄື: ຈົ່ງ​ນຳ​ຂະບວນ​ກວຽນ​ຈາກ​ເອຢິບ​ໄປ​ຮັບ​ເອົາ​ລູກຫລານ​ຂອງ​ພວກເຈົ້າ, ບັນດາ​ເມຍ ແລະ ພໍ່​ຂອງ​ພວກເຈົ້າ​ມາ​ທີ່​ນີ້.
20 Don't worry about your belongings—the best of all Egypt's land is yours.'" ຢ່າ​ໄດ້​ເປັນ​ຫ່ວງ​ເຖິງ​ຊັບສົມບັດ​ຂອງ​ພວກເຈົ້າ​ທີ່​ຢູ່​ທີ່​ນັ້ນ, ເພາະ​ພວກເຈົ້າ​ຈະ​ໄດ້​ຮັບ​ສິ່ງ​ຂອງ​ທີ່​ດີ​ທີ່ສຸດ​ທັງໝົດ​ທີ່​ມີ​ຢູ່​ໃນ​ເອຢິບ’ ”.
21 The sons of Israel did so; Joseph gave them wagons per Pharaoh's order, and gave them provisions for the road. ດັ່ງນັ້ນ ບັນດາ​ລູກຊາຍ​ຂອງ​ອິດສະຣາເອນ​ຈຶ່ງ​ໄດ້​ເຮັດ​ຕາມ​ນັ້ນ. ໂຢເຊັບ​ຈຶ່ງ​ໃຫ້​ຂະບວນ​ກວຽນ​ໄປ​ກັບ​ພວກເຂົາ​ຕາມ​ຄຳສັ່ງ​ຂອງ​ຟາໂຣ, ແລະ ລາວ​ຍັງ​ໄດ້​ໃຫ້​ສະບຽງ​ອາຫານ​ໄປ​ກິນ​ຕາມ​ທາງ​ດ້ວຍ.
22 He gave each a change of clothes, but Benjamin 300 pieces of silver and five changes of clothes. ລາວ​ໄດ້​ໃຫ້​ເຄື່ອງນຸ່ງ​ໃໝ່​ແກ່​ອ້າຍ​ນ້ອງ​ທຸກຄົນ, ແຕ່​ສ່ວນ​ເບັນຢາມິນ​ລາວ​ໄດ້​ໃຫ້​ເງິນ 300 ເຊເຂວ ແລະ ເຄື່ອງນຸ່ງ​ຫ້າ​ຊຸດ.
23 He sent his father ten donkeys loaded with Egypt's best, and ten female donkeys loaded with grain, bread, and food for his journey. ແລະ ໂຢເຊັບ​ໄດ້​ສົ່ງ​ສິ່ງ​ເຫລົ່ານີ້​ໃຫ້​ແກ່​ພໍ່​ຂອງ​ລາວ​ຄື: ລໍ​ສິບ​ໂຕ​ພ້ອມ​ກັບ​ບັນທຸກ​ສິ່ງຂອງ​ທີ່​ດີ​ທີ່ສຸດ​ທີ່​ມີ​ຢູ່​ໃນ​ເອຢິບ ແລະ ລໍແມ່​ອີກ​ສິບ​ໂຕ​ພ້ອມ​ກັບ​ບັນທຸກ​ເຂົ້າ ແລະ ເຂົ້າຈີ່​ພ້ອມ​ທັງ​ສະບຽງ​ອາຫານ​ອື່ນໆ​ໃຫ້​ພໍ່​ເອົາ​ໄວ້​ກິນ​ຕາມ​ທາງ.
24 He sent his brothers off; as they left, he said, "Don't quarrel on the way." ແລ້ວ​ໂຢເຊັບ​ຈຶ່ງ​ສົ່ງ​ພວກ​ອ້າຍ​ນ້ອງ​ຂອງ​ຕົນ​ອອກ​ເດີນທາງ​ໄປ ແລະ ຂະນະ​ທີ່​ພວກເຂົາ​ກຳລັງ​ອອກ​ໄປ​ນັ້ນ​ໂຢເຊັບ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ຢ່າ​ຜິດຖຽງ​ກັນ​ຕາມ​ທາງ!”
25 So they left Egypt and came to their father Jacob in Canaan. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເດີນທາງ​ອອກ​ຈາກ​ເອຢິບ​ກັບ​ໄປ​ຫາ​ຢາໂຄບ​ຜູ້​ເປັນ​ພໍ່​ຢູ່​ທີ່​ດິນແດນ​ການາອານ.
26 They told him, "Joseph is still alive—ruler over all Egypt!" But his heart went numb; he didn't believe them. ພວກເຂົາ​ໄດ້​ເລົ່າ​ໃຫ້​ຢາໂຄບ​ຟັງ​ວ່າ, “ໂຢເຊັບ​ຍັງ​ມີ​ຊີວິດ​ຢູ່! ຄວາມຈິງແລ້ວ, ລາວ​ໄດ້​ເປັນ​ຜູ້ປົກຄອງ​ເອຢິບ​ທັງໝົດ”. ຢາໂຄບ​ຕົກໃຈ; ເພິ່ນ​ບໍ່​ເຊື່ອ​ພວກເຂົາ.
27 But when they told him all Joseph's words to them, and he saw the wagons Joseph sent to carry him, their father Jacob's spirit revived. ແຕ່​ເມື່ອ​ພວກເຂົາ​ໄດ້​ເລົ່າ​ທຸກສິ່ງ​ທີ່​ໂຢເຊັບ​ໄດ້​ເວົ້າ​ກັບ​ພວກເຂົາ​ໃຫ້​ພໍ່​ຟັງ​ແລ້ວ ແລະ ເມື່ອ​ເພິ່ນ​ເຫັນ​ຂະບວນ​ກວຽນ​ທີ່​ໂຢເຊັບ​ໄດ້​ສົ່ງ​ມາ​ຮັບ​ເພິ່ນ​ກັບ​ໄປ​ນັ້ນ, ຈິດໃຈ​ຂອງ​ຢາໂຄບ​ຜູ້​ເປັນ​ພໍ່​ຂອງ​ພວກເຂົາ​ກໍ​ໄດ້​ຟື້ນ​ຂຶ້ນ​ມາ.
28 Israel said, "Enough! Joseph my son is still alive. I will go and see him before I die." ແລ້ວ​ອິດສະຣາເອນ​ກໍ​ເວົ້າ​ວ່າ, “ພໍ່​ໝັ້ນໃຈ​ແລ້ວ! ໂຢເຊັບ​ລູກຊາຍ​ຂອງ​ພໍ່​ຍັງ​ມີ​ຊີວິດ​ຢູ່. ພໍ່​ຈະ​ໄປ​ພົບ​ລາວ​ກ່ອນ​ພໍ່​ຕາຍ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]