Skip to content
The Believer's Library

Biblica® Open Lao Contemporary Version

Genesis 44 OLCV

Show OLCV only
Verse × ×
1 Then he told his house steward: "Fill the men's sacks with food, as much as they can carry, and put each man's silver at his sack's opening. ບັດນີ້ ໂຢເຊັບ​ໄດ້​ໃຫ້​ຄຳແນະນຳ​ເຫລົ່ານີ້​ແກ່​ຜູ້ດູແລ​ປະຈຳ​ເຮືອນ​ຂອງ​ລາວ​ວ່າ: “ຈົ່ງ​ເອົາ​ອາຫານ​ຍັດ​ໃສ່​ກະສອບ​ຂອງ​ຄົນ​ເຫລົ່ານີ້​ໃຫ້​ຫລາຍ​ເທົ່າ​ທີ່​ພວກເຂົາ​ສາມາດ​ຂົນ​ໄປ​ໄດ້ ແລະ ຈົ່ງ​ເອົາ​ເງິນ​ໃສ່​ປາກ​ກະສອບ​ຂອງ​ແຕ່​ລະ​ຄົນ​ດ້ວຍ.
2 Put my cup, the silver cup, in the mouth of the youngest's sack, with his grain money." He did as Joseph said. ຫລັງ​ຈາກ​ນັ້ນ ຈົ່ງ​ເອົາ​ຈອກ​ຂອງ​ເຮົາ​ທີ່​ເປັນ​ຈອກ​ເງິນ​ນັ້ນ ໃສ່​ໄວ້​ໃນ​ປາກ​ກະສອບ​ຂອງ​ນ້ອງຊາຍ​ຫລ້າ ພ້ອມ​ກັບ​ເງິນ​ຄ່າ​ເຂົ້າ​ຂອງ​ລາວ”. ແລ້ວ​ຜູ້ດູແລ​ນັ້ນ​ກໍ​ໄດ້​ເຮັດ​ຕາມ​ທີ່​ໂຢເຊັບ​ໄດ້​ບອກ.
3 As soon as the morning was light, the men were sent away with their donkeys. ພໍ​ຮຸ່ງ​ເຊົ້າ​ມາ, ຄົນ​ເຫລົ່ານັ້ນ​ກໍ​ໄດ້​ຖືກ​ສົ່ງ​ອອກ​ເດີນທາງ​ໄປ​ພ້ອມ​ກັບ​ຝູງ​ລໍ​ຂອງ​ພວກເຂົາ.
4 They had left the city, not yet far off, when Joseph told his steward, "Chase down the men. When you catch them, ask, 'Why have you repaid evil for good? ເມື່ອ​ພວກເຂົາ​ເດີນທາງ​ໄປ​ໄດ້​ບໍ່​ໄກ​ຈາກ​ເມືອງ​ເທົ່າໃດ, ໂຢເຊັບ​ກໍ​ບອກ​ຜູ້ດູແລ​ຂອງ​ຕົນ​ວ່າ, “ຈົ່ງ​ຕາມ​ຄົນ​ເຫລົ່ານັ້ນ​ໄປ​ທັນທີ ແລະ ເມື່ອ​ເຈົ້າ​ຕາມ​ໄປ​ທັນ​ພວກເຂົາ​ແລ້ວ, ຈົ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, ‘ເປັນຫຍັງ​ພວກທ່ານ​ຈຶ່ງ​ຕອບແທນ​ຄວາມດີ​ດ້ວຍ​ຄວາມຊົ່ວ?
5 Isn't this the cup my lord drinks from and uses for fortune-telling? What you've done is evil.'" ນີ້​ແມ່ນ​ຈອກ​ທີ່​ນາຍ​ຂອງ​ເຮົາ​ໃຊ້​ດື່ມ ແລະ ໃຊ້​ທຳນວາຍ​ບໍ່​ແມ່ນ​ບໍ? ສິ່ງ​ທີ່​ພວກທ່ານ​ໄດ້​ເຮັດ​ນີ້​ເປັນ​ສິ່ງ​ຊົ່ວຊ້າ’ ”.
6 When he overtook them, he spoke these words to them. ເມື່ອ​ລາວ​ໄດ້​ໄລ່​ຕາມ​ພວກເຂົາ​ທັນ​ແລ້ວ, ລາວ​ກໍ​ເວົ້າ​ຕາມ​ຄຳເວົ້າ​ເຫລົ່ານີ້​ກັບ​ພວກເຂົາ.
7 They said, "Why does my lord say such things? Your servants would never do such a thing. ແຕ່​ພວກເຂົາ​ໄດ້​ເວົ້າ​ຕໍ່​ລາວ​ວ່າ, “ເປັນຫຍັງ​ນາຍ​ຂອງ​ພວກເຮົາ​ຈຶ່ງ​ເວົ້າ​ຢ່າງ​ນີ້? ບໍ່​ມີ​ທາງ​ທີ່​ຜູ້ຮັບໃຊ້​ຂອງ​ທ່ານ​ຈະ​ເຮັດ​ຢ່າງ​ນັ້ນ!
8 Look, we brought back to you from Canaan the silver we found in our sacks' openings. How could we steal silver or gold from your master's house? ພວກເຮົາ​ຍັງ​ໄດ້​ນຳເອົາ​ເງິນ​ຈາກ​ດິນແດນ​ການາອານ​ທີ່​ພົບ​ໃນ​ປາກ​ກະສອບ​ຂອງ​ພວກເຮົາ​ມາ​ຄືນ​ໃຫ້​ທ່ານ. ດັ່ງນັ້ນ ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ລັກ​ເງິນ ຫລື ຄຳ​ຈາກ​ເຮືອນ​ຂອງ​ນາຍ​ຂອງ​ທ່ານ​ດ້ວຍ?
9 Whichever of your servants it's found with will die, and we'll become my lord's slaves too." ຖ້າ​ຫາກ​ພົບ​ຈອກ​ເງິນ​ຢູ່​ນຳ​ຜູ້ຮັບໃຊ້​ຂອງ​ທ່ານ​ຄົນ​ໃດ ລາວ​ກໍ​ຈະ​ຕາຍ; ແລ້ວ​ພວກເຮົາ​ທີ່​ເຫລືອ​ທັງໝົດ​ຈະ​ຍອມ​ເປັນ​ຂ້າທາດ​ຂອງ​ນາຍ​ຂອງ​ຂ້ານ້ອຍ”.
10 He said, "Good—let it be as you say. Whoever has it will be my slave; the rest of you are innocent." ລາວ​ຈຶ່ງ​ເວົ້າ​ວ່າ, “ດີ​ຫລາຍ, ຂໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ທ່ານ​ເວົ້າ. ຖ້າ​ເຮົາ​ພົບ​ຈອກ​ນັ້ນ​ຢູ່​ກັບ​ຜູ້ໃດ, ຜູ້​ນັ້ນ​ຈະ​ກາຍເປັນ​ຂ້າທາດ​ຂອງ​ເຮົາ, ຄົນ​ທີ່​ເຫລືອ​ຈະ​ພົ້ນ​ຄວາມຜິດ”.
11 Then each man quickly lowered his sack to the ground, and each man opened his sack. ພວກເຂົາ​ແຕ່​ລະ​ຄົນ​ຈຶ່ງ​ຟ້າວ​ປົດ​ກະສອບ​ຂອງ​ຕົນ​ລົງ​ພື້ນ ແລະ ໄດ້​ເປີດ​ກະສອບ​ນັ້ນ​ອອກ.
12 He searched, starting with the oldest, ending with the youngest—the cup was found in Benjamin's sack. ແລ້ວ​ຜູ້ດູແລ​ຈຶ່ງ​ໄດ້​ດຳເນີນ​ການ​ຄົ້ນ​ຫາ, ໂດຍ​ເລີ່ມ​ຈາກ​ກະສອບ​ຂອງ​ອ້າຍ​ກົກ​ໄປ​ຈົນ​ເຖິງ​ນ້ອງຊາຍ​ຫລ້າ. ແລະ ໄດ້​ພົບ​ຈອກ​ນັ້ນ​ໃນ​ກະສອບ​ຂອງ​ເບັນຢາມິນ.
13 Then they tore their clothes, and every man loaded his donkey, and they returned to the city. ເມື່ອ​ເຫັນ​ດັ່ງນັ້ນ​ແລ້ວ, ພວກເຂົາ​ຈຶ່ງ​ໄດ້​ຈີກ​ເຄື່ອງນຸ່ງ​ຂອງ​ຕົນ. ແລ້ວ​ພວກເຂົາ​ກໍ​ໄດ້​ເອົາ​ສິ່ງຂອງ​ທັງໝົດ​ຂຶ້ນ​ຫລັງ​ລໍ​ແລ້ວ​ໄດ້​ກັບ​ຄືນ​ເຂົ້າ​ມາ​ໃນ​ເມືອງ​ອີກ.
14 When Judah and his brothers reached Joseph's house, he was still there, and they fell to the ground before him. ໂຢເຊັບ​ຍັງ​ຢູ່​ທີ່​ເຮືອນ​ເມື່ອ​ເວລາ​ທີ່​ຢູດາ ແລະ ພວກ​ອ້າຍ​ນ້ອງ​ຂອງ​ລາວ​ມາ​ຮອດ, ແລ້ວ​ພວກເຂົາ​ໄດ້​ຖິ້ມ​ຕົນ​ເອງ​ລົງ​ທີ່​ພື້ນ​ຕໍ່ໜ້າ​ໂຢເຊັບ.
15 Joseph said to them, "What have you done? Don't you know a man like me surely tells fortunes?" ໂຢເຊັບ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ເຮັດ​ຫຍັງ​ເຊັ່ນ​ນີ້? ພວກເຈົ້າ​ບໍ່​ຮູ້​ວ່າ​ຄົນ​ຄື​ເຮົາ​ສາມາດ​ຊອກ​ຮູ້​ເລື່ອງ​ຕ່າງໆ​ໄດ້​ໂດຍ​ການ​ທຳນວາຍ​ບໍ?”
16 Judah said, "What can we say to my lord? What can we speak? How can we clear ourselves? Our Father has found your servants' guilt. Look—we are my lord's slaves, both we and the one in whose hand the cup was found." ຢູດາ​ໄດ້​ຕອບ​ວ່າ, “ພວກເຮົາ​ຈະ​ເວົ້າ​ຫຍັງ​ຕໍ່​ນາຍ​ຂອງ​ຂ້ານ້ອຍ​ໄດ້? ພວກເຮົາ​ຈະ​ເວົ້າ​ແນວໃດ? ພວກເຮົາ​ຈະ​ພິສູດ​ຄວາມບໍລິສຸດ​ຂອງ​ພວກເຮົາ​ໄດ້​ໃດ? ພຣະເຈົ້າ​ໄດ້​ເປີດເຜີຍ​ຄວາມຜິດ​ຂອງ​ຜູ້ຮັບໃຊ້​ຂອງ​ທ່ານ​ແລ້ວ. ບັດນີ້ ພວກເຮົາ​ໄດ້​ເປັນທາດ​ຂອງ​ນາຍ​ຂອງ​ຂ້ານ້ອຍ​ແລ້ວ, ຄື​ພວກເຮົາ​ເອງ ແລະ ຄົນ​ທີ່​ຖືກ​ຈັບ​ໄດ້​ວ່າ​ມີ​ຈອກ​ເງິນ​ຢູ່​ນຳ”.
17 But he said, "I could never do this. Only the man in whose hand the cup was found will be my slave. The rest of you, go back to your father in peace." ແຕ່​ໂຢເຊັບ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ເຮັດ​ເຊັ່ນ​ນັ້ນ! ຄົນ​ທີ່​ຖືກ​ຈັບ​ໄດ້​ວ່າ​ມີ​ຈອກ​ຢູ່​ນຳ​ເທົ່ານັ້ນ​ຈະ​ຕ້ອງ​ເປັນ​ຂ້າທາດ​ຂອງ​ເຮົາ. ສ່ວນ​ພວກເຈົ້າ​ທີ່​ເຫລືອ, ຈົ່ງ​ກັບ​ໄປ​ຫາ​ພໍ່​ຂອງ​ພວກເຈົ້າ​ດ້ວຍ​ສັນຕິສຸກ”.
18 Then Judah stepped forward and said, "Please, my lord, let your servant speak a word to you. Don't be angry with your servant, for you are like Pharaoh himself. ແລ້ວ​ຢູດາ​ຈຶ່ງ​ເຂົ້າ​ໄປ​ໃກ້​ໂຢເຊັບ ແລະ ເວົ້າ​ວ່າ: “ຂໍ​ຈົ່ງ​ຍົກໂທດ​ໃຫ້​ແກ່​ຜູ້ຮັບໃຊ້​ຂອງ​ທ່ານ​ດ້ວຍ, ນາຍ​ຂອງ​ຂ້ານ້ອຍ​ເອີຍ, ຂໍ​ອະນຸຍາດ​ໃຫ້​ຜູ້ຮັບໃຊ້​ຂອງ​ທ່ານ​ໄດ້​ເວົ້າ​ຄຳ​ໜຶ່ງ​ກັບ​ນາຍ​ຂອງ​ຂ້ານ້ອຍ​ດ້ວຍ. ຂໍ​ຢ່າ​ໄດ້​ໃຈຮ້າຍ​ໃຫ້​ຜູ້ຮັບໃຊ້​ຂອງ​ທ່ານ​ເລີຍ, ເຖິງ​ແມ່ນ​ວ່າ​ທ່ານ​ທຽບເທົ່າ​ກັບ​ຟາໂຣ​ກໍ​ຕາມ.
19 My lord asked his servants, saying, 'Do you have a father or a brother?' ນາຍ​ຂອງ​ຂ້ານ້ອຍ​ໄດ້​ຖາມ​ຜູ້ຮັບໃຊ້​ຂອງ​ທ່ານ​ວ່າ, ‘ພວກເຈົ້າ​ມີ​ພໍ່ ຫລື ນ້ອງຊາຍ​ບໍ?’
20 We said to my lord, 'We have an old father, and a young son born late in life. His brother is dead; he alone is left of his mother's children, and his father loves him.' ແລະ ພວກຂ້ານ້ອຍ​ກໍ​ໄດ້​ຕອບ​ວ່າ, ‘ພວກຂ້ານ້ອຍ​ມີ​ພໍ່​ທີ່​ເຖົ້າແກ່​ແລ້ວ ແລະ ມີ​ນ້ອງຊາຍ​ຫລ້າ​ຄົນ​ໜຶ່ງ​ທີ່​ເກີດ​ໃຫ້​ແກ່​ເພິ່ນ​ເມື່ອ​ເພິ່ນ​ມີ​ອາຍຸ​ແກ່​ແລ້ວ. ອ້າຍ​ຂອງ​ລາວ​ກໍ​ໄດ້​ຕາຍ​ໄປ​ແລ້ວ, ລາວ​ເປັນ​ລູກ​ທີ່​ເຫລືອ​ຢູ່​ພຽງ​ຄົນ​ດຽວ​ຂອງ​ແມ່​ລາວ, ແລະ ພໍ່​ຂອງ​ລາວ​ກໍ​ຮັກ​ລາວ​ຫລາຍ’.
21 Then you told your servants, 'Bring him down to me so I can see him myself.' “ແລ້ວ​ທ່ານ​ກໍ​ໄດ້​ສັ່ງ​ຜູ້ຮັບໃຊ້​ຂອງ​ທ່ານ​ວ່າ, ‘ຈົ່ງ​ພາ​ລາວ​ລົງ​ມາ​ຫາ​ເຮົາ​ເພື່ອ​ເຮົາ​ຈະ​ໄດ້​ເຫັນ​ລາວ​ດ້ວຍ​ຕົວ​ເຮົາ​ເອງ’.
22 We told my lord, 'The boy can't leave his father, because if he does, his father will die.' ແລະ ພວກຂ້ານ້ອຍ​ກໍ​ໄດ້​ເວົ້າ​ກັບ​ນາຍ​ຂອງ​ຂ້ານ້ອຍ​ວ່າ, ‘ເດັກນ້ອຍ​ຄົນ​ນັ້ນ​ອອກ​ຈາກ​ພໍ່​ຂອງ​ລາວ​ມາ​ບໍ່​ໄດ້; ຖ້າ​ລາວ​ອອກ​ຈາກ​ເພິ່ນ​ມາ, ພໍ່​ຂອງ​ລາວ​ກໍ​ຈະ​ຕາຍ’.
23 You told your servants, 'If your youngest brother doesn't come down with you, you won't see my face again.' ແຕ່​ທ່ານ​ໄດ້​ບອກ​ຜູ້ຮັບໃຊ້​ຂອງ​ທ່ານ​ວ່າ, ‘ພວກເຈົ້າ​ຈະ​ບໍ່​ໄດ້​ມາ​ເຫັນ​ໜ້າ​ຂອງ​ເຮົາ​ອີກ, ຖ້າ​ພວກເຈົ້າ​ບໍ່​ພາ​ນ້ອງຊາຍ​ຫລ້າ​ຂອງ​ພວກເຈົ້າ​ລົງ​ມາ​ນຳ’.
24 When we went back to my father, your servant, we told him what you had said. ເມື່ອ​ພວກຂ້ານ້ອຍ​ໄດ້​ກັບ​ໄປ​ຫາ​ພໍ່​ຂອງ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ​ນັ້ນ, ພວກຂ້ານ້ອຍ​ກໍ​ໄດ້​ເລົ່າ​ໃຫ້​ເພິ່ນ​ຟັງ​ເຖິງ​ສິ່ງ​ທີ່​ນາຍ​ຂອງ​ຂ້ານ້ອຍ​ໄດ້​ເວົ້າ.
25 And when our father said, 'Go again, buy us a little food,' “ຫລັງຈາກນັ້ນ ພໍ່​ຂອງ​ພວກຂ້ານ້ອຍ​ກໍ​ໄດ້​ເວົ້າ​ວ່າ, ‘ຈົ່ງ​ກັບ​ໄປ​ຊື້​ອາຫານ​ມາ​ຕື່ມ​ອີກ​ໜ້ອຍ​ໜຶ່ງ’.
26 we said, 'We can't go down. If our youngest brother comes with us, then we will go. For we can't see the man's face unless our youngest brother is with us.' ແຕ່​ພວກຂ້ານ້ອຍ​ໄດ້​ເວົ້າ​ວ່າ, ‘ພວກເຮົາ​ລົງ​ໄປ​ບໍ່​ໄດ້. ນອກຈາກ​ນ້ອງຊາຍ​ຫລ້າ​ຈະ​ໄປ​ກັບ​ພວກເຮົາ ແລ້ວ​ພວກເຮົາ​ຈຶ່ງ​ຈະ​ໄປ. ພວກເຮົາ​ບໍ່​ສາມາດ​ໄປ​ພົບ​ໜ້າ​ຊາຍ​ນັ້ນ​ໄດ້​ຖ້າ​ນ້ອງຊາຍ​ຫລ້າ​ຂອງ​ພວກເຮົາ​ບໍ່​ໄດ້​ໄປ​ກັບ​ພວກເຮົາ’.
27 Then your servant my father said to us, 'You know that my wife bore me two sons. “ແລ້ວ​ພໍ່​ຂອງ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ​ຈຶ່ງ​ໄດ້​ເວົ້າ​ກັບ​ພວກຂ້ານ້ອຍ​ວ່າ, ‘ເຈົ້າ​ກໍ​ຮູ້​ວ່າ​ເມຍ​ຄົນ​ນີ້​ຂອງ​ພໍ່​ມີ​ລູກຊາຍ​ໃຫ້​ພໍ່​ສອງ​ຄົນ.
28 One left me, and I said, "Surely torn to pieces"; I haven't seen him since. ຄົນ​ໜຶ່ງ​ກໍ​ຈາກ​ເຮົາ​ໄປ​ແລ້ວ ແລະ ຂ້ານ້ອຍ​ໄດ້​ເວົ້າ​ວ່າ, “ລາວ​ໄດ້​ຖືກ​ສັດຮ້າຍ​ຈີກ​ກິນ​ເປັນ​ຕ່ອນໆ​ຢ່າງ​ແນ່ນອນ”. ແລະ ຕັ້ງແຕ່​ນັ້ນ​ມາ​ພໍ່​ກໍ​ບໍ່​ໄດ້​ເຫັນ​ໜ້າ​ລາວ​ອີກ​ເລີຍ.
29 If you take this one too from me, and harm meets him, you'll bring my gray head down to the grave in grief. ຖ້າ​ເຈົ້າ​ເອົາ​ລູກ​ຄົນ​ນີ້​ໄປ​ຈາກ​ພໍ່​ອີກ ແລະ ຖ້າ​ມີ​ອັນຕະລາຍ​ເກີດ​ຂຶ້ນ​ກັບ​ລາວ, ພວກເຈົ້າ​ກໍ​ຈະ​ພາ​ຫົວຫງອກ​ຂອງ​ພໍ່​ລົງ​ໄປ​ສູ່​ຂຸມຝັງສົບ​ດ້ວຍ​ຄວາມທຸກ’.
30 So when I come to your servant, my father, and the boy isn't with us, his life is bound to the boy's life, “ດັ່ງນັ້ນ ບັດນີ້, ຖ້າ​ເດັກຊາຍ​ບໍ່​ໄດ້​ຢູ່​ກັບ​ພວກຂ້ານ້ອຍ​ເມື່ອ​ຂ້ານ້ອຍ​ກັບຄືນ​ໄປ​ຫາ​ພໍ່​ຂອງ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ ແລະ ຖ້າ​ພໍ່​ຂອງ​ຂ້ານ້ອຍ ຜູ້​ທີ່​ຊີວິດ​ຂອງ​ເພິ່ນ​ຜູກພັນ​ກັບ​ຊີວິດ​ຂອງ​ເດັກຊາຍ​ຄົນ​ນີ້​ຢ່າງ​ໃກ້ຊິດ,
31 when he sees the boy is gone, he'll die, and your servants will bring your servant our father down to the grave in sorrow.' ເຫັນ​ວ່າ​ເດັກຊາຍ​ບໍ່​ໄດ້​ກັບ​ໄປ, ເພິ່ນ​ກໍ​ຈະ​ຕາຍ. ຜູ້ຮັບໃຊ້​ຂອງ​ທ່ານ​ກໍ​ຈະ​ເຮັດ​ໃຫ້​ພໍ່​ຂອງ​ພວກຂ້ານ້ອຍ​ຜູ້​ຜົມຫງອກ​ແລ້ວ​ລົງ​ສູ່​ຂຸມຝັງສົບ​ດ້ວຍ​ຄວາມ​ໂສກເສົ້າ.
32 For your servant guaranteed the boy to my father, saying, 'If I don't bring him back to you, I'll bear the guilt before my father all my life.' ຜູ້ຮັບໃຊ້​ຂອງ​ທ່ານ​ໄດ້​ຮັບປະກັນ​ຄວາມປອດໄພ​ຂອງ​ນ້ອງຊາຍ​ຕໍ່​ພໍ່​ຂອງ​ຂ້ານ້ອຍ​ແລ້ວ. ຂ້ານ້ອຍ​ໄດ້​ເວົ້າ​ວ່າ, ‘ພໍ່​ເອີຍ, ຖ້າ​ລູກ​ບໍ່​ສາມາດ​ນຳ​ເອົາ​ລາວ​ກັບ​ຄືນ​ມາ​ຫາ​ພໍ່​ໄດ້, ລູກ​ກໍ​ຂໍ​ແບກ​ຮັບ​ເອົາ​ຄວາມຜິດ​ຕໍ່ໜ້າ​ພໍ່​ຕະຫລອດ​ຊີວິດ​ຂອງ​ລູກ!’
33 So please, let your servant stay as my lord's slave instead of the boy, and let the boy return with his brothers. “ແລ້ວ​ບັດນີ້, ຂໍ​ກະລຸນາ​ໃຫ້​ຜູ້ຮັບໃຊ້​ຂອງ​ທ່ານ​ຍັງ​ຢູ່​ທີ່​ນີ້​ເປັນ​ຂ້າທາດ​ຂອງ​ນາຍ​ຂອງ​ຂ້ານ້ອຍ​ແທນ​ເດັກຊາຍ​ນັ້ນ​ດ້ວຍ ແລະ ຂໍ​ກະລຸນາ​ໃຫ້​ເດັກຊາຍ​ຄົນ​ນີ້​ໄດ້​ກັບ​ຄືນ​ເມືອ​ພ້ອມ​ກັບ​ພວກອ້າຍ​ຂອງ​ລາວ.
34 How can I return to my father without the boy? I could not bear to see the disaster that would strike my father." ຂ້ານ້ອຍ​ຈະ​ກັບ​ຄືນ​ໄປ​ພົບ​ພໍ່​ຂອງ​ຂ້ານ້ອຍ​ໄດ້​ຢ່າງໃດ ຖ້າ​ເດັກຊາຍ​ຄົນ​ນີ້​ບໍ່​ໄດ້​ໄປ​ກັບ​ຂ້ານ້ອຍ? ຢ່າ​ເລີຍ! ຢ່າ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ຄວາມທຸກທໍລະມານ​ທີ່​ຈະ​ເກີດ​ກັບ​ພໍ່​ຂອງ​ຂ້ານ້ອຍ​ເລີຍ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]