Skip to content
The Believer's Library

Biblica® Open Lao Contemporary Version

Genesis 4 OLCV

Show OLCV only
Verse × ×
1 Adam slept with his wife Eve; she conceived and bore Cain, saying, "With our Father's help I have gained a man." ອາດາມ​ໄດ້​ສົມສູ່​ກັບ​ເອວາ​ເມຍ​ຂອງ​ລາວ, ນາງ​ຈຶ່ງ​ຖືພາ ແລະ ເກີດ​ລູກຊາຍ​ຊື່​ວ່າ​ກາອິນ. ນາງ​ເວົ້າ​ວ່າ, “ຂ້ອຍ​ໄດ້​ລູກຊາຍ​ຄົນ​ນີ້​ມາ​ໂດຍ​ຄວາມ​ຊ່ວຍເຫລືອ​ຂອງ​ພຣະເຈົ້າ​ຢາເວ”.
2 Later she gave birth to his brother Abel. Abel kept flocks, and Cain worked the ground. ຕໍ່ມາ​ນາງ​ກໍ​ເກີດ​ນ້ອງຊາຍ​ຂອງ​ລາວ​ຄື​ອາເບັນ. ເວລາ​ນັ້ນ​ອາເບັນ​ເປັນ​ຄົນ​ຮັກສາ​ຝູງສັດ, ແລະ ກາອິນ​ເປັນ​ຄົນ​ເຮັດ​ໄຮ່​ເຮັດ​ນາ.
3 After some time, Cain brought our Father an offering of the ground's fruit. ເມື່ອ​ເຖິງ​ລະດູ​ເກັບກ່ຽວ ກາອິນ​ກໍ​ໄດ້​ນຳ​ຜົນລະປູກ​ຈາກ​ໄຮ່​ນາ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ.
4 Abel, too, brought the firstborn of his flock and their fat portions. Our Father favored Abel and his offering, ແລະ ອາເບັນ​ກໍ​ໄດ້​ນຳ​ເຄື່ອງຖວາຍ​ມາ​ເໝືອນກັນ​ຄື ສ່ວນ​ທີ່​ເປັນ​ໄຂມັນ​ຂອງ​ລູກ​ສັດ​ຫົວປີ​ທີ່​ດີ​ທີ່ສຸດ​ໃນ​ຝູງສັດ​ຂອງ​ລາວ. ພຣະເຈົ້າ​ຢາເວ ໄດ້​ເບິ່ງ​ດ້ວຍ​ຄວາມ​ພໍໃຈ​ໃນ​ອາເບັນ ແລະ ເຄື່ອງຖວາຍ​ຂອງ​ລາວ,
5 but not on Cain and his offering, so Cain burned with anger and his face fell. ແຕ່​ສ່ວນ​ກາອິນ ແລະ ເຄື່ອງຖວາຍ​ຂອງ​ລາວ​ນັ້ນ ພຣະອົງ​ບໍ່​ໄດ້​ເບິ່ງ​ດ້ວຍ​ຄວາມ​ພໍໃຈ. ດັ່ງນັ້ນ ກາອິນ​ຈຶ່ງ​ໃຈຮ້າຍ​ຫລາຍ ແລະ ໃບໜ້າ​ຂອງ​ລາວ​ກໍ​ເສົ້າໝອງ.
6 Then our Father said to Cain, "Why are you angry? Why has your face fallen? ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ກາອິນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ໃຈຮ້າຍ? ເປັນຫຍັງ​ໃບໜ້າ​ຂອງ​ເຈົ້າ​ຈຶ່ງ​ເສົ້າໝອງ?
7 If you do right, won't you be accepted? If you don't, sin crouches at your door, longing for you—but you must rule over it." ຖ້າ​ເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ, ເຈົ້າ​ກໍ​ຈະ​ເປັນ​ທີ່​ຍອມຮັບ​ບໍ່​ແມ່ນ​ບໍ? ແຕ່​ຖ້າ​ເຈົ້າ​ບໍ່​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ, ຄວາມບາບ​ກໍ​ກຳລັງ​ໝອບ​ຢູ່​ທີ່​ປະຕູ​ເຮືອນ​ຂອງ​ເຈົ້າ; ຄວາມບາບ​ປາຖະໜາ​ຢາກ​ໄດ້​ເຈົ້າ ແຕ່​ເຈົ້າ​ຈະ​ຕ້ອງ​ຄວບຄຸມ​ເໜືອ​ຄວາມບາບ​ນັ້ນ”.
8 Cain said to his brother Abel, "Let's go to the field." There, Cain rose against his brother Abel and killed him. ບັດນີ້ ກາອິນ​ໄດ້​ເວົ້າ​ກັບ​ອາເບັນ​ນ້ອງຊາຍ​ຂອງ​ຕົນ​ວ່າ, “ພວກເຮົາ​ພາກັນ​ອອກ​ໄປ​ທົ່ງນາ​ເທາະ”. ໃນຂະນະ​ທີ່​ພວກເຂົາ​ຢູ່​ທົ່ງນາ​ນັ້ນ, ກາອິນ​ກໍ​ໄດ້​ທຳຮ້າຍ​ອາເບັນ​ນ້ອງຊາຍ​ຂອງ​ຕົນ ແລະ ໄດ້​ຂ້າ​ລາວ.
9 Then our Father asked Cain, "Where's your brother Abel?" "I don't know," he said. "Am I my brother's keeper?" ແລ້ວ​ພຣະເຈົ້າ​ຢາເວ​ຈຶ່ງ​ໄດ້​ກ່າວ​ຕໍ່​ກາອິນ​ວ່າ, “ອາເບັນ​ນ້ອງຊາຍ​ຂອງ​ເຈົ້າ​ຢູ່​ໃສ?” ລາວ​ຕອບ​ວ່າ, “ຂ້ານ້ອຍ​ບໍ່​ຮູ້, ຂ້ານ້ອຍ​ເປັນ​ຜູ້​ເບິ່ງແຍງ​ນ້ອງຊາຍ​ຂອງ​ຂ້ານ້ອຍ​ບໍ?”
10 Our Father said, "What have you done? The voice of your brother's blood cries out to me from the ground. ພຣະເຈົ້າ​ຢາເວ​ກ່າວ​ວ່າ, “ເຈົ້າ​ໄດ້​ເຮັດ​ຫຍັງ? ຈົ່ງ​ຟັງ​ໃຫ້​ດີ! ເລືອດ​ຂອງ​ນ້ອງຊາຍ​ຂອງ​ເຈົ້າ​ຮ້ອງ​ຂຶ້ນ​ຈາກ​ແຜ່ນດິນ​ມາ​ເຖິງ​ເຮົາ.
11 Now a curse drives you from the ground, which opened its mouth to take your brother's blood from your hand. ບັດນີ້ ເຈົ້າ​ຢູ່​ພາຍໃຕ້​ການ​ສາບແຊ່ງ ແລະ ຖືກ​ຂັບໄລ່​ອອກ​ຈາກ​ແຜ່ນດິນ ເຊິ່ງ​ເປີດ​ອອກ​ເພື່ອ​ຮັບ​ເອົາ​ເລືອດ​ຂອງ​ນ້ອງຊາຍ​ຂອງ​ເຈົ້າ​ຈາກ​ມື​ຂອງ​ເຈົ້າ.
12 When you work the ground, it will no longer give you its strength; you will be a wandering fugitive on the earth." ເມື່ອ​ເຈົ້າ​ຄາດ​ໄຖ​ດິນ, ດິນ​ຈະ​ບໍ່​ໃຫ້​ຜົນຜະລິດ​ແກ່​ເຈົ້າ​ອີກ​ຕໍ່ໄປ. ເຈົ້າ​ຈະ​ເປັນ​ຄົນ​ພະເນຈອນ​ໄປ​ໃນ​ໂລກ”.
13 Cain said to our Father, "My punishment is more than I can bear. ກາອິນ​ໄດ້​ເວົ້າ​ຕໍ່​ພຣະເຈົ້າ​ຢາເວ​ວ່າ, “ໂທດ​ຂອງ​ຂ້ານ້ອຍ​ໜັກ​ເກີນ​ກວ່າ​ຂ້ານ້ອຍ​ຈະ​ຮັບໄດ້.
14 Today you drive me from this ground; I'll be hidden from your presence, a restless fugitive on earth, and whoever finds me will kill me." ໃນ​ວັນ​ນີ້​ພຣະອົງ​ຂັບໄລ່​ຂ້ານ້ອຍ​ອອກ​ຈາກ​ແຜ່ນດິນ ແລະ ຂ້ານ້ອຍ​ຈະ​ຖືກ​ເຊື່ອງ​ໄວ້​ໃຫ້​ພົ້ນ​ຈາກ​ພຣະອົງ, ຂ້ານ້ອຍ​ຈະ​ເປັນ​ຄົນ​ພະເນຈອນ​ໄປ​ໃນ​ໂລກ ແລະ ຜູ້ໃດ​ກໍ​ຕາມ​ທີ່​ພົບ​ເຫັນ​ຂ້ານ້ອຍ​ກໍ​ຈະ​ຂ້າ​ຂ້ານ້ອຍ”.
15 But our Father told him, "No—whoever kills Cain will be avenged seven times over." Then our Father marked Cain, so no one who found him would kill him. ແຕ່​ພຣະເຈົ້າ​ຢາເວ​ກ່າວ​ຕໍ່​ລາວ​ວ່າ, “ບໍ່​ແມ່ນ​ຢ່າງ​ນັ້ນ, ຖ້າ​ຜູ້ໃດ​ຂ້າ​ກາອິນ​ຈະ​ທົນທຸກທໍລະມານ​ກັບ​ການ​ແກ້ແຄ້ນ​ຄືນ​ຫລາຍ​ກວ່າ​ເຈັດ​ເທົ່າ”. ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ໃສ່​ເຄື່ອງໝາຍ​ໄວ້​ທີ່​ຕົວ​ຂອງ​ກາອິນ​ເພື່ອ​ບໍ່​ໃຫ້​ຜູ້​ທີ່​ພົບ​ເຫັນ​ລາວ​ແລ້ວ​ຂ້າ​ລາວ.
16 Cain left the presence of our Father and settled in the land of Nod, east of Eden. ດັ່ງນັ້ນ ກາອິນ​ຈຶ່ງ​ອອກ​ໄປ​ຈາກ​ການ​ສະຖິດ​ຂອງ​ພຣະເຈົ້າ​ຢາເວ ແລະ ໄປ​ອາໄສ​ຢູ່​ໃນ​ດິນແດນ​ໂນດ, ຢູ່​ທາງ​ທິດຕາເວັນອອກ​ຂອງ​ເອເດນ.
17 Cain slept with his wife; she conceived and bore Enoch. He was building a city and named it after his son Enoch. ກາອິນ​ໄດ້​ສົມສູ່​ກັບ​ເມຍ​ຂອງ​ຕົນ, ແລ້ວ​ນາງ​ຈຶ່ງ​ຖືພາ ແລະ ເກີດ​ລູກຊາຍ​ຊື່​ວ່າ​ເອນົກ. ຕໍ່ມາ​ກາອິນ​ກໍ​ໄດ້​ສ້າງ​ເມືອງ​ຂຶ້ນ, ແລ້ວ​ລາວ​ຈຶ່ງ​ຕັ້ງ​ຊື່​ເມືອງ​ນັ້ນ​ວ່າ​ເອນົກ​ຕາມ​ຊື່​ລູກຊາຍ​ຂອງ​ຕົນ.
18 Irad was born to Enoch. Irad fathered Mehujael, Mehujael fathered Methushael, Methushael fathered Lamech. ເອນົກ​ມີ​ລູກຊາຍ​ຊື່​ອີຣາດ ແລະ ອີຣາດ​ເປັນ​ພໍ່​ຂອງ​ເມຮູຢາເອນ ແລະ ເມຮູຢາເອນ​ເປັນ​ພໍ່​ຂອງ​ເມທູຊາເອນ ແລະ ເມທູຊາເອນ​ເປັນ​ພໍ່​ຂອງ​ລາເມັກ.
19 Lamech married two women, one named Adah and the other Zillah. ລາເມັກ​ໄດ້​ແຕ່ງງານ​ກັບ​ຍິງ​ສອງ​ຄົນ, ຄົນ​ໜຶ່ງ​ຊື່​ອາດາ ອີກ​ຄົນ​ໜຶ່ງ​ຊື່​ຊິນລາ.
20 Adah bore Jabal, father of tent dwellers and livestock herders. ອາດາ​ໄດ້​ເກີດ​ລູກຊາຍ​ຊື່​ວ່າ​ຢາບານ ລາວ​ເປັນ​ພໍ່​ຂອງ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ເຕັນ ແລະ ລ້ຽງສັດ.
21 His brother's name was Jubal; he was the father of all who play the harp and flute. ນ້ອງຊາຍ​ຂອງ​ລາວ​ຊື່​ຢູບານ ລາວ​ເປັນ​ພໍ່​ຂອງ​ຄົນ​ດີດ​ພິນ ແລະ ເປົ່າ​ຂຸ່ຍ.
22 Zillah also bore Tubal-Cain, forger of all bronze and iron tools; Tubal-Cain's sister was Naamah. ສ່ວນ​ຊິນລາ​ກໍ​ມີ​ລູກຊາຍ​ຄົນ​ໜຶ່ງ​ຊື່​ຕູບາກາອິນ ເປັນ​ຜູ້​ເຮັດ​ເຄື່ອງມື​ເຄື່ອງໃຊ້​ທັງໝົດ​ຈາກ​ທອງສຳລິດ ແລະ ເຫລັກ. ຕູບາກາອິນ​ມີ​ນ້ອງສາວ​ຊື່​ນາອາມາ.
23 Lamech told his wives: "Adah and Zillah, hear me; wives of Lamech, listen to what I say. I killed a man who wounded me, a young man who bruised me. ລາເມັກ​ໄດ້​ເວົ້າ​ກັບ​ເມຍ​ທັງ​ສອງ​ຂອງ​ລາວ​ວ່າ, “ອາດາ ແລະ ຊິນລາ ຈົ່ງ​ຟັງ​ຂ້ອຍ, ບັນດາ​ເມຍ​ຂອງ​ລາເມັກ​ເອີຍ, ຈົ່ງ​ຟັງ​ຄຳ​ຂອງ​ຂ້ອຍ. ຂ້ອຍ​ໄດ້​ຂ້າ​ຊາຍ​ຄົນ​ໜຶ່ງ​ທີ່​ທຳຮ້າຍ​ຂ້ອຍ, ຊາຍໜຸ່ມ​ຄົນ​ໜຶ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ບາດເຈັບ.
24 If Cain is avenged seven times, then Lamech seventy-seven times." ຖ້າ​ກາອິນ​ໄດ້​ຮັບ​ການ​ແກ້ແຄ້ນ​ເຈັດ​ເທົ່າ, ແລ້ວ​ລາເມັກ​ກໍ​ຈະ​ໄດ້​ຮັບ​ການ​ແກ້ແຄ້ນ​ເຈັດສິບເຈັດ​ເທົ່າ”.
25 Adam slept with his wife again; she bore a son and named him Seth: "Our Father has given me another child instead of Abel, since Cain killed him." ອາດາມ​ໄດ້​ຮ່ວມ​ຫລັບນອນ​ກັບ​ເມຍ​ຂອງ​ລາວ​ອີກ ແລະ ນາງ​ໄດ້​ເກີດ​ລູກຊາຍ​ອີກ​ຄົນ​ໜຶ່ງ ແລະ ຕັ້ງຊື່​ໃຫ້​ລາວ​ວ່າ​ເຊດ ນາງ​ໄດ້​ກ່າວ​ວ່າ “ພຣະເຈົ້າ​ໄດ້​ໃຫ້​ລູກຊາຍ​ອີກ​ຄົນ​ໜຶ່ງ​ແທນ​ອາເບັນ​ເພາະ​ກາອິນ​ໄດ້​ຂ້າ​ລາວ”.
26 Seth too had a son and named him Enosh. Then people began calling on our Father's name. ເຊດ​ກໍ​ມີ​ລູກຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ເອໂນດ. ໃນ​ເວລາ​ນັ້ນ​ຄົນ​ໄດ້​ເລີ່ມ​ຮ້ອງ​ອອກ​ນາມ​ພຣະເຈົ້າ​ຢາເວ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]