Side by side with the Father's Heart Bible™ ກາອິນ ແລະ ອາເບັນ
1ອາດາມໄດ້ສົມສູ່ກັບເອວາເມຍຂອງລາວ, ນາງຈຶ່ງຖືພາ ແລະ ເກີດລູກຊາຍຊື່ວ່າກາອິນ. ນາງເວົ້າວ່າ, “ຂ້ອຍໄດ້ລູກຊາຍຄົນນີ້ມາໂດຍຄວາມຊ່ວຍເຫລືອຂອງພຣະເຈົ້າຢາເວ”. 2ຕໍ່ມານາງກໍເກີດນ້ອງຊາຍຂອງລາວຄືອາເບັນ. ເວລານັ້ນອາເບັນເປັນຄົນຮັກສາຝູງສັດ, ແລະ ກາອິນເປັນຄົນເຮັດໄຮ່ເຮັດນາ.
3ເມື່ອເຖິງລະດູເກັບກ່ຽວ ກາອິນກໍໄດ້ນຳຜົນລະປູກຈາກໄຮ່ນາມາຖວາຍແກ່ພຣະເຈົ້າຢາເວ. 4ແລະ ອາເບັນກໍໄດ້ນຳເຄື່ອງຖວາຍມາເໝືອນກັນຄື ສ່ວນທີ່ເປັນໄຂມັນຂອງລູກສັດຫົວປີທີ່ດີທີ່ສຸດໃນຝູງສັດຂອງລາວ. ພຣະເຈົ້າຢາເວ ໄດ້ເບິ່ງດ້ວຍຄວາມພໍໃຈໃນອາເບັນ ແລະ ເຄື່ອງຖວາຍຂອງລາວ, 5ແຕ່ສ່ວນກາອິນ ແລະ ເຄື່ອງຖວາຍຂອງລາວນັ້ນ ພຣະອົງບໍ່ໄດ້ເບິ່ງດ້ວຍຄວາມພໍໃຈ. ດັ່ງນັ້ນ ກາອິນຈຶ່ງໃຈຮ້າຍຫລາຍ ແລະ ໃບໜ້າຂອງລາວກໍເສົ້າໝອງ.
6ແລ້ວພຣະເຈົ້າຢາເວໄດ້ກ່າວກັບກາອິນວ່າ, “ເປັນຫຍັງເຈົ້າຈຶ່ງໃຈຮ້າຍ? ເປັນຫຍັງໃບໜ້າຂອງເຈົ້າຈຶ່ງເສົ້າໝອງ? 7ຖ້າເຈົ້າເຮັດສິ່ງທີ່ຖືກຕ້ອງ, ເຈົ້າກໍຈະເປັນທີ່ຍອມຮັບບໍ່ແມ່ນບໍ? ແຕ່ຖ້າເຈົ້າບໍ່ເຮັດໃນສິ່ງທີ່ຖືກຕ້ອງ, ຄວາມບາບກໍກຳລັງໝອບຢູ່ທີ່ປະຕູເຮືອນຂອງເຈົ້າ; ຄວາມບາບປາຖະໜາຢາກໄດ້ເຈົ້າ ແຕ່ເຈົ້າຈະຕ້ອງຄວບຄຸມເໜືອຄວາມບາບນັ້ນ”.
8ບັດນີ້ ກາອິນໄດ້ເວົ້າກັບອາເບັນນ້ອງຊາຍຂອງຕົນວ່າ, “ພວກເຮົາພາກັນອອກໄປທົ່ງນາເທາະ”. ໃນຂະນະທີ່ພວກເຂົາຢູ່ທົ່ງນານັ້ນ, ກາອິນກໍໄດ້ທຳຮ້າຍອາເບັນນ້ອງຊາຍຂອງຕົນ ແລະ ໄດ້ຂ້າລາວ.
9ແລ້ວພຣະເຈົ້າຢາເວຈຶ່ງໄດ້ກ່າວຕໍ່ກາອິນວ່າ, “ອາເບັນນ້ອງຊາຍຂອງເຈົ້າຢູ່ໃສ?” ລາວຕອບວ່າ, “ຂ້ານ້ອຍບໍ່ຮູ້, ຂ້ານ້ອຍເປັນຜູ້ເບິ່ງແຍງນ້ອງຊາຍຂອງຂ້ານ້ອຍບໍ?”
10ພຣະເຈົ້າຢາເວກ່າວວ່າ, “ເຈົ້າໄດ້ເຮັດຫຍັງ? ຈົ່ງຟັງໃຫ້ດີ! ເລືອດຂອງນ້ອງຊາຍຂອງເຈົ້າຮ້ອງຂຶ້ນຈາກແຜ່ນດິນມາເຖິງເຮົາ. 11ບັດນີ້ ເຈົ້າຢູ່ພາຍໃຕ້ການສາບແຊ່ງ ແລະ ຖືກຂັບໄລ່ອອກຈາກແຜ່ນດິນ ເຊິ່ງເປີດອອກເພື່ອຮັບເອົາເລືອດຂອງນ້ອງຊາຍຂອງເຈົ້າຈາກມືຂອງເຈົ້າ. 12ເມື່ອເຈົ້າຄາດໄຖດິນ, ດິນຈະບໍ່ໃຫ້ຜົນຜະລິດແກ່ເຈົ້າອີກຕໍ່ໄປ. ເຈົ້າຈະເປັນຄົນພະເນຈອນໄປໃນໂລກ”.
13ກາອິນໄດ້ເວົ້າຕໍ່ພຣະເຈົ້າຢາເວວ່າ, “ໂທດຂອງຂ້ານ້ອຍໜັກເກີນກວ່າຂ້ານ້ອຍຈະຮັບໄດ້. 14ໃນວັນນີ້ພຣະອົງຂັບໄລ່ຂ້ານ້ອຍອອກຈາກແຜ່ນດິນ ແລະ ຂ້ານ້ອຍຈະຖືກເຊື່ອງໄວ້ໃຫ້ພົ້ນຈາກພຣະອົງ, ຂ້ານ້ອຍຈະເປັນຄົນພະເນຈອນໄປໃນໂລກ ແລະ ຜູ້ໃດກໍຕາມທີ່ພົບເຫັນຂ້ານ້ອຍກໍຈະຂ້າຂ້ານ້ອຍ”.
15ແຕ່ພຣະເຈົ້າຢາເວກ່າວຕໍ່ລາວວ່າ, “ບໍ່ແມ່ນຢ່າງນັ້ນ, ຖ້າຜູ້ໃດຂ້າກາອິນຈະທົນທຸກທໍລະມານກັບການແກ້ແຄ້ນຄືນຫລາຍກວ່າເຈັດເທົ່າ”. ແລ້ວພຣະເຈົ້າຢາເວໄດ້ໃສ່ເຄື່ອງໝາຍໄວ້ທີ່ຕົວຂອງກາອິນເພື່ອບໍ່ໃຫ້ຜູ້ທີ່ພົບເຫັນລາວແລ້ວຂ້າລາວ. 16ດັ່ງນັ້ນ ກາອິນຈຶ່ງອອກໄປຈາກການສະຖິດຂອງພຣະເຈົ້າຢາເວ ແລະ ໄປອາໄສຢູ່ໃນດິນແດນໂນດ, ຢູ່ທາງທິດຕາເວັນອອກຂອງເອເດນ.
17ກາອິນໄດ້ສົມສູ່ກັບເມຍຂອງຕົນ, ແລ້ວນາງຈຶ່ງຖືພາ ແລະ ເກີດລູກຊາຍຊື່ວ່າເອນົກ. ຕໍ່ມາກາອິນກໍໄດ້ສ້າງເມືອງຂຶ້ນ, ແລ້ວລາວຈຶ່ງຕັ້ງຊື່ເມືອງນັ້ນວ່າເອນົກຕາມຊື່ລູກຊາຍຂອງຕົນ. 18ເອນົກມີລູກຊາຍຊື່ອີຣາດ ແລະ ອີຣາດເປັນພໍ່ຂອງເມຮູຢາເອນ ແລະ ເມຮູຢາເອນເປັນພໍ່ຂອງເມທູຊາເອນ ແລະ ເມທູຊາເອນເປັນພໍ່ຂອງລາເມັກ.
19ລາເມັກໄດ້ແຕ່ງງານກັບຍິງສອງຄົນ, ຄົນໜຶ່ງຊື່ອາດາ ອີກຄົນໜຶ່ງຊື່ຊິນລາ. 20ອາດາໄດ້ເກີດລູກຊາຍຊື່ວ່າຢາບານ ລາວເປັນພໍ່ຂອງບັນດາຜູ້ທີ່ອາໄສຢູ່ໃນເຕັນ ແລະ ລ້ຽງສັດ. 21ນ້ອງຊາຍຂອງລາວຊື່ຢູບານ ລາວເປັນພໍ່ຂອງຄົນດີດພິນ ແລະ ເປົ່າຂຸ່ຍ. 22ສ່ວນຊິນລາກໍມີລູກຊາຍຄົນໜຶ່ງຊື່ຕູບາກາອິນ ເປັນຜູ້ເຮັດເຄື່ອງມືເຄື່ອງໃຊ້ທັງໝົດຈາກທອງສຳລິດ ແລະ ເຫລັກ. ຕູບາກາອິນມີນ້ອງສາວຊື່ນາອາມາ.
23ລາເມັກໄດ້ເວົ້າກັບເມຍທັງສອງຂອງລາວວ່າ,“ອາດາ ແລະ ຊິນລາ ຈົ່ງຟັງຂ້ອຍ,ບັນດາເມຍຂອງລາເມັກເອີຍ, ຈົ່ງຟັງຄຳຂອງຂ້ອຍ.ຂ້ອຍໄດ້ຂ້າຊາຍຄົນໜຶ່ງທີ່ທຳຮ້າຍຂ້ອຍ,ຊາຍໜຸ່ມຄົນໜຶ່ງທີ່ເຮັດໃຫ້ຂ້ອຍບາດເຈັບ.
24ຖ້າກາອິນໄດ້ຮັບການແກ້ແຄ້ນເຈັດເທົ່າ,ແລ້ວລາເມັກກໍຈະໄດ້ຮັບການແກ້ແຄ້ນເຈັດສິບເຈັດເທົ່າ”.
25ອາດາມໄດ້ຮ່ວມຫລັບນອນກັບເມຍຂອງລາວອີກ ແລະ ນາງໄດ້ເກີດລູກຊາຍອີກຄົນໜຶ່ງ ແລະ ຕັ້ງຊື່ໃຫ້ລາວວ່າເຊດ ນາງໄດ້ກ່າວວ່າ “ພຣະເຈົ້າໄດ້ໃຫ້ລູກຊາຍອີກຄົນໜຶ່ງແທນອາເບັນເພາະກາອິນໄດ້ຂ້າລາວ”. 26ເຊດກໍມີລູກຊາຍຄົນໜຶ່ງຊື່ວ່າເອໂນດ. ໃນເວລານັ້ນຄົນໄດ້ເລີ່ມຮ້ອງອອກນາມພຣະເຈົ້າຢາເວ.