Skip to content
The Believer's Library

Biblica® Open Lao Contemporary Version

Genesis 5 OLCV

Show OLCV only
Verse × ×
1 This is the written record of Adam's descendants. When our Father created humankind, he made them in the likeness of God. ນີ້​ແມ່ນ​ບັນທຶກ​ເລື່ອງລາວ​ຄອບຄົວ​ຂອງ​ອາດາມ. ເມື່ອ​ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ນັ້ນ, ພຣະອົງ​ໄດ້​ສ້າງ​ພວກເຂົາ​ຕາມ​ຢ່າງ​ພຣະເຈົ້າ.
2 He created them male and female, blessed them, and named them Humankind when they were created. ພຣະອົງ​ໄດ້​ສ້າງ​ພວກເຂົາ​ໃຫ້​ເປັນ​ຊາຍ ແລະ ຍິງ ແລ້ວ​ໄດ້​ອວຍພອນ​ພວກເຂົາ. ແລະ ພຣະອົງ​ຕັ້ງ​ຊື່​ໃຫ້​ພວກເຂົາ​ວ່າ “ມະນຸດ” ເມື່ອ​ພວກເຂົາ​ຖືກ​ສ້າງ​ຂຶ້ນ.
3 At 130, Adam fathered a son in his likeness, after his image, and named him Seth. ເມື່ອ​ອາດາມ​ມີ​ຊີວິດ​ຢູ່​ໄດ້ 130 ປີ, ລາວ​ກໍ​ມີ​ລູກຊາຍ​ຄົນ​ໜຶ່ງ​ທີ່​ເໝືອນ​ກັບ​ລາວ, ຕາມ​ແບບ​ຂອງ​ລາວ ແລະ ລາວ​ໄດ້​ຕັ້ງຊື່​ລູກ​ນັ້ນ​ວ່າ​ເຊດ.
4 After he fathered Seth, Adam lived 800 years and had other sons and daughters. ຫລັງຈາກ​ທີ່​ເຊດ​ໄດ້​ເກີດ​ມາ, ອາດາມ​ກໍ​ມີ​ຊີວິດ​ຢູ່​ອີກ 800 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ.
5 Altogether, Adam lived 930 years, and then he died. ອາດາມ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 930 ປີ ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.
6 When Seth had lived 105 years, he fathered Enosh. ເມື່ອ​ເຊດ​ມີ​ຊີວິດ​ຢູ່​ໄດ້ 105 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ເອໂນດ.
7 After he fathered Enosh, Seth lived 807 years and had other sons and daughters. ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ເອໂນດ​ແລ້ວ, ເຊດ​ກໍ​ມີ​ຊີວິດ​ຢູ່​ອີກ 807 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ.
8 Altogether, Seth lived 912 years, and then he died. ເຊດ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 912 ປີ, ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.
9 When Enosh had lived ninety years, he fathered Kenan. ເມື່ອ​ເອໂນດ​ມີ​ຊີວິດ​ຢູ່​ໄດ້ 90 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ເກນານ.
10 After he fathered Kenan, Enosh lived 815 years and had other sons and daughters. ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ເກນານ​ແລ້ວ, ເອໂນດ​ກໍ​ມີ​ຊີວິດ​ຢູ່​ອີກ 815 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ.
11 Altogether, Enosh lived 905 years, and then he died. ເອໂນດ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 905 ປີ, ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.
12 When Kenan had lived seventy years, he fathered Mahalalel. ເມື່ອ​ເກນານ​ມີ​ຊີວິດ​ຢູ່​ໄດ້ 70 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ມະຫາລາເລນ.
13 After he fathered Mahalalel, Kenan lived 840 years and had other sons and daughters. ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ມະຫາລາເລນ​ແລ້ວ, ເກນານ​ກໍ​ມີ​ຊີວິດ​ຢູ່​ອີກ 840 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ.
14 Altogether, Kenan lived 910 years, and then he died. ເກນານ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 910 ປີ, ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.
15 When Mahalalel had lived sixty-five years, he fathered Jared. ເມື່ອ​ມະຫາລາເລນ​ມີ​ຊີວິດ​ຢູ່​ໄດ້ 65 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ຢາເຣັດ.
16 After he fathered Jared, Mahalalel lived 830 years and had other sons and daughters. ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ຢາເຣັດ​ແລ້ວ, ມະຫາລາເລນ​ກໍ​ມີ​ຊີວິດ​ຢູ່​ອີກ 830 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ.
17 Altogether, Mahalalel lived 895 years, and then he died. ມະຫາລາເລນ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 895 ປີ, ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.
18 When Jared had lived 162 years, he fathered Enoch. ເມື່ອ​ຢາເຣັດ​ມີ​ຊີວິດ​ຢູ່​ໄດ້ 162 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ເອນົກ.
19 After he fathered Enoch, Jared lived 800 years and had other sons and daughters. ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ເອນົກ​ແລ້ວ, ຢາເຣັດ​ກໍ​ມີ​ຊີວິດ​ຢູ່​ອີກ 800 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ.
20 Altogether, Jared lived 962 years, and then he died. ຢາເຣັດ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 962 ປີ ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.
21 When Enoch had lived sixty-five years, he fathered Methuselah. ເມື່ອ​ເອນົກ​ມີ​ຊີວິດ​ຢູ່​ໄດ້ 65 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ເມທູເສລາ.
22 After fathering Methuselah, Enoch walked with our Father 300 years, and had other sons and daughters. ຫລັງຈາກ​ທີ່​ລາວ​ໄດ້​ກາຍເປັນ​ພໍ່​ຂອງ​ເມທູເສລາ​ແລ້ວ, ເອນົກ​ກໍ​ເດີນ​ກັບ​ພຣະເຈົ້າ​ຢ່າງ​ສັດຊື່​ຕໍ່ໄປ​ອີກ 300 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ.
23 Altogether, Enoch lived 365 years. ເອນົກ​ມີ​ອາຍຸ​ລວມ​ທັງໝົດ 365 ປີ.
24 Enoch walked faithfully with our Father; then he was gone, because our Father took him. ເອນົກ​ໄດ້​ດຳເນີນຊີວິດ​ໄປ​ກັບ​ພຣະເຈົ້າ​ຢ່າງ​ສັດຊື່; ແລ້ວ​ກໍ​ບໍ່ມີ​ຜູ້ໃດ​ພົບ​ລາວ​ອີກ, ເພາະ​ພຣະເຈົ້າ​ໄດ້​ຮັບ​ລາວ​ໄປ​ແລ້ວ.
25 When Methuselah had lived 187 years, he fathered Lamech. ເມື່ອ​ເມທູເສລາ​ມີ​ຊີວິດ​ຢູ່​ໄດ້ 187 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ລາເມັກ.
26 After he fathered Lamech, Methuselah lived 782 years and had other sons and daughters. ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ລາເມັກ​ແລ້ວ, ເມທູເສລາ​ກໍ​ມີ​ຊີວິດ​ຕໍ່ໄປ​ອີກ 782 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ.
27 Altogether, Methuselah lived 969 years, and then he died. ເມທູເສລາ​ມີ​ຊີວິດ​ລວມ​ທັງໝົດ 969 ປີ ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.
28 When Lamech had lived 182 years, he fathered a son. ເມື່ອ​ລາເມັກ​ມີ​ຊີວິດ​ຢູ່​ໄດ້ 182 ປີ, ລາວ​ກໍ​ມີ​ລູກຊາຍ​ຄົນ​ໜຶ່ງ.
29 He named him Noah, saying, "He will comfort us in our work and painful toil of our hands, from the ground our Father cursed." ລາວ​ຕັ້ງຊື່​ລູກຊາຍ​ນັ້ນ​ວ່າ​ໂນອາ, ແລະ ກ່າວ​ວ່າ, “ລາວ​ຈະ​ເລົ້າໂລມ​ໃຈ​ພວກເຮົາ​ໃນ​ການ​ທຳງານ ແລະ ມື​ຂອງ​ພວກເຮົາ​ທີ່​ເຈັບປວດ​ຄວາມ​ເຈັບປວດ​ຈາກ​ການ​ເຮັດ​ວຽກ​ໜັກ​ເທິງ​ແຜ່ນດິນ ເຊິ່ງ​ພຣະເຈົ້າ​ຢາເວ​ໄດ້​ສາບແຊ່ງ”.
30 After he fathered Noah, Lamech lived 595 years and had other sons and daughters. ຫລັງຈາກ​ທີ່​ໂນອາ​ໄດ້​ເກີດ​ມາ, ລາເມັກ​ກໍ​ມີ​ຊີວິດ​ຕໍ່ໄປ​ອີກ 595 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ.
31 Altogether, Lamech lived 777 years, and then he died. ລາເມັກ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 777 ປີ ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.
32 When Noah was 500 years old, he fathered Shem, Ham, and Japheth. ຫລັງຈາກ​ທີ່​ໂນອາ​ອາຍຸ​ໄດ້ 500 ປີ. ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ເຊມ ຮາມ ແລະ ຢາເຟດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]