Skip to content
The Believer's Library

Biblica® Open Lao Contemporary Version

Genesis 6 OLCV

Show OLCV only
Verse × ×
1 When humanity began to multiply on the earth and daughters were born to them, ເມື່ອ​ມະນຸດ​ເລີ່ມ​ເພີ່ມ​ຈຳນວນ​ຂຶ້ນ​ເທິງ​ແຜ່ນດິນໂລກ ແລະ ບັນດາ​ລູກຍິງ​ທັງຫລາຍ​ກໍ​ເກີດ​ມາ​ໃຫ້​ແກ່​ພວກເຂົາ.
2 the sons of divine origin saw the daughters of human origin were beautiful, and took as wives any they chose. ບັນດາ​ລູກຊາຍ​ຂອງ​ພຣະເຈົ້າ​ໄດ້​ເຫັນ​ວ່າ​ບັນດາ​ລູກສາວ​ຂອງ​ມະນຸດ​ນັ້ນ​ສວຍງາມ ແລ້ວ​ພວກເຂົາ​ກໍ​ແຕ່ງງານ​ກັບ​ຄົນ​ທີ່​ພວກເຂົາ​ເລືອກ.
3 Then our Father said, "My Spirit will not wrestle with humanity forever, for they are flesh; their days will be 120 years." ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ, “ພຣະວິນຍານ​ຂອງ​ເຮົາ​ຈະ​ບໍ່​ຕໍ່ສູ້​ກັບ​ມະນຸດ​ຕະຫລອດໄປ, ເພາະ​ພວກເຂົາ​ເປັນ​ມະນຸດ​ທີ່​ຕ້ອງ​ຕາຍ ພວກເຂົາ​ຈະ​ມີ​ອາຍຸ 120 ປີ”.
4 The Nephilim were on the earth in those days, and afterward too, when the sons of divine origin came to the daughters of human origin, who bore them children. These were the mighty men of old, men of renown. ໃນ​ສະໄໝ​ນັ້ນ ແລະ ໃນ​ສະໄໝ​ຕໍ່ມາ​ມີ​ຄົນເນຟີລິມ​ອາໄສ​ຢູ່​ໃນ​ໂລກ ຄື​ເມື່ອ​ລູກຊາຍ​ຂອງ​ພຣະເຈົ້າ​ໄດ້​ໄປ​ຢູ່​ກິນ​ກັບ​ບັນດາ​ລູກສາວ​ຂອງ​ມະນຸດ ແລະ ມີ​ລູກ​ກັບ​ພວກເຂົາ. ພວກເຂົາ​ເປັນ​ວິລະບຸລຸດ​ຂອງ​ຄົນ​ໃນ​ຍຸກ​ບູຮານ, ເປັນ​ຄົນ​ທີ່​ມີ​ຊື່ສຽງ.
5 Our Father saw how great human wickedness had become on the earth—every thought and desire of their hearts only evil all the time. ພຣະເຈົ້າ​ຢາເວ​ໄດ້​ເຫັນ​ວ່າ​ຄວາມຊົ່ວ​ຂອງ​ມະນຸດ​ໃນ​ໂລກ​ນີ້​ເພີ່ມ​ຂຶ້ນ​ຫລາຍ​ຂະໜາດ​ໃດ ແລະ ທຸກ​ຄວາມຄິດ​ຈິດໃຈ​ຂອງ​ມະນຸດ​ກໍ​ມີ​ແຕ່​ອ່ຽງ​ໄປ​ຫາ​ຄວາມຊົ່ວ​ຢູ່​ຕະຫລອດ.
6 He was grieved he had made humanity on the earth, and his heart filled with pain. ພຣະເຈົ້າ​ຢາເວ​ຈຶ່ງ​ເສຍໃຈ​ຫລາຍ​ທີ່​ພຣະອົງ​ໄດ້​ສ້າງ​ມະນຸດ​ຂຶ້ນ​ມາ​ເທິງ​ແຜ່ນດິນໂລກ ແລະ ຈິດໃຈ​ຂອງ​ພຣະອົງ​ກໍ​ໄດ້​ຮັບ​ຄວາມທໍລະມານ​ຢ່າງ​ໜັກໜ່ວງ.
7 So our Father said, "I will wipe out humanity, whom I created, from the face of the earth—people, animals, crawling things, and birds of the sky—for I regret making them." ດັ່ງນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ກວາດລ້າງ​ມະນຸດ​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ອອກ​ຈາກ​ຜືນ​ແຜ່ນດິນໂລກ ພ້ອມ​ທັງ​ຝູງ​ສັດ, ຝູງ​ນົກ ແລະ ສັດເລືອຄານ, ເພາະ​ເຮົາ​ເສຍໃຈ​ທີ່​ໄດ້​ສ້າງ​ພວກເຂົາ​ຂຶ້ນ​ມາ”.
8 But Noah found favor in the eyes of our Father. ແຕ່​ໂນອາ​ພົບ​ຄວາມ​ພໍໃຈ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢາເວ.
9 This is Noah's account. Noah was a righteous man, blameless among the people of his time, and Noah walked faithfully with our Father. ນີ້​ແມ່ນ​ເລື່ອງລາວ​ຂອງ​ໂນອາ ແລະ ຄອບຄົວ​ຂອງ​ເພິ່ນ. ໂນອາ​ເປັນ​ຄົນ​ຊອບທຳ, ບໍ່​ມີ​ຕຳໜິ​ໃນ​ທ່າມກາງ​ຄົນ​ໃນ​ສະໄໝ​ຂອງ​ເພິ່ນ ແລະ ເພິ່ນ​ໄດ້​ດຳເນີນຊີວິດ​ກັບ​ພຣະເຈົ້າ​ຢ່າງ​ສັດຊື່.
10 And Noah had three sons: Shem, Ham, and Japheth. ໂນອາ​ມີ​ລູກຊາຍ​ສາມ​ຄົນ​ຄື: ເຊມ, ຮາມ ແລະ ຢາເຟດ.
11 The earth was corrupt before our Father, and filled with violence. ຂະນະ​ນັ້ນ​ໂລກ​ໄດ້​ເສື່ອມໂຊມ​ລົງ​ໃນ​ສາຍຕາ​ຂອງ​ພຣະເຈົ້າ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຮຸນແຮງ.
12 Our Father saw the earth was corrupt, for all flesh had corrupted their ways on the earth. ພຣະເຈົ້າ​ເຫັນ​ວ່າ​ໂລກ​ໄດ້​ເສື່ອມໂຊມ, ເພາະ​ຄົນ​ທັງໝົດ​ເທິງ​ໂລກ​ໄດ້​ເຮັດ​ໃຫ້​ວິຖີ​ທາງ​ຂອງ​ພວກເຂົາ​ເສື່ອມໂຊມ​ລົງ.
13 Then our Father said to Noah, "The end of all flesh has come before me, for the earth is full of violence because of the people. I am going to destroy them with the earth. ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ກ່າວ​ກັບ​ໂນອາ​ວ່າ, “ເຮົາ​ກຳລັງ​ຈະ​ນຳ​ຈຸດຈົບ​ມາ​ສູ່​ຄົນ​ທັງປວງ, ເພາະວ່າ​ແຜ່ນດິນໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ຮຸນແຮງ​ເພາະ​ພວກເຂົາ. ເຮົາ​ກຳລັງ​ຈະ​ທຳລາຍ​ທັງ​ພວກເຂົາ ແລະ ແຜ່ນດິນໂລກ​ຢ່າງ​ແນ່ນອນ.
14 Build yourself an ark of cypress wood; make rooms in it and coat it inside and out with pitch. ດັ່ງນັ້ນ ເຈົ້າ​ເອງ​ຈົ່ງ​ສ້າງ​ເຮືອ​ໃຫຍ່​ລຳ​ໜຶ່ງ​ຂຶ້ນ​ດ້ວຍ​ໄມ້ແປກ, ຈົ່ງ​ເຮັດ​ໃຫ້​ມີ​ຫລາຍ​ຫ້ອງ​ພາຍໃນ​ເຮືອ​ນັ້ນ ແລ້ວ​ຢາ​ດ້ວຍ​ຂີ້ຊີ​ທັງ​ທາງໃນ ແລະ ທາງນອກ.
15 Make it like this: the ark about 450 feet long, seventy-five feet wide, forty-five feet high. ນີ້​ແມ່ນ​ວິທີ​ທີ່​ເຈົ້າ​ຈະ​ສ້າງ​ເຮືອ​ຄື: ເຮືອ​ຕ້ອງ​ຍາວ 300 ສອກ, ກວ້າງ 50 ສອກ ແລະ ສູງ 30 ສອກ.
16 Make a roof for the ark, finishing it eighteen inches from the top. Put a door in its side, and build it with lower, middle, and upper decks. ຈົ່ງ​ເຮັດ​ຫລັງຄາ​ປົກ​ເຮືອ, ຈົ່ງ​ໃຫ້​ມີ​ປ່ອງ​ລະຫວ່າງ​ຫລັງຄາ ແລະ ຕົວ​ເຮືອ​ໄວ້​ສູງ 1 ສອກ ອ້ອມຮອບ​ເຮືອ. ຈົ່ງ​ເຮັດ​ປະຕູ​ປ່ອງ​ໜຶ່ງ​ໄວ້​ທີ່​ຂ້າງ​ຂອງ​ເຮືອ ແລະ ຈົ່ງ​ເຮັດ​ເປັນ​ຊັ້ນ​ລຸ່ມ, ຊັ້ນ​ກາງ ແລະ ຊັ້ນ​ເທິງ.
17 I myself am bringing floodwaters on the earth to destroy all flesh with the breath of life in it under the heavens; everything on the earth will die. ເຮົາ​ກຳລັງ​ຈະ​ນໍາ​ເອົາ​ນ້ຳ​ຖ້ວມ​ມາ​ສູ່​ໂລກ​ເພື່ອ​ທຳລາຍ​ທຸກ​ຊີວິດ​ທີ່​ຢູ່​ໃຕ້​ຟ້າສະຫວັນ, ທຸກສິ່ງ​ທີ່​ມີ​ລົມ​ຫາຍໃຈ​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ນັ້ນ. ທຸກສິ່ງ​ເທິງ​ແຜ່ນດິນໂລກ​ຈະ​ຈິບຫາຍ​ໄປ.
18 But I will establish my covenant with you, and you will enter the ark—you, your sons, your wife, and your sons' wives with you. ແຕ່​ເຮົາ​ຈະ​ເຮັດ​ພັນທະສັນຍາ​ຂອງ​ເຮົາ​ກັບ​ເຈົ້າ ແລະ ເຈົ້າ​ຈະ​ເຂົ້າໄປ​ໃນ​ເຮືອ ຄື​ເຈົ້າ​ເອງ, ບັນດາ​ລູກຊາຍ​ຂອງ​ເຈົ້າ, ເມຍ​ຂອງ​ເຈົ້າ ແລະ ບັນດາ​ລູກໃພ້​ຂອງ​ເຈົ້າ​ກໍ​ຢູ່​ກັບ​ເຈົ້າ.
19 Bring two of every living creature into the ark to keep alive with you—a male and a female. ເຈົ້າ​ຈົ່ງ​ນຳເອົາ​ສິ່ງມີຊີວິດ​ທັງໝົດ​ແນວ​ລະ​ຄູ່ ທັງ​ໂຕ​ຜູ້ ແລະ ໂຕ​ແມ່ ເຂົ້າ​ມາ​ໃນ​ເຮືອ​ເພື່ອ​ຮັກສາ​ສັດ​ເຫລົ່ານັ້ນ​ໃຫ້​ມີຊີວິດ​ຢູ່​ດ້ວຍ​ກັນ​ກັບ​ເຈົ້າ.
20 Of the birds by kind, the animals by kind, every crawling thing of the ground by kind, two of each will come to you to be kept alive. ນົກ​ທຸກ​ຊະນິດ, ສັດ​ທຸກ​ຊະນິດ, ສັດເລືອຄານ​ທຸກ​ຊະນິດ​ແນວ​ລະ​ຄູ່​ຈະ​ມາ​ຫາ​ເຈົ້າ​ເພື່ອ​ຮັກສາ​ຊີວິດ​ໄວ້.
21 Take every kind of food that can be eaten and store it up; it will be food for you and for them." ໃຫ້​ເຈົ້າ​ເອົາ​ອາຫານ​ທຸກ​ຊະນິດ​ທີ່​ຈະ​ກິນ ແລະ ເກັບ​ໄວ້​ເປັນ​ອາຫານ​ສຳລັບ​ເຈົ້າ ແລະ ສັດ​ເຫລົ່ານັ້ນ​ດ້ວຍ”.
22 Noah did everything just as our Father commanded him. ໂນອາ​ກໍ​ໄດ້​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ເພິ່ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]