Skip to content
The Believer's Library

Biblica® Open Lao Contemporary Version

Genesis 7 OLCV

Show OLCV only
Verse × ×
1 Then our Father told Noah, "Enter the ark with your whole household, for I've seen you righteous before me in this generation. ແລ້ວ​ພຣະເຈົ້າ​ຢາເວ​ກ່າວ​ກັບ​ໂນອາ​ວ່າ, “ຈົ່ງ​ເຂົ້າໄປ​ໃນ​ເຮືອ, ເຈົ້າ ແລະ ຄອບຄົວ​ຂອງ​ເຈົ້າ​ທັງໝົດ, ເພາະ​ເຮົາ​ເຫັນ​ວ່າ​ເຈົ້າ​ເປັນ​ຄົນຊອບທຳ​ໃນ​ຍຸກ​ນີ້.
2 Take for yourself seven pairs of every clean animal, male and female, and one pair of unclean animals, male and female, ຈົ່ງ​ເອົາ​ສັດ​ທີ່​ບໍ່​ເປັນມົນທິນ​ທຸກ​ຊະນິດ​ຢ່າງ​ລະ​ເຈັດ​ຄູ່, ໂຕຜູ້​ກັບ​ຄູ່​ຂອງ​ມັນ ແລະ ສັດ​ທີ່​ເປັນມົນທິນ​ທຸກ​ຊະນິດ​ຢ່າງ​ລະ​ຄູ່, ໂຕຜູ້​ກັບ​ຄູ່​ຂອງ​ມັນ,
3 also seven pairs of sky birds, male and female, to keep offspring alive across all the earth. ແລະ ນົກ​ທຸກ​ຊະນິດ​ຢ່າງ​ລະ​ເຈັດ​ຄູ່, ໂຕຜູ້ ແລະ ໂຕແມ່ ເພື່ອ​ຮັກສາ​ສັດ​ທຸກ​ຊະນິດ​ໃຫ້​ມີຊີວິດ​ຢູ່​ທົ່ວ​ແຜ່ນດິນໂລກ.
4 For in seven days I'll rain on the earth forty days and forty nights, and wipe out every living thing I made from the face of the ground." ຈາກ​ນີ້​ໄປ​ອີກ​ເຈັດ​ວັນ ເຮົາ​ຈະ​ສົ່ງ​ຝົນ​ລົງ​ມາ​ເທິງ​ແຜ່ນດິນໂລກ​ເປັນ​ເວລາ​ສີ່ສິບ​ວັນ ສີ່ສິບ​ຄືນ ແລະ ເຮົາ​ຈະ​ກວາດລ້າງ​ສິ່ງມີຊີວິດ​ທຸກສິ່ງ​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ອອກ​ໄປ​ຈາກ​ຜືນ​ແຜ່ນດິນໂລກ”.
5 Noah did everything our Father commanded him. ແລ້ວ​ໂນອາ​ກໍ​ເຮັດ​ທຸກສິ່ງ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ເພິ່ນ.
6 Noah was 600 years old when the floodwaters came upon the earth. ໂນອາ​ມີ​ອາຍຸ​ໄດ້ 600 ປີ ເມື່ອ​ນ້ຳ​ໄດ້​ຖ້ວມ​ໂລກ.
7 He, his sons, his wife, and his sons' wives entered the ark to escape the floodwaters. ແລ້ວ​ໂນອາ ແລະ ບັນດາ​ລູກຊາຍ​ຂອງ​ເພິ່ນ ພ້ອມ​ທັງ​ເມຍ ແລະ ບັນດາ​ລູກໃພ້​ຂອງ​ເພິ່ນ​ກໍ​ເຂົ້າ​ໄປ​ຢູ່​ໃນ​ເຮືອ​ເພື່ອ​ໜີ​ໄພ​ນ້ຳຖ້ວມ.
8 Of clean animals and animals not clean, of birds and all that crawls on the ground. ສັດ​ທີ່​ບໍ່​ເປັນມົນທິນ ແລະ ເປັນມົນທິນ, ນົກ, ສັດ​ເລືອຄານ​ທັງໝົດ​ຢ່າງ​ລະ​ຄູ່,
9 Two by two, male and female, came to Noah in the ark, as our Father commanded Noah. ທັງ​ໂຕຜູ້ ແລະ ໂຕແມ່​ກໍ​ມາ​ຫາ​ໂນອາ ແລະ ເຂົ້າ​ໄປ​ໃນ​ເຮືອ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໂນອາ​ໄວ້.
10 After the seven days, the floodwaters came upon the earth. ແລ້ວ​ຫລັງຈາກ​ເຈັດ​ວັນ ນ້ຳ​ກໍ​ໄດ້​ມາ​ຖ້ວມ​ໂລກ.
11 In Noah's six hundredth year, second month, day seventeen—that same day—all springs of the great deep burst open, and heaven's floodgates opened. ໃນ​ປີ​ທີ່​ໂນອາ​ມີ​ອາຍຸ​ໄດ້ 600 ປີ, ເປັນ​ວັນ​ທີ​ສິບເຈັດ​ຂອງ​ເດືອນ​ທີ​ສອງ, ໃນ​ວັນ​ນັ້ນ ບໍ່ນ້ຳ​ເລິກ​ທີ່​ສຸດ​ທັງໝົດ​ກໍ​ພຸ່ງ​ຂຶ້ນ​ມາ ແລະ ປະຕູ​ນ້ຳ​ແຫ່ງ​ຟ້າສະຫວັນ​ກໍ​ໄດ້​ເປີດອອກ.
12 The rain fell on the earth for forty days and forty nights. ແລ້ວ​ຝົນ​ກໍ​ຕົກ​ລົງ​ມາ​ໃສ່​ໂລກ​ຕະຫລອດ​ສີ່ສິບ​ວັນ ແລະ ສີ່ສິບ​ຄືນ.
13 That day Noah entered the ark—he, his sons Shem, Ham, Japheth, his wife, and his sons' three wives. ໃນ​ວັນ​ນັ້ນ​ເອງ ໂນອາ​ກັບ​ເມຍ ແລະ ລູກຊາຍ​ຂອງ​ເພິ່ນ​ຄື: ເຊມ, ຮາມ ແລະ ຢາເຟດ ລວມ​ທັງ​ລູກໃພ້​ຂອງ​ເພິ່ນ​ທັງ​ສາມ​ຄົນ​ກໍ​ໄດ້​ເຂົ້າ​ໄປ​ໃນ​ເຮືອ.
14 They and every wild animal by their kind, every livestock by their kind, every crawler on earth by their kind, every bird by their kind, every winged creature. ພວກເຂົາ​ໄດ້​ນຳ​ເອົາ​ສັດປ່າ​ທຸກ​ຊະນິດ​ຕາມ​ຊະນິດ​ຂອງ​ມັນ, ສັດລ້ຽງ​ທຸກ​ຊະນິດ​ຕາມ​ຊະນິດ​ຂອງ​ມັນ, ສັດເລືອຄານ​ທຸກ​ຊະນິດ​ຕາມ​ຊະນິດ​ຂອງ​ມັນ, ນົກ​ທຸກ​ຊະນິດ​ຕາມ​ຊະນິດ​ຂອງ​ມັນ ແລະ ສັດປີກ​ທຸກ​ຊະນິດ​ໄປ​ນໍາ.
15 They came to Noah, into the ark, two by two, all flesh with breath of life. ສິ່ງມີຊີວິດ​ທຸກ​ຊະນິດ​ທີ່​ມີ​ລົມຫາຍໃຈ​ແຫ່ງ​ຊີວິດ​ໄດ້​ມາ​ຫາ​ໂນອາ ແລະ ເຂົ້າໄປ​ໃນ​ເຮືອ​ເປັນ​ຄູ່ໆ.
16 Male and female of all flesh entered, as our Father commanded him; then our Father shut him in. ສັດ​ທີ່​ເຂົ້າໄປ​ໃນ​ນັ້ນ​ມີ​ທັງ​ໂຕຜູ້ ແລະ ໂຕແມ່​ຂອງ​ສິ່ງ​ມີ​ຊີວິດ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໂນອາ. ແລ້ວ​ພຣະເຈົ້າ​ຢາເວ​ກໍ​ໄດ້​ປິດ​ເພິ່ນ​ໄວ້​ຢູ່​ທາງໃນ.
17 The flood lasted forty days on the earth; the waters rose, lifted the ark, floating above the earth. ນໍ້າ​ຖ້ວມ​ໂລກ​ຕະຫລອດ​ສີ່ສິບ​ວັນ ແລະ ນ້ຳ​ກໍ​ເພີ່ມ​ສູງ​ຂຶ້ນ​ຈົນ​ຍູ້​ເຮືອ​ໃຫ້​ລອຍ​ຂຶ້ນ​ຢູ່​ເໜືອ​ແຜ່ນດິນໂລກ.
18 Waters surged and rose greatly over the earth, and the ark floated on the water's surface. ປະລິມານ​ນ້ຳ​ໃນ​ໂລກ​ໄດ້​ເພີ່ມ​ຂຶ້ນ ແລະ ເພີ່ມ​ຂຶ້ນ​ຈຳນວນ​ຫລວງຫລາຍ ແລະ ເຮືອ​ກໍ​ລອຍ​ຢູ່​ເທິງ​ໜ້າ​ນ້ຳ.
19 Waters rose higher and higher on the earth, covering all the high mountains under the whole sky. ນ້ຳ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫລວງຫລາຍ​ເທິງ​ແຜ່ນດິນໂລກ ແລະ ພູເຂົາ​ທີ່​ສູງ​ທັງໝົດ​ຢູ່​ໃຕ້​ຟ້າສະຫວັນ​ກໍ​ໄດ້​ຖືກ​ປົກຄຸມ​ດ້ວຍ​ນໍ້າ.
20 About twenty-two feet deep the waters rose above the mountains, covering them. ນ້ຳ​ໄດ້​ຂຶ້ນ​ສູງ ແລະ ປົກຄຸມ​ເໜືອ​ພູເຂົາ​ຕ່າງໆ​ຫລາຍ​ກວ່າ 15 ສອກ.,
21 Everything moving on earth died: birds, livestock, wild animals, all creatures swarming the earth, and all mankind. ສິ່ງ​ມີ​ຊີວິດ​ທຸກສິ່ງ​ທີ່​ເຄື່ອນໄຫວ​ໄປ​ມາ​ເທິງ​ໂລກ​ກໍ​ຈິບຫາຍ​ໝົດ ຄື​ນົກ, ສັດລ້ຽງ, ສັດປ່າ, ສັດເລືອຄານ ແລະ ມະນຸດຊາດ​ທັງໝົດ.
22 Everything on dry land that had the breath of life in its nostrils died. ທຸກສິ່ງ​ທີ່​ຢູ່​ເທິງ​ບົກ​ທີ່​ມີ​ລົມຫາຍໃຈ​ແຫ່ງ​ຊີວິດ​ຢູ່​ໃນ​ຮູດັງ​ກໍ​ໄດ້​ຕາຍ​ໄປ​ໝົດ.
23 Our Father wiped out every living thing on the ground's face—people, animals, crawling creatures, birds of the sky—and wiped them from the earth. Only Noah and those with him in the ark remained. ສິ່ງ​ທີ່​ມີ​ຊີວິດ​ທຸກສິ່ງ​ເທິງ​ໂລກ​ຖືກ​ກວາດລ້າງ​ໄປ​ໝົດ; ບໍ່​ວ່າ​ຄົນ, ສັດ, ສັດເລືອຄານ ແລະ ນົກ​ລ້ວນ​ແຕ່​ຖືກ​ກວາດລ້າງ​ໄປ​ຈາກ​ໂລກ. ຍັງ​ເຫລືອ​ພຽງ​ແຕ່​ໂນອາ ແລະ ສິ່ງ​ທີ່​ມີ​ຊີວິດ​ເຫລົ່ານັ້ນ​ທີ່​ຢູ່​ກັບ​ເພິ່ນ​ໃນ​ເຮືອ.
24 And the waters prevailed over the earth 150 days. ນ້ຳຖ້ວມ​ໂລກ​ເປັນ​ເວລາ 150 ວັນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]