Skip to content
The Believer's Library

Biblica® Open Lao Contemporary Version

Genesis 8 OLCV

Show OLCV only
Verse × ×
1 But our Father remembered Noah, all the living creatures, and all the livestock with him in the ark, and swept a wind over the earth so the waters began to recede. ແຕ່​ພຣະເຈົ້າ​ໄດ້​ລະນຶກ​ເຖິງ​ໂນອາ ແລະ ສັດປ່າ​ກັບ​ສັດລ້ຽງ​ທີ່​ຢູ່​ກັບ​ເພິ່ນ​ໃນ​ເຮືອ ແລະ ພຣະອົງ​ໄດ້​ສົ່ງ​ລົມ​ພັດ​ມາ​ໃສ່​ແຜ່ນດິນໂລກ, ແລ້ວ​ນ້ຳ​ກໍ​ບົກ​ລົງ.
2 The springs of the deep and heaven's floodgates closed, and rain from the sky stopped. ໃນ​ຂະນະ​ນັ້ນ​ບໍ່ນ້ຳ​ເລິກ ແລະ ປະຕູ​ນ້ຳ​ແຫ່ງ​ຟ້າສະຫວັນ​ກໍ​ໄດ້​ຖືກ​ປິດ ແລະ ຝົນ​ກໍ​ຢຸດ​ຕົກ​ລົງ​ມາ​ຈາກ​ທ້ອງຟ້າ.
3 Water kept receding from the earth, and after 150 days it had gone down. ນ້ຳ​ຈຶ່ງ​ບົກ​ລົງ​ເລື້ອຍໆ​ຈາກ​ແຜ່ນດິນໂລກ. ເມື່ອ​ສິ້ນສຸດ 150 ວັນ ນ້ຳ​ກໍ​ໄດ້​ແຫ້ງ​ລົງ.
4 The ark rested on the mountains of Ararat on the seventeenth day of the seventh month. ແລະ ໃນ​ມື້​ທີ​ສິບເຈັດ​ຂອງ​ເດືອນ​ທີ​ເຈັດ ເຮືອ​ກໍ​ມາ​ຄ້າງ​ຢູ່​ເທິງ​ພູເຂົາ​ອາຣາຣັດ.
5 The waters kept receding until the tenth month; on its first day, the mountaintops appeared. ນ້ຳ​ໄດ້​ສືບຕໍ່​ບົກ​ລົງ​ເລື້ອຍໆ​ຈົນ​ມາ​ເຖິງ​ເດືອນ​ທີ​ສິບ ແລະ ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສິບ ຈອມພູ​ທັງຫລາຍ​ກໍ​ໄດ້​ປາກົດ​ໃຫ້​ເຫັນ.
6 After forty days, Noah opened the window he had made in the ark, ຫລັງຈາກ 40 ວັນ ໂນອາ​ໄດ້​ເປີດ​ປ່ອງຢ້ຽມ​ທີ່​ເພິ່ນ​ໄດ້​ເຮັດ​ໄວ້​ໃນ​ເຮືອ​ນັ້ນ​ອອກ
7 he sent out a raven, and it flew back and forth until the waters dried up from the earth. ແລະ ປ່ອຍ​ກາ​ໂຕ​ໜຶ່ງ​ອອກ​ໄປ, ແລ້ວ​ມັນ​ກໍ​ບິນ​ວົນວຽນ​ໄປ​ມາ​ຈົນ​ກວ່າ​ນ້ຳ​ໄດ້​ແຫ້ງ​ຈາກ​ແຜ່ນດິນໂລກ.
8 Then he released the dove from him to see if the waters had subsided from the ground's surface. ແລ້ວ​ເພິ່ນ​ໄດ້​ປ່ອຍ​ນົກກາງແກ​ໂຕ​ໜຶ່ງ​ອອກໄປ​ເພື່ອ​ເບິ່ງ​ວ່າ​ນ້ຳ​ບົກ​ລົງ​ຈົນ​ຮອດ​ໜ້າດິນ​ແລ້ວ​ບໍ່.
9 But the dove found no resting place for her foot and returned to him in the ark, since water still covered the whole earth's surface. So he reached out his hand, took her, and brought her back into the ark. ແຕ່​ນົກກາງແກ​ນັ້ນ​ບໍ່​ສາມາດ​ຫາ​ບ່ອນ​ທີ່​ຈະ​ຈັບ​ໄດ້​ເພາະວ່າ​ຍັງ​ມີ​ນໍ້າ​ຢູ່​ທົ່ວ​ຜືນ​ແຜ່ນດິນ​ໂລກ​ຢູ່. ດັ່ງນັ້ນ ມັນ​ຈຶ່ງ​ກັບ​ມາ​ຫາ​ໂນອາ​ຢູ່​ໃນ​ເຮືອ. ໂນອາ​ກໍ​ເດ່​ມື​ຂອງ​ເພິ່ນ​ອອກ​ຮັບ​ເອົາ​ນົກກາງແກ ແລ້ວ​ເອົາ​ນົກ​ນັ້ນ​ກັບ​ເຂົ້າ​ມາ​ຢູ່​ກັບ​ເພິ່ນ​ໃນ​ເຮືອ.
10 He waited seven more days and again sent out the dove from the ark. ເພິ່ນ​ໄດ້​ລໍຖ້າ​ອີກ​ເຈັດ​ວັນ ແລ້ວ​ປ່ອຍ​ນົກກາງແກ​ອອກ​ໄປ​ຈາກ​ເຮືອ​ອີກ.
11 The dove returned to him that evening with a freshly plucked olive leaf in her beak, so Noah knew the waters had receded from the earth. ເມື່ອ​ນົກກາງແກ​ກັບ​ມາ​ຫາ​ເພິ່ນ​ໃນ​ຕອນແລງ ກໍ​ມີ​ໃບ​ໝາກກອກ​ສົດ​ທີ່​ຫາ​ກໍ​ດຶງ​ອອກ​ມາ​ຄາ​ຢູ່​ໃນ​ສົບ​ຂອງ​ນົກ​ນັ້ນ! ແລ້ວ​ໂນອາ​ຈຶ່ງ​ໄດ້​ຮູ້​ວ່າ​ນ້ຳ​ໄດ້​ບົກ​ລົງ​ຈາກ​ແຜ່ນດິນໂລກ​ແລ້ວ.
12 He waited seven more days, then sent the dove out again; it did not return to him again. ເພິ່ນ​ໄດ້​ລໍຖ້າ​ອີກ​ເຈັດ​ວັນ​ແລ້ວ​ຈຶ່ງ​ປ່ອຍ​ນົກກາງແກ​ອອກ​ໄປ​ອີກ, ແຕ່​ເທື່ອ​ນີ້​ມັນ​ບໍ່​ໄດ້​ກັບ​ມາ​ຫາ​ເພິ່ນ​ເລີຍ.
13 In Noah's 600 and first year, the first day of the first month, the waters had dried up from the earth. Noah removed the ark's covering, looked out, and saw the ground's surface was dry. ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ໜຶ່ງ​ໃນ​ປີ​ທີ່​ໂນອາ​ມີ​ອາຍຸ​ໄດ້ 601 ປີ, ນ້ຳ​ກໍ​ໄດ້​ແຫ້ງ​ໄປ​ຈາກ​ແຜ່ນດິນ. ດັ່ງນັ້ນ ໂນອາ​ຈຶ່ງ​ໄດ້​ເປີດ​ຫລັງຄາ​ເຮືອ​ອອກ​ແລ້ວ​ກໍ​ເຫັນ​ວ່າ​ໜ້າດິນ​ແຫ້ງ​ແລ້ວ.
14 By the twenty-seventh day of the second month the earth was completely dry. ເມື່ອ​ເຖິງ​ວັນ​ທີ​ຊາວເຈັດ​ຂອງ​ເດືອນ​ທີ​ສອງ​ແຜ່ນດິນໂລກ​ກໍ​ແຫ້ງ​ໝົດ.
15 Then our Father said to Noah, ແລ້ວ​ພຣະເຈົ້າ​ກໍ​ໄດ້​ກ່າວ​ແກ່​ໂນອາ​ວ່າ,
16 "Leave the ark: you and your wife and your sons and your sons' wives with you. “ເຈົ້າ ແລະ ເມຍ​ຂອງ​ເຈົ້າ, ບັນດາ​ລູກຊາຍ ແລະ ເມຍ​ຂອງ​ພວກເຂົາ ຈົ່ງ​ອອກ​ຈາກ​ເຮືອ.
17 Bring out with you every living creature—all flesh: birds, animals, everything that crawls on the ground—so they may swarm across the earth, be fruitful, and multiply on the earth." ຈົ່ງ​ນຳ​ສິ່ງມີຊີວິດ​ທຸກ​ຊະນິດ​ທີ່​ຢູ່​ກັບ​ເຈົ້າ​ອອກ​ມາ​ນໍາ ຄື​ບັນດາ​ນົກ, ສັດ​ຕ່າງໆ, ສັດເລືອຄານ​ທັງໝົດ ເພື່ອ​ພວກມັນ​ຈະ​ໄດ້​ເພີ່ມ​ທະວີ​ຂຶ້ນ​ຢູ່​ເທິງ​ແຜ່ນດິນໂລກ ແລະ ເກີດ​ແມ່​ແຜ່​ລູກ ແລ້ວ​ກໍ​ມີ​ຈໍານວນ​ເພີ່ມ​ຂຶ້ນ​ຢູ່​ເທິງ​ແຜ່ນດິນ​ໂລກ”.
18 So Noah came out, together with his sons and his wife and his sons' wives. ດັ່ງນັ້ນ ໂນອາ​ຈຶ່ງ​ອອກ​ມາ​ພ້ອມ​ກັບ​ບັນດາ​ລູກຊາຍ, ເມຍ​ຂອງ​ເພິ່ນ ແລະ ເມຍ​ຂອງ​ລູກຊາຍ​ເພິ່ນ.
19 Every animal, every crawling thing, every bird—everything that moves on the earth—left the ark by their kinds. ສັດ​ທັງໝົດ, ສັດເລືອຄານ​ທັງໝົດ ແລະ ນົກ​ທັງໝົດ ຄື​ທຸກສິ່ງ​ທີ່​ເຄື່ອນໄຫວ​ໄປ​ມາ​ຢູ່​ເທິງ​ໜ້າດິນ ຕ່າງ​ກໍ​ທະຍອຍ​ກັນ​ອອກ​ຈາກ​ເຮືອ​ເທື່ອ​ລະ​ຊະນິດ.
20 Noah built an altar to our Father, took some of every clean animal and every clean bird, and offered burnt offerings on it. ຫລັງຈາກນັ້ນ ໂນອາ​ກໍ​ໄດ້​ສ້າງ​ແທ່ນບູຊາ​ແກ່​ພຣະເຈົ້າ​ຢາເວ ແລະ ໄດ້​ເອົາ​ສັດ​ທີ່​ບໍ່​ເປັນມົນທິນ ແລະ ນົກ​ທີ່​ບໍ່​ເປັນມົນທິນ​ຈຳນວນ​ໜຶ່ງ​ມາ ແລ້ວ​ເພິ່ນ​ກໍ​ຖວາຍ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ເທິງ​ແທ່ນ​ນັ້ນ.
21 Our Father smelled the pleasing aroma and said in his heart, "I will never again curse the ground because of humanity, though the human heart's inclination is evil from youth, nor will I ever again strike down every living thing as I have done. ພຣະເຈົ້າ​ຢາເວ​ໄດ້​ກິ່ນ​ຫອມ​ອັນ​ເປັນ​ທີ່​ພໍໃຈ ແລະ ໄດ້​ກ່າວ​ໃນ​ໃຈ​ຂອງ​ພຣະອົງ​ວ່າ: “ເຮົາ​ຈະ​ບໍ່​ສາບແຊ່ງ​ແຜ່ນດິນໂລກ​ເພາະ​ມະນຸດ​ອີກ​ຈັກ​ເທື່ອ, ເຖິງ​ແມ່ນ​ວ່າ​ຈິດໃຈ​ຂອງ​ມະນຸດ​ທຸກຄົນ​ມີ​ທ່າ​ອ່ຽງ​ໄປ​ໃນ​ທາງ​ຊົ່ວຮ້າຍ​ຕັ້ງແຕ່​ຍັງ​ເປັນ​ເດັກນ້ອຍ​ຢູ່​ກໍ​ຕາມ. ແລະ ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ມີ​ຊີວິດ​ທັງໝົດ​ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຮັດ​ມາ.
22 As long as the earth endures, seedtime and harvest, cold and heat, summer and winter, day and night will never cease." “ເມື່ອ​ໃດ​ທີ່​ໂລກ​ຍັງ​ຕັ້ງ​ຢູ່, ເມື່ອ​ນັ້ນ​ຈະ​ມີ​ລະດູ​ຫວ່ານ ແລະ ລະດູ​ເກັບກ່ຽວ, ມີ​ຄວາມໜາວ ແລະ ມີ​ຄວາມຮ້ອນ, ມີ​ລະດູ​ຮ້ອນ ແລະ ລະດູ​ໜາວ ມີ​ກາງເວັນ ແລະ ກາງຄືນ ຢູ່​ຕະລອດ​ໄປ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]