Skip to content
The Believer's Library

Biblica® Open Lao Contemporary Version

Genesis 9 OLCV

Show OLCV only
Verse × ×
1 Then our Father blessed Noah and his sons, saying, "Be fruitful and multiply and fill the earth. ແລ້ວ​ພຣະເຈົ້າ​ໄດ້​ອວຍພອນ​ໂນອາ ແລະ ບັນດາ​ລູກຊາຍ​ຂອງ​ເພິ່ນ ໂດຍ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຈົ່ງ​ມີ​ລູກຫລານ ແລະ ມີ​ຈໍານວນ​ເພີ່ມ​ຂຶ້ນ​ຈົນ​ເຕັມ​ແຜ່ນດິນໂລກ.
2 Every animal of the earth, every bird of the sky, everything that crawls on the ground, and every fish of the sea will fear and dread you; they are given into your hand. ສັດ​ທັງໝົດ​ທີ່​ຢູ່​ເທິງ​ແຜ່ນດິນໂລກ​ນີ້ ແລະ ນົກ​ທັງໝົດ​ໃນ​ທ້ອງຟ້າ, ສັດເລືອຄານ​ທັງໝົດ ແລະ ປາ​ທັງໝົດ​ໃນ​ທະເລ​ຈະ​ຢ້ານ ແລະ ຫວາດກົວ​ພວກເຈົ້າ; ພວກມັນ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ພວກເຈົ້າ.
3 Every living, moving thing will be your food. As I gave you the green plants, I now give you everything. ທຸກສິ່ງ​ທີ່​ມີຊີວິດ ແລະ ເຄື່ອນໄຫວ​ໄປ​ມາ​ຈະ​ເປັນ​ອາຫານ​ຂອງ​ພວກເຈົ້າ. ເຮົາ​ໄດ້​ມອບ​ພືດ​ສີຂຽວ​ໃຫ້​ແກ່​ພວກເຈົ້າ​ແລ້ວ​ຢ່າງ​ໃດ, ບັດນີ້ ເຮົາ​ກໍ​ມອບ​ທຸກສິ່ງ​ແກ່​ພວກເຈົ້າ​ຢ່າງ​ນັ້ນ.
4 But you must not eat meat that still has its lifeblood in it. “ແຕ່​ເຈົ້າ​ຈະ​ຕ້ອງ​ບໍ່​ກິນ​ຊີ້ນ​ທີ່​ມີ​ເລືອດ​ອັນ​ເປັນ​ຊີວິດ​ຢູ່​ໃນ​ຊີ້ນ​ນັ້ນ.
5 I will surely demand an accounting for your blood: from every animal I will demand it, and from every person—each for his brother's life—I will demand a human life. ແລະ ຜູ້ໃດ​ກໍ​ຕາມ​ທີ່​ຂ້າ​ພວກເຈົ້າ ບໍ່​ວ່າ​ຈະ​ເປັນ​ຄົນ ຫລື ຈະ​ເປັນ​ສັດ ເຮົາ​ຈະ​ໃຫ້​ມີ​ການ​ຊົດໃຊ້​ຢ່າງ​ແນ່ນອນ. ເຮົາ​ຈະ​ໃຫ້​ມີ​ການ​ຊົດໃຊ້​ຊີວິດ​ຂອງ​ຄົນ​ອື່ນ​ເໝືອນກັນ.
6 Whoever sheds human blood, by humans will their blood be shed; for in the image of God, humanity was made. “ຜູ້ໃດ​ກໍ​ຕາມ​ທີ່​ຂ້າ​ມະນຸດ, ພວກເຂົາ​ກໍ​ຈະ​ຖືກ​ມະນຸດ​ຂ້າ; ເພາະ​ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ຂຶ້ນ ເປັນ​ພາບ​ສະທ້ອນ​ຂອງ​ພຣະອົງ.
7 As for you, be fruitful and multiply; swarm across the earth and multiply on it." ສ່ວນ​ພວກເຈົ້າ, ຈົ່ງ​ມີ​ລູກຫລານ ແລະ ເພີ່ມ​ຈຳນວນ​ຂຶ້ນ; ທະວີ​ຂຶ້ນ ແລະ ເພີ່ມ​ຫລາຍ​ຂຶ້ນ​ເທິງ​ແຜ່ນດິນໂລກ”.
8 Then our Father said to Noah and to his sons with him: ແລ້ວ​ພຣະເຈົ້າ​ໄດ້​ກ່າວ​ກັບ​ໂນອາ ແລະ ບັນດາ​ລູກ​ຂອງ​ເພິ່ນ​ວ່າ:
9 "As for me, I am now establishing my covenant with you and with your descendants after you, “ບັດນີ້ ເຮົາ​ຕັ້ງ​ພັນທະສັນຍາ​ຂອງ​ເຮົາ​ກັບ​ພວກເຈົ້າ ແລະ ກັບ​ເຊື້ອສາຍ​ຂອງ​ພວກເຈົ້າ​ຕໍ່​ຈາກ​ພວກເຈົ້າ
10 and every living creature with you—birds, livestock, every wild animal of the earth—all that came out of the ark with you, every living thing of the earth. ແລະ ກັບ​ທຸກ​ສິ່ງມີຊີວິດ​ທີ່​ຢູ່​ກັບ​ພວກເຈົ້າ​ຄື: ບັນດາ​ນົກ, ສັດລ້ຽງ ແລະ ສັດປ່າ​ທັງໝົດ, ສັດ​ທັງປວງ​ທີ່​ອອກ​ຈາກ​ເຮືອ​ກັບ​ພວກເຈົ້າ ສິ່ງມີຊີວິດ​ທຸກ​ຊະນິດ​ເທິງ​ໂລກ​ນີ້.
11 I set my covenant with you: never again will all flesh be cut off by floodwaters; never again a flood to destroy the earth." ເຮົາ​ຕັ້ງ​ພັນທະສັນຍາ​ກັບ​ພວກເຈົ້າ​ວ່າ: ທຸກ​ຊີວິດ​ຈະ​ບໍ່​ຖືກ​ທຳລາຍ​ໂດຍ​ນ້ຳຖ້ວມ​ອີກ​ຈັກເທື່ອ; ນ້ຳ​ຈະ​ບໍ່​ຖ້ວມ ແລະ ທຳລາຍ​ໂລກ​ອີກ​ຈັກເທື່ອ”.
12 Then our Father said, "This is the sign of the covenant I'm making between me and you and every living creature with you, for all generations to come: ແລະ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ນີ້​ຄື​ສັນຍາລັກ​ແຫ່ງ​ພັນທະສັນຍາ​ທີ່​ເຮົາ​ກຳລັງ​ເຮັດ​ລະຫວ່າງ​ເຮົາ​ກັບ​ເຈົ້າ ແລະ ກັບ​ສິ່ງມີຊີວິດ​ທຸກສິ່ງ​ທີ່​ຢູ່​ກັບ​ເຈົ້າ, ເປັນ​ພັນທະສັນຍາ​ສຳລັບ​ທຸກ​ຍຸກ​ທີ່​ຈະ​ມາ​ເຖິງ​ຄື:
13 I have put my rainbow in the clouds as the sign of the covenant between me and the earth. ເຮົາ​ໄດ້​ຕັ້ງ​ຮຸ້ງ​ກິນ​ນໍ້າ​ຂອງ​ເຮົາ​ໄວ້​ໃນ​ເມກ ແລະ ຮຸ້ງ​ກິນ​ນໍ້າ​ນີ້​ຈະ​ເປັນ​ສັນຍາລັກ​ແຫ່ງ​ພັນທະສັນຍາ​ລະຫວ່າງ​ເຮົາ ແລະ ໂລກ.
14 Whenever I bring clouds over the earth and the rainbow appears in the clouds, ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ນຳ​ເມກ​ມາ​ເໜືອ​ໂລກ ແລະ ເມື່ອ​ຮຸ້ງ​ກິນ​ນໍ້າ​ປາກົດ​ຂຶ້ນ​ໃນ​ເມກ,
15 I will remember my covenant between me and you and every living creature of every kind: never again will floodwaters destroy all life. ເຮົາ​ຈະ​ລະນຶກ​ເຖິງ​ພັນທະສັນຍາ​ຂອງ​ເຮົາ​ລະຫວ່າງ​ເຮົາ​ກັບ​ເຈົ້າ ແລະ ກັບ​ສິ່ງມີຊີວິດ​ທຸກ​ຊະນິດ. ນ້ຳ​ຈະ​ບໍ່​ມາ​ຖ້ວມ​ເພື່ອ​ທຳລາຍ​ທຸກ​ຊີວິດ​ອີກ.
16 When the rainbow is in the clouds, I will see it and remember the everlasting covenant between me and every living creature of every kind on earth." ເມື່ອ​ໃດ​ທີ່​ຮຸ້ງ​ກິນ​ນໍ້າ​ປາກົດ​ໃນ​ເມກ, ເຮົາ​ຈະ​ເຫັນ​ຮຸ້ງ​ກິນ​ນໍ້າ​ນັ້ນ ແລະ ຈະ​ລະນຶກ​ເຖິງ​ພັນທະສັນຍາ​ນິລັນດອນ​ລະຫວ່າງ​ພຣະເຈົ້າ​ກັບ​ສິ່ງມີຊີວິດ​ທຸກ​ຊະນິດ​ທີ່​ຢູ່​ເທິງ​ໂລກ”.
17 So our Father told Noah, "This is the sign of the covenant I've established between me and all life on earth." ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ກ່າວ​ແກ່​ໂນອາ​ວ່າ, “ນີ້​ຄື​ສັນຍາລັກ​ແຫ່ງ​ພັນທະສັນຍາ​ທີ່​ເຮົາ​ໄດ້​ຕັ້ງ​ໄວ້​ລະຫວ່າງ​ເຮົາ​ກັບ​ທຸກ​ຊີວິດ​ເທິງ​ໂລກ”.
18 Noah's sons who left the ark: Shem, Ham, and Japheth. (Ham was Canaan's father.). ບັນດາ​ລູກຊາຍ​ຂອງ​ໂນອາ​ທີ່​ອອກ​ມາ​ຈາກ​ເຮືອ​ຄື: ເຊມ, ຮາມ ແລະ ຢາເຟດ. (ຮາມ​ເປັນ​ພໍ່​ຂອງ​ການາອານ.)
19 These three were the sons of Noah, and from them the whole earth was populated. ນີ້​ຄື​ລູກຊາຍ​ທັງ​ສາມ​ຂອງ​ໂນອາ ແລະ ຄົນ​ທັງຫລາຍ​ທີ່​ກະແຈກກະຈາຍ​ໄປ​ທົ່ວ​ແຜ່ນດິນໂລກ​ກໍ​ມາ​ຈາກ​ພວກເຂົາ.
20 Noah, a man of the soil, was the first to plant a vineyard. ໂນອາ ເປັນ​ຊາວ​ໄຮ່​ຊາວ​ນາ, ເພິ່ນ​ເລີ່ມ​ເຮັດ​ສວນອະງຸ່ນ.
21 When he drank some of its wine, he became drunk and lay uncovered inside his tent. ເມື່ອ​ເພິ່ນ​ດື່ມ​ເຫລົ້າອະງຸ່ນ​ຂອງ​ສວນອະງຸ່ນ​ແລ້ວ, ເພິ່ນ​ກໍ​ເມົາ ແລະ ນອນ​ເປືອຍກາຍ​ຢູ່​ໃນ​ເຕັນ​ຂອງ​ເພິ່ນ.
22 Ham, the father of Canaan, saw his father naked and told his two brothers outside. ເມື່ອ​ຮາມ​ຜູ້​ເປັນ​ພໍ່​ຂອງ​ການາອານ​ເຫັນ​ພໍ່​ຂອງ​ຕົນ​ເປືອຍກາຍ​ຢູ່​ຈຶ່ງ​ບອກ​ອ້າຍ​ທັງ​ສອງ​ຂອງ​ຕົນ​ທີ່​ຢູ່​ຂ້າງ​ນອກ.
23 Shem and Japheth took a cloak, laid it on both their shoulders, walked in backward, and covered their father's nakedness; their faces were backward, so they did not see their father's nakedness. ແຕ່​ເຊມ​ກັບ​ຢາເຟດ​ໄດ້​ເອົາ​ເຄື່ອງນຸ່ງ ແລະ ພາດ​ເຄື່ອງນຸ່ງ​ນັ້ນ​ໃສ່​ບ່າ​ຂອງ​ຕົນ, ແລ້ວ​ພວກເຂົາ​ກໍ​ຍ່າງ​ຖອຍຫລັງ ແລະ ປົກ​ຮ່າງກາຍ​ທີ່​ເປືອຍ​ຂອງ​ພໍ່​ຂອງ​ຕົນ. ໜ້າ​ຂອງ​ພວກເຂົາ​ແມ່ນ​ຫັນ​ໄປ​ທາງ​ອື່ນ​ເພື່ອ​ຈະ​ໄດ້​ບໍ່​ເຫັນ​ກາຍ​ຂອງ​ພໍ່​ຕົນ​ທີ່​ເປືອຍ​ຢູ່.
24 When Noah awoke from his wine and learned what his youngest son had done to him, ເມື່ອ​ໂນອາ​ຕື່ນ​ຈາກ​ເມົາ​ເຫລົ້າອະງຸ່ນ ແລະ ຮູ້​ໃນ​ສິ່ງ​ທີ່​ລູກຊາຍ​ຫລ້າ​ໄດ້​ເຮັດ​ຕໍ່​ເພິ່ນ,
25 he said, "Cursed be Canaan! He will be the lowest of servants to his brothers." ເພິ່ນ​ໄດ້​ກ່າວ​ວ່າ, “ຂໍ​ສາບແຊ່ງ​ການາອານ! ໃຫ້​ເປັນ​ຂ້າທາດ​ຕ່ຳຕ້ອຍ​ທີ່ສຸດ ໃນ​ພີ່ນ້ອງ​ຂອງ​ລາວ”.
26 He also said, "Blessed be the Father of Shem; may Canaan be Shem's servant. ເພິ່ນ​ໄດ້​ກ່າວ​ອີກ​ວ່າ, “ສັນລະເສີນ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ເຊມ! ຂໍ​ໃຫ້​ການາອານ​ເປັນ​ຂ້າທາດ​ຂອງ​ເຊມ.
27 May our Father extend Japheth's territory; may Japheth dwell in the tents of Shem, and may Canaan be Shem's servant." ຂໍ​ພຣະເຈົ້າ​ໄດ້​ຂະຫຍາຍ​ເຂດແດນ​ຂອງ​ຢາເຟດ. ຂໍ​ໃຫ້​ຢາເຟດ​ອາໄສ​ຢູ່​ໃນ​ເຕັນ​ຂອງ​ເຊມ, ແລະ ຂໍ​ໃຫ້​ການາອານ​ເປັນ​ຂ້າທາດ​ຂອງ​ຢາເຟດ”.
28 After the flood Noah lived 350 years. ຫລັງ​ຈາກ​ນ້ຳຖ້ວມ ໂນອາ​ກໍ​ມີ​ຊີວິດ​ຕໍ່ໄປ​ອີກ 350 ປີ.
29 Noah lived a total of 950 years, and then he died. ໂນອາ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 950 ປີ, ແລ້ວ​ເພິ່ນ​ກໍ​ໄດ້​ຕາຍ​ໄປ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]