Skip to content
The Believer's Library

Biblica® Open Lao Contemporary Version

Genesis 3 OLCV

Show OLCV only
Verse × ×
1 The serpent was shrewder than any field animal our Father had made. He asked the woman, "Did God really say, 'You must not eat from any tree in the garden'?" ງູ​ນັ້ນ​ເປັນ​ສັດ​ທີ່​ມີ​ເລ່ຫລ່ຽມ​ກວ່າ​ສັດ​ປ່າ​ທັງຫລາຍ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສ້າງ​ຂຶ້ນ​ມາ. ມັນ​ໄດ້​ເວົ້າ​ຕໍ່​ຍິງ​ນັ້ນ​ວ່າ, “ພຣະເຈົ້າ​ໄດ້​ເວົ້າ​ແທ້​ບໍ​ວ່າ, ‘ເຈົ້າ​ຕ້ອງ​ບໍ່​ກິນ​ໝາກໄມ້​ຈາກ​ຕົ້ນໄມ້​ໃດໆ​ໃນ​ສວນ​ນີ້’?”
2 The woman said to the serpent, "We may eat the fruit from the trees in the garden, ຍິງ​ນັ້ນ​ໄດ້​ຕອບ​ງູ​ວ່າ, “ພວກເຮົາ​ກິນ​ໝາກໄມ້​ຈາກ​ຕົ້ນໄມ້​ທັງຫລາຍ​ໃນ​ສວນ​ໄດ້,
3 but God said, 'Don't eat the tree's fruit in the garden's middle, or touch it, or you'll die.'" ແຕ່​ພຣະເຈົ້າ​ໄດ້​ເວົ້າ​ວ່າ, ‘ເຈົ້າ​ຫ້າມ​ກິນ​ໝາກໄມ້​ຈາກ​ຕົ້ນໄມ້​ທີ່​ຢູ່​ກາງ​ສວນ ແລະ ເຈົ້າ​ຫ້າມ​ແຕະຕ້ອງ​ມັນ, ບໍ່​ດັ່ງນັ້ນ​ເຈົ້າ​ຈະ​ຕາຍ’ ”.
4 But the serpent said to the woman, "You will certainly not die. ງູ​ໄດ້​ເວົ້າ​ຕໍ່​ຍິງ​ນັ້ນ​ວ່າ, “ເຈົ້າ​ຈະ​ບໍ່​ຕາຍ​ແນ່ນອນ.
5 God knows that when you eat from it, your eyes will open and you'll be like God, knowing good and evil." ເພາະ​ພຣະເຈົ້າ​ຮູ້​ວ່າ​ເມື່ອໃດ​ທີ່​ເຈົ້າ​ກິນ​ໝາກໄມ້​ຈາກ​ຕົ້ນ​ນັ້ນ ຕາ​ຂອງ​ເຈົ້າ​ກໍ​ຈະ​ຖືກ​ເປີດ​ອອກ ແລະ ເຈົ້າ​ຈະ​ເປັນ​ເໝືອນ​ພຣະເຈົ້າ, ຄື​ຮູ້​ຈັກ​ດີ ແລະ ຮູ້​ຈັກ​ຊົ່ວ”.
6 The woman saw the tree was good for food, delightful to the eyes, and desirable for wisdom. She took its fruit, ate, gave some to her husband with her, and he ate. ເມື່ອ​ຍິງ​ນັ້ນ​ເຫັນ​ວ່າ​ໝາກໄມ້​ຂອງ​ຕົ້ນໄມ້​ນັ້ນ​ດີ​ເໝາະ​ສຳລັບ​ເປັນ​ອາຫານ ແລະ ທັງ​ໜ້າ​ເບິ່ງ, ແລະ ທັງ​ຊ່ວຍ​ໃຫ້​ເກີດ​ປັນຍາ​ດ້ວຍ, ນາງ​ຈຶ່ງ​ຈັບ​ເອົາ​ໝາກໄມ້​ຈຳນວນ​ໜຶ່ງ​ມາ ແລະ ກິນ​ໝາກໄມ້​ນັ້ນ. ນາງ​ຍັງ​ໄດ້​ເອົາ​ຈຳນວນໜຶ່ງ​ໃຫ້​ຜົວ​ຂອງ​ນາງ​ທີ່​ຢູ່​ກັບ​ນາງ ແລ້ວ​ລາວ​ກໍ​ກິນ​ໝາກໄມ້​ນັ້ນ.
7 Then the eyes of both of them were opened, and they knew they were naked; they sewed fig leaves together and made themselves coverings. ແລ້ວ​ຕາ​ຂອງ​ພວກເຂົາ​ທັງ​ສອງ​ກໍ​ເປີດ​ອອກ ແລະ ພວກເຂົາ​ກໍ​ຮູ້​ວ່າ​ຕົນ​ເອງ​ໄດ້​ເປືອຍກາຍ​ຢູ່; ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຫຍິບ​ໃບ​ໝາກເດື່ອ​ເຂົ້າ​ກັນ ແລ້ວ​ເຮັດ​ເປັນ​ເຄື່ອງ​ປົກປິດ​ສຳລັບ​ພວກເຂົາ​ເອງ.
8 They heard the sound of our Father walking in the garden in the cool of the day, and the man and his wife hid from his presence among the garden's trees. ແລ້ວ​ຊາຍ​ຜູ້​ນັ້ນ ແລະ ເມຍ​ຂອງ​ລາວ​ກໍ​ໄດ້​ຍິນ​ສຽງ​ຂອງ​ພຣະເຈົ້າ​ຢາເວ​ຂະນະ​ທີ່​ພຣະອົງ​ຍ່າງ​ຢູ່​ໃນ​ສວນ​ໃນ​ຕອນແລງ​ຂອງ​ວັນ​ນັ້ນ, ແລ້ວ​ພວກເຂົາ​ຈຶ່ງ​ໄປ​ລີ້​ພຣະເຈົ້າ​ຢາເວ​ຢູ່​ຕາມ​ຕົ້ນໄມ້​ຕ່າງໆ​ຂອງ​ສວນ.
9 But our Father called to the man and said to him, "Where are you?" ແຕ່​ພຣະເຈົ້າ​ຢາເວ​ໄດ້​ເອີ້ນ​ຫາ​ຊາຍ​ນັ້ນ​ວ່າ, “ເຈົ້າ​ຢູ່​ໃສ?”
10 The man said, "I heard you in the garden and was afraid, for I was naked, so I hid." ລາວ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ​ຢູ່​ໃນ​ສວນ​ນີ້ ແລະ ຂ້ານ້ອຍ​ກໍ​ຢ້ານ​ເພາະ​ຂ້ານ້ອຍ​ເປືອຍກາຍ​ຢູ່; ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ລີ້​ຢູ່”.
11 Our Father said, "Who told you you're naked? Did you eat from the tree I forbade you to eat from?" ແລະ ພຣະອົງ​ໄດ້​ກ່າວ​ວ່າ, “ຜູ້ໃດ​ບອກ​ວ່າ​ເຈົ້າ​ໄດ້​ເປືອຍກາຍ​ຢູ່? ເຈົ້າ​ໄດ້​ກິນ​ໝາກໄມ້​ຈາກ​ຕົ້ນ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ບໍ່​ໃຫ້​ກິນ​ນັ້ນ​ແມ່ນ​ບໍ?”
12 The man said, "The woman you put with me gave me fruit from the tree, and I ate." ຊາຍ​ນັ້ນ​ເວົ້າ​ວ່າ, “ຍິງ​ທີ່​ພຣະອົງ​ໃຫ້​ຢູ່​ທີ່​ນີ້​ກັບ​ຂ້ານ້ອຍ​ນັ້ນ ນາງ​ໄດ້​ເອົາ​ໝາກໄມ້​ຈຳນວນ​ໜຶ່ງ​ຈາກ​ຕົ້ນ​ນັ້ນ​ໃຫ້​ຂ້ານ້ອຍ ແລະ ຂ້ານ້ອຍ​ກໍ​ໄດ້​ກິນ​ໝາກໄມ້​ນັ້ນ”.
13 Then our Father asked the woman, "What have you done?" She said, "The serpent deceived me, and I ate." ແລ້ວ​ພຣະເຈົ້າ​ຢາເວ​ກໍ​ໄດ້​ກ່າວ​ຕໍ່​ຍິງ​ນັ້ນ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໄດ້​ເຮັດ​ຢ່າງ​ນີ້?” ຍິງ​ນັ້ນ​ໄດ້​ເວົ້າ​ວ່າ, “ງູ​ໄດ້​ລໍ້ລວງ​ຂ້ານ້ອຍ ແລະ ຂ້ານ້ອຍ​ກໍ​ໄດ້​ກິນ”.
14 So our Father said to the serpent, "Because you have done this, cursed are you above all livestock and above all wild animals; on your belly you will go, and dust you will eat all the days of your life. ດັ່ງນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ເວົ້າ​ກັບ​ງູ​ນັ້ນ​ວ່າ, “ເພາະ​ເຈົ້າ​ໄດ້​ເຮັດ​ເຊັ່ນ​ນີ້, “ເຈົ້າ​ຈຶ່ງ​ຖືກ​ສາບແຊ່ງ​ໜັກ​ກວ່າ​ສັດລ້ຽງ​ທັງໝົດ ແລະ ສັດປ່າ​ທັງໝົດ! ເຈົ້າ​ຈະ​ເລືອ​ໄປ​ດ້ວຍ​ທ້ອງ​ຂອງ​ເຈົ້າ ແລະ ເຈົ້າ​ຈະ​ກິນ​ຂີ້ຝຸ່ນດິນ ຕະຫລອດ​ຊີວິດ​ຂອງ​ເຈົ້າ.
15 And I will put enmity between you and the woman, and between your offspring and her offspring; he will crush your head, and you will strike his heel." ແລະ ເຮົາ​ຈະ​ເຮັດ​ຄວາມ​ເປັນ​ສັດຕູ ກັນ​ລະຫວ່າງ​ເຈົ້າ ແລະ ຍິງ​ນັ້ນ, ແລະ ລະຫວ່າງ​ລູກຫລານ​ຂອງ​ເຈົ້າ ແລະ ລູກຫລານ​ຂອງ​ນາງ​ດ້ວຍ; ລາວ​ຈະ​ຟາດ​ຫົວ​ຂອງ​ເຈົ້າ, ແລະ ເຈົ້າ​ຈະ​ຕອດ​ສົ້ນນ່ອງ​ຂອງ​ລາວ”.
16 To the woman he said, "I will greatly increase your pain in childbirth; in pain you will give birth to children. Your desire will be for your husband, and he will rule over you." ພຣະອົງ​ເວົ້າ​ຕໍ່​ຍິງ​ນັ້ນ​ວ່າ, “ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເຈັບປວດ​ຢ່າງ​ຮຸນແຮງ​ໃນ​ການ​ເກີດລູກ; ເຈົ້າ​ຈະ​ເກີດ​ລູກ​ດ້ວຍ​ຄວາມ​ເຈັບປວດ​ທໍລະມານ. ແຕ່​ເຈົ້າ​ກໍ​ຍັງ​ປາຖະໜາ​ຜົວ, ແລະ ລາວ​ຈະ​ປົກຄອງ​ເໜືອ​ເຈົ້າ”.
17 And to Adam he said, "Because you listened to your wife and ate from the tree that I commanded you, saying, 'You must not eat from it,' cursed is the ground because of you; through painful toil you will eat from it all the days of your life. ພຣະອົງ​ໄດ້​ກ່າວ​ກັບ​ອາດາມ​ວ່າ, “ເພາະ​ເຈົ້າ​ໄດ້​ຟັງ​ເມຍ​ຂອງ​ເຈົ້າ ແລະ ໄດ້​ກິນ​ໝາກໄມ້​ຈາກ​ຕົ້ນ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ວ່າ, ‘ຫ້າມ​ເຈົ້າ​ກິນ​ໝາກໄມ້​ຈາກ​ຕົ້ນ​ນັ້ນ,’ “ພື້ນດິນ​ຈຶ່ງ​ໄດ້​ຖືກ​ສາບແຊ່ງ​ເພາະ​ເຈົ້າ; ກະທຳ​ຜິດ. ເຈົ້າ​ຈະ​ຫາ​ກິນ​ຈາກ​ແຜ່ນດິນ​ດ້ວຍ​ຄວາມ​ລຳບາກ​ທີ່ສຸດ ຕະຫລອດ​ຊີວິດ​ຂອງ​ເຈົ້າ.
18 It will produce thorns and thistles for you, and you will eat the plants of the field. ແຜ່ນດິນ​ຈະ​ເກີດ​ໜາມ ແລະ ຕົ້ນໜາມ​ສຳລັບ​ເຈົ້າ ແລະ ເຈົ້າ​ຈະ​ກິນ​ພືດ​ຈາກ​ທົ່ງນາ.
19 By the sweat of your brow you will eat your bread until you return to the ground, since from it you were taken; for dust you are, and to dust you will return." ເຈົ້າ​ຈະ​ຫາ​ກິນ ດ້ວຍ​ເຫື່ອ​ທີ່​ອອກ​ຈາກ​ຄີ້ວ​ຂອງ​ເຈົ້າ ຈົນ​ກວ່າ​ເຈົ້າ​ກັບ​ຄືນ​ສູ່​ດິນ ເພາະ​ເຈົ້າ​ຖືກ​ສ້າງ​ມາ​ຈາກ​ຂີ້ຝຸ່ນ​ດິນ; ເພາະ​ເຈົ້າ​ເປັນ​ຂີ້ຝຸ່ນ​ດິນ ແລະ ເຈົ້າ​ຈະ​ກັບຄືນ​ສູ່​ຝຸ່ນ​ດິນ”.
20 The man named his wife Eve, because she would become the mother of all the living. ອາດາມ​ໄດ້​ຕັ້ງ​ຊື່​ເມຍ​ຂອງ​ຕົນ​ວ່າ​ເອວາ ເພາະ​ນາງ​ຈະ​ເປັນ​ແມ່​ຂອງ​ຜູ້​ມີ​ຊີວິດ​ທັງໝົດ.
21 Our Father made garments of skin for Adam and his wife, and he clothed them. ພຣະເຈົ້າ​ຢາເວ​ໄດ້​ເຮັດ​ເຄື່ອງນຸ່ງ​ຈາກ​ໜັງສັດ​ໃຫ້​ອາດາມ​ກັບ​ເມຍ​ຂອງ​ລາວ ແລະ ສວມ​ໃຫ້​ພວກເຂົາ.
22 Then our Father said, "Look, the man has become like one of us, knowing good and evil. Now, so he doesn't reach out, take from the tree of life too, eat, and live forever…" ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ວ່າ, “ບັດນີ້ ມະນຸດ​ໄດ້​ກາຍເປັນ​ເໝືອນ​ໜຶ່ງ​ໃນ​ພວກເຮົາ​ແລ້ວ ຄື​ຮູ້ຈັກ​ດີ ແລະ ຮູ້ຈັກ​ຊົ່ວ. ລາວ​ຈະ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເດ່​ມື​ຂອງ​ລາວ​ອອກ ແລະ ຈັບເອົາ​ໝາກໄມ້​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ​ມາ​ກິນ ແລ້ວ​ມີ​ຊີວິດ​ຢູ່​ຕະຫລອດໄປ”.
23 So our Father sent him out of the garden of Eden to work the ground he was taken from. ດັ່ງນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ໄດ້​ຂັບໄລ່​ລາວ​ອອກ​ຈາກ​ສວນ​ເອເດນ​ເພື່ອ​ໃຫ້​ໄປ​ຫາ​ກິນ​ເທິງ​ພື້ນດິນ​ບ່ອນ​ທີ່​ລາວ​ໄດ້​ຖືກ​ສ້າງ​ມາ​ນັ້ນ.
24 He drove out the man and placed cherubim and a whirling, flaming sword east of Eden's garden, guarding the way to the tree of life. ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ຂັບໄລ່​ຊາຍ​ນັ້ນ​ອອກ​ໄປ​ແລ້ວ, ພຣະອົງ​ໄດ້​ຕັ້ງ​ບັນດາ​ເຄຣຸບ​ໄວ້​ທີ່​ດ້ານ​ຕາເວັນອອກ​ຂອງ​ສວນ​ເອເດນ ແລະ ຕັ້ງ​ດາບ​ທີ່​ມີ​ໄຟ​ເຫລັ້ມ​ໜຶ່ງ​ທີ່​ແກວ່ງ​ໄປ​ມາ​ເພື່ອ​ເຝົ້າ​ຫົນທາງ​ໄປ​ສູ່​ຕົ້ນໄມ້​ແຫ່ງ​ຊີວິດ​ນັ້ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]