Skip to content
The Believer's Library

Biblica® Open Lao Contemporary Version

Genesis 2 OLCV

Show OLCV only
Verse × ×
1 So the heavens and the earth were completed in all their vast array. ດັ່ງນັ້ນ ຟ້າສະຫວັນ ແລະ ໂລກ​ພ້ອມ​ກັບ​ທຸກສິ່ງ​ຈຶ່ງ​ຖືກ​ສ້າງ​ຂຶ້ນ​ສຳເລັດ​ຄົບຖ້ວນ.
2 By the seventh day our Father had completed his work, and he rested on the seventh day from everything he had made. ເມື່ອ​ເຖິງ​ວັນ​ທີ​ເຈັດ ພຣະເຈົ້າ​ກໍ​ໄດ້​ສຳເລັດ​ຈາກ​ທີ່​ເຮັດ, ດັ່ງນັ້ນ ໃນ​ວັນ​ທີ​ເຈັດ​ພຣະອົງ​ຈຶ່ງ​ຢຸດ​ພັກ​ງານ​ສ້າງ​ທັງໝົດ​ຂອງ​ພຣະອົງ.
3 And our Father blessed the seventh day, making it holy, because on it he rested from all the work of creation he had done. ແລ້ວ​ພຣະເຈົ້າ​ໄດ້​ອວຍພອນ​ວັນ​ທີເຈັດ ແລະ ໄດ້​ຕັ້ງ​ວັນ​ນັ້ນ​ໄວ້​ເປັນ​ວັນ​ສັກສິດ, ເພາະ​ໃນ​ວັນ​ນັ້ນ​ພຣະອົງ​ໄດ້​ຢຸດ​ພັກ​ຈາກ​ງານ​ສ້າງ​ທັງໝົດ​ທີ່​ພຣະອົງ​ໄດ້​ກະທຳ.
4 This is the history of the heavens and the earth when they were created, when our Father made earth and heavens. ນີ້​ຄື​ເລື່ອງລາວ​ຂອງ​ການ​ສ້າງ​ຟ້າສະຫວັນ ແລະ ໂລກ, ເມື່ອ​ພຣະເຈົ້າ​ຢາເວ ພຣະເຈົ້າ​ໄດ້​ສ້າງ​ໂລກ ແລະ ຟ້າ​ສະຫວັນ.
5 No shrub of the field yet existed on the earth, no plant of the field had yet sprouted, for our Father had not sent rain on the earth, and there was no man to work the ground, ໃນ​ເວລາ​ນັ້ນ​ຍັງ​ບໍ່​ທັນ​ມີ​ພຸ່ມໄມ້​ປາກົດ​ຂຶ້ນ​ເທິງ​ໂລກ ແລະ ບໍ່​ມີ​ພືດ​ເກີດ​ຂຶ້ນ​ມາ​ເທື່ອ, ເພາະ​ພຣະເຈົ້າ​ຢາເວ​ຍັງ​ບໍ່​ທັນ​ໄດ້​ໃຫ້​ຝົນ​ຕົກ​ລົງ​ມາ​ໃສ່​ໂລກ ແລະ ຍັງ​ບໍ່​ມີ​ມະນຸດ​ຄົນ​ໃດ​ທີ່​ຈະ​ຄາດ​ໄຖ​ດິນ,
6 but springs came up from the earth and watered the whole surface of the ground. ແຕ່​ມີ​ນ້ຳ​ພຸ່ງ​ຂຶ້ນ​ຈາກ​ພື້ນ​ໂລກ ແລະ ຫົດ​ໜ້າ​ດິນ​ທັງໝົດ.
7 Then our Father formed the man from dust of the ground, breathed into his nostrils the breath of life, and the man became a living person. ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ປັ້ນ​ມະນຸດ​ຈາກ​ຂີ້ຝຸ່ນ​ດິນ ແລະ ເປົ່າ​ລົມ​ຫາຍໃຈ​ແຫ່ງ​ຊີວິດ​ເຂົ້າ​ໄປ​ທາງ​ຮູ​ດັງ​ຂອງ​ລາວ ແລ້ວ​ມະນຸດ​ຄົນ​ນີ້​ຈຶ່ງ​ມີຊີວິດ.
8 Then our Father planted a garden in Eden, in the east, and put there the man he had formed. ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ສ້າງ​ສວນ​ແຫ່ງ​ໜຶ່ງ​ໄວ້​ໃນ​ເອເດນ​ທາງ​ທິດຕາເວັນອອກ ແລະ ພຣະອົງ​ໃຫ້​ຊາຍ​ຜູ້​ທີ່​ພຣະອົງ​ສ້າງ​ຂຶ້ນ​ມາ​ອາໄສ​ຢູ່​ໃນ​ທີ່​ນັ້ນ.
9 From the ground our Father grew every tree lovely to see and good to eat, with the tree of life in the garden's center and the tree of knowing good and evil. ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ຕົ້ນໄມ້​ທຸກ​ຊະນິດ​ປົ່ງ​ຂຶ້ນ​ຈາກ​ດິນ ມີ​ທັງ​ຕົ້ນໄມ້​ທີ່​ງາມ​ຕາ ແລະ ເໝາະ​ສຳລັບ​ເປັນ​ອາຫານ. ຢູ່​ທີ່​ກາງ​ສວນ​ມີ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ ຕົ້ນໄມ້​ແຫ່ງ​ການ​ຮູ້​ຈັກ​ດີ ແລະ ຮູ້​ຈັກ​ຊົ່ວ.
10 A river flowed from Eden to water the garden; from there it divided into four rivers. ມີ​ແມ່ນ້ຳ​ສາຍ​ໜຶ່ງ​ຈາກ​ເອເດນ​ໄຫລ​ມາ​ຫົດ​ສວນ​ນັ້ນ, ແລ້ວ​ແມ່ນໍ້າ​ໄດ້​ຖືກ​ແຍກ​ອອກ​ເປັນ​ຕົ້ນ​ນ້ຳ​ສີ່​ສາຍ.
11 The first is named Pishon; it flows around all the land of Havilah, where gold is found. ສາຍ​ທີ​ໜຶ່ງ​ຊື່​ວ່າ​ປີໂຊນ, ໄຫລ​ຜ່ານ​ທົ່ວ​ດິນແດນ​ຮາວີລາ, ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ຄຳ.
12 The gold of that land is good; aromatic resin and onyx are also there. (ດິນແດນ​ນີ້​ມີ​ຄຳ​ຄຸນນະພາບ​ດີ; ຢາງໄມ້ຫອມ ແລະ ຫີນ​ໂກເມນ​ກໍ​ມີ​ຢູ່​ທີ່​ນັ້ນ​ດ້ວຍ.)
13 The name of the second river is the Gihon; it winds through the entire land of Cush. ຊື່​ຂອງ​ແມ່ນໍ້າ​ສາຍ​ທີ​ສອງ​ແມ່ນ​ກິໂຮນ; ໄຫລ​ຜ່ານ​ທົ່ວ​ດິນແດນ​ກູເຊ.
14 The third river's name is Tigris, flowing east of Assyria. The fourth river is the Euphrates. ຊື່​ຂອງ​ແມ່ນໍ້າ​ສາຍ​ທີ​ສາມ​ແມ່ນ​ຕິກຣິດ; ເຊິ່ງ​ໄຫລ​ໄປ​ທາງ​ທິດຕາເວັນອອກ​ຂອງ​ອັດຊີເຣຍ. ແລະ ແມ່ນໍ້າ​ສາຍ​ທີ​ສີ່​ແມ່ນ​ເອີຟຣັດ.
15 Our Father took the man and set him in the garden of Eden to work it and guard it. ພຣະເຈົ້າ​ຢາເວ​ໄດ້​ເອົາ​ຊາຍ​ຜູ້​ນັ້ນ​ໄປ​ຢູ່​ໃນ​ສວນ​ເອເດນ​ເພື່ອ​ໃຫ້​ລາວ​ເຮັດ​ວຽກ ແລະ ເບິ່ງແຍງ​ຮັກສາ​ສວນ​ນີ້.
16 And our Father commanded the man, "You are free to eat from any tree in the garden; ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ຊາຍ​ນັ້ນ​ວ່າ, “ເຈົ້າ​ຈະ​ກິນ​ໝາກໄມ້​ຈາກ​ຕົ້ນ​ໃດ​ໃນ​ສວນ​ນີ້​ກໍ​ໄດ້;
17 but you must not eat from the tree of knowledge of good and evil, for you will surely die the day you eat from it." ແຕ່​ເຈົ້າ​ຫ້າມ​ກິນ​ໝາກໄມ້​ຈາກ​ຕົ້ນໄມ້​ແຫ່ງ​ການ​ຮູ້​ຈັກ​ດີ ແລະ ຮູ້​ຈັກ​ຊົ່ວ, ເພາະ​ເມື່ອ​ໃດ​ທີ່​ເຈົ້າ​ກິນ​ໝາກໄມ້​ຈາກ​ຕົ້ນ​ນີ້ ເຈົ້າ​ຈະ​ຕາຍ​ແນ່ນອນ”.
18 Then our Father said, "It is not good for the man to be alone. I will make a helper matching him." ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ວ່າ, “ບໍ່​ເປັນ​ການ​ດີ​ສຳລັບ​ຜູ້ຊາຍ​ທີ່​ຈະ​ຢູ່​ຄົນດຽວ. ເຮົາ​ຈະ​ສ້າງ​ຜູ້ຊ່ວຍ​ຜູ້​ໜຶ່ງ​ທີ່​ເໝາະສົມ​ກັບ​ລາວ”.
19 From the ground our Father formed every field animal and every sky bird, then brought each to the man to see what he'd name it. Whatever the man named each living creature, that was its name. ບັດນີ້ ພຣະເຈົ້າ​ຢາເວ​ໄດ້​ເອົາ​ດິນ​ມາ​ປັ້ນ​ສັດປ່າ ແລະ ນົກ​ທຸກ​ຊະນິດ​ທີ່​ບິນ​ຢູ່​ເທິງ​ທ້ອງຟ້າ. ພຣະອົງ​ໄດ້​ນຳ​ສັດ​ທັງຫລາຍ​ມາ​ຫາ​ຊາຍ​ຄົນ​ນັ້ນ​ເພື່ອ​ເບິ່ງ​ວ່າ​ລາວ​ຈະ​ຕັ້ງ​ຊື່​ໃຫ້​ສັດ​ເຫລົ່ານັ້ນ​ວ່າ​ຢ່າງ​ໃດ; ຊາຍ​ຄົນ​ນັ້ນ​ເອີ້ນ​ສິ່ງມີຊີວິດ​ແຕ່​ລະ​ຢ່າງ​ວ່າ​ແນວໃດ, ສັດ​ເຫລົ່ານັ້ນ​ກໍ​ມີ​ຊື່​ຕາມ​ນັ້ນ.
20 The man named all livestock, birds of the sky, and all wild animals, but for Adam no helper matching him was found. ດັ່ງນັ້ນ ຊາຍ​ຄົນ​ນັ້ນ​ຈຶ່ງ​ຕັ້ງ​ຊື່​ໃຫ້​ສັດລ້ຽງ​ທັງໝົດ, ນົກ​ໃນ​ທ້ອງຟ້າ ແລະ ສັດປ່າ​ທັງໝົດ. ແຕ່​ອາດາມ​ຍັງ​ບໍ່​ພົບ​ຜູ້ຊ່ວຍ​ທີ່​ເໝາະສົມ​ສຳລັບ​ລາວ.
21 So our Father made the man fall into a deep sleep, and while he slept, took one of his ribs and closed the flesh over it. ດັ່ງນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ໄດ້​ເຮັດ​ໃຫ້​ຊາຍ​ນັ້ນ​ນອນຫລັບ​ສະໜິດ; ແລ້ວ​ໃນ​ຂະນະ​ທີ່​ລາວ​ນອນຫລັບ​ຢູ່​ນັ້ນ, ພຣະອົງ​ໄດ້​ເອົາ​ກະດູກ​ຂ້າງ​ຊີກ​ໜຶ່ງ​ຂອງ​ຊາຍ​ນັ້ນ​ອອກມາ ແລະ ປິດ​ບ່ອນ​ນັ້ນ​ດ້ວຍ​ເນື້ອໜັງ.
22 Then our Father built a woman from the rib he took from the man, and brought her to the man. ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ສ້າງ​ແມ່ຍິງ​ຈາກ​ກະດູກ​ຂ້າງ​ທີ່​ພຣະອົງ​ໄດ້​ນຳ​ອອກ​ມາ​ຈາກ​ຊາຍ​ນັ້ນ ແລະ ພາ​ນາງ​ມາ​ຫາ​ຊາຍ​ນັ້ນ.
23 The man said, "At last! This is bone of my bones and flesh of my flesh; she will be called 'woman,' for she was taken out of man." ຊາຍ​ຄົນ​ນັ້ນ​ໄດ້​ກ່າວ​ວ່າ, “ນີ້​ແມ່ນ​ກະດູກ​ຊີກ​ໜຶ່ງ​ຈາກ​ບັນດາ​ກະດູກ​ຂອງ​ເຮົາ ແລະ ເນື້ອໜັງ​ຈາກ​ເນື້ອໜັງ​ຂອງ​ເຮົາ; ນາງ​ຈະ​ຖືກ​ເອີ້ນ​ວ່າ ‘ແມ່ຍິງ,’ ເພາະ​ນາງ​ຖືກ​ນຳ​ອອກ​ມາ​ຈາກ​ຜູ້ຊາຍ”.
24 So a man leaves his father and mother, joins his wife, and they become one flesh. ດ້ວຍເຫດນີ້ ຜູ້ຊາຍ​ຈຶ່ງ​ອອກ​ຈາກ​ພໍ່ແມ່​ຂອງ​ຕົນ​ໄປ​ຜູກພັນ​ຢູ່​ກັບ​ເມຍ​ຂອງ​ຕົນ ແລະ ພວກເຂົາ​ກໍ​ຈະ​ເປັນ​ກາຍ​ດຽວ​ກັນ.
25 The man and his wife were both naked, and they were not ashamed. ອາດາມ ແລະ ເມຍ​ຂອງ​ລາວ​ທັງ​ສອງ​ຄົນ​ໄດ້​ເປືອຍ​ກາຍ​ຢູ່ ແລະ ພວກເຂົາ​ກໍ​ບໍ່​ຮູ້​ສຶກ​ອາຍ​ເລີຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]