Skip to content
The Believer's Library

Biblica® Open Lao Contemporary Version

Genesis 1 OLCV

Show OLCV only
Verse × ×
1 In the beginning, our Heavenly Father created the heavens and the earth. ໃນ​ປະຖົມມະການ ພຣະເຈົ້າ​ໄດ້​ສ້າງ​ຟ້າສະຫວັນ ແລະ ໂລກ.
2 The earth was formless and empty; darkness lay over the deep's surface, and the Spirit of our Father was hovering over the waters' surface. ໃນ​ຂະນະ​ນັ້ນ ໂລກ​ຍັງ​ບໍ່​ທັນ​ມີ​ຮູບຮ່າງ ແລະ ຫວ່າງເປົ່າ​ຢູ່, ຄວາມມືດ​ໄດ້​ປົກຄຸມ​ຢູ່​ເໜືອ​ໜ້າ​ນ້ຳ​ເລິກ ແລະ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ເຄື່ອນໄຫວ​ຢູ່​ເໜືອ​ນ້ຳ​ນັ້ນ.
3 Then our Father said, "Let there be light," and there was light. ແລະ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ເກີດ​ຄວາມ​ສະຫວ່າງ,” ແລະ ຄວາມ​ສະຫວ່າງ​ກໍ​ເກີດ​ຂຶ້ນ.
4 He saw that the light was good, and he separated the light from the darkness. ພຣະເຈົ້າ​ໄດ້​ເຫັນ​ວ່າ​ຄວາມ​ສະຫວ່າງ​ນັ້ນ​ວ່າ​ດີ ແລະ ພຣະອົງ​ໄດ້​ແຍກ​ຄວາມ​ສະຫວ່າງ​ອອກ​ຈາກ​ຄວາມມືດ.
5 He called the light "day" and called the darkness "night." There was evening, and there was morning—the first day. ພຣະເຈົ້າ​ໄດ້​ເອີ້ນ​ຄວາມສະຫວ່າງ​ວ່າ, “ກາງເວັນ,” ແລ້ວ​ເອີ້ນ​ຄວາມມືດ​ວ່າ, “ກາງຄືນ”. ແລ້ວ​ກໍ​ມີ​ຕອນຄ່ຳ ແລະ ມີ​ຕອນເຊົ້າ ນີ້​ແມ່ນ​ມື້​ທີ​ໜຶ່ງ.
6 And our Father said, "Let there be an expanse between the waters to separate water from water." ແລະ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ເກີດ​ຟ້າ​ກັ້ນ​ລະຫວ່າງ​ນ້ຳ​ເພື່ອ​ແຍກ​ນ້ຳ​ອອກ​ຈາກ​ກັນ”.
7 He made the expanse and separated the water under it from the water above it. And it was so. ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ສ້າງ​ຟ້າ​ຂຶ້ນ ແລະ ແຍກ​ນ້ຳ​ອອກ​ຈາກ​ກັນ​ເປັນ​ສ່ວນ​ເທິງ ແລະ ສ່ວນ​ລຸ່ມ. ແລ້ວ​ກໍ​ເປັນ​ໄປ​ຕາມ​ນັ້ນ.
8 He called the expanse "sky." So there was evening, and there was morning—the second day. ພຣະເຈົ້າ​ເອີ້ນ​ຟ້າ​ນັ້ນ​ວ່າ, “ທ້ອງຟ້າ”. ແລ້ວ​ກໍ​ມີ​ເວລາ​ຄ່ຳ ແລະ ມີ​ເວລາ​ເຊົ້າ ນີ້​ແມ່ນ​ມື້​ທີ​ສອງ.
9 Then our Father said, "Let the water under the sky be gathered to one place, and let dry ground appear." And it was so. ແລະ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ໃຫ້​ນ້ຳ​ທີ່​ຢູ່​ລຸ່ມ​ທ້ອງຟ້າ​ຮວມ​ເຂົ້າ​ກັນ​ໃນ​ບ່ອນ​ດຽວ ແລະ ບ່ອນແຫ້ງ​ຈົ່ງ​ປາກົດ​ຂຶ້ນ”. ແລ້ວ​ກໍ​ເປັນ​ໄປ​ຕາມ​ນັ້ນ.
10 He named the dry ground "land," the gathered waters "seas." And he saw it was good. ພຣະເຈົ້າ​ເອີ້ນ​ບ່ອນ​ທີ່​ແຫ້ງ​ນັ້ນ​ວ່າ, “ແຜ່ນດິນ” ແລະ ເອີ້ນ​ນ້ຳ​ທີ່​ລວມ​ເຂົ້າ​ກັນ​ນັ້ນ​ວ່າ, “ທະເລ”. ແລະ ພຣະເຈົ້າ​ເຫັນ​ສິ່ງ​ນັ້ນ​ວ່າ​ດີ.
11 Then he said, "Let the land grow vegetation: seed-bearing plants, fruit trees bearing fruit with seed in it, after its kind." And it was so. ແລ້ວ​ພຣະເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ໃຫ້​ແຜ່ນດິນ​ເກີດ​ພືດ​ເຊັ່ນ: ພືດ​ຕ່າງໆ​ທີ່​ໃຫ້​ເມັດ ແລະ ຕົ້ນໄມ້​ຢູ່​ເທິງ​ແຜ່ນດິນ​ທີ່​ມີ​ແກ່ນ​ໃນ​ໝາກ​ຂອງ​ມັນ ຕາມ​ຊະນິດ​ຕ່າງໆ​ຂອງ​ມັນ”. ແລ້ວ​ກໍ​ເປັນ​ໄປ​ຕາມ​ນັ້ນ.
12 The land produced vegetation—seed-bearing plants by kind, and trees bearing seed-bearing fruit by kind—and our Father saw that it was good. ແຜ່ນດິນ​ກໍ​ເກີດ​ພືດ​ຄື: ພືດ​ຕ່າງໆ​ທີ່​ໃຫ້​ເມັດ​ຕາມ​ຊະນິດ​ຂອງ​ມັນ ແລະ ຕົ້ນໄມ້​ທີ່​ເກີດ​ໝາກ​ພ້ອມ​ກັບ​ເມັດ​ທີ່​ຢູ່​ໃນ​ໝາກ​ນັ້ນ ຕາມ​ຊະນິດ​ຕ່າງໆ​ຂອງ​ມັນ. ແລ້ວ​ພຣະເຈົ້າ​ກໍ​ເຫັນ​ສິ່ງ​ນັ້ນ​ວ່າ​ດີ.
13 And there was evening, and there was morning—the third day. ແລ້ວ​ກໍ​ມີ​ເວລາ​ຄ່ຳ ແລະ ມີ​ເວລາ​ເຊົ້າ ນີ້​ແມ່ນ​ມື້​ທີ​ສາມ.
14 And our Father said, "Let there be lights in the sky's expanse to separate day from night, and serve as signs to mark seasons, days, and years, ແລະ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ເກີດ​ດວງ​ສະຫວ່າງ​ຕ່າງໆ​ຂຶ້ນ​ໃນ​ແຜ່ນ​ຟ້າ​ຂອງ​ທ້ອງຟ້າ​ເພື່ອ​ແຍກ​ກາງເວັນ​ອອກ​ຈາກ​ກາງຄືນ ແລະ ໃຫ້​ເປັນ​ເຄື່ອງໝາຍ​ບອກ​ລະດູ, ບອກ​ວັນ ແລະ ບອກ​ປີ,
15 and let them be lights in the sky's expanse, to give light on the earth." And it was so. ແລ້ວ​ໃຫ້​ດວງ​ສະຫວ່າງ​ເຫລົ່ານັ້ນ​ສ່ອງ​ສະຫວ່າງ​ຢູ່​ໃນ​ແຜ່ນ​ຟ້າ​ຂອງ​ທ້ອງຟ້າ​ເພື່ອ​ໃຫ້​ແສງສະຫວ່າງ​ແກ່​ແຜ່ນດິນໂລກ”. ແລ້ວ​ກໍ​ເປັນ​ໄປ​ຕາມ​ນັ້ນ.
16 Our Father made two great lights—the greater light to rule the day, the lesser light to rule the night. He also made the stars. ພຣະເຈົ້າ​ໄດ້​ສ້າງ​ດວງ​ສະຫວ່າງ​ຂະໜາດ​ໃຫຍ່​ສອງ​ດວງ ໃຫ້​ດວງ​ທີ່​ໃຫຍ່​ກວ່າ​ຄອບຄອງ​ກາງເວັນ ແລະ ດວງ​ທີ່​ນ້ອຍ​ກວ່າ​ຄອບຄອງ​ກາງຄືນ. ພຣະອົງ​ຍັງ​ໄດ້​ສ້າງ​ດວງດາວ​ຕ່າງໆ.
17 He set them in the expanse of the sky to give light on the earth, ພຣະເຈົ້າ​ໄດ້​ກຳນົດ​ຕຳແໜ່ງ​ຂອງ​ພວກ​ມັນ​ໄວ້​ໃນ​ແຜ່ນ​ຟ້າ​ຂອງ​ທ້ອງຟ້າ​ເພື່ອ​ໃຫ້​ແສງສະຫວ່າງ​ແກ່​ໂລກ,
18 to rule the day and the night, and to separate light from darkness. He saw it was good. ເພື່ອ​ຄອບຄອງ​ກາງເວັນ ແລະ ກາງຄືນ ແລະ ເພື່ອ​ແຍກ​ຄວາມສະຫວ່າງ​ອອກ​ຈາກ​ຄວາມມືດ. ແລ້ວ​ພຣະເຈົ້າ​ກໍ​ເຫັນ​ວ່າ​ສິ່ງ​ນັ້ນ​ວ່າ​ດີ.
19 So there was evening, and there was morning—the fourth day. ແລ້ວ​ກໍ​ມີ​ເວລາ​ຄ່ຳ ແລະ ມີ​ເວລາ​ເຊົ້າ ນີ້​ແມ່ນ​ມື້​ທີ​ສີ່.
20 Then our Father said, "Let the water swarm with living creatures, and let birds fly above the earth, across the sky's expanse." ແລະ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ໃຫ້​ນ້ຳ​ເຕັມ​ໄປ​ດ້ວຍ​ສິ່ງມີຊີວິດ ແລະ ໃຫ້​ນົກ​ທັງຫລາຍ​ບິນ​ໄປ​ມາ​ໃນ​ແຜ່ນ​ຟ້າ​ຂອງ​ທ້ອງຟ້າ”.
21 So he created the great sea creatures, every living creature that moves and swarms in the water by its kind, and every winged bird by its kind. And he saw it was good. ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ສ້າງ​ສັດ​ທະເລ​ຂະໜາດ​ໃຫຍ່ ແລະ ສິ່ງມີຊີວິດ​ທຸກ​ຊະນິດ​ທີ່​ລອຍ​ໄປ​ມາ​ເຕັມ​ຢູ່​ໃນ​ນ້ຳ ຕາມ​ຊະນິດ​ຂອງ​ມັນ ແລະ ນົກ​ຕ່າງໆ​ທີ່​ບິນ​ໄດ້​ຕາມ​ຊະນິດ​ຂອງ​ມັນ. ແລ້ວ​ພຣະເຈົ້າ​ກໍ​ເຫັນ​ວ່າ​ສິ່ງ​ນັ້ນ​ດີ.
22 Our Father blessed them and said, "Be fruitful, multiply, fill the waters in the seas, and let birds multiply on earth." ພຣະເຈົ້າ​ໄດ້​ອວຍພອນ​ສັດ​ເຫລົ່ານັ້ນ ແລະ ກ່າວ​ວ່າ, “ຈົ່ງ​ເກີດ​ແມ່​ແຜ່​ລູກ ແລະ ເພີ່ມ​ຈຳນວນ​ຂຶ້ນ​ຈົນ​ເຕັມ​ນໍ້າ​ໃນ​ທະເລ. ແລະ ຈົ່ງ​ໃຫ້​ນົກ​ເພີ່ມ​ຈຳນວນ​ຂຶ້ນ​ເທິງ​ແຜ່ນດິນໂລກ”.
23 And there was evening, and there was morning—the fifth day. ແລ້ວ​ກໍ​ມີ​ເວລາ​ຄ່ຳ ແລະ ມີ​ເວລາ​ເຊົ້າ ນີ້​ແມ່ນ​ມື້​ທີ​ຫ້າ.
24 And our Father said, "Let the land produce living creatures by kind: livestock, crawling creatures, and wild animals, each by kind." And it was so. ແລະ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ໃຫ້​ແຜ່ນດິນ​ເກີດ​ສິ່ງມີຊີວິດ​ຕາມ​ຊະນິດ​ຂອງ​ມັນ​ຄື: ສັດລ້ຽງ, ສັດເລືອຄານ ແລະ ສັດປ່າ ຕາມ​ຊະນິດ​ຂອງ​ມັນ” ແລ້ວ​ກໍ​ເປັນ​ໄປ​ຕາມ​ນັ້ນ.
25 He made wild animals by their kind, livestock by their kind, and every creature crawling the ground by its kind. And he saw that it was good. ພຣະເຈົ້າ​ໄດ້​ສ້າງ​ສັດປ່າ​ຕາມ​ຊະນິດ​ຂອງ​ມັນ, ສັດລ້ຽງ​ຕາມ​ຊະນິດ​ຂອງ​ມັນ ແລະ ສັດເລືອຄານ​ຕາມ​ຊະນິດ​ຂອງ​ມັນ. ແລ້ວ​ພຣະເຈົ້າ​ກໍ​ເຫັນ​ວ່າ​ສິ່ງ​ນັ້ນ​ດີ.
26 Then our Father said, "Let us make humanity in our image, in our likeness, to rule the fish of the sea, the birds of the sky, the livestock, all the earth, and every creature crawling on the ground." ແລ້ວ​ພຣະເຈົ້າ​ໄດ້​ກ່າວ​ວ່າ, “ໃຫ້​ພວກເຮົາ​ສ້າງ​ມະນຸດ​ຂຶ້ນ​ຕາມ​ແບບ​ຂອງ​ເຮົາ, ຕາມ​ຢ່າງ​ເຮົາ, ເພື່ອ​ໃຫ້​ພວກເຂົາ​ປົກຄອງ​ປາ​ໃນ​ທະເລ ແລະ ຝູງ​ນົກ​ໃນ​ທ້ອງຟ້າ, ສັດລ້ຽງ ແລະ ສັດປ່າ​ທັງໝົດ ແລະ ສັດເລືອຄານ​ທັງໝົດ”.
27 So our Father created humanity in his own image; in the image of God he created them; male and female he created them. ດັ່ງນັ້ນ ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ຕາມ​ພາບ​ສະທ້ອນ​ຂອງ​ພຣະອົງ, ໃນ​ພາບ​ສະທ້ອນ​ຂອງ​ພຣະເຈົ້າ​ນັ້ນ ພຣະອົງ​ໄດ້​ສ້າງ​ພວກເຂົາ​ຂຶ້ນ; ພຣະອົງ​ສ້າງ​ພວກເຂົາ​ໃຫ້​ເປັນ​ຊາຍ ແລະ ຍິງ.
28 Our Father blessed them and said to them, "Be fruitful, multiply, fill the earth and subdue it. Rule the fish of the sea, the birds of the sky, and every living creature that moves on the earth." ພຣະເຈົ້າ​ໄດ້​ອວຍພອນ​ພວກເຂົາ ແລະ ເວົ້າ​ຕໍ່​ພວກເຂົາ​ວ່າ, “ຈົ່ງ​ມີ​ລູກ​ຫລານ ແລະ ເພີ່ມ​ຈໍານວນ​ຂຶ້ນ​ຈົນ​ເຕັມ​ໂລກ ແລະ ມີ​ອຳນາດ​ເໜືອ​ແຜ່ນດິນ. ຈົ່ງ​ຄອບຄອງ​ປາ​ໃນ​ທະເລ, ນົກ​ໃນ​ທ້ອງຟ້າ ແລະ ສັດ​ເລືອຄານ​ທັງໝົດ”.
29 Then he said, "I give you every seed-bearing plant across the whole earth, and every tree with seed-bearing fruit—they will be your food. ແລ້ວ​ພຣະເຈົ້າ​ເວົ້າ​ວ່າ, “ເຮົາ​ໃຫ້​ພືດພັນ​ທຸກ​ຊະນິດ​ທີ່​ໃຫ້​ເມັດ ເຊິ່ງ​ມີ​ຢູ່​ທົ່ວ​ຜືນ​ແຜ່ນດິນໂລກ ແລະ ຕົ້ນໄມ້​ທຸກ​ຕົ້ນ​ທີ່​ມີ​ແກ່ນ​ຢູ່​ໃນ​ໝາກ​ຂອງ​ມັນ. ໝາກໄມ້​ເຫລົ່ານີ້​ຈະ​ເປັນ​ອາຫານ​ສຳລັບ​ພວກເຈົ້າ.
30 To every animal of the earth, every bird of the sky, everything crawling on the ground with breath of life, I give every green plant for food." And so it happened. ສ່ວນ​ສັດ​ທັງໝົດ​ທີ່​ຢູ່​ເທິງ​ແຜ່ນດິນໂລກ, ນົກ​ທັງໝົດ​ໃນ​ທ້ອງຟ້າ ແລະ ສັດເລືອຄານ​ທັງໝົດ ຄື​ທຸກສິ່ງ​ທີ່​ມີຊີວິດ​ທັງປວງ​ເທິງ​ແຜ່ນດິນໂລກ​ນັ້ນ ເຮົາ​ໃຫ້​ພືດ​ສີຂຽວ​ທຸກ​ຊະນິດ​ເພື່ອ​ເປັນ​ອາຫານ”. ແລ້ວ​ກໍ​ເປັນ​ໄປ​ຕາມ​ນັ້ນ.
31 Our Father saw all he had made, and it was very good. So there was evening, and there was morning—the sixth day. ພຣະເຈົ້າ​ໄດ້​ເຫັນ​ທຸກສິ່ງ​ທີ່​ພຣະອົງ​ສ້າງ​ຂຶ້ນ ແລະ ກໍ​ເຫັນ​ວ່າ​ສິ່ງ​ນັ້ນ​ດີ. ແລ້ວ​ກໍ​ມີ​ເວລາ​ຄ່ຳ ແລະ ມີ​ເວລາ​ເຊົ້າ ນີ້​ແມ່ນ​ມື້​ທີ​ຫົກ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]