Skip to content
The Believer's Library

Biblica® Open Lao Contemporary Version

Ecclesiastes 4 OLCV

Side by side with the Father's Heart Bible™

ການ​ຂົ່ມເຫັງ, ການ​ເຮັດ​ວຽກ​ໜັກ, ການ​ຂາດ​ມິດ

1ແລ້ວ​ຂ້າພະເຈົ້າ​ໄດ້​ເບິ່ງ ແລະ ໄດ້​ເຫັນ​ການ​ກົດຂີ່​ຂົ່ມເຫັງ​ທັງໝົດ​ທີ່​ເກີດ​ຂຶ້ນ​ພາຍໃຕ້​ດວງ​ຕາເວັນ​ອີກ​ຄັ້ງ:ຂ້າພະເຈົ້າ​ໄດ້​ເຫັນ​ນ້ຳຕາ​ຂອງ​ຄົນ​ທີ່​ຖືກ​ກົດຂີ່​ຂົ່ມເຫັງແລະ ບໍ່​ມີ​ຜູ້ໃດ​ໜູນໃຈ​ພວກເຂົາ.ອຳນາດ​ທັງຫລາຍ​ກໍ​ຢູ່​ໃນ​ມື​ຂອງ​ຄົນ​ທີ່​ກົດຂີ່​ຂົ່ມເຫັງ​ພວກເຂົາແລະ ບໍ່​ມີ​ຜູ້ໃດ​ໜູນໃຈ​ພວກເຂົາ.

2ແລະ ຂ້າພະເຈົ້າ​ຈຶ່ງ​ປະກາດ​ວ່າ​ຄົນຕາຍ,ຜູ້​ທີ່​ຕາຍ​ໄປ​ແລ້ວ,ກໍ​ມີ​ຄວາມສຸກ​ຫລາຍ​ກວ່າ​ຄົນ​ເປັນເຊິ່ງ​ຍັງ​ຕ້ອງ​ມີຊີວິດ​ຢູ່.

3ແຕ່​ດີ​ກວ່າ​ຄົນ​ທັງ​ສອງ​ປະເພດ​ນັ້ນ,ກໍ​ຄື​ຜູ້​ທີ່​ບໍ່​ເຄີຍ​ເກີດ​ມາ,ເຊິ່ງ​ບໍ່​ເຄີຍ​ເຫັນ​ຄວາມ​ຊົ່ວຮ້າຍທີ່​ພາ​ກັນ​ເຮັດ​ມາ​ພາຍໃຕ້​ດວງ​ຕາເວັນ.

4ແລະ ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ວຽກ​ໜັກ ແລະ ຄວາມ​ສຳເລັດ​ທັງໝົດ​ເກີດ​ຂຶ້ນ​ຈາກ​ຄວາມ​ອິດສາ​ຂອງ​ຄົນ​ອື່ນ. ນີ້​ກໍ​ອະນິຈັງ, ເໝືອນ​ແລ່ນ​ໄລ່​ຕາມ​ລົມ.

5ຄົນ​ໂງ່​ງໍ​ມື​ງໍ​ຕີນແລະ ທຳລາຍ​ຕົນ​ເອງ.

6ມີ​ຊັບ​ພຽງ​ເລັກ​ນ້ອຍ​ແຕ່​ມີ​ຄວາມ​ສະຫງົບສຸກກໍ​ດີ​ກວ່າ​ມີ​ເຕັມ​ສອງ​ມື​ແຕ່​ຕ້ອງ​ເຮັດ​ວຽກ​ໜັກແລະ ກໍ​ຄື​ແລ່ນ​ໄລ່​ຕາມ​ລົມ.

7ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ສິ່ງ​ທີ່​ອະນິຈັງ​ພາຍໃຕ້​ດວງ​ຕາເວັນ:

8ຄື ຊາຍ​ຄົນ​ໜຶ່ງ​ຢູ່​ຕາມ​ລຳພັງ;ລາວ​ບໍ່​ມີ​ລູກ ບໍ່​ມີ​ພີ່ນ້ອງ.ລາວ​ມີ​ເຮັດ​ວຽກ​ໜັກ​ຢູ່​ບໍ່​ເຊົາ,ເຖິງ​ປານ​ນັ້ນ ຕາ​ຂອງ​ລາວ​ກໍ​ບໍ່​ພໍໃຈ​ກັບ​ຊັບສົມບັດ​ທີ່​ຕົນ​ມີ.ລາວ​ໄດ້​ຖາມ​ຕົນ​ເອງ​ວ່າ, “ຂ້ອຍ​ຈະ​ເຮັດ​ວຽກ​ໜັກ​ໄປ​ເພື່ອ​ຜູ້ໃດ,ແລະ ຂ້ອຍ​ຍອມ​ເສຍ​ຄວາມສຸກ​ໄປ​ເຮັດ​ຫຍັງ?”ນີ້​ກໍ​ອະນິຈັງ​ເໝືອນ​ກັນເປັນ​ເລື່ອງ​ທີ່​ໜ້າ​ສັງເວດ!

9ສອງ​ຄົນ​ກໍ​ດີ​ກວ່າ​ຄົນ​ດຽວ,ເພາະ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຜົນ​ຕອບແທນ​ຈາກ​ການ​ເຮັດ​ວຽກ​ຂອງ​ພວກເຂົາ​ທີ່​ດີ​ກວ່າ:

10ຖ້າ​ຄົນ​ໜຶ່ງ​ໃນ​ພວກເຂົາ​ລົ້ມ​ລົງ,ອີກ​ຄົນ​ໜຶ່ງ​ກໍ​ສາມາດ​ຊ່ວຍ​ລາວ​ໃຫ້​ລຸກ​ຂຶ້ນ​ໄດ້.ແຕ່​ສົງສານ​ຄົນ​ທີ່​ລົ້ມ​ລົງແລະ ບໍ່​ມີ​ຜູ້ໃດ​ຊ່ວຍ​ພວກເຂົາ​ໃຫ້​ລຸກ​ຂຶ້ນ​ໄດ້.

11ນອກ​ຈາກ​ນີ້, ຖ້າ​ສອງ​ຄົນ​ນອນ​ນຳ​ກັນ, ພວກເຂົາ​ກໍ​ອົບອຸ່ນ​ໄດ້.ແຕ່​ຄົນ​ທີ່​ນອນ​ຄົນ​ຢູ່​ດຽວ​ຈະ​ອົບອຸ່ນ​ໄດ້​ຢ່າງໃດ?

12ຄົນ​ດຽວ​ອາດ​ຖືກ​ປາບ​ລົງ​ໄດ້,ສອງ​ຄົນ​ກໍ​ປົກປ້ອງ​ກັນ​ໄດ້.ເຊືອກ​ສາມ​ກຽວ​ຍ່ອມ​ບໍ່​ຂາດ​ງ່າຍໆ.

ຄວາມ​ກ້າວ​ໜ້າ​ກໍ​ອະນິຈັງ

13ເປັນ​ຄົນ​ໜຸ່ມ​ທຸກຍາກ​ແຕ່​ສະຫລາດ ກໍ​ດີ​ກວ່າ​ກະສັດ​ຊະລາ​ແຕ່​ໂງ່​ຈ້າ​ທີ່​ບໍ່​ໃສ່ໃຈ​ຟັງ​ຄຳ​ເຕືອນ. 14ໜຸ່ມ​ຄົນ​ນັ້ນ​ອາດ​ມາ​ຈາກ​ການ​ເປັນ​ຄົນ​ຄຸກ​ສູ່​ການ​ເປັນ​ກະສັດ ຫລື ລາວ​ອາດ​ຈະ​ເກີດ​ມາ​ເປັນ​ຄົນ​ທຸກຍາກ​ໃນ​ອານາຈັກ​ຂອງ​ລາວ​ເອງ. 15ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ຜູ້​ທີ່​ມີ​ຊີວິດ ແລະ ດຳເນີນ​ຢູ່​ພາຍໃຕ້​ດວງ​ຕາເວັນ​ຕິດຕາມ​ຊາຍ​ໜຸ່ມ​ຄົນ​ນັ້ນ, ຜູ້​ສືບທອດ​ບັນລັງ​ຂອງ​ກະສັດ. 16ຄົນ​ທັງຫລາຍ​ມາ​ພົບ​ພວກເຂົາ​ໂດຍ​ບໍ່​ຂາດ. ແຕ່​ບັນດາ​ຄົນ​ລຸ້ນ​ຕໍ່ໄປ​ກໍ​ຂຶ້ນ​ມາ ແລະ ບໍ່​ຍອມ​ຮັບ. ນີ້​ກໍ​ອະນິຈັງ, ເໝືອນ​ແລ່ນ​ໄລ່​ຕາມ​ລົມ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]