Side by side with the Father's Heart Bible™ ໂມເຊຕາຍ
1ແລ້ວຈາກທົ່ງພຽງໂມອາບ ໂມເຊກໍໄດ້ປີນຂຶ້ນໄປເທິງພູເຂົາເນໂບຈົນໄປເຖິງຈອມພູເຂົາປີສະກາ, ເຊິ່ງຢູ່ກົງກັນຂ້າມກັບເມືອງເຢຣິໂກ. ທີ່ນັ້ນພຣະເຈົ້າຢາເວໄດ້ສະແດງດິນແດນທັງໝົດໃຫ້ເພິ່ນເຫັນຄື: ຈາກກີເລອາດຈົນຮອດດານ, 2ເຂດແດນທັງໝົດຂອງເນັບທາລີ, ເຂດແດນຂອງເອຟຣາອິມ ແລະ ມານາເຊ, ເຂດແດນທັງໝົດຂອງຢູດາໄກອອກໄປຈົນຮອດທະເລເມດີແຕຣາເນ, 3ເນເກັບ ແລະ ຂອບເຂດທັງໝົດ ຈາກຮ່ອມພູເຢຣິໂກ, ເມືອງແຫ່ງຕົ້ນປາມ, ຈົນຮອດໂຊອາ. 4ແລ້ວພຣະເຈົ້າຢາເວເວົ້າກັບເພິ່ນວ່າ, “ນີ້ຄືດິນແດນທີ່ເຮົາສັນຍາດ້ວຍຄຳປະຕິຍານໄວ້ກັບອັບຣາຮາມ, ອີຊາກ ແລະ ຢາໂຄບ ເມື່ອເຮົາກ່າວວ່າ, ‘ເຮົາຈະຍົກດິນແດນນີ້ໃຫ້ແກ່ເຊື້ອສາຍຂອງເຈົ້າ’. ເຮົາໄດ້ໃຫ້ເຈົ້າເຫັນດ້ວຍຕາຂອງເຈົ້າແລ້ວ, ແຕ່ເຈົ້າຈະບໍ່ໄດ້ຂ້າມໄປໃນດິນແດນນັ້ນ”.
5ແລະ ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວກໍໄດ້ຕາຍໄປຢູ່ທີ່ນັ້ນໃນໂມອາບ, ຕາມທີ່ພຣະເຈົ້າຢາເວໄດ້ເວົ້າໄວ້. 6ພຣະອົງໄດ້ຝັງເພິ່ນໄວ້ໃນຮ່ອມພູທີ່ຢູ່ກົງກັນຂ້າມກັບເບັດເປອໍໃນໂມອາບ, ແຕ່ບໍ່ມີຜູ້ໃດຮູ້ຂຸມຝັງສົບຂອງເພິ່ນຈົນເຖິງທຸກວັນນີ້. 7ໂມເຊໄດ້ຕາຍໄປເມື່ອເພິ່ນມີອາຍຸໄດ້ 120 ປີ, ສາຍຕາຂອງເພິ່ນຍັງດີ ແລະ ເຫື່ອແຮງຂອງເພິ່ນບໍ່ໄດ້ຊຸດໂຊມລົງເລີຍ. 8ປະຊາຊົນອິດສະຣາເອນໄດ້ໄວ້ທຸກໃຫ້ໂມເຊເປັນເວລາສາມສິບວັນໃນທົ່ງພຽງໂມອາບ ຈົນເຖິງເວລາແຫ່ງການຮ້ອງໄຫ້ໄວ້ທຸກຈົບລົງ.
9ບັດນີ້ ໂຢຊວຍລູກຊາຍຂອງນູນກໍເຕັມດ້ວຍວິນຍານແຫ່ງສະຕິປັນຍາ ເພາະໂມເຊໄດ້ວາງມືຂອງຕົນໃສ່ເພິ່ນ. ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງຟັງຄວາມເພິ່ນ ແລະ ເຮັດສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້.
10ຕັ້ງແຕ່ນັ້ນມາ, ບໍ່ມີຜູ້ທຳນວາຍຄົນໃດທີ່ໄດ້ຖືກຍົກຂຶ້ນໃນອິດສະຣາເອນເປັນເໝືອນໂມເຊ, ຜູ້ທີ່ພຣະເຈົ້າຢາເວຮູ້ຈັກໜ້າຕໍ່ໜ້າ, 11ຜູ້ທີ່ໄດ້ເຮັດໝາຍສຳຄັນ ແລະ ການອັດສະຈັນທັງຫລາຍທີ່ພຣະເຈົ້າຢາເວໄດ້ໃຊ້ເພິ່ນໄປເຮັດກັບຟາໂຣໃນເອຢິບ ແລະ ເຮັດກັບຂ້າລາຊະການ ແລະ ເຮັດກັບດິນແດນທັງໝົດຂອງເພິ່ນ. 12ເພາະບໍ່ເຄີຍມີຜູ້ໃດສະແດງອຳນາດຍິ່ງໃຫຍ່ ຫລື ສະແດງການກະທຳອັນໜ້າຢ້ານກົວດັ່ງທີ່ໂມເຊໄດ້ກະທຳໃນສາຍຕາຂອງຊາວອິດສະຣາເອນທັງໝົດ.