Skip to content
The Believer's Library

Biblica® Open Lao Contemporary Version

Acts 9 OLCV

Show OLCV only
Verse × ×
1 But Saul, still breathing threats and murder against the Lord's disciples, went to the high priest, ໃນ​ຂະນະ​ດຽວ​ກັນ​ນັ້ນ, ໂຊໂລ​ຍັງ​ສືບຕໍ່​ຂົ່ມຂູ່​ວ່າ​ຈະ​ຂ້າ​ພວກສາວົກ​ຂອງ​ອົງພຣະຜູ້ເປັນເຈົ້າ. ໂຊໂລ​ໄດ້​ເຂົ້າ​ພົບ​ມະຫາ​ປະໂລຫິດ
2 and asked him for letters to Damascus's synagogues, so that if he found any of the Way, men or women, he could bring them bound to Jerusalem. ແລະ ຂໍ​ໜັງສື​ແນະນຳ​ໂຕ​ໄປ​ຍັງ​ທຳມະສາລາ​ຕ່າງໆ​ໃນ​ເມືອງ​ດາມັສກັດ, ເພື່ອ​ວ່າ​ຖ້າ​ລາວ​ພົບ​ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອຖື “ທາງນັ້ນ” ບໍ່​ວ່າ​ຜູ້ຊາຍ ຫລື ແມ່ຍິງ, ລາວ​ກໍ​ຈະ​ຈັບ​ພວກເຂົາ​ເປັນ​ນັກໂທດ​ແລ້ວ​ນຳ​ໄປ​ເຢຣູຊາເລັມ.
3 As he traveled and was approaching Damascus, suddenly a light from heaven flashed around him. ເມື່ອ​ລາວ​ເດີນທາງ​ມາ​ໃກ້​ຈະ​ຮອດ​ເມືອງ​ດາມັສກັດ, ໃນ​ທັນໃດ​ນັ້ນ ກໍ​ມີ​ແສງສະຫວ່າງ​ຈາກ​ສະຫວັນ​ສ່ອງ​ແມບມາບ​ລົງ​ມາ​ອ້ອມ​ລາວ.
4 He fell to the ground and heard a voice saying, "Saul, Saul, why are you persecuting me?" ລາວ​ລົ້ມລົງ​ພື້ນດິນ ແລະ ໄດ້​ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ລາວ​ວ່າ, “ໂຊໂລ, ໂຊໂລ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?”
5 He said, "Who are you, Lord?" And he said, "I am Jesus, whom you are persecuting. ໂຊໂລ​ໄດ້​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຄື​ຜູ້ໃດ?” ພຣະອົງ​ຕອບ​ວ່າ, “ເຮົາ​ຄື​ເຢຊູ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ”.
6 But rise and enter the city, and you will be told what you must do." ບັດນີ້ “ຈົ່ງ​ລຸກຂຶ້ນ​ເຂົ້າ​ໄປ​ໃນ​ເມືອງ, ແລ້ວ​ຈະ​ມີ​ຜູ້​ບອກ​ເຈົ້າ​ໃຫ້​ຮູ້​ວ່າ​ເຈົ້າ​ຕ້ອງ​ເຮັດ​ຢ່າງໃດ”.
7 The men traveling with him stood speechless, hearing the voice but seeing no one. ຜູ້ຊາຍ​ທັງຫລາຍ​ທີ່​ຮ່ວມ​ເດີນທາງ​ໄປ​ກັບ​ໂຊໂລ​ນັ້ນ​ຕ່າງ​ກໍ​ຢືນ​ນິ້ງ​ຢູ່​ເວົ້າ​ບໍ່​ອອກ, ພວກເຂົາ​ໄດ້​ຍິນ​ສຽງ​ນັ້ນ​ແຕ່​ບໍ່​ເຫັນ​ຜູ້ໃດ.
8 Saul got up from the ground, but with eyes open he saw nothing; they led him by the hand and brought him into Damascus. ໂຊໂລ​ໄດ້​ລຸກຂຶ້ນ​ຈາກ​ພື້ນດິນ, ແຕ່​ພໍ​ເມື່ອ​ລາວ​ມືນ​ຕາ​ຂຶ້ນ​ກໍ​ເບິ່ງ​ບໍ່​ເຫັນ​ສິ່ງໃດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈູງ​ມື​ໂຊໂລ​ເຂົ້າ​ໄປ​ເມືອງ​ດາມັສກັດ.
9 He was blind for three days and neither ate nor drank. ເປັນ​ເວລາ​ສາມ​ວັນ​ທີ່​ໂຊໂລ​ຕາບອດ ແລະ ທັງ​ບໍ່​ໄດ້​ກິນ ແລະ ບໍ່​ໄດ້​ດື່ມ​ຫຍັງ.
10 A disciple named Ananias lived in Damascus. In a vision the Lord said, "Ananias." He answered, "Here I am, Lord." ໃນ​ເມືອງ​ດາມັສກັດ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ອານາເນຍ, ອົງພຣະຜູ້ເປັນເຈົ້າ​ເອີ້ນ​ລາວ​ໃນ​ນິມິດ​ວ່າ, “ອານາເນຍ!” ລາວ​ຕອບ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ”.
11 The Lord said to him, "Get up, go to the street called Straight, and look in Judas's house for a man from Tarsus named Saul—he is praying, ອົງພຣະຜູ້ເປັນເຈົ້າ​ບອກ​ລາວ​ວ່າ, “ຈົ່ງ​ໄປ​ທີ່​ເຮືອນ​ຂອງ​ຢູດາ​ທີ່​ຢູ່​ເທິງ​ຖະໜົນ​ຊື່ ແລະ ໃຫ້​ຖາມ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ​ໂຊໂລ​ຜູ້​ທີ່​ມາ​ຈາກ​ເມືອງ​ຕາໂຊ, ເພາະ​ລາວ​ກຳລັງ​ອະທິຖານ​ຢູ່,
12 and in a vision has seen a man named Ananias come in and place his hands on him so he may see again." ໃນ​ນິມິດ​ລາວ​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ​ຊື່​ອານາເນຍ​ເຂົ້າ​ມາ ແລະ ວາງ​ມື​ໃສ່​ລາວ​ເພື່ອ​ໃຫ້​ລາວ​ເຫັນຮຸ່ງ​ໄດ້​ອີກ”.
13 Ananias replied, "Lord, many have told me about this man—the harm he's done your holy ones in Jerusalem. ອານາເນຍ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍ​ໄດ້​ຍິນ​ຫລາຍ​ຄົນ​ເວົ້າ​ເຖິງ​ເລື່ອງ​ຊາຍ​ຄົນ​ນີ້ ແລະ ຄວາມ​ຊົ່ວຮ້າຍ​ທັງໝົດ​ທີ່​ລາວ​ໄດ້​ເຮັດ​ຕໍ່​ຜູ້​ບໍລິສຸດ​ຂອງ​ພຣະອົງ​ໃນ​ເຢຣູຊາເລັມ.
14 And here he has authority from the chief priests to bind all who call on your name." ແລະ ລາວ​ໄດ້​ມາ​ທີ່​ນີ້​ດ້ວຍ​ສິດອຳນາດ​ຈາກ​ຫົວໜ້າ​ປະໂລຫິດ​ເພື່ອ​ຈັບກຸມ​ຄົນ​ທັງໝົດ​ທີ່​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ”.
15 But the Lord said to him, "Go, for this man is my chosen instrument to carry my name before nations, kings, and Israel's people. ແຕ່​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ອານາເນຍ​ວ່າ, “ຈົ່ງ​ໄປ​ສາ! ເພາະວ່າ​ຊາຍ​ຄົນ​ນີ້​ເປັນ​ເຄື່ອງມື​ທີ່​ເຮົາ​ໄດ້​ເລືອກ​ໄວ້​ເພື່ອ​ໃຫ້​ປະກາດ​ນາມ​ຂອງ​ເຮົາ​ກັບ​ຄົນຕ່າງຊາດ, ບັນດາ​ກະສັດ​ຂອງ​ພວກເຂົາ ແລະ ຊາວ​ອິດສະຣາເອນ.
16 For I will show him how much he must suffer for the sake of my name." ເຮົາ​ຈະ​ສະແດງ​ໃຫ້​ລາວ​ເຫັນ​ວ່າ​ລາວ​ຕ້ອງ​ທົນທຸກ​ຫລາຍ​ເທົ່າໃດ​ເພາະ​ນາມ​ຂອງ​ເຮົາ”.
17 Ananias went and entered the house. He laid hands on Saul and said, "Brother Saul, the Lord Jesus—who appeared to you on the road you traveled—sent me so you may see again and be filled with the Holy Spirit." ແລ້ວ​ອານາເນຍ​ກໍ​ໄປ ແລະ ເຂົ້າ​ໄປ​ໃນ​ເຮືອນ​ນັ້ນ. ລາວ​ໄດ້​ວາງມື​ໃສ່​ໂຊໂລ, ລາວ​ເວົ້າ​ວ່າ, “ອ້າຍ​ໂຊໂລ, ອົງພຣະຜູ້ເປັນເຈົ້າ​ຄື​ພຣະເຢຊູເຈົ້າ ຜູ້​ທີ່​ໄດ້​ປາກົດ​ແກ່​ເຈົ້າ​ລະຫວ່າງ​ທາງ​ທີ່​ເຈົ້າ​ກຳລັງ​ມາ​ນັ້ນ ໄດ້​ສົ່ງ​ເຮົາ​ມາ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ເຫັນຮຸ່ງ​ອີກ ແລະ ເພື່ອ​ເຈົ້າ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.
18 Immediately something like scales fell from his eyes, and he could see again. He got up and was baptized, ທັນໃດ​ນັ້ນ, ກໍ​ມີ​ສິ່ງ​ໜຶ່ງ​ເໝືອນ​ເກັດປາ​ຕົກ​ຈາກ​ຕາ​ຂອງ​ໂຊໂລ ແລະ ເພິ່ນ​ກໍ​ເຫັນຮຸ່ງ​ໄດ້​ອີກ. ໂຊໂລ​ຈຶ່ງ​ລຸກຂຶ້ນ ແລະ ຮັບ​ບັບຕິສະມາ.
19 and after eating, he regained his strength. For some days he was with the disciples in Damascus, ແລະ ຫລັງຈາກ​ກິນ​ອາຫານ​ແລ້ວ, ເພິ່ນ​ກໍ​ມີ​ແຮງ​ຂຶ້ນ. ໂຊໂລ​ໄດ້​ພັກ​ຢູ່​ກັບ​ພວກສາວົກ​ໃນ​ເມືອງ​ດາມັສກັດ​ເປັນ​ເວລາ​ຫລາຍ​ວັນ.
20 and immediately he began proclaiming Jesus in the synagogues, that he is the Son of our Father. ເພິ່ນ​ກໍ​ໄດ້​ເລີ່ມ​ເທດສະໜາ​ທັນທີ​ໃນ​ທຳມະສາລາ​ຕ່າງໆ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.
21 All who heard were amazed and said, "Isn't this the man who caused such havoc in Jerusalem among those calling on this name? And hasn't he come here for this: to bring them bound before the chief priests?" ທຸກຄົນ​ທີ່​ໄດ້​ຍິນ​ກໍ​ປະຫລາດໃຈ ແລະ ຖາມ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ທຳລາຍ​ບັນດາ​ຜູ້​ທີ່​ຮ້ອງ​ອອກ​ນາມ​ນີ້​ໃນ​ເຢຣູຊາເລັມ​ແມ່ນ​ບໍ? ແລະ ລາວ​ມາ​ທີ່​ນີ້​ກໍ​ເພື່ອ​ຈັບ​ເອົາ​ຄົນ​ເຫລົ່ານັ້ນ​ເປັນ​ນັກໂທດ​ສົ່ງ​ໃຫ້​ຫົວໜ້າ​ປະໂລຫິດ​ແມ່ນ​ບໍ?”
22 But Saul grew stronger still, bewildering the Jews living in Damascus by proving this one is the Christ. ແຕ່​ການ​ປະກາດ​ຂອງ​ໂຊໂລ​ກໍ​ຍິ່ງ​ມີ​ລິດອຳນາດ​ເຂັ້ມແຂງ​ຂຶ້ນ ໂດຍ​ພິສູດ​ໃຫ້​ເຫັນ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ ແລະ ເຮັດ​ໃຫ້​ຊາວຢິວ​ໃນ​ເມືອງ​ດາມັສກັດ​ສັບສົນ.
23 After many days had passed, the Jews plotted to kill him, ຫລັງຈາກ​ຫລາຍ​ວັນ​ຜ່ານໄປ, ພວກ​ຢິວ​ໄດ້​ວາງ​ແຜນການ​ຈະ​ຂ້າ​ໂຊໂລ,
24 but Saul learned of their plot; they watched the gates day and night to kill him, ແຕ່​ໂຊໂລ​ໄດ້​ຮູ້​ແຜນການ​ຂອງ​ພວກເຂົາ. ຄົນ​ເຫລົ່ານີ້​ໄດ້​ເຝົ້າ​ຍາມ​ຢູ່​ທີ່​ປະຕູ​ເມືອງ​ທັງ​ກາງເວັນ ແລະ ກາງຄືນ​ເພື່ອ​ຈະ​ຂ້າ​ເພິ່ນ.
25 but at night his disciples lowered him through the wall in a basket. ແຕ່​ລູກສິດ​ຂອງ​ໂຊໂລ​ໄດ້​ພາ​ເພິ່ນ​ອອກ​ມາ​ຕອນ​ກາງຄືນ​ໂດຍ​ໃຫ້​ເພິ່ນ​ເຂົ້າ​ໃນ​ກະຕ່າ​ແລ້ວ​ຢ່ອນ​ລົງ​ມາ​ຕາມ​ປ່ອງ​ກຳແພງ​ເມືອງ.
26 Arriving in Jerusalem, he tried to join the disciples, but all feared him, not believing he was a disciple. ເມື່ອ​ໂຊໂລ​ມາ​ເຖິງ​ເຢຣູຊາເລັມ, ເພິ່ນ​ກໍ​ພະຍາຍາມ​ທີ່​ຈະ​ເຂົ້າ​ຮ່ວມ​ກັບ​ພວກສາວົກ, ແຕ່​ພວກສາວົກ​ທັງໝົດ​ພາກັນ​ຢ້ານ​ເພິ່ນ, ເພາະ​ບໍ່​ເຊື່ອ​ວ່າ​ເພິ່ນ​ເປັນ​ສາວົກ​ແທ້ໆ.
27 But Barnabas took him to the apostles and explained how Saul had seen the Lord on the road, who spoke to him, and how in Damascus he had spoken boldly in Jesus' name. ແຕ່​ບາຣະນາບາ​ໄດ້​ພາ​ເພິ່ນ​ໄປ​ພົບ​ບັນດາ​ອັກຄະສາວົກ. ບາຣະນາບາ​ໄດ້​ເລົ່າເລື່ອງ​ໃຫ້​ພວກເພິ່ນ​ຟັງ​ວ່າ​ໂຊໂລ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ໃນ​ກາງທາງ​ນັ້ນ​ຢ່າງໃດ ແລະ ພຣະອົງ​ໄດ້​ກ່າວ​ກັບ​ເພິ່ນ​ຢ່າງໃດ ແລະ ເພິ່ນ​ໄດ້​ເທດສະໜາ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ທີ່​ເມືອງ​ດາມັສກັດ​ດ້ວຍ​ໃຈ​ກ້າຫານ​ຢ່າງໃດ​ດ້ວຍ.
28 So he was with them, moving freely about Jerusalem, speaking boldly in the name of the Lord. ດັ່ງນັ້ນ ໂຊໂລ​ຈຶ່ງ​ໄດ້​ພັກ​ຢູ່​ກັບ​ພວກເພິ່ນ ແລະ ທຽວ​ໄປ​ມາ​ຢ່າງ​ອິດສະຫລະ​ໃນ​ເຢຣູຊາເລັມ ແລະ ກ່າວ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມ​ກ້າຫານ.
29 He spoke and debated with the Hellenists, but they were seeking to kill him. ເພິ່ນ​ຍັງ​ໄດ້​ສົນທະນາ ແລະ ໂຕ້ຕອບ​ກັບ​ຊາວ​ຢິວ​ຜູ້​ທີ່​ເວົ້າ​ພາສາ​ກຣີກ, ແຕ່​ພວກເຂົາ​ພະຍາຍາມ​ຈະ​ຂ້າ​ເພິ່ນ.
30 When the brothers learned this, they brought him down to Caesarea and sent him off to Tarsus. ເມື່ອ​ຄົນທີ່ເຊື່ອ​ໄດ້​ຮູ້​ເລື່ອງ​ນີ້, ພວກເຂົາ​ຈຶ່ງ​ໄດ້​ພາ​ໂຊໂລ​ລົງ​ໄປ​ທີ່​ເມືອງ​ກາຍຊາເຣຍ ແລະ ສົ່ງ​ເພິ່ນ​ຕໍ່​ໄປ​ທີ່​ເມືອງ​ຕາໂຊ.
31 So the church throughout Judea, Galilee, and Samaria had peace and was strengthened; walking in the fear of the Lord and comforted by the Holy Spirit, it multiplied in number. ຫລັງຈາກນັ້ນ ຄຣິສຕະຈັກ​ທົ່ວ​ແຂວງ​ຢູດາຍ, ຄາລີເລ ແລະ ຊາມາເຣຍ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ເວລາ​ແຫ່ງ​ຄວາມ​ສະຫງົບສຸກ ແລະ ເຂັ້ມແຂງ​ຂຶ້ນ. ຄຣິສຕະຈັກ​ໄດ້​ເພີ່ມ​ຈຳນວນ​ຫລາຍ​ຂຶ້ນ. ດຳເນີນຊີວິດ​ຢູ່​ໃນ​ຄວາມ​ຢຳເກງ​ອົງພຣະຜູ້ເປັນເຈົ້າ ແລະ ໄດ້​ຮັບ​ກຳລັງໃຈ​ຈາກ​ພຣະວິນຍານບໍລິສຸດເຈົ້າ, ຈຳນວນ​ຜູ້​ທີ່​ເຊື່ອ​ຈຶ່ງ​ເພີ່ມ​ຂຶ້ນ.
32 As Peter traveled among all the believers, he also went down to the holy ones living in Lydda. ຝ່າຍ​ເປໂຕ​ນັ້ນ​ໄດ້​ເດີນທາງ​ໄປ​ຍັງ​ບ່ອນ​ຕ່າງໆ, ເພິ່ນ​ໄດ້​ໄປ​ຢ້ຽມຢາມ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ທີ່​ຢູ່​ໃນ​ເມືອງ​ລິດດາ.
33 There he found a man named Aeneas, bedridden for eight years, who was paralyzed. ໃນ​ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ໄອເນ, ຜູ້​ທີ່​ເປັນ​ອຳມະພາດ ແລະ ນອນ​ຢູ່​ກັບ​ຕຽງ​ມາ​ໄດ້​ແປດ​ປີ​ແລ້ວ.
34 Peter said to him, "Aeneas, Jesus Christ heals you. Get up, make your bed." He got up at once. ເປໂຕ​ເວົ້າ​ກັບ​ລາວ​ວ່າ, “ໄອເນ, ພຣະເຢຊູຄຣິດເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍດີ​ແລ້ວ. ຈົ່ງ​ລຸກ​ຂຶ້ນ ແລະ ມ້ຽນ​ບ່ອນນອນ​ຂອງ​ເຈົ້າ”. ທັນ​ໃດ​ນັ້ນ ໄອເນ​ກໍ​ລຸກ​ຂຶ້ນ.
35 And all who lived in Lydda and Sharon saw him, and they turned to the Lord. ບັນດາ​ຄົນ​ທັງຫລາຍ​ທີ່ຢູ່​ໃນ​ເມືອງ​ລິດດາ ແລະ ຊາໂຣນ ໄດ້​ເຫັນ​ລາວ​ດັ່ງນັ້ນ​ແລ້ວ​ກໍ​ກັບໃຈ​ມາ​ຫາ​ອົງພຣະຜູ້ເປັນເຈົ້າ.
36 In Joppa lived a disciple named Tabitha, meaning Dorcas. She was full of good works and help for the poor. ໃນ​ເມືອງ​ຢົບປາ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ວ່າ​ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາກຣີກ​ວ່າ​ໂດຣະກາ) ນາງ​ເຮັດ​ແຕ່​ຄວາມດີ ແລະ ຊ່ວຍເຫລືອ​ຜູ້ຍາກຈົນ​ຢູ່​ສະເໝີ.
37 In those days she got sick and died; they washed her and laid her in an upstairs room. ໃນ​ເວລາ​ນັ້ນ ນາງ​ໄດ້​ເຈັບປ່ວຍ ແລະ ຕາຍ​ໄປ, ແລ້ວ​ສົບ​ຂອງ​ນາງ​ໄດ້​ຮັບ​ການ​ລ້າງ​ແລ້ວ ແລະ ວາງໄວ້​ທີ່​ຫ້ອງ​ຊັ້ນເທິງ.
38 Since Lydda was near Joppa, disciples who heard Peter was there sent two men to him, urging, "Don't delay coming to us." ເມືອງ​ລິດດາ​ຢູ່​ໃກ້​ກັບ​ເມືອງ​ຢົບປາ; ດັ່ງນັ້ນ ເມື່ອ​ພວກສາວົກ​ໄດ້​ຂ່າວ​ວ່າ​ເປໂຕ​ຢູ່​ໃນ​ເມືອງ​ລິດດາ, ພວກເຂົາ​ຈຶ່ງ​ສົ່ງ​ຊາຍ​ສອງ​ຄົນ​ມາ​ຫາ​ເພິ່ນ ແລະ ຂໍຮ້ອງ​ເພິ່ນ​ວ່າ, “ຂໍ​ໃຫ້​ມາ​ຫາ​ພວກເຮົາ​ໃນ​ທັນທີ!”
39 So Peter got up and went with them. When he arrived, they brought him to the upper room. All the widows stood beside him crying, showing the tunics and cloaks Dorcas had made while with them. ເປໂຕ​ຈຶ່ງ​ໄປ​ກັບ​ພວກເຂົາ ແລະ ເມື່ອ​ເພິ່ນ​ມາ​ຮອດ​ແລ້ວ​ພວກເຂົາ​ກໍ​ພາ​ເປໂຕ​ຂຶ້ນ​ໄປ​ຍັງ​ຫ້ອງ​ຊັ້ນເທິງ. ມີ​ບັນດາ​ແມ່ໝ້າຍ​ມາ​ຢືນ​ອ້ອມ​ເປໂຕ, ຮ້ອງໄຫ້ ແລະ ຊີ້​ໃຫ້​ເພິ່ນ​ເບິ່ງ​ເຄື່ອງນຸ່ງ​ຕ່າງໆ​ທີ່​ໂດຣະກາ​ໄດ້​ເຮັດ​ໃຫ້​ເມື່ອ​ນາງ​ຍັງ​ມີຊີວິດ​ຢູ່​ກັບ​ພວກເຂົາ.
40 Peter sent everyone out, knelt, and prayed. Turning to the body, he said, "Tabitha, get up." She opened her eyes, saw Peter, and sat up. ເປໂຕ​ໄດ້​ໃຫ້​ທຸກຄົນ​ອອກ​ໄປ​ຈາກ​ຫ້ອງ; ແລ້ວ​ເພິ່ນ​ໄດ້​ຄຸເຂົ່າ​ລົງ ແລະ ອະທິຖານ. ເພິ່ນ​ຫັນ​ໄປ​ຫາ​ຍິງ​ທີ່​ຕາຍ​ແລ້ວ​ນັ້ນ, ເພິ່ນ​ເວົ້າ​ວ່າ, “ຕາບີທາ, ຈົ່ງ​ລຸກ​ຂຶ້ນ”. ນາງ​ກໍ​ມືນ​ຕາ ແລະ ເມື່ອ​ເຫັນ​ເປໂຕ​ນາງ​ກໍ​ລຸກ​ຂຶ້ນ​ນັ່ງ.
41 Giving her his hand, he raised her up. Calling the holy ones and the widows, he presented her alive. ເພິ່ນ​ຈຶ່ງ​ຈັບ​ມື​ນາງ​ໃຫ້​ຢືນ​ຂຶ້ນ​ແລ້ວ​ເອີ້ນ​ຜູ້ທີ່ເຊື່ອ​ທຸກຄົນ, ໂດຍສະເພາະ​ພວກ​ແມ່ໝ້າຍ​ນັ້ນ​ມາ ແລະ ເພິ່ນ​ໄດ້​ມອບ​ນາງ​ທີ່​ຄືນ​ມາ​ນັ້ນ​ໃຫ້​ແກ່​ພວກເຂົາ.
42 And it became known throughout all Joppa, and many believed in the Lord. ເລື່ອງ​ນີ້​ໄດ້​ເປັນ​ທີ່​ຮູ້ຈັກ​ທົ່ວ​ເມືອງ​ຢົບປາ ແລະ ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ.
43 And he stayed in Joppa for many days with a man named Simon, a tanner. ຝ່າຍ​ເປໂຕ​ກໍ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຢົບປາ​ເປັນ​ເວລາ​ຫລາຍ​ວັນ​ກັບ​ຊ່າງຟອກໜັງ​ທີ່​ມີ​ຊື່​ວ່າ​ຊີໂມນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]