Skip to content
The Believer's Library

Biblica® Open Lao Contemporary Version

Acts 8 OLCV

Show OLCV only
Verse × ×
1 Saul approved of Stephen's killing. That day a great persecution erupted against the Jerusalem church, scattering everyone except the apostles through Judea and Samaria. ແລະ ໂຊໂລ​ກໍ​ເຫັນ​ພ້ອມ​ກັບ​ການ​ຂ້າ​ຊະເຕຟາໂນ. ໃນ​ວັນ​ນັ້ນ ມີ​ການ​ຂົ່ມເຫັງ​ຄຣິສຕະຈັກ​ຄັ້ງ​ໃຫຍ່​ໃນ​ເຢຣູຊາເລັມ ແລະ ພວກລູກສິດ​ທັງໝົດ​ຍົກເວັ້ນ​ພວກ​ອັກຄະສາວົກ​ຕ່າງ​ກໍ​ໄດ້​ກະຈັດ​ກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ ແຂວງ​ຊາມາເຣຍ.
2 Devout men buried Stephen and mourned loudly over him. ຜູ້ຊາຍ​ບາງ​ຄົນ​ທີ່​ຢຳເກງ​ພຣະເຈົ້າ​ໄດ້​ນຳ​ເອົາ​ສົບ​ຊະເຕຟາໂນ​ໄປ​ຝັງ​ໄວ້ ແລະ ມີ​ການ​ຮ້ອງໄຫ້​ໄວ້ທຸກ​ໃຫ້​ເພິ່ນ​ຢ່າງ​ໜັກ.
3 But Saul was destroying the church, entering house after house, dragging off men and women, throwing them in prison. ແຕ່​ໂຊໂລ​ນັ້ນ​ກໍ​ເລີ່ມ​ທຳລາຍ​ຄຣິສຕະຈັກ. ເພິ່ນ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ, ດຶງ​ລາກ​ເອົາ​ທັງ​ຜູ້ຊາຍ ແລະ ແມ່ຍິງ​ອອກ​ມາ​ແລ້ວ​ເອົາ​ພວກເຂົາ​ໄປ​ຂັງ​ໄວ້​ໃນ​ຄຸກ.
4 So those scattered went everywhere, proclaiming the good news of the word. ບັນດາ​ຜູ້​ທີ່​ກະຈັດ​ກະຈາຍ​ໄປ​ນັ້ນ ກໍ​ໄດ້​ພາກັນ​ປະກາດ​ພຣະຄຳ​ຕາມ​ບ່ອນ​ຕ່າງໆ​ທີ່​ພວກເຂົາ​ໄປ.
5 Philip went down to the city of Samaria and proclaimed Christ to them. ສ່ວນ​ຟີລິບ​ໄດ້​ລົງ​ໄປ​ທີ່​ເມືອງ​ໜຶ່ງ​ໃນ​ແຂວງ​ຊາມາເຣຍ ແລະ ປະກາດ​ເລື່ອງ​ພຣະຄຣິດເຈົ້າ​ໃນ​ທີ່​ນັ້ນ.
6 The crowds paid attention together to Philip's words, hearing and seeing the signs he did. ເມື່ອ​ປະຊາຊົນ​ໄດ້​ຍິນ​ຟີລິບ ແລະ ໄດ້​ເຫັນ​ໝາຍສຳຄັນ​ທີ່​ເພິ່ນ​ໄດ້​ສະແດງ​ແລ້ວ, ພວກເຂົາ​ທັງໝົດ​ກໍ​ພາກັນ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ເພິ່ນ​ກ່າວ.
7 Unclean spirits came out of many who were possessed, screaming loudly, and many paralyzed and lame were healed. ວິນຍານສົກກະປົກ​ທີ່​ສິງ​ຢູ່​ໃນ​ຫລາຍ​ຄົນ​ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ ແລ້ວ​ອອກ​ມາ​ຈາກ​ຄົນ​ເຫລົ່ານັ້ນ ແລະ ຄົນ​ທີ່​ເປັນ​ເປ້ຍ ແລະ ຂາເສັ້ງ​ຫລາຍ​ຄົນ​ກໍ​ຫາຍດີ​ເປັນ​ປົກກະຕິ.
8 So there was great joy in that city. ດັ່ງນັ້ນ ເມືອງ​ນັ້ນ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຍິນດີ.
9 A man named Simon had already practiced magic in that city, amazing Samaria's people and claiming to be someone great. ໃນ​ເມືອງ​ນີ້ ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຊີໂມນ​ໄດ້​ໃຊ້​ເວດມົນຄາຖາ ມາ​ໄລຍະໜຶ່ງ​ແລ້ວ ແລະ ໄດ້​ເຮັດ​ໃຫ້​ຊາວ​ຊາມາເຣຍ​ທັງໝົດ​ອັດສະຈັນ​ໃຈ. ລາວ​ໄດ້​ໂອ້ອວດ​ວ່າ​ລາວ​ເປັນ​ຜູ້​ໜຶ່ງ​ທີ່​ສຳຄັນ​ຫລາຍ,
10 Everyone, from least to greatest, listened to him, saying, "This man is God's power, called Great." ແລະ ຄົນ​ທັງໝົດ, ທັງ​ຜູ້ໃຫຍ່​ຜູ້ນ້ອຍ​ຕ່າງ​ກໍ​ສົນໃຈ​ຟັງ​ລາວ ແລະ ພາກັນ​ຍົກຍ້ອງ​ວ່າ, “ຊາຍ​ຜູ້​ນີ້​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ​ທີ່​ເອີ້ນ​ກັນ​ວ່າ​ມະຫິດທິລິດ”.
11 They paid attention to him because for a long time he had amazed them with his magic. ພວກເຂົາ​ໄດ້​ຕິດຕາມ​ລາວ​ເພາະ​ໄດ້​ອັດສະຈັນ​ໃຈ​ໃນ​ເວດມົນຄາຖາ​ຂອງ​ລາວ​ມາ​ແຕ່​ດົນນານ.
12 But when they believed Philip's good news about the kingdom of our Father and the name of Jesus Christ, men and women were baptized. ແຕ່​ເມື່ອ​ຟີລິບ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ນາມ​ຂອງ​ພຣະເຢຊູຄຣິດເຈົ້າ, ພວກເຂົາ​ກໍ​ເຊື່ອ​ຟີລິບ ແລະ ໄດ້​ຮັບ​ບັບຕິສະມາ​ທັງ​ຜູ້ຊາຍ ແລະ ແມ່ຍິງ.
13 Simon himself believed, was baptized, and stayed close to Philip, amazed at the signs and great miracles he saw. ຝ່າຍ​ຊີໂມນ​ເອງ​ກໍ​ໄດ້​ເຊື່ອ​ເໝືອນ​ກັນ ແລະ ໄດ້​ຮັບ​ບັບຕິສະມາ. ແລ້ວ​ລາວ​ກໍ​ຕິດຕາມ​ຟີລິບ​ໄປ​ທຸກ​ບ່ອນ ແລະ ຮູ້ສຶກ​ປະຫລາດໃຈ​ທີ່​ໄດ້​ເຫັນ​ໝາຍສຳຄັນ ແລະ ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ນັ້ນ.
14 When the apostles in Jerusalem heard Samaria had received our Father's word, they sent Peter and John to them. ເມື່ອ​ພວກ​ອັກຄະສາວົກ​ທີ່​ຢູ່​ໃນ​ເຢຣູຊາເລັມ​ໄດ້​ຍິນ​ຂ່າວ​ວ່າ​ຊາວ​ຊາມາເຣຍ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ​ແລ້ວ, ພວກເຂົາ​ຈຶ່ງ​ໄດ້​ສົ່ງ​ເປໂຕ ແລະ ໂຢຮັນ​ໄປ​ທີ່​ຊາມາເຣຍ.
15 When they arrived, they prayed for them that they might receive the Holy Spirit, ເມື່ອ​ພວກເພິ່ນ​ມາ​ເຖິງ, ພວກເພິ່ນ​ກໍ​ໄດ້​ອະທິຖານ​ເພື່ອ​ບັນດາ​ຜູ້ທີ່ເຊື່ອ​ໃໝ່​ຢູ່​ທີ່​ນັ້ນ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ,
16 for the Holy Spirit had not yet fallen on any of them; they were only baptized into the name of the Lord Jesus. ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ທັນ​ໄດ້​ລົງ​ມາ​ເທິງ​ພວກເຂົາ​ຈັກ​ຄົນ; ພວກເຂົາ​ພຽງ​ແຕ່​ໄດ້​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ເທົ່ານັ້ນ.
17 Then they laid their hands on them, and they received the Holy Spirit. ແລ້ວ​ເປໂຕ ແລະ ໂຢຮັນ​ກໍ​ວາງມື​ໃສ່​ພວກເຂົາ ແລະ ພວກເຂົາ​ກໍ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ.
18 When Simon saw the Spirit given through the apostles' laying on of hands, he offered them money, ເມື່ອ​ຊີໂມນ​ໄດ້​ເຫັນ​ຄົນ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ໂດຍ​ອັກຄະສາວົກ​ວາງມື​ໃສ່, ລາວ​ຈຶ່ງ​ໄດ້​ນຳ​ເງິນ​ມາ​ມອບ​ໃຫ້​ພວກເພິ່ນ
19 saying, "Give me this power too, so whoever I lay hands on receives the Holy Spirit." ແລະ ເວົ້າ​ວ່າ, “ຂໍ​ມອບ​ຄວາມ​ສາມາດ​ນີ້​ໃຫ້​ແກ່​ຂ້ານ້ອຍ​ດ້ວຍ ເພື່ອ​ວ່າ​ເມື່ອ​ຂ້ານ້ອຍ​ວາງມື​ໃສ່​ຜູ້ໃດ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ”.
20 Peter said to him, "May your silver perish with you, since you thought you could buy our Father's gift with money! ເປໂຕ​ຕອບ​ວ່າ: “ຂໍ​ໃຫ້​ເງິນ​ຂອງ​ເຈົ້າ​ຈິບຫາຍ​ໄປ​ພ້ອມ​ກັບ​ເຈົ້າ, ເພາະ​ເຈົ້າ​ຄິດ​ວ່າ​ເຈົ້າ​ສາມາດ​ຊື້​ຂອງປະທານ​ຈາກ​ພຣະເຈົ້າ​ດ້ວຍ​ເງິນ!
21 You have no part or share in this matter, for your heart is not right before our Father. ເຈົ້າ​ບໍ່​ມີ​ສ່ວນ ຫລື ກ່ຽວຂ້ອງ​ໃນ​ພັນທະກິດ​ນີ້, ເພາະ​ຈິດໃຈ​ຂອງ​ເຈົ້າ​ບໍ່​ໄດ້​ສັດຊື່​ຕໍ່ໜ້າ​ພຣະເຈົ້າ.
22 So turn from this evil, and pray to our Father that, if possible, your heart's intent may be forgiven you. ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່​ຈາກ​ການ​ຊົ່ວຮ້າຍ ແລະ ອະທິຖານ​ຕໍ່​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມຫວັງ​ວ່າ​ພຣະອົງ​ຈະ​ໃຫ້​ອະໄພ​ແກ່​ເຈົ້າ ເພາະ​ໄດ້​ມີ​ຄວາມຄິດ​ເຊັ່ນ​ນີ້​ຢູ່​ໃນ​ໃຈ.
23 I see you poisoned by bitterness and bound by evil." ເພາະ​ເຮົາ​ເຫັນ​ວ່າ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມຂົມຂື່ນ ແລະ ຕົກ​ເປັນ​ທາດ​ຂອງ​ຄວາມບາບ”.
24 Simon answered, "Pray to God for me, that nothing you have said may come upon me." ແລ້ວ​ຊີໂມນ​ຈຶ່ງ​ຕອບ​ວ່າ, “ອະທິຖານ​ຕໍ່​ອົງພຣະຜູ້ເປັນເຈົ້າ​ເພື່ອ​ຂ້ານ້ອຍ​ດ້ວຍ ເພື່ອ​ວ່າ​ເຫດການ​ຕ່າງໆ​ທີ່​ທ່ານ​ໄດ້​ກ່າວ​ມາ​ນັ້ນ​ຈະ​ບໍ່​ເກີດຂຶ້ນ​ກັບ​ຂ້ານ້ອຍ”.
25 So, having testified and spoken our Lord Jesus's word, they returned to Jerusalem, preaching the good news in many Samaritan villages. ຫລັງຈາກ​ທີ່​ເປໂຕ ແລະ ໂຢຮັນ​ໄດ້​ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕໍ່ໄປ ແລະ ໄດ້​ເປັນ​ພະຍານ​ກ່ຽວກັບ​ພຣະເຢຊູເຈົ້າ​ແລ້ວ, ພວກເພິ່ນ​ກໍ​ກັບ​ໄປ​ທີ່​ເຢຣູຊາເລັມ, ປະກາດ​ຂ່າວປະເສີດ​ຕາມ​ບ້ານ​ຂອງ​ຊາວ​ຊາມາເຣຍ​ຫລາຍ​ບ່ອນ.
26 Then an angel of our Father told Philip, "Get up and go south to the road going down from Jerusalem to Gaza"—a desert road. ບັດນີ້ ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ຟີລິບ​ວ່າ, “ຈົ່ງ​ໄປ​ທາງ​ທິດໃຕ້​ໄປ​ຍັງ​ເສັ້ນທາງ​ທີ່​ເອີ້ນ​ວ່າ​ທາງ​ກັນດານ ຕາມ​ທາງ​ຈາກ​ເຢຣູຊາເລັມ​ລົງ​ໄປ​ສູ່​ເມືອງ​ກາຊາ”.
27 He got up and went. There was an Ethiopian eunuch, a court official of Candace, queen of the Ethiopians, in charge of all her treasury, who had come to Jerusalem to worship, ດັ່ງນັ້ນ ຟີລິບ​ຈຶ່ງ​ອອກ​ເດີນທາງ​ໄປ, ໃນ​ລະຫວ່າງ​ທາງ​ເພິ່ນ​ໄດ້​ພົບ​ຂັນທີ​ຊາວ​ເອທີໂອເປຍ​ຄົນ​ໜຶ່ງ, ເປັນ​ຂ້າລາຊະການ​ສຳຄັນ​ທີ່​ເບິ່ງແຍງ​ຄັງ​ຊັບ​ທັງໝົດ​ຂອງ​ກັນເດກາ, ຄື​ລາຊີນີ​ແຫ່ງ​ເອທີໂອເປຍ. ຂ້າລາຊະການ​ຜູ້​ນີ້​ໄດ້​ມາ​ນະມັດສະການ​ທີ່​ເຢຣູຊາເລັມ,
28 and was returning, seated in his chariot and reading the prophet Isaiah. ແລະ ໃນຂະນະ​ທີ່​ນັ່ງ​ລົດມ້າ​ກຳລັງ​ເມືອ​ເຮືອນ, ເພິ່ນ​ໄດ້​ອ່ານ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ຢູ່.
29 And the Holy Spirit said to Philip, "Go over and catch up with that chariot." ພຣະວິນຍານບໍລິສຸດເຈົ້າ​ໄດ້​ບອກ​ຟີລິບ​ວ່າ, “ຈົ່ງ​ໄປ​ຫາ​ລົດ​ມ້າ​ຄັນ​ນັ້ນ ແລະ ຢຸດ​ຢູ່​ໃກ້​ລົດມ້າ​ນັ້ນ”.
30 Philip ran up, heard him reading the prophet Isaiah, and asked, "Do you understand what you're reading?" ແລ້ວ​ຟີລິບ​ຈຶ່ງ​ແລ່ນ​ຫຍັບ​ເຂົ້າ​ໄປ​ໃກ້​ລົດມ້າ​ນັ້ນ ແລະ ໄດ້​ຍິນ​ຊາຍ​ຄົນ​ນັ້ນ​ກຳລັງ​ອ່ານ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ຢູ່. ຟີລິບ​ຈຶ່ງ​ຖາມ​ວ່າ, “ທີ່​ທ່ານ​ອ່ານ​ຢູ່​ນັ້ນ​ທ່ານ​ເຂົ້າໃຈ​ບໍ?”
31 He said, "How can I, unless someone guides me?" and invited Philip up to sit with him. ຂ້າລາຊະການ​ຕອບ​ວ່າ, “ຂ້ອຍ​ຈະ​ເຂົ້າໃຈ​ໄດ້​ຢ່າງໃດ​ຖ້າ​ບໍ່​ມີ​ຜູ້ໃດ​ອະທິບາຍ​ໃຫ້​ຂ້ອຍ​ຟັງ?” ດັ່ງນັ້ນ ເພິ່ນ​ຈຶ່ງ​ເຊີນ​ຟີລິບ​ຂຶ້ນ​ນັ່ງ​ລົດມ້າ​ໄປ​ນຳ​ເພິ່ນ.
32 Now the passage of Scripture he was reading was this: "Like a sheep he was led to the slaughter, and like a lamb silent before its shearer, so he did not open his mouth. ນີ້​ແມ່ນ​ຂໍ້​ຄວາມ​ໃນ​ພຣະຄຳພີ​ທີ່​ຄົນ​ຂັນທີ​ກຳລັງ​ອ່ານ​ຢູ່​ຄື: “ເພິ່ນ​ຖືກ​ນຳ​ໂຕ​ໄປ​ເໝືອນ​ແກະ​ທີ່​ຖືກ​ນຳ​ໄປ​ຂ້າ ແລະ ເໝືອນ​ລູກແກະ​ທີ່​ມິດ​ຢູ່​ຕໍ່ໜ້າ​ຜູ້​ທີ່​ຕັດຂົນ, ດັ່ງນັ້ນ ເພິ່ນ​ຈຶ່ງ​ບໍ່​ເປີດ​ປາກ​ຂອງ​ເພິ່ນ.
33 In his humiliation justice was denied him. Who can describe his generation? For his life is taken away from the earth." ໃນ​ຄວາມອັບອາຍ​ຂອງ​ເພິ່ນ ເພິ່ນ​ບໍ່ໄດ້​ຮັບ​ຄວາມຍຸຕິທຳ. ຜູ້ໃດ​ຈະ​ເລົ່າ​ເຖິງ​ເຊື້ອສາຍ​ຂອງ​ເພິ່ນ​ໄດ້? ເພາະວ່າ​ຊີວິດ​ຂອງ​ເພິ່ນ​ໄດ້​ຖືກ​ເອົາ​ໄປ​ຈາກ​ໂລກ​ເສຍ​ແລ້ວ”.
34 The eunuch said to Philip, "Tell me, of whom does the prophet say this—himself, or someone else?" ຂ້າລາຊະການ​ຫັນ​ມາ​ຖາມ​ຟີລິບ​ວ່າ, “ຂໍ​ບອກ​ຂ້ອຍ​ແດ່​ວ່າ, ຜູ້ທຳນວາຍ​ທີ່​ກຳລັງ​ກ່າວ​ເຖິງ​ນັ້ນ​ແມ່ນ​ຜູ້ໃດ, ແມ່ນ​ຜູ້ທຳນວາຍ​ເອງ ຫລື ຜູ້​ອື່ນ​ອີກ?”
35 Philip opened his mouth and, starting from this Scripture, told him the good news about Jesus. ແລ້ວ​ຟີລິບ​ຈຶ່ງ​ເລີ່ມ​ຈາກ​ຂໍ້​ພຣະຄຳພີ​ຕອນ​ນັ້ນ ແລະ ບອກ​ເພິ່ນ​ເຖິງ​ຂ່າວປະເສີດ​ເລື່ອງ​ຂອງ​ພຣະເຢຊູເຈົ້າ.
36 Traveling the road, they reached water, and the eunuch said, "Look, water! What stops me from being baptized?" ຂະນະ​ທີ່​ພວກເພິ່ນ​ເດີນທາງ​ໄປ​ຕາມ​ຖະໜົນ, ພວກເພິ່ນ​ໄດ້​ມາ​ເຖິງ​ບ່ອນ​ທີ່​ມີ​ນ້ຳ​ບ່ອນ​ໜຶ່ງ ແລະ ຂ້າລາຊະການ​ຈຶ່ງ​ເວົ້າ​ວ່າ, “ເບິ່ງ​ແມ, ບ່ອນ​ນີ້​ມີ​ນ້ຳ. ມີ​ສິ່ງໃດ​ທີ່​ຂັດຂວາງ​ຂ້ອຍ​ບໍ່​ໃຫ້​ຮັບ​ບັບຕິສະມາ​ບໍ?”
37 Not in this edition ຟີລິບ​ເວົ້າ​ວ່າ, “ຖ້າ​ທ່ານ​ເຊື່ອ​ດ້ວຍ​ສຸດໃຈ​ຂອງ​ທ່ານ ກໍ​ຮັບ​ບັບຕິສະມາ​ໄດ້”. ຂ້າລາຊະການ​ຕອບ​ວ່າ, “ຂ້ອຍ​ເຊື່ອ​ວ່າ​ພຣະເຢຊູຄຣິດເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ”.
38 He ordered the chariot to stop; both went down into the water, Philip and the eunuch, and Philip baptized him. ແລ້ວ​ເພິ່ນ​ໄດ້​ສັ່ງ​ໃຫ້​ຢຸດ​ລົດມ້າ. ຫລັງຈາກ​ນັ້ນ ຟີລິບ​ກັບ​ຂ້າລາຊະການ​ກໍ​ໄດ້​ລົງ​ໄປ​ໃນ​ນ້ຳ ແລະ ຟີລິບ​ກໍ​ໃຫ້​ເພິ່ນ​ຮັບ​ບັບຕິສະມາ.
39 When they came up out of the water, the Spirit of our Father snatched Philip away; the eunuch never saw him again, but went on his way rejoicing. ເມື່ອ​ພວກເພິ່ນ​ຂຶ້ນ​ຈາກ​ນ້ຳ​ແລ້ວ, ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ຮັບ​ເອົາ​ຟີລິບ​ໄປ​ທັນທີ ແລະ ຂ້າລາຊະການ​ຄົນ​ນັ້ນ​ກໍ​ບໍ່​ເຫັນ​ຟີລິບ​ອີກ​ເລີຍ, ແຕ່​ເດີນທາງ​ຕໍ່ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ.
40 Philip found himself at Azotus. He traveled through, announcing the good news in every town until he reached Caesarea. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຟີລິບ​ໄດ້​ມາ​ປາກົດ​ທີ່​ເມືອງ​ອາໂຊໂຕ ແລະ ເດີນທາງ​ໄປ​ທົ່ວ, ປະກາດ​ຂ່າວປະເສີດ​ໃນ​ທຸກ​ເມືອງ​ຈົນ​ມາ​ເຖິງ​ເມືອງ​ກາຍຊາເຣຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]