Skip to content
The Believer's Library

Biblica® Open Lao Contemporary Version

Acts 7 OLCV

Show OLCV only
Verse × ×
1 Then the high priest asked, "Are these things true?" ແລ້ວ​ມະຫາ​ປະໂລຫິດ ຈຶ່ງ​ຖາມ​ຊະເຕຟາໂນ​ວ່າ, “ຄຳ​ກ່າວຫາ​ເຫລົ່ານີ້​ເປັນ​ຄວາມຈິງ​ບໍ?”
2 Stephen said, "Brothers and fathers, listen: Our Father of glory appeared to our father Abraham in Mesopotamia, before he lived in Haran, ຊະເຕຟາໂນ​ຕອບ​ວ່າ, “ພີ່ນ້ອງ ແລະ ຜູ້​ອາວຸໂສ​ທັງຫລາຍ, ຂໍ​ໃຫ້​ຟັງ​ຂ້ານ້ອຍ! ພຣະເຈົ້າ​ຜູ້​ເຕັມ​ດ້ວຍ​ສະຫງ່າລາສີ​ໄດ້​ປາກົດ​ຕົວ​ແກ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ໃນຂະນະ​ທີ່​ເພິ່ນ​ຍັງ​ຢູ່​ໃນ​ເມໂຊໂປຕາເມຍ, ກ່ອນ​ທີ່​ເພິ່ນ​ໄດ້​ໄປ​ອາໄສ​ໃນ​ເມືອງ​ຮາຣານ.
3 and told him, 'Leave your land and relatives, and go to the land I'll show you.' ພຣະເຈົ້າ​ກ່າວ​ວ່າ, ‘ເຈົ້າ​ຈົ່ງ​ອອກຈາກ​ບ້ານເມືອງ​ຂອງ​ເຈົ້າ ແລະ ຈາກ​ຍາດພີ່ນ້ອງ​ຂອງ​ເຈົ້າ, ແລ້ວ​ໄປ​ຍັງ​ດິນແດນ​ທີ່​ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ໄດ້​ເຫັນ’.
4 He left the Babylonians' land and settled in Haran. After his father died, our Father moved him from there into this land you now live in. “ດັ່ງນັ້ນ ອັບຣາຮາມ​ຈຶ່ງ​ອອກ​ຈາກ​ດິນແດນ​ຂອງ​ຊາວ​ເຄນເດຍ ແລະ ໄດ້​ໄປ​ອາໄສ​ຢູ່​ໃນ​ເມືອງ​ຮາຣານ. ຫລັງ​ຈາກ​ທີ່​ພໍ່​ຂອງ​ເພິ່ນ​ໄດ້​ຕາຍ​ໄປ, ພຣະເຈົ້າ​ໄດ້​ສົ່ງ​ເພິ່ນ​ໄປ​ທີ່​ດິນແດນ​ນີ້ ບ່ອນ​ທີ່​ພວກເຈົ້າ​ອາໄສ​ຢູ່​ເວລາ​ນີ້.
5 He gave him no inheritance in it, not even a foot of ground—yet promised it to him and his descendants after him as a possession, though he had no child. ພຣະເຈົ້າ​ບໍ່​ໄດ້​ໃຫ້​ກຳມະສິດ​ໃນ​ທີ່ດິນ​ນີ້​ແກ່​ເພິ່ນ, ແມ່ນແຕ່​ທີ່ດິນ​ເທົ່າ​ກັບ​ຮອຍ​ຕີນ​ທີ່​ເພິ່ນ​ຈະ​ຢຽບ​ໃສ່. ແຕ່​ພຣະເຈົ້າ​ຍັງ​ໄດ້​ສັນຍາ​ກັບ​ເພິ່ນ​ວ່າ ເພິ່ນ ແລະ ເຊື້ອສາຍ​ຂອງ​ເພິ່ນ​ທີ່​ມາ​ຕາມຫລັງ​ເພິ່ນ​ຈະ​ຄອບຄອງ​ດິນແດນ​ນີ້, ເຖິງ​ແມ່ນ​ວ່າ​ໃນ​ເວລາ​ນັ້ນ​ອັບຣາຮາມ​ຍັງ​ບໍ່​ມີ​ລູກ​ກໍ​ຕາມ.
6 And our Father said his offspring would be foreigners in a land not their own, enslaved and mistreated 400 years. ພຣະເຈົ້າ​ກ່າວ​ກັບ​ເພິ່ນ​ວ່າ: ‘ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ຄົນຕ່າງດ້າວ​ຢູ່​ໃນ​ຕ່າງ​ແດນ ແລະ ພວກເຂົາ​ຕົກ​ເປັນ​ຂ້າທາດ ແລະ ຈະ​ຖືກ​ກົດຂີ່ຂົ່ມເຫັງ​ເປັນ​ເວລາ​ສີ່ຮ້ອຍ​ປີ.
7 'I will judge the nation they serve,' our Father said, 'and after, they will come out and worship me in this place.' ພຣະເຈົ້າ​ກ່າວ​ອີກ​ວ່າ, ແຕ່​ເຮົາ​ຈະ​ລົງໂທດ​ຊົນຊາດ​ທີ່​ພວກເຂົາ​ເປັນ​ທາດ​ຮັບໃຊ້​ຢູ່​ນັ້ນ ແລະ ຫລັງ​ຈາກ​ນັ້ນ ພວກເຂົາ​ຈະ​ອອກ​ຈາກ​ດິນແດນ​ນັ້ນ ແລະ ມາ​ນະມັດສະການ​ເຮົາ​ໃນ​ບ່ອນ​ນີ້’.
8 He gave him the covenant of circumcision. Abraham fathered Isaac and circumcised him on the eighth day; Isaac fathered Jacob, and Jacob the twelve ancestors. ແລ້ວ​ພຣະອົງ​ໄດ້​ໃຫ້​ພັນທະສັນຍາ​ແຫ່ງ​ການ​ຮັບພິທີຕັດ​ແກ່​ອັບຣາຮາມ. ແລະ ຕໍ່ມາ​ອັບຣາຮາມ​ກໍ​ໄດ້​ລູກຊາຍ​ຊື່​ວ່າ​ອີຊາກ ແລະ ເພິ່ນ​ໃຫ້​ອີຊາກ​ຮັບພິທີຕັດ​ເມື່ອ​ອາຍຸ​ໄດ້​ແປດ​ມື້. ຫລັງຈາກນັ້ນ ອີຊາກ​ກໍ​ມີ​ລູກຊາຍ​ຊື່​ວ່າ​ຢາໂຄບ ແລະ ຢາໂຄບ​ເປັນ​ພໍ່​ຂອງ​ບັນພະບຸລຸດ​ທັງ​ສິບສອງ​ຄົນ​ນັ້ນ.
9 The ancestors, jealous of Joseph, sold him into Egypt, but our Father was with him, “ຍ້ອນ​ບັນພະບຸລຸດ​ເຫລົ່ານັ້ນ​ໄດ້​ອິດສາ​ໂຢເຊັບ, ພວກເຂົາ​ຈຶ່ງ​ຂາຍ​ເພິ່ນ​ໄປ​ເປັນ​ທາດ​ຢູ່​ທີ່​ປະເທດ​ເອຢິບ. ແຕ່​ພຣະເຈົ້າ​ໄດ້​ສະຖິດ​ຢູ່​ກັບ​ເພິ່ນ
10 and rescued him from all his troubles, gave him favor and wisdom before Pharaoh king of Egypt, who made him ruler over Egypt and Pharaoh's whole household. ແລະ ຊ່ວຍ​ເພິ່ນ​ໃຫ້​ພົ້ນ​ຈາກ​ຄວາມຍາກລຳບາກ​ທັງໝົດ​ຂອງ​ເພິ່ນ. ພຣະອົງ​ໃຫ້​ໂຢເຊັບ​ມີ​ສະຕິປັນຍາ ແລະ ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ຟາໂຣ ກະສັດ​ແຫ່ງ​ເອຢິບ. ດັ່ງນັ້ນ ຟາໂຣ​ຈຶ່ງ​ໄດ້​ແຕ່ງຕັ້ງ​ໃຫ້​ເພິ່ນ​ປົກຄອງ​ທົ່ວ​ປະເທດ​ເອຢິບ ແລະ ວັງ​ທັງໝົດ​ຂອງ​ເພິ່ນ​ດ້ວຍ.
11 A famine and great suffering struck all Egypt and Canaan, and our fathers found no food. “ຕໍ່ມາ ການ​ອຶດຢາກ​ອາຫານ​ກໍ​ໂຈມຕີ​ທົ່ວ​ທັງ​ປະເທດ​ເອຢິບ ແລະ ການາອານ, ເຮັດ​ໃຫ້​ເກີດ​ຄວາມທຸກຍາກລຳບາກ​ຄັ້ງ​ໃຫຍ່ ແລະ ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່​ສາມາດ​ຫາ​ອາຫານ​ໄດ້​ເລີຍ.
12 Hearing there was grain in Egypt, Jacob sent our fathers there first. ເມື່ອ​ຢາໂຄບ​ໄດ້​ຍິນ​ຂ່າວ​ວ່າ, ມີ​ເຂົ້າ​ຢູ່​ໃນ​ປະເທດ​ເອຢິບ, ເພິ່ນ​ຈຶ່ງ​ສົ່ງ​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ​ໄປ​ຢ້ຽມຢາມ​ເປັນ​ເທື່ອ​ທຳອິດ.
13 On the second visit, Joseph made himself known to his brothers, and Pharaoh learned of Joseph's family. ໃນ​ການ​ໄປ​ຢ້ຽມຢາມ​ເທື່ອ​ທີ​ສອງ​ຂອງ​ພວກເພິ່ນ​ນັ້ນ, ໂຢເຊັບ​ໄດ້​ບອກ​ອ້າຍ​ນ້ອງ​ຂອງ​ເພິ່ນ​ວ່າ​ເພິ່ນ​ເປັນ​ຜູ້​ໃດ ແລະ ຟາໂຣ​ກໍ​ໄດ້​ຮູ້​ກ່ຽວກັບ​ຄອບຄົວ​ຂອງ​ໂຢເຊັບ.
14 And Joseph sent for his father Jacob and all his relatives, seventy-five persons in all. ຫລັງຈາກ​ນັ້ນ, ໂຢເຊັບ​ຈຶ່ງ​ສົ່ງ​ຄົນ​ໄປ​ຮັບ​ຢາໂຄບ​ພໍ່​ຂອງ​ເພິ່ນ ແລະ ຄອບຄົວ​ຂອງ​ເພິ່ນ​ທັງໝົດ, ລວມ​ມີ​ເຈັດສິບຫ້າ​ຄົນ.
15 And Jacob went down into Egypt, and he died, he and our fathers. ແລ້ວ​ຢາໂຄບ​ຈຶ່ງ​ໄດ້​ລົງ​ໄປ​ຢູ່​ປະເທດ​ເອຢິບ, ບ່ອນ​ທີ່​ເພິ່ນ ແລະ ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ຕາຍ​ຢູ່​ທີ່​ນັ້ນ.
16 They were taken back to Shechem, and buried in the tomb Abraham had bought for silver from Hamor's sons in Shechem. ສົບ​ຂອງ​ພວກເພິ່ນ​ຖືກ​ນຳ​ກັບ​ມາ​ໄວ້​ໃນ​ອຸບມຸງ​ທີ່​ເມືອງ​ຊີເຄມ ເຊິ່ງ​ອັບຣາຮາມ​ໄດ້​ຊື້​ມາ​ຈາກ​ລູກ​ຂອງ​ຮາໂມ​ທີ່​ຊີເຄມ​ດ້ວຍ​ເງິນ​ຈຳນວນ​ໜຶ່ງ.
17 As the time of the promise our Father gave Abraham neared, the people grew and multiplied in Egypt, “ເມື່ອ​ໃກ້​ເຖິງ​ກຳນົດ​ເວລາ​ທີ່​ສັນຍາ ເຊິ່ງ​ພຣະເຈົ້າ​ໄດ້​ໃຫ້​ໄວ້​ກັບ​ອັບຣາຮາມ​ຈະ​ເປັນ​ຈິງ, ຈຳນວນ​ປະຊາຊົນ​ຂອງ​ພວກເຮົາ​ໃນ​ປະເທດ​ເອຢິບ​ກໍ​ເພີ່ມ​ຂຶ້ນ​ຢ່າງ​ຫລວງຫລາຍ.
18 until there arose over Egypt another king who did not know Joseph. ແລ້ວ ‘ກະສັດ​ຜູ້​ໃໝ່​ອີກ​ຜູ້​ໜຶ່ງ​ທີ່​ບໍ່​ຮູ້ຈັກ​ໂຢເຊັບ​ໄດ້​ຂຶ້ນ​ປົກຄອງ​ປະເທດ​ເອຢິບ’.
19 This king exploited our people and mistreated our fathers, forcing them to abandon their infants to die. ກະສັດ​ຜູ້​ນີ້​ໄດ້​ໃຊ້​ກົນອຸບາຍ​ຈັດການ​ກັບ​ຄົນ​ຂອງ​ພວກເຮົາ ແລະ ກົດຂີ່​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ​ໂດຍ​ບັງຄັບ​ໃຫ້​ພວກເພິ່ນ​ເອົາ​ເດັກນ້ອຍ​ເກີດໃໝ່​ຂອງ​ພວກເພິ່ນ​ໄປ​ຖິ້ມ ເພື່ອ​ໃຫ້​ພວກເຂົາ​ຕາຍ.
20 At that time Moses was born, beautiful in our Father's sight. He was raised three months in his father's house. “ໃນ​ເວລາ​ນັ້ນ ໂມເຊ​ໄດ້​ເກີດ​ມາ ແລະ ເພິ່ນ​ເປັນ​ເດັກນ້ອຍ​ທີ່​ມີ​ລັກສະນະ​ພິເສດ​ກວ່າ​ເດັກນ້ອຍ​ທົ່ວໄປ. ຈຶ່ງ​ໄດ້​ຮັບ​ການລ້ຽງດູ​ໃນ​ເຮືອນ​ຂອງ​ພໍ່​ຂອງ​ເພິ່ນ​ຈົນ​ອາຍຸ​ໄດ້​ສາມ​ເດືອນ.
21 And when he was abandoned, Pharaoh's daughter adopted him and brought him up as her own son. ເມື່ອ​ເພິ່ນ​ຖືກ​ນຳ​ໄປ​ຖິ້ມ​ໄວ້​ຢູ່​ທາງນອກ, ລູກສາວ​ຂອງ​ຟາໂຣ​ກໍ​ໄດ້​ຮັບ​ເອົາ ແລະ ນຳ​ເພິ່ນ​ໄປ​ລ້ຽງ​ໄວ້​ເປັນ​ລູກຊາຍ​ຂອງ​ນາງ​ເອງ.
22 Moses was trained in all Egyptian wisdom, and was strong in speech and action. ໂມເຊ​ໄດ້​ຮັບ​ການ​ສຶກສາ​ວິຊາ​ຄວາມຮູ້​ທຸກ​ຂະແໜງ​ຂອງ​ຊາວເອຢິບ ແລະ ມີ​ອຳນາດ​ທັງ​ຄຳເວົ້າ ແລະ ການ​ກະທຳ.
23 When he was forty years old, he decided to visit his brothers, the sons of Israel. “ເມື່ອ​ໂມເຊ​ມີ​ອາຍຸ​ໄດ້​ສີ່ສິບ​ປີ, ເພິ່ນ​ກໍ​ໄດ້​ຕັດສິນໃຈ​ໄປ​ຢ້ຽມຢາມ​ພີ່ນ້ອງ​ຊາວ​ອິດສະຣາເອນ.
24 Seeing one of them wronged, he defended the oppressed man and avenged him by striking down the Egyptian. ເພິ່ນ​ໄດ້​ເຫັນ​ຊາວ​ອິດສະຣາເອນ​ຄົນ​ໜຶ່ງ​ຖືກ​ຊາວເອຢິບ​ຂົ່ມເຫັງ, ດັ່ງນັ້ນ​ເພິ່ນ​ຈຶ່ງ​ເຂົ້າ​ໄປ​ປ້ອງກັນ​ລາວ​ໄວ້ ແລະ ແກ້ແຄ້ນ​ແທນ​ລາວ​ໂດຍ​ການ​ຂ້າ​ຊາວເອຢິບ​ຄົນ​ນັ້ນ.
25 He thought his brothers would understand our Father was giving them salvation through his hand, but they didn't understand. ໂມເຊ​ຄິດ​ວ່າ ພີ່ນ້ອງ​ຂອງ​ເພິ່ນ​ຈະ​ສຳນຶກ​ວ່າ​ພຣະເຈົ້າ​ໃຊ້​ເພິ່ນ​ໃຫ້​ມາ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ, ແຕ່​ພວກເຂົາ​ບໍ່​ໄດ້​ຄິດ​ຢ່າງ​ນັ້ນ​ເລີຍ.
26 The next day he came upon them as they were fighting and tried to reconcile them, saying, 'Men, you are brothers. Why do you wrong each other?' ມື້​ຕໍ່ມາ ໂມເຊ​ພົບ​ຊາວ​ອິດສະຣາເອນ​ສອງ​ຄົນ​ກຳລັງ​ຕໍ່ສູ້​ກັນ​ຢູ່. ເພິ່ນ​ພະຍາຍາມ​ໃຫ້​ພວກເຂົາ​ຄືນດີ​ກັນ​ໂດຍ​ເວົ້າ​ວ່າ, ‘ຊາຍ​ເອີຍ ພວກເຈົ້າ​ເປັນ​ພີ່ນ້ອງ​ກັນ; ເປັນຫຍັງ​ຈຶ່ງ​ເຮັດ​ຮ້າຍ​ຕໍ່​ກັນ?’
27 But the man wronging his neighbor shoved Moses aside, saying, 'Who made you ruler and judge over us? “ແຕ່​ຄົນ​ທີ່​ກຳລັງ​ຂົ່ມເຫັງ​ອີກ​ຄົນ​ໜຶ່ງ​ໄດ້​ຊຸກ​ໂມເຊ​ອອກ​ໄປ ແລະ ເວົ້າ​ວ່າ, ‘ຜູ້ໃດ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ປົກຄອງ ແລະ ເປັນ​ຜູ້ຕັດສິນ​ພວກຂ້ອຍ?
28 Do you want to kill me as you killed the Egyptian yesterday?' ເຈົ້າ​ຄິດ​ຈະ​ຂ້າ​ຂ້ອຍ​ເໝືອນ​ທີ່​ເຈົ້າ​ໄດ້​ຂ້າ​ຄົນເອຢິບ​ມື້​ວານ​ນີ້​ບໍ?’
29 At this word, Moses fled and lived as a foreigner in the land of Midian, where he fathered two sons. ເມື່ອ​ໂມເຊ​ໄດ້​ຍິນ​ເຊັ່ນ​ນັ້ນ, ເພິ່ນ​ຈຶ່ງ​ໜີ​ໄປ​ອາໄສ​ຢູ່​ທີ່​ມີດີອານ, ບ່ອນ​ທີ່​ເພິ່ນ​ໄດ້​ຕັ້ງຖິ່ນຖານ​ຢູ່​ທີ່​ນັ້ນ​ໃນ​ຖານະ​ຄົນຕ່າງດ້າວ ແລະ ມີ​ລູກຊາຍ​ສອງ​ຄົນ.
30 Forty years later, an angel appeared to him in the wilderness of Mount Sinai, in a burning bush's flame. “ຫລັງຈາກ​ສີ່ສິບ​ປີ​ຜ່ານ​ໄປ, ມີ​ເທວະດາ​ຕົນ​ໜຶ່ງ​ໄດ້​ມາ​ປາກົດ​ແກ່​ໂມເຊ​ໃນ​ແປວໄຟ​ທີ່​ໄໝ້​ຟຸ່ມໄມ້​ໃນ​ຖິ່ນແຫ້ງແລ້ງກັນດານ​ໃກ້​ກັບ​ພູເຂົາ​ຊີນາຍ.
31 Moses saw it and was amazed; as he approached to look closer, our Father's voice came: ເມື່ອ​ໂມເຊ​ເຫັນ​ສິ່ງ​ນັ້ນ​ແລ້ວ, ເພິ່ນ​ກໍ​ປະຫລາດໃຈ​ໃນ​ສິ່ງ​ທີ່​ເຫັນ. ຂະນະ​ທີ່​ເພິ່ນ​ເຂົ້າ​ໄປ​ເບິ່ງ​ໃກ້ໆ, ເພິ່ນ​ກໍ​ໄດ້​ຍິນ​ສຽງ​ຂອງ​ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ:
32 'I am the God of your fathers—the God of Abraham, Isaac, and Jacob.' Moses trembled, not daring to look. ‘ເຮົາ​ເປັນ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເຈົ້າ, ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ’. ໂມເຊ​ຢ້ານ​ຈົນ​ໂຕສັ່ນ ແລະ ບໍ່​ກ້າ​ທີ່​ຈະ​ຫລຽວ​ເບິ່ງ.
33 Then our Father told him, 'Take the sandals off your feet, for the place you're standing on is holy ground.' “ແລ້ວ​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ເພິ່ນ​ວ່າ, ‘ຈົ່ງ​ປົດ​ເກີບ​ຂອງ​ເຈົ້າ​ອອກ, ເພາະ​ບ່ອນ​ທີ່​ເຈົ້າ​ກຳລັງ​ຢືນ​ຢູ່​ເປັນ​ບ່ອນ​ສັກສິດ.
34 I have indeed seen my people's suffering in Egypt, heard their groaning, and come down to rescue them. Now go—I'm sending you to Egypt. ເຮົາ​ໄດ້​ເຫັນ​ການກົດຂີ່ຂົ່ມເຫັງ​ປະຊາຊົນ​ຂອງ​ເຮົາ​ໃນ​ປະເທດ​ເອຢິບ​ແລ້ວ. ເຮົາ​ໄດ້​ຍິນ​ສຽງ​ໂອ່ຍຄາງ​ຂອງ​ພວກເຂົາ, ເຮົາ​ຈຶ່ງ​ລົງ​ມາ​ເພື່ອ​ປົດປ່ອຍ​ພວກເຂົາ​ທັງຫລາຍ​ໃຫ້​ເປັນ​ອິດສະຫລະ. ມາ​ບັດນີ້ ເຮົາ​ຈະ​ສົ່ງ​ເຈົ້າ​ກັບ​ຄືນ​ໄປ​ຍັງ​ປະເທດ​ເອຢິບ’.
35 This Moses, whom they rejected, saying, 'Who made you ruler and judge?'—this is the one our Father sent as both ruler and redeemer, through the hand of the angel who appeared to him in the bush. “ນີ້​ແມ່ນ​ໂມເຊ​ຄົນ​ດຽວ​ກັນ​ທີ່​ຖືກ​ພວກເຂົາ​ປະຕິເສດ​ດ້ວຍ​ຄຳເວົ້າ​ວ່າ, ‘ຜູ້ໃດ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ປົກຄອງ ແລະ ເປັນ​ຜູ້ຕັດສິນ?’ ເພິ່ນ​ໄດ້​ຖືກ​ສົ່ງ​ໄປ​ໃຫ້​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ ແລະ ເປັນ​ຜູ້ປົດປ່ອຍ​ພວກເຂົາ​ໂດຍ​ພຣະເຈົ້າ​ເອງ, ຜ່ານ​ທາງ​ເທວະດາ​ຜູ້​ທີ່​ໄດ້​ປາກົດ​ແກ່​ເພິ່ນ​ໃນ​ຟຸ່ມໄມ້​ນັ້ນ.
36 This man led them out, doing wonders and signs in the land of Egypt, at the Red Sea, and in the wilderness for forty years. ໂມເຊ​ໄດ້​ນຳ​ພວກເຂົາ​ອອກ​ຈາກ​ປະເທດ​ເອຢິບ ແລະ ໄດ້​ສະແດງ​ການ​ອັດສະຈັນ ແລະ ໝາຍສຳຄັນ​ຕ່າງໆ​ໃນ​ເອຢິບ, ທະເລແດງ ແລະ ໃນ​ຖິ່ນແຫ້ງແລ້ງກັນດານ​ຕະຫລອດ​ສີ່ສິບ​ປີ.
37 This is the Moses who told Israel's sons, 'Our Father will raise up a prophet like me for you, from your brothers.' “ໂມເຊ​ຄົນ​ນີ້​ແຫລະ ທີ່​ບອກ​ຊາວ​ອິດສະຣາເອນ​ວ່າ, ‘ພຣະເຈົ້າ​ຈະ​ສົ່ງ​ຜູ້ທຳນວາຍ​ຄົນ​ໜຶ່ງ​ມາ​ເພື່ອ​ພວກເຈົ້າ​ເໝືອນດັ່ງ​ຂ້າພະເຈົ້າ ເພິ່ນ​ຈະ​ມາ​ຈາກ​ພີ່ນ້ອງ​ຂອງ​ພວກເຈົ້າ​ເອງ’.
38 This is the one who was in the wilderness assembly with the angel speaking to him at Mount Sinai, and with our fathers—he received living words to give us. ເພິ່ນ​ໄດ້​ຢູ່​ກັບ​ຊຸມຊົນ​ໃນ​ຖິ່ນແຫ້ງແລ້ງກັນດານ, ຢູ່​ກັບ​ເທວະດາ​ຜູ້​ທີ່​ກ່າວ​ກັບ​ເພິ່ນ​ເທິງ​ພູເຂົາ​ຊີນາຍ ແລະ ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ທັງຫລາຍ; ແລະ ເພິ່ນ​ໄດ້​ຮັບ​ຖ້ອຍຄຳ​ທີ່ໃຫ້​ຊີວິດ ເຊິ່ງ​ສຶບທອດ​ມາ​ເຖິງ​ພວກເຮົາ.
39 Our fathers refused to obey him; they rejected him and in their hearts turned back to Egypt, “ແຕ່​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່​ຍອມ​ເຊື່ອຟັງ​ເພິ່ນ. ພວກເຂົາ​ໄດ້​ປະຕິເສດ​ເພິ່ນ ເພາະ​ພວກເຂົາ​ມີ​ໃຈ​ປາຖະໜາ​ຈະ​ກັບ​ໄປ​ຍັງ​ປະເທດ​ເອຢິບ.
40 telling Aaron, 'Make us gods to go ahead of us. As for this Moses who led us out of the land of Egypt, we don't know what happened to him.' ພວກເຂົາ​ຈຶ່ງ​ເວົ້າ​ກັບ​ອາໂຣນ​ວ່າ, ‘ຂໍ​ຈົ່ງ​ສ້າງ​ພະ​ໃຫ້​ພວກເຮົາ​ເພື່ອ​ຈະ​ນຳໜ້າ​ພວກເຮົາ​ໄປ​ດ້ວຍ. ເພາະ​ພວກເຮົາ​ບໍ່​ຮູ້​ວ່າ​ເກີດ​ຫຍັງ​ຂຶ້ນ​ກັບ​ໂມເຊ! ຜູ້​ທີ່​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ’.
41 They made a calf in those days, offered a sacrifice to the idol, and celebrated what their hands had made. ໃນ​ເວລາ​ນັ້ນ ພວກເຂົາ​ໄດ້​ສ້າງ​ຮູບເຄົາລົບ​ເປັນ​ຮູບ​ງົວນ້ອຍ​ໂຕ​ໜຶ່ງ​ຂຶ້ນ. ພວກເຂົາ​ໄດ້​ນຳ​ເຄື່ອງບູຊາ​ມາ​ຖວາຍ​ແກ່​ຮູບເຄົາລົບ​ນັ້ນ ແລະ ໄດ້​ຈັດງານ​ສະຫລອງ​ເພື່ອ​ເປັນ​ກຽດ​ແກ່​ສິ່ງ​ທີ່​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ຕົນ.
42 But our Father turned away, giving them over to worship the host of heaven, as written in the prophets' book: 'Did you bring me slaughtered animals and sacrifices for forty years in the wilderness, house of Israel? ແຕ່​ພຣະເຈົ້າ​ຫັນ​ຫລັງ​ຈາກ​ພວກເຂົາ ແລະ ປ່ອຍ​ໃຫ້​ພວກເຂົາ​ກາບໄຫວ້​ດວງຕາເວັນ, ດວງເດືອນ ແລະ ດວງດາວ. ຕາມ​ທີ່​ຂຽນ​ໄວ້​ໃນ​ໜັງສື​ຂອງ​ບັນດາ​ຜູ້ທຳນວາຍ​ວ່າ: “ ‘ປະຊາຊົນ​ອິດສະຣາເອນ, ຕະຫລອດ​ສີ່ສິບ​ປີ​ໃນ​ຖິ່ນແຫ້ງແລ້ງກັນດານ ພວກເຈົ້າ​ໄດ້​ຖວາຍ​ເຄື່ອງບູຊາ ແລະ ມອບ​ເຄື່ອງຖວາຍ​ໃຫ້​ແກ່​ເຮົາ​ບໍ?
43 You carried Moloch's tent and your god Rephan's star, the idols you fashioned to worship them; so I will banish you far beyond Babylon.' ພວກເຈົ້າ​ຂົນ​ຫໍເຕັນ​ຂອງ​ພະ​ໂມລົກ ແລະ ດວງດາວ​ຂອງ​ພະ​ເຣຟານ​ຂອງ​ພວກເຈົ້າ​ໄປ​ນຳ, ຮູບເຄົາລົບ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ສ້າງຂຶ້ນ​ເພື່ອ​ຂາບໄຫວ້. ເຫດສະນັ້ນ ເຮົາ​ຈະ​ສົ່ງ​ພວກເຈົ້າ​ໄປ​ເປັນ​ຊະເລີຍ’ ໄກ​ກວ່າ​ບາບີໂລນ.
44 Our ancestors had the tent of witness in the wilderness, as he who spoke to Moses directed him to make it, matching the pattern he'd seen. “ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ມີ​ຫໍເຕັນ​ແຫ່ງ​ພັນທະສັນຍາ​ຢູ່​ກັບ​ພວກເຂົາ​ໃນ​ຖິ່ນແຫ້ງແລ້ງກັນດານ. ເຊິ່ງ​ໄດ້​ສ້າງຂຶ້ນ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໂມເຊ, ຕາມ​ແບບ​ທີ່​ໂມເຊ​ໄດ້​ເຫັນ.
45 Our fathers in turn brought it in with Joshua when they dispossessed the nations that our Father drove out before them. So it was until the days of David, ເມື່ອ​ໄດ້​ຮັບ​ຫໍເຕັນ​ແລ້ວ, ບັນພະບຸລຸດ​ຂອງ​ພວກເຮົາ​ທີ່​ຢູ່​ພາຍໃຕ້​ການ​ນຳ​ຂອງ​ໂຢຊວຍ ກໍ​ໄດ້​ນຳ​ຫໍເຕັນ​ນັ້ນ​ໄປ​ກັບ​ພວກເຂົາ​ເມື່ອ​ພວກເຂົາ​ເຂົ້າ​ຢຶດຄອງ​ດິນແດນ​ຈາກ​ຊົນຊາດ​ຕ່າງໆ​ທີ່​ພຣະເຈົ້າ​ໄດ້​ຂັບໄລ່​ໄປ​ຕໍ່ໜ້າ​ພວກເຂົາ. ຫໍເຕັນ​ນີ້​ກໍ​ຍັງ​ມີ​ຢູ່​ໃນ​ດິນແດນ​ຈົນ​ເຖິງ​ສະໄໝ​ຂອງ​ດາວິດ,
46 who found favor with our Father and asked to find a dwelling place for our Father. ຜູ້​ທີ່​ຊື່ນຊົມຍິນດີ​ກັບ​ຄວາມ​ພໍໃຈ​ຂອງ​ພຣະເຈົ້າ. ແລະ ເພິ່ນ​ໄດ້​ຂໍ​ສ້າງ​ບ່ອນ​ສະຖິດ​ໃຫ້​ພຣະເຈົ້າ​ຂອງ​ຢາໂຄບ.
47 But it was Solomon who built a house for him. ແຕ່​ວ່າ​ແມ່ນ​ໂຊໂລໂມນ​ທີ່​ເປັນ​ຜູ້​ສ້າງ​ວິຫານ​ໃຫ້​ພຣະອົງ.
48 Yet the Most High does not live in houses made by human hands, as the prophet says: “ເຖິງ​ຢ່າງໃດ​ກໍ​ຕາມ, ອົງ​ຜູ້​ສູງສຸດ​ກໍ​ບໍ່​ໄດ້​ສະຖິດ​ຢູ່​ໃນ​ບ່ອນ​ທີ່​ມື​ມະນຸດ​ສ້າງ​ຂຶ້ນ. ຕາມ​ທີ່​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ:
49 'Heaven is my throne, and the earth is my footstool. What kind of house will you build for me, says our Father, or what is the place of my rest? “ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ວ່າ, ‘ສະຫວັນ​ເປັນ​ບັນລັງ​ຂອງ​ເຮົາ, ແລະ ແຜ່ນດິນໂລກ​ເປັນ​ບ່ອນຮອງຕີນ​ຂອງ​ເຮົາ. ພວກເຈົ້າ​ຈະ​ສ້າງ​ບ້ານ​ແບບ​ໃດ​ສຳລັບ​ເຮົາ? ຫລື ສະຖານທີ່​ພັກຜ່ອນ​ຂອງ​ເຮົາ​ຈະ​ຢູ່​ທີ່​ໃດ?
50 Did not my hand make all these things?' ມື​ຂອງ​ເຮົາ​ໄດ້​ສ້າງ​ສິ່ງ​ເຫລົ່ານີ້​ທັງໝົດ​ບໍ່​ແມ່ນ​ບໍ?’
51 "You stubborn people, uncircumcised in heart and ears, always resist the Holy Spirit—like your fathers, so do you. “ພວກເຈົ້າ​ເປັນ​ຄົນ​ຫົວ​ແຂງ! ໃຈ ແລະ ຫູ​ຂອງ​ພວກເຈົ້າ​ຍັງ​ບໍ່​ໄດ້​ຮັບພິທີຕັດ. ພວກເຈົ້າ​ກໍ​ເປັນ​ເໝືອນ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຄື: ພວກເຈົ້າ​ທັງຫລາຍ​ຕໍ່ຕ້ານ​ພຣະວິນຍານບໍລິສຸດເຈົ້າ​ຢູ່​ສະເໝີ!
52 Which of the prophets did your fathers not persecute? They killed those who announced beforehand the Righteous One's coming—whom you have now betrayed and murdered. ມີ​ຜູ້ທຳນວາຍ​ຄົນໃດ​ແດ່​ທີ່​ບໍ່​ໄດ້​ຖືກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຂົ່ມເຫັງ? ພວກເຂົາ​ຂ້າ​ແມ່ນ​ແຕ່​ບັນດາ​ຜູ້​ທີ່​ທຳນວາຍ​ເຖິງ​ການ​ມາ​ຂອງ​ອົງ​ຜູ້ຊອບທຳ. ແລະ ບັດນີ້ ພວກເຈົ້າ​ກໍ​ຍັງ​ທໍລະຍົດ ແລະ ຂ້າ​ພຣະອົງ.
53 You who received the law through angels and yet did not keep it." ພວກເຈົ້າ​ທັງຫລາຍ​ເປັນ​ຜູ້​ໄດ້​ຮັບ​ກົດບັນຍັດ​ທີ່​ໄດ້​ມອບ​ໃຫ້​ຜ່ານທາງ​ເທວະດາ ແຕ່​ບໍ່​ໄດ້​ເຊື່ອຟັງ​ກົດບັນຍັດ​ນັ້ນ​ເລີຍ”.
54 Now when they heard these things they were enraged, and they ground their teeth at him. ເມື່ອ​ສະມາຊິກ​ສະພາ​ແຊນເຮດຣິນ​ໄດ້​ຍິນ​ດັ່ງນີ້, ພວກເຂົາ​ກໍ​ໃຈຮ້າຍ​ແຮງ ແລະ ກັດ​ແຂ້ວ​ໃສ່​ຊະເຕຟາໂນ.
55 But Stephen, full of the Holy Spirit, looked into heaven, saw the glory of our Father, and Jesus standing at the right hand of our Father. ແຕ່​ຊະເຕຟາໂນ, ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ, ໄດ້​ເງີຍໜ້າ​ຂຶ້ນ​ສູ່​ສະຫວັນ ແລະ ເຫັນ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເຫັນ​ພຣະເຢຊູເຈົ້າ​ຢືນ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ.
56 And he said, "Look, I see the heavens opened and the Son of Man standing at our Father's right hand." ເພິ່ນ​ກ່າວ​ວ່າ, “ເບິ່ງ​ແມ, ຂ້າພະເຈົ້າ​ເຫັນ​ສະຫວັນ​ເປີດ​ອອກ ແລະ ບຸດມະນຸດ​ຢືນ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ”.
57 But they cried out with a loud voice, covered their ears, and rushed at him. ໃນ​ຂະນະ​ນັ້ນ ພວກເຂົາ​ໄດ້​ເອົາ​ມື​ອັດ​ຫູ​ຕົນ​ໄວ້ ແລະ ຮ້ອງ​ຈົນ​ສຸດ​ສຽງ​ຂອງ​ພວກເຂົາ, ພວກເຂົາ​ພາກັນ​ຫລູບ​ເຂົ້າ​ໃສ່​ຊະເຕຟາໂນ,
58 They threw him out of the city and stoned him. The witnesses laid their coats at the feet of a young man named Saul. ແລ້ວ​ລາກ​ເພິ່ນ​ອອກ​ໄປ​ຈາກ​ເມືອງ ແລະ ເລີ່ມ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ. ໃນຂະນະ​ດຽວ​ກັນ​ນັ້ນ, ຄົນ​ທັງຫລາຍ​ທີ່​ເປັນ​ພະຍານ​ໄດ້​ພາກັນ​ວາງ​ເສື້ອຄຸມ​ຂອງ​ພວກເຂົາ​ໄວ້​ທີ່​ຕີນ​ຂອງ​ຊາຍໜຸ່ມ​ຄົນ​ໜຶ່ງ​ທີ່​ຊື່​ວ່າ​ໂຊໂລ.
59 And as they were stoning him, Stephen called out, "Lord Jesus, receive my spirit." ຂະນະ​ທີ່​ພວກເຂົາ​ກຳລັງ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ​ຢູ່​ນັ້ນ, ຊະເຕຟາໂນ​ໄດ້​ອະທິຖານ​ວ່າ, “ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ຂໍ​ຮັບ​ເອົາ​ຈິດວິນຍານ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ”.
60 Kneeling, he cried out loudly, "Lord, do not hold this sin against them." Then he fell asleep. ແລ້ວ​ເພິ່ນ​ກໍ​ຄຸເຂົ່າ​ລົງ ແລະ ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍ​ຢ່າ​ຖື​ໂທດ​ພວກເຂົາ​ເພາະ​ບາບ​ນີ້​ເລີຍ”. ແລ້ວ​ເພິ່ນ​ກໍ​ຂາດ​ໃຈ​ຕາຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]