Skip to content
The Believer's Library

Biblica® Open Lao Contemporary Version

Acts 10 OLCV

Show OLCV only
Verse × ×
1 There was a man in Caesarea named Cornelius, a centurion of what was called the Italian Cohort. ທີ່​ເມືອງ​ກາຍຊາເຣຍ ມີ​ຊາຍ​ຄົນໜຶ່ງ​ທີ່​ຊື່​ວ່າ​ໂກເນລີໂອ, ນາຍຮ້ອຍ​ຢູ່​ໃນ​ກອງທະຫານ​ທີ່​ເອີ້ນ​ວ່າ​ກອງ​ອີຕາລີ.
2 He was devout, feared our Father with his whole household, gave many gifts to the people, and prayed to our Father constantly. ເພິ່ນ ແລະ ຄອບຄົວ​ຂອງ​ເພິ່ນ​ແມ່ນ​ຢຶດໝັ້ນ​ໃນ​ສາສະໜາ ແລະ ຢຳເກງ​ພຣະເຈົ້າ, ເພິ່ນ​ເຄີຍ​ຊ່ວຍເຫລືອ​ຄົນຍາກຈົນ​ດ້ວຍ​ໃຈກວ້າງຂວາງ ແລະ ອະທິຖານ​ຕໍ່​ພຣະເຈົ້າ​ເປັນ​ປະຈຳ.
3 About three in the afternoon he saw clearly in a vision an angel of our Father come to him and say, "Cornelius." ມີ​ມື້​ໜຶ່ງ ປະມານ​ບ່າຍ​ສາມ​ໂມງ​ເພິ່ນ​ໄດ້​ເຫັນ​ນິມິດ. ເພິ່ນ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ​ຢ່າງ​ຊັດເຈນ, ເທວະດາ​ຕົນ​ນັ້ນ​ເຂົ້າ​ມາ​ຫາ​ເພິ່ນ ແລະ ກ່າວ​ວ່າ, “ໂກເນລີໂອ!”
4 Staring at him, terrified, he said, "What is it, sir?" The angel replied, "Your prayers and gifts to the poor have risen as a memorial before our Father." ໂກເນລີໂອ​ໄດ້​ຈ້ອງ​ເບິ່ງ​ເທວະດາ​ຕົນ​ນັ້ນ​ດ້ວຍ​ຄວາມຢ້ານ. ເພິ່ນ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ, ມີ​ຫຍັງ​ບໍ?” ເທວະດາ​ຕອບ​ວ່າ, “ຄຳອະທິຖານ​ຂອງ​ເຈົ້າ ແລະ ສິ່ງ​ທີ່​ເຈົ້າ​ໃຫ້​ແກ່​ຄົນຍາກຈົນ​ນັ້ນ​ຂຶ້ນ​ໄປ​ເປັນ​ເຄື່ອງບູຊາ​ໃຫ້​ຈົດຈຳ​ຕໍ່ໜ້າ​ພຣະເຈົ້າ​ແລ້ວ.
5 Now send men to Joppa and bring a man named Simon, who is called Peter. ບັດນີ້ ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ​ເພື່ອ​ເຊີນ​ເອົາ​ຊາຍ​ຜູ້​ໜຶ່ງ​ຊື່​ວ່າ​ຊີໂມນ ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ ເປໂຕ.
6 He is lodging with a tanner named Simon, whose house is by the sea. ເພິ່ນ​ພັກ​ຢູ່​ກັບ​ຊີໂມນ​ຊ່າງຟອກໜັງ, ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມທະເລ”.
7 When the angel who spoke to him left, Cornelius called two of his household servants and a devout soldier from among his regular attendants, ເມື່ອ​ເທວະດາ​ທີ່​ມາ​ບອກ​ເພິ່ນ​ໄດ້​ຈາກ​ໄປ​ແລ້ວ, ໂກເນລີໂອ​ຈຶ່ງ​ເອີ້ນ​ຜູ້ຮັບໃຊ້​ສອງ​ຄົນ ແລະ ທະຫານ​ຮັບໃຊ້​ຄົນ​ໜຶ່ງ​ທີ່​ຖື​ສາສະໜາ​ຢ່າງ​ເຄັ່ງຄັດ​ມາ​ພົບ​ເພິ່ນ.
8 and after explaining everything to them, he sent them to Joppa. ແລ້ວ​ເພິ່ນ​ໄດ້​ເລົ່າ​ທຸກ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ​ໃຫ້​ພວກເຂົາ​ຟັງ ແລະ ສົ່ງ​ພວກເຂົາ​ໄປ​ທີ່​ເມືອງ​ຢົບປາ.
9 The next day, as they journeyed and neared the city, Peter went up on the roof to pray, about noon. ມື້​ຕໍ່​ມາ ປະມານ​ຕອນທ່ຽງ ຂະນະ​ທີ່​ພວກເຂົາ​ກຳລັງ​ເດີນທາງ​ມາ ແລະ ໃກ້​ຈະ​ຮອດ​ເມືອງ​ນັ້ນ​ແລ້ວ, ເປໂຕ​ໄດ້​ຂຶ້ນ​ໄປ​ເທິງ​ຫລັງຄາ​ເພື່ອ​ອະທິຖານ.
10 He grew hungry and wanted to eat, but while they prepared food, a trance came over him, ເພິ່ນ​ຮູ້ສຶກ​ຫິວ ແລະ ຢາກ​ຈະ​ຫາ​ບາງ​ຢ່າງ​ມາ​ກິນ, ແລະ ໃນ​ລະຫວ່າງ​ທີ່​ຄົນ​ກຳລັງ​ຈັດຕຽມ​ອາຫານ​ຢູ່​ນັ້ນ, ເປໂຕ​ກໍ​ລືມ​ຄີງ​ໄປ.
11 and saw heaven opened, and something like a large sheet coming down, lowered by its four corners to the earth. ເພິ່ນ​ໄດ້​ເຫັນ​ສະຫວັນ​ເປີດ​ອອກ ແລະ ມີ​ສິ່ງ​ໜຶ່ງ​ເໝືອນ​ຜ້າ​ຜືນ​ໃຫຍ່​ຖືກ​ຢ່ອນ​ລົງ​ມາ​ເທິງ​ໂລກ​ທັງ​ສີ່​ມູມ.
12 It held all kinds of four-footed animals and reptiles of the earth and birds of the air. ໃນ​ຜ້າ​ຜືນ​ທີ່​ຢ່ອນ​ມາ​ເທິງ​ໂລກ​ນັ້ນ​ມີ​ສັດ​ທຸກ​ຊະນິດ ລວມ​ທັງ​ສັດສີ່ຕີນ, ສັດເລືອຄານ ແລະ ນົກ.
13 And a voice came to him: "Rise, Peter; kill and eat." ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ກ່າວ​ແກ່​ເພິ່ນ​ວ່າ, “ເປໂຕ​ເອີຍ, ຈົ່ງ​ລຸກ​ຂຶ້ນ. ແລ້ວ​ຂ້າ​ກິນ​ສາ”.
14 But Peter said, "Absolutely not, Lord; for I have never eaten anything common or unclean." ເປໂຕ​ຕອບ​ວ່າ, “ບໍ່​ໄດ້​ເດັດຂາດ ອົງພຣະຜູ້ເປັນເຈົ້າ! ຂ້ານ້ອຍ​ບໍ່​ເຄີຍ​ກິນ​ສິ່ງ​ທີ່​ບໍ່​ໄດ້​ຖືກ​ຊຳລະ​ໃຫ້​ສະອາດ ຫລື ສິ່ງ​ທີ່​ເປັນມົນທິນ​ເລີຍ”.
15 The voice came to him again, a second time: "What I have made clean, don't call common." ສຽງ​ນັ້ນ​ກ່າວ​ແກ່​ເພິ່ນ​ເປັນ​ເທື່ອ​ທີ​ສອງ​ວ່າ, “ຢ່າ​ເອີ້ນ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ຊຳລະ​ໃຫ້​ສະອາດ​ແລ້ວ​ວ່າ​ເປັນມົນທິນ”.
16 This happened three times, and at once the sheet was taken up to heaven. ເຫດການ​ນີ້​ໄດ້​ເກີດຂຶ້ນ​ເຖິງ​ສາມ​ເທື່ອ ແລະ ທັນໃດ​ນັ້ນ ຜ້າ​ຜືນ​ນັ້ນ​ກໍ​ຖືກ​ຮັບ​ຄືນ​ຂຶ້ນ​ສູ່​ສະຫວັນ.
17 While Peter was puzzled over what the vision meant, suddenly the men sent by Cornelius, having asked the way to Simon's house, stood at the gate, ໃນ​ຂະນະ​ທີ່​ເປໂຕ​ຍັງ​ສົງໄສ​ກ່ຽວກັບ​ຄວາມໝາຍ​ຂອງ​ນິມິດ​ຢູ່​ນັ້ນ, ຄົນ​ທີ່​ໂກເນລີໂອ​ໄດ້​ສົ່ງ​ມາ​ນັ້ນ​ກໍ​ໄດ້​ພົບ​ເຮືອນ​ຂອງ​ຊີໂມນ ແລະ ໄດ້​ມາ​ຢືນ​ຢູ່​ທີ່​ປະຕູ​ເຮືອນ​ແລ້ວ.
18 and called out to ask whether Simon who was called Peter was lodging there. ພວກເຂົາ​ຮ້ອງ​ຖາມ​ວ່າ, ຊີໂມນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເປໂຕ ໄດ້​ມາ​ພັກ​ຢູ່​ທີ່​ນີ້​ບໍ.
19 As Peter thought about the vision, the Holy Spirit said to him, "Three men are looking for you. ຂະນະ​ທີ່​ເປໂຕ​ກຳລັງ​ຄິດ​ເຖິງ​ເລື່ອງ​ນິມິດ​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ແກ່​ເພິ່ນ​ວ່າ, “ຊີໂມນ​ເອີຍ ມີ​ຊາຍ​ສາມ​ຄົນ​ກຳລັງ​ຊອກຫາ​ເຈົ້າ​ຢູ່.
20 Get up, go downstairs, and go with them without hesitation, for I have sent them." ດັ່ງນັ້ນ ຈົ່ງ​ລຸກຂຶ້ນ​ແລ້ວ​ລົງ​ໄປ​ຂ້າງລຸ່ມ. ຢ່າ​ລັງເລໃຈ​ທີ່​ຈະ​ໄປ​ກັບ​ພວກເຂົາ, ເພາະ​ແມ່ນ​ເຮົາ​ເອງ​ທີ່​ໄດ້​ສົ່ງ​ພວກເຂົາ​ມາ”.
21 Peter went down to the men and said, "I'm the one you're looking for. Why have you come?" ເປໂຕ​ຈຶ່ງ​ລົງ​ໄປ ແລະ ບອກ​ຊາຍ​ເຫລົ່ານັ້ນ​ວ່າ, “ເຮົາ​ຄື​ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ຢູ່. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ທີ່​ນີ້?”
22 They said, "Cornelius, a centurion, upright, fears our Father, and respected by the whole Jewish nation, was told by a holy angel to summon you to his house and hear what you have to say." ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ມາ​ຈາກ​ນາຍຮ້ອຍ​ໂກເນລີໂອ. ເພິ່ນ​ຜູ້ຊອບທຳ ແລະ ຢຳເກງ​ພຣະເຈົ້າ​ຄົນ​ໜຶ່ງ, ເປັນ​ຜູ້​ທີ່​ເຄົາລົບນັບຖື​ຂອງ​ປະຊາຊົນ​ຊາວຢິວ​ທັງໝົດ. ເທວະດາ​ຜູ້​ບໍລິສຸດ​ໄດ້​ບອກ​ນາຍຮ້ອຍ​ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງ​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຟັງ​ສິ່ງ​ທີ່​ທ່ານ​ຈະ​ກ່າວ”.
23 So he invited them in and hosted them. Next day he set out with them, joined by some brothers from Joppa. ແລ້ວ​ເປໂຕ​ຈຶ່ງ​ເຊີນ​ພວກເຂົາ​ເຂົ້າ​ມາ​ໃນ​ເຮືອນ​ເພື່ອ​ເປັນ​ແຂກ​ຂອງ​ເພິ່ນ. ໃນ​ມື້​ຕໍ່ມາ ເປໂຕ​ກໍ​ໄດ້​ອອກ​ເດີນທາງ​ໄປ​ກັບ​ພວກເຂົາ ແລະ ມີ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ຈາກ​ເມືອງ​ຢົບປາ​ກໍ​ໄປ​ນຳ​ເພິ່ນ​ດ້ວຍ.
24 The next day he entered Caesarea. Cornelius, expecting them, had gathered his relatives and close friends. ມື້​ຕໍ່ມາ​ອີກ ເປໂຕ​ກໍ​ໄດ້​ມາ​ເຖິງ​ເມືອງ​ກາຍຊາເຣຍ. ໂກເນລີໂອ​ກຳລັງ​ຄອຍຖ້າ​ຕ້ອນຮັບ​ພວກເຂົາ​ຢູ່ ແລະ ໄດ້​ເຊີນ​ເອົາ​ຍາດພີ່ນ້ອງ ແລະ ໝູ່​ສະໜິດ​ມາ​ເຕົ້າໂຮມ​ກັນ.
25 When Peter entered, Cornelius met him and fell down at his feet and worshiped him. ພໍ​ເປໂຕ​ເຂົ້າໄປ​ໃນ​ເຮືອນ ໂກເນລີໂອ​ກໍ​ອອກ​ມາ​ຕ້ອນຮັບ ແລະ ຂາບ​ລົງ​ທີ່​ຕີນ​ຂອງ​ເປໂຕ​ດ້ວຍ​ຄວາມ​ຢຳເກງ.
26 But Peter lifted him up, saying, "Stand up! I'm a man too." ແຕ່​ເປໂຕ​ດຶງ​ລາວ​ໃຫ້​ລຸກຂຶ້ນ​ພ້ອມ​ທັງ​ເວົ້າ​ວ່າ, “ຈົ່ງ​ຢືນ​ຂຶ້ນ, ເຮົາ​ເອງ​ກໍ​ເປັນ​ພຽງ​ມະນຸດ​ຄົນ​ໜຶ່ງ”.
27 While talking with Cornelius, Peter went in and found many people gathered. ໃນ​ຂະນະ​ທີ່​ກຳລັງ​ສົນທະນາ​ກັບ​ລາວ​ຢູ່​ນັ້ນ, ເປໂຕ​ໄດ້​ເຂົ້າ​ໄປ​ທາງໃນ ແລະ ພົບ​ປະຊາຊົນ​ຫລວງຫລາຍ​ເຕົ້າໂຮມ​ກັນ​ຢູ່.
28 He said to them, "You yourselves know it's unlawful for a Jew to associate with or visit someone of another nation. But our Father showed me I should call no one common or unclean. ເພິ່ນ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ດີ​ວ່າ​ເປັນ​ການ​ຜິດ​ກົດບັນຍັດ​ຂອງ​ພວກເຮົາ​ທີ່​ຊາວຢິວ​ຈະ​ຄົບ​ຫາ​ສະມາຄົມ ຫລື ຢ້ຽມຢາມ​ຄົນຕ່າງຊາດ. ແຕ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ແກ່​ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ບໍ່​ຄວນ​ເອີ້ນ​ຜູ້ໃດ​ວ່າ​ບໍ່​ສະອາດ ຫລື ເປັນມົນທິນ.
29 So, sent for, I came without objection. Now, why did you send for me?" ດັ່ງນັ້ນ ເມື່ອ​ມີ​ຄົນ​ໄປ​ເຊີນ​ຂ້າພະເຈົ້າ, ຂ້າພະເຈົ້າ​ກໍ​ມາ​ໂດຍ​ບໍ່​ຂັດຂ້ອງ​ປະການ​ໃດ. ຂ້າພະເຈົ້າ​ຈຶ່ງ​ຂໍ​ຖາມ​ວ່າ, ເປັນຫຍັງ​ພວກທ່ານ​ຈຶ່ງ​ໄດ້​ສົ່ງ​ຄົນ​ໄປ​ເຊີນ​ຂ້າພະເຈົ້າ​ມາ?”
30 Cornelius said, "Four days ago at this hour, three in the afternoon, I was praying in my house, and suddenly a man in bright clothing stood before me, ໂກເນລີໂອ​ຕອບ​ວ່າ: “ເມື່ອ​ສາມ​ວັນ​ຜ່ານ​ມາ​ນີ້​ໃນ​ເວລາ​ທີ່​ຂ້ານ້ອຍ​ກຳລັງ​ອະທິຖານ​ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ໃນ​ເວລາ​ດຽວ​ກັນ​ນີ້, ເວລາ​ບ່າຍ​ສາມ​ໂມງ, ທັນໃດ​ນັ້ນ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ນຸ່ງເຄື່ອງ​ເຫລື້ອມໃສ​ມາ​ຢືນ​ຢູ່​ຕໍ່ໜ້າ​ຂ້ານ້ອຍ
31 and said, 'Cornelius, your prayer was heard and your gifts to the poor remembered before our Father. ແລ້ວ ເວົ້າ​ວ່າ, ‘ໂກເນລີໂອ​ເອີຍ ພຣະເຈົ້າ​ໄດ້​ຍິນ​ຄຳອະທິຖານ​ຂອງ​ເຈົ້າ ແລະ ໄດ້​ລະນຶກ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ໃຫ້​ແກ່​ຄົນຍາກຈົນ​ແລ້ວ.
32 So send to Joppa and call for Simon, known as Peter. He's staying in Simon the tanner's house, by the sea.' ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ​ເພື່ອ​ເຊີນ​ເອົາ​ຊີໂມນ ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເປໂຕ. ເພິ່ນ​ເປັນ​ແຂກ​ພັກອາໄສ​ຢູ່​ທີ່​ເຮືອນ​ຂອງ​ຊີໂມນ​ຊ່າງຟອກໜັງ, ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມທະເລ’.
33 So I sent for you at once, and you did well to come. Now we're all here before God, to hear all the Lord has commanded you." ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ສົ່ງ​ຄົນ​ໄປ​ເຊີນ​ທ່ານ​ທັນທີ ແລະ ດີ​ແທ້ໆ​ທີ່​ທ່ານ​ກໍ​ກະລຸນາ​ມາ. ບັດນີ້ ພວກຂ້ານ້ອຍ​ທັງຫລາຍ​ກໍ​ຢູ່​ທີ່​ນີ້​ພ້ອມ​ກັນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ເພື່ອ​ຮັບຟັງ​ທຸກໆ​ສິ່ງ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ທ່ານ​ໃຫ້​ບອກ​ພວກຂ້ານ້ອຍ”.
34 Peter spoke up: "I truly see our Father shows no favoritism, ແລ້ວ​ເປໂຕ​ຈຶ່ງ​ເລີ່ມຕົ້ນ​ກ່າວ​ວ່າ: “ບັດນີ້ ຂ້າພະເຈົ້າ​ຮູ້ຈັກ​ຄັກ​ແລ້ວ​ວ່າ, ພຣະເຈົ້າ​ບໍ່​ໄດ້​ສະແດງ​ຄວາມ​ລຳອຽງ
35 but in every nation anyone who fears him and does what is right is acceptable to him. ແຕ່​ຍອມຮັບ​ຄົນ​ຈາກ​ທຸກ​ຊາດ​ທີ່​ຢຳເກງ​ພຣະອົງ ແລະ ເຮັດ​ສິ່ງ​ທີ່​ຖືກຕ້ອງ.
36 He sent his word to the Israelites, announcing good news of peace through Jesus Christ—he is Lord of all. ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ, ໃຫ້​ປະກາດ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທຸກຄົນ.
37 You yourselves know what happened throughout all Judea, beginning from Galilee after the baptism that John proclaimed: ພວກທ່ານ​ກໍ​ຮູ້​ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ທົ່ວ​ແຂວງ​ຢູດາຍ, ເລີ່ມ​ທີ່​ທະເລ​ຄາລີເລ​ຫລັງຈາກ​ທີ່​ໂຢຮັນ​ໄດ້​ໄປ​ປະກາດ​ເລື່ອງ​ບັບຕິສະມາ,
38 how our Father anointed Jesus of Nazareth with the Holy Spirit and power, how he went about doing good and healing all oppressed by the devil, for our Father was with him. ຄື​ເລື່ອງ​ທີ່​ພຣະເຈົ້າ​ໄດ້​ເຈີມ​ຕັ້ງ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ລິດອຳນາດ ແລະ ທີ່​ພຣະອົງ​ໄດ້​ເດີນທາງ​ໄປ​ເຮັດ​ຄວາມດີ ແລະ ຮັກສາ​ທຸກຄົນ​ທີ່​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ມານຮ້າຍ​ຢ່າງ​ໃດ ເພາະ​ພຣະເຈົ້າ​ຢູ່​ກັບ​ພຣະອົງ.
39 We are witnesses of all he did in the Jews' land and Jerusalem—they killed him, hanging him on a tree, “ພວກຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ທຸກສິ່ງ​ທີ່​ພຣະອົງ​ກະທຳ ທັງ​ໃນ​ດິນແດນ​ຂອງ​ຊາວ​ຢິວ ແລະ ໃນ​ເຢຣູຊາເລັມ. ພວກເຂົາ​ໄດ້​ຂ້າ​ພຣະອົງ​ໂດຍ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ,
40 but our Father raised him on the third day and made him appear, ແຕ່​ໃນ​ວັນ​ທີ​ສາມ ພຣະເຈົ້າ​ໄດ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ ແລະ ໃຫ້​ພຣະອົງ​ປາກົດ​ຕົວ​ໃຫ້​ຄົນ​ເຫັນ.
41 not to all the people but to us, witnesses whom our Father chose beforehand, who ate and drank with him after he rose from the dead. ບໍ່​ແມ່ນ​ທຸກຄົນ​ທີ່​ໄດ້​ເຫັນ​ພຣະອົງ ມີ​ແຕ່​ພະຍານ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ເທົ່ານັ້ນ​ທີ່​ໄດ້​ເຫັນ, ຄື​ປາກົດ​ແກ່​ພວກຂ້າພະເຈົ້າ​ຜູ້​ທີ່​ໄດ້​ກິນ ແລະ ໄດ້​ດື່ມ​ກັບ​ພຣະອົງ​ຫລັງ​ຈາກ​ທີ່​ພຣະອົງ​ຄືນ​ມາ​ຈາກ​ຕາຍ.
42 He commanded us to preach to the people and testify: our Father appointed him judge of the living and the dead. ພຣະອົງ​ສັ່ງ​ໃຫ້​ພວກຂ້າພະເຈົ້າ​ປະກາດ​ແກ່​ຄົນ​ທັງຫລາຍ ແລະ ໃຫ້​ເປັນ​ພະຍານ​ວ່າ​ພຣະອົງ​ແມ່ນ​ຜູ້​ທີ່​ພຣະເຈົ້າ​ຕັ້ງ​ໃຫ້​ເປັນ​ຜູ້ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ.
43 To him all the prophets testify that everyone believing in him receives forgiveness of sins through his name." ຜູ້ທຳນວາຍ​ທັງໝົດ​ກໍ​ຢືນຢັນ​ກ່ຽວກັບ​ພຣະອົງ​ວ່າ, ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ​ຜ່ານທາງ​ນາມ​ຂອງ​ພຣະອົງ”.
44 While Peter was still saying these things, the Holy Spirit fell on all who heard the word. ຂະນະ​ທີ່​ເປໂຕ​ຍັງ​ກ່າວ​ຖ້ອຍຄຳ​ເຫລົ່ານີ້​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ທຸກຄົນ​ທີ່​ກຳລັງ​ຟັງ​ຖ້ອຍຄຳ​ນັ້ນ.
45 The circumcised believers who came with Peter were amazed that the gift of the Holy Spirit was poured out on Gentiles too. ບັນດາ​ຜູ້ທີ່ເຊື່ອ​ທີ່​ໄດ້​ຮັບ​ພິທີຕັດ​ແລ້ວ ຄື​ຄົນ​ທີ່​ມາ​ກັບ​ເປໂຕ​ກໍ​ປະຫລາດໃຈ​ທີ່​ພຣະເຈົ້າ​ເທ​ຂອງປະທານ​ຄື​ພຣະວິນຍານບໍລິສຸດເຈົ້າ​ລົງ​ມາ​ໃຫ້​ຄົນຕ່າງຊາດ​ເໝືອນກັນ.
46 For they heard them speaking in tongues and praising our Father. Then Peter declared, ເພາະ​ພວກເຂົາ​ໄດ້​ຍິນ​ຄົນ​ເຫລົ່ານີ້​ເວົ້າ​ພາສາ​ແປກໆ ແລະ ສັນລະເສີນ​ພຣະເຈົ້າ. ແລ້ວ​ເປໂຕ​ໄດ້​ກ່າວ​ວ່າ,
47 "Can anyone refuse water to baptize these people, who received the Holy Spirit as we did?" “ບໍ່​ມີ​ຜູ້ໃດ​ຈະ​ຫ້າມ​ຄົນ​ເຫລົ່ານີ້​ບໍ່​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ນ້ຳ​ຢ່າງ​ແນ່ນອນ. ໃນ​ເມື່ອ​ພວກເຂົາ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ເໝືອນ​ດັ່ງ​ພວກເຮົາ​ແລ້ວ”.
48 He ordered them baptized in Jesus Christ's name. Then they asked him to stay several days. ດັ່ງນັ້ນ ເປໂຕ​ຈຶ່ງ​ສັ່ງ​ໃຫ້​ຄົນ​ເຫລົ່ານີ້​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ. ຫລັງຈາກ​ນັ້ນ ພວກເຂົາ​ກໍ​ຂໍ​ເປໂຕ​ໃຫ້​ພັກ​ຢູ່​ກັບ​ພວກເຂົາ​ອີກ​ສອງ​ສາມ​ມື້.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]