Skip to content
The Believer's Library

Biblica® Open Lao Contemporary Version

Acts 4 OLCV

Show OLCV only
Verse × ×
1 While Peter and John were speaking to the people, the priests, the temple captain, and the Sadducees came up to them, ຂະນະ​ທີ່​ເປໂຕ ແລະ ໂຢຮັນ​ຍັງ​ກ່າວ​ແກ່​ປະຊາຊົນ​ຢູ່​ນັ້ນ ບັນດາ​ປະໂລຫິດ, ຫົວໜ້າ​ເຝົ້າ​ຍາມ​ວິຫານ ແລະ ພວກ​ຊາດູກາຍ​ກໍ​ໄດ້​ມາ​ຫາ​ພວກເພິ່ນ.
2 greatly annoyed because they were teaching the people and proclaiming the resurrection from the dead in Jesus. ພວກເຂົາ​ຂັດເຄືອງໃຈ​ຫລາຍ​ເພາະ​ພວກ​ອັກຄະສາວົກ​ໄດ້​ສັ່ງສອນ ແລະ ໄດ້​ປະກາດ​ແກ່​ຄົນ​ທັງຫລາຍ​ເຖິງ​ເລື່ອງ​ການ​ເປັນຄືນມາ​ຈາກຕາຍ​ໂດຍ​ອ້າງ​ວ່າ​ພຣະເຢຊູຄຣິດເຈົ້າ​ເປັນຄືນມາ​ຈາກ​ຕາຍ​ແລ້ວ.
3 They arrested them and put them in custody until the next day, since it was already evening. ພວກເຂົາ​ໄດ້​ຈັບ​ເປໂຕ ແລະ ໂຢຮັນ​ໄວ້, ເນື່ອງ​ຈາກ​ວ່າ​ຄໍ່າ​ແລ້ວ​ພວກເຂົາ​ຈຶ່ງ​ຂັງ​ພວກເພິ່ນ​ໄວ້​ໃນ​ຄຸກ​ຈົນ​ເຖິງ​ມື້​ຕໍ່ມາ.
4 But many who heard the message believed, and the men's number reached about 5,000. ແຕ່​ຫລາຍຄົນ​ກໍ​ໄດ້​ເຊື່ອ​ເມື່ອ​ໄດ້​ຍິນ​ຄຳສັ່ງສອນ​ນັ້ນ; ດັ່ງນັ້ນ ຈຶ່ງ​ມີ​ຈຳນວນ​ພວກ​ຜູ້ຊາຍ​ທີ່​ເຊື່ອ​ເພີ່ມ​ຂຶ້ນ​ປະມານ​ຫ້າພັນ​ຄົນ.
5 The next day their rulers, elders, and teachers of the law gathered together in Jerusalem, ໃນ​ມື້​ຕໍ່ມາ​ພວກ​ຜູ້ນຳ, ພວກ​ເຖົ້າແກ່ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ມາ​ປະຊຸມ​ກັນ​ທີ່​ເຢຣູຊາເລັມ.
6 with Annas the high priest, Caiaphas, John, Alexander, and all who were of the high-priestly family. ມະຫາ​ປະໂລຫິດ​ອັນນາ, ກາຢະຟາ, ໂຢຮັນ, ອາເລັກຊັນເດີ ແລະ ຄົນ​ອື່ນໆ​ທີ່​ເປັນ​ສະມາຊິກ​ໃນ​ຄອບຄົວ​ຂອງ​ມະຫາ​ປະໂລຫິດ​ກໍ​ຢູ່​ທີ່​ນັ້ນ.
7 They stood them in the middle and asked, "By what power or by what name did you do this?" ພວກເຂົາ​ໄດ້​ນຳ​ເອົາ​ເປໂຕ ແລະ ໂຢຮັນ​ມາ​ຢູ່​ຕໍ່ໜ້າ ແລະ ຖາມ​ພວກເຂົາ​ວ່າ: “ພວກເຈົ້າ​ເຮັດ​ການ​ນີ້​ໂດຍ​ລິດອຳນາດ ຫລື ໃນ​ນາມ​ຂອງ​ຜູ້ໃດ?”
8 Then Peter, filled with the Holy Spirit, said to them, "Rulers of the people and elders, ແລ້ວ​ເປໂຕ, ຜູ້​ທີ່​ເຕັມ​ລົ້ນ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ: “ຮຽນ​ບັນດາ​ທ່ານ​ຜູ້ນຳ​ປະຊາຊົນ ແລະ ບັນດາ​ເຖົ້າແກ່​ທີ່​ນັບຖື!
9 if we're questioned today about a good deed to a sick man, how he was healed. ໃນ​ວັນ​ນີ້ ຖ້າ​ພວກເຮົາ​ຖືກ​ເອີ້ນ​ມາ​ໃຫ້​ການ​ເພາະ​ເລື່ອງ​ທີ່​ສະແດງ​ຄວາມເມດຕາ​ແກ່​ຄົນເປ້ຍ ແລະ ຖືກ​ຖາມ​ວ່າ​ລາວ​ດີ​ເປັນ​ປົກກະຕິ​ໄດ້​ຢ່າງໃດ,
10 Know this, all of you and all Israel's people: by the name of Jesus Christ of Nazareth, whom you crucified, whom our Father raised from the dead—by him this man stands before you well. ກໍ​ຂໍ​ໃຫ້​ພວກທ່ານ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຮູ້​ວ່າ: ສິ່ງ​ນີ້​ເປັນ​ໄປ​ໂດຍ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ຊາວ​ນາຊາເຣັດ ທີ່​ພວກທ່ານ​ທັງຫລາຍ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ, ໂດຍ​ນາມ​ຂອງ​ພຣະອົງ​ນັ້ນ​ເອງ ຊາຍ​ຜູ້​ທີ່​ຢືນ​ຢູ່​ຕໍ່ໜ້າ​ພວກທ່ານ​ນີ້​ຈຶ່ງ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ.
11 This Jesus is "the stone you builders rejected, which has become the cornerstone." ພຣະເຢຊູເຈົ້າ​ອົງ​ເປັນ “ ‘ຫີນ​ທີ່​ພວກທ່ານ​ທັງຫລາຍ​ຜູ້​ເປັນ​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ, ກໍ​ໄດ້​ກາຍເປັນ​ຫີນເສົາເອກ​ແລ້ວ’.
12 Salvation is in no one else; no other name under heaven is given among people by which we must be saved." ໃນ​ຜູ້​ອື່ນ​ຄວາມ​ລອດພົ້ນ​ບໍ່​ມີ, ເພາະ​ບໍ່​ມີ​ນາມ​ຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ​ສະຫວັນ​ທີ່​ຈະ​ມອບ​ໃຫ້​ແກ່​ມະນຸດ ເພື່ອ​ເຮັດ​ໃຫ້​ພວກເຮົາ​ທັງຫລາຍ​ຕ້ອງ​ໄດ້​ພົ້ນ”.
13 Seeing Peter and John's boldness, and realizing they were uneducated, ordinary men, they were amazed and recognized they had been with Jesus. ເມື່ອ​ພວກເຂົາ​ເຫັນ​ຄວາມກ້າຫານ​ຂອງ​ເປໂຕ ແລະ ໂຢຮັນ ແລະ ສັງເກດ​ວ່າ​ພວກເພິ່ນ​ເປັນ​ຄົນທຳມະດາ​ສາມັນ​ຂາດ​ການສຶກສາ, ພວກເຂົາ​ກໍ​ປະຫລາດໃຈ ແລະ ນຶກ​ຂຶ້ນ​ໄດ້​ວ່າ​ຄົນ​ເຫລົ່ານີ້​ເຄີຍ​ຢູ່​ກັບ​ພຣະເຢຊູເຈົ້າ.
14 Seeing the healed man standing with them, they had nothing to say against it. ແຕ່​ເນື່ອງ​ຈາກ​ວ່າ​ພວກເຂົາ​ໄດ້​ເຫັນ​ຊາຍ​ທີ່​ຫາຍດີ​ພະຍາດ​ນັ້ນ​ຢືນ​ຢູ່​ກັບ​ເປໂຕ ແລະ ໂຢຮັນ ພວກເຂົາ​ກໍ​ເວົ້າ​ຫຍັງ​ບໍ່​ໄດ້.
15 So they ordered them to leave the council, and then they conferred among themselves, ດັ່ງນັ້ນ ພວກເຂົາ​ຈຶ່ງ​ສັ່ງ​ໃຫ້​ພວກເພິ່ນ​ອອກ​ໄປ​ຈາກ​ທີ່​ປະຊຸມ​ສະພາ​ແຊນເຮດຣິນ ແລ້ວ​ຈຶ່ງ​ປຶກສາ​ຫາລື​ກັນ​ວ່າ,
16 saying, "What should we do with these men? A notable sign has happened through them, plain to all who live in Jerusalem, and we cannot deny it. “ພວກເຮົາ​ຈະ​ເຮັດ​ຢ່າງ​ໃດ​ກັບ​ທັງ​ສອງ​ຄົນ​ນີ້? ເພາະ​ທຸກຄົນ​ທີ່​ຢູ່​ໃນ​ເຢຣູຊາເລັມ​ຕ່າງ​ກໍ​ຮູ້​ວ່າ​ພວກເຂົາ​ໄດ້​ເຮັດ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່​ນີ້ ແລະ ພວກເຮົາ​ກໍ​ປະຕິເສດ​ການ​ນີ້​ບໍ່​ໄດ້.
17 But to stop this from spreading further among the people, let's warn them to speak to no one in this name again." ແຕ່​ເພື່ອ​ຢຸດຕິ​ເລື່ອງ​ນີ້​ບໍ່​ໃຫ້​ແຜ່​ອອກ​ໄປ​ຕື່ມ​ອີກ​ໃນ​ທ່າມກາງ​ປະຊາຊົນ, ພວກເຮົາ​ຕ້ອງ​ສັ່ງຫ້າມ​ຄົນ​ເຫລົ່ານີ້​ບໍ່​ໃຫ້​ເວົ້າ​ອອກ​ຊື່​ນັ້ນ​ແກ່​ຜູ້ໃດ​ເດັດຂາດ”.
18 They called them and ordered them not to speak or teach at all in Jesus' name. ຫລັງຈາກນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ພວກເພິ່ນ​ມາ​ອີກ ແລະ ສັ່ງຫ້າມ​ເດັດຂາດ​ບໍ່​ໃຫ້​ເວົ້າ ຫລື ສອນ​ໃນ​ນາມ​ພຣະເຢຊູເຈົ້າ​ອີກ.
19 Peter and John answered them, "You judge whether it's right before our Father to listen to you rather than to him. ແຕ່​ເປໂຕ ແລະ ໂຢຮັນ​ຕອບ​ວ່າ, “ໃຫ້​ເຊື່ອຟັງ​ພວກທ່ານ ຫລື ເຊື່ອຟັງ​ພຣະເຈົ້າ ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກ​ຕ້ອງ​ຕໍ່​ສາຍຕາ​ພຣະເຈົ້າ ພວກທ່ານ​ຈົ່ງ​ຕັດສິນ​ເອົາ​ເອງ!
20 For we cannot help speaking about what we have seen and heard." ສຳລັບ​ພວກເຮົາ​ແລ້ວ, ຈະ​ໃຫ້​ພວກເຮົາ​ຢຸດ​ເວົ້າ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ​ມາ​ກໍ​ບໍ່​ໄດ້”.
21 After more threats, they released them, finding no way to punish them because of the people, since all were glorifying our Father for what happened. ຫລັງ​ຈາກ​ໄດ້​ຂົ່ມຂູ່​ແລ້ວ​ພວກເຂົາ​ກໍ​ປ່ອຍ​ພວກເພິ່ນ​ໄປ. ພວກເຂົາ​ຕັດສິນໃຈ​ບໍ່​ໄດ້​ວ່າ​ຈະ​ລົງໂທດ​ພວກເພິ່ນ​ຢ່າງໃດ, ເພາະ​ປະຊາຊົນ​ທັງໝົດ​ພາກັນ​ສັນລະເສີນ​ພຣະເຈົ້າ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ນັ້ນ,
22 For the man who had received this sign of healing was over forty years old. ເພາະ​ຊາຍ​ຄົນ​ທີ່​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ​ຢ່າງ​ອັດສະຈັນ​ນັ້ນ​ມີ​ອາຍຸ​ເກີນ​ກວ່າ​ສີ່ສິບ​ປີ​ແລ້ວ.
23 Once released, they went to their own people and reported all the chief priests and elders had said to them. ເມື່ອ​ເປໂຕ ແລະ ໂຢຮັນ​ໄດ້​ຮັບ​ການ​ປ່ອຍ​ໂຕ​ແລ້ວ, ພວກເພິ່ນ​ກໍ​ກັບ​ໄປ​ຫາ​ເພື່ອນ​ຂອງ​ຕົນ ແລະ ເລົ່າ​ເລື່ອງ​ທັງໝົດ​ທີ່​ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ໄດ້​ເວົ້າ​ແກ່​ພວກເພິ່ນ​ນັ້ນ.
24 Hearing this, they raised their voices together to our Father and said, "Sovereign Father, you made heaven, earth, sea, and everything in them. ເມື່ອ​ພວກເຂົາ​ໄດ້​ຍິນ​ດັ່ງນີ້​ແລ້ວ, ພວກເຂົາ​ກໍ​ພ້ອມ​ໃຈ​ກັນ​ຍົກສຽງ​ຂຶ້ນ​ອະທິຖານ​ຕໍ່​ພຣະເຈົ້າ. ພວກເຂົາ​ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ອົງ​ເຈົ້ານາຍ, ພຣະອົງ​ສ້າງ​ຟ້າສະຫວັນ ແລະ ແຜ່ນດິນໂລກ, ນໍ້າທະເລ ແລະ ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນ.
25 You spoke by the Holy Spirit through the mouth of our father David, your servant: "Why did the nations rage and the peoples plot in vain?" ພຣະອົງ​ໄດ້​ກ່າວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ ໂດຍ​ຜ່ານ​ປາກ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ດາວິດ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ​ວ່າ: “ ‘ດ້ວຍ​ເຫດ​ໃດ​ຊົນຊາດ​ທັງຫລາຍ​ຈຶ່ງ​ກະບົດ ແລະ ຊົນຊາດ​ຕ່າງໆ​ຈຶ່ງ​ວາງ​ແຜນການ​ອັນ​ອັນ​ໄຮ້ປະໂຫຍດ?
26 The kings of the earth took their stand, and the rulers gathered together against our Father and against his Anointed." ບັນດາ​ກະສັດ​ຂອງ​ໂລກ​ນີ້​ໄດ້​ລຸກ​ຂຶ້ນ​ຕໍ່ຕ້ານ ແລະ ບັນດາ​ຜູ້ປົກຄອງ​ຮວມ​ຕົວ​ກັນ ຕໍ່ສູ້​ອົງພຣະຜູ້ເປັນເຈົ້າ ແລະ ຕໍ່ສູ້​ຜູ້​ທີ່​ພຣະອົງ​ເຈີມ​ໄວ້.’
27 For truly, in this city, Herod and Pontius Pilate gathered with the Gentiles and peoples of Israel against your holy servant Jesus, whom you anointed, ຄວາມຈິງ​ແລ້ວ ເຮໂຣດ ແລະ ປົນທຽວ​ປີລາດ​ໄດ້​ມາ​ພົບປະ​ກັນ​ກັບ​ຄົນຕ່າງຊາດ ແລະ ປະຊາຊົນ​ອິດສະຣາເອນ​ໃນ​ນະຄອນ​ນີ້ ເພື່ອ​ຮ່ວມ​ກັນ​ຕໍ່ສູ້​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ບໍລິສຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້.
28 to do whatever your hand and your plan had decided beforehand should happen. ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ກໍ​ເປັນ​ສິ່ງ​ທີ່​ພຣະອົງ​ກຳນົດ​ໄວ້​ກ່ອນ​ແລ້ວ​ທີ່​ຈະ​ໃຫ້​ເກີດ​ຂຶ້ນ​ໂດຍ​ອຳນາດ ແລະ ຄວາມ​ປະສົງ​ຂອງ​ພຣະອົງ.
29 Now, Father, see their threats, and let your servants speak your word with all boldness, ອົງພຣະຜູ້ເປັນເຈົ້າ, ບັດນີ້ ຂໍ​ຟັງ​ຄຳ​ຂົ່ມຂູ່​ຂອງ​ພວກເຂົາ ແລະ ຂໍ​ໃຫ້​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ສາມາດ​ກ່າວ​ພຣະຄຳ​ຂອງ​ພຣະອົງ​ດ້ວຍ​ໃຈ​ກ້າຫານ.
30 as you reach out your hand to heal, and signs and wonders occur through the name of your holy servant Jesus. ຂໍ​ຢຽດ​ມື​ຂອງ​ພຣະອົງ​ອອກ​ເພື່ອ​ຮັກສາ ແລະ ຂໍ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ​ໂດຍ​ນາມ​ຂອງ​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ”.
31 After they prayed, the place they were gathered in shook; all were filled with the Holy Spirit and spoke the word of our Father boldly. ຫລັງ​ຈາກ​ພວກເຂົາ​ໄດ້​ອະທິຖານ​ຈົບ​ແລ້ວ, ບ່ອນ​ທີ່​ພວກເຂົາ​ເຕົ້າໂຮມກັນ​ຢູ່​ນັ້ນ​ກໍ​ສັ່ນສະເທືອນ. ແລະ ພວກເຂົາ​ທັງໝົດ​ກໍ​ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ​ຢ່າງ​ກ້າຫານ.
32 All the believers were one in heart and soul; no one called any possession their own, but held everything in common. ຜູ້​ທີ່​ເຊື່ອ​ທັງໝົດ​ກໍ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ອ້າງ​ວ່າ​ສິ່ງຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ຕົນ​ເອງ, ແຕ່​ພວກເຂົາ​ແບ່ງປັນ​ທຸກສິ່ງ​ທີ່​ພວກເຂົາ​ມີ.
33 With great power the apostles testified to the Lord Jesus's resurrection, and great grace rested on them all. ດ້ວຍ​ອຳນາດ​ທີ່​ຍິ່ງໃຫຍ່ ບັນດາ​ອັກຄະສາວົກ​ໄດ້​ເປັນ​ພະຍານ​ຢ່າງ​ຕໍ່ເນື່ອງ​ເຖິງ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ. ແລະ ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ເຕັມ​ລົ້ນ​ຢູ່​ກັບ​ພວກເຂົາ​ທຸກຄົນ
34 No one among them was needy: all who owned land or houses sold them and brought the price of what was sold, ເຊິ່ງ​ໃນ​ທ່າມກາງ​ພວກເຂົາ​ບໍ່​ມີ​ຜູ້ໃດ​ຂັດສົນ. ເພາະ​ບາງຄັ້ງ​ຜູ້​ທີ່​ມີ​ທີ່ດິນ ຫລື ເຮືອນ​ກໍ​ຂາຍ​ເຮືອນ​ນັ້ນ, ແລ້ວ​ນຳ​ເອົາ​ເງິນ​ທີ່​ໄດ້​ຈາກ​ການ​ຂາຍ​ນັ້ນ
35 and laid it at the apostles' feet, and it was distributed to each according to their need. ມາ​ວາງ​ລົງ​ທີ່​ຕີນ​ຂອງ​ພວກ​ອັກຄະສາວົກ ແລ້ວ​ຈຶ່ງ​ແຈກຢາຍ​ໃຫ້​ແຕ່ລະຄົນ​ຕາມ​ຄວາມ​ຈຳເປັນ.
36 Joseph, a Levite from Cyprus, whom the apostles called Barnabas (which means Son of Encouragement), ໂຢເຊັບ​ຄົນ​ເລວີ​ຈາກ​ເກາະ​ໄຊປຣັດ ຜູ້​ທີ່​ພວກ​ອັກຄະສາວົກ​ເອີ້ນ​ຊື່​ລາວ​ວ່າ​ບາຣະນາບາ (ແປວ່າ ລູກ​ຜູ້​ໃຫ້​ກຳລັງໃຈ)
37 sold a field he owned, brought the money, and laid it at the apostles' feet. ກໍ​ໄດ້​ຂາຍ​ດິນນາ​ຂອງ​ຕົນ​ທົ່ງ​ໜຶ່ງ ແລ້ວ​ນຳ​ເງິນ​ຈຳນວນ​ນັ້ນ​ມາ​ວາງ​ລົງ​ທີ່​ຕີນ​ຂອງ​ພວກ​ອັກຄະສາວົກ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]