Skip to content
The Believer's Library

Biblica® Open Lao Contemporary Version

Acts 3 OLCV

Show OLCV only
Verse × ×
1 Peter and John were going up to the temple at around three in the afternoon, the hour of prayer. ມື້​ໜຶ່ງ ຂະນະ​ທີ່​ເປໂຕ​ກັບ​ໂຢຮັນ​ກຳລັງ​ຂຶ້ນ​ໄປ​ທີ່​ວິຫານ​ໃນ​ເວລາ​ອະທິຖານ ຄື​ຕອນ​ບ່າຍ​ສາມ​ໂມງ.
2 A man lame from birth was carried and placed daily at the temple gate called Beautiful, to beg from those entering the temple. ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ຄົນຂາເປ້ຍ​ມາ​ຕັ້ງແຕ່​ເກີດ​ຖືກ​ຫາມ​ມາ​ທີ່​ປະຕູ​ວິຫານ​ທີ່​ເອີ້ນ​ວ່າ​ປະຕູ​ງາມ, ເຊິ່ງ​ເປັນ​ບ່ອນ​ທີ່​ລາວ​ຖືກ​ຫາມ​ມາ​ວາງ​ໄວ້​ທຸກ​ມື້​ເພື່ອ​ຂໍທານ​ຈາກ​ຄົນ​ທີ່​ຈະ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ.
3 Seeing Peter and John about to go into the temple, he asked them for money. ເມື່ອ​ລາວ​ເຫັນ​ເປໂຕ ແລະ ໂຢຮັນ​ກຳລັງ​ຈະ​ເຂົ້າ​ໄປ, ລາວ​ຈຶ່ງ​ຂໍ​ເງິນ​ນຳ​ພວກເພິ່ນ.
4 And Peter, gazing at him with John, said, "Look at us." ເປໂຕ​ໄດ້​ຈ້ອງຕາ​ເບິ່ງ​ທີ່​ລາວ, ສ່ວນ​ໂຢຮັນ​ກໍ​ເໝືອນກັນ. ແລ້ວ​ເປໂຕ​ຈຶ່ງ​ເວົ້າ​ວ່າ, “ຈົ່ງ​ເບິ່ງ​ພວກເຮົາ​ແມ!”
5 And he fixed his attention on them, expecting to receive something from them. ດັ່ງນັ້ນ​ລາວ​ຈຶ່ງ​ຈ້ອງຕາ​ເບິ່ງ​ພວກເພິ່ນ, ໂດຍ​ຫວັງ​ວ່າ​ຈະ​ໄດ້​ຮັບ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຈາກ​ພວກເພິ່ນ.
6 Peter said, "I own no silver or gold, but I give you what I have: in the name of Jesus Christ of Nazareth, rise and walk." ເປໂຕ​ຈຶ່ງ​ເວົ້າ​ວ່າ, “ເງິນ ຫລື ຄຳ​ເຮົາ​ບໍ່​ມີ, ແຕ່​ສິ່ງ​ທີ່​ເຮົາ​ມີ​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ. ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ຊາວ​ນາຊາເຣັດ, ຈົ່ງ​ຍ່າງ​ໄປ”.
7 Taking his right hand, he raised him up; instantly his feet and ankles grew strong. ເປໂຕ​ໄດ້​ຈັບ​ມື​ເບື້ອງຂວາ​ຂອງ​ລາວ, ຊ່ວຍ​ດຶງ​ລາວ​ຂຶ້ນ, ທັນໃດນັ້ນ ຕີນ ແລະ ຂໍ່ຕີນ​ຂອງ​ຊາຍ​ຜູ້​ນີ້​ກໍ​ມີ​ແຮງ​ຂຶ້ນ.
8 Jumping up, he stood, began walking, and entered the temple with them, walking, jumping, and praising our Father. ລາວ​ໄດ້​ໂດດ​ຢືນ​ຂຶ້ນ ແລະ ເລີ່ມ​ຍ່າງ. ຫລັງຈາກນັ້ນ ລາວ​ກໍ​ເຂົ້າໄປ​ໃນ​ເດີ່ນ​ວິຫານ​ກັບ​ເປໂຕ ແລະ ໂຢຮັນ, ຍ່າງ ແລະ ໂດດ​ເຕັ້ນ, ແລ້ວ​ກໍ​ສັນລະເສີນ​ພຣະເຈົ້າ.
9 And all the people saw him walking and praising our Father. ເມື່ອ​ປະຊາຊົນ​ທຸກຄົນ​ໄດ້​ເຫັນ​ລາວ​ຍ່າງ​ໄປ ແລະ ສັນລະເສີນ​ພຣະເຈົ້າ
10 They recognized him as the beggar who sat at the temple's Beautiful Gate, and were filled with wonder and amazement at what had happened to him. ພວກເຂົາ​ຈຶ່ງ​ຈື່​ໄດ້​ວ່າ​ລາວ​ເປັນ​ຄົນ​ດຽວ​ກັນ​ກັບ​ຜູ້​ທີ່​ເຄີຍ​ນັ່ງ​ຂໍທານ​ຢູ່​ທີ່​ປະຕູ​ງາມ​ຂອງ​ວິຫານ, ແລ້ວ​ພວກເຂົາ​ຈຶ່ງ​ປະຫລາດໃຈ ແລະ ອັດສະຈັນໃຈ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ຊາຍ​ຄົນ​ນີ້.
11 As he held on to Peter and John, all the people ran to them at the portico called Solomon's, utterly astonished. ໃນ​ຂະນະ​ທີ່​ຄົນຂໍທານ​ຄົນ​ນັ້ນ​ຍັງ​ຈັບ​ມື​ເປໂຕ ແລະ ໂຢຮັນ​ຢູ່, ປະຊາຊົນ​ທັງໝົດ​ຕ່າງ​ກໍ​ປະຫລາດໃຈ ແລະ ພາກັນ​ແລ່ນ​ມາ​ຫາ​ພວກເພິ່ນ​ໃນ​ບໍລິເວນ​ທີ່​ເອີ້ນ​ວ່າ​ລະບຽງ​ຂອງ​ໂຊໂລໂມນ.
12 Seeing this, Peter said to the people, "Israelites, why does this amaze you? Why stare at us, as if by our own power or godliness we made him walk? ເມື່ອ​ເປໂຕ​ເຫັນ​ຢ່າງ​ນີ້, ເພິ່ນ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ: “ພີ່ນ້ອງ​ຊາວ​ອິດສະຣາເອນ, ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ເຮັດ​ໃຫ້​ພວກທ່ານ​ປະຫລາດໃຈ? ເປັນ​ຫຍັງ​ຈຶ່ງ​ຈ້ອງຕາ​ເບິ່ງ​ຄື​ກັບ​ວ່າ​ພວກເຮົາ​ເຮັດ​ໃຫ້​ຄົນ​ນີ້​ຍ່າງ​ໄດ້​ດ້ວຍ​ລິດອຳນາດ ຫລື ຄວາມຊອບທຳ​ຂອງ​ພວກເຮົາ​ເອງ?
13 The God of Abraham, Isaac, and Jacob, the God of our fathers, glorified his servant Jesus, whom you handed over and denied before Pilate, when Pilate decided to release him. ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ຂອງ​ພຣະອົງ ເຊິ່ງ​ທ່ານ​ທັງຫລາຍ​ໄດ້​ມອບ​ພຣະອົງ​ໃຫ້​ໄປ​ຖືກ​ຂ້າ ແລະ ໄດ້​ປະຕິເສດ​ພຣະອົງ​ຕໍ່ໜ້າ​ປີລາດ, ເຖິງ​ແມ່ນ​ວ່າ​ປີລາດ​ຕັ້ງໃຈ​ໄວ້​ແລ້ວ​ຈະ​ປ່ອຍ​ພຣະອົງ​ໄປ.
14 But you denied the Holy and Righteous One, asking that a murderer be given to you. ພວກທ່ານ​ໄດ້​ປະຕິເສດ​ອົງ​ບໍລິສຸດ ແລະ ຊອບທຳ, ແຕ່​ຂໍ​ໃຫ້​ປ່ອຍ​ຜູ້ຮ້າຍ​ຂ້າຄົນ​ໃຫ້​ແກ່​ພວກທ່ານ​ແທນ.
15 You killed the Author of life; our Father raised him from the dead. To this we are witnesses. ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ພຣະອົງ​ຜູ້​ທີ່​ໃຫ້​ຊີວິດ, ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ, ຝ່າຍ​ພວກເຮົາ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້.
16 His name, through faith in his name, has made this man strong—the very man you see and know. And faith in Jesus has given him this complete health right before your eyes. ໂດຍ​ຄວາມເຊື່ອ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ, ຊາຍ​ຜູ້​ນີ້​ທີ່​ພວກທ່ານ​ເຫັນ ແລະ ຮູ້ຈັກ​ຈຶ່ງ​ມີ​ແຮງ​ຂຶ້ນ​ມາ. ໂດຍ​ນາມ​ຂອງ​ພຣະເຢຊູເຈົ້າ ແລະ ຄວາມເຊື່ອ​ທີ່​ມາ​ທາງ​ພຣະອົງ​ເຮັດ​ໃຫ້​ຄົນ​ນີ້​ດີ​ເປັນ​ປົກກະຕິ​ຕາມ​ທີ່​ພວກທ່ານ​ທັງຫລາຍ​ໄດ້​ເຫັນ.
17 "And now, brothers, I know that you acted in ignorance, as did also your rulers. “ມາ​ບັດນີ້ ພີ່ນ້ອງ​ຊາວ​ອິດສະຣາເອນ ຂ້າພະເຈົ້າ​ຮູ້​ແລ້ວ​ວ່າ​ສິ່ງ​ທີ່​ພວກທ່ານ​ໄດ້​ເຮັດ​ໄປ​ຕາມ​ຄວາມ​ບໍ່​ຮູ້ ພວກ​ຜູ້ນຳ​ຂອງ​ພວກທ່ານ​ກໍ​ເຮັດ​ເໝືອນ​ກັນ.
18 But our Father fulfilled what he predicted through all the prophets: his Christ would suffer. ແຕ່​ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ນີ້​ເກີດຂຶ້ນ​ເພື່ອ​ຈະ​ເປັນຈິງ​ຕາມ​ທີ່​ໄດ້​ກ່າວ​ໄວ້​ລ່ວງໜ້າ​ຜ່ານ​ທາງ​ຜູ້ທຳນວາຍ​ທັງໝົດ​ວ່າ ພຣະຄຣິດເຈົ້າ​ຂອງ​ພຣະອົງ​ຕ້ອງ​ທົນທຸກທໍລະມານ.
19 Repent, then, and turn back, so your sins are wiped out, ດັ່ງນັ້ນ, ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຫັນ​ຄືນ​ມາ​ຫາ​ພຣະເຈົ້າ, ເພື່ອ​ວ່າ​ບາບ​ທັງຫລາຍ​ຂອງ​ພວກທ່ານ​ຈະ​ຖືກ​ລຶບລ້າງ​ອອກ​ໄປ, ເວລາ​ແຫ່ງ​ຄວາມ​ສົດຊື່ນ​ຈະ​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ,
20 that times of refreshing may come from our Father's presence, and that he may send the Christ appointed for you, Jesus, ແລະ ເພື່ອ​ພຣະອົງ​ຈະ​ສົ່ງ​ພຣະເຢຊູເຈົ້າ​ຜູ້​ທີ່​ຖືກ​ແຕ່ງຕັ້ງ​ໄວ້​ເປັນ​ພຣະເມຊີອາ​ເພື່ອ​ພວກທ່ານ.
21 whom heaven must receive until all things are restored, about which our Father spoke through his holy prophets long ago. ສະຫວັນ​ຈະ​ຕ້ອງ​ຮັບ​ພຣະອົງ​ໄວ້​ຈົນ​ກວ່າ​ຈະ​ເຖິງ​ເວລາ​ທີ່​ພຣະເຈົ້າ​ຟື້ນຟູ​ໃຫ້​ທຸກສິ່ງ​ນັ້ນ​ດີ​ເໝືອນ​ເດີມ ຕາມ​ທີ່​ໄດ້​ສັນຍາ​ໄວ້​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະອົງ​ຕັ້ງ​ແຕ່​ດົນນານ​ມາ​ແລ້ວ.
22 Moses said, 'Your Father will raise up a prophet like me for you, from your brothers. Listen to him in everything he tells you.' ເພາະ​ໂມເຊ​ໄດ້​ກ່າວ​ໄວ້​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ພວກທ່ານ​ຈະ​ຕັ້ງ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຂຶ້ນ​ມາ​ຈາກ​ພີ່ນ້ອງ​ຂອງ​ພວກທ່ານ ເໝືອນ​ກັບ​ຂ້າພະເຈົ້າ; ພວກທ່ານ​ຕ້ອງ​ເຊື່ອຟັງ​ທຸກສິ່ງ​ທີ່​ເພິ່ນ​ບອກ.
23 Anyone who does not listen to that prophet will be utterly destroyed from among the people.' ຜູ້ໃດ​ທີ່​ບໍ່​ເຊື່ອຟັງ​ເພິ່ນ​ຈະ​ຖືກ​ຕັດຂາດ​ຈາກ​ປະຊາຊົນ​ຂອງ​ເພິ່ນ’.
24 All the prophets who spoke, from Samuel onward, also announced these days. “ແທ້ຈິງ​ແລ້ວ, ບັນດາ​ຜູ້ທຳນວາຍ​ທັງຫລາຍ​ເລີ່ມ​ຕັ້ງແຕ່​ຊາມູເອນ​ທີ່​ໄດ້​ທຳນວາຍ​ເຖິງ​ເຫດການ​ຂອງ​ວັນ​ເວລາ​ເຫລົ່ານີ້.
25 You are the sons of the prophets and of the covenant our Father made with your fathers, telling Abraham, 'By your offspring all the families of the earth will be blessed.' ແລະ ທ່ານ​ທັງຫລາຍ​ເປັນ​ຜູ້ຮັບມໍລະດົກ​ຂອງ​ບັນດາ​ຜູ້ທຳນວາຍ ແລະ ຂອງ​ພັນທະສັນຍາ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກທ່ານ. ພຣະອົງ​ໄດ້​ກ່າວ​ກັບ​ອັບຣາຮາມ​ວ່າ, ‘ປະຊາຊາດ​ທົ່ວ​ໂລກ​ຈະ​ໄດ້​ຮັບ​ພອນ​ຜ່ານທາງ​ເຊື້ອສາຍ​ຂອງ​ເຈົ້າ’.
26 Our Father raised up his servant and sent him to you first, to bless you by turning each of you from your evil." ເມື່ອ​ພຣະເຈົ້າ​ໄດ້​ເລືອກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ, ກໍ​ສົ່ງ​ພຣະອົງ​ມາ​ຫາ​ພວກທ່ານ​ທັງຫລາຍ​ກ່ອນ ເພື່ອ​ອວຍພອນ​ພວກທ່ານ ໂດຍ​ເຮັດ​ໃຫ້​ແຕ່ລະຄົນ​ຫັນ​ໜີ​ຈາກ​ການ​ຊົ່ວຮ້າຍ​ຂອງ​ຕົນ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]