Skip to content
The Believer's Library

Biblica® Open Lao Contemporary Version

Acts 2 OLCV

Show OLCV only
Verse × ×
1 When the day of Pentecost arrived, they were all together in one place. ເມື່ອ​ເຖິງ​ວັນ​ເພັນເຕຄໍສະເຕ, ພວກເພິ່ນ​ທັງໝົດ​ໄດ້​ມາ​ເຕົ້າໂຮມກັນ​ຢູ່​ໃນ​ບ່ອນ​ດຽວ.
2 Suddenly a sound like a violent, rushing wind came from heaven and filled the entire house where they sat. ໃນ​ທັນໃດ​ນັ້ນ ກໍ​ມີ​ສຽງ​ໜຶ່ງ​ຈາກ​ສະຫວັນ​ເໝືອນ​ສຽງ​ພະຍຸ​ແຮງ​ດັງ​ກ້ອງ​ໄປ​ທົ່ວ​ເຮືອນ​ທີ່​ພວກເພິ່ນ​ນັ່ງ​ຢູ່​ນັ້ນ.
3 What looked like divided tongues of fire appeared and rested on each one of them. ພວກເພິ່ນ​ເຫັນ​ລີ້ນ​ເປັນ​ເໝືອນ​ຮູບ​ແປວໄຟ​ແຕກກະຈາຍ​ອອກ​ໄປ ແລະ ມາ​ຢູ່​ເທິງ​ພວກເພິ່ນ​ແຕ່ລະຄົນ.
4 All were filled with the Holy Spirit and began speaking in other tongues, as the Spirit gave them words to say. ພວກເພິ່ນ​ທຸກຄົນ​ຈຶ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ເລີ່ມ​ເວົ້າ​ພາສາ​ແປກໆ ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໃຫ້​ພວກເພິ່ນ​ເວົ້າ​ໄດ້.
5 At that time devout Jews from every nation under heaven were living in Jerusalem. ໃນ​ຂະນະ​ນັ້ນ ມີ​ຊາວຢິວ​ຜູ້​ຢຳເກງ​ພຣະເຈົ້າ​ຈາກ​ທຸກ​ຊາດ​ທົ່ວ​ໃຕ້​ສະຫວັນ​ມາ​ພັກອາໄສ​ຢູ່​ເຢຣູຊາເລັມ.
6 When this sound rang out, a crowd gathered, confused, since each one heard them speak in his own language. ເມື່ອ​ພວກເພິ່ນ​ໄດ້​ຍິນສຽງ​ນີ້​ແລ້ວ ຄົນ​ທັງຫລາຍ​ກໍ​ມາ​ເຕົ້າໂຮມກັນ​ດ້ວຍ​ຄວາມສັບສົນ ເພາະ​ແຕ່ລະຄົນ​ຕ່າງ​ກໍ​ໄດ້​ຍິນ​ພວກເຂົາ​ເວົ້າ​ພາສາ​ຂອງ​ຕົນ.
7 They were amazed and astonished, saying, "Are not all these who are speaking Galileans? ພວກເຂົາ​ຈຶ່ງ​ຖາມ​ດ້ວຍ​ຄວາມປະຫລາດໃຈ​ທີ່ສຸດ​ວ່າ, “ຄົນ​ເຫລົ່ານີ້​ທີ່​ກຳລັງ​ເວົ້າ​ຢູ່​ແມ່ນ​ຊາວ​ຄາລີເລ​ທັງໝົດ​ບໍ່​ແມ່ນ​ບໍ?
8 How is it, then, that each of us hears them in our own native language? ແລ້ວ​ດ້ວຍເຫດໃດ ພວກເຮົາ​ແຕ່ລະຄົນ​ຈຶ່ງ​ໄດ້​ຍິນ​ພວກເຂົາ​ເວົ້າ​ພາສາ​ທ້ອງຖິ່ນ​ຂອງ​ພວກເຮົາ?
9 Parthians, Medes, and Elamites; those who live in Mesopotamia, Judea and Cappadocia, Pontus and Asia, ຄື​ຊາວປາເທຍ, ຊາວເມເດຍ ແລະ ຊາວເອລາມ; ຄົນ​ທີ່​ຢູ່​ໃນ​ແຖບ​ເມໂຊໂປຕາເມຍ, ຢູດາຍ ແລະ ກາປາໂດເກຍ, ປົນໂຕ ແລະ ເອເຊຍ,
10 Phrygia, Pamphylia, Egypt, the parts of Libya near Cyrene; visitors from Rome, Jews and converts to Judaism; ຟີເຄຍ ແລະ ປຳຟີເລຍ, ເອຢິບ ແລະ ສ່ວນ​ຕ່າງໆ​ຂອງ​ລີເບຍ ເຊິ່ງ​ໃກ້​ກັບ​ກີເຣເນ, ຜູ້​ມາ​ຢ້ຽມຢາມ​ຈາກ​ນະຄອນ​ໂຣມ
11 Cretans and Arabs—we hear them telling in our own tongues the mighty works of our Father!" (ທັງ​ຄົນ​ຢິວ ແລະ ຄົນ​ຕ່າງຊາດ​ທີ່​ຖື​ສາສະໜາ​ຢິວ), ຊາວ​ກະເຣເຕ ແລະ ຊາວອາຣັບ ພວກເຮົາ​ໄດ້​ຍິນ​ພວກເຂົາ​ປະກາດ​ເຖິງ​ຄວາມອັດສະຈັນ​ຂອງ​ພຣະເຈົ້າ​ດ້ວຍ​ພາສາ​ຂອງ​ພວກເຮົາ​ເອງ!”
12 They were all amazed and perplexed, saying to one another, "What does this mean?" ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ ແລະ ສັບສົນ, ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ສິ່ງ​ນີ້​ໝາຍຄວາມ​ວ່າ​ແນວ​ໃດ?”
13 But others mocked and said, "They are full of sweet wine." ແຕ່​ບາງຄົນ​ກໍ​ໄດ້​ເຢາະເຢີ້ຍ​ພວກເຂົາ ແລະ ເວົ້າ​ວ່າ, “ພວກເຂົາ​ໄດ້​ດື່ມ​ເຫລົ້າອະງຸ່ນ​ຫລາຍ​ເກີນ​ໄປ”.
14 But Peter stood with the eleven, raised his voice, and declared to them: "Men of Judea, everyone living in Jerusalem—know this and listen carefully to my words. ແລ້ວ​ເປໂຕ​ຈຶ່ງ​ໄດ້​ຢືນ​ຂຶ້ນ​ພ້ອມ​ກັບ​ອັກຄະສາວົກ​ສິບເອັດ​ຄົນ ແລະ ກ່າວ​ຄຳປາໄສ​ຕໍ່​ປະຊາຊົນ​ດ້ວຍ​ສຽງ​ດັງ​ວ່າ, “ພີ່ນ້ອງ​ຊາວ​ຢິວ ແລະ ທ່ານ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ, ຂໍ​ໃຫ້​ຂ້າພະເຈົ້າ​ໄດ້​ຊີ້ແຈງ​ເລື່ອງ​ນີ້​ແກ່​ພວກທ່ານ​ທັງຫລາຍ ຈົ່ງ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ຈະ​ກ່າວ​ໃຫ້​ດີ.
15 These people are not drunk, as you suppose, for it is only nine o'clock in the morning. ຄົນ​ເຫລົ່ານີ້​ບໍ່​ໄດ້​ເມົາເຫລົ້າ​ເໝືອນ​ທີ່​ພວກທ່ານ​ຄິດ. ເຊິ່ງ​ຫາ​ກໍ​ເກົ້າ​ໂມງ​ເຊົ້າ!
16 No, this is what was spoken through the prophet Joel: ບໍ່​ແມ່ນ, ເຫດການ​ນີ້​ແມ່ນ​ໄດ້​ເປັນ​ໄປ​ຕາມ​ທີ່​ຜູ້ທຳນວາຍ​ໂຢເອນ​ໄດ້​ກ່າວ​ໄວ້​ວ່າ:
17 'And in the last days, says our Father, I will pour out my Spirit on all people; your sons and your daughters will prophesy, your young men will see visions, and your old men will dream dreams. “ ‘ພຣະເຈົ້າ​ກ່າວ​ວ່າ, ໃນ​ວັນ​ສຸດທ້າຍ ເຮົາ​ຈະ​ເທ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ເຮົາ​ເທິງ​ທຸກ​ຄົນ. ລູກຊາຍ ແລະ ລູກສາວ​ຂອງ​ພວກເຈົ້າ​ຈະ​ທຳນວາຍ, ພວກຊາຍໜຸ່ມ​ຂອງ​ພວກເຈົ້າ​ຈະ​ເຫັນ​ນິມິດ, ພວກ​ຊາຍ​ເຖົ້າ​ຂອງ​ພວກເຈົ້າ​ຈະ​ຝັນ​ເຫັນ.
18 Even on my male servants and my female servants in those days I will pour out my Spirit, and they will prophesy. ເມື່ອ​ເຖິງ​ເວລາ​ນັ້ນ ເຮົາ​ຈະ​ເທ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ເຮົາ ລົງ​ມາ​ເທິງ​ຜູ້ຮັບໃຊ້​ຂອງ​ເຮົາ​ທັງ​ຊາຍ ແລະ ຍິງ ແລະ ພວກເຂົາ​ຈະ​ທຳນວາຍ.
19 I will show wonders in the heavens above and signs on the earth below—blood and fire and billows of smoke. ເຮົາ​ຈະ​ສະແດງ​ການ​ອັດສະຈັນ​ໃນ​ຟ້າສະຫວັນ​ເບື້ອງເທິງ ແລະ ໝາຍສຳຄັນ​ທີ່​ແຜ່ນດິນໂລກ​ເບື້ອງລຸ່ມ, ຈະ​ມີ​ເລືອດ​ກັບ​ໄຟ ແລະ ມີ​ອາຍຄວັນ.
20 The sun will be turned to darkness and the moon to blood, before the great and glorious day of the Lord comes. ດວງຕາເວັນ​ຈະ​ຖືກ​ປ່ຽນ​ເປັນ​ຄວາມມືດ ແລະ ດວງເດືອນ​ຈະ​ກາຍເປັນ​ເລືອດ ກ່ອນ​ວັນ​ອັນ​ຍິ່ງໃຫຍ່ ແລະ ເຕັມ​ດ້ວຍ​ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເຖິງ.
21 And everyone who calls on the name of the Lord will be saved.'" ແລະ ທຸກຄົນ​ທີ່​ຮ້ອງ​ອອກ​ນາມ​ຂອງ ອົງພຣະຜູ້ເປັນເຈົ້າ​ກໍ​ຈະ​ໄດ້​ຮັບ ຄວາມພົ້ນ’.
22 "Men of Israel, hear these words: Jesus of Nazareth—a man our Father attested to you through miracles, wonders, and signs our Father did through him among you, as you yourselves know. “ປະຊາຊົນ​ອິດສະຣາເອນ, ຂໍ​ຈົ່ງ​ຟັງ​ສິ່ງ​ນີ້ ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ພວກທ່ານ​ຮູ້​ເຫັນ​ຢ່າງ​ຈະແຈ້ງ​ແລ້ວ​ດ້ວຍ​ການ​ອັດສະຈັນ, ການອິດທິຣິດ ແລະ ດ້ວຍ​ໝາຍສຳຄັນ​ຕ່າງໆ, ເຊິ່ງ​ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ພວກເຈົ້າ​ຜ່ານ​ທາງ​ພຣະອົງ, ຕາມ​ທີ່​ພວກທ່ານ​ເອງ​ກໍ​ຮູ້​ເລື່ອງ​ນີ້​ຢູ່​ແລ້ວ.
23 This man, handed over by our Father's set plan and foreknowledge, you crucified and killed by the hands of lawless men. ພຣະເຢຊູເຈົ້າ​ຜູ້​ນີ້​ໄດ້​ຖືກ​ມອບ​ໃຫ້​ພວກທ່ານ​ຕາມ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ແຜນການ​ໄວ້ ແລະ ໄດ້​ຮູ້​ລ່ວງໜ້າ​ກ່ອນ​ແລ້ວ ແລະ ໂດຍ​ການ​ຊ່ວຍເຫລືອ​ຂອງ​ຄົນ​ຊົ່ວຮ້າຍ ພວກທ່ານ​ຈຶ່ງ​ໄດ້​ຈັບ​ພຣະອົງ​ໄປ​ຂ້າ​ດ້ວຍ​ການ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ.
24 But our Father raised him, freeing him from death's agony, since death could not hold him. ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ ໄດ້​ປົດປ່ອຍ​ພຣະອົງ​ອອກ​ຈາກ​ຄວາມເຈັບປວດ, ອອກ​ຈາກ​ອຳນາດ​ແຫ່ງ​ຄວາມຕາຍ, ເພາະ​ຄວາມຕາຍ​ບໍ່​ສາມາດ​ຈະ​ກັກ​ຈ່ອງ​ພຣະອົງ​ໄວ້​ໄດ້.
25 For David says of him: 'I saw our Father always before me, for he's at my right hand, so I won't be shaken.' ເພາະວ່າ​ດາວິດ​ໄດ້​ກ່າວ​ເຖິງ​ພຣະອົງ​ວ່າ: “ ‘ຂ້ານ້ອຍ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ຢູ່​ຕໍ່ໜ້າ​ຂ້ານ້ອຍ​ຕະຫລອດ​ເວລາ ເພາະວ່າ​ພຣະອົງ​ຢູ່​ກໍ້າຂວາ​ມື​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ຫວັ່ນໄຫວ.
26 Therefore my heart was glad and my tongue rejoiced; moreover, my body also will rest in hope. ເຫດສະນັ້ນ ຈິດໃຈ​ຂອງ​ຂ້ານ້ອຍ​ຈຶ່ງ​ມີ​ຄວາມ​ຍິນດີ ແລະ ລີ້ນ​ຂອງ​ຂ້ານ້ອຍ​ກໍ​ຊື່ນຊົມຍິນດີ; ຮ່າງກາຍ​ຂອງ​ຂ້ານ້ອຍ​ກໍ​ຈະ​ພັກ​ດ້ວຍ​ຄວາມຫວັງ​ເໝືອນ​ກັນ,
27 For you will not abandon my soul to the grave, nor let your Holy One see decay. ເພາະ​ພຣະອົງ​ຈະ​ບໍ່​ປະຖິ້ມ​ຂ້ານ້ອຍ​ໄວ້​ໃນ​ແດນຄົນຕາຍ ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ບໍລິສຸດ​ຂອງ​ພຣະອົງ​ສຳພັດ​ກັບ​ຄວາມ​ເນົ່າ​ເປື່ອຍ.
28 You have shown me the paths of life; you will fill me with gladness in your presence." ພຣະອົງ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ໄດ້​ຮູ້​ຫົນທາງ​ແຫ່ງ​ຊີວິດ ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຕັມ​ບໍລິບູນ​ດ້ວຍ​ຄວາມ​ຊື່ນຊົມຍິນດີ​ເມື່ອ​ຢູ່​ຕໍ່ໜ້າ​ພຣະອົງ’.
29 "Brothers, I can tell you plainly: our ancestor David died, was buried, and his tomb remains with us to this day. “ພີ່ນ້ອງ​ທັງຫລາຍ​ຊາວ​ອິດສະຣາເອນ, ຂ້າພະເຈົ້າ​ບອກ​ພວກເຈົ້າ​ໄດ້​ຢ່າງ​ໝັ້ນໃຈ​ວ່າ, ດາວິດ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ຕາຍ ແລະ ໄດ້​ຖືກ​ຝັງ​ໄວ້​ແລ້ວ ແລະ ອຸບມຸງ​ຂອງ​ເພິ່ນ​ກໍ​ຢູ່​ບ່ອນ​ນີ້​ຈົນ​ເຖິງ​ທຸກ​ວັນ​ນີ້.
30 Since he was a prophet, he knew our Father had sworn an oath to seat one of his descendants on his throne, ແຕ່​ເພິ່ນ​ເປັນ​ຜູ້ທຳນວາຍ ແລະ ຮູ້​ວ່າ​ພຣະເຈົ້າ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ກັບ​ເພິ່ນ​ວ່າ​ພຣະອົງ​ຈະ​ຕັ້ງ​ຜູ້​ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ເພິ່ນ​ໃຫ້​ຄອງ​ບັນລັງ​ຂອງ​ເພິ່ນ.
31 he foresaw and spoke of the Christ's resurrection, that he was not abandoned to the grave, nor his body saw decay. ດາວິດ​ຮູ້​ລ່ວງໜ້າ​ກ່ອນ​ແລ້ວ, ເພິ່ນ​ຈຶ່ງ​ໄດ້​ກ່າວ​ເຖິງ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະຄຣິດເຈົ້າ, ວ່າ​ພຣະເຈົ້າ​ຈະ​ບໍ່​ປະຖິ້ມ​ພຣະອົງ​ໄວ້​ໃນ​ແດນຄົນຕາຍ, ຫລື ເນື້ອກາຍ​ຂອງ​ພຣະອົງ​ກໍ​ບໍ່​ເນົ່າ​ເປື່ອຍ.
32 This Jesus our Father raised up, and we are all witnesses of it. ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ຜູ້​ນີ້​ໃຫ້​ເປັນຄືນມາຈາກຕາຍ ແລະ ພວກຂ້າພະເຈົ້າ​ທຸກຄົນ​ຕ່າງ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ຄວາມຈິງ​ນີ້.
33 So, lifted up to our Father's right hand, having received the promised Holy Spirit from the Father, he poured out what you now see and hear. ເມື່ອ​ພຣະອົງ​ຖືກ​ຍົກ​ຂຶ້ນ​ສູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ແລ້ວ ພຣະອົງ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ຈາກ​ພຣະບິດາເຈົ້າ​ຕາມ​ສັນຍາ ແລະ ໄດ້​ເທ​ລົງ​ມາ ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ຢູ່​ນີ້.
34 For David never went up into heaven, but he himself says: "Our Father said to my Lord, 'Sit at my right hand, ເພາະ​ດາວິດ​ບໍ່​ໄດ້​ຂຶ້ນ​ໄປ​ເທິງ​ສະຫວັນ, ແຕ່​ເພິ່ນ​ໄດ້​ກ່າວ​ວ່າ, “ ‘ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ອົງ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ວ່າ: “ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ
35 until I make your enemies a footstool for your feet.'" ຈົນກວ່າ​ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ທັງຫລາຍ​ຂອງ​ເຈົ້າ ເປັນ​ບ່ອນຮອງຕີນ​ຂອງ​ເຈົ້າ” ’.
36 "So let the whole house of Israel know for certain: our Father made this Jesus, whom you crucified, both Lord and Christ." “ເຫດສະນັ້ນ ໃຫ້​ປະຊາຊົນ​ອິດສະຣາເອນ​ທັງຫລາຍ​ໝັ້ນໃຈ​ໃນ​ສິ່ງ​ນີ້​ຄື ພຣະເຈົ້າ​ໄດ້​ຕັ້ງ​ພຣະເຢຊູເຈົ້າ​ຜູ້​ນີ້ ທີ່​ພວກທ່ານ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ໃຫ້​ເປັນ​ທັງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ພຣະເມຊີອາ”.
37 Cut to the heart at this, they asked Peter and the other apostles, "Brothers, what should we do?" ເມື່ອ​ຄົນ​ທັງຫລາຍ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ ພວກເຂົາ​ຕ່າງ​ກໍ​ຮູ້ສຶກ​ເຈັບຊ້ຳ​ກິນແໜງໃຈ​ຫລາຍ ຈຶ່ງ​ເວົ້າ​ກັບ​ເປໂຕ ແລະ ອັກຄະສາວົກ​ຄົນ​ອື່ນໆ​ວ່າ, “ພີ່ນ້ອງ ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ?”
38 Peter said to them, "Repent, and each of you be baptized in the name of Jesus Christ for the forgiveness of your sins, and you will receive the gift of the Holy Spirit. ເປໂຕ​ຕອບ​ວ່າ, “ພວກທ່ານ​ທຸກຄົນ​ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ເພື່ອ​ບາບ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ການອະໄພ ແລະ ພວກທ່ານ​ກໍ​ຈະ​ໄດ້​ຮັບ​ຂອງປະທານ​ຄື​ພຣະວິນຍານບໍລິສຸດເຈົ້າ.
39 For the promise is for you, your children, and all far off—as many as the Sovereign our Father will call to himself." ສັນຍາ​ນີ້​ມີ​ໄວ້​ເພື່ອ​ພວກທ່ານ​ທັງຫລາຍ ແລະ ລູກຫລານ​ຂອງ​ພວກທ່ານ ຕະຫລອດ​ຈົນ​ຄົນ​ທັງປວງ​ທີ່​ຢູ່​ຫ່າງ​ໄກ ຄື​ທຸກຄົນ​ທີ່​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ພວກເຮົາ​ຈະ​ເອີ້ນ”.
40 And with many other words he warned and urged them, saying, "Save yourselves from this corrupt generation." ແລ້ວ​ເປໂຕ​ໄດ້​ເຕືອນ​ພວກເຂົາ​ອີກ​ຫລາຍ​ຄຳ ແລະ ອ້ອນວອນ​ວ່າ, “ຈົ່ງ​ເອົາ​ຕົວ​ເອງ​ໃຫ້​ພົ້ນ​ຈາກ​ຄົນ​ໃນ​ຍຸກ​ເສື່ອມຊາມ​ນີ້”.
41 So those who welcomed his message were baptized, and about 3,000 people were added that day. ບັນດາ​ຜູ້​ທີ່​ຍອມຮັບ​ຖ້ອຍຄຳ​ຂອງ​ເປໂຕ​ກໍ​ໄດ້​ຮັບ​ບັບຕິສະມາ ແລະ ໃນ​ວັນ​ນັ້ນ ມີ​ສາວົກ​ເພີ່ມ​ຂຶ້ນ​ອີກ​ປະມານ​ສາມພັນ​ຄົນ.
42 They devoted themselves to the apostles' teaching and deep communion, to the breaking of bread and the prayers. ພວກເຂົາ​ທັງຫລາຍ​ໄດ້​ອຸທິດ​ຕົວ​ເອງ​ໃນ​ຄຳສອນ​ຂອງ​ພວກ​ອັກຄະສາວົກ ແລະ ໃນ​ການ​ຮ່ວມ​ສາມັກຄີທຳ, ໃນ​ການ​ຫັກ​ເຂົ້າຈີ່ ແລະ ໃນ​ອະທິຖານ.
43 Awe came over everyone, and many wonders and signs were done through the apostles. ທຸກຄົນ​ຕ່າງ​ກໍ​ຢ້ານ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ຢ່າງ​ທີ່​ພວກ​ອັກຄະສາວົກ​ໄດ້​ເຮັດ.
44 All who believed were together and had all things in common. ບັນດາ​ຄົນ​ທີ່​ເຊື່ອ​ນັ້ນ​ກໍ​ໄດ້​ຢູ່​ຮ່ວມ​ກັນ ແລະ ໄດ້​ນຳ​ເອົາ​ສິ່ງຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ມາ​ເປັນ​ຂອງ​ສ່ວນລວມ.
45 They sold their property and possessions and distributed the proceeds to all, as anyone needed. ພວກເຂົາ​ໄດ້​ຂາຍ​ທີ່ດິນ ແລະ ຊັບສິ່ງຂອງ​ເພື່ອ​ແຈກຢາຍ​ໃຫ້​ແຕ່ລະຄົນ ຜູ້​ທີ່​ມີ​ຄວາມຈຳເປັນ.
46 Every day, devoting themselves together in the temple, breaking bread house to house, they shared food with joyful, sincere hearts, ທຸກໆ​ວັນ ພວກເຂົາ​ໄດ້​ສືບຕໍ່​ມາ​ເຕົ້າໂຮມກັນ​ທີ່​ເດີ່ນ​ວິຫານ. ພວກເຂົາ​ຫັກ​ເຂົ້າຈີ່​ຕາມ​ບ້ານ​ຂອງ​ຕົນ ແລະ ກິນ​ອາຫານ​ຮ່ວມກັນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ດ້ວຍ​ຄວາມຈິງໃຈ,
47 praising our Father, with favor among all the people. The Lord added to their number daily those being saved. ພວກເຂົາ​ພາກັນ​ສັນລະເສີນ​ພຣະເຈົ້າ ແລະ ເປັນ​ທີ່​ພໍໃຈ​ຂອງ​ຄົນ​ທັງໝົດ. ແລ້ວ​ອົງພຣະຜູ້ເປັນເຈົ້າ​ກໍ​ໄດ້​ໃຫ້​ມີ​ຜູ້​ທີ່​ໄດ້​ຮັບ​ຄວາມພົ້ນ​ເພີ່ມ​ຈຳນວນ​ຂຶ້ນ​ທຸກໆ​ວັນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]