Skip to content
The Believer's Library

Biblica® Open Lao Contemporary Version

Acts 5 OLCV

Show OLCV only
Verse × ×
1 Now a man named Ananias, together with his wife Sapphira, sold a piece of property. ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ອານາເນຍ ພ້ອມ​ກັບ​ຊາຟີຣາ​ເມຍ​ຂອງ​ລາວ, ກໍ​ໄດ້​ຂາຍ​ທີ່ດິນ​ຕອນ​ໜຶ່ງ​ເໝືອນກັນ.
2 He kept back part of the proceeds for himself, with his wife aware, and brought only a portion, laying it at the apostles' feet. ລາວ​ໄດ້​ເກັບ​ເງິນ​ສ່ວນ​ໜຶ່ງ​ໄວ້​ເພື່ອ​ຕົນ​ເອງ ເຊິ່ງ​ເມຍ​ຂອງ​ລາວ​ກໍ​ຮູ້​ດີ, ແຕ່​ໄດ້​ນຳ​ເງິນ​ສ່ວນ​ທີ່​ເຫລືອ​ມາ​ວາງ​ລົງ​ທີ່​ຕີນ​ຂອງ​ພວກ​ອັກຄະສາວົກ.
3 But Peter said, "Ananias, why has Satan filled your heart to lie to the Holy Spirit and keep back part of the land's price? ແລ້ວ​ເປໂຕ​ຈຶ່ງ​ກ່າວ​ວ່າ, “ອານາເນຍ, ດ້ວຍເຫດໃດ ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານບໍລິສຸດເຈົ້າ ແລະ ເກັບ​ເງິນ​ຄ່າ​ທີ່ດິນ​ຈຳນວນ​ໜຶ່ງ​ທີ່​ເຈົ້າ​ໄດ້​ຮັບ​ສຳລັບ​ທີ່ດິນ​ໄວ້​ເພື່ອ​ເຈົ້າ​ເອງ?
4 Wasn't it yours while unsold? After selling, wasn't the money yours to control? Why did you plan this in your heart? You didn't lie to people, but to our Father." ກ່ອນ​ທີ່​ເຈົ້າ​ບໍ່​ທັນ​ໄດ້​ຂາຍ ດິນ​ຕອນ​ນີ້​ກໍ​ເປັນ​ຂອງ​ເຈົ້າ​ບໍ່​ແມ່ນ​ບໍ? ແລະ ເມື່ອ​ຂາຍ​ດິນ​ນັ້ນ​ແລ້ວ, ເງິນ​ກໍ​ຢູ່​ໃນ​ອຳນາດ​ຂອງ​ເຈົ້າ​ບໍ່​ແມ່ນ​ບໍ? ແມ່ນຫຍັງ​ເຮັດ​ໃຫ້​ເຈົ້າ​ຄິດ​ເຮັດ​ຢ່າງ​ນີ້? ເຈົ້າ​ບໍ່​ໄດ້​ຕົວະ​ມະນຸດ​ແຕ່​ໄດ້​ຕົວະ​ພຣະເຈົ້າ”.
5 Hearing these words, Ananias fell down and died; great fear seized all who heard. ເມື່ອ​ອານາເນຍ​ໄດ້​ຍິນ​ດັ່ງ​ນີ້, ລາວ​ກໍ​ລົ້ມ​ລົງ​ຕາຍ. ແລະ ຄົນ​ທັງປວງ​ທີ່​ໄດ້​ຍິນ​ສິ່ງ​ທີ່​ເກີດຂຶ້ນ​ນັ້ນ​ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງ​ໃຫຍ່.
6 Then the young men rose, wrapped up his body, carried him out, and buried him. ແລ້ວ​ພວກຊາຍໜຸ່ມ​ຈຳນວນ​ໜຶ່ງ​ຈຶ່ງ​ເຂົ້າ​ມາ​ຫໍ່​ສົບ​ລາວ ແລະ ຫາມ​ອອກ​ໄປ​ຝັງ.
7 About three hours later his wife came in, not knowing what had happened. ຫລັງຈາກ​ນັ້ນ ປະມານ​ສາມ​ຊົ່ວ​ໂມງ​ຕໍ່ມາ ເມຍ​ຂອງ​ລາວ​ກໍ​ເຂົ້າ​ມາ, ໂດຍ​ທີ່​ຍັງ​ບໍ່​ຮູ້​ເລື່ອງ​ທີ່​ເກີດ​ຂຶ້ນ.
8 Peter asked her, "Tell me, did you sell the land for this much?" She said, "Yes, for that much." ເປໂຕ​ໄດ້​ຖາມ​ນາງ​ວ່າ, “ຈົ່ງ​ບອກ​ເຮົາ​ວ່າ ເຈົ້າ​ກັບ​ອານາເນຍ​ຂາຍ​ທີ່ດິນ​ໄດ້​ເງິນ​ເທົ່າ​ນີ້​ບໍ?” ນາງ​ຕອບ​ວ່າ, “ແມ່ນ, ໄດ້​ເທົ່ານັ້ນ”.
9 Then Peter said to her, "Why did you conspire to test the Spirit of our Father? Look, the feet of those who buried your husband are at the door, and they'll carry you out too." ເປໂຕ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ພວກເຈົ້າ​ກ້າ​ທົດລອງ​ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ຢ່າງ​ໃດ? ຈົ່ງ​ຟັງ! ຕີນ​ຂອງ​ບັນດາ​ຜູ້​ຝັງ​ສົບ​ຜົວ​ຂອງ​ເຈົ້າ​ກໍ​ຢູ່​ທີ່​ປະຕູ ແລະ ພວກເຂົາ​ຈະ​ຫາມ​ເຈົ້າ​ອອກ​ໄປ​ເໝືອນກັນ”.
10 At once she fell at his feet and died. The young men came in, found her dead, carried her out, and buried her beside her husband. ໃນ​ທັນໃດ​ນັ້ນ ນາງ​ກໍ​ລົ້ມ​ລົງ​ຕາຍ​ທີ່​ຕີນ​ຂອງ​ເປໂຕ. ເມື່ອ​ພວກຊາຍໜຸ່ມ​ເຂົ້າ​ມາ​ກໍ​ເຫັນ​ວ່າ​ນາງ​ຕາຍ​ແລ້ວ, ຈຶ່ງ​ຫາມ​ເອົາ​ສົບ​ໄປ​ຝັງ​ຂ້າງ​ຜົວ​ຂອງ​ນາງ.
11 And great fear came upon the whole church and upon all who heard of these things. ຄຣິສຕະຈັກ​ທັງໝົດ ແລະ ຄົນ​ທັງປວງ​ທີ່​ໄດ້​ຍິນ​ເຫດການ​ເຫລົ່ານີ້​ຕ່າງ​ກໍ​ພາກັນ​ຕົກໃຈ​ຢ້ານກົວ​ຫລາຍ.
12 Many signs and wonders happened among the people through the apostles' hands. They all gathered together in Solomon's Portico. ພວກ​ອັກຄະສາວົກ​ໄດ້​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ. ແລະ ຜູ້ທີ່ເຊື່ອ​ທັງໝົດ​ມັກ​ມາ​ເຕົ້າໂຮມກັນ​ທີ່​ລະບຽງ​ຂອງ​ໂຊໂລໂມນ.
13 None of the rest dared to join them, but the people held them in high honor. ສ່ວນ​ຄົນ​ອື່ນໆ​ບໍ່​ມີ​ຜູ້ໃດ​ກ້າ​ມາ​ຮ່ວມ​ກັບ​ພວກເພິ່ນ, ເຖິງ​ແມ່ນ​ວ່າ​ພວກເພິ່ນ​ເປັນ​ທີ່​ເຄົາລົບ​ນັບຖື​ຢ່າງ​ສູງ​ຂອງ​ປະຊາຊົນ​ຈຳນວນ​ຫລາຍ​ກໍ​ຕາມ.
14 Even more believers were added to the Lord—crowds of men and women, ແຕ່​ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຜູ້ຊາຍ ແລະ ແມ່ຍິງ​ຈຳນວນ​ຫລວງຫລາຍ​ທີ່​ໄດ້​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ມີ​ຈຳນວນ​ເພີ່ມ​ຂຶ້ນ.
15 so they even carried the sick into the streets and put them on cots and mats, hoping that at least Peter's shadow might fall on some of them as he passed. ຈົນ​ວ່າ​ພວກເຂົາ​ໄດ້​ຫາມ​ຄົນເຈັບປ່ວຍ​ໄປ​ວາງ​ໄວ້​ຕາມ​ຫົນທາງ ແລະ ໃຫ້​ຄົນເຈັບປ່ວຍ​ນອນ​ເທິງ​ບ່ອນນອນ ແລະ ເທິງ​ເສື່ອ ເພື່ອ​ວ່າ​ຢ່າງ​ນ້ອຍ​ເມື່ອ​ເປໂຕ​ຍ່າງ​ຜ່ານ​ໄປ​ນັ້ນ​ເງົາ​ຂອງ​ເພິ່ນ​ຈະ​ໄດ້​ຖືກ​ບາງຄົນ.
16 Crowds also came from towns around Jerusalem, bringing the sick and those tormented by unclean spirits, and all were healed. ມີ​ຄົນ​ຈຳນວນ​ຫລວງຫລາຍ​ອອກ​ມາ​ຈາກ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມຂ້າງ​ເຢຣູຊາເລັມ​ມາ​ເຕົ້າໂຮມກັນ, ໄດ້​ນຳ​ເອົາ​ຄົນເຈັບປ່ວຍ ແລະ ຄົນ​ທີ່​ທໍລະມານ​ຍ້ອນ​ວິນຍານສົກກະປົກ​ເຂົ້າ​ສິງ ແລະ ພວກເຂົາ​ທັງໝົດ​ກໍ​ໄດ້​ຮັບ​ການ​ຮັກສາ​ໃຫ້​ຫາຍດີ.
17 The high priest rose up, and all with him, the Sadducee party, and they were filled with jealousy. ແລ້ວ​ມະຫາ​ປະໂລຫິດ ແລະ ພັກພວກ​ທັງໝົດ​ຂອງ​ຕົນ​ຄື​ພວກ​ທີ່​ເປັນ​ສະມາຊິກ​ຂອງ​ພວກ​ຊາດູກາຍ, ກໍ​ເຕັມ​ໄປ​ດ້ວຍ​ຄວາມອິດສາ.
18 They arrested the apostles and put them in the public prison. ພວກເຂົາ​ຈຶ່ງ​ໄດ້​ຈັບ​ເອົາ​ພວກ​ອັກຄະສາວົກ ແລະ ຂັງ​ພວກເພິ່ນ​ໄວ້​ໃນ​ຄຸກ​ສາທາລະນະ.
19 But at night an angel of our Father opened the prison doors, led them out, and said, ແຕ່​ໃນ​ເວລາ​ກາງຄືນ​ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ເປີດ​ປະຕູ​ຕ່າງໆ​ໃນ​ຄຸກ​ແລ້ວ​ພາ​ພວກເພິ່ນ​ອອກ​ມາ.
20 "Go, stand in the temple and speak to the people all the words of this Life." ແລະ ກ່າວ​ວ່າ, “ຈົ່ງ​ໄປ​ຢືນ​ຢູ່​ໃນ​ເດີ່ນ​ວິຫານ ແລະ ເລົ່າ​ໃຫ້​ປະຊາຊົນ​ຟັງ​ເລື່ອງ​ຊີວິດ​ໃໝ່​ທັງໝົດ​ນີ້”.
21 Hearing this, they went into the temple at dawn and began teaching. When the high priest and those with him arrived, they convened the council—the full assembly of elders of Israel—and sent to the jail to have them brought. ພໍ​ຮຸ່ງເຊົ້າ​ມາ ພວກ​ອັກຄະສາວົກ​ກໍ​ໄດ້​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ​ຕາມ​ທີ່​ພວກເພິ່ນ​ໄດ້​ຍິນ ແລະ ເລີ່ມ​ຕົ້ນ​ສັ່ງສອນ​ປະຊາຊົນ. ເມື່ອ​ມະຫາ​ປະໂລຫິດ​ກັບ​ພັກພວກ​ຂອງ​ຕົນ​ມາ​ເຖິງ, ພວກເຂົາ​ກໍ​ເອີ້ນ​ສະມາຊິກ​ສະພາ​ແຊນເຮດຣິນ ຄື​ພວກ​ເຖົ້າແກ່​ຊາວ​ອິດສະຣາເອນ​ທຸກຄົນ​ໃຫ້​ມາ​ປະຊຸມ ແລ້ວ​ໃຊ້​ຄົນ​ໄປ​ຄຸກ​ເພື່ອ​ນຳ​ເອົາ​ພວກ​ອັກຄະສາວົກ​ອອກ​ມາ.
22 But the guards found no one there when they arrived; they returned and reported, ແຕ່​ເມື່ອ​ພວກ​ເຈົ້າໜ້າທີ່​ໄປ​ເຖິງ​ຄຸກ, ພວກ​ເຈົ້າໜ້າທີ່​ກໍ​ບໍ່​ພົບ​ພວກ​ອັກຄະສາວົກ​ຢູ່​ທີ່​ນັ້ນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ກັບ​ມາ​ລາຍງານ​ວ່າ,
23 "We found the prison locked tight, guards standing at the doors, but opening them, found no one inside." “ພວກຂ້ານ້ອຍ​ເຫັນ​ຄຸກ​ອັດໄວ້​ຢ່າງ​ແໜ້ນໜາ ແລະ ຄົນ​ເຝົ້າຍາມ​ກໍ​ຢືນ​ເຝົ້າ​ຢູ່​ທີ່​ປະຕູ; ແຕ່​ເມື່ອ​ພວກຂ້ານ້ອຍ​ໄຂ​ເຂົ້າ​ໄປ​ຂ້າງ​ໃນ​ແລ້ວ​ກໍ​ບໍ່​ເຫັນ​ຜູ້ໃດ”.
24 Hearing this, the temple guard captain and chief priests were baffled, wondering where it would lead. ເມື່ອ​ຫົວໜ້າ​ຄົນຍາມ​ວິຫານ ແລະ ຫົວໜ້າ​ປະໂລຫິດ​ໄດ້​ຍິນ​ລາຍງານ​ນີ້​ແລ້ວ​ກໍ​ງົງ, ປະຫລາດໃຈ​ວ່າ​ເລື່ອງ​ນີ້​ຈະ​ເປັນ​ຢ່າງ​ໃດ​ຕໍ່​ໄປ.
25 Someone came and reported, "Look, the men you jailed are standing in the temple teaching the people!" ແລ້ວ​ມີ​ຄົນ​ໜຶ່ງ​ມາ ແລະ ກ່າວ​ວ່າ, “ເບິ່ງ​ແມ! ຄົນ​ທີ່​ພວກທ່ານ​ທັງຫລາຍ​ໄດ້​ຂັງ​ໄວ້​ໃນ​ຄຸກ​ນັ້ນ​ກຳລັງ​ຢືນ​ສັ່ງສອນ​ປະຊາຊົນ​ຢູ່​ໃນ​ເດີ່ນ​ວິຫານ”.
26 Then the captain and officers went and brought them, without force, fearing the people would stone them. ຫົວໜ້າ​ຍາມ​ວິຫານ​ກັບ​ເຈົ້າໜ້າທີ່​ຂອງ​ຕົນ​ຈຶ່ງ​ພາກັນ​ອອກ​ໄປ ແລະ ນຳ​ເອົາ​ພວກ​ອັກຄະສາວົກ​ກັບ​ມາ. ພວກເຂົາ​ບໍ່​ໄດ້​ໃຊ້​ກຳລັງ, ເພາະ​ພວກເຂົາ​ຢ້ານ​ຖືກ​ປະຊາຊົນ​ແກວ່ງ​ກ້ອນຫີນ​ໃສ່.
27 When they had brought them, they set them before the council. And the high priest questioned them, ພວກ​ອັກຄະສາວົກ​ໄດ້​ຖືກ​ນຳ​ເຂົ້າ​ມາ ແລະ ໃຫ້​ຢືນ​ຢູ່​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ເພື່ອ​ໃຫ້​ມະຫາ​ປະໂລຫິດ​ສືບສວນ.
28 saying, "We strictly ordered you not to teach in this name, yet you've filled Jerusalem with your teaching and intend to bring this man's blood on us." ມະຫາປະໂລຫິດ​ກ່າວ​ວ່າ, “ພວກເຮົາ​ສັ່ງຫ້າມ​ເດັດຂາດ​ບໍ່​ໃຫ້​ພວກເຈົ້າ​ສັ່ງສອນ​ໃນ​ນາມ​ຊື່​ນີ້, ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ຄຳສັ່ງສອນ​ນັ້ນ​ແຜ່​ອອກໄປ​ທົ່ວ​ເຢຣູຊາເລັມ ແລະ ຕັ້ງໃຈ​ເຮັດ​ໃຫ້​ພວກເຮົາ​ມີ​ຄວາມຜິດ​ຍ້ອນ​ຄວາມຕາຍ​ຂອງ​ຊາຍ​ຜູ້​ນີ້”.
29 But Peter and the apostles answered, "We must obey our Father rather than men. ເປໂຕ ແລະ ອັກຄະສາວົກ​ຄົນ​ອື່ນໆ​ຕອບ​ວ່າ: “ພວກຂ້ານ້ອຍ​ຕ້ອງ​ເຊື່ອຟັງ​ພຣະເຈົ້າ​ຫລາຍ​ກວ່າ​ເຊື່ອຟັງ​ມະນຸດ!
30 The God of our fathers raised Jesus, whom you killed by hanging him on a tree. ພຣະເຢຊູເຈົ້າ​ທີ່​ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ໂດຍ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ແລ້ວ.
31 Our Father exalted him to his own right hand as Ruler and Savior, to give Israel repentance and forgiveness of sins. ພຣະເຈົ້າ​ໄດ້​ຍົກ​ພຣະເຢຊູເຈົ້າ​ຂຶ້ນ​ໃຫ້​ຢູ່​ເບື້ອງຂວາ​ມື​ຂອງ​ພຣະອົງ ໃຫ້​ເປັນ​ອົງ​ເຈົ້າຊາຍ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ ເພື່ອ​ພຣະອົງ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ​ກັບໃຈໃໝ່ ແລະ ໄດ້​ຮັບ​ການ​ອະໄພ​ບາບ​ຂອງ​ພວກເຂົາ.
32 We are witnesses of these things, and so is the Holy Spirit, whom our Father gave to those who obey him." ພວກຂ້ານ້ອຍ​ຈຶ່ງ​ເປັນ​ພະຍານ​ເຖິງ​ເລື່ອງ​ເຫລົ່ານີ້ ແລະ ພຣະວິນຍານບໍລິສຸດເຈົ້າ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ບັນດາ​ຜູ້​ທີ່​ເຊື່ອຟັງ​ພຣະອົງ​ນັ້ນ ກໍ​ເປັນ​ພະຍານ​ເໝືອນກັນ”.
33 When they heard this, they were enraged and wanted to kill them. ເມື່ອ​ພວກເຂົາ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ, ພວກເຂົາ​ກໍ​ໃຈຮ້າຍ​ແຮງ ແລະ ຕ້ອງການ​ຈະ​ຂ້າ​ພວກ​ອັກຄະສາວົກ.
34 But a Pharisee named Gamaliel, a law teacher honored by all the people, stood up in the council and ordered the men taken outside briefly. ແຕ່​ມີ​ຟາຣີຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຄາມາລິເອັນ ເປັນ​ຄູສອນກົດບັນຍັດ​ທີ່​ຄົນ​ທັງຫລາຍ​ນັບຖື, ເພິ່ນ​ໄດ້​ຢືນ​ຂຶ້ນ​ໃນ​ທີ່​ປະຊຸມ​ສະພາ​ແຊນເຮດຣິນ ແລະ ສັ່ງ​ໃຫ້​ນຳ​ພວກ​ອັກຄະສາວົກ​ອອກ​ໄປ​ຂ້າງ​ນອກ​ຊົ່ວໄລຍະ​ໜຶ່ງ.
35 He told them, "Israelites, think carefully about what you're about to do with these men. ຫລັງຈາກນັ້ນ ເພິ່ນ​ຈຶ່ງ​ກ່າວ​ແກ່​ສະພາ​ແຊນເຮດຣິນ​ວ່າ: “ປະຊາຊົນ​ອິດສະຣາເອນ, ຈົ່ງ​ພິຈາລະນາ​ຢ່າງ​ລະມັດລະວັງ​ເຖິງ​ສິ່ງ​ທີ່​ພວກເຈົ້າ​ຕັ້ງໃຈ​ຈະ​ເຮັດ​ກັບ​ຄົນ​ເຫລົ່ານີ້​ໃຫ້​ດີ.
36 Before this, Theudas appeared, claiming to be somebody; about 400 men followed him. He was killed, his followers all scattered, and it came to nothing. ເມື່ອ​ບໍ່​ດົນ​ມາ​ນີ້ ທູດາ​ໄດ້​ປາກົດ​ຕົວ, ອ້າງ​ຕົນ​ເອງ​ວ່າ​ເປັນ​ຄົນ​ສຳຄັນ ແລະ ມີ​ປະມານ​ສີ່ຮ້ອຍ​ຄົນ​ໄດ້​ຮ່ວມ​ກຳລັງ​ກັບ​ລາວ. ແຕ່​ລາວ​ໄດ້​ຖືກ​ຂ້າ, ຜູ້​ທີ່​ຕິດຕາມ​ລາວ​ທັງໝົດ​ກໍ​ແຕກ​ກະຈັດ​ກະຈາຍ​ໄປ ແລະ ທັງໝົດ​ເຮັດ​ຫຍັງ​ບໍ່​ໄດ້.
37 After him, Judas the Galilean rose up during the census and drew people away after him. He too died, and all who followed him were scattered. ຕໍ່ມາ​ຈາກ​ລາວ, ຢູດາ​ຊາວ​ຄາລີເລ​ໄດ້​ປາກົດ​ຂຶ້ນ​ໃນ​ຊ່ວງ​ທີ່​ມີ​ການ​ຈົດ​ທະບຽນ​ສຳມະໂນຄົວ ແລະ ນຳພາ​ກຸ່ມ​ປະຊາຊົນ​ສູ່​ການ​ກະບົດ. ລາວ​ກໍ​ໄດ້​ຖືກ​ຂ້າ​ຕາຍ​ເໝືອນ​ກັນ ແລະ ຜູ້​ທີ່​ຕິດຕາມ​ລາວ​ທັງໝົດ​ກໍ​ໄດ້​ແຕກ​ກະຈັດ​ກະຈາຍ​ໄປ.
38 Now I tell you: stay away from these men and leave them alone. If this plan or work is from men, it will fail. ເຫດສະນັ້ນ ໃນ​ກໍລະນີ​ນີ້​ຂ້າພະເຈົ້າ​ຂໍ​ແນະນຳ​ພວກເຈົ້າ​ທັງຫລາຍ​ວ່າ: ຢ່າ​ດຳເນີນ​ການ​ໃດ​ຕໍ່​ຄົນ​ເຫລົ່ານີ້​ເລີຍ! ປ່ອຍ​ພວກເຂົາ​ໄປ! ເພາະ​ຖ້າ​ເປົ້າໝາຍ ຫລື ກິດຈະການ​ຂອງ​ພວກເຂົາ​ມາ​ຈາກ​ມະນຸດ, ມັນ​ກໍ​ຈະ​ເສື່ອມສູນ​ໄປ​ເອງ.
39 But if it's from our Father, you won't be able to overthrow them; you might even find yourselves fighting our Father." So they were persuaded by him. ແຕ່​ຖ້າ​ສິ່ງ​ນີ້​ມາ​ຈາກ​ພຣະເຈົ້າ, ພວກເຈົ້າ​ກໍ​ບໍ່​ສາມາດ​ຢຸດຕິ​ຄົນ​ເຫລົ່ານີ້​ໄດ້; ຈະ​ກາຍ​ເປັນ​ວ່າ​ພວກເຈົ້າ​ເອງ​ນັ້ນ​ແຫລະ ທີ່​ຕໍ່ສູ້​ກັບ​ພຣະເຈົ້າ”.
40 Persuaded by him, they called in the apostles, beat them, ordered them not to speak in the name of Jesus, and released them. ຄຳປາໄສ​ຂອງ​ເພິ່ນ​ໄດ້​ໂນ້ມນ້າວ​ພວກເຂົາ. ພວກເຂົາ​ຈຶ່ງ​ເອີ້ນ​ພວກ​ອັກຄະສາວົກ​ເຂົ້າ​ມາ ແລະ ໄດ້​ຂ້ຽນ​ພວກເພິ່ນ. ແລ້ວ​ພວກເຂົາ​ກໍ​ໄດ້​ສັ່ງ​ພວກເພິ່ນ​ບໍ່​ໃຫ້​ກ່າວ​ອອກ​ນາມ​ຂອງ​ພຣະເຢຊູເຈົ້າ​ອີກ ແລະ ປ່ອຍ​ພວກເພິ່ນ​ໄປ.
41 So they left the council, rejoicing they'd been counted worthy to be shamed for the name. ພວກ​ອັກຄະສາວົກ​ໄດ້​ອອກ​ຈາກ​ສະພາ​ແຊນເຮດຣິນ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ເພາະ​ພວກເພິ່ນ​ຖື​ວ່າ​ຄຸ້ມຄ່າ​ທີ່​ໄດ້​ທົນທຸກ​ອັບອາຍ​ເພາະ​ເຫັນ​ແກ່​ນາມ​ນັ້ນ.
42 Every day, in the temple and house to house, they never stopped teaching and proclaiming the good news: the Christ is Jesus. ທຸກໆ​ມື້ ໃນ​ເດີ່ນ​ວິຫານ ແລະ ຕາມ​ເຮືອນ​ຕ່າງໆ, ພວກເພິ່ນ​ບໍ່​ເຄີຍ​ຢຸດ​ສັ່ງສອນ ແລະ ປະກາດ​ຂ່າວປະເສີດ​ວ່າ​ພຣະເຢຊູເຈົ້າ​ຄື​ພຣະເມຊີອາ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]