Skip to content
The Believer's Library

Biblica® Open Lao Contemporary Version

2 Timothy 2 OLCV

Show OLCV only
Verse × ×
1 So then, my child, draw your strength from the grace that is in Christ Jesus. ເຫດສະນັ້ນ ລູກ​ຂອງ​ເຮົາ​ເອີຍ, ຈົ່ງ​ເຂັ້ມແຂງ​ໃນ​ພຣະຄຸນ​ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ.
2 And what you heard from me in the presence of many witnesses, entrust to faithful people able to teach others too. ສິ່ງ​ທີ່​ເຈົ້າ​ໄດ້​ຍິນ​ຈາກ​ເຮົາ​ກ່າວ​ຕໍ່ໜ້າ​ພະຍານ​ຫລາຍຄົນ​ນັ້ນ ຈົ່ງ​ມອບໝາຍ​ໃຫ້​ແກ່​ຜູ້​ທີ່​ເຊື່ອຖືໄດ້ ຜູ້​ທີ່​ມີ​ຄຸນສົມບັດ​ເໝາະສົມ​ທີ່​ຈະ​ສອນ​ຜູ້​ອື່ນ​ດ້ວຍ.
3 Take your share of suffering like a good soldier of Christ Jesus. ຈົ່ງ​ຮ່ວມ​ໃນ​ຄວາມຍາກລຳບາກ​ກັບ​ເຮົາ ເໝືອນດັ່ງ​ທະຫານ​ທີ່​ດີ​ຂອງ​ພຣະຄຣິດເຈົ້າເຢຊູ.
4 No soldier on duty gets tangled in civilian affairs—he wants to please the one who enlisted him. ບໍ່​ມີ​ຜູ້ໃດ​ທີ່​ຮັບໃຊ້​ໃນ​ໜ້າທີ່​ເປັນ​ທະຫານ​ແລ້ວ​ຍັງ​ຫຍຸ້ງກ່ຽວ​ກັບ​ເລື່ອງ​ຝ່າຍ​ພົນລະເຮືອນ, ແຕ່​ລາວ​ຕ້ອງ​ເຮັດ​ໃຫ້​ຜູ້​ບັງຄັບ​ບັນຊາ​ຂອງ​ຕົນ​ພໍໃຈ.
5 And an athlete is not crowned unless he competes according to the rules. ເຊັ່ນດຽວກັນ, ນັກກິລາ​ຄົນ​ໃດ​ກໍ​ຕາມ​ທີ່​ແຂ່ງຂັນ​ຈະ​ບໍ່​ໄດ້​ຮັບ​ມົງກຸດ​ແຫ່ງ​ໄຊຊະນະ​ຖ້າ​ບໍ່​ແຂ່ງຂັນ​ຕາມ​ກະຕິກາ.
6 The hard-working farmer ought to be the first to receive a share of the crops. ຊາວນາ​ຜູ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ກໍ​ສົມຄວນ​ເປັນ​ຜູ້ທຳອິດ​ທີ່​ຈະ​ໄດ້​ຮັບ​ສ່ວນແບ່ງ​ຂອງ​ພືດຜົນ.
7 Think over what I am saying, for the Lord will give you understanding in everything. ຈົ່ງ​ຄິດຕຶກຕອງ​ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້, ເພາະ​ອົງພຣະຜູ້ເປັນເຈົ້າ​ຈະ​ໃຫ້​ຄວາມເຂົ້າໃຈ​ແກ່​ເຈົ້າ​ໃນ​ສິ່ງ​ທັງໝົດ​ນີ້.
8 Remember Jesus Christ, risen from the dead, a descendant of David, as told in my gospel, ຈົ່ງ​ລະນຶກເຖິງ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ໄດ້​ຖືກ​ບັນດານ​ໃຫ້​ເປັນຄືນມາຈາກຕາຍ, ຜູ້​ສືບ​ເຊື້ອສາຍ​ຈາກ​ດາວິດ. ນີ້​ຄື​ຂ່າວປະເສີດ​ທີ່​ເຮົາ​ປະກາດ,
9 for which I suffer, chained like a criminal. But the word of our Father is not chained! ເພື່ອ​ຂ່າວປະເສີດ​ນີ້​ເຮົາ​ຈຶ່ງ​ທົນທຸກ​ຢູ່​ຈົນ​ເຖິງ​ຖືກ​ລ່າມໂສ້​ເໝືອນ​ໂຈນຜູ້ຮ້າຍ. ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ບໍ່​ໄດ້​ຖືກ​ລ່າມໂສ້.
10 So I endure everything for the sake of the chosen, so they too may gain the salvation in Christ Jesus, with eternal glory. ເຫດສະນັ້ນ ເຮົາ​ຈຶ່ງ​ຍອມ​ອົດທົນ​ທຸກຢ່າງ​ເພື່ອ​ເຫັນ​ແກ່​ຜູ້​ທີ່​ເລືອກ​ໄວ້, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມພົ້ນ ເຊິ່ງ​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ພ້ອມດ້ວຍ​ສະຫງ່າລາສີ​ນິລັນດອນ.
11 This saying is trustworthy: If we have died with him, we will also live with him; ນີ້​ເປັນ​ຄຳກ່າວ​ທີ່​ເຊື່ອຖືໄດ້​ຄື: ຖ້າ​ພວກເຮົາ​ຕາຍ​ດ້ວຍກັນ​ກັບ​ພຣະອົງ, ພວກເຮົາ​ກໍ​ຈະ​ມີຊີວິດ​ດ້ວຍກັນ​ກັບ​ພຣະອົງ​ເໝືອນກັນ,
12 if we endure, we will also reign with him; if we disown him, he also will disown us; ຖ້າ​ພວກເຮົາ​ອົດທົນ, ພວກເຮົາ​ກໍ​ຈະ​ໄດ້​ປົກຄອງ​ຮ່ວມກັນ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ, ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ,
13 if we are faithless, he remains faithful, for he cannot disown himself. ຖ້າ​ພວກເຮົາ​ບໍ່ສັດຊື່, ພຣະອົງ​ກໍ​ຍັງ​ສັດຊື່​ຢູ່, ເພາະ​ພຣະອົງ​ປະຕິເສດ​ພຣະອົງ​ເອງ​ບໍ່​ໄດ້.
14 Remind them of these things, and warn them before our Father not to quarrel over words—useless, and ruins those who listen. ຈົ່ງ​ໝັ່ນ​ເຕືອນ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ໃຫ້​ລະນຶກເຖິງ​ສິ່ງ​ເຫລົ່ານີ້. ຈົ່ງ​ຕັກເຕືອນ​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າ​ບໍ່​ໃຫ້​ຜິດຖຽງ​ກັນ​ເລື່ອງ​ຖ້ອຍຄຳ​ຕ່າງໆ​ທີ່​ບໍ່​ມີ​ຄຸນຄ່າ ແລະ ມີ​ແຕ່​ຈະ​ທຳລາຍ​ບັນດາ​ຜູ້ຟັງ​ເທົ່ານັ້ນ.
15 Do your best to present yourself to our Father approved, a worker unashamed, rightly handling the word of truth. ຈົ່ງ​ພະຍາຍາມ​ຢ່າງ​ສຸດກຳລັງ​ເພື່ອ​ສະແດງ​ຕົນ​ຕໍ່​ພຣະເຈົ້າ​ເໝືອນດັ່ງ​ເປັນ​ຜູ້​ໜຶ່ງ​ທີ່​ໄດ້​ຮັບຮອງ​ໄວ້​ແລ້ວ, ເປັນ​ຄົນງານ​ທີ່​ບໍ່​ຕ້ອງ​ອັບອາຍ ແລະ ໃຊ້​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຢ່າງ​ຖືກຕ້ອງ.
16 But avoid empty, godless chatter; it leads people further into wickedness, ຈົ່ງ​ຫລີກເວັ້ນ​ຈາກ​ການ​ສົນທະນາ​ເລື່ອງ​ທີ່​ຂັດ​ກັບ​ທາງ​ຂອງ​ພຣະເຈົ້າ, ເພາະ​ບັນດາ​ຜູ້​ທີ່​ປ່ອຍໃຈ​ໄປ​ກັບ​ສິ່ງ​ນັ້ນ​ຈະ​ກາຍເປັນ​ຄົນອະທຳ​ຫລາຍ​ຂຶ້ນ​ເລື້ອຍໆ.
17 and their talk will spread like gangrene. Among them are Hymenaeus and Philetus, ຄຳສອນ​ຂອງ​ພວກເຂົາ​ຈະ​ແຜ່ລາມ​ເໝືອນດັ່ງ​ບາດແຜ​ເປື່ອຍເນົ່າ. ໃນ​ທ່າມກາງ​ພວກເຂົາ​ມີ​ຮີເມນາໂຢ ແລະ ຟີເລໂຕ,
18 who wandered away from the truth, claiming the resurrection already happened, and are undermining some people's faith. ເຊິ່ງ​ເປັນ​ຜູ້​ທີ່​ໄດ້​ຫລົງ​ໄປ​ຈາກ​ຄວາມຈິງ​ແລ້ວ. ພວກເຂົາ​ເວົ້າ​ວ່າ​ການເປັນຄືນມາຈາກຕາຍ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ແລະ ໄດ້​ທຳລາຍ​ຄວາມເຊື່ອ​ຂອງ​ບາງຄົນ​ລົງ.
19 Yet our Father's firm foundation stands, sealed: "He knows those who are his," and "Let all who name his name turn from evil." ເຖິງ​ຢ່າງໃດ​ກໍ​ຕາມ, ຮາກຖານ​ຂອງ​ພຣະເຈົ້າ​ກໍ​ຕັ້ງ​ໝັ້ນຄົງ​ຢູ່ ແລະ ປະທັບຕາ​ດ້ວຍ​ຂໍ້ຄວາມ​ວ່າ: “ອົງພຣະຜູ້ເປັນເຈົ້າ​ຮູ້ຈັກ​ບັນດາ​ຜູ້​ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ​ທີ່​ຮ້ອງ​ອອກ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຕ້ອງ​ຫັນໜີ​ຈາກ​ຄວາມ​ຊົ່ວຮ້າຍ”.
20 In a large house there are vessels not only of gold and silver, but also of wood and clay—some for honor, some for dishonor. ໃນ​ເຮືອນ​ຫລັງ​ໃຫຍ່​ບໍ່​ແມ່ນ​ມີ​ແຕ່​ພາຊະນະ​ຄຳ ແລະ ເງິນ​ເທົ່ານັ້ນ, ແຕ່​ມີ​ພາຊະນະ​ໄມ້ ແລະ ພາຊະນະດິນ​ດ້ວຍ, ບາງ​ຢ່າງ​ກໍ​ໃຊ້​ເພື່ອ​ຈຸດປະສົງ​ພິເສດ, ບາງ​ຢ່າງ​ກໍ​ໃຊ້​ເພື່ອ​ໃຊ້​ທົ່ວໄປ.
21 So if anyone purifies himself from these, he becomes a vessel of honor: holy, useful to the Master, ready for every good work. ບັນດາ​ຜູ້​ທີ່​ຊຳລະ​ຕົນ​ເອງ​ໃຫ້​ພົ້ນ​ຈາກ​ສິ່ງ​ໄຮ້ຄ່າ ກໍ​ຈະ​ເປັນ​ພາຊະນະ​ທີ່​ມີ​ກຽດ, ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ, ໃຊ້​ງານ​ໄດ້​ສຳລັບ​ອົງ​ເຈົ້ານາຍ ແລະ ຖືກ​ຈັດ​ໄວ້​ພ້ອມ​ເພື່ອ​ຈະ​ເຮັດ​ການ​ດີ​ທຸກຢ່າງ.
22 Flee youthful cravings; pursue righteousness, faith, love, and peace with those who call on the Lord from a pure heart. ຈົ່ງ​ໜີ​ຈາກ​ລາຄະຕັນຫາ​ຂອງ​ຄົນໜຸ່ມ ແລະ ຈົ່ງ​ຕິດຕາມ​ຄວາມຊອບທຳ, ຄວາມເຊື່ອ, ຄວາມ​ຮັກ ແລະ ສັນຕິສຸກ​ຮ່ວມ​ກັບ​ບັນດາ​ຜູ້​ທີ່​ຮ້ອງຫາ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ໃຈ​ບໍລິສຸດ.
23 Have nothing to do with foolish, ignorant controversies; you know they breed quarrels. ຢ່າ​ເຂົ້າຮ່ວມ​ກັບ​ການໂຕ້ຖຽງ​ອັນ​ໂງ່ຈ້າ ແລະ ໄຮ້ສາລະ​ຕ່າງໆ ເພາະ​ເຈົ້າ​ຮູ້​ແລ້ວ​ວ່າ​ສິ່ງ​ເຫລົ່ານີ້​ກໍ່​ໃຫ້​ເກີດ​ການຜິດຖຽງກັນ.
24 The Lord's servant must not be quarrelsome, but be gentle to all, able to teach, patient when wronged. ຝ່າຍ​ຜູ້ຮັບໃຊ້​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຕ້ອງ​ບໍ່​ຜິດຖຽງກັນ ແຕ່​ຕ້ອງ​ເມດຕາ​ຕໍ່​ທຸກຄົນ, ສາມາດ​ສອນ​ຄົນ​ອື່ນ​ໄດ້, ບໍ່​ເປັນ​ຄົນ​ໃຈຮ້າຍ​ງ່າຍ.
25 Gently correcting those who oppose him. Perhaps our Father will grant them repentance to know the truth, ບັນດາ​ຜູ້​ທີ່​ຕໍ່ຕ້ານ​ຈະ​ຕ້ອງ​ໄດ້​ຮັບ​ການແນະນຳ​ຢ່າງ​ສຸພາບ, ໂດຍ​ຫວັງ​ວ່າ​ພຣະເຈົ້າ​ຈະ​ໃຫ້​ພວກເຂົາ​ກັບໃຈໃໝ່ ເພື່ອ​ຈະ​ນຳພາ​ພວກເຂົາ​ໃຫ້​ຮູ້ຈັກ​ຄວາມຈິງ
26 and they may sober up, escaping the devil's trap where he has held them captive to do his will. ແລະ ໂດຍ​ຫວັງ​ວ່າ​ພວກເຂົາ​ຈະ​ໄດ້​ສະຕິ ແລະ ຫລຸດພົ້ນ​ຈາກ​ກັບດັກ​ຂອງ​ມານຮ້າຍ ຜູ້​ທີ່​ໄດ້​ຈັບ​ພວກເຂົາ​ໄວ້​ເປັນ​ຊະເລີຍ​ເພື່ອ​ໃຫ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ມັນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]