Skip to content
The Believer's Library

Biblica® Open Lao Contemporary Version

2 Timothy 1 OLCV

Show OLCV only
Verse × ×
1 Paul, apostle of Christ Jesus by the will of our Father, by the promise of life in Christ Jesus, ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ໂດຍ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ຕາມ​ສັນຍາ​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ,
2 to Timothy, my beloved child: Grace, mercy, and peace from our Father and Christ Jesus our Lord. ເຖິງ ຕີໂມທຽວ​ລູກ​ທີ່ຮັກ​ຂອງ​ເຮົາ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຈົ່ງ​ມີ​ແກ່​ເຈົ້າ.
3 I thank our Father, whom I serve with a clear conscience as my ancestors did, remembering you constantly in my prayers, night and day. ເຮົາ​ຂອບພຣະຄຸນ​ພຣະເຈົ້າ, ພຣະອົງ​ຜູ້​ທີ່​ເຮົາ​ຮັບໃຊ້, ເຊັ່ນດຽວກັນ​ກັບ​ບັນພະບຸລຸດ​ຂອງ​ເຮົາ​ໄດ້​ກະທຳ ດ້ວຍ​ຈິດສຳນຶກ​ອັນ​ໃສ​ສະອາດ, ທັງ​ກາງເວັນ ແລະ ກາງຄືນ​ເຮົາ​ໄດ້​ລະນຶກ​ເຖິງ​ເຈົ້າ​ໃນ​ຄຳອະທິຖານ​ຢູ່​ສະເໝີ.
4 Remembering your tears, I long to see you, so that I may be filled with joy. ເມື່ອ​ເຮົາ​ລະນຶກ​ເຖິງ​ນ້ຳຕາ​ຂອງ​ເຈົ້າ, ເຮົາ​ກໍ​ປາຖະໜາ​ຈະ​ມາ​ຫາ​ເຈົ້າ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເຕັມ​ດ້ວຍ​ຄວາມຊື່ນຊົມຍິນດີ.
5 I recall your sincere faith—alive first in your grandmother Lois and mother Eunice, and now, I'm convinced, in you too. ເຮົາ​ໄດ້​ຄິດເຖິງ​ຄວາມເຊື່ອ​ອັນ​ຈິງໃຈ​ຂອງ​ເຈົ້າ ເຊິ່ງ​ຕອນ​ທຳອິດ​ກໍ​ມີ​ຢູ່​ໃນ​ນາງ​ໂລອີ ແມ່ເຖົ້າ​ຂອງ​ເຈົ້າ ແລະ ໃນ​ນາງ​ຢູນີເກ ແມ່​ຂອງ​ເຈົ້າ ແລະ ເຮົາ​ເຊື່ອ​ວ່າ​ບັດນີ້​ກໍ​ມີ​ຢູ່​ໃນ​ເຈົ້າ​ເໝືອນກັນ.
6 So I remind you to fan into flame the gift of our Father in you, through the laying on of my hands. ດ້ວຍເຫດນີ້ ເຮົາ​ຈຶ່ງ​ຂໍ​ເຕືອນ​ເຈົ້າ​ວ່າ​ຈົ່ງ​ເຮັດ​ໃຫ້​ຂອງປະທານ​ຂອງ​ພຣະເຈົ້າ​ທີ່​ມີ​ຢູ່​ໃນ​ເຈົ້າ​ຜ່ານທາງ​ການວາງມື​ຂອງ​ເຮົາ​ນັ້ນ​ຈະເລີນ​ຮຸ່ງເຮືອງ​ຫລາຍ​ຂຶ້ນ.
7 For our Father gave us no spirit of fear, but the Spirit of power, love, and self-control. ເພາະ​ພຣະວິນຍານ​ທີ່​ພຣະເຈົ້າ​ໄດ້​ໃຫ້​ພວກເຮົາ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ໃຈ​ອັນ​ຢ້ານກົວ ແຕ່​ມອບ​ລິດອຳນາດ, ຄວາມ​ຮັກ ແລະ ການຮູ້ຈັກບັງຄັບຕົນ​ໃຫ້​ແກ່​ພວກເຮົາ.
8 So don't be ashamed of our Lord's testimony, nor of me his prisoner, but share in suffering for the gospel by our Father's power. ດັ່ງນັ້ນ ຢ່າ​ລະອາຍ​ທີ່​ຈະ​ເປັນ​ພະຍານ​ເລື່ອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຫລື ລະອາຍ​ໃນ​ເລື່ອງ​ເຮົາ​ຜູ້​ຖືກ​ຈຳຈອງ​ເພື່ອ​ພຣະອົງ. ແຕ່​ຈົ່ງ​ຮ່ວມ​ທົນທຸກ​ກັບ​ເຮົາ​ເພື່ອ​ຂ່າວປະເສີດ​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ.
9 He saved and called us with a holy calling, not by our works but by his own purpose and grace, given us in Christ Jesus before time began, ພຣະອົງ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ ແລະ ໄດ້​ເອີ້ນ​ພວກເຮົາ​ມາ​ສູ່​ຊີວິດ​ທີ່​ບໍລິສຸດ ບໍ່​ແມ່ນ​ເພາະ​ການກະທຳ​ໃດໆ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ປະສົງ ແລະ ພຣະຄຸນ​ຂອງ​ພຣະອົງ​ເອງ. ພຣະຄຸນ​ນີ້​ໄດ້​ມອບໃຫ້​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າເຢຊູ​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ.
10 and now made known through the appearing of our Savior Christ Jesus, who ended death and illuminated life and immortality through the gospel. ແຕ່​ບັດນີ້ ໄດ້​ເປີດເຜີຍ​ຜ່ານທາງ​ການ​ມາ​ປາກົດ​ຂອງ​ພຣະຄຣິດເຈົ້າເຢຊູ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຜູ້​ໄດ້​ທຳລາຍ​ຄວາມຕາຍ ແລະ ໄດ້​ນຳ​ຊີວິດ ແລະ ຄວາມເປັນອະມະຕະ​ມາ​ສູ່​ຄວາມ​ສະຫວ່າງ​ຜ່ານທາງ​ຂ່າວປະເສີດ
11 For this gospel I was appointed a preacher and an apostle and a teacher. ແລະ ໄດ້​ແຕ່ງຕັ້ງ​ເຮົາ​ໃຫ້​ເປັນ​ຜູ້ປະກາດ, ເປັນ​ອັກຄະສາວົກ ແລະ ເປັນ​ຄູສອນ​ຂ່າວປະເສີດ​ນີ້.
12 That's why I suffer this way. But I'm not ashamed, for I know whom I've believed, and am convinced he can guard what's entrusted to me until the day he returns. ດ້ວຍ​ເຫດ​ນີ້ ເຮົາ​ກຳລັງ​ທົນທຸກ​ເໝືອນ​ທີ່​ເຮົາ​ເປັນຢູ່. ແຕ່​ເຮົາ​ກໍ​ບໍ່​ອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ​ຜູ້​ທີ່​ເຮົາ​ໄດ້​ເຊື່ອ ແລະ ເຮົາ​ໝັ້ນໃຈ​ວ່າ​ພຣະອົງ​ສາມາດ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ​ຈົນ​ເຖິງ​ວັນ​ນັ້ນ​ໄດ້.
13 Hold the pattern of sound words you heard from me, in faith and love in Christ Jesus. ຈົ່ງ​ຢຶດຖື​ແບບຢ່າງ​ຂອງ​ຄຳສອນ​ອັນ​ມີ​ຫລັກ​ທີ່​ເຈົ້າ​ໄດ້​ຍິນ​ຈາກ​ເຮົາ​ດ້ວຍ​ຄວາມເຊື່ອ ແລະ ຄວາມ​ຮັກ​ໃນ​ພຣະຄຣິດເຈົ້າເຢຊູ.
14 Guard the good deposit entrusted to you, through the Holy Spirit who lives within us. ຈົ່ງ​ປົກປ້ອງ​ຮັກສາ​ຂໍ້ແນະນຳ​ອັນ​ດີ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຈົ້າ​ນັ້ນ ຈົ່ງ​ຮັກສາ​ໄວ້​ໂດຍ​ການ​ຊ່ວຍເຫລືອ​ຈາກ​ພຣະວິນຍານບໍລິສຸດເຈົ້າ​ຜູ້​ຢູ່​ໃນ​ພວກເຮົາ​ທັງຫລາຍ.
15 You know this: everyone in the province of Asia turned away from me, including Phygelus and Hermogenes. ເຈົ້າ​ກໍ​ຮູ້​ວ່າ ທຸກຄົນ​ໃນ​ແຂວງເອເຊຍ​ກໍ​ໄດ້​ປະຖິ້ມ​ເຮົາ ລວມທັງ​ຟູເຄໂລ ແລະ ເຮຣະໂມເກນ.
16 May our Lord Jesus grant mercy to Onesiphorus's household, for he often refreshed me and wasn't ashamed of my chains. ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ສະແດງ​ຄວາມ​ເມດຕາ​ແກ່​ຄອບຄົວ​ຂອງ​ໂອເນຊີໂຟໂຣ ເພາະ​ລາວ​ເຮັດ​ໃຫ້​ເຮົາ​ຊື່ນໃຈ​ເລື້ອຍໆ ແລະ ບໍ່​ລະອາຍ​ທີ່​ເຮົາ​ຖືກ​ລ່າມ​ໂສ້​ຢູ່.
17 On the contrary, when he arrived in Rome he searched eagerly for me until he found me. ກົງກັນຂ້າມ, ເມື່ອ​ລາວ​ຢູ່​ໃນ​ນະຄອນ​ໂຣມ ລາວ​ກໍ​ພະຍາຍາມ​ຊອກຫາ​ເຮົາ​ຈົນ​ພົບ.
18 May our Lord Jesus grant that he finds mercy from the Lord on that day. You know very well how much he served in Ephesus. ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ຊ່ວຍ​ໃຫ້​ລາວ​ໄດ້​ພົບ​ຄວາມ​ເມດຕາ​ຈາກ​ອົງພຣະຜູ້ເປັນເຈົ້າ​ໃນ​ວັນ​ນັ້ນ​ດ້ວຍ! ເຈົ້າ​ກໍ​ຮູ້​ດີ​ແລ້ວ​ວ່າ​ເມື່ອ​ຢູ່​ທີ່​ເມືອງ​ເອເຟໂຊ ລາວ​ໄດ້​ຊ່ວຍເຫລືອ​ເຮົາ​ໃນ​ຫລາຍໆ​ດ້ານ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]