Skip to content
The Believer's Library

Biblica® Open Lao Contemporary Version

2 Timothy 3 OLCV

Show OLCV only
Verse × ×
1 But understand this: in the last days there will come times of difficulty. ແຕ່​ຈົ່ງ​ຮູ້​ໄວ້​ວ່າ: ຈະ​ມີ​ຊ່ວງ​ເວລາ​ທີ່​ໂຫດຮ້າຍ​ໃນ​ຍຸກ​ສຸດທ້າຍ.
2 For people will be self-lovers, money-lovers, boastful, arrogant, abusive, disobedient to parents, ungrateful, unholy. ຄົນ​ທັງຫລາຍ​ຈະ​ເປັນ​ຄົນ​ຮັກຕົນເອງ, ເປັນ​ຄົນ​ຮັກເງິນ, ໂອ້ອວດ, ຈອງຫອງ, ປ້ອຍດ່າ, ບໍ່​ເຊື່ອຟັງ​ພໍ່​ແມ່​ຂອງ​ຕົນ, ເນລະຄຸນ, ບໍ່​ບໍລິສຸດ,
3 Heartless, unforgiving, slanderous, without self-control, brutal, hating what is good, ປາດສະຈາກ​ຄວາມ​ຮັກ, ບໍ່ໃຫ້ອະໄພ, ມັກ​ໃສ່ຮ້າຍປ້າຍສີ, ປາດສະຈາກ​ການຄວບຄຸມ​ຕົນ​ເອງ, ຮ້າຍກາດ, ບໍ່​ເປັນ​ຄົນ​ຮັກ​ຄວາມດີ,
4 treacherous, reckless, swollen with conceit, lovers of pleasure rather than lovers of our Father. ເປັນ​ຄົນ​ທໍລະຍົດ, ໃຈຮ້ອນ, ອວດດີ, ເປັນ​ຄົນ​ຮັກຄວາມສະໜຸກ​ຫລາຍ​ກວ່າ​ຮັກພຣະເຈົ້າ,
5 They keep the shape of devotion to God but deny its power—turn from them. ຢຶດຖື​ທາງ​ຂອງ​ພຣະເຈົ້າ​ພຽງ​ເປືອກນອກ ແຕ່​ປະຕິເສດ​ລິດອຳນາດ​ຂອງ​ພຣະເຈົ້າ. ຢ່າ​ໄປ​ຄົບຫາ​ກັບ​ຄົນ​ແບບ​ນີ້.
6 For among these are those who slip into homes and trap weak women weighed down with sins, driven by various desires. ພວກເຂົາ​ເປັນ​ຄົນ​ທີ່​ມັກ​ຈອບ​ເຂົ້າ​ໄປ​ຕາມ​ເຮືອນ​ຕ່າງໆ ແລະ ໄດ້​ຄວບຄຸມ​ບັນດາ​ແມ່ຍິງ​ທີ່​ເບົາປັນຍາ, ຜູ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມບາບ ແລະ ຄອບງຳ​ດ້ວຍ​ຕັນຫາ​ຊົ່ວ​ທຸກ​ຊະນິດ,
7 Always learning but never able to come to a knowledge of the truth. ພວກ​ແມ່ຍິງ​ເຫລົ່ານີ້​ຮ່ຳຮຽນ​ຢູ່​ເລື້ອຍໆ​ແຕ່​ບໍ່​ສາມາດ​ຮູ້​ເຖິງ​ຄວາມຈິງ​ໄດ້​ເລີຍ.
8 As Jannes and Jambres opposed Moses, these also oppose the truth—minds corrupted, disqualified regarding the faith. ເຊັ່ນ​ດຽວ​ກັນ​ກັບ​ຢາເນ ແລະ ຢຳເບ​ທີ່​ຕໍ່ຕ້ານ​ໂມເຊ ດັ່ງນັ້ນ​ພວກຄູສອນ​ເຫລົ່ານີ້​ກໍ​ຕໍ່ຕ້ານ​ຄວາມຈິງ. ພວກເຂົາ​ເປັນ​ຄົນ​ທີ່​ມີ​ຈິດໃຈ​ຊົ່ວຊ້າ, ຄວາມເຊື່ອ​ຂອງ​ພວກເຂົາ​ກໍ​ບໍ່​ເປັນ​ທີ່​ຍອມຮັບ
9 But they won't get far, for their foolishness will be clear to all, as with those two men. ແຕ່​ພວກເຂົາ​ຈະ​ໄປ​ໄດ້​ບໍ່​ໄກ​ເພາະວ່າ​ຄວາມໂງ່ຈ້າ​ຂອງ​ຄົນ​ເຫລົ່ານີ້​ຈະ​ປາກົດ​ແຈ້ງ​ແກ່​ທຸກ​ຄົນ​ເໝືອນ​ໃນ​ກໍລະນີ​ຂອງ​ສອງ​ຄົນ​ນັ້ນ.
10 You, however, have followed my teaching, conduct, purpose, faith, patience, love, endurance, ແຕ່​ເຖິງຢ່າງໃດ​ກໍ​ຕາມ, ເຈົ້າ​ກໍ​ຮູ້​ເຖິງ​ຄຳສອນ​ທັງໝົດ​ຂອງ​ເຮົາ, ວິຖີຊີວິດ​ຂອງ​ເຮົາ, ເປົ້າໝາຍ​ຂອງ​ເຮົາ, ຄວາມເຊື່ອ, ຄວາມອົດທົນ, ຄວາມ​ຮັກ, ຄວາມທົນທານ,
11 my persecutions and suffering—at Antioch, at Iconium, at Lystra, what persecutions I endured! Yet the Lord rescued me from them all. ການກົດຂີ່ຂົ່ມເຫັງ, ຄວາມທຸກທໍລະມານ, ສິ່ງ​ຕ່າງໆ​ທີ່​ເກີດຂຶ້ນ​ກັບ​ເຮົາ​ໃນ​ເມືອງ​ອັນຕີໂອເຂຍ, ເມືອງ​ອີໂກນີອົມ ແລະ ເມືອງ​ລີສະຕຣາ, ການຂົ່ມເຫັງ​ທີ່​ເຮົາ​ໄດ້​ອົດທົນ. ເຖິງປານນັ້ນ​ອົງພຣະຜູ້ເປັນເຈົ້າ​ກໍ​ຊ່ວຍ​ເຮົາ​ໃຫ້​ຫລຸດພົ້ນ​ຈາກ​ສິ່ງ​ທັງປວງ​ເຫລົ່ານີ້
12 Indeed, all who desire to live a godly life in Christ Jesus will be persecuted, ຕາມ​ຄວາມຈິງ​ແລ້ວ, ຜູ້ໃດ​ກໍ​ຕາມ​ທີ່​ປາຖະໜາ​ຈະ​ດຳເນີນຊີວິດ​ຕາມ​ທາງ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ນັ້ນ​ກໍ​ຈະ​ຖືກ​ຂົ່ມເຫັງ,
13 while evil people and impostors will go on from bad to worse, deceiving and being deceived. ໃນ​ຂະນະ​ທີ່​ຄົນຊົ່ວ ແລະ ຄົນ​ຫລອກລວງ​ຈະ​ຊົ່ວຮ້າຍ​ລົງ​ກວ່າ​ເກົ່າ, ກຳລັງ​ລໍ້ລວງ ແລະ ກຳລັງ​ຖືກ​ລໍ້ລວງ.
14 But you—stay with what you learned and became convinced of, knowing from whom you learned it, ແຕ່​ສຳລັບ​ເຈົ້າ, ຈົ່ງ​ດຳເນີນ​ຕໍ່ໄປ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນຮູ້ ແລະ ໄດ້​ເຊື່ອໝັ້ນ ເພາະ​ເຈົ້າ​ຮູ້ຈັກ​ຄົນ​ເຫລົ່ານັ້ນ​ທີ່​ເຈົ້າ​ຮຽນຮູ້​ຈາກ​ພວກເຂົາ,
15 and that from infancy you have known the sacred writings, able to make you wise for salvation through faith in Christ Jesus. ແລະ ຮູ້​ວ່າ​ຕັ້ງແຕ່​ເປັນ​ເດັກນ້ອຍ​ມາ​ແລ້ວ ເຈົ້າ​ກໍ​ໄດ້​ຮູ້​ພຣະຄຳພີ​ສັກສິດ ເຊິ່ງ​ສາມາດ​ເຮັດ​ໃຫ້​ເຈົ້າ​ມີ​ປັນຍາ​ທີ່​ຈະ​ມາ​ເຖິງ​ຄວາມພົ້ນ​ໄດ້​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າເຢຊູ.
16 All Scripture is breathed out by our Father—useful for teaching, exposing wrong, correcting, and training in right living, ພຣະຄຳພີ​ທຸກ​ຕອນ​ໄດ້​ຮັບ​ການດົນໃຈ​ຈາກ​ພຣະເຈົ້າ ແລະ ເປັນ​ປະໂຫຍດ​ໃນ​ການສັ່ງສອນ, ການ​ກ່າວຕັກເຕືອນ, ການແກ້ໄຂ​ຂໍ້ບົກຜ່ອງ ແລະ ການຝຶກຝົນ​ໃນ​ຄວາມຊອບທຳ
17 so that the person of our Father may be complete, equipped for every good work. ເພື່ອ​ວ່າ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຈະ​ມີ​ຄວາມພ້ອມ​ຄົບຖ້ວນ​ສຳລັບ​ເຮັດ​ການ​ດີ​ທຸກຢ່າງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]