Skip to content
The Believer's Library

Biblica® Open Lao Contemporary Version

2 Peter 2 OLCV

Show OLCV only
Verse × ×
1 False prophets arose among the people, just as false teachers will arise among you. They will secretly bring in destructive heresies, even deny the Master who bought them, and bring swift destruction on themselves. ແຕ່​ກໍ​ມີ​ພວກ​ຜູ້ທຳນວາຍ​ປອມ​ໃນ​ທ່າມກາງ​ປະຊາຊົນ ເຊັ່ນດຽວ​ກັບ​ທີ່​ມີ​ຄູສອນປອມ​ໃນ​ທ່າມກາງ​ພວກເຈົ້າ​ເໝືອນກັນ. ພວກເຂົາ​ຈະ​ລັກ​ນຳ​ເອົາ​ຄຳສອນ​ຜິດ​ທີ່​ເຮັດ​ໃຫ້​ເສຍຫາຍ​ເຂົ້າ​ມາ, ຈົນ​ເຖິງ​ກັບ​ປະຕິເສດ​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ​ຜູ້​ໄດ້​ໄຖ່​ພວກເຂົາ. ເຊິ່ງ​ການກະທຳ​ຢ່າງນີ້​ຈະ​ນຳ​ຄວາມຈິບຫາຍ​ມາ​ເຖິງ​ພວກເຂົາ​ເອງ​ຢ່າງ​ໄວວາ.
2 Many will follow their lust, and because of them the way of truth will be slandered. ຈະ​ມີ​ຫລາຍຄົນ​ປະຕິບັດ​ຕາມ​ການປະພຶດ​ຊົ່ວຮ້າຍ​ຂອງ​ພວກເຂົາ ແລະ ຈະ​ນຳ​ທາງ​ແຫ່ງ​ຄວາມຈິງ​ໄປ​ສູ່​ຄວາມເສື່ອມເສຍ.
3 In their greed they'll exploit you with made-up words. Their judgment, decreed long ago, isn't idle; their ruin isn't asleep. ດ້ວຍ​ຄວາມໂລບ​ຂອງ​ພວກເຂົາ​ນັ້ນ ພວກຄູສອນ​ເຫລົ່ານີ້​ຈະ​ແຕ່ງ​ເລື່ອງ​ຕ່າງໆ​ຂຶ້ນ​ມາ​ເພື່ອ​ຂູດຮີດ​ພວກເຈົ້າ. ຄຳພິພາກສາ​ລົງໂທດ​ຂອງ​ພວກເຂົາ​ກໍ​ຖືກ​ຫ້ອຍ​ຢູ່​ເທິງ​ພວກເຂົາ​ດົນນານ​ມາ​ແລ້ວ ແລະ ຄວາມຈິບຫາຍ​ຂອງ​ພວກເຂົາ​ກໍ​ບໍ່​ໄດ້​ຫລັບ​ຢູ່.
4 For if our Father did not spare angels who sinned, but threw them into the deepest pit of gloom, chained in darkness, kept for judgment; ເພາະ​ຖ້າ​ພຣະເຈົ້າ​ບໍ່​ໄດ້​ຍົກເວັ້ນ​ບັນດາ​ເທວະດາ​ທີ່​ໄດ້​ເຮັດ​ບາບ, ແຕ່​ໄດ້​ສົ່ງ​ພວກເຂົາ​ລົງ​ໄປ​ສູ່​ນະລົກ, ລ່າມໂສ້​ພວກເຂົາ​ຂັງ​ໄວ້​ໃນ​ບ່ອນ​ມືດ​ເພື່ອ​ລໍຖ້າ​ການພິພາກສາ.
5 if he didn't spare the ancient world, but protected Noah, an announcer of righteousness, with seven others, when he brought a flood on the wicked world; ຖ້າ​ພຣະເຈົ້າ​ບໍ່​ໄດ້​ຍົກເວັ້ນ​ໂລກ​ໃນ​ສະໄໝ​ບູຮານ​ເມື່ອ​ພຣະອົງ​ໄດ້​ໃຫ້​ນ້ຳ​ຖ້ວມ​ຄົນອະທຳ​ທີ່​ຢູ່​ໃນ​ໂລກ, ແຕ່​ໄດ້​ປົກປ້ອງ​ໂນອາ​ຜູ້​ປະກາດ​ຄວາມຊອບທຳ ແລະ ຄົນ​ອື່ນໆ​ອີກ​ເຈັດ​ຄົນ.
6 and if he condemned Sodom and Gomorrah, reducing their cities to ashes, as an example of what awaits the wicked; ຖ້າ​ພຣະເຈົ້າ​ໄດ້​ລົງໂທດ​ເມືອງ​ໂຊໂດມ ແລະ ເມືອງ​ໂກໂມຣາ​ໂດຍ​ເຜົາ​ໃຫ້​ເປັນ​ຂີ້ເຖົ່າ ເພື່ອ​ເປັນ​ຕົວຢ່າງ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ແກ່​ຄົນອະທຳ.
7 and if he rescued righteous Lot, worn out by the shameless behavior of lawless people. ແລະ ຖ້າ​ພຣະອົງ​ໄດ້​ກອບກູ້​ເອົາ​ໂລດ​ຜູ້ຊອບທຳ, ຜູ້​ມີ​ຄວາມທຸກໃຈ​ເພາະ​ການກະທຳ​ທີ່​ຂາດສິນທຳ​ຂອງ​ຄົນໄຮ້ສິນທຳ​ເຫລົ່ານັ້ນ.
8 That righteous man, living among them, was tormented day after day in his righteous soul by the lawless deeds he saw and heard, (ເພາະ​ເມື່ອ​ຄົນຊອບທຳ​ຜູ້​ນີ້​ດຳເນີນຊີວິດ​ຢູ່​ໃນ​ທ່າມກາງ​ພວກເຂົາ​ໃນ​ແຕ່ລະວັນ, ຈິດວິນຍານ​ອັນ​ຊອບທຳ​ຂອງ​ເພິ່ນ​ກໍ​ທຸກທໍລະມານ​ເພາະ​ໄດ້​ເຫັນ ແລະ ໄດ້​ຍິນ​ການກະທຳ​ທີ່​ຜິດສິນທຳ​ນັ້ນ).
9 then our Father knows how to rescue the godly from trials, and keep the wicked under punishment until judgment day. ຖ້າ​ເປັນ​ດັ່ງນັ້ນ, ອົງພຣະຜູ້ເປັນເຈົ້າ​ຍ່ອມ​ຮູ້ຈັກ​ວິທີ​ວ່າ​ຈະ​ກອບກູ້​ເອົາ​ຄົນຊອບທຳ​ໃຫ້​ລອດພົ້ນ​ຈາກ​ການທົດລອງ​ໄດ້​ຢ່າງໃດ ແລະ ຮັກສາ​ຄົນອະທຳ​ໄວ້​ເພື່ອ​ລໍຖ້າ​ວັນ​ພິພາກສາ.
10 Especially those chasing flesh's corrupt desires and despising authority—bold, arrogant, unafraid to slander celestial beings. ໂດຍ​ສະເພາະ​ຈະ​ລົງໂທດ​ຄົນ​ເຫລົ່ານັ້ນ​ທີ່​ປ່ອຍໂຕ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ເນື້ອໜັງ ແລະ ດູຖູກ​ຜູ້ມີອຳນາດ. ຄູສອນປອມ​ເຫລົ່ານີ້​ກ້າຫານ ແລະ ຈອງຫອງ, ພວກເຂົາ​ຫຸ້ມ​ດ່າ​ເທວະດາ​ເບື້ອງເທິງ​ໂດຍ​ບໍ່​ໄດ້​ຢ້ານກົວ.
11 Whereas angels, greater in strength and power, don't bring a slanderous judgment against them before our Father. ແມ່ນ​ແຕ່​ພວກເທວະດາ​ຜູ້​ທີ່​ມີ​ກຳລັງ​ເຂັ້ມແຂງ​ກວ່າ ແລະ ມີ​ລິດອຳນາດ​ຫລາຍ​ກວ່າ ກໍ​ຍັງ​ບໍ່​ໄດ້​ຫຸ້ມ​ດ່າ​ເທວະດາ​ເຫລົ່ານີ້​ເມື່ອ​ເວລາ​ນຳ​ເອົາ​ການຕັດສິນ​ຈາກ​ອົງພຣະຜູ້ເປັນເຈົ້າ​ມາ​ເຖິງ​ພວກເຂົາ.
12 But these people, like unreasoning animals born by instinct to be caught and destroyed, insult what they don't understand, and will be destroyed in their destruction, ແຕ່​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ. ພວກເຂົາ​ເປັນ​ເໝືອນ​ສັດ​ທີ່​ບໍ່​ມີ​ເຫດຜົນ​ເຮັດ​ຕາມ​ສັນຊາດຕະຍານ, ເກີດ​ມາ​ພຽງ​ເພື່ອ​ຖືກ​ຈັບ ແລະ ຖືກ​ທຳລາຍ​ເທົ່ານັ້ນ. ແລະ ພວກເຂົາ​ຈະ​ຕ້ອງ​ຈິບຫາຍ​ໄປ​ເໝືອນ​ກັບ​ສັດ​ຢ່າງ​ແນ່ນອນ.
13 suffering wrong as pay for wrongdoing. They count it a pleasure to revel in broad daylight. They are stains and flaws, reveling in their deceptions while feasting with you. ພວກເຂົາ​ຈະ​ໄດ້​ຮັບ​ການ​ຕອບແທນ​ດ້ວຍ​ຄວາມ​ຊົ່ວຮ້າຍ​ສຳລັບ​ສິ່ງ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ. ພວກເຂົາ​ຖື​ວ່າ​ການ​ດື່ມເຫລົ້າ​ໃນ​ເວລາ​ກາງເວັນ​ເປັນ​ຄວາມ​ສະໜຸກສະໜານ. ພວກເຂົາ​ເປັນ​ຮອຍ​ເປື້ອນ ແລະ ຮອຍ​ຕຳໜິ, ພວກເຂົາ​ຫາ​ແຕ່​ຄວາມ​ສະໜຸກສະໜານ​ໃສ່​ຕົນ​ຂະນະ​ທີ່​ກຳລັງ​ກິນລ້ຽງ​ຮ່ວມ​ກັບ​ພວກເຈົ້າ.
14 Their eyes are full of adultery, never stopping from sin, luring unstable souls, hearts trained in greed—cursed children! ຕາ​ຂອງ​ພວກເຂົາ​ເຕັມໄປ​ດ້ວຍ​ການ​ຫລິ້ນຊູ້, ພວກເຂົາ​ບໍ່​ເຄີຍ​ຢຸດ​ເຮັດ​ບາບ, ພວກເຂົາ​ລໍ້ລວງ​ຄົນ​ທີ່​ບໍ່​ໜັກແໜ້ນ, ພວກເຂົາ​ມີ​ຄວາມ​ຊຳນານ​ໃນ​ຄວາມ​ໂລບ ແລະ ພວກເຂົາ​ຄື​ເຜົ່າພັນ​ທີ່​ຖືກ​ສາບແຊ່ງ.
15 Abandoning the straight path, they went astray, following the way of Balaam son of Beor, who loved the wages of wrongdoing. ພວກເຂົາ​ປະຖິ້ມ​ທາງ​ທີ່​ຊື່ ແລະ ຫລົງ​ໄປ​ຕາມ​ທາງ​ຂອງ​ບາລາອາມ​ລູກ​ຂອງ​ເບອໍ ຜູ້​ທີ່​ມັກ​ຄ່າຈ້າງ​ຂອງ​ຄວາມ​ຊົ່ວຮ້າຍ.
16 But he was corrected for his own wrongdoing: a mute donkey spoke with a human voice and stopped the prophet's madness. ແຕ່​ບາລາອາມ​ໄດ້​ຖືກ​ສັ່ງຫ້າມ​ເນື່ອງ​ຈາກ​ການ​ກະທຳ​ທີ່​ຜິດ​ຂອງ​ຕົນ​ໂດຍ​ໂຕ​ລໍ ເຊິ່ງ​ເປັນ​ສັດ​ທີ່​ເວົ້າ​ບໍ່​ໄດ້​ແຕ່​ເວົ້າ​ອອກມາ​ເປັນ​ສຽງ​ມະນຸດ ແລະ ໄດ້​ລະງັບ​ຄວາມບ້າ​ຂອງ​ຜູ້ທຳນວາຍ​ນັ້ນ.
17 These are dry springs, storm-driven mists—thick darkness is kept for them. ຄົນ​ເຫລົ່ານີ້​ເປັນ​ນໍ້າພຸ​ທີ່​ບໍ່​ມີ​ນ້ຳ ແລະ ເປັນ​ໝອກ​ທີ່​ຖືກ​ພະຍຸ​ພັດ​ໄປ. ຄວາມມືດ​ທີ່ສຸດ​ກໍ​ສະຫງວນ​ໄວ້​ສຳລັບ​ພວກເຂົາ.
18 With inflated, empty words they lure through the sensual desires of the flesh those barely escaping from people living in error. ເພາະ​ພວກເຂົາ​ເວົ້າ​ລ້າໆ, ເວົ້າ​ຄຳ​ໂອ້ອວດ ແລະ ໃຊ້​ຄວາມ​ປາຖະໜາ​ຂອງ​ເນື້ອໜັງ​ດຶງດູດ​ຄົນ​ທັງຫລາຍ​ທີ່​ຫາ​ກໍ​ໜີ​ພົ້ນ​ຈາກ​ບັນດາ​ຜູ້​ທີ່​ດຳເນີນຊີວິດ​ໃນ​ທາງ​ທີ່​ຜິດ.
19 They promise them freedom, while themselves enslaved to corruption—for whatever overcomes a person enslaves them. ພວກເຂົາ​ສັນຍາ​ວ່າ​ຈະ​ໃຫ້​ຄົນ​ເຫລົ່ານັ້ນ​ເປັນ​ອິດສະຫລະ​ໃນ​ຂະນະ​ທີ່​ພວກເຂົາ​ເອງ​ກໍ​ຍັງ​ເປັນ​ຂ້າທາດ​ຂອງ​ຄວາມ​ເສື່ອມໂຊມ​ຢູ່ ເພາະວ່າ “ຄົນ​ເຮົາ​ຖືກ​ສິ່ງໃດ​ຄອບງຳ​ກໍ​ເປັນ​ຂ້າທາດ​ຂອງ​ສິ່ງ​ນັ້ນ”.
20 For if, having escaped the world's corruption through knowing our Lord and Savior Jesus Christ, they are entangled in it again and overcome, their end is worse than their start. ຖ້າ​ພວກເຂົາ​ໄດ້​ໜີ​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ​ມາ​ແລ້ວ​ໂດຍ​ການ​ຮູ້ຈັກ​ກັບ​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລ້ວ​ຍັງ​ກັບ​ຄືນ​ໄປ​ພົວພັນ ແລະ ພ່າຍແພ້​ກັບ​ສິ່ງ​ນັ້ນ​ຢູ່ ບັ້ນປາຍ​ຂອງ​ພວກເຂົາ​ກໍ​ກັບ​ຊົ່ວຮ້າຍ​ຍິ່ງ​ກວ່າ​ບັ້ນຕົ້ນ.
21 It would have been better for them never to know the way of righteousness than to know it and turn back from the holy commandment given to them. ເພາະ​ຖ້າ​ພວກເຂົາ​ບໍ່​ຮູ້​ຈັກ​ທາງ​ແຫ່ງ​ຄວາມຊອບທຳ​ນັ້ນ​ກໍ​ຍັງ​ດີ​ກວ່າ​ໄດ້​ຮູ້ຈັກ​ແລ້ວ​ຫັນຫລັງ​ໃຫ້​ກັບ​ກົດບັນຍັດ​ອັນ​ສັກສິດ ເຊິ່ງ​ສືບທອດ​ມາ​ເຖິງ​ພວກເຂົາ.
22 The true proverb has happened to them: "A dog returns to its vomit," and "A washed sow returns to wallow in mud." ພວກເຂົາ​ກໍ​ເປັນ​ຈິງ​ຕາມ​ສຸພາສິດ​ທີ່​ວ່າ: “ໝາ​ກໍ​ກັບ​ຄືນ​ໄປ​ຫາ​ສິ່ງ​ທີ່​ມັນ​ຮາກ​ອອກ​ມາ” ແລະ “ໝູ​ທີ່​ລ້າງ​ແລ້ວ​ກໍ​ກັບ​ໄປ​ກິ້ງເກືອກ​ໃນ​ຂີ້ຕົມ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]