Skip to content
The Believer's Library

Biblica® Open Lao Contemporary Version

2 Peter 1 OLCV

Show OLCV only
Verse × ×
1 Simon Peter, servant and apostle of Jesus Christ, to those given a faith as precious as ours through the righteousness of our God and Savior Jesus Christ: ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຊີໂມນ​ເປໂຕ ຜູ້​ເປັນ​ຜູ້ຮັບໃຊ້ ແລະ ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ລ້ຳຄ່າ​ເໝືອນ​ກັບ​ທີ່​ພວກເຮົາ​ໄດ້​ຮັບ​ໂດຍ​ຜ່ານທາງ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ:
2 May grace and peace be multiplied to you through knowing our Father and Jesus our Lord. ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ​ຜ່ານ​ທາງ​ການຮູ້ຈັກ​ພຣະເຈົ້າ ແລະ ຮູ້ຈັກ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.
3 His divine power gave us all we need for life and devotion to God, through knowing him who called us by his glory and excellence. ລິດອຳນາດ​ຂອງ​ພຣະອົງ​ໄດ້​ໃຫ້​ທຸກສິ່ງ​ທີ່​ຈຳເປັນ​ສຳລັບ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ​ແກ່​ພວກເຮົາ ຜ່ານທາງ​ການ​ຮູ້ຈັກ​ພຣະອົງ​ຜູ້​ເອີ້ນ​ພວກເຮົາ​ດ້ວຍ​ສະຫງ່າລາສີ ແລະ ຄຸນຄວາມດີ​ຂອງ​ພຣະອົງ​ເອງ.
4 Through these he gave us his precious and very great promises, so that through them you may share the divine nature, having escaped the world's corruption from evil desires. ໂດຍ​ຜ່ານທາງ​ສິ່ງ​ເຫລົ່ານີ້​ພຣະອົງ​ໄດ້​ໃຫ້​ສັນຍາ​ອັນ​ຍິ່ງໃຫຍ່ ແລະ ລ້ຳຄ່າ​ຂອງ​ພຣະອົງ​ແກ່​ພວກເຮົາ. ເພື່ອ​ວ່າ​ໂດຍ​ຜ່ານທາງ​ສັນຍາ​ເຫລົ່ານີ້​ພວກເຈົ້າ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ລັກສະນະ​ຂອງ​ພຣະເຈົ້າ ແລະ ພົ້ນ​ຈາກ​ຄວາມເສື່ອມຊາມ​ໃນ​ໂລກ​ທີ່​ເກີດ​ຈາກ​ຄວາມປາຖະໜາ​ຊົ່ວ.
5 So, making every effort, add goodness to your faith, and to goodness, knowledge; ດ້ວຍເຫດນີ້, ພວກເຈົ້າ​ຈົ່ງ​ພະຍາຍາມ​ທຸກ​ວິທີ​ທີ່​ຈະ​ເພີ່ມ​ຄວາມດີ​ເຂົ້າ​ກັບ​ຄວາມເຊື່ອ​ຂອງ​ພວກເຈົ້າ ແລະ ເພີ່ມ​ຄວາມຮູ້​ເຂົ້າ​ກັບ​ຄວາມດີ,
6 to knowledge, self-control; to self-control, endurance; to endurance, devotion to God, ແລະ ເພີ່ມ​ການ​ບັງຄົບຕົນ​ເຂົ້າ​ກັບ​ຄວາມຮູ້, ເພີ່ມ​ຄວາມອົດທົນ​ເຂົ້າ​ກັບ​ການ​ບັງຄັບຕົນ, ເພີ່ມ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ​ເຂົ້າ​ກັບ​ຄວາມ​ບາກບັ່ນ
7 to devotion to God, brotherly affection; to brotherly affection, love. ແລະ ເພີ່ມ​ຄວາມ​ຮັກ​ກັນ​ເໝືອນ​ພີ່ນ້ອງ​ເຂົ້າ​ກັບ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ ແລະ ເພີ່ມ​ຄວາມ​ຮັກ​ເຂົ້າ​ກັບ​ຄວາມ​ຮັກ​ກັນ​ເໝືອນ​ພີ່ນ້ອງ.
8 If you have these qualities, growing, they'll keep you from being useless or fruitless in knowing our Lord Jesus Christ. ເພາະ​ຖ້າ​ພວກເຈົ້າ​ມີ​ຄຸນສົມບັດ​ເຫລົ່ານີ້​ຫລາຍຂຶ້ນ ກໍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ມີ​ປະສິດທິພາບ ແລະ ເກີດຜົນ​ໃນ​ການ​ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.
9 Whoever lacks these things is blind, shortsighted, forgetting he was cleansed from his past sins. ແຕ່​ຖ້າ​ຜູ້ໃດ​ຂາດ​ຄຸນສົມບັດ​ເຫລົ່ານີ້ ກໍ​ເປັນ​ເໝືອນ​ກັບ​ຄົນ​ສາຍຕາສັ້ນ ແລະ ຕາບອດ, ລືມ​ວ່າ​ຕົນ​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມບາບ​ໃນ​ອະດີດ​ແລ້ວ.
10 So, brothers and sisters, strive to confirm your calling and election; do these things and you will never stumble. ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ພະຍາຍາມ​ເຮັດ​ທຸກ​ວິທີ​ເພື່ອ​ຢືນຢັນ​ໃນ​ການ​ເອີ້ນ ແລະ ເລືອກ​ຂອງ​ພວກເຈົ້າ​ນັ້ນ. ເພາະວ່າ​ຖ້າ​ພວກເຈົ້າ​ເຮັດ​ຢ່າງ​ນັ້ນ​ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ສະດຸດ​ລົ້ມລົງ​ຈັກເທື່ອ
11 This way you'll be richly given entrance into the eternal kingdom of our Lord and Savior Jesus Christ. ແລະ ພວກເຈົ້າ​ຈະ​ໄດ້ຮັບ​ການຕ້ອນຮັບ​ທີ່​ອຸດົມສົມບູນ​ເຂົ້າ​ໃນ​ອານາຈັກ​ນິລັນດອນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ ແລະ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.
12 So I will always remind you of these things, though you know them and stand firm in the truth you now hold. ດັ່ງນັ້ນ ເຮົາ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ສິ່ງ​ເຫລົ່ານີ້​ສະເໝີ, ເຖິງແມ່ນວ່າ​ພວກເຈົ້າ​ຮູ້ຈັກ​ເລື່ອງ​ນີ້​ແລ້ວ ແລະ ຕັ້ງ​ໝັ້ນຄົງ​ໃນ​ຄວາມຈິງ​ທີ່​ພວກເຈົ້າ​ມີ​ຢູ່​ກໍ​ຕາມ.
13 I think it right to keep stirring you with reminders while I remain in this tent, ເຮົາ​ຄິດ​ວ່າ​ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ຈະ​ເຕືອນ​ຄວາມຈື່ຈຳ​ຂອງ​ພວກເຈົ້າ​ຕາບ​ທີ່​ເຮົາ​ຍັງ​ຢູ່​ໃນ​ເຮືອນ​ທີ່​ເປັນ​ຮ່າງກາຍ​ນີ້,
14 since I know I'll soon set my tent aside, as our Lord Jesus Christ showed me. ເພາະ​ເຮົາ​ຮູ້​ວ່າ​ອີກ​ບໍ່​ດົນ​ເຮົາ​ຈະ​ຕ້ອງ​ຈາກ​ເຮືອນ​ທີ່​ເປັນ​ຮ່າງກາຍ​ນີ້​ໄປ, ຕາມ​ທີ່​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ໄດ້​ສະແດງ​ໄວ້​ແກ່​ເຮົາ​ຢ່າງ​ຊັດເຈນ​ແລ້ວ.
15 I will also strive so you can always recall these things after I depart. ແລະ ເຮົາ​ຈະ​ພະຍາຍາມ​ເຮັດ​ທຸກ​ວິທີ​ໃຫ້​ພວກເຈົ້າ​ສາມາດ​ລະນຶກ​ເຖິງ​ສິ່ງ​ເຫລົ່ານີ້​ສະເໝີ​ຫລັງຈາກ​ເຮົາ​ຈາກໄປ​ແລ້ວ.
16 For we didn't follow ingenious myths to tell you of our Lord Jesus Christ's power and coming—we were eyewitnesses of his majesty. ເມື່ອ​ພວກເຮົາ​ບອກ​ພວກເຈົ້າ​ເຖິງ​ການ​ມາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໃນ​ລິດອຳນາດ​ນັ້ນ ພວກເຮົາ​ບໍ່​ໄດ້​ນຳເອົາ​ເລື່ອງ​ທີ່​ປະດິດຄິດແຕ່ງ​ຂຶ້ນ​ມາ​ໂດຍ​ຄວາມສະຫລາດ​ຂອງ​ມະນຸດ ແຕ່​ພວກເຮົາ​ໄດ້​ເປັນ​ພະຍານ​ກັບ​ຕາ​ເຖິງ​ບາລະມີ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະອົງ.
17 He received honor and glory from our Father when a voice came to him from the Majestic Glory: "This is my Son, the one I love; I delight in him." ພຣະອົງ​ໄດ້​ຮັບ​ກຽດ ແລະ ສະຫງ່າລາສີ​ຈາກ​ພຣະເຈົ້າ​ພຣະບິດາເຈົ້າ ເມື່ອ​ມີ​ສຽງ​ຈາກ​ອົງ​ຜູ້​ມີ​ສະຫງ່າລາສີ​ຍິ່ງ​ໃຫຍ່​ສູງສຸດ​ຂອງ​ພຣະອົງ, ກ່າວ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ, ເຮົາ​ພໍໃຈ​ເພິ່ນ​ຫລາຍ”.
18 We ourselves heard this voice come from heaven, for we were with him on the holy mountain. ພວກເຮົາ​ເອງ​ໄດ້​ຍິນ​ສຽງ​ນີ້​ມາ​ຈາກ​ສະຫວັນ​ຂະນະ​ທີ່​ພວກເຮົາ​ຢູ່​ກັບ​ພຣະອົງ​ທີ່​ພູ​ສັກສິດ.
19 We also have the prophetic word made more certain—you do well to attend to it, like a lamp shining in a dark place, until day dawns and the morning star rises in your hearts. ພວກເຮົາ​ມີ​ຖ້ອຍຄຳ​ຂອງ​ການທຳນວາຍ​ເໝືອນກັນ ເຊິ່ງ​ເປັນ​ສິ່ງ​ທີ່​ເຊື່ອຖືໄດ້​ຢ່າງ​ຄົບຖ້ວນ, ຈະ​ເປັນ​ເລື່ອງ​ດີ​ຖ້າ​ພວກເຈົ້າ​ເອົາໃຈໃສ່​ຖ້ອຍຄຳ​ເຫລົ່ານີ້ ເໝືອນ​ແສງສະຫວ່າງ​ທີ່​ສ່ອງ​ໃນ​ບ່ອນ​ມືດ​ຈົນ​ກວ່າ​ຈະ​ເຖິງ​ວັນ​ຮຸ່ງເຊົ້າ ແລະ ດາວ​ແຫ່ງ​ອາລຸນ​ຍາມເຊົ້າ​ຈະ​ປາກົດ​ຂຶ້ນ​ໃນ​ໃຈ​ຂອງ​ພວກເຈົ້າ.
20 Above all, you must understand that no prophecy of Scripture comes from one's own interpretation. ເໜືອ​ສິ່ງ​ອື່ນ​ໃດ​ທັງໝົດ ພວກເຈົ້າ​ຕ້ອງ​ເຂົ້າໃຈ​ວ່າ​ບໍ່​ມີ​ຄຳ​ເປີດເຜີຍ​ໃດ​ໃນ​ພຣະຄຳພີ​ທີ່​ມາ​ຈາກ​ການ​ແປ​ຄວາມໝາຍ​ກ່ຽວກັບ​ສິ່ງ​ຕ່າງໆ​ຂອງ​ທຳນວາຍ​ເອງ.
21 No prophecy ever came by human will, but men spoke from our Father, carried along by the Holy Spirit. ເພາະ​ຄຳ​ເປີດເຜີຍ​ນັ້ນ​ບໍ່​ເຄີຍ​ເກີດ​ຂຶ້ນ​ຈາກ​ເຈດຕະນາ​ຂອງ​ມະນຸດ ເຖິງ​ແມ່ນ​ວ່າ​ຜູ້ທຳນວາຍ​ຈະ​ເປັນ​ມະນຸດ ກໍ​ກ່າວ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ນຳ​ພວກເພິ່ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]