Skip to content
The Believer's Library

Biblica® Open Lao Contemporary Version

2 Peter 3 OLCV

Show OLCV only
Verse × ×
1 Beloved, this is now the second letter I write you; in both I stir up your sincere mind by reminder. ເພື່ອນ​ທີ່​ຮັກ​ທັງຫລາຍ​ເອີຍ, ນີ້​ເປັນ​ຈົດໝາຍ​ສະບັບ​ທີ​ສອງ​ຂອງ​ເຮົາ​ເຖິງ​ພວກເຈົ້າ. ເຮົາ​ໄດ້​ຂຽນ​ມາ​ທັງ​ສອງ​ສະບັບ​ເປັນ​ເຄື່ອງເຕືອນໃຈ​ເພື່ອ​ກະຕຸ້ນ​ພວກເຈົ້າ​ໃຫ້​ມີ​ຄວາມຄິດ​ໃນ​ທາງ​ທີ່​ບໍລິສຸດ
2 Remember the words the holy prophets spoke beforehand, and the command of our Lord and Savior given through your apostles. ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກ​ເຖິງ​ຖ້ອຍຄຳ​ທີ່​ພວກ​ຜູ້ທຳນວາຍ​ບໍລິສຸດ​ກ່າວ​ໄວ້​ໃນ​ເມື່ອກ່ອນ​ນັ້ນ ແລະ ລະນຶກ​ເຖິງ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ໄດ້​ສັ່ງ​ຜ່ານທາງ​ພວກ​ອັກຄະສາວົກ​ຂອງ​ພວກເຈົ້າ.
3 Know this first: mockers will come in the last days, mocking, following their own lusts. ເໜືອ​ສິ່ງ​ໃດ​ທັງໝົດ, ພວກເຈົ້າ​ຕ້ອງ​ເຂົ້າໃຈ​ວ່າ​ໃນ​ຍຸກສຸດທ້າຍ​ຜູ້​ມັກ​ເຢາະເຢີ້ຍ​ຈະ​ມາ​ເຢາະເຢີ້ຍ ແລະ ເຮັດ​ຕາມ​ຄວາມປາຖະໜາ​ຊົ່ວ​ຂອງ​ພວກເຂົາ.
4 They will ask, "Where is his promised coming? Since the fathers fell asleep, everything continues as it has since creation's beginning." ພວກເຂົາ​ຈະ​ເວົ້າ​ວ່າ, “ຢູ່​ໃສ ‘ການ​ມາ’ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້? ດົນນານ​ມາ​ແລ້ວ​ຕັ້ງແຕ່​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ຕາຍ​ໄປ, ທຸກ​ຢ່າງ​ກໍ​ດຳເນີນ​ໄປ​ເໝືອນ​ທີ່​ເປັນ​ມາ​ຕັ້ງແຕ່​ເລີ່ມ​ສ້າງ​ໂລກ”.
5 They willfully ignore this: long ago, by our Father's word, heavens existed, and earth formed out of water and through water, ແຕ່​ພວກເຂົາ​ຕັ້ງໃຈ​ລືມ​ວ່າ​ດົນນານ​ມາ​ແລ້ວ​ໂດຍ​ພຣະຄຳ​ຂອງ​ພຣະເຈົ້າ ຟ້າສະຫວັນ​ກໍ​ເກີດ​ມີ​ຂຶ້ນ​ມາ ແລະ ແຜ່ນດິນໂລກ​ກໍ​ກໍ່​ຮ່າງ​ຂຶ້ນ​ມາ​ຈາກ​ນ້ຳ ແລະ ໂດຍ​ມີ​ນໍ້າ​ອ້ອມຮອບ.
6 and through these the world of that time was deluged with water and perished. ໂດຍ​ນ້ຳ​ເຫລົ່ານີ້​ເອງ​ທີ່​ໄດ້​ຖ້ວມ ແລະ ໄດ້​ທຳລາຍ​ໂລກ​ໃນ​ເວລາ​ນັ້ນ.
7 By the same word, today's heavens and earth are stored up for fire, kept for the day of judgment and destruction of the wicked. ໂດຍ​ພຣະຄຳ​ອັນ​ດຽວ​ກັນ​ນີ້ ຟ້າສະຫວັນ ແລະ ແຜ່ນດິນໂລກ​ປັດຈຸບັນ​ກໍ​ຖືກ​ສະຫງວນໄວ້​ໃຫ້​ໄຟ​ເຜົາຜານ ຖືກ​ເກັບ​ໄວ້​ເພື່ອ​ວັນ​ແຫ່ງ​ການພິພາກສາ ແລະ ຈິບຫາຍ​ຂອງ​ຄົນອະທຳ.
8 Don't overlook this, loved ones: with our Father, one day is like 1,000 years, and 1,000 years like one day. ເພື່ອນ​ທີ່ຮັກ​ເອີຍ, ແຕ່​ຢ່າ​ລືມ​ຂໍ້​ນີ້​ຄື: ສຳລັບ​ອົງພຣະຜູ້ເປັນເຈົ້າ​ແລ້ວ​ໜຶ່ງ​ວັນ​ກໍ​ເໝືອນ​ໜຶ່ງພັນ​ປີ ແລະ ໜຶ່ງ​ພັນ​ປີ​ກໍ​ເໝືອນ​ໜຶ່ງ​ວັນ.
9 Our Father isn't slow to keep his promise, as some think; he's patient with you, wanting no one to perish, but all to reach repentance. ອົງພຣະຜູ້ເປັນເຈົ້າ​ບໍ່​ໄດ້​ຊ້າ​ທີ່​ຈະ​ເຮັດ​ຕາມ​ສັນຍາ​ເໝືອນດັ່ງ​ທີ່​ບາງຄົນ​ເຂົ້າໃຈ​ວ່າ​ຊ້າ. ແຕ່​ພຣະອົງ​ອົດທົນ​ຕໍ່​ພວກເຈົ້າ, ພຣະອົງ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ຈິບຫາຍ​ໄປ, ແຕ່​ຕ້ອງການ​ໃຫ້​ທຸກຄົນ​ກັບ​ມາ​ເພື່ອ​ຖິ້ມໃຈເກົ່າເອົາໃຈໃໝ່.
10 But the day of our Lord Jesus will come like a thief: the heavens will vanish with a rushing sound, the elements will burn and melt, and the earth with all its works will be exposed. ແຕ່​ວັນ​ແຫ່ງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເໝືອນດັ່ງ​ຂະໂມຍ. ຟ້າສະຫວັນ​ຈະ​ຫາຍ​ໄປ​ດ້ວຍ​ສຽງ​ດັງ​ກ້ອງສະໜັ່ນ ແລະ ອົງປະກອບ​ທັງຫລາຍ​ຈະ​ຖືກ​ທຳລາຍ​ດ້ວຍ​ໄຟ. ແລະ ແຜ່ນດິນໂລກ​ກັບ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ຈະ​ຖືກ​ທຳລາຍ​ໝົດ.
11 Since all this will dissolve, what sort of people should you be? You should live holy lives, devoted to God, ໃນ​ເມື່ອ​ທຸກສິ່ງ​ຈະ​ຖືກ​ທຳລາຍ​ລົງ​ຢ່າງ​ນີ້ ພວກເຈົ້າ​ຄວນ​ຈະ​ເປັນ​ຄົນ​ແບບໃດ? ພວກເຈົ້າ​ຄວນ​ດຳເນີນຊີວິດ​ຢ່າງ​ບໍລິສຸດ ແລະ ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ
12 as you wait for and hasten the coming of our Father's day, when the heavens will be set ablaze and dissolved, and the elements melt in the heat. ຂະນະ​ທີ່​ພວກເຈົ້າ​ຄອຍຖ້າ​ວັນ​ຂອງ​ພຣະເຈົ້າ ແລະ ເຮັ່ງຮີບ​ໃຫ້​ວັນ​ນັ້ນ​ມາ​ໂດຍ​ໄວ. ວັນ​ນັ້ນ​ຈະ​ນຳ​ການທຳລາຍ​ມາ​ສູ່​ຟ້າສະຫວັນ​ດ້ວຍ​ໄຟ ແລະ ອົງປະກອບ​ຕ່າງໆ​ກໍ​ຈະ​ຖືກ​ລະລາຍ​ໄປ​ໃນ​ຄວາມຮ້ອນ.
13 But as he promised, we wait for new heavens and a new earth, where righteousness lives. ແຕ່​ດ້ວຍ​ການຢຶດໝັ້ນ​ໃນ​ຄຳ​ສັນຍາ​ຂອງ​ພຣະອົງ ພວກເຮົາ​ກຳລັງ​ຄອຍຖ້າ​ຟ້າ​ສະຫວັນ​ໃໝ່ ແລະ ແຜ່ນດິນໂລກ​ໃໝ່ ເຊິ່ງ​ເປັນ​ທີ່ສະຖິດ​ຂອງ​ຄວາມຊອບທຳ.
14 So, beloved, awaiting these things, strive to be found by him in peace, spotless and without defect. ດ້ວຍເຫດນັ້ນ, ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຈົ້າ​ກຳລັງ​ຄອຍຖ້າ​ສິ່ງ​ນີ້​ຢູ່, ຈົ່ງ​ພະຍາຍາມ​ທຸກ​ວິທີ​ທີ່​ຈະ​ໃຫ້​ພຣະອົງ​ເຫັນ​ວ່າ​ພວກເຈົ້າ​ບໍ່​ມີ​ດ່າງພອຍ, ບໍ່ມີຕຳໜິ ແລະ ມີ​ສັນຕິສຸກ​ກັບ​ພຣະອົງ.
15 Regard our Lord's patience as salvation, just as our beloved brother Paul wrote you, with the wisdom given him, ຈົ່ງ​ລະນຶກ​ວ່າ​ທີ່​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ອົດທົນ​ກໍ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ມີ​ໂອກາດ​ໄດ້​ຮັບ​ຄວາມພົ້ນ ເໝືອນດັ່ງ​ທີ່​ໂປໂລ​ນ້ອງ​ທີ່ຮັກ​ຂອງ​ພວກເຮົາ​ໄດ້​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ​ດ້ວຍ​ສະຕິປັນຍາ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເພິ່ນ.
16 as in all his letters, where he speaks about these things. Some parts are hard to understand, and the ignorant and unstable twist them—as they do the other Scriptures—to their own destruction. ຈົດໝາຍ​ທຸກ​ສະບັບ​ຂອງ​ເພິ່ນ​ໄດ້​ກ່າວ​ເຖິງ​ເລື່ອງ​ເຫລົ່ານີ້​ໄວ້​ໃນ​ທຳນອງ​ດຽວ​ກັນ. ໃນ​ຈົດໝາຍ​ຂອງ​ເພິ່ນ​ມີ​ບາງ​ຢ່າງ​ທີ່​ເຂົ້າໃຈ​ຍາກ ເຊິ່ງ​ພວກຄົນໂງ່ ແລະ ພວກຄົນ​ບໍ່​ໜັກແໜ້ນ​ໄດ້​ບິດເບືອນ​ໄປ, ເໝືອນດັ່ງ​ທີ່​ພວກເຂົາ​ໄດ້​ບິດເບືອນ​ພຣະຄຳພີ​ຂໍ້​ອື່ນໆ​ທີ່​ນຳ​ການທຳລາຍ​ມາ​ສູ່​ພວກເຂົາ​ເອງ.
17 So then, loved ones, knowing this in advance, guard yourselves, so you aren't swept away by the error of lawless people and lose your own firm standing. ເຫດສະນັ້ນ ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ການເຕືອນ​ລ່ວງໜ້າ​ຢ່າງ​ນີ້​ແລ້ວ ກໍ​ຈົ່ງ​ລະມັດລະວັງ​ເພື່ອ​ພວກເຈົ້າ​ຈະ​ບໍ່​ຖືກ​ຊັກຈູງ​ໃຫ້​ຫລົງຜິດ​ໄປ​ຕາມ​ຄົນ​ຂາດສິນທຳ ແລະ ບໍ່​ຕົກ​ຈາກ​ບ່ອນ​ອັນ​ໝັ້ນຄົງ​ຂອງ​ພວກເຈົ້າ.
18 Grow in the grace and knowledge of our Lord and Savior Jesus Christ. To him be glory, now and to the day of eternity. Amen. ແຕ່​ຈົ່ງ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລະ ຮູ້​ຈັກ​ພຣະອົງ​ໃຫ້​ຫລາຍ​ຂຶ້ນ. ຂໍ​ໃຫ້​ກຽດ​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ທັງ​ບັດນີ້ ແລະ ຕະຫລອດໄປ. ອາແມນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]